ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

1. ແຜ່ນດິນ​ໄຫວ

1. ແຜ່ນດິນ​ໄຫວ

1. ແຜ່ນດິນ​ໄຫວ

“ຈະ​ເກີດ​ແຜ່ນດິນ​ໄຫວ​ໃຫຍ່.”—ລູກາ 21:11

● ວິນ​ນີ້ ເດັກ​ນ້ອຍ​ອາຍຸ​ປະມານ​ປີ​ເຄິ່ງ ຖືກ​ດຶງ​ອອກ​ມາ​ຈາກ​ຊາກ​ຫັກ​ພັງ​ໃນ​ເຮ​ຕິ. ນັກ​ຂ່າວ​ໂທລະພາບ​ຄົນ​ໜຶ່ງ​ເຊິ່ງ​ກຳ​ລັງ​ລາຍງານ​ຂ່າວ​ແຜ່ນດິນ​ໄຫວ​ຢູ່​ໃນ​ເຂດ​ນັ້ນ​ໄດ້​ຍິນ​ສຽງ​ຮ້ອງ​ຄ່ອຍໆຂອງ​ລາວ. ເດັກ​ນ້ອຍ​ຄົນ​ນີ້​ລອດ​ຊີວິດ​ຈາກ​ແຜ່ນດິນ​ໄຫວ ແຕ່​ພໍ່​ແມ່​ຂອງ​ລາວ​ບໍ່​ລອດ.

ຄວາມ​ຈິງ​ເປັນ​ແນວ​ໃດ? ແຜ່ນດິນ​ໄຫວ​ຂະໜາດ 7,0 ຣິກເຕີ​ຢູ່​ເຮ​ຕິ​ໃນ​ເດືອນ​ມັງກອນ 2010 ເຮັດ​ໃຫ້​ມີ​ຄົນ​ຕາຍ​ຫຼາຍ​ກວ່າ 300.000 ຄົນ. ປະຊາຊົນ​ອີກ 1,3 ລ້ານ​ຄົນ​ກາຍ​ເປັນ​ຄົນ​ບໍ່​ມີ​ບ່ອນ​ຢູ່​ທັນທີ. ເຖິງ​ວ່າ​ແຜ່ນດິນ​ໄຫວ​ຢູ່​ເຮ​ຕິ​ເທື່ອ​ນີ້​ຈະ​ຮຸນແຮງ​ຫຼາຍ ແຕ່​ເຫດການ​ແບບ​ນີ້​ກໍ​ເກີດ​ຂຶ້ນ​ຢູ່​ເລື້ອຍໆ. ຕະຫຼອດ​ທົ່ວ​ໂລກ​ມີ​ແຜ່ນດິນ​ໄຫວ​ໃຫຍ່​ເກີດ​ຂຶ້ນ​ຢ່າງ​ໜ້ອຍ 18 ເທື່ອ​ໃນ​ໄລຍະ​ເດືອນ​ເມສາ 2009 ຫາ​ເດືອນ​ເມສາ 2010.

ຄົນ​ທົ່ວໄປ​ໂຕ້​ແຍ່ງ​ວ່າ​ແນວ​ໃດ? ແຜ່ນດິນ​ໄຫວ​ບໍ່​ໄດ້​ມີ​ຫຼາຍ​ຂຶ້ນ ແຕ່​ເນື່ອງ​ຈາກ​ມີ​ເຕັກໂນໂລຊີ​ທີ່​ທັນ​ສະໄໝ ເຮົາ​ຈຶ່ງ​ໄດ້​ຍິນ​ຂ່າວ​ເລື່ອງ​ແຜ່ນດິນ​ໄຫວ​ຫຼາຍ​ກວ່າ​ຜູ້​ຄົນ​ໃນ​ສະໄໝ​ກ່ອນ.

ຂໍ້​ໂຕ້​ແຍ່ງ​ນີ້​ມີ​ເຫດຜົນ​ບໍ? ຂໍ​ໃຫ້​ສັງເກດ​ຄວາມ​ຈິງ​ນີ້: ຄຳພີ​ໄບເບິນ​ບໍ່​ໄດ້​ເນັ້ນ​ວ່າ​ໃນ​ສະໄໝ​ສຸດ​ທ້າຍ​ຈະ​ເກີດ​ແຜ່ນດິນ​ໄຫວ​ຂຶ້ນ​ຈັກ​ເທື່ອ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ຈະ​ມີ “ແຜ່ນດິນ​ໄຫວ​ໃຫຍ່” ເກີດ​ຂຶ້ນ “ໃນ​ບ່ອນ​ຕ່າງໆ.” ການ​ເກີດ​ແຜ່ນດິນ​ໄຫວ​ໃຫຍ່​ເປັນ​ລັກສະນະ​ເດັ່ນ​ຢ່າງ​ໜຶ່ງ​ຂອງ​ສະໄໝ​ນີ້​ທີ່​ມີ​ຄວາມ​ສຳ​ຄັນ​ຫຼາຍ​ໃນ​ປະຫວັດສາດ.—ມາຣະໂກ 13:8; ລູກາ 21:11

ເຈົ້າ​ຄິດ​ແນວ​ໃດ? ເຮົາ​ກຳ​ລັງ​ເຫັນ​ແຜ່ນດິນ​ໄຫວ​ໃຫຍ່ ຄື​ທີ່​ຄຳພີ​ໄບເບິນ​ພະຍາກອນ​ໄວ້​ບໍ?

ແຜ່ນດິນ​ໄຫວ​ພຽງ​ຢ່າງ​ດຽວ​ອາດ​ບໍ່​ແມ່ນ​ຫຼັກ​ຖານ​ທີ່​ຢືນຢັນ​ໄດ້​ຢ່າງ​ໜັກແໜ້ນ​ວ່າ​ເຮົາ​ກຳ​ລັງ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ. ຄຳ​ພະຍາກອນ​ເລື່ອງ​ແຜ່ນດິນ​ໄຫວ​ເປັນ​ພຽງ​ຂໍ້​ໜຶ່ງ​ໃນ​ຫຼາຍໆຂໍ້​ທີ່​ກຳ​ລັງ​ເກີດ​ຂຶ້ນ​ແທ້. ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ພະຍາກອນ​ເລື່ອງ​ທີ 2.

[ຖ້ອຍຄຳທີ່ຍົກມາ]

“ພວກ​ເຮົາ [ນັກທໍລະນີຟີຊິກ] ເອີ້ນ​ເຫດການ​ແບບ​ນີ້​ວ່າ​ແຜ່ນດິນ​ໄຫວ​ໃຫຍ່. ສ່ວນ​ຄົນ​ອື່ນ​ເອີ້ນ​ວ່າ​ໄພ​ຫາຍະນະ.”—ເຄນ ຮັດ​ນັດ ສຳ​ນັກ​ງານ​ສຳຫຼວດ​ທາງ​ທໍລະນີ​ວິທະຍາ​ຂອງ​ສະຫະລັດ​ອາເມຣິກາ.

[ທີ່​ມາ​ຂອງ​ຮູບ]

© William Daniels/​Panos Pictures