ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

5. ການ​ທຳ​ລາຍ​ແຜ່ນດິນ​ໂລກ

5. ການ​ທຳ​ລາຍ​ແຜ່ນດິນ​ໂລກ

5. ການ​ທຳ​ລາຍ​ແຜ່ນດິນ​ໂລກ

“[ພະເຈົ້າ​ຈະ] ທຳ​ລາຍ​ຜູ້​ຄົນ​ທີ່​ທຳ​ລາຍ​ໂລກ​ນີ້.”—ພະນິມິດ 11:18

● ເປຍຣິ​ອາໄສ​ຢູ່​ໃນ​ບ້ານ​ກະ​ປໍ ປະເທດ​ນີເຊເຣຍ. ລາວ​ເປັນ​ຄົນ​ປາດ​ຕານ​ເພື່ອ​ເອົາ​ນ້ຳ​ຕານ​ສົດ​ມາ​ເຮັດ​ເຫຼົ້າ. ອາຊີບ​ຂອງ​ລາວ​ໄດ້​ຮັບ​ຜົນ​ກະທົບ​ຫຼາຍ​ເນື່ອງ​ຈາກ​ນ້ຳ​ມັນ​ປະລິມານ​ມະຫາສານ​ຮົ່ວ​ໄຫຼ​ເຂົ້າ​ມາ​ໃນ​ພື້ນ​ທີ່​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ນີເຊ. ລາວ​ເວົ້າ​ວ່າ “ຄາບ​ນ້ຳ​ມັນ​ເຫຼົ່າ​ນີ້​ເຮັດ​ໃຫ້​ປາ​ຂອງ​ເຮົາ​ຕາຍ ເຮັດ​ໃຫ້​ເຮົາ​ເປັນ​ພະຍາດ​ຜິວ​ໜັງ ເຮັດ​ໃຫ້​ແມ່​ນ້ຳ​ລຳ​ເຊ​ຂອງ​ເຮົາ​ເນົ່າ​ເໝັນ. ຂ້ອຍ​ບໍ່​ຮູ້​ວ່າ​ຈະ​ຫາ​ຢູ່​ຫາ​ກິນ​ແນວ​ໃດ​ອີກ​ຕໍ່​ໄປ​ແລ້ວ.”

ຄວາມ​ຈິງ​ເປັນ​ແນວ​ໃດ? ຜູ້​ຊ່ຽວຊານ​ບາງ​ຄົນ​ບອກ​ວ່າ ມີ​ການ​ຖິ້ມ​ຂີ້ເຫຍື້ອ 6,5 ລ້ານ​ໂຕນ​ລົງ​ໃນ​ມະຫາ​ສະໝຸດ​ທຸກ​ປີ. ປະມານ 50 ເປີເຊັນ​ຂອງ​ຂີ້ເຫຍື້ອ​ເຫຼົ່າ​ນັ້ນ​ເປັນ​ຢາງ​ເຊິ່ງ​ຕ້ອງ​ໃຊ້​ເວລາ​ຫຼາຍ​ຮ້ອຍ​ປີ​ເພື່ອ​ຈະ​ຍ່ອຍ​ສະ​ຫຼາຍ​ໝົດ. ນອກ​ຈາກ​ຈະ​ທຳ​ລາຍ​ແຜ່ນດິນ​ໂລກ​ແລ້ວ ມະນຸດ​ຍັງ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຈົນ​ເກືອບ​ຈະ​ໝົດ​ໄປ​ຈາກ​ໂລກ. ຜົນ​ການ​ສຶກສາ​ວິໄຈ​ສະແດງ​ວ່າ​ຊັບພະຍາກອນ​ຂອງ​ໂລກ​ທີ່​ຖືກ​ທຳ​ລາຍ​ໄປ​ໃນ​ໄລຍະ​ເວລາ 1 ປີ​ຈະ​ຕ້ອງ​ໃຊ້​ເວລາ​ເຖິງ 1 ປີ 5 ເດືອນ​ຈຶ່ງ​ຈະ​ກັບ​ມາ​ເປັນ​ຄື​ເກົ່າ. ໜັງສື​ພິມ​ຊິດນີ ມໍນິງ ເຮໂຣ​ຂອງ​ອົດສະຕຣາລີ​ລາຍງານ​ວ່າ “ຖ້າ​ປະຊາກອນ​ໂລກ​ຍັງ​ເພີ່ມ​ຂຶ້ນ​ແລະ​ຍັງ​ໃຊ້​ຊັບພະຍາກອນ​ແບບ​ສິ້ນ​ເປືອງ​ຕໍ່​ໄປ ເມື່ອ​ເຖິງ​ປີ 2035 ເຮົາ​ຄື​ຊິ​ຕ້ອງ​ມີໂລ​ກ​ເຖິງ 2 ໜ່ວຍ.”

ຄົນ​ທົ່ວໄປ​ໂຕ້​ແຍ່ງ​ວ່າ​ແນວ​ໃດ? ມະນຸດ​ສະຫຼາດ​ແລະ​ຮູ້ຈັກ​ໃຊ້​ຊັບ​ພະ​ກອນ​ຕ່າງໆ. ເຮົາ​ສາມາດ​ພິກ​ປີ້ນ​ສະຖານະການ​ແລະ​ຮັກສາ​ໂລກ​ໜ່ວຍ​ນີ້​ໄວ້​ໄດ້.

ຂໍ້​ໂຕ້​ແຍ່ງ​ນີ້​ມີ​ເຫດຜົນ​ບໍ? ມີ​ຫຼາຍ​ຄົນ​ລວມ​ທັງ​ອົງກອນ​ຕ່າງໆໄດ້​ທຸ່ມເທ​ຄວາມ​ພະຍາຍາມ​ເພື່ອ​ກະຕຸ້ນ​ສັງຄົມ​ໃຫ້​ຕື່ນ​ໂຕ​ໃນ​ເລື່ອງ​ສິ່ງ​ແວດ​ລ້ອມ​ຫຼາຍ​ຂຶ້ນ. ແຕ່​ກໍ​ຍັງ​ມີ​ການ​ທຳ​ລາຍ​ແຜ່ນດິນ​ໂລກ​ຫຼາຍ​ຂຶ້ນ​ເລື້ອຍໆ.

ເຈົ້າ​ຄິດ​ແນວ​ໃດ? ເຈົ້າ​ຄິດ​ວ່າ​ຈຳ​ເປັນ​ບໍ​ທີ່​ພະເຈົ້າ​ຈະ​ເຂົ້າ​ມາ​ແຊກ​ແຊງ​ເພື່ອ​ປົກ​ປ້ອງ​ໂລກ​ຂອງ​ເຮົາ​ບໍ່​ໃຫ້​ຖືກ​ທຳ​ລາຍ​ຕາມ​ທີ່​ເພິ່ນ​ສັນຍາ​ໄວ້?

ນອກ​ຈາກ​ຄຳ​ພະຍາກອນ 5 ເລື່ອງ​ທີ່​ໄດ້​ພິ​ຈະ​ລະ​ນາ​ໄປ​ແລ້ວ ຄຳພີ​ໄບເບິນ​ຍັງ​ບອກ​ລ່ວງ​ໜ້າ​ອີກ​ວ່າ​ຈະ​ມີ​ເຫດການ​ທີ່​ໜ້າ​ຍິນດີ​ເກີດ​ຂຶ້ນ​ໃນ​ສະໄໝ​ສຸດ​ທ້າຍ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ໃນ​ຄຳ​ພະຍາກອນ​ເລື່ອງ​ທີ 6 ນຳ​ກັນ.

[ຖ້ອຍຄຳທີ່ຍົກມາ]

“ຈາກ​ທີ່​ເຄີຍ​ເປັນ​ເຈົ້າ​ຂອງ​ດິນ​ທີ່​ສວຍ​ງາມ ຕອນ​ນີ້​ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ​ເປັນ​ເຈົ້າ​ຂອງ​ບ່ອນ​ຖິ້ມ​ຂີ້ເຫຍື້ອ​ປົນ​ເປື້ອນ​ສານ​ພິດ​ໄປ​ແລ້ວ.”—ເອຣິນ ແທມເບີ ຜູ້​ທີ່​ອາໄສ​ຢູ່​ໃນ​ເຂດ​ຊາຍ​ຝັ່ງ​ອ່າວ​ແມັກຊິກ ສະຫະລັດ​ອາເມຣິກາ ໄດ້​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ຄາບ​ນ້ຳ​ມັນ​ທີ່​ຮົ່ວ​ໄຫຼ​ໃນ​ອ່າວ​ແມັກຊິກ​ປີ 2010.

[ຂອບ]

ພະເຈົ້າ​ຕ້ອງ​ຮັບ​ຜິດ​ຊອບ​ບໍ?

ເນື່ອງ​ຈາກ​ພະເຈົ້າ​ໄດ້​ພະຍາກອນ​ໄວ້​ໃນ​ຄຳພີ​ໄບເບິນ​ວ່າ​ຈະ​ເກີດ​ເຫດການ​ຊົ່ວ​ຮ້າຍ​ຕ່າງໆທີ່​ເຮົາ​ເຫັນ​ຢູ່​ໃນ​ທຸກ​ມື້​ນີ້ ນັ້ນ​ໝາຍ​ຄວາມ​ວ່າ​ພະເຈົ້າ​ຕ້ອງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ເລື່ອງ​ເຫຼົ່າ​ນີ້​ບໍ? ພະເຈົ້າ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ຕ້ອງ​ເຈິ​ຄວາມ​ທຸກ​ບໍ? ເຈົ້າ​ຈະ​ພົບ​ຄຳ​ຕອບ​ທີ່​ໜ້າ​ພໍ​ໃຈ​ສຳລັບ​ຄຳ​ຖາມ​ເຫຼົ່າ​ນີ້​ໃນ​ບົດ 11 ຂອງ​ປຶ້ມ​ຮຽນ​ຄຳພີ​ໄບເບິນ​ແລ້ວ​ໄດ້​ຫຍັງ? ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

[ທີ່​ມາ​ຂອງ​ຮູບ]

U.S. Coast Guard photo