ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຈາກ​ປົກ | ຄຳ​ຕົວະ​ທີ່​ເຮັດ​ໃຫ້​ມະນຸດ​ບໍ່​ຢາກ​ຮັກ​ພະເຈົ້າ

ຄຳຕົວະ​ທີ່​ເຮັດ​ໃຫ້​ຄົນ​ເຊື່ອ​ວ່າ​ພະເຈົ້າ​ເປັນ​ບຸກຄົນ​ລຶກລັບ

ຄຳຕົວະ​ທີ່​ເຮັດ​ໃຫ້​ຄົນ​ເຊື່ອ​ວ່າ​ພະເຈົ້າ​ເປັນ​ບຸກຄົນ​ລຶກລັບ

ຄົນ​ທົ່ວໄປ​ເຊື່ອ​ແນວໃດ?

ສາສະໜາ​ຄລິດ “ນິກາຍ​ໃຫຍ່ໆ 3 ນິກາຍ ທັງ​ໂຣມັນ​ກາໂຕລິກ ອໍໂຕດ໋ອກ​ຕາເວັນ​ອອກ ແລະ​ໂປຣແຕສະຕັງ​ເຊື່ອ​ວ່າ​ພະເຈົ້າ​ປະກອບ​ດ້ວຍ 3 ບຸກຄົນ ຄື: ພະເຈົ້າ​ພະບິດາ ພະເຈົ້າ​ພະບຸດ ແລະ​ພະເຈົ້າ​ພະ​ວິນຍານ​ບໍລິສຸດ. ຕາມ​ຫຼັກ​ເທວະ​ວິທະຍາ​ຂອງ​ຄລິດສະຕຽນ ຄຳສອນ​ນີ້​ບໍ່​ໄດ້​ຍອມຮັບ​ວ່າ​ມີ​ພະເຈົ້າ 3 ອົງ ແຕ່​ຍອມຮັບ​ວ່າ​ທັງ 3 ອົງ​ເປັນ​ພະເຈົ້າ​ອົງ​ດຽວ.”—ສາລານຸກົມ​ບຣິແທນນິກາ​ສະບັບ​ໃໝ່.

ອັນ​ໃດ​ແມ່ນ​ຄວາມຈິງ​ໃນ​ຄຳພີໄບເບິນ?

ພະເຢຊູ ລູກ​ຊາຍ​ຂອງ​ພະເຈົ້າ ບໍ່​ເຄີຍ​ອ້າງ​ວ່າ​ເພິ່ນ​ເປັນ​ບຸກຄົນ​ດຽວ​ກັບ​ພໍ່​ຫຼື​ມີ​ຖານະ​ເທົ່າ​ທຽມ​ກັນ. ແຕ່​ເພິ່ນ​ບອກ​ວ່າ: “ຂ້ອຍ​ຈະ​ໄປ​ຫາ​ພໍ່ ເພາະ​ພະເຈົ້າ​ຜູ້​ເປັນ​ພໍ່​ຍິ່ງໃຫຍ່​ກວ່າ​ຂ້ອຍ.” (ໂຢຮັນ 14:28) ພະເຢຊູ​ຍັງ​ບອກ​ລູກສິດ​ຄົນ​ໜຶ່ງ​ອີກ​ວ່າ: “ຂ້ອຍ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພໍ່​ຂອງ​ຂ້ອຍ​ເຊິ່ງ​ເປັນ​ພໍ່​ຂອງ​ພວກເຈົ້າ ແລະ​ໄປ​ຫາ​ພະເຈົ້າ​ຂອງ​ຂ້ອຍ​ເຊິ່ງ​ເປັນ​ພະເຈົ້າ​ຂອງ​ພວກເຈົ້າ.”—ໂຢຮັນ 20:17

ພະລັງບໍລິສຸດ​ບໍ່​ແມ່ນ​ພະເຈົ້າ. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ “ເຕັມ​ໄປ ດ້ວຍ​ພະລັງບໍລິສຸດ” ແລະ​ພະເຢໂຫວາ​ບອກ​ວ່າ: “ເຮົາ​ຈະ​ໃຫ້ ພະລັງ​ຂອງ​ເຮົາ​ກັບ​ຄົນ​ທຸກ​ປະເພດ.” (ກິດຈະການ 2:1-4, 17) ພະລັງບໍລິສຸດ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຕີເອການຸພາບ ແຕ່​ເປັນ​ພະລັງ​ປະຕິບັດການ​ຂອງ​ພະເຈົ້າ.

ເປັນຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?

ຜູ້​ຊ່ຽວຊານ​ດ້ານ​ຄຳສອນ​ກາໂຕລິກ ຄານ ຣາເນີ​ແລະ​ເຮີເບິດ ຟໍກຣິມເລີ​ອະທິບາຍ​ວ່າ ຕີເອການຸພາບ “ບໍ່​ມີ​ທາງ​ເປັນ​ທີ່​ຮູ້ຈັກ​ຖ້າ​ບໍ່​ມີການ​ເປີດເຜີຍ ແລະ​ເຖິງ​ວ່າ​ຈະ​ເປີດເຜີຍ​ແລ້ວ​ກໍ​ບໍ່​ເຂົ້າໃຈ​ໄດ້​ທົງ​ໝົດ.” ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ຮັກ​ຄົນ​ທີ່​ເຈົ້າ​ບໍ່​ມີ​ທາງ​ຮູ້ຈັກ​ຫຼື​ເຂົ້າໃຈ​ລາວ​ໄດ້​ແທ້ໆ? ເຫັນ​ໄດ້​ຈະ​ແຈ້ງ​ວ່າ​ຄຳສອນ​ເລື່ອງ​ຕີເອການຸພາບ​ເປັນ​ອຸປະສັກ​ທີ່​ເຮັດ​ໃຫ້​ເຮົາ​ບໍ່​ຮູ້ຈັກ​ແລະ​ຮັກ​ພະເຈົ້າ​ໄດ້​ຢ່າງ​ແທ້​ຈິງ.

ມາໂຄ ເຊິ່ງ​ເວົ້າ​ເຖິງ​ໃນ​ບົດຄວາມ​ທຳອິດ​ກໍ​ຮູ້ສຶກ​ວ່າ​ຄຳສອນ​ເລື່ອງ​ຕີເອການຸພາບ​ເປັນ​ອຸປະສັກ​ຄື​ກັນ. ລາວ​ບອກ​ວ່າ: “ຂ້ອຍ​ຄິດ​ວ່າ​ພະເຈົ້າ​ພະຍາຍາມ​ປິດ​ບັງ​ບໍ່​ໃຫ້​ຂ້ອຍ​ໄດ້​ຮູ້ຈັກ​ເພິ່ນ ແລະ​ເມື່ອ​ຄິດ​ແບບ​ນີ້​ກໍ​ແຮ່ງ​ຮູ້ສຶກ​ວ່າ​ເພິ່ນ​ຢູ່​ຫ່າງ​ໄກ ເປັນ​ບຸກຄົນ​ລຶກລັບ ແລະ​ເຂົ້າ​ຫາ​ບໍ່​ໄດ້.” ແຕ່​ຄຳພີໄບເບິນ​ບອກ​ວ່າ ພະເຈົ້າ “ບໍ່​ໄດ້​ຢູ່​ໄກ​ຈາກ​ພວກ​ເຮົາ​ແຕ່​ລະ​ຄົນ​ເລີຍ.” (ກິດຈະການ 17:27) ພະເຈົ້າ​ບໍ່​ໄດ້​ປິດ​ບັງ​ໂຕເອງ ແຕ່​ຢາກ​ໃຫ້​ພວກ​ເຮົາ​ຮູ້ຈັກ​ເພິ່ນ. ພະເຢຊູ​ບອກ​ວ່າ: “ພວກ​ເຮົາ​ນະມັດສະການ​ຜູ້​ທີ່​ພວກ​ເຮົາ​ຮູ້ຈັກ.”—ໂຢຮັນ 4:22

ມາໂຄ​ບອກ​ວ່າ: “ເມື່ອ​ຂ້ອຍ​ໄດ້​ຮູ້​ວ່າ​ພະເຈົ້າ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຕີເອການຸພາບ ຂ້ອຍ​ຈຶ່ງ​ສາມາດ​ສ້າງ​ສາຍສຳພັນ​ເປັນ​ສ່ວນ​ໂຕ​ກັບ​ເພິ່ນ​ໄດ້​ໃນທີ່ສຸດ.” ຖ້າ​ເຮົາ​ເບິ່ງ​ວ່າ​ພະເຢໂຫວາ​ເປັນ​ບຸກຄົນ​ໜຶ່ງ​ທີ່​ແຍກ​ຕ່າງ​ຫາກ​ຈາກ​ຕີເອການຸພາບ​ແລະ​ບໍ່​ແມ່ນ​ພະເຈົ້າ​ທີ່​ລຶກລັບ ເຮົາ​ກໍ​ຈະ​ຮັກ​ເພິ່ນ​ໄດ້​ງ່າຍ​ກວ່າ. ຄຳພີໄບເບິນ​ບອກ​ວ່າ: “ຄົນ​ທີ່​ບໍ່​ສະແດງ​ຄວາມ​ຮັກ​ກໍ​ບໍ່​ຮູ້ຈັກ​ພະເຈົ້າ ເພາະ​ພະເຈົ້າ​ເປັນ​ຄວາມ​ຮັກ.”—1 ໂຢຮັນ 4:8