ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 2

ສັນລະເສີນ​ພະ​ເຢໂຫວາ​ໃນ​ການ​ປະຊຸມ

ສັນລະເສີນ​ພະ​ເຢໂຫວາ​ໃນ​ການ​ປະຊຸມ

“ຂ້າ​ນ້ອຍ​ຈະ​ສັນລະເສີນ​ພະອົງ​ໃນ​ທ່າມກາງ​ພວກ​ຊຸມນຸມ [“ໃນ​ທີ່​ປະຊຸມ,” ລ.ມ.]”—ເພງ. 22:22

ເພງ 59 ມາ​ສັນລະເສີນ​ພະ​ເຢໂຫວາ​ຮ່ວມ​ກັນ

ໃຈ​ຄວາມ​ສຳຄັນ *

1. ດາວິດ​ຮູ້ສຶກ​ແນວ​ໃດ​ຕໍ່​ພະ​ເຢໂຫວາ ແລະ​ນີ້​ກະຕຸ້ນ​ລາວ​ໃຫ້​ເຮັດ​ຫຍັງ?

ກະສັດ​ດາວິດ​ຂຽນ​ວ່າ: ‘ພະ​ເຢໂຫວາ​ຍິ່ງໃຫຍ່​ແລະ​ສົມຄວນ​ຈະ​ໄດ້​ຄວາມ​ສັນລະເສີນ.’ (ເພງ. 145:3) ດາວິດ​ຮັກ​ພະ​ເຢໂຫວາ ແລະ​ຄວາມ​ຮັກ​ນີ້​ໄດ້​ກະຕຸ້ນ​ລາວ​ໃຫ້​ສັນລະເສີນ​ພະອົງ “ໃນ​ທ່າມກາງ​ພວກ​ຊຸມນຸມ [“ໃນ​ທີ່​ປະຊຸມ,” ລ.ມ.]” (ເພງ. 22:22; 40:5) ແນ່ນອນ​ວ່າ​ເຈົ້າ​ເອງ​ກໍ​ຮັກ​ພະ​ເຢໂຫວາ​ຄື​ກັນ ແລະ​ເຫັນ​ດີ​ກັບ​ຄຳ​ເວົ້າ​ຂອງ​ດາວິດ​ທີ່​ວ່າ: “ໂອ້​ພະ​ເຢໂຫວາ​ພະເຈົ້າ​ແຫ່ງ​ຍິດສະລາເອນ​ປູ່​ຂອງ​ພວກ​ຂ້າ​ນ້ອຍ ຕັ້ງ​ແຕ່​ຄາວ​ທັງ​ປວງ​ທີ່​ກາຍ​ແລ້ວ​ແລະ​ສືບໆໄປ​ເປັນ​ນິດ ພະອົງ​ຈົ່ງ​ມີ​ຄວາມ​ສັນລະເສີນ.”—1 ຂ່າວ. 29:10-13

2. (ກ) ເຮົາ​ຈະ​ສັນລະເສີນ​ພະ​ເຢໂຫວາ​ໄດ້​ແນວ​ໃດ? (ຂ) ບາງ​ຄົນ​ອາດ​ຮູ້ສຶກ​ແນວ​ໃດ ແລະ​ເຮົາ​ຈະ​ທົບ​ທວນ​ເລື່ອງ​ຫຍັງ?

2 ທຸກ​ມື້​ນີ້ ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ສັນລະເສີນ​ພະ​ເຢໂຫວາ​ໄດ້​ກໍ​ຄື ການ​ອອກ​ຄວາມ​ຄິດ​ເຫັນ​ໃນ​ການ​ປະຊຸມ. ແຕ່​ພີ່​ນ້ອງ​ບາງ​ຄົນ​ກໍ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ. ເຂົາ​ເຈົ້າ​ຢາກ​ອອກ​ຄວາມ​ຄິດ​ເຫັນ​ແຕ່​ກໍ​ຢ້ານ. ເຂົາ​ເຈົ້າ​ຈະ​ເອົາ​ຊະນະ​ຄວາມ​ຢ້ານ​ນີ້​ໄດ້​ແນວ​ໃດ? ມີ​ຄຳ​ແນະນຳ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ທຸກ​ຄົນ​ໃຫ້​ອອກ​ຄວາມ​ຄິດ​ເຫັນ​ທີ່​ໃຫ້​ກຳລັງ​ໃຈ? ກ່ອນ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້ ທຳອິດ​ໃຫ້​ເຮົາ​ມາ​ທົບ​ທວນ 4 ເຫດຜົນ​ຫຼັກ​ທີ່​ເຮົາ​ຄວນ​ອອກ​ຄວາມ​ຄິດ​ເຫັນ​ໃນ​ການ​ປະຊຸມ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ອອກ​ຄວາມ​ຄິດ​ເຫັນ​ໃນ​ການ​ປະຊຸມ

3-5. (ກ) ຕາມ​ທີ່​ອະທິບາຍ​ໄວ້​ໃນ​ເຫບເລີ 13:15 ເປັນ​ຫຍັງ​ເຮົາ​ຈຶ່ງ​ອອກ​ຄວາມ​ຄິດ​ເຫັນ​ໃນ​ການ​ປະຊຸມ? (ຂ) ເຮົາ​ຕ້ອງ​ອອກ​ຄວາມ​ຄິດ​ເຫັນ​ແບບ​ດຽວ​ກັນ​ບໍ? ຂໍ​ໃຫ້​ອະທິບາຍ.

3 ພະ​ເຢໂຫວາ​ໃຫ້​ເຮົາ​ທຸກ​ຄົນ​ມີ​ສິດທິ​ພິເສດ​ທີ່​ຈະ​ສັນລະເສີນ​ພະອົງ. (ເພງ. 119:108) ການ​ອອກ​ຄວາມ​ຄິດ​ເຫັນ​ຂອງ​ເຮົາ​ຢູ່​ການ​ປະຊຸມ​ເປັນ​ສ່ວນ​ໜຶ່ງ​ຂອງ ‘ການ​ຖວາຍ​ຄຳ​ສັນລະເສີນ​ພະເຈົ້າ.’ (ອ່ານ​ເຫບເລີ 13:15) ພະ​ເຢໂຫວາ​ຮຽກ​ຮ້ອງ​ໃຫ້​ເຮົາ​ທຸກ​ຄົນ​ຖວາຍ​ຄຳ​ສັນລະເສີນ ຫຼື​ອອກ​ຄວາມ​ຄິດ​ເຫັນ​ໃນ​ແບບ​ດຽວ​ກັນ​ບໍ? ບໍ່ ພະອົງ​ບໍ່​ໄດ້​ຕ້ອງການ​ແບບ​ນັ້ນ!

4 ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ມີ​ຄວາມ​ສາມາດ​ແລະ​ສະພາບການ​ແຕກຕ່າງ​ກັນ ພະອົງ​ເຫັນ​ຄຸນຄ່າ​ສິ່ງ​ທີ່​ເຮົາ​ສາມາດ​ຖວາຍ​ໃຫ້​ພະອົງ. ຂໍ​ໃຫ້​ຄິດ​ເຖິງ​ເຄື່ອງ​ບູຊາ​ຊະນິດ​ຕ່າງໆທີ່​ພະອົງ​ຍອມ​ຮັບ​ຈາກ​ຊາວ​ອິດສະລາແອນ. ບາງ​ຄົນ​ສາມາດ​ໃຫ້​ແກະ​ຫຼື​ແບ້​ໄດ້ ແຕ່​ຄົນ​ທຸກ​ຍາກ​ກໍ​ອາດ​ຈະ​ໃຫ້ “ນົກ​ເຂົາ 2 ຕົວ​ຫຼື​ລູກ​ນົກ​ກາງແກ 2 ຕົວ” ແລະ​ຖ້າ​ບໍ່​ສາມາດ​ໃຫ້​ນົກ 2 ຕົວ ພະອົງ​ກໍ​ອະນຸຍາດ​ໃຫ້​ເອົາ “ແປ້ງ​ລະອຽດ 1 ສ່ວນ 10” ມາ​ຖວາຍ. (ເລວີ. 5:7, 11) ເຖິງ​ວ່າ​ແປ້ງ​ຈະ​ລາຄາ​ຖືກ ແຕ່​ຖ້າ​ເປັນ “ແປ້ງ​ລະອຽດ” ພະອົງ​ກໍ​ເຫັນ​ຄຸນຄ່າ​ຂອງ​ຖວາຍ​ນັ້ນ.

5 ທຸກ​ມື້​ນີ້​ພະ​ເຢໂຫວາ​ຍັງ​ຮູ້ສຶກ​ຄື​ເກົ່າ. ເມື່ອ​ເຮົາ​ອອກ​ຄວາມ​ຄິດ​ເຫັນ ພະອົງ​ກໍ​ບໍ່​ໄດ້​ຄາດ​ໝາຍ​ວ່າ​ເຮົາ​ຕ້ອງ​ຊ່າງ​ເວົ້າ​ຄື​ກັບ​ອະໂປໂລ ຫຼື​ເວົ້າ​ໂນ້ມນ້າວ​ໃຈ​ເກັ່ງ​ຄື​ໂປໂລ. (ກິດ. 18:24; 26:28) ພະອົງ​ຢາກ​ໃຫ້​ເຮົາ​ອອກ​ຄວາມ​ຄິດ​ເຫັນ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ເຮົາ​ເຮັດ​ໄດ້. ຂໍ​ໃຫ້​ຄິດ​ເຖິງ​ແມ່​ໝ້າຍ​ທີ່​ບໍລິຈາກ​ເງິນ 2 ຫຼຽນ​ນ້ອຍໆ. ພະອົງ​ເຫັນ​ວ່າ​ລາວ​ມີ​ຄ່າ​ຫຼາຍ​ເພາະ​ລາວ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະອົງ.—ລືກາ 21:1-4

ການ​ອອກ​ຄວາມ​ຄິດ​ເຫັນ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແລະ​ຄົນ​ອື່ນໆໃນ​ປະຊາຄົມ (ເບິ່ງ​ຂໍ້ 6-7) *

6. (ກ) ຕາມ​ທີ່​ຂຽນ​ໄວ້​ເຫບເລີ 10:24, 25 ເຮົາ​ອາດ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄດ້​ຟັງ​ຄຳຕອບ​ຂອງ​ຄົນ​ອື່ນ? (ຂ) ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ເຫັນ​ຄຸນຄ່າ​ຄຳຕອບ​ທີ່​ໃຫ້​ກຳລັງ​ໃຈ​ເຈົ້າ?

6 ເຮົາ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ເມື່ອ​ເຮົາ​ອອກ​ຄວາມ​ຄິດ​ເຫັນ. (ອ່ານ​ເຫບເລີ 10:24, 25) ເຮົາ​ທຸກ​ຄົນ​ມີ​ຄວາມ​ສຸກ​ທີ່​ໄດ້​ຍິນ​ຄວາມ​ຄິດ​ເຫັນ​ຫຼາກ​ຫຼາຍ​ໃນ​ການ​ປະຊຸມ. ເຮົາ​ມັກ​ເມື່ອ​ໄດ້​ຍິນ​ເດັກ​ນ້ອຍ​ຕອບ​ແບບ​ງ່າຍໆແລະ​ຈິງ​ໃຈ. ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ເມື່ອ​ບາງ​ຄົນ​ອອກ​ຄວາມ​ຄິດ​ເຫັນ​ແບບ​ຕື່ນ​ເຕັ້ນ​ຈາກ​ສິ່ງ​ໃໝ່ໆທີ່​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ. ເຮົາ​ປະທັບ​ໃຈ​ຄົນ​ທີ່ “ກ້າ” ອອກ​ຄວາມ​ຄິດ​ເຫັນ ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ອາຍ​ຫຼື​ຫາ​ກໍ​ຮຽນ​ພາສາ​ໃໝ່. (1 ເທ. 2:2) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ? ໂດຍ​ຂອບໃຈ​ເຂົາ​ເຈົ້າ​ຫຼັງ​ຈາກ​ເລີກ​ການ​ປະຊຸມ ແລະ​ໂດຍ​ເຮົາ​ເອງ​ກໍ​ອອກ​ຄວາມ​ຄິດ​ເຫັນ. ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ບໍ່​ພຽງ​ແຕ່​ໄດ້​ຮັບ​ກຳລັງ​ໃຈ ແຕ່​ເຮົາ​ຍັງ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ນຳ.—ໂລມ 1:11, 12

7. ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ເຮົາ​ອອກ​ຄວາມ​ຄິດ​ເຫັນ?

7 ເຮົາ​ໄດ້​ຮັບ​ປະໂຫຍດ​ເມື່ອ​ເຮົາ​ອອກ​ຄວາມ​ຄິດ​ເຫັນ. (ເອຊາ. 48:17) ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ? ທຳອິດ ຖ້າ​ເຮົາ​ວາງ​ແຜນທີ່​ຈະ​ຕອບ​ໃນ​ການ​ປະຊຸມ ເຮົາ​ຈະ​ຖືກ​ກະຕຸ້ນ​ເປັນ​ພິເສດ​ໃຫ້​ກຽມ​ຕົວຢ່າງ​ດີ​ສຳລັບ​ການ​ປະຊຸມ. ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ເຂົ້າ​ໃຈ​ພະ​ຄຳ​ຂອງ​ພະເຈົ້າ​ຫຼາຍ​ຂຶ້ນ ແລະ​ແຮ່ງ​ເຮົາ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ ເຮົາ​ກໍ​ແຮ່ງ​ຮູ້ຈັກ​ເອົາ​ໄປ​ນຳ​ໃຊ້​ໃນ​ຊີວິດ​ຫຼາຍ​ຂຶ້ນ. ສອງ ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ໄດ້​ມີ​ສ່ວນ​ຮ່ວມ. ສາມ ຍ້ອນ​ເຮົາ​ໃຊ້​ຄວາມ​ພະຍາຍາມ​ໃນ​ການ​ກຽມ​ເພື່ອ​ຈະ​ອອກ​ຄວາມ​ຄິດ​ເຫັນ​ຈຶ່ງ​ເຮັດ​ໃຫ້​ເຮົາ​ຈື່​ສິ່ງ​ທີ່​ເຮົາ​ຕອບ ເຖິງ​ວ່າ​ຈະ​ຈົບ​ການ​ປະຊຸມ​ໄປ​ແລ້ວ.

8-9. (ກ) ຕາມ​ທີ່​ເປີດ​ເຜີຍ​ໃນ​ມາລາກີ 3:16 ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຮົາ​ອອກ​ຄວາມ​ຄິດ​ເຫັນ? (ຂ) ແຕ່​ບາງ​ຄົນ​ຍັງ​ບໍ່​ກ້າ​ເຮັດ​ຫຍັງ?

8 ພະ​ເຢໂຫວາ​ພໍ​ໃຈ​ເຮົາ​ເມື່ອ​ເຮົາ​ສະແດງ​ຄວາມ​ເຊື່ອ. ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຟັງ​ແລະ​ເຫັນ​ຄຸນຄ່າ​ທີ່​ເຮົາ​ພະຍາຍາມ​ອອກ​ຄວາມ​ຄິດ​ເຫັນ​ໃນ​ການ​ປະຊຸມ. (ອ່ານ​ມາລາກີ 3:16) ພະອົງ​ສະແດງ​ໃຫ້​ເຫັນ​ວ່າ​ເຫັນ​ຄຸນຄ່າ​ໂດຍ​ອວຍ​ພອນ​ເຮົາ​ເມື່ອ​ເຮົາ​ພະຍາຍາມ​ຢ່າງ​ເຕັມທີ​ເພື່ອ​ເຮັດ​ໃຫ້​ພະອົງ​ພໍ​ໃຈ.—ມລກີ. 3:10

9 ເຫັນ​ໄດ້​ແຈ້ງ​ວ່າ ເຮົາ​ມີ​ເຫດຜົນ​ທີ່​ດີ​ຫຼາຍ​ຢ່າງ​ທີ່​ຈະ​ອອກ​ຄວາມ​ຄິດ​ເຫັນ​ໃນ​ການ​ປະຊຸມ. ແຕ່​ບາງ​ຄົນ​ກໍ​ຍັງ​ບໍ່​ກ້າ​ທີ່​ຈະ​ຍົກ​ມື. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ຢ່າ​ຟ້າວ​ທໍ້​ໃຈ. ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ ຕົວຢ່າງ​ຂອງ​ບາງ​ຄົນ ແລະ​ຄຳ​ແນະນຳ​ບາງ​ຢ່າງ​ທີ່​ຈະ​ຊ່ວຍ​ເຮົາ​ທຸກ​ຄົນ​ໃຫ້​ພະຍາຍາມ​ອອກ​ຄວາມ​ຄິດ​ເຫັນ​ຫຼາຍ​ຂຶ້ນ.

ເອົາ​ຊະນະ​ຄວາມ​ຢ້ານ

10. (ກ) ພວກ​ເຮົາ​ຫຼາຍ​ຄົນ​ຢ້ານ​ຫຍັງ? (ຂ) ເປັນ​ຫຍັງ​ການ​ທີ່​ເຮົາ​ບໍ່​ກ້າ​ຕອບ​ຈຶ່ງ​ເປັນ​ສັນຍານ​ທີ່​ດີ?

10 ແມ່ນ​ແຕ່​ຄິດ​ວ່າ​ຈະ​ຍົກ​ມື​ຂຶ້ນ ເຈົ້າ​ກໍ​ຮູ້ສຶກ​ກັງວົນ​ແລະ​ຢ້ານ​ທຸກ​ຄັ້ງ​ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ບໍ່​ແມ່ນ​ຄົນ​ດຽວ​ທີ່​ຮູ້ສຶກ​ແບບ​ນັ້ນ. ຄວາມ​ຈິງ​ຄື​ພວກ​ເຮົາ​ສ່ວນ​ຫຼາຍ​ຮູ້ສຶກ​ຢ້ານ​ເມື່ອ​ອອກ​ຄວາມ​ຄິດ​ເຫັນ. ກ່ອນ​ຈະ​ເອົາ​ຊະນະ​ຄວາມ​ຮູ້ສຶກ​ນີ້ ເຈົ້າ​ຕ້ອງ​ຮູ້​ສາເຫດ​ທີ່​ເຈົ້າ​ຢ້ານ. ເຈົ້າ​ຢ້ານ​ລືມ​ຄຳຕອບ​ບໍ ຫຼື​ຢ້ານ​ຕອບ​ຜິດ? ເຈົ້າ​ຢ້ານ​ວ່າ​ຈະ​ຕອບ​ບໍ່​ໄດ້​ດີ​ເທົ່າ​ຄົນ​ອື່ນ​ບໍ? ທີ່​ຈິງ ການ​ຢ້ານ​ແບບ​ນັ້ນ​ເປັນ​ສັນຍານ​ທີ່​ດີ ເພາະ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ເບິ່ງ​ວ່າ​ຄົນ​ອື່ນ​ດີ​ກວ່າ​ເຈົ້າ. ພະ​ເຢໂຫວາ​ຮັກ​ຄົນ​ທີ່​ມີ​ຄຸນ​ລັກສະນະ​ແບບ​ນັ້ນ. (ເພງ. 138:6; ຟີລິບ 2:3) ແຕ່​ພະອົງ​ກໍ​ຍັງ​ຢາກ​ໃຫ້​ເຈົ້າ​ສັນລະເສີນ​ພະອົງ​ແລະ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ນຳ. (1 ເທ. 5:11) ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະອົງ​ຮັກ​ເຈົ້າ​ແລະ​ຈະ​ໃຫ້​ເຈົ້າ​ກ້າຫານ.

11. ມີ​ຂໍ້​ເຕືອນ​ໃຈ​ຫຍັງ​ແດ່​ຈາກ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ເຮົາ?

11 ຂໍ​ໃຫ້​ຄິດ​ເຖິງ​ຂໍ້​ເຕືອນ​ໃຈ​ບາງ​ຢ່າງ​ໃນ​ຄຳພີ​ໄບເບິນ. ຄຳພີ​ໄບເບິນ​ບອກ​ວ່າ​ເຮົາ​ທຸກ​ຄົນ​ຜິດ​ພາດ​ທັງ​ຄຳ​ເວົ້າ​ຫຼື​ວິທີ​ເວົ້າ. (ຢໂກ. 3:2) ພະ​ເຢໂຫວາ​ແລະ​ພີ່​ນ້ອງ​ຄົນ​ອື່ນ​ບໍ່​ໄດ້​ຄາດ​ໝາຍ​ວ່າ​ເຮົາ​ຕ້ອງ​ສົມບູນ​ແບບ. (ເພງ. 103:12-14) ເຂົາ​ເຈົ້າ​ເປັນ​ຄອບຄົວ​ດຽວ​ກັບ​ເຮົາ​ແລະ​ກໍ​ຮັກ​ເຮົາ. (ມໂກ. 10:29, 30; ໂຢ. 13:35) ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ​ບາງ​ເທື່ອ​ເຮົາ​ກໍ​ຕອບ​ຜິດ.

12-13. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເນເຫມີ​ແລະ​ໂຢນາ?

12 ຂໍ​ໃຫ້​ຄິດ​ເຖິງ​ບາງ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ. ຕົວຢ່າງ​ຂອງ​ເນເຫມີ. ລາວ​ຮັບໃຊ້​ໃນ​ວັງ​ຂອງ​ກະສັດ​ອົງ​ໜຶ່ງ​ທີ່​ມີ​ອຳນາດ​ຫຼາຍ. ເນເຫມີ​ຮູ້ສຶກ​ເສົ້າໃຈ​ຫຼາຍ​ຍ້ອນ​ໄດ້​ຍິນ​ວ່າ​ກຳແພງ​ແລະ​ປະຕູ​ເມືອງ​ເຢຣຶຊາເລມ​ພັງ​ລົງ​ແລ້ວ. (ນເຫ. 1:1-4) ລອງ​ນຶກ​ພາບ​ເບິ່ງ​ວ່າ​ລາວ​ຈະ​ກັງວົນ​ແລະ​ຢ້ານ​ຫຼາຍ​ສ່ຳ​ໃດ ເມື່ອ​ກະສັດ​ບອກ​ໃຫ້​ລາວ​ອະທິບາຍ​ເຫດຜົນ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ເສົ້າໃຈ​ແທ້! ເນເຫມີ​ໄດ້​ອະທິດຖານ​ທັນທີ​ແລ້ວ​ກໍ​ຕອບ​ກະສັດ. ຜົນ​ກໍ​ຄື ກະສັດ​ໄດ້​ເຮັດ​ຫຼາຍ​ຢ່າງ​ເພື່ອ​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ. (ນເຫ. 2:1-8) ນອກ​ຈາກ​ນັ້ນ ລອງ​ຄິດ​ເຖິງ​ຕົວຢ່າງ​ຂອງ​ໂຢນາ. ເມື່ອ​ພະ​ເຢໂຫວາ​ບອກ​ໃຫ້​ລາວ​ໄປ​ປະກາດ​ກັບ​ຊາວ​ນີນີເວ ລາວ​ຢ້ານ​ຫຼາຍ​ຈົນ​ໜີ​ໄປ​ອີກ​ທາງ​ໜຶ່ງ. (ໂຢນາ 1:1-3) ແຕ່​ໂຢນາ​ກໍ​ເຮັດ​ວຽກ​ມອບ​ໝາຍ​ນັ້ນ​ສຳເລັດ​ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ລາວ. ສິ່ງ​ທີ່​ໂຢນາ​ເວົ້າ​ກັບ​ຊາວ​ນີນີເວ​ກໍ​ຊ່ວຍ​ເຂົາ​ເຈົ້າ​ຄື​ກັນ. (ໂຢນາ 3:5-10) ຈາກ​ຕົວຢ່າງ​ຂອງ​ເນເຫມີ ເຮົາ​ໄດ້​ຮຽນ​ຮູ້​ຄວາມ​ສຳຄັນ​ຂອງ​ການ​ອະທິດຖານ​ກ່ອນ​ຈະ​ໃຫ້​ຄຳຕອບ ແລະ​ຈາກ​ຕົວຢ່າງ​ຂອງ​ໂຢນາ​ເຮົາ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ເຖິງ​ວ່າ​ເຮົາ​ອາດ​ຈະ​ຢ້ານ​ຫຼາຍ​ກໍ​ຕາມ. ໃນ​ຕົວ​ຈິງ​ແລ້ວ ບໍ່​ມີ​ໃຜ​ໃນ​ປະຊາຄົມ​ທີ່​ເປັນ​ຕາ​ຢ້ານ​ສ່ຳ​ຊາວ​ນີນີເວ.

13 ມີ​ຄຳ​ແນະນຳ​ຫຍັງ​ທີ່​ຈະ​ຊ່ວຍ​ເຮົາ​ອອກ​ຄວາມ​ຄິດ​ເຫັນ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ການ​ປະຊຸມ? ໃຫ້​ເຮົາ​ພິຈາລະນາ​ຄຳ​ແນະນຳ​ບາງ​ຢ່າງ​ນຳ​ກັນ.

14. ເປັນ​ຫຍັງ​ເຮົາ​ຄວນ​ກຽມ​ຢ່າງ​ດີ​ສຳລັບ​ການ​ປະຊຸມ ແລະ​ເຮົາ​ອາດ​ຈະ​ກຽມ​ຕອນ​ໃດ​ໄດ້​ແດ່?

14 ກຽມ​ສຳລັບ​ການ​ປະຊຸມ​ທຸກ​ຄັ້ງ. ເມື່ອ​ເຈົ້າ​ກຽມ​ລ່ວງ​ໜ້າ​ຢ່າງ​ດີ ເຈົ້າ​ຈະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ອອກ​ຄວາມ​ຄິດ​ເຫັນ. (ສຸພາ. 21:5) ແນ່ນອນ​ວ່າ​ຕາ​ຕະລາງ​ວຽກ​ປະຈຳ​ວັນ​ຂອງ​ແຕ່​ລະ​ຄົນ​ບໍ່​ຄື​ກັນ. ພີ່​ນ້ອງ​ແອ​ລອຍ​ເຊິ່ງ​ເປັນ​ແມ່​ໝ້າຍ​ອາຍຸ 80 ປາຍ​ປີ​ກຽມ​ຫໍສັງເກດການ ໃນ​ຕອນ​ຕົ້ນ​ຂອງ​ອາທິດ. ລາວ​ບອກ​ວ່າ: “ເມື່ອ​ຂ້ອຍ​ໄດ້​ກຽມ​ກ່ອນ ຂ້ອຍ​ຈະ​ມີ​ຄວາມ​ສຸກ​ກັບ​ການ​ປະຊຸມ​ຫຼາຍ​ກວ່າ.” ພີ່​ນ້ອງ​ຈອຍ​ທີ່​ເຮັດ​ວຽກ​ເຕັມ​ເວລາ​ໄດ້​ຈັດ​ເວລາ​ວັນ​ເສົາ​ເພື່ອ​ກຽມ​ຫໍສັງເກດການ ລາວ​ບອກ​ວ່າ: “ຂ້ອຍ​ມັກ​ຈະ​ຈື່​ໄດ້​ດີ ເມື່ອ​ກຽມ​ຕອນ​ໃກ້​ຈະ​ຮອດ​ມື້​ປະຊຸມ.” ພີ່​ນ້ອງ​ໄອ້​ເຊິ່ງ​ເປັນ​ຜູ້​ເຖົ້າ​ແກ່​ແລະ​ໄພໂອເນຍ​ທີ່​ເຮັດ​ວຽກ​ຢ່າງ​ໜັກ​ບອກ​ວ່າ: “ສຳລັບ​ຂ້ອຍ​ດີ​ທີ່​ສຸດ ແມ່ນ​ແບ່ງ​ກຽມ​ເທື່ອ​ລະ​ໜ້ອຍ​ໃນ​ລະຫວ່າງ​ອາທິດ ແທນ​ທີ່​ຈະ​ກຽມ​ທັງ​ໝົດ​ບາດ​ດຽວ.”

15. ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ກຽມ​ຢ່າງ​ດີ​ສຳລັບ​ການ​ປະຊຸມ?

15 ເພື່ອ​ຈະ​ກຽມ​ຢ່າງ​ດີ​ສຳລັບ​ການ​ປະຊຸມ ເຮົາ​ຕ້ອງ​ເຮັດ​ແນວ​ໃດ? ກ່ອນ​ຈະ​ເລີ່ມ​ກຽມ​ແຕ່​ລະ​ຄັ້ງ ໃຫ້​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ. (ລືກາ 11:13; 1 ໂຢ. 5:14) ຈາກ​ນັ້ນ ໃຊ້​ເວລາ​ບໍ່​ເທົ່າ​ໃດ​ນາທີ​ເບິ່ງ​ພາບ​ລວມ​ຂອງ​ບົດ​ຄວາມ ເຊັ່ນ: ເບິ່ງ​ຫົວ​ຂໍ້​ຫຼັກ ຫົວ​ຂໍ້​ຍ່ອຍ ຮູບ​ພາບ ແລະ​ຂອບ​ຕ່າງໆ. ເມື່ອ​ກຽມ​ແຕ່​ລະ​ຂໍ້​ໃຫ້​ອ່ານ​ຂໍ້​ຄຳພີ​ທີ່​ອ້າງອີງ​ເທົ່າ​ທີ່​ເປັນ​ໄປ​ໄດ້. ຈາກ​ນັ້ນ ໃຫ້​ຄິດ​ຕຶກຕອງ​ກ່ຽວ​ກັບ​ເນື້ອ​ໃນ​ນັ້ນ​ໂດຍ​ສະເພາະ​ຈຸດ​ທີ່​ເຮົາ​ຈະ​ຕອບ. ແຮ່ງ​ເຈົ້າ​ກຽມ​ຢ່າງ​ດີ ເຈົ້າ​ກໍ​ແຮ່ງ​ຈະ​ໄດ້​ຮັບ​ປະໂຫຍດ​ແລະ​ກໍ​ຈະ​ງ່າຍ​ຂຶ້ນ​ທີ່​ເຈົ້າ​ຈະ​ອອກ​ຄວາມ​ຄິດ​ເຫັນ.—2 ໂກ. 9:6

16. ມີ​ເຄື່ອງ​ມື​ຫຍັງ​ແດ່​ທີ່​ເຈົ້າ​ຈະ​ໃຊ້​ເພື່ອ​ກຽມ​ສຳລັບ​ການ​ປະຊຸມ ແລະ​ເຈົ້າ​ໃຊ້​ເຄື່ອງ​ມື​ນີ້​ແນວ​ໃດ?

16 ຖ້າ​ເປັນ​ໄປ​ໄດ້ ໃຫ້​ໃຊ້​ເຄື່ອງ​ມື​ຕ່າງໆທີ່​ມີ​ໃນ​ພາສາ​ທີ່​ເຈົ້າ​ຮູ້. ພະ​ເຢໂຫວາ​ຈັດ​ໃຫ້​ມີ​ເຄື່ອງ​ມື​ຕ່າງໆໂດຍ​ທາງ​ອົງການ​ຂອງ​ພະອົງ ເຊັ່ນ: ແອັບJW Library® ຊ່ວຍ​ເຮົາ​ໃຫ້​ດາວໂຫຼດ​ປຶ້ມ​ທີ່​ເຮົາ​ຈະ​ສຶກສາ​ໃສ່​ໃນ​ແທັບເລັດ​ຫຼື​ໂທລະສັບ​ມື​ຖື. ດັ່ງ​ນັ້ນ ເຮົາ​ຈຶ່ງ​ສາມາດ​ກຽມ ຫຼື​ຢ່າງ​ໜ້ອຍ​ກໍ​ໄດ້​ອ່ານ​ຫຼື​ຟັງ​ບົດ​ຄວາມ​ຢູ່​ໃສ​ຫຼື​ເວລາ​ໃດ​ກໍ​ໄດ້. ບາງ​ຄົນ​ໃຊ້​ແອັບ​ນີ້​ເພື່ອ​ສຶກສາ​ຄົ້ນ​ຄວ້າ​ຕອນ​ທີ່​ພັກ​ກິນ​ເຂົ້າ​ສວຍ​ຢູ່​ບ່ອນ​ເຮັດ​ວຽກ ຢູ່​ໂຮງ​ຮຽນ ຫຼື​ຕອນ​ທີ່​ເດີນ​ທາງ. ນອກ​ຈາກ​ນັ້ນ​ກໍ​ຍັງ​ມີ​ຫ້ອງ​ສະໝຸດ​ວັອດທາວເວີ (ພາສາ​ອັງກິດ) ແລະ​ຫ້ອງ​ສະ​ໝຸດອອນ​ລາຍ​ຂອງ​ວັອດທາວເວີ ເຊິ່ງ​ເຮັດ​ໃຫ້​ງ່າຍ​ຂຶ້ນ​ທີ່​ເຮົາ​ຈະ​ສຶກສາ​ຄົ້ນ​ຄວ້າ​ຈຸດ​ຕ່າງໆຕື່ມ​ອີກ..

ເຈົ້າ​ກຽມ​ສຳລັບ​ການ​ປະຊຸມ​ຕອນ​ໃດ? (ເບິ່ງ​ຂໍ້ 14-16) *

17. (ກ) ເປັນ​ຫຍັງ​ການ​ກຽມ​ຄຳຕອບ​ໄວ້​ຫຼາຍໆຈຶ່ງ​ດີ? (ຂ) ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ວິດີໂອ​ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ນຳ​ກັນກຽມ​ຄຳຕອບ​ຂອງ​ລູກ?

17 ຖ້າ​ເປັນ​ໄປ​ໄດ້ ໃຫ້​ກຽມ​ຄຳຕອບ​ໄວ້​ຫຼາຍໆ. ຍ້ອນ​ຫຍັງ? ຍ້ອນ​ເຈົ້າ​ອາດ​ຈະ​ບໍ່​ຖືກ​ເລືອກ​ເມື່ອ​ຍົກ​ມື​ຂຶ້ນ. ພີ່​ນ້ອງ​ຄົນ​ອື່ນໆອາດ​ຍົກ​ມື​ພ້ອມ​ກັນ​ກັບ​ເຈົ້າ​ແລະ​ຜູ້​ນຳ​ສ່ວນ​ອາດ​ຈະ​ເລືອກ​ຄົນ​ອື່ນ. ເພື່ອ​ຈະ​ໃຫ້​ການ​ປະຊຸມ​ຈົບ​ກົງ​ເວລາ ຜູ້​ນຳ​ສ່ວນ​ອາດ​ຈະ​ກຳນົດ​ວ່າ​ຄຳຖາມ​ໜຶ່ງ​ຈະ​ໃຫ້​ຕອບ​ຈັກ​ຄົນ. ດັ່ງ​ນັ້ນ ຢ່າ​ຟ້າວ​ຄຽດ​ຫຼື​ທໍ້​ໃຈ​ທີ່​ຜູ້​ນຳ​ສ່ວນ​ບໍ່​ໄດ້​ເລືອກ​ເຈົ້າ​ໃນ​ໄລຍະ​ທຳອິດ. ຖ້າ​ເຈົ້າ​ກຽມ​ຄຳຕອບ​ໄວ້​ຫຼາຍໆ ເຈົ້າ​ກໍ​ຍັງ​ມີ​ໂອກາດ​ທີ່​ຈະ​ໄດ້​ຕອບ. ສິ່ງ​ໜຶ່ງ​ທີ່​ເຈົ້າ​ກຽມ​ສຳລັບ​ການ​ປະຊຸມ​ແມ່ນ​ການ​ອ່ານ​ຂໍ້​ຄຳພີ ແຕ່​ຖ້າ​ເຈົ້າ​ເຮັດ​ໄດ້​ກໍ​ໃຫ້​ກຽມ​ຄຳຕອບ​ເປັນ​ຄຳ​ເວົ້າ​ຂອງ​ຕົວ​ເອງ. *

18. ເປັນ​ຫຍັງ​ຄວນ​ຕອບ​ແບບ​ສັ້ນ​ກະທັດຮັດ?

18 ໃຫ້​ຕອບ​ສັ້ນໆ. ສ່ວນ​ຫຼາຍ​ແລ້ວ​ຄຳຕອບ​ທີ່​ສັ້ນ​ກະທັດຮັດ​ແລະ​ເຂົ້າ​ໃຈ​ງ່າຍ​ເປັນ​ຄຳຕອບ​ທີ່​ໃຫ້​ກຳລັງ​ໃຈ​ຫຼາຍ​ທີ່​ສຸດ. ດັ່ງ​ນັ້ນ ໃຫ້​ພະຍາຍາມ​ຕອບ​ສັ້ນໆບໍ່​ເກີນ 30 ວິນາທີ. (ສຸພາ. 10:19; 15:23) ຖ້າ​ເຈົ້າ​ເຂົ້າ​ຮ່ວມ​ການ​ປະຊຸມ​ມາ​ຫຼາຍ​ປີ​ແລ້ວ ແຮ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຈົ້າ​ຈະ​ວາງ​ຕົວຢ່າງ​ທີ່​ດີ​ໂດຍ​ຕອບ​ສັ້ນໆ. ແຕ່​ຖ້າ​ເຈົ້າ​ຕອບ​ແບບ​ຊັບຊ້ອນ​ແລະ​ໃຊ້​ເວລາ​ຫຼາຍ​ນາທີ ຄົນ​ອື່ນ​ອາດ​ຈະ​ຮູ້ສຶກ​ທໍ້​ໃຈ​ວ່າ​ເຂົາ​ເຈົ້າ​ບໍ່​ສາມາດ​ຕອບ​ໄດ້​ດີ​ເທົ່າ​ເຈົ້າ. ນອກ​ຈາກ​ນັ້ນ ຄຳຕອບ​ທີ່​ສັ້ນໆຈະ​ເຮັດ​ໃຫ້​ຫຼາຍ​ຄົນ​ມີ​ໂອກາດ​ໄດ້​ຕອບ. ໂດຍ​ສະເພາະ​ຖ້າ​ເຈົ້າ​ຕອບ​ເປັນ​ຜູ້​ທຳອິດ ໃຫ້​ຕອບ​ແບບ​ງ່າຍໆແລະ​ກົງ​ຈຸດ. ຢ່າ​ຕອບ​ແບບ​ກວມ​ລວມ​ທຸກ​ຈຸດ. ຫຼັງ​ຈາກ​ທີ່​ຄົນ​ອື່ນ​ຕອບ​ແນວ​ຄິດ​ຫຼັກ​ແລ້ວ ເຈົ້າ​ກໍ​ອາດ​ຈະ​ຕອບ​ເສີມ​ຈຸດ​ອື່ນໆໄດ້.—ເບິ່ງ​ຂອບ “ ຂ້ອຍ​ຈະ​ອອກ​ຄວາມ​ຄິດ​ເຫັນ​ແບບ​ໃດ​ໄດ້​ແດ່?

19. ຜູ້​ນຳ​ສ່ວນ​ສາມາດ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ ແຕ່​ເຈົ້າ​ຕ້ອງ​ເຮັດ​ຫຍັງ?

19 ບອກ​ຜູ້​ນຳ​ສ່ວນ​ໃຫ້​ຮູ້​ວ່າ​ເຈົ້າ​ຢາກ​ຕອບ​ຂໍ້​ໃດ​ເປັນ​ພິເສດ. ຖ້າ​ເຈົ້າ​ເລືອກ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຄວນ​ບອກ​ຜູ້​ນຳ​ສ່ວນ​ລ່ວງ​ໜ້າ​ກ່ອນ​ການ​ປະຊຸມ​ເລີ່ມ. ເມື່ອ​ຮອດ​ຂໍ້​ທີ່​ຈະ​ຕອບ​ກໍ​ໃຫ້​ຮີບ​ຍົກ​ມື​ສູງໆເພື່ອ​ຜູ້​ນຳ​ສ່ວນ​ຈະ​ເຫັນ​ເຈົ້າ.

20. ການ​ປະຊຸມ​ປະຈຳ​ປະຊາຄົມ​ປຽບ​ຄື​ກັບ​ການ​ກິນ​ເຂົ້າ​ຊຸມ​ກັນ​ກັບ​ໝູ່​ທີ່​ຮັກ​ແພງ​ແນວ​ໃດ?

20 ໃຫ້​ເບິ່ງ​ການ​ປະຊຸມ​ວ່າ​ເປັນ​ຄື​ກັບ​ການ​ກິນ​ເຂົ້າ​ຊຸມ​ກັນ​ກັບ​ໝູ່​ທີ່​ຮັກ​ແພງ. ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ຖືກ​ເຊີນ​ໃຫ້​ໄປ​ກິນ​ເຂົ້າ​ຊຸມ​ກັນ​ໃນ​ປະຊາຄົມ ແລະ​ຖືກ​ຂໍ​ໃຫ້​ເຮັດ​ອາຫານ​ເຍື່ອງ​ໜຶ່ງ​ທີ່​ງ່າຍໆໄປ ເຈົ້າ​ຈະ​ເຮັດ​ແນວ​ໃດ? ເຈົ້າ​ອາດ​ຮູ້ສຶກ​ກັງວົນ​ໜ້ອຍ​ໜຶ່ງ ແຕ່​ເຈົ້າ​ກໍ​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ​ເພື່ອ​ທີ່​ທຸກ​ຄົນ​ຈະ​ມັກ. ພະ​ເຢໂຫວາ​ເປັນ​ເຈົ້າ​ພາບ ພະອົງ​ຈັດ​ໃຫ້​ເຮົາ​ມີ​ສິ່ງ​ດີໆຫຼາຍ​ຢ່າງ​ເຕັມ​ໂຕະ​ເພື່ອ​ເຮົາ​ຢູ່​ທີ່​ການ​ປະຊຸມ. (ເພງ. 23:5; ມັດ. 24:45) ພະອົງ​ດີ​ໃຈ​ເມື່ອ​ເຮົາ​ເອົາ​ຂອງ​ຂວັນ​ທີ່​ງ່າຍໆມາ ແຕ່​ເປັນ​ຂອງ​ຂວັນ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ໃຫ້​ໄດ້. ດັ່ງ​ນັ້ນ ໃຫ້​ກຽມ​ຢ່າງ​ດີ​ແລະ​ຕອບ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຮັດ​ໄດ້. ການ​ເຮັດ​ແບບ​ນັ້ນ ເຈົ້າ​ບໍ່​ພຽງ​ແຕ່​ກິນ​ອາຫານ​ຢູ່​ໂຕະ​ຂອງ​ພະ​ເຢໂຫວາ ແຕ່​ເຈົ້າ​ຍັງ​ຈະ​ໃຫ້​ຂອງ​ຂວັນ​ກັບ​ພີ່​ນ້ອງ​ໃນ​ປະຊາຄົມ​ນຳ​ອີກ.

ເພງ 2 ຊື່​ຂອງ​ພະອົງ​ຄື​ເຢໂຫວາ

^ ຂໍ້ 5 ຄື​ກັບ​ດາວິດ​ຜູ້​ຂຽນ​ຄຳເພງ ເຮົາ​ທຸກ​ຄົນ​ຮັກ​ພະ​ເຢໂຫວາ​ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ສັນລະເສີນ​ພະອົງ. ໂອກາດ​ໜຶ່ງ​ທີ່​ພິເສດ​ທີ່​ຈະ​ສະແດງ​ວ່າ​ເຮົາ​ຮັກ​ພະອົງ​ຄື ການ​ອອກ​ຄວາມ​ຄິດ​ເຫັນ​ຢູ່​ການ​ປະຊຸມ. ແຕ່​ພວກ​ເຮົາ​ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ການ​ອອກ​ຄວາມ​ຄິດ​ເຫັນ​ໃນ​ການ​ປະຊຸມ​ເປັນ​ເລື່ອງ​ຍາກ​ຫຼາຍ. ຖ້າ​ເຈົ້າ​ເປັນ​ແບບ​ນັ້ນ ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ເຈົ້າ​ບໍ່​ກ້າ​ອອກ​ຄວາມ​ຄິດ​ເຫັນ ແລະ​ຊ່ວຍ​ເຈົ້າ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ​ນັ້ນ.

^ ຂໍ້ 17 ເບິ່ງ​ວິດີໂອ​ມາ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ນຳ​ກັນກຽມ​ຄຳຕອບ​ຂອງ​ລູກ ໃນ​ຄຳ​ສອນ​ຂອງ​ຄຳພີ​ໄບເບິນ > ເດັກ (ບໍ່​ມີ​ໃນ​ພາສາ​ລາວ)

^ ຂໍ້ 63 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ໃນ​ປະຊາຄົມ​ໜຶ່ງ​ມີ​ຄວາມ​ສຸກ​ທີ່​ໄດ້​ອອກ​ຄວາມ​ຄິດ​ເຫັນ​ໃນ​ການ​ສຶກສາ​ຫໍສັງເກດການ.

^ ຂໍ້ 65 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ບາງ​ຄົນ​ໃນ​ປະຊາຄົມ​ທີ່​ສຶກສາ​ຫໍສັງເກດການ ໃນ​ຮູບ​ຕອນ​ຕົ້ນ​ນັ້ນ. ເຂົາ​ເຈົ້າ​ຈັດ​ເວລາ​ໄວ້​ເພື່ອ​ກຽມ​ສຳລັບ​ການ​ປະຊຸມ ເຖິງ​ວ່າ​ຈະ​ຢູ່​ໃນ​ສະພາບການ​ແຕກຕ່າງ​ກັນ.