ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພາກ​ຜະໜວກ ຄ

ວິທີ​ສອນ​ຄຳພີ​ໄບເບິນ​ໂດຍ​ໃຊ້​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!

ວິທີ​ສອນ​ຄຳພີ​ໄບເບິນ​ໂດຍ​ໃຊ້​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!

ພີ່ນ້ອງ​ໄດ້​ອະທິດຖານ​ຫຼາຍ​ແທ້​ໆ​ແລະ​ຄິດ​ຢ່າງ​ຈິງ​ຈັງ​ວ່າ​ຄວນ​ມີ​ຂໍ້ມູນ​ໃດ​ແດ່​ໃນ​ປຶ້ມ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ເພື່ອ​ຈະ​ໃຊ້​ປະໂຫຍດ​ເຕັມທີ​ຈາກ​ປຶ້ມ​ນີ້ ໃຫ້​ໃຊ້​ວິທີ​ຕໍ່​ໄປ​ນີ້​ເມື່ອ​ສອນ​ຄຳພີ​ໄບເບິນ.

ກ່ອນ​ສອນ

  1. 1. ກຽມ​ຢ່າງ​ລະອຽດ. ຕອນ​ທີ່​ເຈົ້າ​ກຽມ ໃຫ້​ຄິດ​ເຖິງ​ຄວາມ​ຈຳເປັນ ສະພາບການ ແລະ​ຄວາມ​ເຊື່ອ​ຂອງ​ຄົນ​ທີ່​ເຈົ້າ​ສອນ. ຄິດ​ເຖິງ​ຈຸດ​ທີ່​ລາວ​ອາດ​ເຂົ້າ​ໃຈ​ຫຼື​ເອົາ​ໄປ​ໃຊ້​ໄດ້​ຍາກ. ຄິດ​ເບິ່ງ​ວ່າ​ເລື່ອງ​ໃດ​ໃນ​ສ່ວນ “ເບິ່ງ​ເພີ່ມເຕີມ” ທີ່​ອາດ​ຊ່ວຍ​ຄົນ​ທີ່​ເຈົ້າ​ສອນ​ໄດ້ ແລະ​ໃຫ້​ເອົາ​ເລື່ອງ​ນັ້ນ​ມາ​ໃຊ້​ຕອນ​ທີ່​ສອນ.

ຕອນ​ທີ່​ສອນ

  1. 2. ອະທິດຖານ​ກ່ອນ​ແລະ​ຫຼັງ​ຮຽນ ຖ້າ​ຄົນ​ທີ່​ເຈົ້າ​ສອນ​ເຫັນດີ​ນຳ.

  2. 3. ຢ່າ​ເວົ້າ​ຫຼາຍ​ເກີນ​ໄປ. ຈົດຈໍ່​ກັບ​ເນື້ອ​ໃນ​ຂອງ​ປຶ້ມ ແລະ​ປ່ອຍ​ໃຫ້​ຄົນ​ທີ່​ເຈົ້າ​ສອນ​ເວົ້າ​ຄວາມ​ຄິດ​ຄວາມ​ຮູ້ສຶກ​ອອກ​ມາ.

  3. 4. ເມື່ອ​ເລີ່ມ​ຕອນ​ໃໝ່​ຂອງ​ປຶ້ມ ໃຫ້​ອ່ານ​ຈຸດ​ສຳຄັນ​ຂອງ​ຕອນ​ນັ້ນ​ແລະ​ເວົ້າ​ເຖິງ​ຊື່​ບົດ​ຮຽນ​ຈັກ​ສອງ​ສາມ​ບົດ.

  4. 5. ເມື່ອ​ຈົບ​ແຕ່​ລະ​ຕອນ ໃຫ້​ໃຊ້​ສ່ວນ​ຄຳ​ຖາມ​ທົບທວນ​ເພື່ອ​ຊ່ວຍ​ຄົນ​ທີ່​ເຈົ້າ​ສອນ​ໃຫ້​ຈື່​ຄວາມ​ຈິງ​ທີ່​ລາວ​ໄດ້​ຮຽນ.

  5. 6. ຕອນ​ທີ່​ເຈົ້າ​ສອນ​ແຕ່​ລະ​ບົດ:

    1. ກ. ອ່ານ​ເນື້ອ​ໃນ

    2. ຂ. ອ່ານ​ຂໍ້​ຄຳພີ​ທັງໝົດ​ທີ່​ບອກ​ໃຫ້ “ອ່ານ.”

    3. ຄ. ອ່ານ​ຂໍ້​ຄຳພີ​ອື່ນ​ໆ​ນຳ​ຖ້າ​ຈຳເປັນ.

    4. ງ. ເປີດ​ວິດີໂອ​ທັງ​ໝົດ​ທີ່​ບອກ​ໃຫ້ “ເປີດ” (ຖ້າ​ເປັນ​ໄປ​ໄດ້).

    5. ຈ. ໃຫ້​ຖາມ​ຄຳ​ຖາມ​ທຸກ​ຂໍ້.

    6. ສ. ຂໍ​ໃຫ້​ຄົນ​ທີ່​ເຈົ້າ​ສອນ​ເບິ່ງ​ຮູບ​ໃນ​ສ່ວນ “ຮຽນ​ຮູ້​ຫຼາຍ​ຂຶ້ນ” ແລະ​ຂໍ​ໃຫ້​ລາວ​ສະແດງ​ຄວາມ​ຄິດ​ເຫັນ.

    7. ຊ. ໃຊ້​ຂອບ “ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້” ເພື່ອ​ຊ່ວຍ​ຄົນ​ທີ່​ເຈົ້າ​ສອນ​ຕິດຕາມ​ຄວາມ​ກ້າວໜ້າ​ຂອງ​ລາວ. ເຈົ້າ​ອາດ​ກະຕຸ້ນ​ລາວ​ໃຫ້​ຕັ້ງ​ເປົ້າໝາຍ​ດຽວ​ກັນ​ກັບ​ຂອບ​ນັ້ນ ຕັ້ງ​ເປົ້າໝາຍ​ອື່ນ​ໆ​ຫຼື​ເຮັດ​ທັງ​ສອງ​ຢ່າງ.

    8. ຍ. ຖາມ​ຄົນ​ທີ່​ເຈົ້າ​ສອນ​ວ່າ​ລາວ​ມັກ​ບົດ​ຄວາມ​ຫຼື​ວິດີໂອ​ໃດ​ເປັນ​ພິເສດ​ບໍ​ໃນ​ສ່ວນ “ເບິ່ງ​ເພີ່ມເຕີມ” ເມື່ອ​ລາວ​ກຽມ​ໂຕ​ຮຽນ.

    9. ດ. ພະຍາຍາມ​ຮຽນ​ໃຫ້​ຈົບ​ບົດ​ໃນ​ເທື່ອ​ດຽວ.

ຫຼັງ​ຈາກ​ສອນ

  1. 7. ຄິດ​ກ່ຽວກັບ​ຄົນ​ທີ່​ເຈົ້າ​ສອນ. ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ກ້າວໜ້າ​ແລະ​ຊ່ວຍ​ເຈົ້າ​ໃຫ້​ມີ​ສະຕິ​ປັນຍາ​ເພື່ອ​ຈະ​ຮູ້​ວ່າ​ຈະ​ຊ່ວຍ​ລາວ​ໄດ້​ແນວ​ໃດ.