ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລີ່ມ​ລົມ

ບົດ​ທີ 5

ສະແດງ​ຄວາມ​ນັບຖື

ສະແດງ​ຄວາມ​ນັບຖື

ຫຼັກການ: “ໃຫ້​ຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ເປັນ​ຄຳ​ເວົ້າ​ທີ່​ກະລຸນາ​ສະເໝີ.”—ກລຊ. 4:6

ສິ່ງ​ທີ່​ໂປໂລ​ເຮັດ

1. ເບິ່ງ ວິດີໂອ ຫຼື​ອ່ານ​ກິດຈະການ 17:22, 23. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1.   ກ. ໂປໂລ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ຮູບ​ບູຊາ​ຢູ່​ທົ່ວ​ເມືອງ​ອາແຖນ?—ເບິ່ງ​ກິດຈະການ 17:16

  2.  ຂ. ແທນ​ທີ່​ຈະ​ຕຳໜິ​ຄົນ​ອາແຖນ ໂປໂລ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ເຊື່ອ​ດ້ວຍ​ຄວາມ​ນັບຖື​ແນວ​ໃດ​ຕອນ​ທີ່​ປະກາດ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ໂປໂລ?

2. ຜູ້​ຄົນ​ຈະ​ຟັງ​ເລື່ອງ​ທີ່​ເຮົາ​ເວົ້າ​ຫຼາຍ​ຂຶ້ນ​ຖ້າ​ເຮົາ​ຄິດ​ດີ​ໆ​ກ່ອນ​ວ່າ​ຈະ​ເວົ້າ​ຫຍັງ ເວົ້າ​ແນວ​ໃດ ແລະ​ເວົ້າ​ຕອນ​ໃດ.

ຮຽນ​ແບບ​ໂປໂລ

3. ຄິດ​ດີ​ໆ​ວ່າ​ຈະ​ເວົ້າ​ຫຍັງ. ຕົວຢ່າງ​ເຊັ່ນ ເມື່ອ​ເວົ້າ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຄລິດສະຕຽນ ເຈົ້າ​ອາດ​ຕ້ອງ​ປັບ​ວິທີ​ເວົ້າ​ຂອງ​ເຈົ້າ​ເມື່ອ​ເວົ້າ​ເຖິງ​ຄຳພີ​ໄບເບິນ​ຫຼື​ພະ​ເຢຊູ.

4. ຢ່າ​ຟ້າວ​ບອກ​ວ່າ​ສິ່ງ​ທີ່​ລາວ​ເວົ້າ​ມັນ​ຜິດ. ປ່ອຍ​ໃຫ້​ລາວ​ເວົ້າ​ຄວາມ​ຄິດ​ຄວາມ​ຮູ້ສຶກ​ຂອງ​ລາວ​ອອກ​ມາ​ແບບ​ອິດສະຫຼະ. ຖ້າ​ລາວ​ເວົ້າ​ຫຍັງ​ທີ່​ຂັດ​ກັບ​ຄຳສອນ​ໃນ​ຄຳພີ​ໄບເບິນ ກໍ​ຢ່າ​ຟ້າວ​ຖຽງ​ລາວ. (ຢກບ. 1:19) ເມື່ອ​ເຈົ້າ​ຟັງ​ລາວ ເຈົ້າ​ຈະ​ໄດ້​ຮູ້​ວ່າ​ລາວ​ເຊື່ອ​ຫຍັງ​ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ເຊື່ອ​ແບບ​ນັ້ນ.—ສພສ. 20:5

5. ເຫັນດີ​ນຳ​ແລະ​ຊົມເຊີຍ​ລາວ​ຖ້າ​ເປັນ​ໄປ​ໄດ້. ລາວ​ອາດ​ຄິດ​ວ່າ​ເລື່ອງ​ທີ່​ລາວ​ເຊື່ອ​ນັ້ນ​ຖືກຕ້ອງ. ດັ່ງນັ້ນ ໃຫ້​ພະຍາຍາມ​ລົມ​ໃນ​ເລື່ອງ​ທີ່​ທັງ​ເຈົ້າ​ກັບ​ລາວ​ເຫັນດີ​ນຳ​ກັນ ຈາກ​ນັ້ນ​ກໍ​ຄ່ອຍ​ໆ​ຊ່ວຍ​ລາວ​ໃຫ້​ເຂົ້າ​ໃຈ​ວ່າ​ຄຳພີ​ໄບເບິນ​ສອນ​ແນວ​ໃດ.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ