ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອະທິດຖານ—ເຖິງ​ໃຜ?

ອະທິດຖານ—ເຖິງ​ໃຜ?

ຄຳ​ອະທິດຖານ​ທັງ​ໝົດ​ໄປ​ເຖິງ​ພະເຈົ້າ​ອົງ​ດຽວ​ກັນ​ບໍ ບໍ່​ວ່າ​ຈະ​ເວົ້າ​ຊື່​ໃດ​ກໍ​ຕາມ? ຫຼາຍ​ຄົນ​ໃນ​ໂລກ​ທຸກ​ມື້​ນີ້​ອາດ​ຄິດ​ແບບ​ນັ້ນ ໂດຍ​ສະເພາະ​ຄົນ​ທີ່​ສະໜັບສະໜູນ​ການ​ລວມ​ຄວາມ​ເຊື່ອ​ແລະ​ຢາກ​ໃຫ້​ທຸກ​ສາສະໜາ​ເປັນ​ທີ່​ຍອມ​ຮັບ​ໃນ​ສັງຄົມ ເຖິງ​ວ່າ​ຈະ​ຕ່າງ​ກັນ​ກໍ​ຕາມ. ແຕ່​ເປັນ​ໄປ​ໄດ້​ບໍ​ວ່າ​ຄວາມ​ຄິດ​ນີ້​ອາດ​ບໍ່​ເປັນ​ຄວາມ​ຈິງ?

ຄຳ​ພີ​ໄບເບິນ​ສອນ​ວ່າ​ແທ້ໆແລ້ວ​ຄຳ​ອະທິດຖານ​ຈຳນວນ​ຫຼາຍ​ບໍ່​ໄດ້​ໄປ​ເຖິງ​ພະເຈົ້າ​ທ່ຽງ​ແທ້. ໃນ​ສະໄໝ​ທີ່​ມີ​ການ​ຂຽນ​ຄຳ​ພີ​ໄບເບິນ ເປັນ​ເລື່ອງ​ທຳມະດາ​ທີ່​ຜູ້​ຄົນ​ຈະ​ອະທິດຖານ​ຕໍ່​ໜ້າ​ຮູບ​ບູຊາ. ແຕ່​ພະເຈົ້າ​ໄດ້​ເຕືອນ​ຫຼາຍ​ເທື່ອ​ແລ້ວ​ວ່າ​ບໍ່​ໃຫ້​ເຮັດ​ແບບ​ນັ້ນ. ຕົວຢ່າງ​ເຊັ່ນ ຄຳເພງ 115:4-6, ລ.ມ. ເວົ້າ​ເຖິງ​ຮູບ​ບູຊາ​ວ່າ “ມີ​ຫູ​ແຕ່​ບໍ່​ໄດ້​ຍິນ.” ເຮົາ​ເຫັນ​ຈຸດ​ສຳຄັນ​ໄດ້​ຊັດເຈນ. ຈະ​ມີ​ປະໂຫຍດ​ຫຍັງ​ທີ່​ຈະ​ອະທິດຖານ​ເຖິງ​ພະ​ທີ່​ບໍ່​ມີ​ທາງ​ໄດ້​ຍິນ​ສິ່ງ​ທີ່​ເຈົ້າ​ເວົ້າ?

ບັນທຶກ​ເລື່ອງ​ໜຶ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ​ໃນ​ຄຳ​ພີ​ໄບເບິນ​ຊ່ວຍ​ໃຫ້​ເຂົ້າ​ໃຈ​ເລື່ອງ​ນີ້​ຈະ​ແຈ້ງ​ຫຼາຍ​ຂຶ້ນ. ຜູ້​ພະຍາກອນ​ແທ້​ເອລີຢາ​ໄດ້​ທ້າ​ໃຫ້​ພວກ​ຜູ້​ພະຍາກອນ​ຂອງ​ພະ​ບາອານ​ອະທິດຖານ​ເຖິງ​ພະ​ຂອງ​ເຂົາເຈົ້າ ແລ້ວ​ຫຼັງ​ຈາກ​ນັ້ນ​ລາວ​ຈະ​ອະທິດຖານ​ເຖິງ​ພະ​ຂອງ​ລາວ. ເອລີຢາ​ເວົ້າ​ວ່າ​ພະເຈົ້າ​ທ່ຽງ​ແທ້​ຈະ​ຕອບ​ຄຳ​ອະທິດຖານ​ແຕ່​ພະ​ປອມ​ຈະ​ບໍ່​ຕອບ. ຜູ້​ພະຍາກອນ​ຂອງ​ພະ​ບາອານ​ຮັບ​ຄຳ​ທ້າ​ແລະ​ໄດ້​ອະທິດຖານ​ຢ່າງ​ຮ້ອນຮົນ​ແລະ​ຍືດ​ຍາວ ແລະ​ເຖິງ​ຂັ້ນ​ຮ້ອງ​ສຽງ​ດັງ​ດ້ວຍ​ຊ້ຳ ແຕ່​ກໍ​ບໍ່​ໄດ້​ຜົນ! ບັນທຶກ​ບອກ​ວ່າ: “ບໍ່​ມີ​ສຽງ​ຕອບ​ແລະ​ບໍ່​ມີ​ໃຜ​ຟັງ.” (1 ກະສັດ 18:29, ລ.ມ.) ແຕ່​ເອລີຢາ​ເດ​ເປັນ​ແນວ​ໃດ?

ຫຼັງ​ຈາກ​ເອລີຢາ​ອະທິດຖານ​ແລ້ວ ພະເຈົ້າ​ຂອງ​ລາວ​ກໍ​ຕອບ​ຄຳ​ອະທິດຖານ​ທັນທີ ໂດຍ​ສົ່ງ​ໄຟ​ລົງ​ມາ​ຈາກ​ສະຫວັນ​ເຜົາ​ເຄື່ອງ​ບູຊາ​ທີ່​ເອລີຢາ​ໄດ້​ກຽມ​ໄວ້. ຄຳ​ອະທິດຖານ​ຂອງ​ເອລີຢາ​ຕ່າງ​ຈາກ​ຄຳ​ອະທິດຖານ​ຂອງ​ຜູ້​ພະຍາກອນ​ຂອງ​ພະ​ບາອານ​ແນວ​ໃດ? ຄຳ​ອະທິດຖານ​ຂອງ​ເອລີຢາ​ເຊິ່ງ​ບັນທຶກ​ໄວ້​ໃນ 1 ກະສັດ 18:36, 37 ຊ່ວຍ​ເຮົາ​ໃຫ້​ຮູ້​ຄຳ​ຕອບ. ຄຳ​ອະທິດຖານ​ນັ້ນ​ສັ້ນ​ຫຼາຍ ລາວ​ໃຊ້​ຄຳ​ພາສາ​ເຮັບເຣີ​ປະມານ 30 ຄຳ​ເທົ່າ​ນັ້ນ. ແຕ່​ໃນ​ຄຳ​ອະທິດຖານ​ພຽງ​ບໍ່​ເທົ່າ​ໃດ​ປະໂຫຍກ​ນັ້ນ ເອລີຢາ​ໄດ້​ໃຊ້​ຊື່​ພະ​ເຢໂຫວາ​ເຊິ່ງ​ເປັນ​ຊື່​ສະເພາະ​ຂອງ​ພະເຈົ້າ​ເຖິງ 3 ເທື່ອ.

ບາອານ ເຊິ່ງ​ມີ​ຄວາມ​ໝາຍ​ວ່າ “ເຈົ້າ​ຂອງ” ຫຼື “ເຈົ້ານາຍ” ເປັນ​ພະ​ຂອງ​ຄົນ​ການາອານ ແລະ​ເປັນ​ຊື່​ທີ່​ໃຊ້​ກັບ​ພະ​ຫຼາຍ​ອົງ​ໃນ​ຫຼາຍ​ດິນແດນ. ແຕ່ ເຢໂຫວາ ເປັນ​ຊື່​ພິເສດ​ທີ່​ບໍ່​ຄື​ກັບ​ຊື່​ໃດ​ແລະ​ໃຊ້​ກັບ​ຜູ້​ດຽວ​ເທົ່າ​ນັ້ນ​ໃນ​ເອກະພົບ. ພະເຈົ້າ​ອົງ​ນີ້​ໄດ້​ບອກ​ກັບ​ປະຊາຊົນ​ຂອງ​ເພິ່ນ​ວ່າ: “ເຮົາ​ແມ່ນ​ເຢໂຫວາ. ນີ້​ແມ່ນ​ຊື່​ຂອງ​ເຮົາ ເຮົາ​ຈະ​ບໍ່​ຍົກ​ສະຫງ່າ​ລາສີ​ຂອງ​ເຮົາ​ໃຫ້​ໃຜ​ເລີຍ.”—ເອຊາອີ 42:8, ລ.ມ.

ຄຳ​ອະທິດຖານ​ຂອງ​ເອລີຢາ​ແລະ​ຄຳ​ອະທິດຖານ​ຂອງ​ພວກ​ຜູ້​ພະຍາກອນ​ຂອງ​ບາອານ​ໄປ​ເຖິງ​ພະອົງ​ດຽວ​ກັນ​ບໍ? ການ​ນະມັດສະການ​ບາອານ​ເຮັດ​ໃຫ້​ຜູ້​ຄົນ​ເສື່ອມຊາມ​ດ້ວຍ​ພິທີ​ກຳ​ທີ່​ກ່ຽວຂ້ອງ​ກັບ​ໂສເພນີ​ແລະ​ເຖິງ​ຂັ້ນ​ບູຊາ​ຍັນ​ມະນຸດ​ດ້ວຍ​ຊ້ຳ. ກົງ​ກັນ​ຂ້າມ ການ​ນະມັດສະການ​ພະ​ເຢໂຫວາ​ຍົກ​ລະດັບ​ຄົນ​ອິດສະຣາເອນ​ປະຊາຊົນ​ຂອງ​ເພິ່ນ​ໂດຍ​ເຮັດ​ໃຫ້​ເຂົາເຈົ້າ​ເປັນ​ອິດ​ສະຫຼະ​ຈາກ​ການ​ກະທຳ​ທີ່​ເສື່ອມຊາມ​ເຫຼົ່າ​ນັ້ນ. ສະນັ້ນ ລອງ​ຄິດ​ເບິ່ງ: ຖ້າ​ເຈົ້າ​ຕັ້ງ​ໃຈ​ຈະ​ຂຽນ​ຈົດ​ໝາຍ​ໄປ​ເຖິງ​ໝູ່​ຄົນ​ໜຶ່ງ​ເຊິ່ງ​ເປັນ​ຄົນ​ດີ​ໜ້າ​ນັບຖື ໂດຍ​ຂຽນ​ຊື່​ຂອງ​ລາວ​ເທິງ​ໜ້າ​ຊອງ​ຢ່າງ​ຈະ​ແຈ້ງ ເຈົ້າ​ຄື​ຊິ​ບໍ່​ຄາດ​ໝາຍ​ວ່າ​ຈົດ​ໝາຍ​ນັ້ນ​ຈະ​ໄປ​ເຖິງ​ອີ​ກ​ຄົນ​ໜຶ່ງ​ທີ່​ມີ​ຊື່ສຽງ​ບໍ່​ດີ​ເຊິ່ງ​ຕ່າງ​ກັນ​ຫຼາຍ​ຈາກ​ໝູ່​ຂອງ​ເຈົ້າ​ບໍ່​ແມ່ນ​ບໍ? ເຈົ້າ​ຄື​ຊິ​ບໍ່​ຄາດ​ໝາຍ​ແບບ​ນັ້ນ​ແນ່ນອນ!

ເລື່ອງ​ລາວ​ກ່ຽວ​ກັບ​ເອລີຢາ​ແລະ​ຜູ້​ພະຍາກອນ​ຂອງ​ບາອານ​ພິສູດ​ວ່າ​ຄຳ​ອະທິດຖານ​ທຸກ​ຢ່າງ​ບໍ່​ໄດ້​ໄປ​ເຖິງ​ພະອົງ​ດຽວ​ກັນ

ຖ້າ​ເຈົ້າ​ອະທິດຖານ​ເຖິງ​ພະ​ເຢໂຫວາ ເຈົ້າ​ກໍ​ກຳລັງ​ອະທິດຖານ​ເຖິງ​ພະ​ຜູ້​ສ້າງ ເຊິ່ງ​ເປັນ​ພໍ່​ຂອງ​ມະນຸດ​ທຸກ​ຄົນ. * ຜູ້​ພະຍາກອນ​ເອຊາຢາ​ເວົ້າ​ໃນ​ຄຳ​ອະທິດຖານ​ວ່າ “ພະອົງ​ເປັນ​ພໍ່​ຂອງ​ພວກ​ເຮົາ.” (ເອຊາອີ 63:16, ລ.ມ.) ສະນັ້ນ ພະເຈົ້າ​ອົງ​ນີ້​ແຫຼະ​ແມ່ນ​ຜູ້​ທີ່​ພະ​ເຢຊູ​ຄລິດ​ໄດ້​ເວົ້າ​ເຖິງ​ເມື່ອ​ບອກ​ລູກສິດ​ຂອງ​ເພິ່ນ​ວ່າ: “ຂ້ອຍ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພໍ່​ຂອງ​ຂ້ອຍ​ເຊິ່ງ​ເປັນ​ພໍ່​ຂອງ​ພວກ​ເຈົ້າ.” (ໂຢຮັນ 20:17) ພະ​ເຢໂຫວາ​ແມ່ນ​ພໍ່​ຂອງ​ພະ​ເຢຊູ. ເພິ່ນ​ເປັນ​ພະເຈົ້າ​ທີ່​ພະ​ເຢຊູ​ອະທິດຖານ​ເຖິງ​ແລະ​ສອນ​ລູກສິດ​ໃຫ້​ອະທິດຖານ​ເຖິງ​ນຳ.—ມັດທາຍ 6:9

ຄຳ​ພີ​ໄບເບິນ​ສອນ​ໃຫ້​ເຮົາ​ອະທິດຖານ​ເຖິງ​ພະ​ເຢຊູ ມາຣີ ນັກ​ບຸນ ຫຼື​ທູດ​ສະຫວັນ​ບໍ? ບໍ່ ເຮົາ​ຕ້ອງ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເທົ່າ​ນັ້ນ. ໃຫ້​ເຮົາ​ມາ​ພິ​ຈະ​ລະ​ນາ 2 ເຫດຜົນ​ໃນ​ເລື່ອງ​ນີ້. ເຫດຜົນ​ທຳ​ອິດ ການ​ອະທິດຖານ​ເປັນ​ການ​ນະມັດສະການ​ຮູບ​ແບບ​ໜຶ່ງ ແລະ​ຄຳ​ພີ​ໄບເບິນ​ບອກ​ວ່າ​ເຮົາ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ. (ອົບພະຍົບ 20:5) ເຫດຜົນ​ທີ​ສອງ ຄຳ​ພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເປັນ “ຜູ້​ຟັງ​ຄຳ​ອະທິດຖານ.” (ຄຳເພງ 65:2, ລ.ມ.) ເຖິງ​ວ່າ​ພະ​ເຢໂຫວາ​ຈະ​ມອບ​ໜ້າ​ທີ່​ຫຼາຍ​ຢ່າງ​ໃຫ້​ກັບ​ຜູ້​ອື່ນ ແຕ່​ເພິ່ນ​ບໍ່​ເຄີຍ​ມອບ​ໜ້າ​ທີ່​ນີ້​ໃຫ້​ກັບ​ຜູ້​ໃດ. ເພິ່ນ​ເປັນ​ພະເຈົ້າ​ທີ່​ສັນຍາ​ວ່າ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ​ດ້ວຍ​ໂຕ​ເພິ່ນ​ເອງ.

ດັ່ງນັ້ນ ຖ້າ​ເຈົ້າ​ຕ້ອງການ​ໃຫ້​ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ເຈົ້າ ຂໍ​ໃຫ້​ຈື່​ຄຳ​ແນະນຳ​ໃນ​ຂໍ້​ຄຳ​ພີ​ນີ້​ໄວ້​ທີ່​ວ່າ: “ທຸກ​ຄົນ​ທີ່​ອ້ອນ​ວອນ​ໂດຍ​ອອກ​ຊື່​ຂອງ​ພະ​ເຢໂຫວາ​ຈະ​ລອດ.” (ກິດຈະການ 2:21) ແຕ່​ພະ​ເຢໂຫວາ​ຈະ​ຟັງ​ຄຳ​ອະທິດຖານ​ທຸກ​ຢ່າງ​ບໍ? ຫຼື​ມີ​ຫຍັງ​ອີ​ກ​ບໍ​ທີ່​ເຮົາ​ຈຳເປັນ​ຕ້ອງ​ຮູ້​ຖ້າ​ເຮົາ​ຕ້ອງການ​ໃຫ້​ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ?

^ ຂໍ້ 9 ບາງ​ສາສະໜາ​ສອນ​ວ່າ​ເປັນ​ເລື່ອງ​ບໍ່​ຖືກຕ້ອງ​ທີ່​ຈະ​ອອກ​ສຽງ​ຊື່​ສະເພາະ​ຂອງ​ພະເຈົ້າ​ແມ່ນ​ແຕ່​ໃນ​ຄຳ​ອະທິດຖານ. ແນວ​ໃດ​ກໍ​ຕາມ ໃນ​ຄຳ​ພີ​ໄບເບິນ​ພາສາ​ເດີມ​ມີ​ຊື່​ນີ້​ປາກົດ​ຢູ່​ປະມານ 7.000 ເທື່ອ ເຊິ່ງ​ຫຼາຍ​ເທື່ອ​ຢູ່​ໃນ​ຄຳ​ອະທິດຖານ​ແລະ​ເພງສັນລະເສີນ​ຂອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ.