ຂ້າມໄປທີ່ເນື້ອໃນ

ການ​ສົນທະນາ​ກັບ​ເພື່ອນ​ບ້ານ

ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ທຸກ?

ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ທຸກ?

ຕໍ່​ໄປ​ນີ້​ເປັນ​ຕົວຢ່າງ​ການ​ລົມ​ກັນ​ລະຫວ່າງ​ພະຍານ​ພະ​ເຢໂຫວາ​ກັບ​ເພື່ອນ​ບ້ານ. ຕອນນີ້​ໃຫ້​ເຮົາ​ນຶກພາບ​ວ່າ​ພະຍານ​ພະ​ເຢໂຫວາ​ທີ່​ຊື່ ມີນາ​ກຳລັງ​ເວົ້າ​ກັບ​ໂສ​ພິດ​ຢູ່​ເຮືອນ​ຂອງ​ລາວ.

ພະເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ຄວາມ​ທຸກ​ຂອງ​ເຮົາ?

ມີນາ: ສະບາຍ​ດີ ເອື້ອຍ​ໂສ​ພິດ ດີໃຈ​ຫຼາຍ​ທີ່​ມື້​ນີ້​ເອື້ອຍ​ຢູ່​ເຮືອນ.

ໂສ​ພິດ: ເອື້ອຍ​ກໍ​ດີໃຈ​ທີ່​ມື້​ນີ້​ໄດ້​ເຈິ​ນ້ອງ.

ມີນາ: ເທື່ອ​ແລ້ວ​ນີ້​ເຮົາ​ລົມ​ກັນ​ວ່າ​ພະເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຫັນ​ເຮົາ​ມີ​ຄວາມ​ທຸກ. a ເອື້ອຍ​ບອກ​ວ່າ​ຕັ້ງແຕ່​ແມ່​ເອື້ອຍ​ຖືກ​ລົດ​ຕຳ ເອື້ອຍ​ກໍ​ສົງໄສ​ມາ​ຕະຫຼອດ​ວ່າ​ເປັນ​ຫຍັງ​ແມ່​ຕ້ອງ​ເຈິ​ແຕ່​ເລື່ອງ​ບໍ່​ດີ​ແບບ​ນີ້.

ໂສ​ພິດ: ໂອ້! ນ້ອງ​ຍັງ​ຈື່​ໄດ້​ຢູ່​ຫວາ.

ມີນາ: ໂດຍ ແລ້ວ​ຕອນນີ້​ແມ່​ເອື້ອຍ​ເປັນ​ແນວ​ໃດ?

ໂສ​ພິດ: ກະ​ສາມ​ມື້​ດີ​ສີ່​ມື້​ໄຂ້ ແຕ່​ມື້​ນີ້​ເບິ່ງ​ຄື​ສົດ​ໃສ​ດີ.

ມີນາ: ທີ່ຈິງ ບໍ່​ງ່າຍ​ເນາະ​ທີ່​ຈະ​ອົດທົນ​ກັບ​ເລື່ອງ​ໜັກ​ໆ​ແບບ​ນີ້ ເອື້ອຍ​ເກັ່ງ​ຫຼາຍ.

ໂສ​ພິດ: ກະ​ຍາກ​ຢູ່​ຄື​ກັນ​ເດ. ບາງ​ເທື່ອ​ເອື້ອຍ​ກໍ​ຄິດ​ວ່າ​ແມ່​ຈະ​ຕ້ອງ​ທົນ​ຢູ່​ໃນ​ສະພາບ​ນີ້​ໄປ​ອີກ​ດົນ​ປານ​ໃດ.

ມີນາ: ຖ້າ​ເປັນ​ນ້ອງ ນ້ອງ​ກໍ​ຄິດ​ແບບ​ນັ້ນ​ຄື​ກັນ. ເອື້ອຍ​ຈື່​ໄດ້​ບໍ ເທື່ອ​ແລ້ວ​ນ້ອງ​ເຄີຍ​ບອກ​ວ່າ​ຈະ​ກັບ​ມາ​ຕອບ​ຄຳ​ຖາມ​ວ່າ​ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ທຸກ​ເກີດຂຶ້ນ​ແບບ​ບໍ່​ຮູ້​ຈົບ​ຈັກ​ເທື່ອ.

ໂສ​ພິດ: ອໍ ຈື່​ໄດ້.

ມີນາ: ກ່ອນ​ຈະ​ເບິ່ງ​ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ ເຮົາ​ມາ​ທົບທວນ​ບາງ​ເລື່ອງ​ທີ່​ເຮົາ​ໄດ້​ລົມ​ກັນ​ໄປ​ແລ້ວ​ດີ​ບໍ?

ໂສ​ພິດ: ໂດຍ

ມີນາ: ເລື່ອງ​ໜຶ່ງ​ກໍ​ຄື ໃນ​ສະໄໝ​ຄຳພີ​ໄບເບິນ​ພະເຈົ້າ​ຍອມ​ໃຫ້​ເລື່ອງ​ບໍ່​ດີ​ເກີດຂຶ້ນ​ກັບ​ຄົນ​ທີ່​ສັດຊື່​ຕໍ່​ເພິ່ນ ແຕ່​ພະເຈົ້າ​ບໍ່​ເຄີຍ​ຮ້າຍ​ເມື່ອ​ເຂົາ​ເຈົ້າ​ຖາມ​ເພິ່ນ​ກ່ຽວກັບ​ຄວາມ​ທຸກ​ທີ່​ເກີດຂຶ້ນ ແລະ​ບໍ່​ເຄີຍ​ບອກ​ວ່າ​ເຂົາ​ເຈົ້າ​ຕ້ອງ​ມີ​ຄວາມ​ເຊື່ອ​ໃຫ້​ຫຼາຍ​ກວ່າ​ນີ້.

ໂສ​ພິດ: ອືມ ເອື້ອຍ​ບໍ່​ເຄີຍ​ຄິດ​ມຸມ​ນີ້​ມາ​ກ່ອນ​ເລີຍ.

ມີນາ: ແລະ​ເຮົາ​ກໍ​ລົມ​ກັນ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ບໍ່​ມັກ​ທີ່​ເຫັນ​ເຮົາ​ມີ​ຄວາມ​ທຸກ ຕົວຢ່າງ​ເຊັ່ນ ຄຳພີ​ໄບເບິນ​ບອກ​ວ່າ​ເມື່ອ​ປະຊາຊົນ​ຂອງ​ເພິ່ນ​ກຳລັງ​ເຈິ​ກັບ​ຄວາມ​ທຸກ ເພິ່ນ​ຮູ້ສຶກ “ທຸກໃຈ.” b ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ສະບາຍ​ໃຈ​ຂຶ້ນ​ແມ່ນ​ບໍ ເມື່ອ​ເຮົາ​ຮູ້​ວ່າ​ພະເຈົ້າ​ກໍ​ຮູ້ສຶກ​ທຸກໃຈ​ຄື​ກັບ​ເຮົາ?

ໂສ​ພິດ: ແມ່ນ

ມີນາ: ເຮົາ​ໄດ້​ຮຽນ​ນຳ​ວ່າ​ພະເຈົ້າ​ເປັນ​ພະ​ຜູ້​ສ້າງ​ທີ່​ມີ​ລິດ​ອຳນາດ​ມະຫາສານ. ດັ່ງນັ້ນ ຖ້າ​ເພິ່ນ​ຢາກ​ກຳຈັດ​ຄວາມ​ທຸກ​ໃຫ້​ໝົດ​ໄປ​ເມື່ອ​ໃດ ພະອົງ​ກໍ​ເຮັດ​ໄດ້​ທັນທີ.

ໂສ​ພິດ: ຫັນ​ແຫຼະ ເອື້ອຍ​ເລີຍ​ສົງໄສ​ວ່າ​ແລ້ວ​ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ຍັງ​ບໍ່​ລົງມື​ຈັກ​ເທື່ອ​ໃນ​ເມື່ອ​ເພິ່ນ​ກໍ​ມີ​ອຳນາດ​ທີ່​ຈະ​ເຮັດ​ໄດ້?

ໃຜ​ກັນ​ແທ້​ທີ່​ເວົ້າ​ຄວາມ​ຈິງ?

ມີນາ: ໂອເຄ ເຮົາ​ມາ​ຫາ​ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ​ນຳ​ກັນ ເລີ່ມ​ຈາກ​ປຶ້ມ​ຫົວ​ທຳອິດ​ທີ່​ຊື່​ປະຖົມມະການ. ເອື້ອຍ​ເຄີຍ​ໄດ້​ຍິນ​ເລື່ອງ​ອາດາມ​ກັບ​ເອວາ ຫຼື​ທີ່​ຫຼາຍ​ຄົນ​ເອີ້ນ​ວ່າ​ເອວາ ແລະ​ໝາກ​ໄມ້​ຕ້ອງ​ຫ້າມ​ບໍ?

ໂສ​ພິດ: ໂດຍ ເອື້ອຍ​ເຄີຍ​ໄດ້​ຮຽນ​ເລື່ອງ​ນີ້​ຢູ່​ໂຮງຮຽນ​ສອນ​ສາສະໜາ​ວັນ​ອາທິດ. ຢູ່​ຫັ້ນ​ສອນ​ວ່າ​ພະເຈົ້າ​ຫ້າມ​ກິນ​ໝາກ​ໄມ້​ໃນ​ສວນ ແຕ່​ເຂົາເຈົ້າ​ບໍ່​ເຊື່ອຟັງ​ແລ້ວ​ກໍ​ກິນ​ເຂົ້າ​ໄປ.

ມີນາ: ຖືກຕ້ອງ. ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ສິ່ງ​ໃດ​ຊັກຊວນ​ອາດາມ​ກັບ​ເອວາ​ໃຫ້​ເຮັດ​ບາບ​ຕໍ່​ພະເຈົ້າ ເຫດການ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ຄຳ​ຕອບ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ. ເອື້ອຍ​ຈະ​ຊ່ວຍ​ອ່ານ​ປະຖົມມະການ ບົດ 3 ຂໍ້ 1-5 ໄດ້​ບໍ?

ໂສ​ພິດ: ໂດຍ. “ໃນ​ຈຳພວກ​ສັດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ພະເຈົ້າ​ສ້າງ ງູ​ເປັນ​ສັດ​ທີ່​ສະຫຼາດ​ທີ່​ສຸ​ດ. ງູ​ຖາມ​ຜູ້​ຍິງ​ວ່າ: “ພະເຈົ້າ​ຫ້າມ​ພວກ​ເຈົ້າ​ບໍ່​ໃຫ້​ກິນ​ໝາກ​ໄມ້​ທຸກ​ຕົ້ນ​ໃນ​ສວນ​ນີ້​ແມ່ນ​ບໍ?” ຜູ້​ຍິງ​ກໍ​ຕອບ​ງູ​ວ່າ: “ພວກ​ເຮົາ​ກິນ​ໝາກ​ໄມ້​ໃນ​ສວນ​ນີ້​ໄດ້. ແຕ່​ພະເຈົ້າ​ບອກ​ວ່າ ‘ຫ້າມ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໜຶ່ງ​ທີ່​ຢູ່​ກາງ​ສວນ ບໍ່​ໃຫ້​ຈັບ ບໍ່​ໃຫ້​ບາຍ ຖ້າ​ເຮັດ​ແບບ​ນັ້ນ​ພວກ​ເຈົ້າ​ຊິ​ຕາ​ຍ.’” ແລ້ວ​ງູ​ກໍ​ບອກ​ຜູ້​ຍິງ​ວ່າ: “ພວກ​ເຈົ້າ​ຊິ​ບໍ່​ຕາຍ​ດອກ. ພະເຈົ້າ​ຮູ້​ຢູ່​ແລ້ວ​ວ່າ ຖ້າ​ພວກ​ເຈົ້າ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ ພວກ​ເຈົ້າ​ກໍ​ຈະ​ສະຫຼາດ​ຂຶ້ນ. ພວກ​ເຈົ້າ​ຈະ​ເປັນ​ຄື​ກັບ​ພະເຈົ້າ ຮູ້​ຈັກ​ດີ​ແລະ​ຊົ່ວ.’”

ມີນາ: ຂອບໃຈ. ໃຫ້​ເຮົາ​ມາ​ເບິ່ງ​ຈຸດ​ທີ່​ໜ້າສົນໃຈ​ຢ່າງ​ລະອຽດ​ເທື່ອ​ລະ​ຂໍ້​ເນາະ. ຈຸດ​ທຳອິດ ສັງເກດ​ວ່າ​ງູ​ເວົ້າ​ກັບ​ເອວາ ແຕ່​ຂໍ້​ຄຳພີ​ອີກ​ຂໍ້​ໜຶ່ງ​ອະທິບາຍ​ວ່າ​ແທ້​ໆ​ແລ້ວ​ຄົນ​ທີ່​ເວົ້າ​ກັບ​ເອວາ​ບໍ່​ແມ່ນ​ງູ ແຕ່​ເປັນ​ຊາຕານ​ພະຍາມານ. c ຊາຕານ​ຖາມ​ເອວາ​ກ່ຽວກັບ​ຄຳ​ສັ່ງ​ທີ່​ພະເຈົ້າ​ຫ້າມ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໜຶ່ງ. ຕາມ​ທີ່​ເຮົາ​ອ່ານ ເອື້ອຍ​ເຫັນ​ບໍ​ວ່າ​ອາດາມ​ກັບ​ເອວາ​ຈະ​ເປັນ​ແນວ​ໃດ​ຖ້າ​ກິນ​ໝາກ​ໄມ້​ນັ້ນ​ເຂົ້າ​ໄປ ພະເຈົ້າ​ຈະ​ລົງໂທດ​ເຂົາເຈົ້າ​ແນວ​ໃດ?

ໂສ​ພິດ: ເຂົາເຈົ້າ​ຈະ​ຕາຍ.

ມີນາ: ແມ່ນ​ແລ້ວ. ຂໍ້​ຕໍ່​ໄປ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ຊາຕານ​ຈົງໃຈ​ກ່າວຫາ​ພະເຈົ້າ ພະເຈົ້າ​ສັ່ງ​ບໍ່​ໃຫ້​ກິນ ເພາະ​ຖ້າ​ກິນ​ກໍ​ຈະ​ຕາຍ ແຕ່​ຊາຕານ​ເວົ້າ​ກັບ​ເອວາ​ວ່າ ‘ເຈົ້າ​ຈະ​ບໍ່​ຕາຍ​ແທ້​ດອກ’ ນັ້ນ​ເທົ່າ​ວ່າ​ກັບ​ຊາຕານ​ກຳລັງ​ບອກ​ວ່າ​ພະເຈົ້າ​ຂີ້​ຕົວະ.

ໂສ​ພິດ: ເອື້ອຍ​ບໍ່​ເຄີຍ​ໄດ້​ຍິນ​ເລື່ອງ​ນີ້​ມາ​ກ່ອນ​ເລີຍ.

ມີນາ: ເມື່ອ​ຊາຕານ​ກ່າວຫາ​ພະເຈົ້າ​ວ່າ​ພະເຈົ້າ​ຂີ້​ຕົວະ ມັນ​ເຮັດ​ໃຫ້​ເກີດ​ຄຳ​ຖາມ​ທີ່​ຕ້ອງ​ໃຊ້​ເວລາ​ພິສູດ ເອື້ອຍ​ຮູ້​ບໍ​ວ່າ​ຍ້ອນຫຍັງ?

ໂສ​ພິດ:ບໍ່​ຮູ້​ເດ

ມີນາ: ເອົາ​ຈັ່ງ​ຊິ​ເນາະ ສົມມຸດ​ວ່າ​ມື້​ໜຶ່ງ​ນ້ອງ​ບອກ​ເອື້ອຍ​ວ່າ​ນ້ອງ​ແຮງ​ຫຼາຍ​ກວ່າ​ເອື້ອຍ ແຕ່​ເອື້ອຍ​ບໍ່​ເຊື່ອ ເອື້ອຍ​ຈະ​ເຮັດ​ແນວ​ໃດ?

ໂສ​ພິດ: ກໍ​ຕ້ອງ​ລອງ​ພິສູດ​ກັນ​ເບິ່ງ

ມີນາ: ແມ່ນ​ແລ້ວ ເຮົາ​ອາດຈະ​ແຂ່ງ​ກັນ​ຍົກ​ເຄື່ອງ ແລ້ວ​ກໍ​ເບິ່ງ​ວ່າ​ໃຜ​ຈະ​ຍົກ​ເຄື່ອງ​ໄດ້​ຫຼາຍ​ກວ່າ​ກັນ ຈະ​ໄດ້​ພິສູດ​ວ່າ​ໃຜ​ແຂງແຮງ​ກວ່າ​ກັນ.

ໂສ​ພິດ: ອໍ ເອື້ອຍ​ນຶກພາບ​ອອກ​ລະ

ມີນາ: ຖ້າ​ບໍ່​ແມ່ນ​ເລື່ອງ​ຄວາມ​ແຮງ​ແຂງ ແຕ່​ສົມມຸດ​ນ້ອງ​ບອກ​ເອື້ອຍ​ວ່າ​ນ້ອງ​ສັດຊື່​ກວ່າ​ເອື້ອຍ​ເດ ອາດຈະ​ພິສູດ​ຍາກ​ກວ່າ​ແມ່ນ​ບໍ?

ໂສ​ພິດ: ອືມ. . .ກໍ​ແມ່ນ

ມີນາ: ເພາະ​ຄວາມ​ສັດຊື່​ບໍ່​ໄດ້​ວັດ​ກັນ​ງ່າຍ​ໆ​ຄື​ກັບ​ຄວາມ​ແຂງແຮງ​ຂອງ​ຮ່າງກາຍ

ໂສ​ພິດ: ແນ່ນອນ

ມີນາ: ທີ່ຈິງ ວິທີ​ດຽວ​ທີ່​ຈະ​ຮູ້​ໄດ້​ວ່າ​ລະຫວ່າງ​ເຮົາ​ສອງ​ຄົນ​ໃຜ​ສັດຊື່​ກວ່າ​ກັນ​ກໍ​ຕ້ອງ​ໃຫ້​ເວລາ​ເປັນ​ເຄື່ອງ​ພິສູດ

ໂສ​ພິດ: ກໍ​ແມ່ນ​ແບບ​ທີ່​ນ້ອງ​ເວົ້າ ຟັງ​ເບິ່ງ​ກໍ​ມີ​ເຫດຜົນ​ດີ​ເນາະ

ມີນາ: ບັດ​ນີ້​ໃຫ້​ເຮົາ​ກັບ​ໄປ​ເບິ່ງ​ທີ່​ປະຖົມມະການ​ອີກ​ເທື່ອ​ໜຶ່ງ ຊາຕານ​ອ້າງ​ວ່າ​ມັນ​ແຂງແຮງ​ກວ່າ​ພະເຈົ້າ​ບໍ?

ໂສ​ພິດ: ບໍ່

ມີນາ: ຖ້າ​ມັນ​ອ້າງ​ແບບ​ນັ້ນ​ພະເຈົ້າ​ກໍ​ພິສູດ​ງ່າຍ​ໆ​ເລີຍ​ແມ່ນ​ບໍ? ແຕ່​ຊາຕານ​ອ້າງ​ວ່າ​ມັນ​ຊື່​ສັດ​ກວ່າ​ພະເຈົ້າ ມັນ​ບອກ​ເອວາ​ວ່າ ‘ພະເຈົ້າ​ຂີ້​ຕົວະ’ ແຕ່​ມັນ​ເອງ​ຫັນ​ແຫຼະ​ທີ່​ອ້າງ​ວ່າ​ເວົ້າ​ຄວາມ​ຈິງ​ກັບ​ລາວ.

ໂສ​ພິດ: ເອີ. . .ແມ່ນ​ໆ

ມີນາ: ແຕ່​ພະເຈົ້າ​ມີ​ວິທີ​ຈັດການ​ກັບ​ເລື່ອງ​ນີ້​ຢ່າງ​ສະຫຼາດ​ແລະ​ສຸຂຸມ ໂດຍ​ໃຫ້​ເວລາ​ຜ່ານ​ໄປ​ຫຼາຍ​ພໍ​ສົມຄວນ​ເພື່ອ​ຈະ​ໄດ້​ຮູ້​ວ່າ​ໃຜ​ເວົ້າ​ແທ້ ໃຜ​ຂີ້​ຕົວະ

ຄຳ​ຖາມ​ສຳຄັນ​ທີ່​ເກີດຂຶ້ນ

ໂສ​ພິດ: ແຕ່​ທັນທີ​ທີ່​ເອວາ​ຕາຍ ເລື່ອງ​ນີ້​ກໍ​ພິສູດ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ​ພະເຈົ້າ​ເວົ້າ​ຄວາມ​ຈິງ?

ມີນາ: ໂດຍ ໃນ​ດ້ານ​ໜຶ່ງ​ກໍ​ແມ່ນ ແຕ່​ຍັງ​ມີ​ອີກ​ບັນຫາ​ໜຶ່ງ ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ໃນ​ຂໍ້ 5 ເອື້ອຍ​ສັງເກດ​ບໍ​ວ່າ​ຊາຕານ​ບອກ​ແນວ​ໃດ​ກັບ​ເອວາ​ອີກ?

ໂສ​ພິດ: ມັນ​ບອກ​ວ່າ​ຖ້າ​ເອວາ​ກິນ​ໝາກ​ໄມ້​ຕາ​ຂອງ​ລາວ​ຈະ​ແຈ້ງ​ຂຶ້ນ.

ມີນາ: ຖືກຕ້ອງ ແລ້ວ​ລາວ​ຈະ​ເປັນ ‘ຄື​ພະເຈົ້າ ທີ່​ຮູ້​ຈັກ​ຄວາມ​ດີ​ແລະ​ຊົ່ວ’ ຈາກ​ຄຳເວົ້າ​ຂອງ​ຊາຕານ​ເບິ່ງ​ຄື​ມັນ​ກຳລັງ​ໃສ່​ຮ້າຍ​ພະເຈົ້າ​ວ່າ​ຫວງ​ສິ່ງ​ດີ​ໆ​ເອົາ​ໄວ້​ບໍ່​ໃຫ້​ມະນຸດ.

ໂສ​ພິດ: ເຂົ້າໃຈ​ລະ

ມີນາ: ແລະ​ເລື່ອງ​ນີ້​ເຮັດ​ໃຫ້​ເກີດ​ຄຳ​ຖາມ​ສຳຄັນ​ຂຶ້ນ​ມາ

ໂສ​ພິດ: ແນວ​ໃດ?

ມີນາ: ຊາຕານ​ເວົ້າ​ຄ້າຍ​ໆ​ວ່າ​ບໍ່​ໄດ້​ມີ​ແຕ່​ເອວາ​ຄົນ​ດຽວ​ເທົ່າ​ນັ້ນ ແຕ່​ມະນຸດ​ທຸກ​ຄົນ​ໃນ​ໂລກ​ຈະ​ຢູ່​ດີ​ມີ​ສຸກ​ກວ່າ​ຖ້າ​ບໍ່​ມີ​ພະເຈົ້າ​ປົກຄອງ ໃນ​ກໍລະນີ​ນີ້​ກໍ​ຄື​ກັນ ພະ​ເຢໂຫວາ​ຮູ້​ວ່າ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຈັດການ​ກັບ​ບັນຫາ​ຄື ໃຫ້​ຊາຕານ​ໄດ້​ທົດລອງ​ໃຊ້​ວິທີ​ຂອງ​ມັນ ດັ່ງນັ້ນ ພະເຈົ້າ​ເລີຍ​ຍອມ​ໃຫ້​ມັນ​ປົກຄອງ​ໂລກ​ນີ້​ໄລຍະ​ໜຶ່ງ ນີ້​ຄື​ເຫດຜົນ​ທີ່​ວ່າ​ເປັນ​ຫຍັງ​ມີ​ຄວາມ​ທຸກ​ເກີດຂຶ້ນ​ຮອບ​ໆ​ຕົວ​ເຮົາ ເພາະ​ຊາຕານ​ເປັນ​ຜູ້​ປົກຄອງ​ໂລກ​ນີ້ ບໍ່​ແມ່ນ​ພະເຈົ້າ d ແຕ່​ຄຳພີ​ໄບເບິນ​ມີ​ຂ່າວດີ​ສຳລັບ​ເຮົາ​ນຳ

ໂສ​ພິດ: ຂ່າວດີ​ເລື່ອງ​ຫຍັງ?

ມີນາ: ຄຳພີ​ໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ຄວາມ​ຈິງ​ສອງ​ຂໍ້​ທີ່​ໜ້າ​ປະທັບໃຈ​ກ່ຽວກັບ​ພະເຈົ້າ. ໜຶ່ງ ພະ​ເຢໂຫວາ​ຫ່ວງໃຍ​ເຮົາ​ເມື່ອ​ເຫັນ​ເຮົາ​ຕ້ອງ​ທົນ​ກັບ​ເລື່ອງ​ທີ່​ເຮັດ​ໃຫ້​ທຸກໃຈ ໃຫ້​ເຮົາ​ອ່ານ​ຄຳເວົ້າ​ຂອງ​ກະສັດ​ດາວິດ​ນຳ​ກັນ​ທີ່​ຄຳເພງ 31:7 ເປັນ​ຕົວຢ່າງ ຈາກ​ຂໍ້​ນີ້​ເຖິງ​ວ່າ​ດາວິດ​ຕ້ອງ​ເຈິ​ກັບ​ເລື່ອງ​ທີ່​ບໍ່​ດີ​ຫຼາຍ​ຕະຫຼອດ​ຊີວິດ​ຂອງ​ລາວ ແຕ່​ລາວ​ເວົ້າ​ກັບ​ພະ​ເຢໂຫວາ​ແນວ​ໃດ​ໃນ​ຄຳ​ອະທິດຖານ ເອື້ອຍ​ລອງ​ອ່ານ​ເບິ່ງ​ເດີ.

ໂສ​ພິດ: ໂດຍ. “ຂ້ອຍ​ຈະ​ຊື່ນຊົມ​ຍິນດີ​ເພາະ​ພະອົງ​ຮັກ​ຂ້ອຍ​ຢ່າງ​ໝັ້ນຄົງ ພະອົງ​ເຫັນ​ຄວາມ​ທຸກ​ລຳບາກ​ຂອງ​ຂ້ອຍ​ແລ້ວ ພະອົງ​ຮູ້​ວ່າ​ຂ້ອຍ​ທຸກໃຈ​ຫຼາຍ.”

ມີນາ: ເຖິງ​ວ່າ​ດາວິດ​ຈະ​ເຈິ​ກັບ​ຄວາມ​ທຸກ​ຫຼາຍ ແຕ່​ລາວ​ກໍ​ຮູ້ສຶກ​ສະບາຍ​ໃຈ​ເມື່ອ​ຮູ້​ວ່າ​ພະ​ເຢໂຫວາ​ເບິ່ງ​ເຫັນ​ແລະ​ຮັບ​ຮູ້​ວ່າ​ລາວ​ຕ້ອງ​ເຈິ​ກັບ​ອັນ​ໃດ​ແດ່. ເອື້ອຍ​ຮູ້ສຶກ​ສະບາຍ​ໃຈ​ບໍ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ທຸກ​ສິ່ງ ແມ້​ແຕ່​ຄວາມ​ທຸກ​ໃນ​ໃຈ​ທີ່​ບໍ່​ມີ​ໃຜ​ຮູ້​ບໍ່​ມີ​ໃຜ​ເຫັນ?

ໂສ​ພິດ: ຟັງ​ແລ້ວ​ກໍ​ໄດ້​ກຳລັງ​ໃຈ​ດີ​ເນາະ.

ມີນາ: ຄວາມ​ຈິງ​ທີ່​ໜ້າ​ປະທັບໃຈ​ອີກ​ຢ່າງ​ໜຶ່ງ ຄື​ພະເຈົ້າ​ຈະ​ບໍ່​ຍອມ​ໃຫ້​ເຮົາ​ຕ້ອງ​ທົນ​ຢູ່​ກັບ​ສະພາບ​ແບບ​ນີ້​ໄປ​ຕະຫຼອດ. ຄຳພີ​ໄບເບິນ​ສອນ​ວ່າ​ພະ​ເຈົ້າ​ຈະ​ບໍ່​ຍອມ​ໃຫ້​ຊາຕານ​ປົກຄອງ​ໂລກ​ນີ້​ອີກ​ຕໍ່​ໄປ. ການ​ປົກຄອງ​ທີ່​ຊົ່ວ​ຮ້າຍ​ຂອງ​ມັນ​ຈະ​ຕ້ອງ​ສິ້ນ​ສຸດ​ລົງ ແລະ​ພະ​ເຈົ້າ​ຈະ​ແກ້ໄຂ​ເລື່ອງ​ບໍ່​ດີ​ທຸກ​ຢ່າງ ລວມ​ທັງ​ສິ່ງ​ທີ່​ເອື້ອຍ​ກັບ​ແມ່​ກຳລັງ​ເຈິ​ຢູ່​ໃນ​ຕອນນີ້​ນຳ.ອາທິດ​ໜ້າ​ນ້ອງ​ຈະ​ກັບ​ມາ​ເວົ້າ​ກັບ​ເອື້ອຍ​ວ່າ​ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ອີກ​ບໍ່​ດົນ​ພະເຈົ້າ​ຈະ ກຳຈັດ​ຄວາມ​ທຸກ​ທັງ​ໝົດ​ອອກ​ໄປ? e

ໂສ​ພິດ: ໂອເຄ ເອື້ອຍ​ຈະ​ຖ້າ​ເດີ

ມີ​ເລື່ອງ​ຫຍັງ​ໃນ​ຄຳພີ​ໄບເບິນ​ທີ່​ເຈົ້າ​ສົງໄສ​ຢູ່​ບໍ? ເຈົ້າ​ຢາກ​ຮູ້​ບໍ​ວ່າ​ພະຍານ​ພະ​ເຢໂຫວາ​ມີ​ຄວາມ​ເຊື່ອ​ແນວ​ໃດ ແລະ​ເຂົາເຈົ້າ​ເຮັດ​ກິດຈະກຳ​ທາງ​ສາສະໜາ​ອັນ​ໃດ​ແດ່? ເທື່ອ​ໜ້າ​ຖ້າ​ເຈົ້າ​ຢາກ​ເຈິ​ພະຍານ​ພະ​ເຢໂຫວາ ຂໍ​ຢ່າ​ລັງເລ​ທີ່​ຈະ​ຖາມ​ເຂົາເຈົ້າ ພະຍານ​ພະ​ເຢໂຫວາ​ຍິນດີ​ລົມ​ນຳ​ເຈົ້າ​ໃນ​ເລື່ອງ​ເຫຼົ່າ​ນີ້.

a ເບິ່ງ​ບົດ​ຄວາມ “ການ​ສົນທະນາ​ກັບ​ເພື່ອນ​ບ້ານ—ພະເຈົ້າ​ສົນໃຈ​ຄວາມ​ທຸກ​ຂອງ​ເຮົາ​ບໍ?” ໃນ​ຫໍສັງເກດການ​ສະບັບ 1 ກໍລະກົດ 2013

b ເບິ່ງ​ເອຊາຢາ 63:9

e ເບິ່ງ​ລາຍລະອຽດ​ເພີ່ມເຕີມ​ໃນ​ບົດ 9 ຂອງ​ປຶ້ມ​ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້​ໆ? ຈັດພິມ​ໂດຍ​ພະຍານ​ພະ​ເຢໂຫວາ.