ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕິດຕາມ

ບົດ​ທີ 8

ອົດທົນ

ອົດທົນ

ຫຼັກການ: “ຄວາມ​ຮັກ​ອົດທົນ.”—1 ກຣ. 13:4

ສິ່ງ​ທີ່​ພະ​ເຢຊູ​ເຮັດ

1. ເບິ່ງ ວິດີໂອ ຫຼື​ອ່ານ​ໂຢຮັນ 7:3-5 ແລະ 1 ໂກຣິນໂທ 15:3, 4, 7. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1.   ກ. ຕອນ​ທຳອິດ​ນ້ອງ​ຂອງ​ພະ​ເຢຊູ​ມີ​ທ່າທີ​ແນວ​ໃດ​ຕໍ່​ເລື່ອງ​ທີ່​ເພິ່ນ​ປະກາດ?

  2.  ຂ. ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢຊູ​ຍັງ​ພະຍາຍາມ​ຊ່ວຍ​ຢາໂກໂບ​ນ້ອງ​ຊາຍ​ຂອງ​ເພິ່ນ​ຕໍ່​ໄປ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ເຮົາ​ຕ້ອງ​ອົດທົນ​ເພາະ​ບາງ​ຄົນ​ໃຊ້​ເວລາ​ດົນ​ກວ່າ​ຄົນ​ອື່ນ​ໆ​ໃນ​ການ​ຍອມຮັບ​ຂ່າວ​ດີ.

ຮຽນ​ແບບ​ພະ​ເຢຊູ

3. ລອງ​ໃຊ້​ວິທີ​ອື່ນ. ຖ້າ​ຜູ້​ທີ່​ເຮົາ​ລົມ​ນຳ​ບໍ່​ຕົກ​ລົງ​ຮຽນ​ຄຳພີ​ໄບເບິນ​ທັນທີ ກໍ​ຢ່າ​ບັງຄັບ​ລາວ. ເມື່ອ​ມີ​ໂອກາດ ໃຫ້​ໃຊ້​ວິດີໂອ​ຫຼື​ບົດ​ຄວາມ​ຕ່າງ​ໆ​ເພື່ອ​ຊ່ວຍ​ລາວ​ໃຫ້​ເຂົ້າ​ໃຈ​ວ່າ​ເຮົາ​ຮຽນ​ຄຳພີ​ໄບເບິນ​ແນວ​ໃດ​ແລະ​ລາວ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ.

4. ຢ່າ​ປຽບທຽບ. ແຕ່​ລະ​ຄົນ​ບໍ່​ຄື​ກັນ. ຖ້າ​ຄົນ​ໃນ​ຄອບຄົວ​ຫຼື​ຄົນ​ທີ່​ເຈົ້າ​ກັບ​ໄປ​ຢາມ​ຍັງ​ລັງເລ​ທີ່​ຈະ​ຮຽນ​ຄຳພີ​ໄບເບິນ​ຫຼື​ຍອມຮັບ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ ລອງ​ຄິດ​ເບິ່ງ​ວ່າ​ເປັນ​ຫຍັງ​ຈຶ່ງ​ເປັນ​ແນວ​ນັ້ນ. ມີ​ຄວາມ​ເຊື່ອ​ທາງ​ສາສະໜາ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ທີ່​ສຳຄັນ​ຫຼາຍ​ສຳລັບ​ລາວ​ບໍ? ລາວ​ຖືກ​ຍາດ​ພີ່​ນ້ອງ​ຫຼື​ເພື່ອນ​ບ້ານ​ກົດ​ດັນ​ຢູ່​ບໍ? ລອງ​ໃຫ້​ເວລາ​ລາວ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ເວົ້າ ແລະ​ໃຫ້​ເວລາ​ລາວ​ເພື່ອ​ຈະ​ເຫັນ​ຄ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ.

5. ອະທິດຖານ​ເພື່ອ​ຜູ້​ສົນໃຈ. ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ບໍ່​ໝົດ​ຫວັງ​ແລະ​ຮູ້​ວິທີ​ຊ່ວຍ​ລາວ. ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ໃຜ​ບໍ່​ສົນໃຈ​ແທ້​ໆ​ແລະ​ເຈົ້າ​ຄວນ​ເຊົາ​ກັບ​ໄປ​ຢາມ​ລາວ.—1 ກຣ. 9:26

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ