ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈາກ​ປົກ | ຄຳ​ຕົວະ​ທີ່​ເຮັດ​ໃຫ້​ມະນຸດ​ບໍ່​ຢາກ​ຮັກ​ພະເຈົ້າ

ຄຳຕົວະ​ທີ່​ເຮັດ​ໃຫ້​ຄົນ​ເຊື່ອ​ວ່າ​ພະເຈົ້າ​ບໍ່​ມີ​ຊື່

ຄຳຕົວະ​ທີ່​ເຮັດ​ໃຫ້​ຄົນ​ເຊື່ອ​ວ່າ​ພະເຈົ້າ​ບໍ່​ມີ​ຊື່

ຄົນ​ທົ່ວໄປ​ເຊື່ອ​ແນວໃດ?

“ພວກ​ເຮົາ​ຍັງ​ບໍ່​ໄດ້​ຂໍ້​ສະຫຼຸບ​ວ່າ​ຄວນ​ເອີ້ນ​ຊື່​ຂອງ​ພະເຈົ້າ​ຫຼື​ບໍ່ ແລະ​ຖ້າ​ຄວນ​ເອີ້ນ ເຮົາ​ຈະ​ໃຊ້​ຊື່​ຫຍັງ.”—ສາສະດາ​ຈານ ເດວິດ ຄັນນິງແຫມ, ຜູ້​ຊ່ຽວຊານ​ດ້ານ​ສາສະໜາ​ສາດ.

ອັນ​ໃດ​ແມ່ນ​ຄວາມຈິງ​ໃນ​ຄຳພີໄບເບິນ?

ພະເຈົ້າ​ບອກ​ວ່າ: “ເຮົາ​ແມ່ນ​ເຢໂຫວາ ນີ້​ແມ່ນ​ຊື່​ຂອງ​ເຮົາ.” (ເອຊາຢາ 42:8, ລ.ມ.) ເຢໂຫວາ​ເປັນ​ຊື່​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ “ເຮົາ​ຈະ​ເປັນ​ຫຍັງ​ກໍ​ໄດ້​ທີ່​ເຮົາ​ຢາກ​ເປັນ.”—ອົບພະຍົບ 3:14, ລ.ມ.

ພະເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ໃຊ້​ຊື່​ຂອງ​ເພິ່ນ. ຄຳພີໄບເບິນ​ບອກ​ວ່າ “ຮ້ອງ ຊື່​ເພິ່ນ ບອກ​ທຸກ​ຄົນ​ໃຫ້​ຮູ້ ວ່າ​ເພິ່ນ​ໄດ້​ເຮັດ​ຫຍັງ​ແດ່ ບອກ​ທຸກ​ຄົນ​ໃຫ້​ຮູ້ ວ່າ​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ການ​ຍົກຍ້ອງ​ຫຼາຍ​ສ່ຳ​ໃດ.”—ເອຊາຢາ 12:4, ລ.ມ.

ພະເຢຊູ​ເອງ​ກໍ​ໃຊ້​ຊື່​ພະເຈົ້າ. ພະເຢຊູ​ອະທິດຖານ​ເຖິງ​ພະເຢໂຫວາ​ວ່າ: “ລູກ​ເຮັດ​ໃຫ້​ພວກ​ເຂົາ [ພວກ​ລູກສິດ​ຂອງ​ພະເຢຊູ] ຮູ້ຈັກ​ຊື່​ຂອງ​ພະອົງ​ແລ້ວ ແລະ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຮູ້ຈັກ​ຕໍ່ໆໄປ​ອີກ.” ເປັນຫຍັງ​ພະເຢຊູ​ບອກ​ໃຫ້​ພວກ​ລູກສິດ​ຮູ້ຈັກ​ຊື່​ຂອງ​ພະເຈົ້າ? ເພິ່ນ​ອະທິບາຍ​ຕໍ່ໄປ​ວ່າ: “ເພື່ອ​ພວກ​ເຂົາ​ຈະ​ຮັກ​ຄົນອື່ນ​ຄື​ກັບ​ທີ່​ພະອົງ​ຮັກ​ລູກ ແລະ​ລູກ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພວກ​ເຂົາ.”—ໂຢຮັນ 17:26

ເປັນຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

ວໍເທີ ເລົາຣີ ນັກ​ເທວະ​ວິທະຍາ​ຄົນ​ໜຶ່ງ​ຂຽນ​ວ່າ: “ຄົນ​ໃດ​ບໍ່​ຮູ້ຈັກ​ຊື່​ພະເຈົ້າ ຄົນ​ນັ້ນ​ບໍ່​ຮູ້ຈັກ​ຕົວ​ຕົນ​ທີ່​ແທ້​ຈິງ​ຂອງ​ເພິ່ນ ແລະ​ລາວ​ຮັກ​ເພິ່ນ​ບໍ່​ໄດ້ ຖ້າ​ລາວ​ຄິດ​ວ່າ​ເພິ່ນ​ເປັນ​ພຽງ​ພະລັງ​ທີ່​ບໍ່​ມີ​ຕົວ​ຕົນ.”

ການ​ປົກ​ປິດ​ຫຼື​ການໃຊ້​ຄຳ​ອື່ນ​ແທນ​ຊື່​ຂອງ​ພະເຈົ້າ​ເປັນ​ຄື​ກັບ​ການ​ຕັດ​ຊື່​ນັ້ນ​ອອກ​ຈາກ​ຄຳພີໄບເບິນ.

ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວິກເຕີ​ໄປ​ໂບດ​ທຸກໆອາທິດ ແຕ່​ລາວ​ຍັງ​ຮູ້ສຶກ​ວ່າ​ບໍ່​ໄດ້​ຮູ້ຈັກ​ພະເຈົ້າ​ແທ້. ແຕ່​ລາວ​ບອກ​ວ່າ: “ເມື່ອ​ຂ້ອຍ​ໄດ້​ຮູ້​ວ່າ​ພະເຈົ້າ​ມີ​ຊື່​ວ່າ​ເຢໂຫວາ ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ​ຫາກໍ​ໄດ້​ຮັບ​ການ​ແນະນຳ​ໃຫ້​ຮູ້ຈັກ​ເພິ່ນ​ເປັນ​ທາງ​ການ. ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ ໃນທີ່ສຸດ​ຂ້ອຍ​ກໍ​ໄດ້​ພົບ​ບຸກຄົນ​ທີ່​ຂ້ອຍ​ເຄີຍ​ໄດ້​ຍິນ​ເລື່ອງ​ລາວ​ຂອງ​ລາວ​ມາ​ດົນ​ແລ້ວ. ແລ້ວ​ພະເຈົ້າ​ກໍ​ເປັນ​ຈິງ​ສຳລັບ​ຂ້ອຍ​ແລະ​ເປັນ​ຜູ້​ທີ່​ຂ້ອຍ​ສາມາດ​ໃກ້ຊິດ​ໄດ້.”

ພະເຢໂຫວາ​ເອງ​ກໍ​ຮູ້ສຶກ​ໃກ້ຊິດ​ກັບ​ຄົນ​ທີ່​ໃຊ້​ຊື່​ຂອງ​ເພິ່ນ​ຄື​ກັນ. ພະເຈົ້າ​ເວົ້າ​ເຖິງ​ຄົນ​ທີ່ “ລະນຶກ​ເຖິງ​ຊື່​ຂອງ​ເພິ່ນ” ແລະ​ສັນຍາ​ວ່າ: “ເຮົາ​ຈະ​ສະແດງ​ຄວາມ​ຮັກ​ຄວາມ​ເມດຕາ​ຕໍ່​ພວກ​ເຂົາ​ຄື​ພໍ່​ສະແດງ​ຕໍ່​ລູກ​ທີ່​ເຊື່ອຟັງ.” (ມາລາກີ 3:16, 17, ລ.ມ.) ພະເຢໂຫວາ​ຍັງ​ໃຫ້​ລາງວັນ​ແກ່​ຄົນ​ທີ່​ຮ້ອງ​ເອີ້ນ​ຊື່​ຂອງ​ເພິ່ນ​ຄື​ກັນ. ຄຳພີໄບເບິນ​ບອກ​ວ່າ: “ທຸກ​ຄົນ​ທີ່​ອ້ອນວອນ​ໂດຍ​ອອກ​ຊື່​ຂອງ​ພະເຢໂຫວາ​ຈະ​ລອດ.”—ໂຣມ 10:13