ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສອນ​ຄົນ​ໃຫ້​ເປັນ​ລູກສິດ

ບົດ​ທີ 12

ກ້າ​ໃຫ້​ຄຳ​ແນະນຳ

ກ້າ​ໃຫ້​ຄຳ​ແນະນຳ

ຫຼັກການ: “ຄື​ກັບ​ນ້ຳມັນ​ແລະ​ເຄື່ອງຫອມ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສຸກ ໝູ່​ທີ່​ໃຫ້​ຄຳ​ແນະນຳ​ຢ່າງ​ຈິງໃຈ​ກໍ​ເປັນ​ແບບ​ນັ້ນ​ແຫຼະ.”—ສພສ. 27:9

ສິ່ງ​ທີ່​ພະ​ເຢຊູ​ເຮັດ

1. ເບິ່ງ ວິດີໂອ ຫຼື​ອ່ານ​ມາຣະໂກ 10:17-22. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1.   ກ. ພະ​ເຢຊູ​ອາດ​ສັງເກດ​ເຫັນ​ຄຸນລັກສະນະ​ທີ່​ດີ​ຫຍັງ​ໃນ​ໂຕ​ເສດຖີ​ໜຸ່ມ?

  2.  ຂ. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ຕ້ອງ​ມີ​ທັງ​ຄວາມ​ຮັກ​ແລະ​ຄວາມ​ກ້າ​ເພື່ອ​ຈະ​ໃຫ້​ຄຳ​ແນະນຳ​ຜູ້​ຊາຍ​ຄົນ​ນີ້?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ເຮົາ​ຕ້ອງ​ສະແດງ​ຄວາມ​ຮັກ ແຕ່​ເຮົາ​ກໍ​ຕ້ອງ​ອະທິບາຍ​ໃຫ້​ຈະ​ແຈ້ງ​ວ່າ​ຄົນ​ທີ່​ເຮົາ​ສອນ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ລາວ​ຈະ​ໄດ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເລື້ອຍ​ໆ.

ຮຽນ​ແບບ​ພະ​ເຢຊູ

3. ຊ່ວຍ​ຄົນ​ທີ່​ເຈົ້າ​ສອນ​ໃຫ້​ຕັ້ງ​ເປົ້າໝາຍ​ແລະ​ບັນລຸ​ເປົ້າໝາຍ.

  1.   ກ. ໃຊ້​ສ່ວນ “ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້” ໃນ​ແຕ່​ລະ​ບົດ​ຮຽນ​ຂອງ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!

  2.  ຂ. ຊ່ວຍ​ຄົນ​ທີ່​ເຈົ້າ​ສອນ​ໃຫ້​ເຂົ້າ​ໃຈ​ສິ່ງ​ທີ່​ລາວ​ຕ້ອງ​ເຮັດ​ເພື່ອ​ບັນລຸ​ເປົ້າໝາຍ​ທັງ​ໄລຍະ​ສັ້ນ​ແລະ​ໄລຍະ​ຍາວ.

  3.  ຄ. ຊົມເຊີຍ​ຄົນ​ທີ່​ເຈົ້າ​ສອນ​ສະເໝີ​ເມື່ອ​ເຫັນ​ຄວາມ​ກ້າວໜ້າ​ຂອງ​ລາວ.

4. ເຈົ້າ​ຕ້ອງ​ຮູ້​ວ່າ​ອັນ​ໃດ​ຂັດຂວາງ​ຄົນ​ທີ່​ເຈົ້າ​ສອນ​ບໍ່​ໃຫ້​ກ້າວໜ້າ ແລະ​ຊ່ວຍ​ລາວ​ໃຫ້​ເອົາ​ຊະນະ​ອຸປະສັກ​ເຫຼົ່າ​ນັ້ນ.

  1.   ກ. ໃຫ້​ຖາມ​ໂຕເອງ​ວ່າ:

    • ‘ຖ້າ​ຄົນ​ທີ່​ຂ້ອຍ​ສອນ​ບໍ່​ກ້າວໜ້າ​ຈົນ​ຮັບ​ບັບເຕມາ ມີ​ຫຍັງ​ບໍ​ທີ່​ຂັດຂວາງ​ລາວ​ຢູ່?’

    • ‘ຂ້ອຍ​ຈະ​ຊ່ວຍ​ຫຍັງ​ລາວ​ໄດ້​ແດ່?’

  2.  ຂ. ອະທິດຖານ​ຂໍ​ຄວາມ​ກ້າ​ທີ່​ຈະ​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ເວົ້າ​ດ້ວຍ​ຄວາມ​ຮັກ​ວ່າ​ຄົນ​ທີ່​ເຈົ້າ​ສອນ​ຕ້ອງ​ເຮັດ​ຫຍັງ​ແດ່.

5. ເຊົາ​ສອນ​ຖ້າ​ລາວ​ບໍ່​ກ້າວໜ້າ.

  1.   ກ. ເບິ່ງ​ວ່າ​ຄົນ​ທີ່​ເຈົ້າ​ສອນ​ກ້າວໜ້າ​ບໍ​ໂດຍ​ຖາມ​ໂຕເອງ​ວ່າ:

    • ‘ຄົນ​ທີ່​ຂ້ອຍ​ສອນ​ໄດ້​ເອົາ​ສິ່ງ​ທີ່​ລາວ​ຮຽນ​ໄປ​ໃຊ້​ບໍ?’

    • ‘ລາວ​ເຂົ້າ​ຮ່ວມ​ການ​ປະຊຸມ​ແລະ​ບອກ​ຄວາມ​ຈິງ​ກັບ​ຄົນ​ອື່ນ​ບໍ?’

    • ‘ຖ້າ​ລາວ​ຮຽນ​ມາ​ດົນ​ແລ້ວ ລາວ​ຢາກ​ເປັນ​ພະຍານ​ພະ​ເຢໂຫວາ​ແທ້​ໆ​ບໍ?’

  2.  ຂ. ຖ້າ​ຄົນ​ທີ່​ເຈົ້າ​ສອນ​ບໍ່​ຢາກ​ກ້າວໜ້າ:

    • ຖາມ​ລາວ​ເບິ່ງ​ວ່າ​ອັນ​ໃດ​ເຮັດ​ໃຫ້​ລາວ​ບໍ່​ກ້າວໜ້າ.

    • ອະທິບາຍ​ດີ​ໆ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຊົາ​ສອນ​ລາວ.

    • ບອກ​ໃຫ້​ລາວ​ຮູ້​ວ່າ​ລາວ​ຈະ​ຕ້ອງ​ເຮັດ​ແນວ​ໃດ​ຖ້າ​ລາວ​ຢາກ​ຈະ​ຮຽນ​ອີກ​ເທື່ອ​ໜຶ່ງ.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ