ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເລີ່ມ​ລົມ

ບົດ​ທີ 6

ກ້າ​ລົມ

ກ້າ​ລົມ

ຫຼັກການ: “ພວກ​ເຮົາ​ກໍ​ລວບລວມ​ຄວາມ​ກ້າ​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ​ຂອງ​ພວກ​ເຮົາ ແລ້ວ​ໄປ​ບອກ​ຂ່າວ​ດີ​ຂອງ​ເພິ່ນ​ກັບ​ພວກ​ເຈົ້າ.”—1 ທຊ. 2:2

ສິ່ງ​ທີ່​ພະ​ເຢຊູ​ເຮັດ

1. ເບິ່ງ ວິດີໂອ ຫຼື​ອ່ານ​ລູກາ 19:1-7. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1.   ກ. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ບໍ່​ຢາກ​ເວົ້າ​ນຳ​ຊັກ​ຂ່າຍ?

  2.  ຂ. ອັນ​ໃດ​ກະຕຸ້ນ​ພະ​ເຢຊູ​ໃຫ້​ບອກ​ຂ່າວ​ດີ​ກັບ​ລາ​ວ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ເຮົາ​ຕ້ອງ​ມີ​ຄວາມ​ກ້າ​ເພື່ອ​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກັບ​ທຸກ​ຄົນ.

ຮຽນ​ແບບ​ພະ​ເຢຊູ

3. ເພິ່ງ​ພະ​ເຢໂຫວາ. ພະລັງ​ຂອງ​ພະເຈົ້າ​ຊ່ວຍ​ພະ​ເຢຊູ​ໃຫ້​ມີ​ກຳລັງ​ໃນ​ການ​ປະກາດ ແລະ​ພະລັງ​ນີ້​ສາມາດ​ຊ່ວຍ​ເຈົ້າ​ໄດ້​ຄື​ກັນ. (ມທ. 10:19, 20; ລກ. 4:18) ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ກ້າ​ປະກາດ​ກັບ​ຄົນ​ທີ່​ເຈົ້າ​ຢ້ານ.—ກຈກ. 4:29

4. ຢ່າ​ຕັດສິນ​ຄົນ​ອື່ນ. ເຮົາ​ອາດ​ລັງເລ​ທີ່​ຈະ​ລົມ​ກັບ​ບາງ​ຄົນ​ຍ້ອນ​ຮູບ​ຮ່າງ​ໜ້າ​ຕາ ຖານະ​ທາງ​ສັງຄົມ ການ​ໃຊ້​ຊີວິດ ຫຼື​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ:

  1.   ກ. ພະ​ເຢໂຫວາ​ແລະ​ພະ​ເຢຊູ​ອ່ານ​ໃຈ​ຄົນ​ໄດ້ ແຕ່​ເຮົາ​ເຮັດ​ບໍ່​ໄດ້.

  2.  ຂ. ບໍ່​ມີ​ໃຜ​ທີ່​ພະ​ເຢໂຫວາ​ຊ່ວຍ​ບໍ່​ໄດ້.

5. ກ້າຫານ​ແຕ່​ໃຫ້​ເຄົາລົບ​ນັບຖື​ແລະ​ລະ​ມັດ​ລະວັງ​ໂຕ​ນຳ. (ມທ. 10:16) ຫຼີກລ່ຽງ​ການ​ໂຕ້​ຖຽງ. ໃຫ້​ເຊົາ​ລົມ​ຖ້າ​ຄົນ​ທີ່​ເຈົ້າ​ລົມ​ນຳ​ບໍ່​ຢາກ​ຟັງ​ຂ່າວດີ​ຫຼື​ຖ້າ​ເຈົ້າ​ຮູ້ສຶກ​ບໍ່​ປອດໄພ ແຕ່​ກໍ​ໃຫ້​ເຮັດ​ແບບ​ສຸພາບ.—ສພສ. 17:14

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ