ຂ້າມໄປທີ່ເນື້ອໃນ

ຄຳພີໄບເບິນ​ປ່ຽນ​ຊີວິດ​ຄົນ

ຄຳພີໄບເບິນ​ປ່ຽນ​ຊີວິດ​ຄົນ

ຄຳພີໄບເບິນ​ປ່ຽນ​ຊີວິດ​ຄົນ

ເປັນຫຍັງ​ຜູ້ຍິງ​ທີ່​ອາຍຸ 60 ປາຍ​ຈຶ່ງ​ເຊົາ​ຂາບ​ໄຫວ້​ຮູບ​ບູຊາ? ມີ​ຫຍັງ​ທີ່​ເຮັດ​ໃຫ້​ນັກ​ບວດ​ໃນ​ສາສະໜາ​ຊິນໂຕ​ຄົນ​ໜຶ່ງ​ລາ​ອອກ​ເພື່ອ​ມາ​ເປັນ​ຄລິດສະຕຽນ? ຜູ້ຍິງ​ທີ່​ຖືກ​ລ້ຽງ​ໂດຍ​ພໍ່​ລ້ຽງ​ແມ່​ລ້ຽງ​ຕັ້ງແຕ່​ເກີດ​ເອົາ​ຊະນະ​ຄວາມ​ຮູ້ສຶກ​ທີ່​ວ່າ​ຖືກ​ປະຖິ້ມ​ໄດ້​ແນວໃດ? ເຊີນ​ອ່ານ​ເລື່ອງ​ທີ່​ເຂົາເຈົ້າ​ຈະ​ເລົ່າ​ຕໍ່ໄປ​ນີ້.

“ຂ້ອຍ​ບໍ່​ເປັນ​ທາດ​ຮູບ​ບູຊາ​ອີກ​ຕໍ່ໄປ.”—ອາບາ ດັນຊູ

ປີ​ເກີດ: 1938

ປະເທດ​ບ້ານ​ເກີດ: ເບນິນ

ອະດີດ: ຜູ້​ຂາບ​ໄຫວ້​ຮູບ​ບູຊາ

ຊີວິດ​ທີ່​ຜ່ານ​ມາ: ຂ້ອຍ​ໃຫຍ່​ຂຶ້ນ​ຢູ່​ບ້ານ​ໂຊ-ຊາ​ຫູ​ວີ ເຊິ່ງ​ເປັນ​ເຂດ​ທີ່​ປຽກ​ຊຸ່ມ​ແລະ​ໃກ້ໆທະເລ​ສາບ. ຄົນ​ຢູ່​ບ້ານ​ນັ້ນ​ຫາ​ລ້ຽງ​ຊີບ​ໂດຍ​ການ​ຫາ​ປາ ລ້ຽງ​ງົວ​ລ້ຽງ​ຄວາຍ ລວມ​ທັງ​ແບ້ ແກະ ໝູ​ແລະ​ນົກ​ນຳ. ຍ້ອນ​ເຂດ​ນີ້​ບໍ່​ມີ​ຖະໜົນ​ຫົນ​ທາງ ຖ້າ​ຢາກ​ໄປ​ໃສ​ມາ​ໃສ​ຜູ້ຄົນ​ຕ້ອງ​ໄດ້​ຂີ່​ເຮືອ​ຫຼື​ເຮືອ​ແຄນູ​. ເຮືອນ​ສ່ວນ​ຫຼາຍ​ສ້າງ​ດ້ວຍ​ໄມ້​ແລະ​ຫຍ້າ ແຕ່​ກໍ​ມີ​ເຮືອນ​ບາງ​ຫຼັງ​ທີ່​ສ້າງ​ດ້ວຍ​ດິນ​ຈີ່. ຄົນ​ສ່ວນ​ຫຼາຍ​ມີ​ຖານະ​ຍາກ​ຈົນ. ເຖິງ​ຈະ​ເປັນ​ແນວ​ນັ້ນ​ກໍ​ບໍ່​ມີ​ອາດຊະຍາກຳ​ຫຼາຍ​ຄື​ກັບ​ເມືອງ​ໃຫຍ່.

ຕອນ​ເປັນ​ເດັກນ້ອຍ ພໍ່​ສົ່ງ​ຂ້ອຍ​ກັບ​ເອື້ອຍ​ໄປ​ຢູ່​ໂຮງຮຽນ​ປະຈຳ​ທີ່​ສອນ​ສາສະໜາ ເຮົາ​ຈຶ່ງ​ຖືກ​ສອນ​ໃຫ້​ບູຊາ​ຮູບ​ບູຊາ​ແລະ​ເຄື່ອງ​ລາງ​ຕ່າງໆ. ເມື່ອ​ໃຫຍ່​ຂຶ້ນ​ຂ້ອຍ​ກໍ​ບູຊາ​ເທບ​ດູດູອາ (ໂອດູດູວາ) ຂອງ​ຄົນ​ໂຢຣູບາ. ຂ້ອຍ​ສ້າງ​ຫໍ​ພະ​ສຳລັບ​ເທບ​ອົງ​ນີ້​ແລະ​ເອົາ​ສິ່ງ​ຂອງ​ຕ່າງໆ​ມາ​ຖວາຍ​ເປັນ​ປະຈຳ ເຊັ່ນ: ມັນ​ດ້າງ ນ້ຳມັນ​ປາມ ຫອຍ​ທາ​ກ ໄກ່ ນົກ​ເຂົາ ແລະ​ສັດ​ອີກ​ຫຼາຍ​ຊະນິດ. ຂອງ​ຖວາຍ​ເຫຼົ່າ​ນີ້​ແພງ​ຫຼາຍ​ແລະ​ຫຼາຍ​ເທື່ອ​ກໍ​ເຮັດ​ໃຫ້​ຂ້ອຍ​ເກືອບ​ໝົດ​ໂຕ.

ຄຳພີໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວໃດ: ເມື່ອ​ຂ້ອຍ​ເລີ່ມ​ຮຽນ​ຄຳພີໄບເບິນ ຂ້ອຍ​ໄດ້​ຮູ້​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ. ຂ້ອຍ​ຍັງ​ໄດ້​ຮຽນຮູ້​ນຳ​ວ່າ​ເພິ່ນ​ບໍ່​ຍອມຮັບ​ການ​ນະມັດສະການ​ທີ່​ໃຊ້​ຮູບ​ບູຊາ. (ອົບພະຍົບ 20:4, 5; 1 ໂກຣິນໂທ 10:14) ຂ້ອຍ​ຈຶ່ງ​ເຂົ້າໃຈ​ແຈ້ງ​ວ່າ​ຕອນນີ້​ຂ້ອຍ​ຄວນ​ເຮັດ​ຫຍັງ ຂ້ອຍ​ຈຶ່ງ​ເອົາ​ຮູບ​ບູຊາ​ທັງໝົດ​ໄປ​ຖິ້ມ​ແລະ​ກຳຈັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ກັບ​ການ​ໄຫວ້​ຮູບ​ບູຊາ​ອອກ​ໄປ​ຈາກ​ເຮືອນ. ຂ້ອຍ​ເຊົາ​ໄປ​ເບິ່ງ​ດູ​ມໍ​ແລະ​ເຊົາ​ເຂົ້າຮ່ວມ​ພິທີ​ກຳ​ທາງ​ສາສະໜາ​ລວມ​ທັງ​ພິທີ​ງານ​ສົບ​ຂອງ​ຄົນ​ໃນ​ບ້ານ.

ບໍ່​ແມ່ນ​ເລື່ອງ​ງ່າຍ​ສຳລັບ​ຂ້ອຍ​ເລີຍ​ເຊິ່ງ​ເປັນ​ແມ່​ຕູ້​ທີ່​ອາຍຸ 60 ປາຍ​ແລ້ວ​ຈະ​ມາ​ປ່ຽນແປງ​ໂຕເອງ​ແບບ​ນີ້. ໝູ່​ເພື່ອນ ຍາດ​ພີ່ນ້ອງ ແລະ​ເພື່ອນ​ບ້ານ​ພາກັນ​ຕໍ່ຕ້ານ​ແລະ​ເຍາະເຍີ້ຍ​ຂ້ອຍ. ແຕ່​ຂ້ອຍ​ອະທິດຖານ​ຂໍ​ກຳລັງ​ຈາກ​ພະເຢໂຫວາ​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ຂ້ອຍ​ໄດ້​ຮັບ​ກຳລັງໃຈ​ຈາກ​ຂໍ້​ຄຳພີ​ໃນ​ສຸພາສິດ 18:10, ລ.ມ. ທີ່​ບອກ​ວ່າ: “ຊື່​ຂອງ​ພະເຢໂຫວາ​ເປັນ​ປ້ອມ​ທີ່​ແຂງແຮງ. ເມື່ອ​ຄົນ​ດີ​ແລ່ນ​ເຂົ້າ​ໄປ​ກໍ​ໄດ້​ຮັບ​ການ​ຄຸ້ມຄອງ.”

ອີກ​ຢ່າງ​ໜຶ່ງ​ທີ່​ຊ່ວຍ​ຂ້ອຍ​ແມ່ນ​ການ​ເຂົ້າຮ່ວມ​ປະຊຸມ​ກັບ​ພະຍານ​ພະເຢໂຫວາ. ຢູ່​ຫັ້ນ ຂ້ອຍ​ໄດ້​ເຫັນ​ຄວາມ​ຮັກ​ແບບ​ຄລິດສະຕຽນ ແລະ​ຂ້ອຍ​ປະທັບໃຈ​ທີ່​ຜູ້ຄົນ​ເຫຼົ່ານີ້​ພະຍາຍາມ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ອັນ​ສູງ​ສົ່ງ​ຂອງ​ຄຳພີໄບເບິນ. ຈາກ​ສິ່ງ​ທີ່​ໄດ້​ເຫັນ ເຮັດ​ໃຫ້​ຂ້ອຍ​ໝັ້ນໃຈ​ວ່າ​ພະຍານ​ພະເຢໂຫວາ​ເປັນ​ກຸ່ມ​ທີ່​ນັບ​ຖື​ສາສະໜາ​ແທ້.

ປະໂຫຍດ​ທີ່​ໄດ້​ຮັບ: ການ​ນຳ​ຫຼັກການ​ຈາກ​ຄຳພີໄບເບິນ​ມາ​ໃຊ້​ຊ່ວຍ​ໃຫ້​ຂ້ອຍ​ກັບ​ລູກ​ໃກ້ຊິດ​ກັນ​ຫຼາຍ​ຂຶ້ນ. ນອກຈາກນັ້ນ ຂ້ອຍ​ຍັງ​ຮູ້ສຶກ​ຄື​ກັບ​ວ່າ​ໄດ້​ຍົກ​ກ້ອນ​ຫີນ​ອອກ​ຈາກ​ບ່າ. ຂ້ອຍ​ເຄີຍ​ໝົດ​ເງິນ​ໄປ​ນຳ​ຮູບ​ບູຊາ​ທີ່​ບໍ່​ມີ​ຊີວິດ​ແລະ​ຊ່ວຍ​ຫຍັງ​ຂ້ອຍ​ບໍ່​ໄດ້​ຈັກ​ຢ່າງ. ຕອນນີ້ ຂ້ອຍ​ນະມັດສະການ​ພະເຢໂຫວາ​ຜູ້​ທີ່​ສາມາດ​ແກ້ໄຂ​ບັນຫາ​ທັງໝົດ​ຂອງ​ມະນຸດ​ທຸກ​ຄົນ​ໄດ້​ຢ່າງ​ຖາວອນ. (ພະນິມິດ 21:3, 4) ຂ້ອຍ​ມີ​ຄວາມສຸກ​ຫຼາຍ​ແທ້ໆທີ່​ບໍ່​ຕ້ອງ​ເປັນ​ທາດ​ຮູບ​ບູຊາ​ອີກ​ຕໍ່ໄປ ແຕ່​ເປັນ​ທາດ​ຂອງ​ພະເຢໂຫວາ​ແທນ! ເມື່ອ​ຢູ່​ນຳ​ພະເຢໂຫວາ​ຂ້ອຍ​ກໍ​ຮູ້ສຶກ​ປອດໄພ​ແລະ​ໄດ້​ຮັບ​ການ​ປົກປ້ອງ​ຄຸ້ມຄອງ​ຢ່າງ​ແທ້​ຈິງ.

“ຂ້ອຍ​ສະແຫວງ​ຫາ​ພະເຈົ້າ​ຕັ້ງແຕ່​ຍັງ​ນ້ອຍ”—ຊິນຈິ ຊາໂຕະ

ປີ​ເກີດ: 1951

ປະເທດ​ບ້ານ​ເກີດ: ຍີ່ປຸ່ນ

ອະດີດ: ນັກ​ບວດ​ຊິນໂຕ

ຊີວິດ​ທີ່​ຜ່ານ​ມາ: ຂ້ອຍ​ໃຫຍ່​ມາ​ໃນ​ເມືອງ​ໜຶ່ງ​ໃກ້​ກັບ​ເຂດ​ຊົນນະບົດ​ໃນ​ແຂວງ​ຟູ​ກູ​ໂອ​ກະ. ພໍ່​ແມ່​ຂ້ອຍ​ເປັນ​ຄົນ​ເຄັ່ງ​ສາສະໜາ ເຂົາເຈົ້າ​ຈຶ່ງ​ສອນ​ຂ້ອຍ​ຕັ້ງແຕ່​ນ້ອຍ​ໃຫ້​ນັບ​ຖື​ເທບ​ພະເຈົ້າ​ຕ່າງໆ​ຂອງ​ຊິນໂຕ. ຕອນ​ຍັງ​ນ້ອຍ ຂ້ອຍ​ມັກ​ຈະ​ຄິດ​ຢູ່​ເລື້ອຍໆວ່າ​ເຮັດ​ແນວໃດ​ຈຶ່ງ​ຈະ​ມີ​ອະນາຄົດ​ທີ່​ດີ​ກວ່າ​ນີ້​ແລະ​ຂ້ອຍ​ກໍ​ຢາກ​ຊ່ວຍ​ຜູ້ຄົນ​ໃຫ້​ພົ້ນ​ທຸກ. ຂ້ອຍ​ຍັງ​ຈື່​ເຫດການ​ໜຶ່ງ​ຕອນ​ທີ່​ຮຽນ​ຢູ່​ປະຖົມ ຄູ​ຖາມ​ນັກ​ຮຽນ​ວ່າ​ຢາກ​ເຮັດ​ຫຍັງ​ຕອນ​ໃຫຍ່​ຂຶ້ນ. ໝູ່​ແຕ່​ລະ​ຄົນ​ພາກັນ​ເວົ້າ​ເຖິງ​ເປົ້າໝາຍ​ທີ່​ແນ່ນອນ​ຂອງ​ຕົວເອງ ເຊັ່ນ ຢາກ​ເປັນ​ນັກ​ວິທະຍາສາດ. ແຕ່​ຂ້ອຍ​ຕອບ​ວ່າ​ຢາກ​ຈະ​ຮັບໃຊ້​ພະເຈົ້າ. ແລ້ວ​ທຸກ​ຄົນ​ກໍ​ຫົວຂວັນ​ຂ້ອຍ.

ແລ້ວ​ເມື່ອ​ຮຽນ​ຈົບ​ມັດທະຍົມ ຂ້ອຍ​ໄປ​ເຂົ້າ​ໂຮງຮຽນ​ທີ່​ສອນ​ທຳມະ​ເພື່ອ​ຈະ​ເປັນ​ຄູ​ສອນ​ສາສະໜາ. ຕອນ​ທີ່​ຝຶກ​ອົບຮົມ ຂ້ອຍ​ໄດ້​ເຈິ​ນັກ​ບວດ​ຊິນໂຕ​ຄົນ​ໜຶ່ງ ຍາມ​ວ່າງ​ລາວ​ມັກ​ຈະ​ອ່ານ​ປຶ້ມ​ທີ່​ມີ​ໜ້າ​ປົກ​ສີ​ດຳ. ມື້​ໜຶ່ງ​ລາວ​ໄດ້​ຖາມ​ຂ້ອຍ​ວ່າ: “ຊາໂຕະ ເຈົ້າ​ຮູ້​ບໍ​ນີ້​ແມ່ນ​ປຶ້ມ​ຫຍັງ?” ຂ້ອຍ​ເຄີຍ​ເຫັນ​ຊື່​ຢູ່​ໜ້າ​ປົກ​ມາ​ແລ້ວ ຂ້ອຍ​ຈຶ່ງ​ຕອບ​ໄດ້​ວ່າ: “ຄຳພີໄບເບິນ.” ລາວ​ບອກ​ວ່າ: “ທຸກ​ຄົນ​ທີ່​ຢາກ​ເປັນ​ນັກ​ບວດ​ຊິນໂຕ​ຄວນ​ອ່ານ​ປຶ້ມ​ນີ້.”

ຂ້ອຍ​ກໍ​ຟ້າວ​ໄປ​ຊື້​ຄຳພີໄບເບິນ​ທັນທີ. ຂ້ອຍ​ວາງ​ຄຳພີໄບເບິນ​ໄວ້​ຢູ່​ເທິງ​ຊັ້ນ​ວາງ​ປຶ້ມ​ໃນ​ບ່ອນ​ທີ່​ເດັ່ນ​ທີ່ສຸດ ແລ້ວ​ກໍ​ຮັກສາ​ໄວ້​ຢ່າງ​ດີ. ແຕ່​ຂ້ອຍ​ບໍ່​ມີ​ເວລາ​ອ່ານ​ພະຄຳພີ​ເລີຍ​ເພາະ​ຂ້ອຍ​ໝົກມຸ້ນ​ຢູ່​ກັບ​ການ​ຮຽນ. ເມື່ອ​ຮຽນ​ຈົບ ຂ້ອຍ​ເລີ່ມ​ເຮັດ​ວຽກ​ເປັນ​ນັກ​ບວດ​ຢູ່​ສານ​ເຈົ້າ​ຂອງ​ສາສະໜາ​ຊິນໂຕ. ຄວາມ​ຝັນ​ຂອງ​ຂ້ອຍ​ຕັ້ງແຕ່​ນ້ອຍ​ມາ​ກາຍ​ເປັນ​ຄວາມຈິງ​ແລ້ວ.

ແຕ່​ຕໍ່ມາ​ບໍ່​ດົນ ຂ້ອຍ​ກໍ​ເຫັນ​ວ່າ​ການ​ເປັນ​ນັກ​ບວດ​ຊິນໂຕ​ບໍ່​ໄດ້​ເປັນ​ແບບ​ທີ່​ຂ້ອຍ​ຄາດໝາຍ. ນັກ​ບວດ​ສ່ວນ​ໃຫຍ່​ບໍ່​ຄ່ອຍ​ສະແດງ​ຄວາມ​ຮັກ​ແລະ​ເປັນຫ່ວງ​ຄົນອື່ນ​ເລີຍ. ນອກຈາກນັ້ນ ຫຼາຍ​ຄົນ​ກໍ​ຍັງ​ຂາດ​ຄວາມເຊື່ອ​ນຳ​ອີກ. ຫົວໜ້າ​ຄົນ​ໜຶ່ງ​ເຖິງຂັ້ນ​ມາ​ບອກ​ຂ້ອຍ​ວ່າ: “ຖ້າ​ເຈົ້າ​ຢາກ​ມີ​ຊື່ສຽງ​ຢູ່​ນີ້ ເຈົ້າ​ຕ້ອງ​ເວົ້າ​ແຕ່​ເລື່ອງ​ປັດຊະຍາ​ເທົ່າ​ນັ້ນ​ເດີ້. ຫ້າມ​ເວົ້າ​ເລື່ອງ​ຄວາມເຊື່ອ​ເດັດຂາດ.”

ຄຳເວົ້າ​ແບບ​ນີ້​ເຮັດ​ໃຫ້​ຂ້ອຍ​ຜິດ​ຫວັງ​ກັບ​ສາສະໜາ​ຊິນໂຕ. ເຖິງ​ວ່າ​ຂ້ອຍ​ຈະ​ຍັງ​ເຮັດ​ວຽກ​ຢູ່​ສານ​ເຈົ້າ ແຕ່​ຂ້ອຍ​ກໍ​ເລີ່ມ​ກວດ​ສອບ​ສາສະໜາ​ອື່ນໆນຳ. ແຕ່​ເບິ່ງ​ຄື​ວ່າ​ສາສະໜາ​ໃດ​ກໍ​ຄື​ກັນ​ໝົດ. ແຮ່ງ​ກວດ​ສອບ​ຫຼາຍ​ສາສະໜາ ຂ້ອຍ​ກໍ​ແຮ່ງ​ທໍ້ໃຈ​ຫຼາຍ​ຂຶ້ນ. ຂ້ອຍ​ຮູ້ສຶກ​ວ່າ​ບໍ່​ມີ​ສາສະໜາ​ໃດ​ເລີຍ​ທີ່​ສອນ​ຄວາມຈິງ.

ຄຳພີໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວໃດ: ໃນ​ປີ 1988 ຂ້ອຍ​ໄດ້​ເຈິ​ກັບ​ຄົນ​ໜຶ່ງ​ທີ່​ນັບ​ຖື​ສາສະໜາ​ພຸດ ລາວ​ແນະນຳ​ໃຫ້​ຂ້ອຍ​ອ່ານ​ຄຳພີໄບເບິນ. ຂ້ອຍ​ຈຶ່ງ​ນຶກ​ເຖິງ​ນັກ​ບວດ​ຊິນໂຕ​ຄົນ​ນັ້ນ​ທີ່​ເຄີຍ​ແນະນຳ​ຂ້ອຍ​ແບບ​ດຽວ​ກັນ​ເມື່ອ​ຫຼາຍ​ປີ​ກ່ອນ. ຂ້ອຍ​ຈຶ່ງ​ຕັດສິນໃຈ​ເຮັດ​ຕາມ​ທີ່​ລາວ​ແນະນຳ. ທັນທີ​ທີ່​ຂ້ອຍ​ເລີ່ມ​ອ່ານ ຂ້ອຍ​ກໍ​ຕິດ​ໃຈ​ຈົນ​ຢຸດ​ບໍ່​ໄດ້​ເລີຍ. ບາງເທື່ອ​ຂ້ອຍ​ອ່ານ​ໝົດ​ຄືນ​ຈົນ​ຊອດ​ແຈ້ງ​ແລະ​ກໍ​ເຫັນ​ແສງ​ແດດ​ລອດ​ເຂົ້າ​ມາ​ທາງ​ປ່ອງ​ຢ້ຽມ.

ສິ່ງ​ທີ່​ຂ້ອຍ​ອ່ານ​ໄດ້​ກະຕຸ້ນ​ຂ້ອຍ​ໃຫ້​ອະທິດຖານ​ເຖິງ​ພະເຈົ້າ​ຂອງ​ຄຳພີໄບເບິນ. ຂ້ອຍ​ເລີ່ມ​ເລົ່າ​ຄຳ​ອະທິດຖານ​ແບບ​ຢ່າງ​ທີ່​ຢູ່​ໃນ​ມັດທາຍ 6:9-13 ຂ້ອຍ​ເລົ່າ​ໄປ​ເລົ່າ​ມາ​ທຸກໆ 2 ຊົ່ວໂມງ​ແມ່ນ​ແຕ່​ຕອນ​ທີ່​ກຳລັງ​ເຮັດ​ພິທີ​ຢູ່​ໃນ​ສານ​ເຈົ້າ.

ຂ້ອຍ​ມີ​ຄຳຖາມ​ຫຼາຍ​ຢ່າງ​ກ່ຽວກັບ​ສິ່ງ​ທີ່​ໄດ້​ອ່ານ. ຕອນ​ນັ້ນ​ຂ້ອຍ​ແຕ່ງດອງ​ແລ້ວ ແລະ​ຂ້ອຍ​ຮູ້​ວ່າ​ພະຍານ​ພະເຢໂຫວາ​ສອນ​ຜູ້ຄົນ​ກ່ຽວກັບ​ຄຳພີໄບເບິນ​ເພາະ​ເຂົາເຈົ້າ​ເຄີຍ​ມາ​ຢາມ​ເມຍ​ຂ້ອຍ. ຂ້ອຍ​ຈຶ່ງ​ພະຍາຍາມ​ຕິດ​ຕໍ່​ຫາ​ພະຍານ​ຄົນ​ໜຶ່ງ​ແລະ​ຖາມ​ຄຳຖາມ​ລາວ​ຫຼາຍ​ຂໍ້. ຂ້ອຍ​ປະທັບໃຈ​ທີ່​ລາວ​ໃຊ້​ຄຳພີໄບເບິນ​ຕອບ​ຄຳຖາມ​ຂ້ອຍ​ທຸກ​ຂໍ້. ແລ້ວ​ລາວ​ກໍ​ໃຫ້​ພະຍານ​ອີກ​ຄົນ​ໜຶ່ງ​ມາ​ສອນ​ຄຳພີໄບເບິນ​ໃຫ້​ຂ້ອຍ.

ຫຼັງ​ຈາກ​ນັ້ນ​ບໍ່​ດົນ ຂ້ອຍ​ເລີ່ມ​ເຂົ້າຮ່ວມ​ການ​ປະຊຸມ​ຂອງ​ພະຍານ​ພະເຢໂຫວາ. ຕອນ​ທຳອິດ​ຂ້ອຍ​ບໍ່​ຮູ້​ວ່າ​ໃນ​ຫໍປະຊຸມ​ນັ້ນ​ມີ​ພະຍານ​ບາງຄົນ​ທີ່​ຂ້ອຍ​ເຄີຍ​ສະແດງ​ກິລິຍາ​ຫຍາບ​ຄາຍ​ໃສ່​ເຂົາເຈົ້າ. ແຕ່​ເຂົາເຈົ້າ​ກໍ​ເຂົ້າ​ມາ​ທັກທາຍ​ຂ້ອຍ​ແບບ​ເປັນ​ກັນເອງ ແລະ​ນັ້ນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບອຸ່ນ.

ໃນ​ການ​ປະຊຸມ ຂ້ອຍ​ໄດ້​ຮູ້​ວ່າ​ພະເຈົ້າ​ຄາດໝາຍ​ໃຫ້​ຜູ້​ເປັນ​ຜົວ​ສະແດງ​ຄວາມ​ຮັກ​ແລະ​ໃຫ້​ກຽດ​ທຸກ​ຄົນ​ໃນ​ຄອບຄົວ. ທີ່​ຜ່ານ​ມາ​ຂ້ອຍ​ສົນໃຈ​ແຕ່​ການ​ເຮັດ​ໜ້າທີ່​ນັກ​ບວດ​ຈົນ​ບໍ່​ໃສ່​ໃຈ​ເມຍ​ກັບ​ລູກ​ທັງ​ສອງ​ຄົນ. ຂ້ອຍ​ມາ​ຄິດ​ໄດ້​ວ່າ ເມື່ອ​ມີ​ຄົນ​ມາ​ຂໍ​ຄຳ​ປຶກສາ​ກັບ​ຂ້ອຍ​ຢູ່​ສານ​ເຈົ້າ ຂ້ອຍ​ຈະ​ຕັ້ງໃຈ​ຟັງ​ເຂົາເຈົ້າ​ເວົ້າ ແຕ່​ຂ້ອຍ​ພັດ​ບໍ່​ເຄີຍ​ສົນໃຈ​ສິ່ງ​ທີ່​ເມຍ​ເວົ້າ​ຈັກ​ເທື່ອ.

ເມື່ອ​ສຶກສາ​ຫຼາຍ​ຂຶ້ນ ສິ່ງ​ທີ່​ຂ້ອຍ​ໄດ້​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ເຮັດ​ໃຫ້​ຂ້ອຍ​ຢາກ​ໃກ້ຊິດ​ກັບ​ເພິ່ນ. ຂ້ອຍ​ປະທັບໃຈ​ເປັນ​ພິເສດ​ເມື່ອ​ໄດ້​ອ່ານ​ໂຣມ 10:13 ທີ່​ບອກ​ວ່າ: “ທຸກ​ຄົນ​ທີ່​ອ້ອນວອນ​ໂດຍ​ອອກ​ຊື່​ຂອງ​ພະເຢໂຫວາ​ຈະ​ລອດ.” ຂ້ອຍ​ສະແຫວງ​ຫາ​ພະເຈົ້າ​ມາ​ຕັ້ງແຕ່​ນ້ອຍ ແລະ​ໃນທີ່ສຸດ​ຂ້ອຍ​ກໍ​ໄດ້​ພົບ​ກັບ​ເພິ່ນ!

ຂ້ອຍ​ເລີ່ມ​ຮູ້ສຶກ​ວ່າ​ຂ້ອຍ​ບໍ່​ຄວນ​ເຮັດ​ວຽກ​ໃນ​ສານ​ເຈົ້າ​ອີກ​ຕໍ່ໄປ. ຕອນ​ທຳອິດ ຂ້ອຍ​ກັງວົນ​ວ່າ​ຄົນອື່ນ​ຈະ​ຄິດ​ແນວໃດ​ຖ້າ​ຂ້ອຍ​ອອກ​ຈາກ​ສາສະໜາ​ຊິນໂຕ. ແຕ່​ຂ້ອຍ​ເຄີຍ​ບອກ​ກັບ​ໂຕເອງ​ວ່າ​ຖ້າ​ຂ້ອຍ​ໄດ້​ພົບ​ກັບ​ພະເຈົ້າ​ທ່ຽງແທ້​ມື້​ໃດ ຂ້ອຍ​ຈະ​ອອກ​ຈາກ​ສາສະໜາ​ນີ້​ທັນທີ. ດັ່ງນັ້ນ ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ຂອງ​ປີ 1989 ຂ້ອຍ​ຈຶ່ງ​ຕັດສິນໃຈ​ເຮັດ​ສິ່ງ​ທີ່​ຂ້ອຍ​ຄວນ​ເຮັດ. ຂ້ອຍ​ລາ​ອອກ​ຈາກ​ສາສະໜາ​ຊິນໂຕ​ແລະ​ຝາກ​ຊີວິດ​ຂອງ​ຂ້ອຍ​ໄວ້​ກັບ​ພະເຢໂຫວາ.

ການ​ປ່ຽນ​ສາສະໜາ​ບໍ່​ແມ່ນ​ເລື່ອງ​ງ່າຍ​ເລີຍ. ນັກ​ບວດ​ທີ່​ອາວຸໂສ​ກວ່າ​ພາກັນ​ດ່າ​ຂ້ອຍ​ຢ່າງ​ໜັກ​ແລະ​ເຮັດ​ທຸກ​ວິທີ​ເພື່ອ​ບໍ່​ໃຫ້​ຂ້ອຍ​ລາ​ອອກ. ແຕ່​ທີ່​ຍາກ​ກວ່າ​ແມ່ນ​ການ​ບອກ​ໃຫ້​ພໍ່​ແມ່​ຮູ້​ເລື່ອງ​ການ​ຕັດສິນໃຈ​ຂອງ​ຂ້ອຍ. ລະຫວ່າງ​ທີ່​ກຳລັງ​ໄປ​ເຮືອນ​ພໍ່​ແມ່ ຂ້ອຍ​ຮູ້ສຶກ​ອຸກໃຈ​ຫຼາຍ​ຈົນ​ແໜ້ນ​ໜ້າ​ເອິກ​ແລະ​ຂາ​ລ່ອຍ. ຂ້ອຍ​ຕ້ອງ​ຢຸດ​ລະຫວ່າງ​ທາງ​ຫຼາຍ​ເທື່ອ​ເພື່ອ​ອະທິດຖານ​ຂໍ​ກຳລັງ​ຈາກ​ພະເຢໂຫວາ.

ເມື່ອ​ມາ​ຮອດ​ເຮືອນ​ພໍ່​ແມ່ ຕອນ​ທຳອິດ​ຂ້ອຍ​ຮູ້ສຶກ​ຢ້ານ​ຫຼາຍ​ຈົນ​ບໍ່​ກ້າ​ເວົ້າ​ເຖິງ​ເລື່ອງ​ນັ້ນ. ຫຼັງ​ຈາກ​ຜ່ານ​ໄປ​ຫຼາຍ​ຊົ່ວໂມງ​ແລະ​ອະທິດຖານ​ໄປ​ຫຼາຍ​ເທື່ອ ໃນທີ່ສຸດ ຂ້ອຍ​ກໍ​ກ້າ​ອະທິບາຍ​ເລື່ອງ​ທັງໝົດ​ໃຫ້​ພໍ່​ຟັງ. ຂ້ອຍ​ບອກ​ພໍ່​ວ່າ​ຂ້ອຍ​ໄດ້​ພົບ​ພະເຈົ້າ​ທ່ຽງແທ້​ແລ້ວ ແລະ​ຂ້ອຍ​ກຳລັງ​ຈະ​ລາ​ອອກ​ຈາກ​ສາສະໜາ​ຊິນໂຕ​ເພື່ອ​ຮັບໃຊ້​ເພິ່ນ. ພໍ່​ຕົກໃຈ​ແລະ​ເສຍໃຈ​ຫຼາຍ ຍາດ​ພີ່ນ້ອງ​ຫຼາຍ​ຄົນ​ມາ​ເຮືອນ​ຂ້ອຍ ແລະ​ພະຍາຍາມ​ເວົ້າ​ໃຫ້​ຂ້ອຍ​ປ່ຽນ​ໃຈ. ຂ້ອຍ​ບໍ່​ຢາກ​ເຮັດ​ໃຫ້​ຄອບຄົວ​ເສຍໃຈ ແຕ່​ໃນ​ຂະນະ​ດຽວ​ກັນ ຂ້ອຍ​ກໍ​ຮູ້​ວ່າ​ການຮັບໃຊ້​ພະເຢໂຫວາ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຄວນ​ເຮັດ. ເມື່ອ​ເວລາ​ຜ່ານ​ໄປ ຄອບຄົວ​ກໍ​ຍອມຮັບ​ການ​ຕັດສິນໃຈ​ຂອງ​ຂ້ອຍ.

ເຖິງ​ວ່າ​ຂ້ອຍ​ຈະ​ບໍ່​ໄດ້​ເປັນ​ນັກ​ບວດ​ໃນ​ສາສະໜາ​ຊິນໂຕ​ແລ້ວ ແຕ່​ຂ້ອຍ​ກໍ​ຍັງ​ຕ້ອງ​ໃຊ້​ເວລາ​ອີກ​ດົນ​ກວ່າ​ຈະ​ປັບ​ປ່ຽນ​ຄວາມຄິດ​ໄດ້. ຂ້ອຍ​ລຶ້ງ​ເຄີຍ​ກັບ​ການໃຊ້​ຊີວິດ​ແບບ​ນັກ​ບວດ​ມາ​ດົນ. ຂ້ອຍ​ພະຍາຍາມ​ຢ່າງ​ໜັກ​ທີ່​ຈະ​ລືມ ແຕ່​ບໍ່​ວ່າ​ຂ້ອຍ​ຈະ​ເບິ່ງ​ໄປ​ທາງ​ໃດ​ກໍ​ມີ​ແຕ່​ສິ່ງ​ທີ່​ເຕືອນ​ໃຫ້​ນຶກ​ເຖິງ​ຊີວິດ​ໃນ​ອະດີດ.

ມີ 2 ຢ່າງ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ກຳຈັດ​ອິດທິພົນ​ເກົ່າ​ໃຫ້​ໝົດ​ໄປ. ຢ່າງ​ທຳອິດ ຂ້ອຍ​ຄົ້ນ​ເບິ່ງ​ທົ່ວ​ເຮືອນ​ວ່າ​ຍັງ​ມີ​ຫຍັງ​ທີ່​ກ່ຽວຂ້ອງ​ກັບ​ສາສະໜາ​ເກົ່າ​ຫຼົງ​ເຫຼືອ​ຢູ່. ແລ້ວ​ຂ້ອຍ​ກໍ​ເຜົາ​ທຸກ​ຢ່າງ​ຖິ້ມ​ທັງ​ປຶ້ມ ຮູບພາບ ແມ່ນ​ແຕ່​ສິ່ງ​ຂອງ​ທີ່​ມີຄ່າ​ແລະ​ລາຄາ​ແພງ. ຢ່າງ​ທີ​ສອງ ຂ້ອຍ​ຫາ​ໂອກາດ​ຄົບຫາ​ກັບ​ພະຍານ​ພະເຢໂຫວາ​ໃຫ້​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. ມິດຕະພາບ​ແລະ​ຄວາມ​ຊ່ວຍເຫຼືອ​ຈາກ​ເຂົາເຈົ້າ​ຊ່ວຍ​ຂ້ອຍ​ຫຼາຍ​ແທ້ໆ. ແລ້ວ​ຊີວິດ​ແບບ​ເກົ່າ​ກໍ​ຄ່ອຍໆຫາຍ​ໄປ​ຈາກ​ຄວາມ​ຊົງ​ຈຳ​ຂອງ​ຂ້ອຍ.

ປະໂຫຍດ​ທີ່​ໄດ້​ຮັບ: ຂ້ອຍ​ເຄີຍ​ບໍ່​ສົນໃຈ​ເມຍ​ແລະ​ລູກ ນັ້ນ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ຖືກ​ປະຖິ້ມ. ແຕ່​ເມື່ອ​ຂ້ອຍ​ເລີ່ມ​ໃຫ້​ເວລາ​ກັບ​ເຂົາເຈົ້າ​ຫຼາຍ​ຂຶ້ນ​ຕາມ​ຄຳແນະນຳ​ໃນ​ຄຳພີໄບເບິນ​ທີ່​ໃຫ້​ກັບ​ຜົວ ພວກ​ເຮົາ​ກໍ​ໃກ້ຊິດ​ກັນ​ຫຼາຍ​ຂຶ້ນ. ຕໍ່ມາ ເມຍ​ຂ້ອຍ​ກໍ​ມາ​ຮັບໃຊ້​ພະເຢໂຫວາ​ນຳ. ຕອນນີ້ ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ ທັງ​ລູກ​ຊາຍ ລູກສາວ​ແລະ​ລູກ​ເຂີຍ​ກໍ​ມາ​ເປັນ​ຜູ້​ນະມັດສະການ​ແທ້​ຄື​ກັນ.

ເມື່ອ​ຂ້ອຍ​ຄິດເຖິງ​ຄວາມ​ຝັນ​ຕອນ​ຍັງ​ນ້ອຍ​ທີ່​ຢາກ​ຈະ​ຮັບໃຊ້​ພະເຈົ້າ​ແລະ​ຊ່ວຍເຫຼືອ​ຄົນອື່ນ ຂ້ອຍ​ເຫັນ​ແລ້ວ​ວ່າ​ຂ້ອຍ​ໄດ້​ທຸກ​ສິ່ງ​ທີ່​ສະແຫວງ​ຫາ ແລະ​ຍັງ​ໄດ້​ຫຼາຍ​ກວ່າ​ນັ້ນ​ອີກ. ຂ້ອຍ​ຂອບໃຈ​ໃນ​ຄວາມ​ກະລຸນາ​ຂອງ​ພະເຢໂຫວາ​ຫຼາຍ​ແທ້ໆຈົນ​ບໍ່​ອາດ​ພັນລະນາ​ເປັນ​ຄຳເວົ້າ​ໄດ້.

“ຂ້ອຍ​ຮູ້ສຶກ​ວ່າ​ມີ​ບາງ​ຢ່າງ​ທີ່​ຂາດ​ຫາຍ​ໄປ.”—ລີເນດ ຫອບຟ໌ຕິງ

ປີ​ເກີດ: 1958

ປະເທດ​ບ້ານ​ເກີດ: ອາຝຼິກກາ​ໃຕ້

ອະດີດ: ຮູ້ສຶກ​ຖືກ​ປະຖິ້ມ

ຊີວິດ​ທີ່​ຜ່ານ​ມາ: ຂ້ອຍ​ເກີດ​ຢູ່​ເຈີມິດສະຕັນ ເມືອງ​ຂອງ​ຊົນ​ຊັ້ນ​ກາງ​ທີ່​ມີການ​ຂຸດ​ຄົ້ນ​ບໍ່​ແຮ່​ແລະ​ເປັນ​ເມືອງ​ທີ່​ບໍ່​ຄ່ອຍ​ມີ​ອາດຊະຍາກຳ​ຫຼາຍ​ປານ​ໃດ. ຍ້ອນ​ພໍ່​ແມ່​ຄິດ​ວ່າ​ຈະ​ລ້ຽງ​ຂ້ອຍ​ບໍ່​ໄຫວ ເຂົາເຈົ້າ​ຈຶ່ງ​ຕັດສິນໃຈ​ເອົາ​ຂ້ອຍ​ໄປ​ໃຫ້​ຄົນອື່ນ​ລ້ຽງ. ເມື່ອ​ອາຍຸ​ພຽງ​ແຕ່ 14 ມື້ ກໍ​ມີ​ຜົວ​ເມຍ​ທີ່​ໃຈດີ​ຄູ່​ໜຶ່ງ​ມາ​ຮັບ​ຂ້ອຍ​ໄປ​ລ້ຽງ ແລະ​ຂ້ອຍ​ເຂົ້າໃຈ​ມາ​ຕະຫຼອດ​ວ່າ​ພວກ​ເພິ່ນ​ເປັນ​ພໍ່​ແມ່​ແທ້ໆຂອງ​ຂ້ອຍ. ແຕ່​ຫຼັງ​ຈາກ​ໄດ້​ຮູ້​ຄວາມຈິງ​ແລ້ວ ຂ້ອຍ​ກໍ​ຮູ້ສຶກ​ຫົດ​ຫູ່​ທີ່​ຖືກ​ພໍ່​ແມ່​ປະຖິ້ມ. ຂ້ອຍ​ເລີ່ມ​ຮູ້ສຶກ​ວ່າ​ໂຕເອງ​ບໍ່​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ນີ້ ແລະ​ພໍ່​ລ້ຽງ​ແມ່​ລ້ຽງ​ກໍ​ບໍ່​ເຂົ້າໃຈ​ຂ້ອຍ.

ເມື່ອ​ອາຍຸ​ປະມານ 16 ປີ ຂ້ອຍ​ເລີ່ມ​ໄປ​ທ່ຽວ​ຕາມ​ເທັກ​ຕາມ​ບາ​ກັບ​ໝູ່ ເຕັ້ນ​ແລະ​ຟັງ​ເພງ​ນຳ​ກັນ. ເມື່ອ​ອາຍຸ 17 ປີ ຂ້ອຍ​ກໍ​ເລີ່ມ​ສູບ​ຢາ. ຂ້ອຍ​ຢາກ​ຈ່ອຍ​ຄື​ນາງ​ແບບ​ໃນ​ໂຄສະນາ​ຢາ​ສູບ. ເມື່ອ​ອາຍຸ 19 ປີ ຂ້ອຍ​ຍ້າຍ​ໄປ​ເຮັດ​ວຽກ​ຢູ່​ເມືອງ​ໂຈຮັນເນດສະເບີກ ແລະ​ໝູ່​ໃໝ່​ທີ່​ຂ້ອຍ​ຄົບຫາ​ກໍ​ລ້ວນ​ແຕ່​ເປັນ​ຄົນ​ບໍ່​ດີ. ບໍ່​ດົນ ຂ້ອຍ​ກໍ​ເລີ່ມ​ເວົ້າ​ຫຍາບ​ຄາຍ ຕິດ​ຢາ​ສູບ ແລະ​ເມື່ອ​ຮອດ​ທ້າຍ​ອາທິດ​ຂ້ອຍ​ກໍ​ມີ​ແຕ່​ກິນ​ເຫຼົ້າ.

ເຖິງ​ຈະ​ເປັນ​ແນວ​ນັ້ນ ຂ້ອຍ​ກໍ​ມັກ​ອອກ​ກຳລັງ​ກາຍ. ຂ້ອຍ​ເຕັ້ນ​ແອໂຣບິກ ຫຼິ້ນ​ສະຄອດສ໌​ ແລະ​ແຕະ​ບານ​ເປັນ​ປະຈຳ. ນອກຈາກນັ້ນ ຂ້ອຍ​ຍັງ​ເຮັດ​ວຽກ​ໜັກ​ຫຼາຍ​ຈົນ​ເລີ່ມ​ມີ​ຊື່ສຽງ​ໃນ​ແວດ​ວົງ​ຄອມພິວເຕີ. ຂ້ອຍ​ມີ​ເງິນ​ໃຊ້​ຈ່າຍ​ຢ່າງ​ເຫຼືອ​ເຟືອ ແລະ​ຫຼາຍ​ຄົນ​ກໍ​ບອກ​ວ່າ​ຂ້ອຍ​ປະສົບ​ຄວາມ​ສຳເລັດ​ແລ້ວ. ແຕ່​ແທ້ໆແລ້ວ​ຂ້ອຍ​ບໍ່​ມີ​ຄວາມສຸກ​ເລີຍ ຂ້ອຍ​ຮູ້ສຶກ​ສັບສົນ​ແລະ​ຜິດ​ຫວັງ​ກັບ​ຊີວິດ. ເລິກໆໃນ​ໃຈ ຂ້ອຍ​ຮູ້​ວ່າ​ຍັງ​ມີ​ບາງ​ຢ່າງ​ທີ່​ຂາດ​ຫາຍ​ໄປ.

ຄຳພີໄບເບິນ​ປ່ຽນ​ຊີວິດ​ຂ້ອຍ​ແນວໃດ: ເມື່ອ​ເລີ່ມ​ສຶກສາ​ຄຳພີໄບເບິນ ຂ້ອຍ​ໄດ້​ຮູ້​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ແຫ່ງ​ຄວາມ​ຮັກ. ຂ້ອຍ​ຍັງ​ໄດ້​ຮູ້​ນຳ​ວ່າ​ເພິ່ນ​ສະແດງ​ຄວາມ​ຮັກ​ໂດຍ​ໃຫ້​ຄຳພີໄບເບິນ ເຊິ່ງ​ເປັນ​ຖ້ອຍຄຳ​ຂອງ​ເພິ່ນ​ໃຫ້​ພວກ​ເຮົາ. ຄຳພີໄບເບິນ​ເປັນ​ຄື​ກັບ​ຈົດໝາຍ​ທີ່​ເພິ່ນ​ຂຽນ​ເຖິງ​ເຮົາ​ເປັນ​ສ່ວນຕົວ​ເພື່ອ​ຊີ້ນຳ​ທາງ​ຊີວິດ​ຂອງ​ເຮົາ. (ເອຊາຢາ 48:17, 18) ຂ້ອຍ​ຮູ້​ວ່າ​ຖ້າ​ຂ້ອຍ​ຢາກ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຊີ້ນຳ​ດ້ວຍ​ຄວາມ​ຮັກ​ຂອງ​ພະເຢໂຫວາ ຂ້ອຍ​ຕ້ອງ​ປ່ຽນແປງ​ຫຼາຍ​ຢ່າງ​ໃນ​ຊີວິດ.

ເລື່ອງ​ໜຶ່ງ​ທີ່​ຂ້ອຍ​ຕ້ອງ​ປ່ຽນ​ແມ່ນ​ເລື່ອງ​ໝູ່. ຂໍ້​ຄຳພີ​ທີ່​ກະຕຸ້ນ​ໃຈ​ຂ້ອຍ​ແມ່ນ​ສຸພາສິດ 13:20, ລ.ມ. ເຊິ່ງ​ບອກ​ວ່າ: “ຄົນ​ທີ່​ຄົບ​ກັບ​ຄົນ​ສະຫຼາດ​ຈະ​ສະຫຼາດ ແຕ່​ຄົນ​ທີ່​ຄົບ​ກັບ​ຄົນ​ໂງ່​ຈະ​ເດືອດຮ້ອນ.” ຫຼັກການ​ຂໍ້​ນີ້​ກະຕຸ້ນ​ຂ້ອຍ​ໃຫ້​ເຊົາ​ຄົບຫາ​ກັບ​ໝູ່​ເກົ່າ​ແລະ​ປ່ຽນ​ມາ​ຄົບຫາ​ກັບ​ໝູ່​ໃໝ່​ທີ່​ເປັນ​ພະຍານ​ພະເຢໂຫວາ.

ເລື່ອງ​ທີ່​ຍາກ​ທີ່ສຸດ​ສຳລັບ​ຂ້ອຍ​ແມ່ນ​ການ​ເຊົາ​ສູບ​ຢາ ເພາະ​ຂ້ອຍ​ຕິດ​ຢາ​ສູບ​ຫຼາຍ​ອີ່ຫຼີ. ລະຫວ່າງ​ທີ່​ຂ້ອຍ​ພະຍາຍາມ​ຈະ​ເຊົາ ຂ້ອຍ​ກໍ​ຕ້ອງ​ເຈິ​ກັບ​ບັນຫາ​ອີກ​ຢ່າງ​ໜຶ່ງ. ການ​ເຊົາ​ສູບ​ຢາ​ເຮັດ​ໃຫ້​ຂ້ອຍ​ນ້ຳ​ໜັກ ຂຶ້ນ​ເກືອບ 14 ກິໂລ! ເລື່ອງ​ນີ້​ເຮັດ​ໃຫ້​ຂ້ອຍ​ເສຍ​ຄວາມ​ໝັ້ນໃຈ​ໃນ​ໂຕເອງ​ໄປ​ຫຼາຍ​ພໍ​ສົມຄວນ ແລະ​ຕ້ອງ​ໃຊ້​ເວລາ​ດົນ​ເກືອບ 10 ປີ​ເພື່ອ​ຈະ​ຫຼຸດ​ນ້ຳ​ໜັກ​ໃຫ້​ໄດ້​ສ່ຳ​ເກົ່າ. ແຕ່​ຂ້ອຍ​ຮູ້​ວ່າ​ການ​ເຊົາ​ຢາ​ສູບ​ເປັນ​ສິ່ງ​ທີ່​ຖືກຕ້ອງ. ຂ້ອຍ​ອະທິດຖານ​ເຖິງ​ພະເຢໂຫວາ​ສະເໝີ​ແລະ​ເພິ່ນ​ກໍ​ໃຫ້​ກຳລັງ​ກັບ​ຂ້ອຍ​ຈົນ​ເຊົາ​ໄດ້.

ປະໂຫຍດ​ທີ່​ໄດ້​ຮັບ: ດຽວ​ນີ້​ຂ້ອຍ​ມີ​ສຸຂະພາບ​ດີ​ຂຶ້ນ. ນອກຈາກນັ້ນ ຂ້ອຍ​ຍັງ​ອີ່ມໃຈ​ພໍໃຈ​ກັບ​ຊີວິດ. ຂ້ອຍ​ບໍ່​ຕ້ອງ​ໄປ​ຊອກ​ຫາ​ຄວາມສຸກ​ຈອມ​ປອມ​ທີ່​ເຄີຍ​ຄິດ​ວ່າ​ຈະ​ໄດ້​ຈາກ​ໜ້າທີ່​ການ​ງານ ຖານະ​ທາງ​ສັງຄົມ ແລະ​ຄວາມ​ຮັ່ງມີ. ຕອນນີ້​ຂ້ອຍ​ມີ​ຄວາມສຸກ​ທີ່​ໄດ້​ບອກ​ຄົນອື່ນ​ໃຫ້​ຮູ້​ຄວາມຈິງ​ຈາກ​ຄຳພີໄບເບິນ. ຜົນ​ກໍ​ຄື ໝູ່​ຂອງ​ຂ້ອຍ​ສາມ​ຄົນ​ທີ່​ເຄີຍ​ເຮັດ​ວຽກ​ນຳ​ກັນ​ໄດ້​ເຂົ້າ​ມາ​ຮັບໃຊ້​ພະເຢໂຫວາ​ຮ່ວມ​ກັບ​ຂ້ອຍ​ແລະ​ຜົວ. ກ່ອນ​ທີ່​ພໍ່​ລ້ຽງ​ແມ່​ລ້ຽງ​ຈະ​ເສຍ​ຊີວິດ ຂ້ອຍ​ໄດ້​ມີ​ໂອກາດ​ບອກ​ເຂົາເຈົ້າ​ເລື່ອງ​ຄຳ​ສັນຍາ​ໃນ​ຄຳພີໄບເບິນ​ກ່ຽວກັບ​ການ​ຄືນ​ມາ​ຈາກ​ຕາຍ​ໃນ​ອຸທິຍານ.

ການ​ເຂົ້າ​ມາ​ໃກ້ຊິດ​ກັບ​ພະເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ເອົາ​ຊະນະ​ຄວາມ​ຮູ້ສຶກ​ທີ່​ຖືກ​ປະຖິ້ມ. ເພິ່ນ​ຊ່ວຍ​ຂ້ອຍ​ໃຫ້​ຮູ້ສຶກ​ອົບອຸ່ນ​ທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ຄລິດສະຕຽນ​ທົ່ວ​ໂລກ! ໃນ​ຄອບຄົວ​ນີ້ ຂ້ອຍ​ມີ​ພໍ່ ແມ່ ແລະ​ອ້າຍ​ເອື້ອຍ​ນ້ອງ​ຫຼາຍ​ຄົນ.—ມາຣະໂກ 10:29, 30

[ຮູບ​ພາບ]

ຂ້ອຍ​ໄດ້​ເຫັນ​ຄວາມ​ຮັກ​ແບບ​ຄລິດສະຕຽນ​ໃນ​ທ່າມກາງ​ພະຍານ​ພະເຢໂຫວາ

[ຮູບ​ພາບ]

ສານ​ເຈົ້າ​ຊິນໂຕ​ທີ່​ເຄີຍ​ເປັນ​ບ່ອນ​ນະມັດສະການ​ຂອງ​ຂ້ອຍ