ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຍຸກ​ສະໄໝ​ທີ່​ດີ​ກວ່າ​ໃກ້​ເຂົ້າ​ມາ​ແລ້ວ!

ຍຸກ​ສະໄໝ​ທີ່​ດີ​ກວ່າ​ໃກ້​ເຂົ້າ​ມາ​ແລ້ວ!

ຍຸກ​ສະໄໝ​ທີ່​ດີ​ກວ່າ​ໃກ້​ເຂົ້າ​ມາ​ແລ້ວ!

“ອີກ​ຈັກ​ໜ້ອຍ​ຈະ​ບໍ່​ມີ​ຄົນ​ຊົ່ວ​ເລີຍ . . . ແຕ່​ຄົນ​ທີ່​ອ່ອນ​ນ້ອມ​ຖ່ອມ​ຕົນ​ຈະ​ໄດ້​ຢູ່​ໃນ​ໂລກ ເຂົາ​ເຈົ້າ​ຈະ​ຊື່ນຊົມ​ຍິນດີ​ແລະ​ມີ​ແຕ່​ຄວາມ​ສະຫງົບ​ສຸກ.”—ຄຳເພງ 37:10, 11, ລ.ມ.

ເຈົ້າ​ຢາກ​ເຫັນ​ຄຳ​ພະຍາກອນ​ທີ່​ຍົກ​ມາ​ທາງ​ເທິງ​ນີ້​ເກີດ​ຂຶ້ນ​ແທ້​ບໍ? ເຈົ້າ​ຄື​ຊິ​ຢາກ​ເຫັນ​ແທ້ໆ. ມີ​ເຫດຜົນ​ໜັກແໜ້ນ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ເຊື່ອ​ໄດ້​ວ່າ​ຄຳ​ພະຍາກອນ​ນີ້​ຈະ​ເກີດ​ຂຶ້ນ​ແທ້​ໃນ​ອີກ​ບໍ່​ດົນ.

ບົດ​ຄວາມ​ກ່ອນ​ໜ້າ​ນີ້​ໄດ້​ພິຈາລະນາ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ພຽງ​ບາງ​ຂໍ້​ທີ່​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ເຮົາ​ກຳລັງ​ຢູ່​ໃນ “ສະໄໝ​ສຸດ​ທ້າຍ.” (2 ຕີໂມທຽວ 3:1-5) ພະເຈົ້າ​ດົນ​ໃຈ​ຜູ້​ຂຽນ​ຄຳພີ​ໄບເບິນ​ໃຫ້​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ເຫດການ​ເຫຼົ່າ​ນັ້ນ​ເພື່ອ​ເຮົາ​ຈະ​ມີ​ຄວາມ​ຫວັງ. (ໂຣມ 15:4) ການ​ທີ່​ຄຳ​ພະຍາກອນ​ເຫຼົ່າ​ນັ້ນ​ເກີດ​ຂຶ້ນ​ແທ້​ສະແດງ​ວ່າ​ຄວາມ​ທຸກ​ຍາກ​ທີ່​ເຮົາ​ກຳລັງ​ເຈິ​ຢູ່​ໃນ​ທຸກ​ມື້​ນີ້​ໃກ້​ຈະ​ຈົບ​ລົງ​ແລ້ວ.

ຈະ​ເກີດ​ຫຍັງ​ຂຶ້ນ​ຫຼັງ​ຈາກ​ສະໄໝ​ສຸດ​ທ້າຍ​ຈົບ​ລົງ? ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ປົກຄອງ​ມະນຸດ​ທຸກ​ຄົນ​ທົ່ວ​ໂລກ. (ມັດທາຍ 6:9) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ບອກ​ແນວ​ໃດ​ກ່ຽວ​ກັບ​ສະພາບການ​ຂອງ​ໂລກ​ໃນ​ສະໄໝ​ນັ້ນ:

ຄວາມ​ອຶດຢາກ​ຫິວ​ໂຫຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ. “ຈະ​ມີ​ເຂົ້າ​ຢ່າງ​ຫຼວງ​ຫຼາຍ​ໃນ​ແຜ່ນດິນ ເທິງ​ຍອດ​ເຂົາ​ທັງ​ຫຼາຍ​ຈະ​ມີ​ເຂົ້າ​ອຸດົມ​ສົມບູນ.”—ຄຳເພງ 72:16, ລ.ມ.

ພະຍາດ​ຕ່າງໆຈະ​ຖືກ​ກຳຈັດ​ໃຫ້​ໝົດ​ໄປ. “ຈະ​ບໍ່​ມີ​ໃຜ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນ​ເວົ້າ​ວ່າ ‘ຂ້ອຍ​ປ່ວຍ.’”—ເອຊາອີ 33:24, ລ.ມ.

ແຜ່ນດິນ​ໂລກ​ຈະ​ໄດ້​ຮັບ​ການ​ຟື້ນຟູ. “ບ່ອນ​ກັນດານ​ແລະ​ດິນແດນ​ທີ່​ແຫ້ງ​ແລ້ງ​ຈະ​ປາບ​ປື້ມ​ຍິນດີ ທົ່ງ​ພຽງ​ກັນດານ​ຈະ​ມີ​ຄວາມ​ສຸກ​ແລະ​ມີ​ດອກ​ໄມ້​ເຕັມ​ໄປ​ໝົດ.”—ເອຊາອີ 35:1, ລ.ມ.

ນີ້​ເປັນ​ພຽງ​ບາງ​ຕົວຢ່າງ​ຂອງ​ຄຳ​ພະຍາກອນ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ຈະ​ເກີດ​ຂຶ້ນ​ແທ້​ໃນ​ອີກ​ບໍ່​ດົນ​ນີ້. ເຈົ້າ​ຢາກ​ໃຫ້​ພະຍານ​ພະ​ເຢໂຫວາ​ອະທິບາຍ​ໃຫ້​ເຈົ້າ​ຟັງ​ບໍ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ໝັ້ນ​ໃຈ​ວ່າ​ຍຸກ​ສະໄໝ​ທີ່​ດີ​ກວ່າ​ໃກ້​ເຂົ້າ​ມາ​ແລ້ວ?