ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອະທິດຖານ—ແນວ​ໃດ?

ອະທິດຖານ—ແນວ​ໃດ?

ເມື່ອ​ເວົ້າ​ເຖິງ​ການ​ອະທິດຖານ ຫຼາຍ​ສາສະໜາ​ມັກ​ຈະ​ເນັ້ນ​ທີ່​ທ່າ​ທາງ ຄຳເວົ້າ ຫຼື​ພິທີ​ກຳ. ແຕ່​ຄຳ​ພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ຄິດ​ເຖິງ​ແງ່​ມຸມ​ອື່ນໆທີ່​ສຳຄັນ​ກວ່າ​ກ່ຽວ​ກັບ​ຄຳຖາມ​ທີ່​ວ່າ “ເຮົາ​ຄວນ​ອະທິດຖານ​ແນວ​ໃດ?”

ຄຳ​ພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ໄດ້​ອະທິດຖານ​ໃນ​ຫຼາຍ​ໂອກາດ​ແລະ​ອະທິດຖານ​ດ້ວຍ​ທ່າ​ທາງ​ຕ່າງໆ. ເຂົາເຈົ້າ​ອະທິດຖານ​ໃນ​ໃຈ​ຫຼື​ອອກ​ສຽງ​ແລ້ວ​ແຕ່​ສະພາບການ. ເຂົາເຈົ້າ​ອະທິດຖານ​ໂດຍ​ເງີຍ​ໜ້າ​ເບິ່ງ​ຟ້າ​ຫຼື​ກົ້ມ​ຫົວ​ລົງ. ແທນ​ທີ່​ຈະ​ອະທິດຖານ​ໂດຍ​ໃຊ້​ຮູບ​ບູຊາ ລູກ​ປະ​ຄຳ ຫຼື​ປຶ້ມ​ບົດ​ສວດ ເຂົາເຈົ້າ​ພຽງ​ແຕ່​ອະທິດຖານ​ຈາກ​ຫົວໃຈ​ເປັນ​ຄຳເວົ້າ​ຂອງ​ໂຕ​ເອງ. ອັນ​ໃດ​ເຮັດ​ໃຫ້​ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ?

ຕາມ​ທີ່​ບອກ​ໄປ​ໃນ​ບົດ​ຄວາມ​ກ່ອນ​ໜ້າ​ນີ້ ເຂົາເຈົ້າ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ພະເຈົ້າ​ອົງ​ດຽວ​ເທົ່າ​ນັ້ນ. ແຕ່​ມີ​ອີ​ກ​ປັດໄຈ​ໜຶ່ງ​ທີ່​ສຳຄັນ​ຄື​ກັນ. ເຮົາ​ອ່ານ​ໃນ 1 ໂຢຮັນ 5:14 ວ່າ: “ພວກ​ເຮົາ​ໝັ້ນ​ໃຈ​ໃນ​ພະເຈົ້າ​ວ່າ ຖ້າ​ພວກ​ເຮົາ​ຂໍ​ສິ່ງ​ໃດ​ກໍ​ຕາມ​ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະອົງ ພະອົງ​ຈະ​ຟັງ​ພວກ​ເຮົາ.” ຄຳ​ອະທິດຖານ​ຂອງ​ເຮົາ​ຕ້ອງ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ. ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ?

ເພື່ອ​ຈະ​ອະທິດຖານ​ແບບ​ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ ເຮົາ​ຈຳເປັນ​ຕ້ອງ​ຮູ້​ວ່າ​ເພິ່ນ​ມີ​ຄວາມ​ຕ້ອງການ​ແນວ​ໃດ. ດັ່ງນັ້ນ ການ​ສຶກສາ​ຄຳ​ພີ​ໄບເບິນ​ຈຶ່ງ​ຈຳເປັນ​ແທ້ໆ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ມີ​ຄວາມ​ຮູ້​ເຖິງ​ຂັ້ນ​ເປັນ​ຜູ້​ຊ່ຽວຊານ​ດ້ານ​ຄຳ​ພີ​ໄບເບິນ ພະເຈົ້າ​ຈຶ່ງ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ​ບໍ? ບໍ່ ແຕ່​ພະເຈົ້າ​ຄາດ​ໝາຍ​ໃຫ້​ເຮົາ​ຮຽນ​ຮູ້​ວ່າ​ເພິ່ນ​ຕ້ອງການ​ຫຍັງ ລວມ​ທັງ​ພະຍາຍາມ​ເຂົ້າ​ໃຈ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ຕ້ອງການ. (ມັດທາຍ 7:21-23) ສິ່ງ​ທີ່​ເຮົາ​ອະທິດຖານ​ຈະ​ຕ້ອງ​ສອດຄ່ອງ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຮູ້.

ພະເຈົ້າ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ​ຖ້າ​ຄຳ​ອະທິດຖານ​ນັ້ນ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ເພິ່ນ ອະທິດຖານ​ດ້ວຍ​ຄວາມ​ເຊື່ອ ແລະ​ອະທິດຖານ​ໃນ​ນາມ​ຂອງ​ພະ​ເຢຊູ

ຕອນ​ທີ່​ເຮົາ​ຮຽນ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຄວາມ​ຕ້ອງການ​ຂອງ​ເພິ່ນ ເຮົາ​ຈະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ ແລະ​ຄວາມ​ເຊື່ອ​ນີ້​ເປັນ​ສິ່ງ​ສຳຄັນ​ອີ​ກ​ຢ່າງ​ໜຶ່ງ​ທີ່​ເຮັດ​ໃຫ້​ເພິ່ນ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ. ພະ​ເຢຊູ​ເວົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ມີ​ຄວາມ​ເຊື່ອ ພວກ​ເຈົ້າ​ອະທິດຖານ​ຂໍ​ຫຍັງ​ກໍ​ຈະ​ໄດ້.” (ມັດທາຍ 21:22) ຄວາມ​ເຊື່ອ​ບໍ່​ແມ່ນ​ຄວາມ​ງົມງວາຍ. ແຕ່​ຄວາມ​ເຊື່ອ​ໝາຍ​ເຖິງ​ຄວາມໝັ້ນໃຈ​ໃນ​ສິ່ງ​ໜຶ່ງ ເຖິງ​ວ່າ​ເປັນ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ ແຕ່​ກໍ​ມີ​ຫຼັກ​ຖານ​ສະໜັບສະໜູນ​ທີ່​ໜັກແໜ້ນ. (ເຮັບເຣີ 11:1) ຄຳ​ພີ​ໄບເບິນ​ມີ​ຫຼັກ​ຖານ​ຈະ​ແຈ້ງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຜູ້​ທີ່​ເຮົາ​ເບິ່ງ​ບໍ່​ເຫັນ​ນັ້ນ​ມີ​ຢູ່​ແທ້ ເປັນ​ຜູ້​ທີ່​ເຮົາ​ໄວ້​ໃຈ​ໄດ້ ແລະ​ເຕັມ​ໃຈ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ຄົນ​ທີ່​ເຊື່ອ​ໃນ​ເພິ່ນ. ນອກ​ຈາກ​ນັ້ນ ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ເຮົາ​ສາມາດ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ໄດ້ ເພິ່ນ​ເຕັມ​ໃຈ​ແລະ​ຍິນດີ​ທີ່​ຈະ​ໃຫ້​ທຸກ​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຮັບ.—ລູກາ 17:5; ຢາໂກໂບ 1:17

ຍັງ​ມີ​ອີ​ກ​ແງ່​ມຸມ​ໜຶ່ງ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ອະທິດຖານ. ພະ​ເຢຊູ​ເວົ້າ​ວ່າ: “ບໍ່​ມີ​ຜູ້​ໃດ​ທີ່​ຈະ​ມາ​ເຖິງ​ພະເຈົ້າ​ຜູ້​ເປັນ​ພໍ່​ໄດ້​ນອກ​ຈາກ​ມາ​ທາງ​ຂ້ອຍ.” (ໂຢຮັນ 14:6) ດັ່ງນັ້ນ ພະ​ເຢຊູ​ເປັນ​ຜູ້​ດຽວ​ທີ່​ສາມາດ​ພາ​ພວກ​ເຮົາ​ເຂົ້າ​ຫາ​ພະ​ເຢໂຫວາ​ພໍ່​ຂອງ​ພວກ​ເຮົາ​ໄດ້. ສະນັ້ນ ພະ​ເຢຊູ​ຈຶ່ງ​ບອກ​ໃຫ້​ລູກສິດ​ອະທິດຖານ​ໃນ​ນາມ​ຂອງ​ເພິ່ນ. (ໂຢຮັນ 14:13; 15:16) ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຄວນ​ອະທິດຖານ​ເຖິງ​ພະ​ເຢຊູ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເຮົາ​ອະທິດຖານ​ໃນ​ນາມ​ຂອງ​ພະ​ເຢຊູ ໂດຍ​ລະນຶກ​ວ່າ​ພະ​ເຢຊູ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ສາມາດ​ເຂົ້າ​ຫາ​ພໍ່​ທີ່​ບໍລິສຸດ​ແລະ​ສົມບູນ​ແບບ​ໄດ້.

ມີ​ເທື່ອ​ໜຶ່ງ ພວກ​ລູກສິດ​ທີ່​ໃກ້​ຊິດ​ທີ່​ສຸດ​ຂອງ​ພະ​ເຢຊູ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ: “ອາຈານ ສອນ​ພວກ​ເຮົາ​ໃຫ້​ຮູ້​ວິທີ​ອະທິດຖານ . . . ໄດ້​ບໍ?” (ລູກາ 11:1) ເບິ່ງ​ຄື​ວ່າ​ເຂົາເຈົ້າ​ບໍ່​ໄດ້​ຂໍ​ພະ​ເຢຊູ​ສອນ​ກ່ຽວ​ກັບ​ວິທີ​ອະທິດຖານ​ຄື​ທີ່​ເຮົາ​ຫາ​ກໍ​ພິຈາລະນາ​ໄປ. ແຕ່​ເຂົາເຈົ້າ​ຢາກ​ຮູ້​ກ່ຽວ​ກັບ​ເລື່ອງ​ທີ່​ຈະ​ເວົ້າ​ໃນ​ຄຳ​ອະທິດຖານ ຄື​ກັບ​ຊິ​ຖາມ​ວ່າ ‘ພວກ​ເຮົາ​ຄວນ​ອະທິດຖານ​ເລື່ອງ​ຫຍັງ?’