ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ອະທິດຖານ—ພະເຈົ້າ​ຈະ​ຟັງ​ແລະ​ຕອບ​ບໍ?

ອະທິດຖານ—ພະເຈົ້າ​ຈະ​ຟັງ​ແລະ​ຕອບ​ບໍ?

ຄຳຖາມ​ນີ້​ກະຕຸ້ນ​ຄວາມ​ສົນ​ໃຈ​ແລະ​ຄວາມ​ຢາກ​ຮູ້​ຢາກ​ເຫັນ. ຄຳ​ພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ຂອງ​ຜູ້​ຄົນ​ໃນ​ທຸກ​ມື້​ນີ້​ແທ້ໆ. ແຕ່​ເພິ່ນ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ​ຫຼື​ບໍ່​ນັ້ນ ສ່ວນ​ຫຼາຍ​ແລ້ວ​ກໍ​ຂຶ້ນ​ຢູ່​ກັບ​ໂຕ​ເຮົາ​ເອງ.

ພະ​ເຢຊູ​ໄດ້​ຕຳໜິ​ຜູ້​ນຳ​ສາສະໜາ​ໃນ​ສະໄໝ​ຂອງ​ເພິ່ນ​ທີ່​ອະທິດຖານ​ແບບ​ໜ້າ​ຊື່​ໃຈ​ຄົດ ຍ້ອນ​ເຂົາເຈົ້າ​ອະທິດຖານ​ພຽງ​ເພື່ອ​ຈະ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເຂົາເຈົ້າ​ເຄັ່ງ​ສາສະໜາ. ເພິ່ນ​ເວົ້າ​ວ່າ​ຄົນ​ເຫຼົ່າ​ນັ້ນ​ຈະ​ໄດ້ “ລາງວັນ​ສ່ຳ​ນັ້ນ​ແຫຼະ” ເຊິ່ງ​ໝາຍ​ຄວາມ​ວ່າ​ຄົນ​ເຫຼົ່າ​ນັ້ນ​ຈະ​ໄດ້​ແຕ່​ສິ່ງ​ທີ່​ເຂົາເຈົ້າ​ຢາກ​ໄດ້​ຫຼາຍ​ທີ່​ສຸດ​ນັ້ນ​ຄື​ການ​ຍ້ອງ​ຍໍ​ຈາກ​ມະນຸດ ແຕ່​ເຂົາເຈົ້າ​ຈະ​ບໍ່​ໄດ້​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ນັ້ນ​ກໍ​ຄື​ການ​ທີ່​ພະເຈົ້າ​ຮັບ​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ. (ມັດທາຍ 6:5) ທຸກ​ມື້​ນີ້​ກໍ​ຄື​ກັນ ຫຼາຍ​ຄົນ​ອະທິດຖານ​ຕາມ​ວິທີ​ຂອງ​ໂຕ​ເອງ​ບໍ່​ແມ່ນ​ຕາມ​ວິທີ​ຂອງ​ພະເຈົ້າ. ເນື່ອງ​ຈາກ​ເຂົາເຈົ້າ​ບໍ່​ສົນ​ໃຈ​ຫຼັກ​ການ​ຂອງ​ຄຳ​ພີ​ໄບເບິນ​ກ່ຽວ​ກັບ​ການ​ອະທິດຖານ​ຄື​ກັບ​ທີ່​ເຮົາ​ໄດ້​ພິຈາລະນາ​ໄປ​ແລ້ວ ພະເຈົ້າ​ຈຶ່ງ​ບໍ່​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ.

ແລ້ວ​ເຈົ້າ​ເດ? ພະເຈົ້າ​ຈະ​ຟັງ​ແລະ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ບໍ? ຄຳ​ຕອບ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ວ່າ​ເຈົ້າ​ມີ​ສີ​ຜິວ​ຫຼື​ເຊື້ອ​ຊາດ​ໃດ​ແລະ​ມີ​ຖານະ​ທາງ​ສັງຄົມ​ແນວ​ໃດ. ຄຳ​ພີ​ໄບເບິນ​ຮັບຮອງ​ກັບ​ເຮົາ​ວ່າ: “ພະເຈົ້າ​ບໍ່​ລຳອຽງ ພະອົງ​ຍອມ​ຮັບ​ທຸກ​ຄົນ​ທີ່​ຢຳເກງ​ພະອົງ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ບໍ່​ວ່າ​ລາວ​ຈະ​ເປັນ​ຄົນ​ຊາດ​ໃດ​ກໍ​ຕາມ.” (ກິດຈະການ 10:34, 35) ເຈົ້າ​ເປັນ​ຄົນ​ທີ່​ຢຳເກງ​ພະເຈົ້າ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ບໍ? ຖ້າ​ເຈົ້າ​ຢຳເກງ​ພະເຈົ້າ ເຈົ້າ​ຈະ​ເຄົາລົບ​ຍ້ອງ​ຍໍ​ເພິ່ນ​ຢ່າງ​ສູງ​ສຸດ​ແລະ​ບໍ່​ຢາກ​ເຮັດ​ໃຫ້​ເພິ່ນ​ບໍ່​ພໍ​ໃຈ. ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ເຈົ້າ​ຕ້ອງ​ພະຍາຍາມ​ເຮັດ​ສິ່ງ​ທີ່​ພະເຈົ້າ​ບອກ​ວ່າ​ຖືກຕ້ອງ​ແທນ​ທີ່​ຈະ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ໂຕ​ເອງ​ຫຼື​ຂອງ​ຄົນ​ອື່ນ. ເຈົ້າ​ຢາກ​ໃຫ້​ພະເຈົ້າ​ຟັງ​ຄຳ​ອະທິດຖານ​ຂອງ​ເຈົ້າ​ແທ້ໆບໍ? ຄຳ​ພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ເຈົ້າ​ຕ້ອງ​ເຮັດ​ແນວ​ໃດ. *

ແມ່ນ​ຢູ່ ຫຼາຍ​ຄົນ​ຢາກ​ໃຫ້​ພະເຈົ້າ​ຕອບ​ຄຳ​ອະທິດຖານ​ໂດຍ​ວິທີ​ອັດສະຈັນ. ແຕ່​ໃນ​ສະໄໝ​ຄຳ​ພີ​ໄບເບິນ​ກໍ​ມີ​ບໍ່​ເທົ່າ​ໃດ​ເທື່ອ​ທີ່​ພະເຈົ້າ​ຈະ​ຕອບ​ຄຳ​ອະທິດຖານ​ໂດຍ​ການ​ອັດສະຈັນ. ການ​ອັດສະຈັນ​ແບບ​ນັ້ນ​ບໍ່​ໄດ້​ເກີດຂຶ້ນ​ຕະຫຼອດ ບາງເທື່ອ​ອາດ​ເວັ້ນ​ໄລຍະ​ຫ່າງ​ກັນ​ເປັນ​ຮ້ອຍໆປີ. ນອກ​ຈາກ​ນັ້ນ ຄຳ​ພີ​ໄບເບິນ​ບອກ​ວ່າ​ຫຼັງ​ຈາກ​ພວກ​ອັກຄະສາວົກ​ຕາຍ​ໝົດ​ແລ້ວ ການ​ອັດສະຈັນ​ຕ່າງໆກໍ​ໝົດ​ໄປ. (1 ໂກຣິນໂທ 13:8-10) ນີ້​ໝາຍ​ຄວາມ​ວ່າ​ໃນ​ທຸກ​ມື້​ນີ້​ພະເຈົ້າ​ບໍ່​ຕອບ​ຄຳ​ອະທິດຖານ​ເລີຍ​ບໍ? ບໍ່​ແມ່ນ​ແນວ​ນັ້ນ! ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຄຳ​ອະທິດຖານ​ທີ່​ໄດ້​ຮັບ​ຄຳ​ຕອບ​ຈາກ​ພະເຈົ້າ.

ພະເຈົ້າ​ໃຫ້​ສະຕິປັນຍາ. ພະ​ເຢໂຫວາ​ເປັນ​ບໍ່​ເກີດ​ຂອງ​ສະຕິປັນຍາ​ແທ້​ທັງ​ໝົດ. ເພິ່ນ​ໃຈ​ກວ້າງ​ແລະ​ເຕັມ​ໃຈ​ທີ່​ຈະ​ໃຫ້​ສະຕິປັນຍາ​ກັບ​ຄົນ​ທີ່​ຢາກ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ເພິ່ນ​ແລະ​ພະຍາຍາມ​ໃຊ້​ຊີວິດ​ຕາມ​ສະຕິປັນຍາ​ນັ້ນ.—ຢາໂກໂບ 1:15

ພະເຈົ້າ​ໃຫ້​ພະລັງ​ບໍລິສຸດ​ຂອງ​ເພິ່ນ​ແລະ​ຜົນ​ດີ​ທີ່​ເກີດ​ຈາກ​ພະລັງ​ນັ້ນ. ພະລັງ​ບໍລິສຸດ​ແມ່ນ​ພະລັງ​ທີ່​ພະເຈົ້າ​ໃຊ້​ເຮັດ​ສິ່ງ​ຕ່າງໆ. ບໍ່​ມີ​ພະລັງ​ໃດ​ທີ່​ຍິ່ງໃຫຍ່​ກວ່າ​ພະລັງ​ນີ້. ພະລັງ​ຂອງ​ພະເຈົ້າ​ສາມາດ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ການ​ທົດ​ສອບ. ພະລັງ​ນີ້​ສາມາດ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສະຫງົບ​ໃຈ​ເມື່ອ​ມີ​ບັນຫາ. ພະລັງ​ຂອງ​ພະເຈົ້າ​ສາມາດ​ຊ່ວຍ​ເຮົາ​ໃຫ້​ປູກ​ຝັງ​ຄຸນ​ລັກສະນະ​ທີ່​ດີ​ເລີດ​ແລະ​ໜ້າ​ຮັກ​ອື່ນໆນຳ. (ຄາລາເຕຍ 5:22, 23) ພະ​ເຢຊູ​ຮັບຮອງ​ກັບ​ຜູ້​ທີ່​ຕິດ​ຕາມ​ເພິ່ນ​ວ່າ​ພະເຈົ້າ​ຈະ​ໃຫ້​ພະລັງ​ບໍລິສຸດ​ຢ່າງ​ໃຈ​ກວ້າງ.—ລູກາ 11:13

ພະເຈົ້າ​ຊ່ວຍ​ຄົນ​ທີ່​ຊອກ​ຫາ​ເພິ່ນ​ຢ່າງ​ຈິງ​ໃຈ​ໃຫ້​ຮູ້​ຄວາມ​ຈິງ. (ກິດຈະການ 17:26, 27) ມີ​ຄົນ​ທີ່​ພະຍາຍາມ​ຊອກ​ຫາ​ຄວາມ​ຈິງ​ຢູ່​ທົ່ວ​ໂລກ. ເຂົາເຈົ້າ​ຢາກ​ຮູ້​ເລື່ອງ​ຕ່າງໆກ່ຽວ​ກັບ​ພະເຈົ້າ ເຊັ່ນ ເພິ່ນ​ມີ​ຊື່​ວ່າ​ແນວ​ໃດ ເພິ່ນ​ມີ​ຄວາມ​ຕ້ອງການ​ແນວ​ໃດ​ສຳລັບ​ແຜ່ນດິນ​ໂລກ​ແລະ​ມະນຸດ ເຂົາເຈົ້າ​ຈະ​ໃກ້​ຊິດ​ເພິ່ນ​ໄດ້​ແນວ​ໃດ. (ຢາໂກໂບ 4:8) ຫຼາຍ​ເທື່ອ ພະຍານ​ພະ​ເຢໂຫວາ​ໄດ້​ພົບ​ຄົນ​ແບບ​ນັ້ນ​ແລະ​ຍິນດີ​ບອກ​ໃຫ້​ເຂົາເຈົ້າ​ຮູ້​ຄຳ​ຕອບ​ຈາກ​ຄຳ​ພີ​ໄບເບິນ​ສຳລັບ​ຄຳຖາມ​ເຫຼົ່າ​ນັ້ນ.

ເຈົ້າ​ຮັບ​ວາລະສານ​ນີ້​ຍ້ອນ​ຢາກ​ຮູ້​ກ່ຽວ​ກັບ​ພະເຈົ້າ​ບໍ? ເຈົ້າ​ກຳລັງ​ຊອກ​ຫາ​ພະເຈົ້າ​ຢູ່​ບໍ? ບາງເທື່ອ​ນີ້​ອາດ​ເປັນ​ຄຳ​ຕອບ​ຈາກ​ພະເຈົ້າ​ສຳລັບ​ຄຳ​ອະທິດຖານ​ຂອງ​ເຈົ້າ​ກໍ​ໄດ້.

^ ຂໍ້ 5 ສຳລັບ​ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ວິທີ​ອະທິດຖານ​ແບບ​ທີ່​ພະເຈົ້າ​ຈະ​ຟັງ ເບິ່ງ​ປຶ້ມ​ຮຽນ​ຄຳ​ພີ​ໄບເບິນ​ແລ້ວ​ໄດ້​ຫຍັງ? ບົດ​ທີ 17 ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.