ພະເຢຊູເປັນພະເຈົ້າບໍ?
ຫຼາຍຄົນຖືວ່າຄຳສອນເລື່ອງຕີເອການຸພາບເປັນ “ຫຼັກຄຳສອນສຳຄັນທີ່ສຸດຂອງສາສະໜາຄລິດສະຕຽນ.” ຫຼັກຄຳສອນນີ້ສອນວ່າ ພະບິດາ ພະບຸດ ແລະພະວິນຍານບໍລິສຸດເປັນສາມບຸກຄົນເຊິ່ງລວມກັນເປັນພະເຈົ້າໜຶ່ງອົງ. ຄາຣ໌ດິນັນ ຈອນ ໂອຄອນເນີ ເວົ້າເຖິງຄຳສອນເລື່ອງຕີເອການຸພາບນີ້ວ່າ: “ເຮົາຮູ້ວ່າຄຳສອນນີ້ເປັນເລື່ອງລຶກລັບຊັບຊ້ອນຫຼາຍ ເຊິ່ງເຮົາເອງກໍບໍ່ເຄີຍເຂົ້າໃຈ.” ເປັນຫຍັງຄຳສອນເລື່ອງຕີເອການຸພາບຈຶ່ງເຂົ້າໃຈຍາກຂະໜາດນັ້ນ?
ວັດຈະນານຸກົມຄຳພີໄບເບິນທີ່ມີພາບປະກອບ (ພາສາອັງກິດ) ໄດ້ອະທິບາຍເຫດຜົນໄວ້ຂໍ້ໜຶ່ງ. ເມື່ອເວົ້າເຖິງເລື່ອງຕີເອການຸພາບ ວັດຈະນານຸກົມຫົວນີ້ຍອມຮັບວ່າ: “ຫຼັກຄຳສອນນີ້ບໍ່ແມ່ນຫຼັກຄຳສອນທີ່ມາຈາກຄຳພີໄບເບິນ ໃນແງ່ທີ່ວ່າບໍ່ມີຂໍ້ໃດໃນຄຳພີໄບເບິນທີ່ເວົ້າເຖິງເລື່ອງນີ້.” ເນື່ອງຈາກຫຼັກຄຳສອນເລື່ອງຕີເອການຸພາບ “ບໍ່ແມ່ນຫຼັກຄຳສອນຈາກຄຳພີໄບເບິນ” ຜູ້ທີ່ເຊື່ອໃນຫຼັກຄຳສອນນີ້ຈຶ່ງພະຍາຍາມທີ່ຈະຊອກຫາຂໍ້ຄຳພີ ແລະເຖິງຂັ້ນບິດເບືອນຂໍ້ຄຳພີເພື່ອສະໜັບສະໜູນຄຳສອນຂອງໂຕເອງ.
ຂໍ້ຄຳພີຂໍ້ໜຶ່ງທີ່ສອນເລື່ອງຕີເອການຸພາບບໍ?
ຕົວຢ່າງຂໍ້ຄຳພີທີ່ມັກມີການໃຊ້ຢ່າງບິດເບືອນແມ່ນໂຢຮັນ 1:1. ໃນສະບັບແປຄິງເຈມສ໌ ຂໍ້ນີ້ອ່ານວ່າ: “ໃນຕອນທຳອິດນັ້ນພະວາທະກໍເປັນຢູ່ແລ້ວ ແລະພະວາທະກໍຢູ່ກັບພະເຈົ້າ (ພາສາກຣີກ ທອນ ເທອອນ) ແລະພະວາທະກໍເປັນພະເຈົ້າ [ພາສາກຣີກ ເທອອດສ໌].” ໃນຂໍ້ຄຳພີນີ້ມີຄຳນາມພາສາກຣີກສຳລັບຄຳວ່າ ເທອອດສ໌ [ພະເຈົ້າ] ຢູ່ສອງຮູບແບບ. ບ່ອນທຳອິດນຳໜ້າດ້ວຍຄຳວ່າ ທອນເຊິ່ງເປັນຄຳນຳໜ້ານາມທີ່ຊີ້ສະເພາະເຈາະຈົງໃນພາສາກຣີກ ແລະໃນກໍລະນີນີ້ຄຳວ່າ ເທອອນ ໝາຍເຖິງພະເຈົ້າອົງມີລິດເດດຍິ່ງໃຫຍ່. ແນວໃດກໍຕາມ ໃນບ່ອນທີສອງ ຄືຄຳວ່າ ເທອອດສ໌ ບໍ່ມີຄຳນຳໜ້ານາມທີ່ຊີ້ສະເພາະເຈາະຈົງ. ເປັນໄປໄດ້ບໍທີ່ມີການລືມໃສ່ຄຳນຳໜ້ານາມໃນບ່ອນນີ້?
ເປັນຫຍັງຫຼັກຄຳສອນເລື່ອງຕີເອການຸພາບຈຶ່ງເຂົ້າໃຈຍາກແທ້?
ກິດຕິຄຸນຂອງໂຢຮັນຂຽນຂຶ້ນໃນພາສາຄີນີ ຫຼືພາສາກຣີກສາມັນ ເຊິ່ງມີກົດທີ່ຕາຍຕົວໃນເລື່ອງການໃຊ້ຄຳນຳໜ້ານາມທີ່ຊີ້ສະເພາະເຈາະຈົງ. ນັກວິຊາການດ້ານຄຳພີໄບເບິນ ເອ. ທີ. ໂຣເບີດສັນຍອມຮັບວ່າ ຖ້າທັງໃນພາກປະທານແລະພາກສະແດງມີຄຳນຳໜ້ານາມ “ທັງສອງຄຳຈະເປັນຄຳສະເພາະແລະຖືໄດ້ວ່າເປັນສິ່ງດຽວກັນ ແລະໃຊ້ສະຫຼັບກັນໄດ້ .” ໂຣເບີດສັນຍົກຕົວຢ່າງຈາກມັດທາຍ 13:38 ເຊິ່ງອ່ານວ່າ “ນາ [ພາສາກຣີກ ໂຮ ອາໂກດສ໌ ] ນັ້ນຄືໂລກ [ພາສາກຣີກ ໂຮ ຄອດສ໌ມອດສ໌] ນີ້.” ໄວຍາກອນພາສາກຣີກຊ່ວຍເຮົາໃຫ້ເຂົ້າໃຈວ່າ ໂລກກັບນາແມ່ນສິ່ງດຽວກັນ.
ແຕ່ຈະວ່າແນວໃດຖ້າພາກປະທານມີຄຳນຳໜ້ານາມທີ່ຊີ້ສະເພາະເຈາະຈົງແຕ່ພາກສະແດງບໍ່ມີ ເຊັ່ນໃນໂຢຮັນ 1:1? ຜູ້ຊ່ຽວຊານຊື່ເຈມສ໌ ແອລັນ ຮິວເວດ ຍົກຂໍ້ຄຳພີນັ້ນມາເປັນຕົວຢ່າງ ແລ້ວເວົ້າເນັ້ນວ່າ:ໃນກໍລະນີແບບນີ້ ພາກປະທານແລະພາກສະແດງບໍ່ແມ່ນສິ່ງດຽວກັນ ບໍ່ເທົ່າທຽມກັນ ຫຼືອັນໃດແບບນັ້ນ.
ເພື່ອຊ່ວຍໃຫ້ເຂົ້າໃຈເລື່ອງນີ້ ຮິວເວດໄດ້ຍົກ 1 ໂຢຮັນ 1:5 ທີ່ກ່າວວ່າ: “ພະເຈົ້າເປັນຄວາມສະຫວ່າງ.” ໃນພາສາກຣີກຄຳວ່າ “ພະເຈົ້າ” ໃນຂໍ້ນີ້ຄື ໂຮ ເທອອດສ໌ ດັ່ງນັ້ນຈຶ່ງມີຄຳນຳໜ້ານາມທີ່ຊີ້ສະເພາະເຈາະຈົງ. ແຕ່ຄຳວ່າ ຟອດສ໌ ຫຼື “ຄວາມສະຫວ່າງ” ນັ້ນບໍ່ມີຄຳນຳໜ້ານາມໃດໆເລີຍ. ຮິວເວດຊີ້ໃຫ້ເຫັນວ່າ “ອາດເວົ້າກ່ຽວກັບພະເຈົ້າໄດ້ໃນທຸກກໍລະນີວ່າ . . . ເພິ່ນມີຄວາມສະຫວ່າງເປັນລັກສະນະເດັ່ນ ແຕ່ບໍ່ອາດເວົ້າໄດ້ໃນທຸກກໍລະນີວ່າຄວາມສະຫວ່າງແມ່ນແມ່ນພະເຈົ້າ.” ຕົວຢ່າງຄ້າຍໆກັນພົບໃນໂຢຮັນ 4:24 “ພະເຈົ້າເປັນອົງວິນຍານ” ແລະໃນ 1 ໂຢຮັນ 4:16 “ພະເຈົ້າເປັນຄວາມຮັກ.” ໃນພາສາເດີມ ພາກປະທານໃນທັງສອງຂໍ້ນີ້ມີຄຳນຳໜ້ານາມທີ່ຊີ້ສະເພາະເຈາະຈົງ ແຕ່ໃນຄຳວ່າ “ພະວິນຍານ” ແລະ “ຄວາມຮັກ” ໃນພາກສະແດງບໍ່ມີຄຳນຳໜ້ານາມ. ດັ່ງນັ້ນ ພາກປະທານແລະພາກສະແດງໃນສອງຂໍ້ນີ້ຈຶ່ງບໍ່ສາມາດສະຫຼັບກັນໄດ້. ຂໍ້ຄຳພີສອງຂໍ້ນີ້ຈຶ່ງບໍ່ອາດແປໄດ້ວ່າ “ພະວິນຍານເປັນພະເຈົ້າ” ຫຼື “ຄວາມຮັກເປັນພະເຈົ້າ.”
ລະບຸຕົວ “ພະວາທະ” ບໍ?
ນັກວິຊາການດ້ານພາສາກຣີກແລະຜູ້ແປຄຳພີໄບເບິນຫຼາຍຄົນຍອມຮັບວ່າ ໂຢຮັນ 1:1 ເນັ້ນທີ່ຄຸນລັກສະນະຂອງ “ພະວາທະ” ບໍ່ແມ່ນການລະບຸວ່າເພິ່ນແມ່ນໃຜ. ຜູ້ແປຄຳພີໄບເບິນຊື່ວິນລຽມ ບາເຄຼຍບອກວ່າ: “ເນື່ອງຈາກ [ອັກຄະສາວົກໂຢຮັນ] ບໍ່ໄດ້ໃສ່ຄຳນຳໜ້ານາມທີ່ຊີ້ສະເພາະເຈາະຈົງໄວ້ໜ້າຄຳວ່າ ເທອອດສ໌ ຄຳນີ້ຈຶ່ງກາຍເປັນຄຳອະທິບາຍ . . . ໃນຂໍ້ນີ້ໂຢຮັນບໍ່ໄດ້ບອກວ່າພະວາທະເປັນອົງດຽວກັບພະເຈົ້າ. ເວົ້າງ່າຍໆກໍຄື ລາວບໍ່ໄດ້ບອກວ່າພະເຢຊູເປັນພະເຈົ້າອົງມີລິດເດດຍິ່ງໃຫຍ່.” ຜູ້ຊ່ຽວຊານເຈສັນ ເດວິດ ເບດຸນ ກໍເວົ້າໃນທຳນອງດຽວກັນວ່າ “ໃນພາສາກຣີກ ຖ້າເຈົ້າບໍ່ໄດ້ໃສ່ຄຳນຳໜ້ານາມຢູ່ຄຳວ່າ ເທອອດສ໌ ໃນປະໂຫຍກລັກສະນະດຽວກັບໂຢຮັນ 1:1ຄ ຜູ້ອ່ານກໍຈະເຂົ້າໃຈເອງວ່າເຈົ້າໝາຍເຖິງ ‘ພະເຈົ້າອົງໜຶ່ງ.’ . . . ການບໍ່ມີຄຳນຳໜ້ານາມເຮັດໃຫ້ຄຳ ເທອອດສ໌ ແຕກຕ່າງຈາກຄຳສະເພາະ ໂຮ ເທອອດສ໌ ເຊັ່ນດຽວກັບທີ່ຄຳວ່າ ‘ພະເຈົ້າອົງໜຶ່ງ’ [‘a god’] ແຕກຕ່າງຈາກຄຳວ່າ ‘ພະເຈົ້າອົງມີລິດເດດຍິ່ງໃຫຍ່’ [‘God’] ໃນພາສາອັງກິດ.”ເບດຸນເວົ້າເສີມວ່າ “ໃນໂຢຮັນ 1:1 ພະວາທະບໍ່ແມ່ນພະເຈົ້າທ່ຽງແທ້ອົງດຽວ ແຕ່ເປັນພະເຈົ້າອົງໜຶ່ງ ຫຼືເປັນບຸກຄົນໜຶ່ງທີ່ມີສະພາບຄືພະເຈົ້າ.” ຫຼືທີ່ໂຈເຊບ ເຮນຣີ ເທເຍີ ຜູ້ຊ່ຽວຊານເຊິ່ງແປຄຳພີໄບເບິນອາເມຣິກາ ສະແຕນດາດ ເວີຊັນ ກ່າວວ່າ “ໂລໂກສ໌ [ຫຼື ພະວາທະ] ມີລັກສະນະຄືພະເຈົ້າ ບໍ່ແມ່ນພະເຈົ້າເອງ.”
ພະເຢຊູໄດ້ແຍກໃຫ້ເຫັນຄວາມແຕກຕ່າງຢ່າງຊັດເຈນລະຫວ່າງເພິ່ນເອງກັບພະບິດາ
ການລະບຸວ່າໃຜເປັນພະເຈົ້າຈຳເປັນຕ້ອງເປັນເລື່ອງທີ່ “ລຶກລັບຊັບຊ້ອນທີ່ສຸດ” ບໍ? ສຳລັບພະເຢຊູບໍ່ເປັນແບບນັ້ນ. ຕອນທີ່ພະເຢຊູອະທິດຖານເຖິງພະບິດາຂອງເພິ່ນ ເພິ່ນແຍກໃຫ້ເຫັນຄວາມແຕກຕ່າງຢ່າງຈະແຈ້ງລະຫວ່າງເພິ່ນເອງກັບພະບິດາ ໂດຍເວົ້າດັ່ງນີ້: “ຜູ້ທີ່ຈະໄດ້ຊີວິດຕະຫຼອດໄປຕ້ອງຮູ້ຈັກພະອົງທີ່ເປັນພະເຈົ້າທ່ຽງແທ້ອົງດຽວ ແລະຮູ້ຈັກຜູ້ທີ່ພະອົງໃຊ້ມາ ຜູ້ນັ້ນແມ່ນເຢຊູຄລິດ.” (ໂຢຮັນ 17:3) ຖ້າເຮົາເຊື່ອໃນພະເຢຊູແລະເຂົ້າໃຈຄຳສອນທີ່ຮຽບງ່າຍຂອງຄຳພີໄບເບິນ ເຮົາກໍຈະນັບຖືເພິ່ນໃນຖານະພະບຸດຂອງພະເຈົ້າເຊິ່ງເປັນຖານະທີ່ແທ້ຈິງຂອງເພິ່ນ. ນອກຈາກນັ້ນ ເຮົາຈະນະມັດສະການພະເຢໂຫວາໃນຖານະ “ພະເຈົ້າທ່ຽງແທ້ອົງດຽວ” ນຳ.