ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕິດຕາມ

ບົດ​ທີ 9

ເຫັນອົກເຫັນໃຈ

ເຫັນອົກເຫັນໃຈ

ຫຼັກການ: “ໃຫ້​ມີ​ຄວາມ​ສຸກ​ກັບ​ຄົນ​ທີ່​ມີ​ຄວາມ​ສຸກ. ໃຫ້​ຮ້ອງໄຫ້​ກັບ​ຄົນ​ທີ່​ຮ້ອງໄຫ້.”—ຣມ. 12:15

ສິ່ງ​ທີ່​ພະ​ເຢຊູ​ເຮັດ

1. ເບິ່ງ ວິດີໂອ ຫຼື​ອ່ານ​ມາຣະໂກ 6:30-34. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1.   ກ. ເປັນ​ຫຍັງ​ພະ​ເຢຊູ​ແລະ​ອັກຄະສາວົກ​ຈຶ່ງ​ຢາກ “ມີ​ເວລາ​ເປັນ​ສ່ວນ​ໂຕ”?

  2.  ຂ. ອັນ​ໃດ​ກະຕຸ້ນ​ພະ​ເຢຊູ​ໃຫ້​ສອນ​ຜູ້​ຄົນ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ເຮົາ​ຢາກ​ບອກ​ຂ່າວດີ​ໃຫ້​ຄົນ​ຟັງ ແຕ່​ເຮົາ​ກໍ​ຢາກ​ຊ່ວຍ​ເຂົາເຈົ້າ​ນຳ.

ຮຽນ​ແບບ​ພະ​ເຢຊູ

3. ຕັ້ງໃຈ​ຟັງ. ປ່ອຍ​ໃຫ້​ຄົນ​ທີ່​ເຈົ້າ​ລົມ​ນຳ​ບອກ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ. ຢ່າ​ເວົ້າ​ຂັດ​ລາວ​ຫຼື​ບໍ່​ສົນໃຈ​ຕອນ​ທີ່​ລາວ​ເລົ່າ​ຄວາມ​ຮູ້ສຶກ ບອກ​ສິ່ງ​ທີ່​ລາວ​ກັງວົນ ຫຼື​ສິ່ງ​ທີ່​ລາວ​ຄິດ​ບໍ່​ຄື​ກັບ​ເຈົ້າ. ເມື່ອ​ເຈົ້າ​ຕັ້ງໃຈ​ຟັງ​ລາວ ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ສົນໃຈ​ແທ້​ໆ​ວ່າ​ລາວ​ຄິດ​ແນວ​ໃດ.

4. ຄິດ​ເຖິງ​ຄົນ​ທີ່​ສົນໃຈ. ລອງ​ຄິດ​ເຖິງ​ເລື່ອງ​ທີ່​ເຈົ້າ​ລົມ​ນຳ​ລາວ ໃຫ້​ຖາມ​ໂຕເອງ​ວ່າ:

  1.   ກ. ‘ເປັນ​ຫຍັງ​ລາວ​ຕ້ອງ​ໄດ້​ຍິນ​ຄວາມ​ຈິງ?’

  2.  ຂ. ‘ການ​ຮຽນ​ຄຳພີ​ໄບເບິນ​ຈະ​ເຮັດ​ໃຫ້​ຊີວິດ​ໃນ​ແຕ່​ລະ​ມື້​ແລະ​ອະນາຄົດ​ຂອງ​ລາວ​ດີ​ຂຶ້ນ​ໄດ້​ແນວ​ໃດ?’

5. ລົມ​ກ່ຽວ​ກັບ​ສິ່ງ​ທີ່​ສາມາດ​ຊ່ວຍ​ລາວ​ໄດ້. ຊ່ວຍ​ລາວ​ໃຫ້​ເຫັນ​ວ່າ​ການ​ຮຽນ​ຄຳພີ​ໄບເບິນ​ສາມາດ​ຕອບ​ຄຳ​ຖາມ​ຫຼາຍ​ຢ່າງ​ທີ່​ລາວ​ຢາກ​ຮູ້​ແລະ​ຊ່ວຍ​ລາວ​ໄດ້​ແທ້​ໆ ໃຫ້​ເຮັດ​ແບບ​ນີ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ