ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ຜະໜວກ ກ

ບົດ​ຮຽນ​ຈາກ​ຄຳພີ​ໄບເບິນ​ທີ່​ເຮົາ​ມັກ​ສອນ

ບົດ​ຮຽນ​ຈາກ​ຄຳພີ​ໄບເບິນ​ທີ່​ເຮົາ​ມັກ​ສອນ

ພະ​ເຢຊູ​ບອກ​ວ່າ​ເມື່ອ​ຄົນ​ທີ່​ມີ​ຫົວໃຈ​ດີ​ໄດ້​ຍິນ​ເລື່ອງ​ໃນ​ຄຳພີ​ໄບເບິນ ເຂົາເຈົ້າ​ຈະ​ຮູ້​ວ່າ​ນີ້​ເປັນ​ຄວາມ​ຈິງ. (ຢຮ. 10:4, 27) ດັ່ງນັ້ນ ຕອນ​ໃດ​ກໍ​ຕາມ​ທີ່​ເຮົາ​ລົມ​ກັບ​ຜູ້​ຄົນ ເຮົາ​ຢາກ​ເວົ້າ​ຄວາມ​ຈິງ​ຈັກ​ເລື່ອງ​ໜຶ່ງ​ຈາກ​ຄຳພີ​ໄບເບິນ​ໃຫ້​ເຂົາເຈົ້າ​ຟັງ. ລອງ​ເລີ່ມ​ໂດຍ​ຖາມ​ວ່າ: “ເຈົ້າ​ຮູ້​ບໍ​ວ່າ . . . ?” ຫຼື “ເຈົ້າ​ເຄີຍ​ໄດ້​ຍິນ​ບໍ​ວ່າ . . . ?” ຈາກນັ້ນ​ໃຊ້​ຂໍ້​ຄຳພີ​ທີ່​ກ່ຽວ​ຂ້ອງ​ເພື່ອ​ອະທິບາຍ​ຄວາມ​ຈິງ​ນັ້ນ. ພຽງ​ແຕ່​ບອກ​ຄວາມ​ຈິງ​ຈັກ​ເລື່ອງ​ໜຶ່ງ​ໃນ​ຄຳພີ​ໄບເບິນ​ກັບ​ຜູ້​ຄົນ ກໍ​ອາດ​ເປັນ​ການ​ປູກ​ເມັດ​ແຫ່ງ​ຄວາມ​ຈິງ​ໄວ້​ໃນ​ໃຈ​ຂອງ​ເຂົາເຈົ້າ​ໄດ້ ແລະ​ພະ⁠ເຈົ້າ​ຈະ​ເຮັດ​ໃຫ້​ເມັດ​ນັ້ນ​ເຕີບໃຫຍ່!—1 ກຣ. 3:6, 7

 ອະນາຄົດ

  1. 1. ສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ແລະ​ການ​ປະພຶດ​ຂອງ​ຜູ້​ຄົນ​ສະແດງ​ໃຫ້​ເຫັນ​ວ່າ​ອີກ​ບໍ່​ດົນ​ສິ່ງ​ຕ່າງ​ໆ​ຈະ​ປ່ຽນ​ໄປ.—ມທ. 24:3, 7, 8; ລກ. 21:10, 11; 2 ຕມ. 3:1-5

  2. 2. ໂລກ​ນີ້​ຈະ​ບໍ່​ມີ​ວັນ​ຖືກ​ທຳລາຍ.—ພສ. 104:5; ປຍຈ. 1:4

  3. 3. ຈະ​ບໍ່​ມີ​ມົນ​ລະ​ພິດ​ຫຼື​ສະພາບ​ອາກາດ​ທີ່​ຮຸນແຮງ​ອີກ​ຕໍ່​ໄປ ແລະ​ໂລກ​ຈະ​ກາຍ​ເປັນ​ສວນ​ອຸທິຍານ.—ອຊຢ. 35:1, 2; ພນມ. 11:18

  4. 4. ທຸກ​ຄົນ​ຈະ​ມີ​ສຸຂະພາບ​ແຂງແຮງ​ສົມບູນ.—ອຊຢ. 33:24; 35:5, 6

  5. 5. ເຈົ້າ​ສາມາດ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ.—ພສ. 37:29; ມທ. 5:5

 ຄອບຄົວ

  1. 6. ຜົວ​ຄວນ “ຮັກ​ເມຍ​ຄື​ກັບ​ຮັກ​ໂຕເອງ.”—ອຟຊ. 5:33; ກລຊ. 3:19

  2. 7. ເມຍ​ຄວນ​ນັບຖື​ຜົວ​ຈາກ​ໃຈ.—ອຟຊ. 5:33; ກລຊ. 3:18

  3. 8. ຜົວ​ເມຍ​ຄວນ​ສັດຊື່​ຕໍ່​ກັນ.—ມລກ. 2:16; ມທ. 19:4-6, 9; ຮຣ. 13:4

  4. 9. ລູກ​ທີ່​ນັບຖື​ແລະ​ເຊື່ອຟັງ​ພໍ່​ແມ່​ຈະ​ປະສົບ​ຜົນ​ສຳເລັດ.—ສພສ. 1:8, 9; ອຟຊ. 6:1-3

NASA, ESA and the Hubble Heritage Team (STScI/​AURA)-ESA/​Hubble Collaboration. Licensed under CC BY 4.0. Source.

 ພະເຈົ້າ

  1. 10. ພະເຈົ້າ​ມີ​ຊື່.—ພສ. 83:18; ຢຣມ. 10:10

  2. 11. ພະເຈົ້າ​ໄດ້​ໃຫ້​ຂ່າວ​ສານ​ສຳຄັນ​ກັບ​ເຮົາ.—2 ປຕ. 1:20, 21; 2 ຕມ. 3:16, 17

  3. 12. ພະເຈົ້າ​ຍຸຕິທຳ​ແລະ​ບໍ່​ລຳອຽງ.—ພບຍ. 10:17; ກຈກ. 10:34, 35

  4. 13. ພະເຈົ້າ​ຢາກ​ຊ່ວຍ​ເຮົາ.—ພສ. 46:1; 145:18, 19

 ການ​ອະທິດຖານ

  1. 14. ພະເຈົ້າ​ຢາກ​ໃຫ້​ເຮົາ​ອະທິດຖານ​ເຖິງ​ເພິ່ນ.—ພສ. 62:8; 65:2; 1 ປຕ. 5:7

  2. 15. ຄຳພີ​ໄບເບິນ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ທີ່​ຈະ​ອະທິດຖານ.—ມທ. 6:7-13; ລກ. 11:1-4

  3. 16. ເຮົາ​ຄວນ​ອະທິດຖານ​ເລື້ອຍ​ໆ.—ມທ. 7:7, 8; 1 ທຊ. 5:17

 ພະ​ເຢຊູ

  1. 17. ພະ​ເຢຊູ​ເປັນ​ຄູ​ທີ່​ດີ​ແລະ​ຄຳ​ແນະນຳ​ຂອງ​ເພິ່ນ​ໃຊ້​ໄດ້​ຜົນ​ຈົນ​ຮອດ​ທຸກ​ມື້​ນີ້.—ມທ. 6:14, 15, 34; 7:12

  2. 18. ພະ​ເຢຊູ​ເຄີຍ​ບອກ​ໄວ້​ລ່ວງ​ໜ້າ​ກ່ຽວກັບ​ເຫດການ​ທີ່​ເຮົາ​ເຫັນ​ໃນ​ທຸກ​ມື້​ນີ້.—ມທ. 24:3, 7, 8, 14; ລກ. 21:10, 11

  3. 19. ພະ​ເຢຊູ​ເປັນ​ລູກ​ຂອງ​ພະເຈົ້າ.—ມທ. 16:16; ຢຮ. 3:16; 1 ຢຮ. 4:15

  4. 20. ພະ​ເຢຊູ​ບໍ່​ແມ່ນ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ.—ຢຮ. 14:28; 1 ກຣ. 11:3

Based on NASA/Visible Earth imagery

 ການ​ປົກຄອງ​ຂອງ​ພະເຈົ້າ

  1. 21. ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ລັດຖະບານ​ທີ່​ມີ​ຢູ່​ແທ້​ໃນ​ສະຫວັນ.—ມທ. 6:9, 10; ດນອ. 2:44; 7:13, 14; ພນມ. 11:15

  2. 22. ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາ​ແທນ​ທີ່​ລັດຖະບານ​ຂອງ​ມະນຸດ.—ພສ. 2:7-9; ດນອ. 2:44

  3. 23. ມີ​ແຕ່​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ສາມາດ​ແກ້​ບັນຫາ​ຂອງ​ມະນຸດ​ໄດ້.—ພສ. 37:10, 11; 46:9; ອຊຢ. 65:21-23

 ຄວາມ​ທຸກ

  1. 24. ພະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ເຈິ​ກັບ​ຄວາມ​ທຸກ.—ພບຍ. 32:4; ຢກບ. 1:13

  2. 25. ຊາຕານ​ປົກຄອງ​ໂລກ​ນີ້.—ລກ 4:5, 6; 1 ຢຮ. 5:19

  3. 26. ພະເຈົ້າ​ເຫັນ​ເມື່ອ​ເຈົ້າ​ເຈິ​ກັບ​ຄວາມ​ທຸກ​ແລະ​ຢາກ​ຊ່ວຍ​ເຈົ້າ.—ພສ. 34:17-19; ອຊຢ. 41:10, 13

  4. 27. ອີກ​ບໍ່​ດົນ​ພະເຈົ້າ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ໝົດ​ໄປ.—ອຊຢ. 65:17; ພນມ. 21:3, 4

 ຄວາມ​ຕາຍ

  1. 28. ຄົນ​ຕາຍ​ບໍ່​ຮູ້ສຶກ​ໂຕ ເຂົາເຈົ້າ​ບໍ່​ທໍລະມານ.—ປຍຈ. 9:5; ຢຮ. 11:11-14

  2. 29. ຄົນ​ຕາຍ​ບໍ່​ສາມາດ​ຊ່ວຍ​ເຮົາ​ຫຼື​ທຳຮ້າຍ​ເຮົາ​ໄດ້.—ພສ. 146:4; ປຍຈ. 9:6, 10

  3. 30. ຄົນ​ທີ່​ເຮົາ​ຮັກ​ທີ່​ຕາຍ​ໄປ​ແລ້ວ​ຈະ​ຄືນ​ມາ​ຈາກ​ຕາຍ.—ໂຢບ 14:13-15; ຢຮ. 5:28, 29; ກຈກ. 24:15

  4. 31. “ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ.”—ພນມ. 21:3, 4; ອຊຢ. 25:8

 ສາສະໜາ

  1. 32. ບໍ່​ແມ່ນ​ທຸກ​ສາສະໜາ​ທີ່​ພະເຈົ້າ​ພໍໃຈ.—ຢຣມ. 7:11; ມທ. 7:13, 14, 21-23

  2. 33. ພະເຈົ້າ​ຊັງ​ຄວາມ​ໜ້າ​ຊື່​ໃຈ​ຄົດ.—ອຊຢ. 29:13; ມກ. 3:11; ມຣກ. 7:6-8

  3. 34. ຄວາມ​ຮັກ​ແທ້​ເຮັດ​ໃຫ້​ຮູ້​ວ່າ​ອັນ​ໃດ​ແມ່ນ​ສາສະໜາ​ແທ້.—ມກ. 4:3; ຢຮ. 13:34, 35