ອະທິດຖານ—ເລື່ອງຫຍັງ?
ເວົ້າກັນວ່າ ຄຳອະທິດຖານແບບຢ່າງຂອງພະເຢຊູຫຼືທີ່ບາງຄົນເອີ້ນວ່າຄຳອະທິດຖານຂອງອົງພະຜູ້ເປັນເຈົ້າຫຼືບົດສວດຂ້າແຕ່ພະບິດາເປັນຄຳອະທິດຖານທີ່ຄລິດສະຕຽນທ່ອງຈຳຫຼາຍທີ່ສຸດ. ບໍ່ວ່າຈະແທ້ຫຼືບໍ່ ແຕ່ທີ່ແນ່ນອນກໍຄື ຫຼາຍຄົນເຂົ້າໃຈຜິດກ່ຽວກັບຄຳອະທິດຖານນີ້. ຫຼາຍລ້ານຄົນທ່ອງຄຳອະທິດຖານນີ້ທຸກມື້ ບາງເທື່ອມື້ລະຫຼາຍເທື່ອດ້ວຍຊ້ຳ. ແຕ່ທີ່ຈິງພະເຢຊູບໍ່ຢາກໃຫ້ເຮົາທ່ອງຈຳຄຳອະທິດຖານນັ້ນ. ເຮົາຮູ້ໄດ້ແນວໃດ?
ກ່ອນທີ່ຈະເວົ້າເຖິງຄຳອະທິດຖານນັ້ນ ພະເຢຊູຫາກໍເວົ້າວ່າ: “ຕອນທີ່ເຈົ້າອະທິດຖານ ຢ່າເວົ້າຊ້ຳຄຳເກົ່າ.” (ມັດທາຍ 6:7) ພະເຢຊູຈະເຮັດສິ່ງທີ່ຂັດກັບຄຳເວົ້າຂອງເພິ່ນເອງໂດຍສອນລູກສິດໃຫ້ທ່ອງຈຳຫຼືເວົ້າຊ້ຳຄຳອະທິດຖານບົດໜຶ່ງບໍ? ບໍ່! ທີ່ຈິງ ພະເຢຊູພຽງແຕ່ບອກໃຫ້ເຮົາຮູ້ວ່າຄວນອະທິດຖານເລື່ອງຫຍັງແລະສອນໃຫ້ເຮົາຈັດລຳດັບຄວາມສຳຄັນເລື່ອງທີ່ຈະເວົ້າໃນຄຳອະທິດຖານ. ໃຫ້ເຮົາມາເບິ່ງສິ່ງທີ່ພະເຢຊູເວົ້າໃນຄຳອະທິດຖານຢ່າງລະອຽດ. ຄຳອະທິດຖານນີ້ມີບັນທຶກໄວ້ໃນມັດທາຍ 6:9-13.
“ພະເຈົ້າ ພໍ່ຂອງພວກເຮົາທີ່ຢູ່ໃນສະຫວັນ ຂໍໃຫ້ຊື່ຂອງພະອົງເປັນທີ່ເຄົາລົບນັບຖືຢູ່ສະເໝີ.”
ພະເຢຊູເວົ້າແບບນີ້ເພື່ອໃຫ້ລູກສິດຈື່ວ່າເມື່ອອະທິດຖານຄວນອະທິດຖານເຖິງພະເຢໂຫວາພໍ່ຂອງເພິ່ນເທົ່ານັ້ນ. ແຕ່ເຈົ້າຮູ້ບໍວ່າເປັນຫຍັງຊື່ຂອງພະເຈົ້າຈຶ່ງສຳຄັນຫຼາຍແລະເປັນຫຍັງຕ້ອງເຮັດໃຫ້ຊື່ນີ້ເປັນທີ່ເຄົາລົບນັບຖືຢູ່ສະເໝີ?
ຕັ້ງແຕ່ຕອນເລີ່ມຕົ້ນປະຫວັດສາດມະນຸດ ຊື່ທີ່ບໍລິສຸດຂອງພະເຈົ້າຖືກເຮັດໃຫ້ມົວໝອງໂດຍຄຳຕົວະ. ຊາຕານ ສັດຕູຂອງພະເຢໂຫວາກ່າວຫາເພິ່ນວ່າເປັນຜູ້ປົກຄອງທີ່ຂີ້ຕົວະ ເຫັນແກ່ໂຕ ແລະບໍ່ມີສິດຢ່າງແທ້ຈິງທີ່ຈະປົກຄອງສິ່ງທີ່ເພິ່ນສ້າງ. (ຕົ້ນເດີມ 3:1-6) ຫຼາຍຄົນເຂົ້າຂ້າງຊາຕານໂດຍສອນວ່າພະເຈົ້າເຢັນຊາ ໂຫດຫ້ຽມ ແລະອາຄາດພະຍາບາດ ທັງຍັງບໍ່ຍອມຮັບວ່າເພິ່ນເປັນພະຜູ້ສ້າງເລີຍດ້ວຍຊ້ຳ. ບາງຄົນເຖິງຂັ້ນລົບຫຼູ່ຊື່ຂອງເພິ່ນໂດຍລຶບຊື່ເຢໂຫວາອອກຈາກຄຳພີໄບເບິນຫຼາຍສະບັບແລະຫ້າມບໍ່ໃຫ້ໃຊ້ຊື່ນີ້.
ຄຳພີໄບເບິນບອກໃຫ້ຮູ້ວ່າພະເຈົ້າຈະແກ້ໄຂການກະທຳທີ່ບໍ່ຍຸຕິທຳເຫຼົ່ານີ້ທັງໝົດ. (ເອເຊກຽນ 39:7) ການທີ່ເພິ່ນເຮັດແບບນັ້ນຈະເປັນຜົນດີກັບເຈົ້ານຳ ເພາະບັນຫາທັງໝົດຂອງເຈົ້າຈະໄດ້ຮັບການແກ້ໄຂແລະເພິ່ນຈະເບິ່ງແຍງເຈົ້າທຸກເລື່ອງ. ພະເຈົ້າຈະເຮັດໂດຍວິທີໃດ? ຄຳເວົ້າຕໍ່ໄປຂອງພະເຢຊູໃນຄຳອະທິດຖານຈະໃຫ້ຄຳຕອບ.
“ຂໍໃຫ້ການປົກຄອງຂອງພະອົງມາທີ່ໂລກນີ້.”
ໃນທຸກມື້ນີ້ ສິ່ງທີ່ພວກຜູ້ສອນສາສະໜາສອນເລື່ອງການປົກຄອງຂອງພະເຈົ້າເຮັດໃຫ້ຫຼາຍຄົນສັບສົນ. ແຕ່ລູກສິດຂອງພະເຢຊູຮູ້ວ່າຜູ້ພະຍາກອນຂອງພະເຈົ້າໄດ້ບອກໄວ້ລ່ວງໜ້າດົນມາແລ້ວວ່າ ເມຊີອາຜູ້ຊ່ວຍໃຫ້ລອດທີ່ພະເຈົ້າໄດ້ເລືອກໄວ້ຈະປົກຄອງໃນການປົກຄອງຂອງພະເຈົ້າເຊິ່ງຈະເຮັດໃຫ້ເກີດການປ່ຽນແປງເທິງໂລກ. (ເອຊາອີ 9:6, 7; ດານຽນ 2:44) ການປົກຄອງນີ້ຈະເຮັດໃຫ້ຊື່ຂອງພະເຈົ້າເປັນທີ່ເຄົາລົບນັບຖືຢູ່ສະເໝີໂດຍເປີດໂປງຄຳຕົວະຂອງຊາຕານ ແລ້ວຫຼັງຈາກນັ້ນກໍຈະທຳລາຍຊາຕານແລະທຸກສິ່ງທີ່ມັນໄດ້ເຮັດໄວ້. ການປົກຄອງຂອງພະເຈົ້າຈະເຮັດໃຫ້ສົງຄາມ ຄວາມເຈັບປ່ວຍ ຄວາມອຶດຢາກ ແລະແມ່ນແຕ່ຄວາມຕາຍໝົດໄປ. (ຄຳເພງ 46:9; 72:12-16; ເອຊາອີ 25:8; 33:24) ການທີ່ເຈົ້າອະທິດຖານຂໍໃຫ້ການປົກຄອງຂອງພະເຈົ້າມາກໍສ່ຳກັບວ່າເຈົ້າກຳລັງອະທິດຖານຂໍໃຫ້ຄຳສັນຍາເຫຼົ່ານີ້ທັງໝົດເກີດຂຶ້ນແທ້.
“ຂໍໃຫ້ທຸກຢ່າງໃນໂລກແລະໃນສະຫວັນເປັນໄປຕາມທີ່ພະອົງຕ້ອງການໃຫ້ເປັນ.”
ຄຳເວົ້າຂອງພະເຢຊູບອກໃຫ້ຮູ້ວ່າຄວາມຕ້ອງການຂອງພະເຈົ້າຈະຕ້ອງສຳເລັດເທິງໂລກຢ່າງແນ່ນອນຄືກັບທີ່ໄດ້ສຳເລັດໃນສະຫວັນເຊິ່ງເປັນບ່ອນຢູ່ຂອງພະເຈົ້າ. ຄວາມຕ້ອງການຂອງພະເຈົ້າໄດ້ສຳເລັດແລ້ວໃນສະຫວັນແບບທີ່ບໍ່ມີໃຜຂັດຂວາງໄດ້ ຢູ່ຫັ້ນລູກຂອງເພິ່ນໄດ້ເຮັດສົງຄາມກັບຊາຕານແລະພວກຂອງມັນແລ້ວຖິ້ມພວກມັນລົງມາໃນໂລກ. (ພະນິມິດ 12:9-12) ຄືກັບຄຳຂໍ 2 ຢ່າງກ່ອນໜ້ານັ້ນ ຄຳຂໍຢ່າງທີ 3 ໃນຄຳອະທິດຖານແບບຢ່າງຂອງພະເຢຊູ ຊ່ວຍເຮົາໃຫ້ຄິດເຖິງຄວາມຕ້ອງການຂອງພະເຈົ້າເປັນອັນດັບທຳອິດສະເໝີ ບໍ່ແມ່ນຄວາມຕ້ອງການຂອງໂຕເຮົາເອງ. ແລະຄວາມຕ້ອງການຂອງພະເຈົ້າຈະເຮັດໃຫ້ເກີດຜົນດີທີ່ສຸດຕໍ່ສິ່ງທີ່ເພິ່ນສ້າງທັງໝົດ. ດັ່ງນັ້ນ ແມ່ນແຕ່ພະເຢຊູທີ່ເປັນມະນຸດສົມບູນແບບກໍຍັງເວົ້າກັບພໍ່ຂອງເພິ່ນວ່າ: “ຢ່າໃຫ້ເປັນຕາມໃຈຂອງລູກ ຂໍໃຫ້ເປັນໄປຕາມທີ່ພໍ່ຕ້ອງການ.”—ລູກາ 22:42
“ຂໍໃຫ້ພວກເຮົາມີອາຫານກິນໃນມື້ນີ້.”
ຄຳຂໍນີ້ຂອງພະເຢຊູສະແດງໃຫ້ເຫັນວ່າເຮົາສາມາດຂໍສຳລັບໂຕເອງໄດ້ນຳ. ບໍ່ຜິດທີ່ເຮົາຈະຂໍພະເຈົ້າເບິ່ງແຍງເຮົາໃຫ້ມີສິ່ງຈຳເປັນໃນແຕ່ລະມື້. ທີ່ຈິງ ການຂໍແບບນີ້ຈະຊ່ວຍເຮົາໃຫ້ຄິດຢູ່ສະເໝີວ່າພະເຢໂຫວາ “ເປັນຜູ້ທີ່ໃຫ້ຊີວິດ ລົມຫາຍໃຈ ແລະທຸກສິ່ງທຸກຢ່າງແກ່ມະນຸດທຸກຄົນ.” (ກິດຈະການ 17:25) ຄຳພີໄບເບິນບອກໃຫ້ຮູ້ວ່າເພິ່ນເປັນພໍ່ທີ່ມີຄວາມຮັກເຊິ່ງຍິນດີທີ່ຈະໃຫ້ທຸກສິ່ງທີ່ຈຳເປັນກັບລູກຂອງເພິ່ນ. ຄືກັບພໍ່ທີ່ດີ ເພິ່ນຈະບໍ່ເຮັດຕາມຄຳຂໍທີ່ອາດເປັນຜົນເສຍຕໍ່ໂຕລູກ.
“ຂໍພະອົງຍົກໂທດໃຫ້ພວກເຮົາ.”
ເຈົ້າຈຳເປັນຕ້ອງໄດ້ຮັບການອະໄພບາບຈາກພະເຈົ້າບໍ? ຫຼາຍຄົນໃນທຸກມື້ນີ້ບໍ່ມີຄວາມສຳນຶກໃນເລື່ອງບາບຫຼືຄວາມຮ້າຍແຮງຂອງບາບອີກຕໍ່ໄປ. ແຕ່ຄຳພີໄບເບິນສອນວ່າບາບເປັນຕົ້ນເຫດຂອງສິ່ງທີ່ຊົ່ວຮ້າຍທີ່ສຸດທີ່ເກີດຂຶ້ນກັບເຮົາ ຍ້ອນບາບເປັນໂຕການສຳຄັນທີ່ເຮັດໃຫ້ມະນຸດຕາຍ. ເນື່ອງຈາກເຮົາເກີດມາເປັນຄົນບາບ ເຮົາຈຶ່ງເຮັດຜິດເລື້ອຍໆ ແລະວິທີດຽວທີ່ຈະເຮັດໃຫ້ເຮົາຢູ່ຕະຫຼອດໄປໄດ້ຄືເຮົາຕ້ອງໄດ້ຮັບການອະໄພຈາກພະເຈົ້າ. (ໂຣມ 3:23; 5:12; 6:23) ເຮົາສະບາຍໃຈທີ່ຮູ້ວ່າຄຳພີໄບເບິນບອກແບບນີ້: “ພະເຢໂຫວາ ພະອົງດີແທ້ໆແລະພ້ອມຈະໃຫ້ອະໄພ.”—ຄຳເພງ 86:5, ລ.ມ.
“ຂໍຊ່ວຍພວກເຮົາໃຫ້ພົ້ນຈາກຕົວຊົ່ວຮ້າຍ.”
ເຈົ້າຮູ້ບໍວ່າເປັນເລື່ອງດ່ວນແລະຈຳເປັນຫຼາຍສ່ຳໃດ ທີ່ເຈົ້າຈະຕ້ອງໄດ້ຮັບການປົກປ້ອງຈາກພະເຈົ້າ? ຫຼາຍຄົນບໍ່ເຊື່ອວ່າ ຊາຕານ “ຕົວຊົ່ວຮ້າຍ” ມີຢູ່ແທ້. ແຕ່ພະເຢຊູສອນວ່າຊາຕານມີຕົວຕົນຢູ່ແທ້ແລະເຖິງຂັ້ນເອີ້ນມັນວ່າ “ຜູ້ປົກຄອງໂລກ.” (ໂຢຮັນ 12:31; 16:11) ຊາຕານໄດ້ທຳລາຍໂລກທີ່ມັນຄອບຄອງຢູ່ນີ້ ແລະມັນກໍຫາທາງທີ່ຈະທຳລາຍເຈົ້າ ແລະຂັດຂວາງບໍ່ໃຫ້ເຈົ້າມີສາຍສຳພັນທີ່ໃກ້ຊິດກັບພະເຢໂຫວາພໍ່ຂອງເຈົ້າທີ່ຢູ່ໃນສະຫວັນ. (1 ເປໂຕ 5:8) ແຕ່ພະເຢໂຫວາມີພະລັງອຳນາດຫຼາຍກວ່າຊາຕານຫຼາຍແລະຍິນດີທີ່ຈະປົກປ້ອງຜູ້ທີ່ຮັກເພິ່ນ.
ຄຳອະທິດຖານແບບຢ່າງຂອງພະເຢຊູທີ່ເຮົາໄດ້ເບິ່ງນຳກັນໃນບົດຄວາມນີ້ບໍ່ໄດ້ກວມເອົາທຸກເລື່ອງທີ່ອາດເວົ້າໄດ້ໃນຄຳອະທິດຖານ. ຂໍໃຫ້ຈື່ໄວ້ວ່າ 1 ໂຢຮັນ 5:14 ບອກເຮົາກ່ຽວກັບພະເຈົ້າວ່າ: “ຖ້າພວກເຮົາຂໍສິ່ງໃດກໍຕາມທີ່ສອດຄ່ອງກັບຄວາມຕ້ອງການຂອງພະອົງ ພະອົງຈະຟັງພວກເຮົາ.” ດັ່ງນັ້ນ ບໍ່ວ່າເຈົ້າຈະມີບັນຫາຫຍັງ ຂໍເຈົ້າຢ່າຄິດວ່າບັນຫາຂອງເຈົ້າເປັນເລື່ອງເລັກນ້ອຍເກີນກວ່າຈະບອກເລື່ອງນັ້ນກັບພະເຈົ້າ.—1 ເປໂຕ 5:7
ແລ້ວຈະວ່າແນວໃດໃນເລື່ອງເວລາແລະສະຖານທີ່ສຳລັບອະທິດຖານ? ສິ່ງເຫຼົ່ານີ້ເປັນເລື່ອງສຳຄັນບໍ?