ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 7

ໃຫ້​ອ່ອນ​ນ້ອມ​ຖ່ອມ​ຕົນ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ

ໃຫ້​ອ່ອນ​ນ້ອມ​ຖ່ອມ​ຕົນ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ

“ທຸກ​ຄົນ​ໃນ​ໂລກ​ທີ່​ຖ່ອມ​ຕົວ . . . ຂໍ​ໃຫ້​ມາ​ຫາ​ພະ​ເຢໂຫວາ . . . ແລະ​ເປັນ​ຄົນ​ຖ່ອມ​ຕົວ.”—ຊໂຟ. 2:3, ລ.ມ.

ເພງ 80 “ລອງ​ຊີມ​ແລ້ວ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ດີ”

ໃຈ​ຄວາມ​ສຳຄັນ *

1-2. (ກ) ໂມເຊ​ເປັນ​ຄົນ​ແນວ​ໃດ ແລະ​ລາວ​ເຮັດ​ຫຍັງ​ແດ່? (ຂ) ເປັນ​ຫຍັງ​ເຮົາ​ຢາກ​ພັດທະນາ​ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ?

ຄຳພີ​ໄບເບິນ​ບອກ​ວ່າ: “ໂມເຊ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ທີ່​ສຸດ​ໃນ​ໂລກ.” (ຈົດເຊັນ. 12:3, ລ.ມ.) ນີ້​ໝາຍ​ຄວາມ​ວ່າ​ລາວ​ເປັນ​ຄົນ​ອ່ອນແອ ບໍ່​ກ້າ​ຕັດສິນ​ໃຈ ແລະ​ຢ້ານ​ການ​ປະເຊີນ​ໜ້າ​ບໍ? ບາງ​ຄົນ​ອາດ​ຄິດ​ວ່າ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ເປັນ​ແບບ​ນີ້ ແຕ່​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ. ໂມເຊ​ເປັນ​ຜູ້​ຮັບໃຊ້​ທີ່​ເຂັ້ມແຂງ ເດັດ​ຂາດ ແລະ​ກ້າຫານ. ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຫຼືອ​ລາວ ລາວ​ຈຶ່ງ​ກ້າ​ປະເຊີນ​ໜ້າ​ກັບ​ກະສັດ​ເອຢິບ​ທີ່​ມີ​ອຳນາດ​ຫຼາຍ ແລະ​ນຳ​ພາ​ປະຊາຊົນ​ປະມານ 3 ລ້ານ​ຄົນ​ເດີນ​ທາງ​ຜ່ານ​ທະເລ​ຊາຍ​ແລະ​ຊ່ວຍ​ຊາດ​ອິດສະລາແອນ​ໃຫ້​ເອົາ​ຊະນະ​ສັດຕູ.

2 ເຮົາ​ບໍ່​ໄດ້​ເຈິ​ຂໍ້​ທ້າທາຍ​ຄື​ກັບ​ໂມເຊ ແຕ່​ທຸກໆມື້​ເຮົາ​ຕ້ອງ​ຮັບ​ມື​ກັບ​ຜູ້​ຄົນ​ແລະ​ສະຖານະການ​ທີ່​ເຮັດ​ໃຫ້​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ໄດ້​ຍາກ. ແນວ​ໃດ​ກໍ​ຕາມ ເຮົາ​ມີ​ແຮງ​ຈູງ​ໃຈ​ທີ່​ດີ​ທີ່​ຢາກ​ຈະ​ພັດທະນາ​ຄຸນ​ລັກສະນະ​ນີ້ ເພາະ​ພະ​ເຢໂຫວາ​ສັນຍາ​ວ່າ: “ຄົນ​ທີ່​ອ່ອນ​ນ້ອມ​ຖ່ອມ​ຕົນ​ຈະ​ໄດ້​ຢູ່​ໃນ​ໂລກ.” (ເພງ. 37:11, ລ.ມ.) ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ບໍ? ຄົນ​ອື່ນ​ບອກ​ວ່າ​ເຈົ້າ​ເປັນ​ຄົນ​ແບບ​ນັ້ນ​ບໍ? ກ່ອນ​ຈະ​ຕອບ​ຄຳຖາມ​ສຳຄັນ​ເຫຼົ່າ​ນີ້ ເຮົາ​ຕ້ອງ​ຮູ້​ກ່ອນ​ວ່າ​ການ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ເປັນ​ຄົນ​ແນວ​ໃດ?

ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ເປັນ​ຄົນ​ແນວ​ໃດ?

3-4. (ກ) ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ເປັນ​ຄົນ​ແນວ​ໃດ? (ຂ) ເຮົາ​ຕ້ອງ​ມີ​ຄຸນ​ລັກສະນະ 4 ຢ່າງ​ຫຍັງ​ແດ່​ເພື່ອ​ຈະ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ ແລະ​ຍ້ອນ​ຫຍັງ?

3 ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ *ເປັນ​ຄື​ກັບ​ຮູບ​ແຕ້ມ​ທີ່​ສວຍ​ງາມ. ຄື​ກັນ​ແນວ​ໃດ? ນັກ​ສິລະປິນ​ຈະ​ປະສົມ​ສີ​ຕ່າງໆເພື່ອ​ແຕ້ມ​ຮູບ​ພາບ​ໃຫ້​ອອກ​ມາ​ໄດ້​ສວຍ​ງາມ ຄ້າຍ​ຄື​ກັນ ເຮົາ​ກໍ​ຕ້ອງ​ມີ​ຄຸນ​ລັກສະນະ​ຫຼາຍ​ຢ່າງ​ລວມ​ກັນ​ເພື່ອ​ຈະ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ. ຄຸນ​ລັກສະນະ​ຕ່າງໆເຫຼົ່າ​ນັ້ນ​ຄື: ຄວາມ​ຖ່ອມ ການ​ເຊື່ອ​ຟັງ ຄວາມ​ອ່ອນ​ໂຍນ ແລະ​ຄວາມ​ເຂັ້ມແຂງ. ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄຸນ​ລັກສະນະ​ເຫຼົ່າ​ນີ້ ຖ້າ​ເຮົາ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ?

4 ສະເພາະ​ຄົນ​ຖ່ອມ​ຕົວ​ເທົ່າ​ນັ້ນ​ທີ່​ຈະ​ຍອມ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ການ​ເປັນ​ຄົນ​ອ່ອນ​ໂຍນ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. (ມັດ. 5:5; ຄລາ. 5:23) ເມື່ອ​ເຮົາ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ ເຮົາ​ກໍ​ເຮັດ​ໃຫ້​ຊາຕານ​ໃຈ​ຮ້າຍ​ຫຼາຍ. ດັ່ງ​ນັ້ນ ຫຼາຍ​ຄົນ​ທີ່​ຢູ່​ຝ່າຍ​ມັນ​ຈຶ່ງ​ກຽດ​ຊັງ​ເຮົາ ເຖິງ​ວ່າ​ເຮົາ​ຈະ​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ອ່ອນ​ໂຍນ​ກໍ​ຕາມ. (ໂຢ. 15:18, 19) ສະນັ້ນ ເຮົາ​ຕ້ອງ​ເຂັ້ມແຂງ​ເພື່ອ​ຈະ​ຕ້ານ​ທານ​ຊາຕານ​ໄດ້.

5-6. (ກ) ເປັນ​ຫຍັງ​ຊາຕານ​ກຽດ​ຊັງ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ? (ຂ) ເຮົາ​ຈະ​ໄດ້​ຮັບ​ຄຳຕອບ​ຂອງ​ຄຳຖາມ​ຫຍັງ?

5 ກົງ​ກັນ​ຂ້າມ​ກັບ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ຄື​ຄົນ​ຍິ່ງ​ຈອງຫອງ ລາວ​ຈະ​ບໍ່​ຄວບຄຸມ​ຄວາມ​ໃຈ​ຮ້າຍ​ແລະ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ. ຊາຕານ​ກໍ​ເປັນ​ແບບ​ນັ້ນ. ບໍ່​ແປກ​ເລີຍ​ທີ່​ມັນ​ກຽດ​ຊັງ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ! ເຂົາ​ເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ຊາຕານ​ຊົ່ວ​ຮ້າຍ​ຫຼາຍ​ສ່ຳ​ໃດ ເພາະ​ເຂົາ​ເຈົ້າ​ມີ​ຄຸນ​ລັກສະນະ​ທີ່​ດີ​ຕ່າງໆເຊິ່ງ​ຊາຕານ​ບໍ່​ມີ. ແລະ​ເຂົາ​ເຈົ້າ​ພິສູດ​ໃຫ້​ເຫັນ​ວ່າ​ຊາຕານ​ຂີ້​ຕົວະ. ຍ້ອນ​ຫຍັງ? ບໍ່​ວ່າ​ມັນ​ຈະ​ເວົ້າ​ຫຼື​ເຮັດ​ຫຍັງ ມັນ​ກໍ​ບໍ່​ສາມາດ​ເຮັດ​ໃຫ້​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້!—ໂຢບ 2:3-5

6 ເມື່ອ​ໃດ​ທີ່​ເຮົາ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ? ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ຕໍ່ໆໄປ? ເພື່ອ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້ ໃຫ້​ເຮົາ​ຈະ​ມາ​ພິຈາລະນາ​ຕົວຢ່າງ​ຂອງ​ໂມເຊ ຊາຍ​ຊາວ​ເຫບເລີ 3 ຄົນ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ ແລະ​ພະ​ເຍຊູ.

ເມື່ອ​ໃດ​ທີ່​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ?

7-8. ໂມເຊ​ເຮັດ​ແນວ​ໃດ​ເມື່ອ​ຄົນ​ອື່ນ​ບໍ່​ນັບຖື​ລາວ?

7 ເມື່ອ​ມີ​ອຳນາດ​ເໜືອ​ຄົນ​ອື່ນ. ເປັນ​ເລື່ອງ​ທ້າທາຍ​ສຳລັບ​ຄົນ​ທີ່​ມີ​ອຳນາດ​ທີ່​ຈະ​ຮັກສາ​ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ ໂດຍ​ສະເພາະ​ເມື່ອ​ບາງ​ຄົນ​ທີ່​ຢູ່​ໃຕ້​ອຳນາດ​ຂອງ​ລາວ​ບໍ່​ສະແດງ​ຄວາມ​ນັບຖື​ລາວ ຫຼື​ບໍ່​ເຊື່ອ​ໃນ​ການ​ຕັດສິນ​ໃຈ​ຂອງ​ລາວ. ເຈົ້າ​ເຄີຍ​ປະສົບ​ເລື່ອງ​ແບບ​ນີ້​ບໍ? ຖ້າ​ສະມາຊິກ​ຄອບຄົວ​ຂອງ​ເຈົ້າ​ເຮັດ​ແບບ​ນັ້ນ​ກັບ​ເຈົ້າ​ເດ ເຈົ້າ​ຈະ​ເຮັດ​ແນວ​ໃດ? ໃຫ້​ເຮົາ​ມາ​ພິຈາລະນາ​ວ່າ​ໂມເຊ​ເຮັດ​ແນວ​ໃດ​ກັບ​ສະຖານະການ​ນີ້.

8 ພະ​ເຢໂຫວາ​ແຕ່ງ​ຕັ້ງ​ໂມເຊ​ໃຫ້​ເປັນ​ຜູ້​ນຳ​ຊາວ​ອິດສະລາແອນ​ແລະ​ໃຫ້​ລາວ​ຂຽນ​ກົດ​ໝາຍ​ສຳລັບ​ຊາດ​ນີ້. ແນ່ນອນ​ພະ​ເຢໂຫວາ​ໄດ້​ສະໜັບສະໜູນ​ໂມເຊ. ເຖິງ​ວ່າ​ຈະ​ເປັນ​ແບບ​ນັ້ນ ມີລີອາມ​ກັບ​ອາໂລນ​ເຊິ່ງ​ເປັນ​ເອື້ອຍ​ແລະ​ອ້າຍ​ຂອງ​ລາວ​ກໍ​ເວົ້າ​ບໍ່​ດີ​ໃຫ້​ລາວ​ແລະ​ບອກ​ວ່າ​ລາວ​ຕັດສິນ​ບໍ່​ສຸຂຸມ​ໃນ​ການ​ເລືອກ​ເມຍ. ບາງ​ຄົນ​ທີ່​ມີ​ຕຳແໜ່ງ​ຄື​ກັບ​ໂມເຊ​ອາດ​ໃຈ​ຮ້າຍ​ຫຼາຍ​ເມື່ອ​ເຈິ​ແບບ​ນີ້ ແຕ່​ໂມເຊ​ບໍ່​ເປັນ​ແບບ​ນັ້ນ​ລາວ​ບໍ່​ໄດ້​ໃຈ​ຮ້າຍ​ງ່າຍໆ. ລາວ​ເຖິງ​ກັບ​ຂໍຮ້ອງ​ພະ​ເຢໂຫວາ​ໃຫ້​ເຊົາ​ລົງໂທດ​ມີລີອາມ. (ຈົດເຊັນ. 12:1-13) ເປັນ​ຫຍັງ​ລາວ​ຈຶ່ງ​ເຮັດ​ແບບ​ນັ້ນ?

ໂມເຊ​ຂໍ​ພະ​ເຢໂຫວາ​ເຊົາ​ລົງໂທດ​ມີລີອາມ (ເບິ່ງ​ຂໍ້ 8)

9-10. (ກ) ພະ​ເຢໂຫວາ​ຊ່ວຍ​ໂມເຊ​ໃຫ້​ເຂົ້າ​ໃຈ​ເລື່ອງ​ຫຍັງ? (ຂ) ຫົວ​ໜ້າ​ຄອບຄົວ​ແລະ​ຜູ້​ເຖົ້າ​ແກ່​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ໂມເຊ?

9 ໂມເຊ​ຍອມ​ໃຫ້​ພະ​ເຢໂຫວາ​ຝຶກ​ລາວ. ປະມານ 40 ປີ​ກ່ອນ​ໜ້າ​ນັ້ນ ລາວ​ເປັນ​ສະມາຊິກ​ຂອງ​ລາຊະວົງ​ເອຢິບ ຕອນ​ນັ້ນ​ໂມເຊ​ບໍ່​ໄດ້​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ. ທີ່​ຈິງ ລາວ​ໃຈ​ຮ້າຍ​ງ່າຍ​ຫຼາຍ​ຈົນ​ຂ້າ​ຜູ້​ຊາຍ​ຄົນ​ໜຶ່ງ​ເຊິ່ງ​ລາວ​ຄິດ​ວ່າ​ຄົນ​ນັ້ນ​ເຮັດ​ສິ່ງ​ທີ່​ບໍ່​ດີ. ໂມເຊ​ຄິດ​ວ່າ​ພະ​ເຢໂຫວາ​ຄົງ​ຈະ​ເຫັນ​ດີ​ກັບ​ສິ່ງ​ທີ່​ລາວ​ເຮັດ. ພະ​ເຢໂຫວາ​ໃຊ້​ເວລາ 40 ປີ​ເພື່ອ​ຊ່ວຍ​ໂມເຊ​ໃຫ້​ເຂົ້າ​ໃຈ​ວ່າ​ລາວ​ຕ້ອງ​ມີ​ບໍ່​ພຽງ​ແຕ່​ຄວາມ​ກ້າຫານ​ເພື່ອ​ຈະ​ນຳ​ໜ້າ​ຊາດ​ອິດສະລາແອນ ແຕ່​ລາວ​ຕ້ອງ​ເປັນ​ຄົນ​ທີ່​ອ່ອນ​ນ້ອມ​ຖ່ອມ​ຕົນ​ນຳ. ເພື່ອ​ຈະ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ ລາວ​ຕ້ອງ​ຖ່ອມ​ຕົວ ເຊື່ອ​ຟັງ ແລະ​ອ່ອນ​ໂຍນ. ລາວ​ໄດ້​ຮຽນ​ຮູ້​ເລື່ອງ​ນີ້​ເປັນ​ຢ່າງ​ດີ ແລະ​ກາຍ​ເປັນ​ຜູ້​ດູ​ແລ​ທີ່​ດີ​ເລີດ​ຫຼາຍ.—ອົບ. 2:11, 12; ກິດ. 7:21-30, 36

10 ປັດຈຸບັນ​ຫົວ​ໜ້າ​ຄອບຄົວ​ແລະ​ຜູ້​ເຖົ້າ​ແກ່​ຄວນ​ຮຽນ​ແບບ​ໂມເຊ. ເມື່ອ​ມີ​ບາງ​ຄົນ​ເຮັດ​ບາງ​ສິ່ງ​ທີ່​ບໍ່​ໄດ້​ສະແດງ​ຄວາມ​ນັບຖື ຢ່າ​ຟ້າວ​ໃຈ​ຮ້າຍ​ງ່າຍໆ. ເຈົ້າ​ຕ້ອງ​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ຍອມ​ຮັບ​ຄວາມ​ຜິດ. (ຜູ້ປ. 7:9, 20) ໃຫ້​ເຊື່ອ​ຟັງ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ​ເມື່ອ​ຈັດການ​ກັບ​ບັນຫາ​ແລະ​ຕອບ​ຢ່າງ​ອ່ອນ​ໂຍນ​ສະເໝີ. (ສຸພາ. 15:1) ຫົວ​ໜ້າ​ຄອບຄົວ​ແລະ​ຜູ້​ເຖົ້າ​ແກ່​ທີ່​ເຮັດ​ແບບ​ນັ້ນ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ລາວ​ຈະ​ຮັກສາ​ສັນຕິສຸກ ແລະ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ເລື່ອງ​ການ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ.

11-13. ຊາຍ​ເຫບເລີ 3 ຄົນ​ວາງ​ຕົວຢ່າງ​ຫຍັງ​ທີ່​ດີ​ໃຫ້​ເຮົາ?

11 ເມື່ອ​ຖືກ​ຂົ່ມເຫງ. ຕະຫຼອດ​ປະຫວັດສາດ ຜູ້​ປົກຄອງ​ທີ່​ເປັນ​ມະນຸດ​ໄດ້​ຂົ່ມເຫງ​ປະຊາຊົນ​ຂອງ​ພະ​ເຢໂຫວາ ເຂົາ​ເຈົ້າ​ອາດ​ກ່າວ​ຫາ​ວ່າ​ເຮົາ​ເຮັດ​ສິ່ງ​ທີ່​ບໍ່​ດີ ແຕ່​ເຫດຜົນ​ທີ່​ແທ້​ຈິງ​ທີ່​ເຂົາ​ເຈົ້າ​ໃຈ​ຮ້າຍ​ຄື​ເຮົາ​ເລືອກ “ຟັງ​ພະເຈົ້າ​ຫຼາຍ​ກວ່າ​ຟັງ​ມະນຸດ.” (ກິດ. 5:29) ເຮົາ​ອາດ​ຖືກ​ເຍາະ​ເຍີ້ຍ ຕິດ​ຄຸກ ຫຼື​ເຖິງ​ກັບ​ຖືກ​ທຳ​ຮ້າຍ​ຮ່າງກາຍ. ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຮົາ ເຮົາ​ຈຶ່ງ​ບໍ່​ຕອບ​ໂຕ້ ແຕ່​ເຮົາ​ຍັງ​ມີ​ຄວາມ​ອ່ອນ​ໂຍນ​ຢູ່​ເຖິງ​ວ່າ​ຈະ​ຖືກ​ທົດ​ສອບ.

12 ຂໍ​ໃຫ້​ມາ​ເບິ່ງ​ຕົວຢ່າງ​ຂອງ​ຊາຍ​ໜຸ່ມ​ເຫບເລີ 3 ຄົນ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ​ຄື: ຫານາເນຍ ມີຊາເອນ ກັບ​ອາຊາເຣຍ. * ກະສັດ​ບາບີໂລນ​ສັ່ງ​ໃຫ້​ເຂົາ​ເຈົ້າ​ກົ້ມ​ລົງ​ຂາບ​ໄຫວ້​ຮູບ​ປັ້ນ​ທອງຄຳ​ຂະໜາດ​ໃຫຍ່. ເຂົາ​ເຈົ້າ​ອະທິບາຍ​ຢ່າງ​ອ່ອນ​ໂຍນ​ຕໍ່​ກະສັດ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ບໍ່​ນະມັດສະການ​ຮູບ​ປັ້ນ​ນັ້ນ. ເຂົາ​ເຈົ້າ​ເຊື່ອ​ຟັງ​ພະເຈົ້າ​ເຖິງ​ວ່າ​ກະສັດ​ຂູ່​ວ່າ​ຈະ​ຖິ້ມ​ເຂົາ​ເຈົ້າ​ລົງ​ໃນ​ເຕົາ​ໄຟ. ພະ​ເຢໂຫວາ​ເລືອກ​ທີ່​ຈະ​ປົກ​ປ້ອງ​ຊາຍ​ໜຸ່ມ​ສາມ​ຄົນ​ນັ້ນ​ທັນທີ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຄິດ​ເອົາ​ເອງ​ວ່າ​ພະອົງ​ຈະ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ. ທີ່​ຈິງ ເຂົາ​ເຈົ້າ​ເຕັມ​ໃຈ​ຍອມ​ຮັບ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ຍອມ​ໃຫ້​ເກີດ​ຂຶ້ນ. (ດາ. 3:1, 8-28) ເຂົາ​ເຈົ້າ​ພິສູດ​ວ່າ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ເປັນ​ຄົນ​ທີ່​ກ້າຫານ​ແທ້ໆ ບໍ່​ມີ​ຜູ້​ປົກຄອງ​ຄົນ​ໃດ ການ​ຂົ່ມ​ຂູ່ ຫຼື​ການ​ລົງໂທດ​ໃດ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ເຊົາ “ນະມັດສະການ [ພະ​ເຢໂຫວາ] ພຽງ​ຜູ້​ດຽວ.”—ອົບ. 20:4, 5

13 ເມື່ອ​ຄວາມ​ພັກດີ​ຂອງ​ເຮົາ​ຕໍ່​ພະເຈົ້າ​ຖືກ​ທົດ​ສອບ ເຮົາ​ຈະ​ຮຽນ​ແບບ​ຊາຍ​ເຫບເລີ 3 ຄົນ​ນີ້​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ຖ່ອມ​ຕົວ​ແລະ​ໄວ້​ວາງໃຈ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ. (ເພງ. 118:6, 7) ເຮົາ​ຈະ​ຕອບ​ຜູ້​ທີ່​ກ່າວ​ຫາ​ເຮົາ​ຢ່າງ​ສຸພາບ​ແລະ​ສະແດງ​ຄວາມ​ນັບຖື. (1 ເປ. 3:15) ແລະ​ເຮົາ​ປະຕິເສດ​ທຸກ​ສິ່ງ​ທີ່​ຈະ​ທຳລາຍ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ເຮົາ.

ເມື່ອ​ຄົນ​ອື່ນ​ຕໍ່​ຕ້ານ​ເຮົາ ເຮົາ​ຕອບ​ດ້ວຍ​ຄວາມ​ນັບຖື (ເບິ່ງ​ຂໍ້ 13)

14-15. (ກ) ເມື່ອ​ເຮົາ​ເຄັ່ງ​ຕຶງ ເຮົາ​ອາດ​ເປັນ​ແນວ​ໃດ? (ຂ) ໃນ​ເອຊາອີ 53:7, 10 ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ພະ​ເຍຊູ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ຂອງ​ຄົນ​ທີ່​ສະແດງ​ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ​ເມື່ອ​ປະສົບ​ຄວາມ​ເຄັ່ງ​ຕຶງ?

14 ເມື່ອ​ເຮົາ​ມີ​ເລື່ອງ​ທີ່​ເຄັ່ງ​ຕຶງ. ມີ​ຫຼາຍ​ເຫດຜົນ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຄັ່ງ​ຕຶງ. ເຮົາ​ອາດ​ຮູ້ສຶກ​ເຄັ່ງ​ຕຶງ​ກ່ອນ​ຈະ​ສອບ​ເສັງ​ຢູ່​ໂຮງ​ຮຽນ ຫຼື​ກ່ອນ​ຈະ​ເຮັດ​ວຽກ​ບາງ​ຢ່າງ ຫຼື​ເຮົາ​ຮູ້ສຶກ​ເຄັ່ງ​ຕຶງ​ເມື່ອ​ຄິດ​ວ່າ​ເຮົາ​ຈະ​ຮັບ​ການ​ປິ່ນປົວ​ແນວ​ໃດ. ເມື່ອ​ເຮົາ​ເຄັ່ງ​ຕຶງ​ກໍ​ເປັນ​ເລື່ອງ​ຍາກ​ທີ່​ເຮົາ​ຈະ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ. ເລື່ອງ​ປົກກະຕິ​ທີ່​ບໍ່​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ​ກໍ​ອາດ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ​ໄດ້. ເຮົາ​ອາດ​ໃຊ້​ຄຳ​ເວົ້າ​ທີ່​ແຮງໆແລະ​ເວົ້າ​ສຽງ​ແຂງ. ຖ້າ​ເຈົ້າ​ຮູ້ສຶກ​ເຄັ່ງ​ຕຶງ​ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ພະ​ເຍຊູ.

15 ກ່ອນ​ທີ່​ພະ​ເຍຊູ​ຈະ​ຕາຍ ເພິ່ນ​ມີ​ຄວາມ​ເຄັ່ງ​ຕຶງ​ຫຼາຍ. ເພິ່ນ​ຮູ້​ວ່າ​ຈະ​ຖືກ​ຂ້າ​ແລະ​ຕ້ອງ​ທົນ​ທຸກ​ທໍລະມານ. (ໂຢ. 3:14, 15; ຄລາ. 3:13) ຫຼາຍ​ເດືອນ​ກ່ອນ​ທີ່​ຈະ​ຕາຍ ເພິ່ນ​ບອກ​ວ່າ​ເພິ່ນ​ທຸກ​ໃຈ​ຫຼາຍ​ແທ້ໆ. (ລືກາ 12:50) ແລະ​ບໍ່​ເທົ່າ​ໃດ​ມື້​ກ່ອນ​ຈະ​ຕາຍ ເພິ່ນ​ກໍ​ບອກ​ວ່າ: “ຂ້ອຍ​ທຸກ​ໃຈ​ຫຼາຍ.” ເຮົາ​ເຫັນ​ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ​ຂອງ​ເພິ່ນ​ຕໍ່​ພະເຈົ້າ​ຕອນ​ທີ່​ເພິ່ນ​ລະບາຍ​ຄວາມ​ຮູ້ສຶກ​ໃນ​ຄຳ​ອະທິດຖານ​ວ່າ: “ພໍ່​ເອີຍ ຂໍ​ຊ່ວຍ​ຂ້ອຍ​ໃຫ້​ຜ່ານ​ຊ່ວງ​ເວລາ​ນີ້​ໄປ​ໄດ້ ເຖິງ​ແນວ​ໃດ ຂ້ອຍ​ກໍ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ​ຄັ້ງ​ນີ້ ທີ່​ຂ້ອຍ​ມາ​ກໍ​ເພາະ​ເຫດ​ນີ້. ພໍ່​ເອີຍ ຂໍ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ການ​ຍົກຍ້ອງ.” (ໂຢ. 12:27, 28, ລ.ມ.) ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພະ​ເຍຊູ​ກໍ​ກ້າ​ສະແດງ​ຕົວ​ອອກ​ມາ​ຫາ​ສັດຕູ​ຂອງ​ພະເຈົ້າ​ທີ່​ຈະ​ຂ້າ​ເພິ່ນ​ໃນ​ແບບ​ທີ່​ເຈັບ​ປວດ​ແລະ​ອັບອາຍ​ຂາຍ​ໜ້າ. ເຖິງ​ວ່າ​ພະ​ເຍຊູ​ຈະ​ເຄັ່ງ​ຕຶງ​ແລະ​ທຸກ​ໃຈ​ຫຼາຍ ແຕ່​ເພິ່ນ​ກໍ​ຖ່ອມ​ຕົວ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ແນ່ນອນ ເຮົາ​ເວົ້າ​ໄດ້​ຢ່າງ​ໝັ້ນ​ໃຈ​ວ່າ​ພະ​ເຍຊູ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ຂອງ​ຄົນ​ທີ່​ສະແດງ​ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ​ເມື່ອ​ປະສົບ​ຄວາມ​ເຄັ່ງ​ຕຶງ.—ອ່ານ​ເອຊາອີ 53:7, 10

ພະ​ເຍຊູ​ເປັນ​ຕົວຢ່າງ​ທີ່​ດີ​ເລີດ​ໃນ​ການ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ (ເບິ່ງ​ຂໍ້ 16-17) *

16-17. (ກ) ໝູ່​ສະໜິດ​ຂອງ​ພະ​ເຍຊູ​ໄດ້​ເຮັດ​ຫຍັງ​ເຊິ່ງ​ອາດ​ເຮັດ​ໃຫ້​ຍາກ​ທີ່​ເພິ່ນ​ຈະ​ອ່ອນ​ນ້ອມ​ຖ່ອມ​ຕົນ? (ຂ) ເຮົາ​ຈະ​ຮຽນ​ແບບ​ພະ​ເຍຊູ​ໄດ້​ແນວ​ໃດ?

16 ໃນ​ຄືນ​ສຸດ​ທ້າຍ​ທີ່​ພະ​ເຍຊູ​ຢູ່​ເທິງ​ໂລກ ພວກ​ໝູ່​ສະໜິດ​ຂອງ​ເພິ່ນ​ໄດ້​ທົດ​ສອບ​ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ​ຂອງ​ເພິ່ນ. ລອງ​ຄິດ​ເບິ່ງ​ວ່າ​ໃນ​ຄືນ​ນັ້ນ​ພະ​ເຍຊູ​ຈະ​ຮູ້​ສຶກ​ເຄັ່ງ​ຕຶງ​ຫຼາຍ​ສ່ຳ​ໃດ. ເພິ່ນ​ຈະ​ຮັກສາ​ຄວາມ​ສັດ​ຊື່​ຈົນ​ຕາຍ​ໄດ້​ບໍ? ຖ້າ​ເພິ່ນ​ບໍ່​ສັດ​ຊື່ ກໍ​ບໍ່​ມີ​ໃຜ​ມີ​ໂອກາດ​ໄດ້​ຮັບ​ຊີວິດ. (ໂລມ 5:18, 19) ສຳຄັນ​ກວ່າ​ນັ້ນ​ຄື​ຊື່ສຽງ​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ກໍ​ກ່ຽວ​ຂ້ອງ​ນຳ. (ໂຢບ 2:4) ໃນ​ລະຫວ່າງ​ທີ່​ເພິ່ນ​ກິນ​ອາຫານ​ມື້​ສຸດ​ທ້າຍ​ກັບ​ພວກ​ອັກຄະສາວົກ​ເຊິ່ງ​ເປັນ​ໝູ່​ສະໜິດ ເຂົາ​ເຈົ້າ​ກໍ​ໄດ້​ຖຽງ​ກັນ​ວ່າ “ຜູ້​ໃດ​ແຕ່​ພວກ​ເຂົາ​ຈະ​ເປັນ​ທີ່​ຖື​ວ່າ​ເປັນ​ຜູ້​ໃຫຍ່​ທີ່​ສຸດ.” ພະ​ເຍຊູ​ເຄີຍ​ແກ້ໄຂ​ເຂົາ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ນີ້​ຫຼາຍ​ເທື່ອ​ແລ້ວ ລວມ​ເຖິງ​ກ່ອນ​ໜ້າ​ນັ້ນ​ໃນ​ຕອນ​ແລງ​ມື້​ດຽວ​ກັນ! ແຕ່​ເປັນ​ຕາ​ງຶດ ເພິ່ນ​ບໍ່​ໄດ້​ໃຈ​ຮ້າຍ​ເລີຍ​ແລະ​ຍັງ​ມີ​ຄວາມ​ອ່ອນ​ໂຍນ. ເພິ່ນ​ໄດ້​ອະທິບາຍ​ອີກ​ເທື່ອ​ໜຶ່ງ​ຢ່າງ​ໜັກແໜ້ນ​ແຕ່​ກໍ​ກະລຸນາ​ວ່າ​ເຂົາ​ເຈົ້າ​ຄວນ​ມີ​ຄວາມ​ຄິດ​ແບບ​ໃດ. ແລ້ວ​ເພິ່ນ​ກໍ​ຊົມ​ເຊີຍ​ພວກ​ໝູ່​ໃຫ້​ສະໜັບສະໜູນ​ເພິ່ນ​ຢ່າງ​ພັກດີ.—ລືກາ 22:24-28; ໂຢ. 13:1-5, 12-15

17 ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈິ​ສະຖານະການ​ທີ່​ຄ້າຍ​ຄື​ກັນ​ນີ້? ເຮົາ​ສາມາດ​ຮຽນ​ແບບ​ພະ​ເຍຊູ​ແລະ​ຮັກສາ​ຄວາມ​ສະຫງົບ​ໃຈ​ໄດ້​ເຖິງ​ວ່າ​ຈະ​ເຄັ່ງ​ຕຶງ. ຂໍ​ໃຫ້​ເຮົາ​ເຕັມ​ໃຈ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ວ່າ​ໃຫ້ ‘ອົດ​ກັ້ນ​ກັນ​ແລະ​ກັນ’ ຕໍ່​ໄປ. (ໂກໂລ. 3:13) ເຮົາ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ນີ້ ຖ້າ​ເຮົາ​ຈື່​ວ່າ​ເຮົາ​ທຸກ​ຄົນ​ກໍ​ເຄີຍ​ເວົ້າ​ແລະ​ເຮັດ​ບາງ​ສິ່ງ​ໃຫ້​ຄົນ​ອື່ນ​ຫງຸດຫງິດ​ຄື​ກັນ. (ສຸພາ. 12:18; ຢໂກ. 3:2, 5) ຂໍ​ໃຫ້​ພະຍາຍາມ​ເວົ້າ​ເຖິງ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ຄົນ​ອື່ນ.—ເອເຟ. 4:29

ເປັນ​ຫຍັງ​ຈຶ່ງ​ຕ້ອງ​ອ່ອນ​ນ້ອມ​ຖ່ອມ​ຕົນ​ສະເໝີ?

18. ພະ​ເຢໂຫວາ​ຊ່ວຍ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ແນວ​ໃດ​ໃຫ້​ຕັດສິນ​ໃຈ​ຢ່າງ​ສະຫຼາດ? ແຕ່​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຫຍັງ?

18 ເຮົາ​ຈະ​ຕັດສິນ​ໃຈ​ໄດ້​ດີ​ຂຶ້ນ. ເມື່ອ​ເຮົາ​ມີ​ເລື່ອງ​ຍາກໆທີ່​ຕ້ອງ​ຕັດສິນ​ໃຈ ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ຢ່າງ​ສະຫຼາດ. ແຕ່​ພະອົງ​ຈະ​ຊ່ວຍ​ສະເພາະ​ຖ້າ​ເຮົາ​ຖ່ອມ​ເທົ່າ​ນັ້ນ. ພະອົງ​ສັນຍາ​ວ່າ​ຈະ​ຟັງ “ຄວາມ​ປາຖະໜາ​ຂອງ​ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ອ່ອນ​ຫວານ [“ອ່ອນ​ນ້ອມ​ຖ່ອມ​ຕົນ,” ລ.ມ.]” (ເພງ. 10:17) ແລະ​ພະອົງ​ຈະ​ເຮັດ​ຫຼາຍ​ກວ່າ​ຟັງ​ຄຳ​ຂໍ​ຂອງ​ເຮົາ ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ອ່ອນ​ຫວານ ພະອົງ​ຈະ​ພາ​ໄປ​ໃນ​ທາງ​ສັດ​ຊື່ ແລະ​ທາງ​ຂອງ​ພະອົງ ພະອົງ​ຈະ​ສັ່ງ​ສອນ​ແກ່​ຄົນ​ທັງ​ຫຼາຍ​ທີ່​ມີ​ໃຈ​ອ່ອນ​ຫວານ.” (ເພງ. 25:9) ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ໄວ້​ໃນ​ຄຳພີ​ໄບເບິນ​ແລະ​ໜັງສື​ຕ່າງໆຂອງ​ອົງການ * ລວມ​ທັງ​ວິດີໂອ​ແລະ​ການ​ປະຊຸມ​ຕ່າງໆທີ່ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ຈັດ​ໃຫ້. (ມັດ. 24:45-47, ລ.ມ.) ເຮົາ​ຕ້ອງ​ຖ່ອມ​ຕົວ​ຍອມ​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ໂດຍ​ສຶກສາ​ຄົ້ນ​ຄວ້າ​ສິ່ງ​ທີ່​ພະອົງ​ຈັດ​ກຽມ​ໃຫ້​ແລະ​ນຳ​ເອົາ​ສິ່ງ​ທີ່​ຮຽນ​ຮູ້​ໄປ​ໃຊ້.

19-21. ໂມເຊ​ໄດ້​ເຮັດ​ຜິດ​ຫຍັງ​ຢູ່​ທີ່​ກາເດຊ ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

19 ເຮົາ​ຈະ​ຫຼີກ​ລ່ຽງ​ການ​ເຮັດ​ຜິດ​ພາດ. ຂໍ​ຄິດ​ເຖິງ​ຕົວຢ່າງ​ໂມເຊ​ອີກ​ເທື່ອ​ໜຶ່ງ. ລາວ​ອ່ອນ​ນ້ອມ​ຖ່ອມ​ຕົນ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ຫຼາຍ​ສິບ​ປີ. ແຕ່​ໄລຍະ​ທ້າຍໆການ​ເດີນ​ທາງ 40 ປີ​ໃນ​ປ່າ​ກັນດານ ໂມເຊ​ບໍ່​ໄດ້​ອ່ອນ​ນ້ອມ​ຖ່ອມ​ຕົນ. ຕອນ​ນັ້ນ​ເອື້ອຍ​ທີ່​ຊ່ວຍ​ຊີວິດ​ລາວ​ໃນ​ເອຢິບ​ຫາ​ກໍ​ຕາຍ​ແລະ​ຖືກ​ຝັງ​ຢູ່​ກາເດຊ. ຊາວ​ອິດສະລາແອນ​ກໍ​ຍັງ​ມາ​ຈົ່ມ​ອີກ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ການ​ເບິ່ງ​ແຍງ​ຢ່າງ​ດີ ແລະ​ຕອນ​ນີ້ “ເຂົາ​ໄດ້​ຖຽງ​ກັນ​ກັບ​ທ່ານ​ໂມເຊ” ເລື່ອງ​ບໍ່​ມີ​ນ້ຳ​ກິນ. ເຖິງ​ວ່າ​ຊາວ​ອິດສະລາແອນ​ຈະ​ເຫັນ​ການ​ອັດສະຈັນ​ຫຼາຍ​ຢ່າງ​ທີ່​ພະ​ເຢໂຫວາ​ເຮັດ​ຜ່ານ​ທາງ​ໂມເຊ​ແລະ​ໂມເຊ​ກໍ​ເປັນ​ຜູ້​ນຳ​ທີ່​ບໍ່​ເຫັນ​ແກ່​ຕົວ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ຈົ່ມ. ເຂົາ​ເຈົ້າ​ບໍ່​ຈົ່ມ​ພຽງ​ແຕ່​ເລື່ອງ​ນ້ຳ ແຕ່​ຍັງ​ຈົ່ມ​ວ່າ​ເປັນ​ຄວາມ​ຜິດ​ຂອງ​ໂມເຊ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຫິວ​ນ້ຳ.—ຈົດເຊັນ. 20:1-5, 9-11

20 ໂມເຊ​ໃຈ​ຮ້າຍ​ຫຼາຍ​ຈົນ​ເຊົາ​ອ່ອນ​ໂຍນ. ແທນ​ທີ່​ລາວ​ຈະ​ສະແດງ​ຄວາມ​ເຊື່ອ​ໂດຍ​ເວົ້າ​ກັບ​ຫີນ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ ລາວ​ເວົ້າ​ໃຫ້​ປະຊາຊົນ​ແລະ​ບອກ​ວ່າ​ລາວ​ຈະ​ເຮັດ​ການ​ອັດສະຈັນ. ແລ້ວ​ລາວ​ກໍ​ຕີ​ຫີນ​ຕັ້ງ 2 ເທື່ອ​ແລະ​ນ້ຳ​ກໍ​ພຸ່ງ​ອອກ​ມາ. ຄວາມ​ຍິ່ງ​ແລະ​ຄວາມ​ໃຈ​ຮ້າຍ​ເຮັດ​ໃຫ້​ລາວ​ເຮັດ​ຜິດ​ຮ້າຍແຮງ. (ເພງ. 106:32, 33) ການ​ທີ່​ໂມເຊ​ບໍ່​ໄດ້​ສະແດງ​ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ​ພຽງ​ແຕ່​ບຶດ​ດຽວ ກໍ​ເຮັດ​ໃຫ້​ລາວ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ.—ຈົດເຊັນ. 20:12

21 ຈາກ​ຕົວຢ່າງ​ນີ້ ເຮົາ​ໄດ້​ບົດຮຽນ​ທີ່​ມີ​ຄ່າ​ຫຼາຍ. ທຳອິດ ເຮົາ​ຕ້ອງ​ພະຍາຍາມ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ສະເໝີ. ຖ້າ​ເຮົາ​ຢຸດ​ພຽງ​ແຕ່​ບຶດ​ດຽວ ເຮົາ​ກໍ​ອາດ​ເປັນ​ຄົນ​ຍິ່ງ​ເຊິ່ງ​ເຮັດ​ໃຫ້​ເວົ້າ​ຫຼື​ເຮັດ​ສິ່ງ​ທີ່​ໂງ່ໆອອກ​ມາ. ສອງ ຄວາມ​ເຄັ່ງ​ຕຶງ​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ອ່ອນ​ນ້ອມ​ຖ່ອມ​ຕົນ​ໄດ້. ດັ່ງ​ນັ້ນ ເຮົາ​ຄວນ​ພະຍາຍາມ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ ເຖິງ​ວ່າ​ເຮົາ​ຈະ​ຖືກ​ກົດ​ດັນ.

22-23. (ກ) ເປັນ​ຫຍັງ​ເຮົາ​ຕ້ອງ​ພະຍາຍາມ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ສະເໝີ? (ຂ) ຄຳ​ເວົ້າ​ໃນ​ໂຊໂຟນີ 2:3 ບອກ​ໃຫ້​ຮູ້​ເລື່ອງ​ຫຍັງ?

22 ເຮົາ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ. ອີກ​ບໍ່​ດົນ ພະ​ເຢໂຫວາ​ຈະ​ທຳລາຍ​ຄົນ​ຊົ່ວ​ທັງ​ໝົດ​ໄປ​ຈາກ​ໂລກ ແລະ​ຈະ​ມີ​ແຕ່​ຄົນ​ທີ່​ອ່ອນ​ນ້ອມ​ຖ່ອມ​ຕົນ​ເທົ່າ​ນັ້ນ​ທີ່​ຍັງ​ຢູ່. ແລ້ວ​ໂລກ​ກໍ​ຈະ​ມີ​ຄວາມ​ສະຫງົບ​ສຸກ​ຢ່າງ​ແທ້​ຈິງ. (ເພງ. 37:10, 11) ເຈົ້າ​ຢາກ​ຢູ່​ໃນ​ທ່າມກາງ​ຄົນ​ທີ່​ອ່ອນ​ນ້ອມ​ຖ່ອມ​ຕົນ​ບໍ? ເຈົ້າ​ຈະ​ໄດ້​ຢູ່ ຖ້າ​ຫາກ​ເຈົ້າ​ເຮັດ​ຕາມ​ຄຳ​ເຊີນ​ອັນ​ອົບອຸ່ນ​ຂອງ​ພະ​ເຢໂຫວາ​ທີ່​ຜູ້​ພະຍາກອນ​ໂຊໂຟນີ​ບັນທຶກ​ໄວ້.—ອ່ານ​ໂຊໂຟນີ 2:3 *

23 ເປັນ​ຫຍັງ​ໂຊໂຟນີ 2:3 (ລ.ມ.) ບອກ​ວ່າ: “ເພື່ອ​ວ່າ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຈົ້າ”? ຄຳ​ເວົ້າ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ສາມາດ​ປົກ​ປ້ອງ​ຄົນ​ທີ່​ຮັກ​ພະອົງ​ແລະ​ຢາກ​ເຮັດ​ພະອົງ​ພໍ​ໃຈ. ກົງ​ກັນ​ຂ້າມ​ຂໍ້​ນີ້​ບອກ​ວ່າ​ເຮົາ​ຕ້ອງ​ເຮັດ​ບາງ​ຢ່າງ​ເພື່ອ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ. ຖ້າ​ເຮົາ​ພະຍາຍາມ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ຕັ້ງ​ແຕ່​ຕອນ​ນີ້ ເຮົາ​ອາດ​ຈະ​ລອດ​ຊີວິດ​ຜ່ານ “ວັນ​ທີ່​ພະອົງ​ຈະ​ມາ​ລົງໂທດ” ແລະ​ມີ​ຊີວິດ​ຕະຫຼອດ​ໄປ.

ເພງ 120 ຮຽນ​ແບບ​ຄວາມ​ອ່ອນ​ໂຍນ​ຂອງ​ພະ​ຄລິດ

^ ຂໍ້ 5 ໃນ​ພວກ​ເຮົາ​ບໍ່​ມີ​ໃຜ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ມາ​ຕັ້ງ​ແຕ່​ເກີດ. ເຮົາ​ຕ້ອງ​ພັດທະນາ​ໃຫ້​ມີ​ຄຸນ​ລັກສະນະ​ນີ້. ເຮົາ​ອາດ​ຮູ້ສຶກ​ວ່າ​ເຮົາ​ສາມາດ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ເມື່ອ​ຢູ່​ກັບ​ຄົນ​ທີ່​ມັກ​ສັນຕິສຸກ ແຕ່​ອາດ​ເປັນ​ເລື່ອງ​ຍາກ​ຖ້າ​ເຮົາ​ຢູ່​ກັບ​ຄົນ​ທີ່​ຍິ່ງ. ບົດ​ຄວາມ​ນີ້​ຈະ​ພິຈາລະນາ​ຂໍ້​ທ້າທາຍ​ບາງ​ຢ່າງ​ທີ່​ເຮົາ​ຈະ​ຕ້ອງ​ເອົາ​ຊະນະ​ເພື່ອ​ຈະ​ມີ​ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ.

^ ຂໍ້ 3 ການ​ອະທິບາຍ​ສຳນວນ: ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ. ຄົນ​ທີ່​ອ່ອນ​ນ້ອມ​ຖ່ອມ​ຕົນ​ຈະ​ເປັນ​ຄົນ​ສຸພາບ​ອ່ອນ​ໂຍນ​ເມື່ອ​ຕິດ​ຕໍ່​ກັບ​ຄົນ​ອື່ນ ແລະ​ເມື່ອ​ຖືກ​ຍົວະ​ໃຫ້​ໃຈ​ຮ້າຍ​ລາວ​ກໍ​ຍັງ​ອ່ອນ​ໂຍນ​ຢູ່. ຄວາມ​ຖ່ອມ. ຄົນ​ຖ່ອມ​ຈະ​ບໍ່​ຍິ່ງ​ຫຼື​ທະນົງ​ຕົວ ລາວ​ຈະ​ເບິ່ງ​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົວ​ເອງ. ເມື່ອ​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ​ເປັນ​ຜູ້​ທີ່​ຖ່ອມ​ຕົວ ໝາຍ​ຄວາມ​ວ່າ​ພະອົງ​ຕິດ​ຕໍ່​ກັບ​ຄົນ​ທີ່​ຕ່ຳ​ຕ້ອຍ​ກວ່າ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ.

^ ຂໍ້ 12 ຊາວ​ບາບີໂລນ​ຕັ້ງ​ຊື່​ໃຫ້​ຊາຍ​ເຫບເລີ 3 ຄົນ​ນີ້​ວ່າ: ຊາດຣາກ ເມຊາກ ແລະ​ອາເບດເນໂຄ.—ດາ. 1:7

^ ຂໍ້ 18 ຕົວຢ່າງ​ໃນ​ຫໍສັງເກດການ ສະບັບ 15 ເມສາ 2011 (ບໍ່​ມີ​ໃນ​ພາສາ​ລາວ) ບົດ​ຄວາມ: “ຈົ່ງ​ຕັດສິນ​ໃຈ​ຢ່າງ​ທີ່​ພະເຈົ້າ​ຈະ​ໄດ້​ຮັບ​ການ​ສັນລະເສີນ.”

^ ຂໍ້ 22 ໂຊໂຟນີ 2:3 (ລ.ມ.): “ທຸກ​ຄົນ​ໃນ​ໂລກ​ທີ່​ຖ່ອມ​ຕົວ​ແລະ​ເຮັດ​ຕາມ​ກົດ​ໝາຍ​ທີ່​ຍຸຕິທຳ​ຂອງ​ພະອົງ ຂໍ​ໃຫ້​ມາ​ຫາ​ພະ​ເຢໂຫວາ ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຊອບທຳ ແລະ​ເປັນ​ຄົນ​ຖ່ອມ​ຕົວ​ເພື່ອ​ວ່າ​ພະ​ເຢໂຫວາ​ຈະ​ປົກ​ປ້ອງ​ເຈົ້າ​ໃນ​ວັນ​ທີ່​ພະອົງ​ຈະ​ມາ​ລົງໂທດ.”

^ ຂໍ້ 60 ຄຳ​ອະທິບາຍ​ຮູບພາບ: ພະ​ເຍຊູ​ເປັນ​ຄົນ​ອ່ອນ​ນ້ອມ​ຖ່ອມ​ຕົນ​ສະເໝີ​ແລະ​ແກ້ໄຂ​ຄວາມ​ຄິດ​ຂອງ​ລູກ​ສິດ​ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ຖຽງ​ກັນ​ວ່າ​ໃຜ​ຈະ​ເປັນ​ໃຫຍ່.