ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

“ຄລິດສະຕຽນ” ທຸກຄົນເປັນຄລິດສະຕຽນບໍ?

“ຄລິດສະຕຽນ” ທຸກຄົນເປັນຄລິດສະຕຽນບໍ?

“ຄລິດສະຕຽນ” ທຸກ​ຄົນ​ເປັນ​ຄລິດສະຕຽນ​ບໍ?

ມີ​ຈັກ​ຄົນ​ໃນ​ໂລກ​ນີ້​ທີ່​ເປັນ​ຄລິດສະຕຽນ? ປຶ້ມ​ແຜນທີ່​ສາສະໜາ​ຄລິດສະຕຽນ​ທົ່ວ​ໂລກ (ພາສາ​ອັງກິດ) ລາຍງານ​ວ່າ​ໃນ​ປີ 2010 ຕະຫຼອດ​ທົ່ວ​ໂລກ​ມີ​ຄລິດສະຕຽນ​ເກືອບ 2,3 ພັນ​ລ້ານ​ຄົນ. ແຕ່​ປຶ້ມ​ເຫຼັ້ມ​ດຽວ​ກັນ​ຍັງ​ບອກ​ນຳ​ວ່າ​ຄລິດສະຕຽນ​ເຫຼົ່າ​ນີ້​ແບ່ງ​ເປັນ​ກຸ່ມ​ແລະ​ນິກາຍ​ຕ່າງ​ໆ​ຫຼາຍ​ກວ່າ 41.000 ກຸ່ມ ແລະ​ແຕ່​ລະ​ກຸ່ມ​ຕ່າງ​ກໍ​ມີ​ຫຼັກ​ຄຳສອນ​ແລະ​ແນວ​ປະຕິບັດ​ຂອງ​ຕົວເອງ. ເມື່ອ​ມີ​ສາສະໜາ “ຄລິດສະຕຽນ” ຫຼາຍ​ປານ​ນີ້​ກໍ​ເປັນ​ເລື່ອງ​ທຳມະດາ​ທີ່​ຫຼາຍ​ຄົນ​ຈະ​ຮູ້ສຶກ​ສັບສົນ​ແລະ​ເຖິງ​ກັບ​ຜິດ​ຫວັງ​ດ້ວຍ​ຊ້ຳ. ລາວ​ເຈົ້າ​ອາດ​ສົງໄສ​ວ່າ ‘ທຸກ​ຄົນ​ທີ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ​ເປັນ​ຄລິດສະຕຽນ​ແທ້​ໆ​ບໍ?’

ໃຫ້​ເຮົາ​ມາ​ພິຈາລະນາ​ເລື່ອງ​ນີ້​ໃນ​ອີກ​ມຸມ​ໜຶ່ງ. ຕາມ​ປົກກະຕິ​ແລ້ວ ນັກ​ທ່ອງທ່ຽວ​ທີ່​ເດີນທາງ​ໄປ​ຕ່າງ​ປະເທດ​ຈະ​ຕ້ອງ​ແຈ້ງ​ເຈົ້າ​ໜ້າທີ່​ກວດ​ຄົນ​ເຂົ້າ​ເມືອງ​ວ່າ​ລາວ​ເປັນ​ພົນລະເມືອງ​ປະເທດ​ໃດ. ນອກ​ຈາກນັ້ນ ລາວ​ຍັງ​ຕ້ອງ​ສະແດງ​ໜັງສື​ເດີນທາງ​ໃຫ້​ກັບ​ເຈົ້າ​ໜ້າທີ່​ເພື່ອ​ເປັນ​ຫຼັກຖານ​ຢືນຢັນ​ຄຳ​ເວົ້າ​ຂອງ​ລາວ. ໃນ​ທຳນອງ​ດຽວ​ກັນ ຄລິດສະຕຽນ​ແທ້​ຕ້ອງ​ບໍ່​ພຽງ​ບອກ​ວ່າ​ລາວ​ເຊື່ອ​ໃນ​ພະຄລິດ ແຕ່​ລາວ​ຕ້ອງ​ໃຫ້​ຫຼັກຖານ​ອື່ນ​ໆ​ເພີ່ມເຕີມ​ນຳ. ຫຼັກຖານ​ເຫຼົ່າ​ນັ້ນ​ມີ​ຫຍັງ​ແດ່?

ຄຳ​ວ່າ “ຄລິດສະຕຽນ” ຖືກ​ນຳ​ມາ​ໃຊ້​ເທື່ອ​ທຳອິດ​ຫຼັງ​ປີ 44. ລາຍງານ​ຂອງ​ລູກາ ນັກ​ປະຫວັດສາດ​ດ້ານ​ຄຳພີ​ໄບເບິນ​ບອກ​ວ່າ: “ພວກ​ລູກສິດ​ຈຶ່ງ​ຖືກ​ເອີ້ນ​ວ່າ​ຄລິດສະຕຽນ​ເປັນ​ເທື່ອ​ທຳອິດ​ໃນ​ເມືອງ​ອັນຕີໂອເຂຍ.” (ກິດຈະການ 11:26) ຂໍ​ໃຫ້​ສັງເກດ​ວ່າ ຄົນ​ທີ່​ຖືກ​ເອີ້ນ​ວ່າ​ຄລິດສະຕຽນ​ຄື​ພວກ​ລູກສິດ​ຂອງ​ພະຄລິດ. ການ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຄລິດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ວັດຈະນານຸກົມ​ນານາ​ຊາດ​ສະບັບ​ໃໝ່​ກ່ຽວກັບ​ເທວະ​ວິທະຍາ​ແຫ່ງ​ພັນທະ​ສັນຍາ​ໃໝ່ (ພາສາ​ອັງກິດ) ອະທິບາຍ​ວ່າ: “ການ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ໝາຍເຖິງ​ການ​ອຸທິດ​ຊີວິດ​ທັງ​ສິ້ນ​ໃຫ້​ພະອົງ. . .ແລະ​ຮັບ​ເອົາ​ທຸກ​ສິ່ງ​ໃນ​ຊີວິດ​ຂອງ​ພະອົງ​ມາ​ເປັນ​ຂອງ​ຕົນ​ໂດຍ​ບໍ່​ມີ​ຂໍ້​ແມ້.” ດັ່ງນັ້ນ ຄລິດສະຕຽນ​ແທ້​ແມ່ນ​ຄົນ​ທີ່​ເຮັດ​ຕາມ​ຄຳ​ແນະນຳ​ສັ່ງ​ສອນ​ທຸກ​ຢ່າງ​ຂອງ​ພະ​ເຢຊູ​ຜູ້​ກໍ່​ຕັ້ງ​ສາສະໜາ​ຄລິດສະຕຽນ​ໂດຍ​ບໍ່​ມີ​ຂໍ້​ແມ້.

ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ພົບ​ຄລິດສະຕຽນ​ແທ້​ທ່າມກາງ​ຜູ້​ຄົນ​ຫຼາຍ​ໆ​ທີ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້? ພະ​ເຢຊູ​ເອງ​ໄດ້​ບອກ​ໄວ້​ແນວ​ໃດ​ກ່ຽວກັບ​ຫຼັກຖານ​ທີ່​ລະບຸ​ຕົວ​ລູກສິດ​ແທ້​ຂອງ​ເພິ່ນ? ໃຫ້​ມາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ຕອບ​ຄຳ​ຖາມ​ເຫຼົ່າ​ນີ້​ແນວ​ໃດ. ໃນ​ບົດ​ຄວາມ​ຕໍ່​ຈາກ​ນີ້ ເຮົາ​ຈະ​ພິຈາລະນາ​ລັກສະນະ​ສຳຄັນ 5 ຢ່າງ​ທີ່​ພະ​ເຢຊູ​ບອກ​ວ່າ​ຈະ​ເປັນ​ຫຼັກຖານ​ລະບຸ​ຕົວ​ລູກສິດ​ແທ້​ຂອງ​ເພິ່ນ. ແລ້ວ​ເຮົາ​ຈະ​ພິຈາລະນາ​ວ່າ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ສະແດງ​ຫຼັກຖານ​ເຫຼົ່າ​ນີ້​ແນວ​ໃດ. ຈາກນັ້ນ ເຮົາ​ຈະ​ມາ​ເບິ່ງ​ວ່າ​ຄລິດ​ສະ​ຕຽນ​ກຸ່ມ​ໃດ​ໃນ​ທຸກ​ມື້​ນີ້​ກຳລັງ​ເຮັດ​ແບບ​ດຽວ​ກັນ.