ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລີ່ມ​ລົມ

ບົດ​ທີ 2

ເປັນ​ທຳມະຊາດ

ເປັນ​ທຳມະຊາດ

ຫຼັກການ: “ຄຳ​ເວົ້າ​ທີ່​ເວົ້າ​ຖືກ​ຈັງຫວະ​ກໍ​ດີ​ຫຼາຍ​ແທ້​ໆ.”—ສພສ. 15:23

ສິ່ງ​ທີ່​ຟີລິບ​ເຮັດ

1. ເບິ່ງ ວິດີໂອ ຫຼື​ອ່ານ​ກິດຈະການ 8:30, 31. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1.   ກ. ຟີລິບ​ເລີ່ມ​ລົມ​ແນວ​ໃດ?

  2.  ຂ. ເປັນ​ຫຍັງ​ຈຶ່ງ​ເປັນ​ວິທີ​ທີ່​ເປັນ​ທຳມະຊາດ​ໃນ​ການ​ເລີ່ມ​ລົມ​ແລະ​ສອນ​ສິ່ງ​ໃໝ່​ໆ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຟີລິບ?

2. ຖ້າ​ເຮົາ​ລົມ​ແບບ​ເປັນ​ທຳມະຊາດ ກໍ​ເປັນ​ໄປ​ໄດ້​ທີ່​ເຂົາ​ເຈົ້າ​ຈະ​ຮູ້ສຶກ​ຜ່ອນຄາຍ​ແລະ​ເຕັມໃຈ​ຟັງ​ສິ່ງ​ທີ່​ເຮົາ​ເວົ້າ​ຫຼາຍ​ຂຶ້ນ.

ຮຽນ​ແບບ​ຟີລິບ

3. ເປັນ​ຄົນ​ຮູ້​ຈັກ​ສັງເກດ. ເຈົ້າ​ຈະ​ຮູ້​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທີ່​ເຈົ້າ​ລົມ​ນຳ​ໄດ້​ໂດຍ​ສັງເກດ​ເບິ່ງ​ສີ​ໜ້າ​ທ່າທາງ​ຂອງ​ລາວ. ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ລາວ​ເຕັມໃຈ​ທີ່​ຈະ​ລົມ​ນຳ​ເຈົ້າຫຼື​ບໍ່? ເຈົ້າ​ອາດ​ເລີ່ມ​ເວົ້າ​ເຖິງ​ບາງ​ຢ່າງ​ຈາກ​ຄຳພີ​ໄບເບິນ​ໂດຍ​ພຽງ​ແຕ່​ຖາມ​ວ່າ “ເຈົ້າ​ຮູ້​ບໍ​ວ່າ . . . ?” ບໍ່​ຄວນ​ບັງຄັບ​ລາວ​ໃຫ້​ລົມ​ຕໍ່​ຖ້າ​ລາວ​ບໍ່​ຢາກ​ລົມ.

4. ອົດທົນ. ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ເລີ່ມ​ເວົ້າ​ເຖິງ​ຄຳພີ​ໄບເບິນ​ທັນທີ. ໃຫ້​ລໍ​ຖ້າ​ໂອກາດ​ທີ່​ເໝາະ​ສົມ​ເພື່ອ​ເຈົ້າ​ຈະ​ເວົ້າ​ໄດ້​ເປັນ​ທຳມະຊາດ. ບາງ​ເທື່ອ ເຈົ້າ​ອາດຈະ​ຕ້ອງ​ລໍຖ້າ​ຈົນ​ກວ່າ​ຈະ​ໄດ້​ລົມ​ນຳ​ລາວ​ອີກ​ໃນ​ເທື່ອ​ໜ້າ.

5. ພ້ອມ​ຈະ​ປັບ​ໂຕ. ຄົນ​ທີ່​ເຈົ້າ​ລົມ​ນຳ​ອາດ​ເວົ້າ​ເຖິງ​ເລື່ອງ​ທີ່​ເຈົ້າ​ບໍ່​ຄາດ​ຄິດ. ດັ່ງ​ນັ້ນ ຂໍ​ໃຫ້​ພ້ອມ​ທີ່​ຈະ​ເວົ້າ​ບາງ​ເລື່ອງ​ທີ່​ເໝາະ​ກັບ​ລາວ ເຖິງ​ວ່າ​ຈະ​ບໍ່​ແມ່ນ​ເລື່ອງ​ທີ່​ເຈົ້າ​ຄິດ​ໄວ້​ວ່າ​ຈະ​ລົມ​ນຳ​ລາວ​ກໍ​ຕາມ.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ