ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສອນ​ຄົນ​ໃຫ້​ເປັນ​ລູກສິດ

ບົດ​ທີ 11

ສອນ​ດ້ວຍ​ວິທີ​ງ່າຍ​ໆ​

ສອນ​ດ້ວຍ​ວິທີ​ງ່າຍ​ໆ​

ຫຼັກການ: “ໃຊ້​ພາສາ​ທີ່​ເຂົ້າ​ໃຈ​ງ່າຍ​ໆ.”—1 ກຣ. 14:9

ສິ່ງ​ທີ່​ພະ​ເຢຊູ​ເຮັດ

1. ເບິ່ງ ວິດີໂອ ຫຼື​ອ່ານ​ມັດທາຍ 6:25-27. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1.   ກ. ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ເຮົາ?

  2.  ຂ. ເຖິງ​ວ່າ​ພະ​ເຢຊູ​ຈະ​ຮູ້​ຫຼາຍ​ຢ່າງ​ກ່ຽວກັບ​ນົກ ແຕ່​ເພິ່ນ​ເນັ້ນ​ລາຍລະອຽດ​ງ່າຍ​ໆ​ຫຍັງ? ເປັນ​ຫຍັງ​ນັ້ນ​ຈຶ່ງ​ເປັນ​ວິທີ​ທີ່​ດີ​ໃນ​ການ​ສອນ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ເມື່ອ​ເຮົາ​ສອນ​ດ້ວຍ​ວິທີ​ງ່າຍ​ໆ ຜູ້​ຄົນ​ກໍ​ຈະ​ຈື່​ສິ່ງ​ທີ່​ເຮົາ​ສອນ​ແລະ​ການ​ສອນ​ຂອງ​ເຮົາ​ກໍ​ຈະ​ເຂົ້າ​ເຖິງ​ຫົວໃຈ​ຂອງ​ເຂົາເຈົ້າ.

ຮຽນ​ແບບ​ພະ​ເຢຊູ

3. ຢ່າ​ເວົ້າ​ຫຼາຍ​ເກີນ​ໄປ. ແທນ​ທີ່​ຈະ​ເວົ້າ​ເຖິງ​ທຸກ​ສິ່ງ​ທີ່​ເຈົ້າ​ຮູ້ ຂໍ​ໃຫ້​ເນັ້ນ​ທີ່​ເນື້ອ​ໃນ​ຂອງ​ປຶ້ມ​ທີ່​ກຳລັງ​ຮຽນ. ຫຼັງ​ຈາກ​ທີ່​ເຈົ້າ​ຖາມ​ຄຳ​ຖາມ​ແລ້ວ ໃຫ້​ອົດທົນ​ລໍ​ຖ້າ​ເພື່ອ​ໃຫ້​ລາວ​ຕອບ. ຖ້າ​ລາວ​ບໍ່​ຮູ້​ຄຳ​ຕອບ​ຫຼື​ຕອບ​ບໍ່​ຖືກ ໃຫ້​ໃຊ້​ຄຳ​ຖາມ​ເສີມ​ເພື່ອ​ຊ່ວຍ​ລາວ​ໃຫ້​ຫາ​ເຫດຜົນ​ໃນ​ເລື່ອງ​ນັ້ນ. ເມື່ອ​ຄົນ​ທີ່​ເຈົ້າ​ສອນ​ເຂົ້າ​ໃຈ​ຈຸດ​ສຳຄັນ​ແລ້ວ ກໍ​ໃຫ້​ໄປ​ຕໍ່.

4. ໃຊ້​ສິ່ງ​ທີ່​ລາວ​ຮູ້​ຢູ່​ແລ້ວ​ເພື່ອ​ຊ່ວຍ​ລາວ​ໃຫ້​ເຂົ້າ​ໃຈ​ສິ່ງ​ໃໝ່​ໆ. ຕົວຢ່າງ​ເຊັ່ນ ກ່ອນ​ເລີ່ມ​ບົດ​ຮຽນ​ກ່ຽວກັບ​ການ​ຄືນ​ມາ​ຈາກ​ຕາຍ ເຈົ້າ​ອາດ​ທົບທວນ​ສັ້ນ​ໆ​ວ່າ​ຄົນ​ທີ່​ເຈົ້າ​ສອນ​ໄດ້​ຮຽນ​ຫຍັງ​ໄປ​ແລ້ວ​ກ່ຽວກັບ​ສະພາບ​ຂອງ​ຄົນ​ຕາຍ.

5. ໃຊ້​ຕົວຢ່າງ​ປຽບທຽບ​ດີ​ໆ. ກ່ອນ​ໃຊ້​ຕົວຢ່າງ​ປຽບທຽບ ໃຫ້​ຖາມ​ໂຕເອງ​ວ່າ:

  1.   ກ. ‘ຕົວຢ່າງ​ປຽບທຽບ​ນີ້​ງ່າຍ​ບໍ?’

  2.  ຂ. ‘ຄົນ​ທີ່​ຂ້ອຍ​ສອນ​ຈະ​ເຂົ້າ​ໃຈ​ໄດ້​ງ່າຍ​ບໍ’

  3.  ຄ. ‘ມັນ​ຈະ​ຊ່ວຍ​ຄົນ​ທີ່​ຂ້ອຍ​ສອນ​ໃຫ້​ຈື່​ຈຸດ​ສຳຄັນ​ບໍ ຫຼື​ຈື່​ແຕ່​ຕົວຢ່າງ​ປຽບທຽບ?’

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ