ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 8

ເປັນ​ຫຍັງ​ຈຶ່ງ​ຄວນ​ສະແດງ​ຄວາມ​ຂອບໃຈ?

ເປັນ​ຫຍັງ​ຈຶ່ງ​ຄວນ​ສະແດງ​ຄວາມ​ຂອບໃຈ?

“ໃຫ້​ສະແດງ​ຄວາມ​ຂອບໃຈ.”—ໂກໂລ. 3:15, ລ.ມ.

ເພງ 46 ຂອບໃຈ​ພະ​ເຢໂຫວາ

ໃຈ​ຄວາມ​ສຳຄັນ *

1. ຊາຍ​ສະມາລີ​ຄົນ​ໜຶ່ງ​ທີ່​ພະ​ເຍຊູ​ປິ່ນປົວ​ໄດ້​ເຮັດ​ຫຍັງ​ທີ່​ສະແດງ​ວ່າ​ລາວ​ເຫັນ​ຄຸນຄ່າ?

ຊາຍ 10 ຄົນ​ທີ່​ເປັນ​ຂີ້ທູດ​ຮູ້ສຶກ​ໝົດ​ຫວັງ ແລະ​ເຂົາ​ເຈົ້າ​ກໍ​ບໍ່​ມີ​ຄວາມ​ຫວັງ​ເລີຍ​ວ່າ​ຈະ​ເຊົາ​ພະຍາດ​ນີ້. ແຕ່​ມື້​ໜຶ່ງ ເຂົາ​ເຈົ້າ​ໄດ້​ເຫັນ​ພະ​ເຍຊູ​ຄູ​ຜູ້​ຍິ່ງໃຫຍ່​ຕັ້ງ​ແຕ່​ໄກໆ ເຂົາ​ເຈົ້າ​ເຄີຍ​ໄດ້​ຍິນ​ວ່າ​ພະ​ເຍຊູ​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ທຸກ​ຊະນິດ ແລະ​ກໍ​ໝັ້ນ​ໃຈ​ວ່າ​ເພິ່ນ​ຈະ​ປິ່ນປົວ​ເຂົາ​ເຈົ້າ​ໄດ້​ຄື​ກັນ. ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຮ້ອງ​ອອກ​ມາ​ວ່າ: “ພະ​ເຍຊູ​ພະ​ຜູ້​ເປັນ​ນາຍ​ເຈົ້າ​ຂ້າ ຂໍ​ເຊີນ​ອີ່ດູ​ໝູ່​ຂ້າພະເຈົ້າ​ເຖີ້ນ.” ແລ້ວ​ຊາຍ 10 ຄົນ​ກໍ​ເຊົາ​ພະຍາດ​ແທ້ໆ. ແນ່ນອນ ເຂົາ​ເຈົ້າ​ທຸກ​ຄົນ​ເຫັນ​ຄຸນຄ່າ​ຄວາມ​ກະລຸນາ​ຂອງ​ພະ​ເຍຊູ. ແຕ່​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ບໍ່​ພຽງ​ແຕ່​ຮູ້ສຶກ ລາວ​ໄດ້​ສະແດງ​ອອກ​ທາງ​ການ​ກະທຳ​ວ່າ​ເຫັນ​ຄຸນຄ່າ. * ຊາຍ​ຊາວ​ສະມາລີ​ຄົນ​ນີ້​ຮູ້ສຶກ​ຂອບໃຈ​ຫຼາຍ​ຈົນ “ສັນລະເສີນ​ພະເຈົ້າ​ດ້ວຍ​ສຽງ​ດັງ.”—ລືກາ 17:12-19

2-3. (ກ) ເປັນ​ຫຍັງ​ເຮົາ​ອາດ​ບໍ່​ໄດ້​ສະແດງ​ຄວາມ​ຂອບໃຈ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ຄື​ກັບ​ຊາວ​ສະມາລີ ເຮົາ​ຢາກ​ສະແດງ​ຄວາມ​ຂອບໃຈ​ຕໍ່​ຄົນ​ທີ່​ເຮັດ​ດີ​ກັບ​ເຮົາ. ແຕ່​ບາງ​ເທື່ອ ເຮົາ​ກໍ​ອາດ​ລືມ​ສະແດງ​ຄວາມ​ຂອບໃຈ​ທັງ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ.

3 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ​ທັງ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ. ເຮົາ​ຈະ​ຮຽນ​ຮູ້​ຈາກ​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທັງ​ຄົນ​ທີ່​ເຫັນ​ຄຸນຄ່າ​ແລະ​ຄົນ​ທີ່​ບໍ່​ເຫັນ​ຄຸນຄ່າ. ຈາກ​ນັ້ນ ເຮົາ​ຈະ​ໄດ້​ຮູ້​ວິທີ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ແລະ​ຂອບໃຈ.

ເປັນ​ຫຍັງ​ເຮົາ​ຄວນ​ສະແດງ​ຄວາມ​ຂອບໃຈ?

4-5. ເປັນ​ຫຍັງ​ເຮົາ​ຄວນ​ສະແດງ​ຄວາມ​ຂອບໃຈ?

4 ພະ​ເຢໂຫວາ​ເປັນ​ຕົວຢ່າງ​ໃຫ້​ເຮົາ​ໃນ​ເລື່ອງ​ການ​ເຫັນ​ຄຸນຄ່າ. ວິທີ​ໜຶ່ງ​ກໍ​ຄື​ພະອົງ​ມັກ​ໃຫ້​ລາງວັນ​ກັບ​ຄົນ​ທີ່​ເຮັດ​ໃຫ້​ພະອົງ​ພໍ​ໃຈ. (2 ຊາມ. 22:21; ເພງ. 13:6; ມັດ. 10:40, 41) ແລະ​ຄຳພີ​ໄບເບິນ​ສະໜັບສະໜູນ​ເຮົາ​ໃຫ້ “ເປັນ​ຜູ້​ກະທຳ​ຕາມ​ແບບ​ຢ່າງ​ພະເຈົ້າ​ເໝືອນ​ເປັນ​ລູກ​ທີ່​ຮັກ​ຂອງ​ພະເຈົ້າ.” (ເອເຟ. 5:1) ດັ່ງ​ນັ້ນ ເຫດຜົນ​ສຳຄັນ​ທີ່​ເຮົາ​ຄວນ​ສະແດງ​ຄວາມ​ຂອບໃຈ​ກໍ​ຄື ເຮົາ​ຢາກ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຢໂຫວາ.

5 ຂໍ​ໃຫ້​ຄິດ​ເຖິງ​ອີກ​ເຫດຜົນ​ໜຶ່ງ​ທີ່​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ສະແດງ​ຄວາມ​ຂອບໃຈ​ຄົນ​ອື່ນ. ການ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ​ເປັນ​ຄື​ກັບ​ການ​ກິນ​ອາຫານ​ດີໆ ແລະ​ມັນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ເມື່ອ​ກິນ​ກັບ​ໝູ່​ຫຼາຍ​ຄົນ. ເມື່ອ​ເຮົາ​ຮູ້​ວ່າ​ຄົນ​ອື່ນ​ເຫັນ​ຄຸນຄ່າ​ສິ່ງ​ທີ່​ເຮົາ​ເຮັດ ເຮົາ​ກໍ​ມີ​ຄວາມ​ສຸກ ແລະ​ເມື່ອ​ເຮົາ​ສະແດງ​ຄວາມ​ເຫັນ​ຄຸນຄ່າ ເຮົາ​ກໍ​ເຮັດ​ໃຫ້​ຄົນ​ອື່ນ​ມີ​ຄວາມ​ສຸກ​ຄື​ກັນ. ສະນັ້ນ ຄົນ​ທີ່​ເຮົາ​ຂອບໃຈ​ຈະ​ຮູ້​ວ່າ​ສິ່ງ​ທີ່​ລາວ​ເຮັດ​ເພື່ອ​ຊ່ວຍ​ເຮົາ​ຫຼື​ໃຫ້​ສິ່ງ​ຈຳເປັນ​ບາງ​ຢ່າງ​ກັບ​ເຮົາ​ມີ​ຄຸນຄ່າ​ຫຼາຍ​ແທ້ໆ. ແລ້ວ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ຄົນ​ນັ້ນ​ກໍ​ຈະ​ແໜ້ນ​ແຟ້ນ​ຫຼາຍ​ຂຶ້ນ.

6. ຄຳ​ເວົ້າ​ທີ່​ສະແດງ​ວ່າ​ເຮົາ​ຂອບໃຈ​ເປັນ​ຄື​ກັບ​ໝາກ​ແອັບເປິ້ນ​ທີ່​ເຮັດ​ດ້ວຍ​ຄຳ​ແນວ​ໃດ?

6 ການ​ສະແດງ​ຄວາມ​ຂອບໃຈ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ. ຄຳພີ​ໄບເບິນ​ບອກ​ວ່າ: “ຖ້ອຍຄຳ​ຂໍ້​ໜຶ່ງ​ທີ່​ກ່າວ​ຖືກ​ເວລາ​ສົມຄວນ​ກໍ​ເປັນ​ຄື​ໝາກ​ທະພູອາ [ແອັບເປິ້ນ] ທຳ​ດ້ວຍ​ຄຳ​ຢູ່​ໃນ​ກະຕ່າ​ທຳ​ດ້ວຍ​ເງິນ.” (ສຸພາ. 25:11) ລອງ​ຄຶດ​ພາບ​ເບິ່ງ​ວ່າ​ໝາກ​ແອັບເປິ້ນ​ຄຳ​ທີ່​ວາງ​ໄວ້​ໃນ​ກະຕ່າ​ເງິນ​ຈະ​ສວຍ​ງາມ​ຫຼາຍ​ສ່ຳ​ໃດ! ມັນ​ຄົງ​ຈະ​ມີ​ຄ່າ​ຫຼາຍ​ແທ້ໆ! ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ໄດ້​ຂອງ​ຂວັນ​ແບບ​ນັ້ນ? ຄຳ​ເວົ້າ​ທີ່​ສະແດງ​ວ່າ​ເຮົາ​ຂອບໃຈ​ຄົນ​ອື່ນ​ເປັນ​ສິ່ງ​ທີ່​ມີ​ຄ່າ​ຄື​ກັນ. ແລະ​ຂໍ​ໃຫ້​ຄິດ​ເຖິງ​ຄວາມ​ຈິງ​ນີ້: ໝາກ​ແອັບເປິ້ນ​ທີ່​ເຮັດ​ດ້ວຍ​ຄຳ​ຈະ​ຢູ່​ທົນ​ດົນ​ນານ​ແທ້ໆ. ຄ້າຍ​ຄື​ກັນ ເມື່ອ​ເຮົາ​ສະແດງ​ຄວາມ​ຂອບໃຈ​ຕໍ່​ໃຜ​ຄົນ​ໜຶ່ງ ສິ່ງ​ນັ້ນ​ອາດ​ຈະ​ມີ​ຄ່າ​ຕໍ່​ລາວ​ແລະ​ເຮັດ​ໃຫ້​ລາວ​ຈື່​ໄປ​ຕະຫຼອດ​ຊີວິດ.

ເຂົາ​ເຈົ້າ​ສະແດງ​ຄວາມ​ຂອບໃຈ

7. ທັງ​ດາວິດ​ທີ່​ຂຽນ​ຄຳເພງ 27:4 ແລະ​ຜູ້​ຂຽນ​ຄຳເພງ​ຄົນ​ອື່ນໆສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ?

7 ຜູ້​ຮັບໃຊ້​ພະເຈົ້າ​ຫຼາຍ​ຄົນ​ໃນ​ອະດີດ​ໄດ້​ສະແດງ​ຄວາມ​ຂອບໃຈ. ຄົນ​ໜຶ່ງ​ຄື ດາວິດ. (ອ່ານ​ຄຳເພງ 27:4) ລາວ​ເຫັນ​ຄ່າ​ການ​ນະມັດສະການ​ບໍລິສຸດ​ແລະ​ສະແດງ​ໃຫ້​ເຫັນ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ. ລາວ​ໄດ້​ບໍລິຈາກ​ຊັບ​ສົມບັດ​ທີ່​ມີ​ຄ່າ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ສ້າງ​ວິຫານ. ລູກ​ຫຼານ​ຂອງ​ອາຊາບ​ກໍ​ເປັນ​ຄົນ​ໜຶ່ງ​ທີ່​ສະແດງ​ຄວາມ​ຂອບໃຈ​ໂດຍ​ແຕ່ງ​ຄຳເພງ​ຫຼື​ຮ້ອງ​ເພງ​ສັນລະເສີນ. ມີ​ເພງ​ໜຶ່ງ​ເຂົາ​ເຈົ້າ​ແຕ່ງ​ຂຶ້ນ​ເພື່ອ​ຂອບໃຈ​ພະເຈົ້າ​ແລະ​ຍົກຍ້ອງ​ສັນລະເສີນ “ສິ່ງ​ມະຫັດສະຈັນ” ທີ່​ພະອົງ​ເຮັດ. (ເພງ. 75:1, ລ.ມ.) ເຫັນ​ໄດ້​ແຈ້ງ ດາວິດ​ແລະ​ລູກ​ຫຼານ​ຂອງ​ອາຊາບ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຂົາ​ເຈົ້າ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ​ຫຼາຍ​ແທ້ໆທີ່​ໄດ້​ຮັບ​ພອນ​ຕ່າງໆຈາກ​ພະອົງ. ເຈົ້າ​ເດ ເຈົ້າ​ຢາກ​ຮຽນ​ແບບ​ຜູ້​ຂຽນ​ຄຳເພງ​ເຫຼົ່າ​ນີ້​ບໍ?

ຈົດ​ໝາຍ​ຂອງ​ໂປໂລ​ເຖິງ​ພີ່​ນ້ອງ​ໃນ​ໂລມ​ສອນ​ເຮົາ​ແນວ​ໃດ​ເລື່ອງ​ການ​ສະແດງ​ຄວາມ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ? (ເບິ່ງ​ຂໍ້ 8-9) *

8-9. ໂປໂລ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ​ພີ່​ນ້ອງ​ໂດຍ​ວິທີ​ໃດ ແລະ​ຜົນ​ເປັນ​ແນວ​ໃດ?

8 ໂປໂລ​ກໍ​ເຫັນ​ຄ່າ​ພີ່​ນ້ອງ​ແລະ​ສະແດງ​ອອກ​ໂດຍ​ວິທີ​ທີ່​ລາວ​ເວົ້າ​ເຖິງ​ພີ່​ນ້ອງ. ລາວ​ຂອບໃຈ​ພະ​ເຢໂຫວາ​ເລື້ອຍໆທີ່​ມີ​ພີ່​ນ້ອງ​ເຫຼົ່າ​ນີ້. ລາວ​ຍັງ​ເຮັດ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ສຳຄັນ​ຕໍ່​ລາວ​ຫຼາຍ​ສ່ຳ​ໃດ​ເມື່ອ​ຂຽນ​ຈົດ​ໝາຍ​ເຖິງ​ເຂົາ​ເຈົ້າ. ພະທຳ​ໂລມ​ບົດ 16 ຂໍ້ 1-15 ໂປໂລ​ເວົ້າ​ເຖິງ​ຊື່​ຂອງ​ພີ່​ນ້ອງ​ຊາຍ​ຍິງ 27 ຄົນ. ລາວ​ເວົ້າ​ເຈາະ​ຈົງ​ເຖິງ​ອາກີລາ​ແລະ​ປຣີສີລາ​ທີ່ “ສ່ຽງ​ຊີວິດ” ເພື່ອ​ລາວ ແລະ​ບອກ​ອີກ​ວ່າ​ພີ່​ນ້ອງ​ຍິງ​ຊື່​ເຟິເບ “ໄດ້​ຊ່ອຍ​ຫຼາຍ​ຄົນ” ລວມ​ທັງ​ລາວ​ນຳ. ໂປໂລ​ຊົມ​ເຊີຍ​ພີ່​ນ້ອງ​ທີ່​ຮັກ​ເຫຼົ່າ​ນັ້ນ​ເຊິ່ງ​ເຮັດ​ວຽກ​ໜັກ​ແທ້ໆ.—ໂລມ 16:1-15, ລ.ມ.

9 ໂປໂລ​ຮູ້​ວ່າ​ພີ່​ນ້ອງ​ກໍ​ບໍ່​ສົມບູນ​ແບບ ແຕ່​ໃນ​ຕອນ​ທ້າຍ​ຂອງ​ຈົດ​ໝາຍ​ທີ່​ລາວ​ຂຽນ​ເຖິງ​ປະຊາຄົມ​ໂລມ ລາວ​ເລັງ​ໃສ່​ຈຸດ​ດີ​ຂອງ​ເຂົາ​ເຈົ້າ. ລອງ​ນຶກ​ພາບ​ເບິ່ງ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ກຳລັງ​ໃຈ​ຫຼາຍ​ຂະໜາດ​ໃດ ເມື່ອ​ໄດ້​ຍິນ​ຄຳ​ຊົມ​ເຊີຍ​ຂອງ​ໂປໂລ​ຕອນ​ທີ່​ອ່ານ​ຈົດ​ໝາຍ​ໃນ​ປະຊາຄົມ! ຜົນ​ກໍ​ຄື ທັງ​ໂປໂລ​ແລະ​ພີ່​ນ້ອງ​ມີ​ສາຍ​ສຳພັນ​ທີ່​ແໜ້ນ​ແຟ້ນ​ກັນ​ຫຼາຍ​ຂຶ້ນ. ເຈົ້າ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ​ສິ່ງ​ດີໆທີ່​ພີ່​ນ້ອງ​ໃນ​ປະຊາຄົມ​ເຮັດ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ​ເລື້ອຍໆບໍ?

10. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ວິທີ​ທີ່​ພະ​ເຍຊູ​ເຫັນ​ຄຸນຄ່າ​ພວກ​ລູກ​ສິດ?

10 ໃນ​ຂ່າວ​ສານ​ທີ່​ພະ​ເຍຊູ​ໃຫ້​ບາງ​ປະຊາຄົມ​ໃນ​ອາຊີ​ນ້ອຍ ເພິ່ນ​ສະແດງ​ວ່າ​ເຫັນ​ຄຸນຄ່າ​ຕໍ່​ວຽກ​ງານ​ຂອງ​ພວກ​ລູກ​ສິດ. ຕົວຢ່າງ: ເມື່ອ​ເພິ່ນ​ສົ່ງ​ຂ່າວ​ສານ​ເຖິງ​ປະຊາຄົມ​ທີອາທີຣາ ເພິ່ນ​ເລີ່ມ​ຕົ້ນ​ໂດຍ​ເວົ້າ​ວ່າ: “ເຮົາ​ຮູ້​ການ​ກະທຳ​ຂອງ​ເຈົ້າ. ເຮົາ​ຮູ້​ເຖິງ​ຄວາມ​ຮັກ ຄວາມ​ເຊື່ອ ການ​ບົວລະບັດ​ຮັບໃຊ້ ແລະ​ຄວາມ​ອົດ​ທົນ​ຂອງ​ເຈົ້າ. ເຮົາ​ຮູ້​ວ່າ​ກິດຈະການ​ຂອງ​ເຈົ້າ​ຕອນ​ນີ້​ມີ​ຫຼາຍ​ກວ່າ​ຕອນ​ທຳອິດ.” (ຄຳປ. 2:19, ທ.ປ.) ພະ​ເຍຊູ​ບໍ່​ພຽງ​ແຕ່​ບອກ​ວ່າ​ເຂົາ​ເຈົ້າ​ເຮັດ​ຫຼາຍ​ຂຶ້ນ ແຕ່​ເພິ່ນ​ຍັງ​ຊົມ​ເຊີຍ​ໃນ​ຄຸນ​ລັກສະນະ​ຂອງ​ເຂົາ​ເຈົ້າ​ນຳ​ເຊິ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢາກ​ເຮັດ​ສິ່ງ​ທີ່​ດີ. ເຖິງ​ວ່າ​ພະ​ເຍຊູ​ຈຳເປັນ​ຕ້ອງ​ໃຫ້​ຄຳ​ແນະນຳ​ບາງ​ຢ່າງ​ກັບ​ປະຊາຄົມ​ທີອາທີຣາ ແຕ່​ພະອົງ​ຍັງ​ເລີ່ມ​ຕົ້ນ​ແລະ​ລົງ​ທ້າຍ​ຂ່າວ​ສານ​ທີ່​ໃຫ້​ກຳລັງ​ໃຈ. (ຄຳປ. 2:25-28) ລອງ​ຄຶດ​ເບິ່ງ​ວ່າ​ໃນ​ຖານະ​ເປັນ​ຜູ້​ປົກຄອງ​ຂອງ​ປະຊາຄົມ​ຕ່າງໆທັງ​ໝົດ. ພະ​ເຍຊູ​ບໍ່​ຈຳເປັນ​ຕ້ອງ​ຂອບໃຈ​ວຽກ​ທີ່​ເຮົາ​ເຮັດ​ກໍ​ໄດ້ ແຕ່​ເພິ່ນ​ກໍ​ຍັງ​ສະແດງ​ວ່າ​ເຫັນ​ຄຸນຄ່າ​ເຮົາ. ເພິ່ນ​ເປັນ​ຕົວຢ່າງ​ທີ່​ດີ​ແທ້ໆໃຫ້​ຜູ້​ເຖົ້າ​ແກ່!

ເຂົາ​ເຈົ້າ​ບໍ່​ເຫັນ​ຄຸນຄ່າ

11. ໃນ​ເຫບເລີ 12:16 ເອຊາອຶ​ຄິດ​ແນວ​ໃດ​ກັບ​ສິ່ງ​ສັກສິດ?

11 ບາງ​ຄົນ​ໃນ​ຄຳພີ​ໄບເບິນ​ບໍ່​ໄດ້​ສະແດງ​ຄວາມ​ເຫັນ​ຄຸນຄ່າ. ຕົວຢ່າງ: ເຖິງ​ວ່າ​ເອຊາອຶ​ມີ​ພໍ່​ແມ່​ທີ່​ຮັກ​ແລະ​ນັບຖື​ພະ​ເຢໂຫວາ ແຕ່​ລາວ​ກໍ​ບໍ່​ເຫັນ​ຄຸນຄ່າ​ສິ່ງ​ສັກສິດ. (ອ່ານ​ເຫບເລີ 12:16) ລາວ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ບໍ່​ເຫັນ​ຄຸນຄ່າ? ລາວ​ຂາຍ​ສິດ​ລູກ​ກົກ​ໃຫ້​ຢາໂຄບ​ນ້ອງ​ຊາຍ​ຂອງ​ລາວ ເພື່ອ​ແລກ​ກັບ​ແກງ​ຖົ່ວ​ແດງ​ຖ້ວຍ​ດຽວ. (ຕົ້ນ. 25:30-34) ຕໍ່​ມາ ເອຊາອຶ​ໄດ້​ເສຍໃຈ​ກັບ​ການ​ເລືອກ​ຂອງ​ລາວ. ແຕ່​ຍ້ອນ​ລາວ​ບໍ່​ເຫັນ​ຄ່າ​ສິ່ງ​ທີ່​ລາວ​ມີ ດັ່ງ​ນັ້ນ ລາວ​ກໍ​ບໍ່​ມີ​ສິດ​ທີ່​ຈະ​ຈົ່ມ​ເມື່ອ​ບໍ່​ໄດ້​ຮັບ​ພອນ​ລູກ​ກົກ.

12-13. ຊາວ​ອິດ​ສະ​ລາແອນ​ບໍ່​ເຫັນ​ຄຸນຄ່າ​ແນວ​ໃດ ແລະ​ຜົນ​ເປັນ​ແນວ​ໃດ?

12 ຊາວ​ອິດສະລາແອນ​ກໍ​ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ຄວນ​ຈະ​ສະແດງ​ຄວາມ​ເຫັນ​ຄຸນຄ່າ. ເຂົາ​ເຈົ້າ​ໄດ້​ອິດ​ສະຫຼະ​ຈາກ​ການ​ເປັນ​ທາດ​ໃນ​ເອຢິບ ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ເກີດ​ໄພ​ພິບັດ 10 ຢ່າງ. ຈາກ​ນັ້ນ ພະອົງ​ປົກ​ປ້ອງ​ເຂົາ​ເຈົ້າ​ຈາກ​ອັນຕະລາຍ​ໂດຍ​ທຳລາຍ​ກອງທັບ​ເອຢິບ​ໃນ​ທະເລ​ແດງ. ຕອນ​ນັ້ນ ຊາວ​ອິດສະລາແອນ​ຮູ້ສຶກ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ​ຫຼາຍ​ຈົນ​ຮ້ອງ​ເພງ​ແຫ່ງ​ໄຊ​ຊະນະ​ເພື່ອ​ສັນລະເສີນ​ພະ​ເຢໂຫວາ. ແຕ່​ເຂົາ​ເຈົ້າ​ຮູ້ສຶກ​ເຫັນ​ຄຸນຄ່າ​ສະເໝີ​ບໍ?

13 ເມື່ອ​ຊາວ​ອິດສະລາແອນ​ເຈິ​ບັນຫາ​ໃໝ່ ບໍ່​ດົນ​ເຂົາ​ເຈົ້າ​ກໍ​ລືມ​ສິ່ງ​ດີໆທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ເຮັດ​ແລະ​ສະແດງ​ໃຫ້​ເຫັນ​ວ່າ​ບໍ່​ຮູ້​ຄຸນຄ່າ. (ເພງ. 106:7) ເປັນ​ໄປ​ໄດ້​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ: “ພວກ​ຊຸມນຸມ​ລູກ​ຫຼານ​ຍິດສະລາເອນ​ທັງ​ປວງ​ໄດ້​ຈົ່ມ​ຕໍ່​ສູ້​ທ່ານ​ໂມເຊ​ກັບ​ທ່ານ​ອາໂລນ” ເຊິ່ງ​ແທ້ໆແລ້ວ​ເຂົາ​ເຈົ້າ​ຈົ່ມ​ຕໍ່​ສູ້​ພະ​ເຢໂຫວາ. (ອົບ. 16:2, 8) ພະອົງ​ເສຍໃຈ​ທີ່​ເຂົາ​ເຈົ້າ​ບໍ່ເຫັນ​ຄຸນຄ່າ​ຕໍ່​ສິ່ງ​ທີ່​ພະອົງ​ເຮັດ. ຕໍ່​ມາ​ພະອົງ​ບອກ​ລ່ວງ​ໜ້າ​ວ່າ​ຊາວ​ອິດສະລາແອນ​ລຸ້ນ​ນີ້​ຈະ​ຕາຍ​ຢູ່​ໃນ​ປ່າ​ກັນດານ ຍົກ​ເວັ້ນ​ໂຢຊວຍ​ກັບ​ກາເລບ. (ຈົດເຊັນ. 14:22-24; 26:65) ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ ເຮົາ​ຈະ​ບໍ່​ເຮັດ​ຄື​ກັບ​ຕົວຢ່າງ​ທີ່​ບໍ່​ດີ​ແລະ​ຈະ​ເຮັດ​ຕາມ​ຕົວຢ່າງ​ທີ່​ດີ​ໄດ້​ແນວ​ໃດ.

ການ​ສະແດງ​ຄວາມ​ຂອບໃຈ​ໃນ​ປັດຈຸບັນ

14-15. (ກ) ຜົວ​ແລະ​ເມຍ​ຈະ​ສະແດງ​ວ່າ​ເຫັນ​ຄຸນຄ່າ​ກັນ​ແລະ​ກັນ​ໄດ້​ແນວ​ໃດ? (ຂ) ພໍ່​ແມ່​ຈະ​ສອນ​ລູກ​ໃຫ້​ສະແດງ​ຄວາມ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ​ໄດ້​ແນວ​ໃດ?

14 ໃນ​ຄອບຄົວ. ເມື່ອ​ທຸກ​ຄົນ​ໃນ​ຄອບຄົວ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ​ກັນ ຄອບຄົວ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ. ຖ້າ​ຜົວ​ເມຍ​ເຫັນ​ຄຸນຄ່າ​ກັນ​ແລະ​ກັນ​ກໍ​ຈະ​ເຮັດ​ໃຫ້​ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ ແລະ​ງ່າຍ​ຂຶ້ນ​ທີ່​ຈະ​ໃຫ້​ອະໄພ​ກັນ​ເມື່ອ​ອີກ​ຝ່າຍ​ເຮັດ​ຜິດ. ຜົວ​ທີ່​ເຫັນ​ຄຸນຄ່າ​ເມຍ​ຈະ​ບໍ່​ພຽງ​ແຕ່​ສັງເກດ​ເບິ່ງ​ສິ່ງ​ດີໆຈາກ​ສິ່ງ​ທີ່​ເມຍ​ເວົ້າ​ແລະ​ເຮັດ ແຕ່​ຍັງ​ຈະ “ລຸກ​ຂຶ້ນ​ແລະ​ຊົມ​ເຊີຍ​ລາວ.” (ສຸພາ. 31:10, 28, ລ.ມ.) ແລະ​ເມຍ​ທີ່​ສະຫຼາດ​ຈະ​ເຮັດ​ໃຫ້​ຜົວ​ຮູ້​ວ່າ​ລາວ​ເຫັນ​ຄ່າ​ແລະ​ຂອບໃຈ​ຕໍ່​ສິ່ງ​ທີ່​ຜົວ​ເຮັດ.

15 ພໍ່​ແມ່ ເຈົ້າ​ຈະ​ສອນ​ລູກ​ໃຫ້​ສະແດງ​ຄວາມ​ຂອບໃຈ​ໄດ້​ແນວ​ໃດ? ຂໍ​ໃຫ້​ຈື່​ວ່າ ລູກ​ຈະ​ຮຽນ​ຈາກ​ສິ່ງ​ທີ່​ເຈົ້າ​ເວົ້າ​ແລະ​ເຮັດ. ດັ່ງ​ນັ້ນ ໃຫ້​ເປັນ​ຕົວຢ່າງ​ທີ່​ດີ​ໂດຍ​ເວົ້າ​ຂອບໃຈ​ເມື່ອ​ລູກ​ເຮັດ​ບາງ​ຢ່າງ​ໃຫ້​ເຮົາ. ນອກ​ຈາກ​ນັ້ນ ສອນ​ລູກ​ໃຫ້​ຂອບໃຈ​ເມື່ອ​ຄົນ​ອື່ນ​ເອົາ​ບາງ​ສິ່ງ​ໃຫ້​ລາວ. ຊ່ວຍ​ລູກ​ໃຫ້​ເຂົ້າ​ໃຈ​ວ່າ​ການ​ສະແດງ​ຄວາມ​ເຫັນ​ຄຸນຄ່າ​ແລະ​ເວົ້າ​ຂອບໃຈ​ເປັນ​ສິ່ງ​ທີ່​ດີ​ຫຼາຍ. ຕົວຢ່າງ: ຜູ້​ຍິງ​ຄົນ​ໜຶ່ງ​ຊື່ ຄລາດີ້​ບອກ​ວ່າ: “ຕອນ​ທີ່​ແມ່​ຂ້ອຍ​ອາຍຸ 32 ປີ ແມ່​ຜູ້​ດຽວ​ຕ້ອງ​ລ້ຽງ​ລູກ​ຕັ້ງ 3 ຄົນ. ເມື່ອ​ຂ້ອຍ​ອາຍຸ 32 ຂ້ອຍ​ຄິດ​ວ່າ​ມັນ​ຄົງ​ຍາກ​ຫຼາຍ​ແທ້ໆສຳລັບ​ແມ່​ຕອນ​ອາຍຸ​ສ່ຳ​ນັ້ນ. ດັ່ງ​ນັ້ນ ຂ້ອຍ​ຈຶ່ງ​ບອກ​ແມ່​ວ່າ​ຂ້ອຍ​ຂອບໃຈ​ແລະ​ເຫັນ​ຄຸນຄ່າ​ທຸກ​ສິ່ງ​ທີ່​ແມ່​ສະລະ​ເພື່ອ​ລ້ຽງ​ຂ້ອຍ​ກັບ​ອ້າຍ​ແລະ​ນ້ອງ​ຊາຍ. ບໍ່​ດົນ​ມາ​ນີ້​ແມ່​ໄດ້​ບອກ​ຂ້ອຍ​ວ່າ​ຄຳ​ເວົ້າ​ຂອງ​ຂ້ອຍ​ມີ​ຄ່າ​ຕໍ່​ລາວ​ຫຼາຍ ແມ່​ຄິດ​ເຖິງ​ຄຳ​ເວົ້າ​ຂ້ອຍ​ຕະຫຼອດ​ແລະ​ມັນ​ເຮັດ​ລາວ​ມີ​ຄວາມ​ສຸກ​ຫຼາຍ.”

ສອນ​ລູກ​ໃຫ້​ສະແດງ​ຄວາມ​ຂອບໃຈ (ເບິ່ງ​ຂໍ້ 15) *

16. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ການ​ສະແດງ​ຄວາມ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ແນວ​ໃດ?

16 ໃນ​ປະຊາຄົມ. ເມື່ອ​ເຮົາ​ເຫັນ​ຄຸນຄ່າ​ແລະ​ຂອບໃຈ​ພີ່​ນ້ອງ ເຮົາ​ກໍ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ. ຕົວຢ່າງ: ພີ່​ນ້ອງ​ຮໍເຮ​ເປັນ​ຜູ້​ເຖົ້າ​ແກ່ ລາວ​ເຈັບ​ປ່ວຍ​ໜັກ​ຕອນ​ອາຍຸ 28 ປີ ແລະ​ເຂົ້າ​ຮ່ວມ​ປະຊຸມ​ບໍ່​ໄດ້​ເປັນ​ເດືອນ. ແຕ່​ເມື່ອ​ມາ​ປະຊຸມ​ໄດ້ ລາວ​ກໍ​ຍັງ​ບໍ່​ສາມາດ​ເຮັດ​ສ່ວນ​ໃນ​ປະຊາຄົມ​ໄດ້. ລາວ​ຍອມ​ຮັບ​ວ່າ: “ຂ້ອຍ​ຮູ້ສຶກ​ບໍ່​ມີ​ຄ່າ​ຍ້ອນ​ຂ້ອຍ​ມີ​ຂີດ​ຈຳກັດ​ແລະ​ເຮັດ​ວຽກ​ໃນ​ປະຊາຄົມ​ບໍ່​ໄດ້. ແຕ່​ມີ​ເທື່ອ​ໜຶ່ງ​ຫຼັງ​ຈາກ​ເລີກ​ການ​ປະຊຸມ ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ບອກ​ຂ້ອຍ​ວ່າ: ‘ຂ້ອຍ​ຢາກ​ຂອບໃຈ​ເຈົ້າ​ຫຼາຍໆທີ່​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ຄອບຄົວ​ຂ້ອຍ. ພວກ​ເຮົາ​ມັກ​ຄຳ​ບັນລະຍາຍ​ຂອງ​ເຈົ້າ​ຫຼາຍ​ໃນ​ໄລຍະ​ທີ່​ຜ່ານ​ມາ ມັນ​ຊ່ວຍ​ໃຫ້​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ເຂັ້ມແຂງ​ຂຶ້ນ.’ ຂ້ອຍ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ຈົນ​ຮ້ອງໄຫ້​ອອກ​ມາ. ຄຳ​ເວົ້າ​ຂອງ​ລາວ​ເປັນ​ສິ່ງ​ທີ່​ຂ້ອຍ​ຢາກ​ໄດ້​ຍິນ​ແທ້ໆໃນ​ຕອນ​ນັ້ນ.”

17. ຕາມ​ທີ່​ບອກ​ໃນ​ໂກໂລດ 3:15 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຂອບໃຈ​ພະ​ເຢໂຫວາ​ທີ່​ພະອົງ​ໃຈ​ກວ້າງ​ກັບ​ເຮົາ?

17 ຂອບໃຈ​ພະເຈົ້າ​ຂອງ​ເຮົາ​ຜູ້​ມີ​ໃຈ​ກວ້າງ. ພະ​ເຢໂຫວາ​ໃຫ້​ຄວາມ​ຮູ້​ທີ່​ເສີມ​ຄວາມ​ເຊື່ອ​ກັບ​ເຮົາ​ຢ່າງ​ຫຼວງ​ຫຼາຍ ເຊັ່ນ: ເຮົາ​ໄດ້​ຮັບ​ຄຳ​ແນະນຳ​ທີ່​ມີ​ປະໂຫຍດ​ຜ່ານ​ທາງ​ການ​ປະຊຸມ ວາລະສານ ແລະ​ເວັບໄຊ. ເມື່ອ​ເຈົ້າ​ຟັງ​ຄຳ​ບັນລະຍາຍ ອ່ານ​ບົດ​ຄວາມ ຫຼື​ເບິ່ງ​ລາຍການ​ໂທລະທັດ JW ເຈົ້າ​ເຄີຍ​ຄິດ​ບໍ​ວ່າ: ‘ເລື່ອງ​ນີ້​ຖືກ​ກັບ​ຂ້ອຍ​ເລີຍ?’ ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຂອບໃຈ​ພະ​ເຢໂຫວາ? (ອ່ານ​ໂກໂລດ 3:15 *) ວິທີ​ໜຶ່ງ​ກໍ​ຄື ອະທິດຖານ​ຂອບໃຈ​ພະອົງ​ເລື້ອຍໆສຳລັບ​ຂອງ​ຂວັນ​ທີ່​ດີ​ເລີດ​ເຫຼົ່າ​ນີ້.—ຢໂກ. 1:17

ການ​ຊ່ວຍ​ກັນ​ອະນາໄມ​ຫໍ​ປະຊຸມ​ເປັນ​ວິທີ​ທີ່​ດີ​ຫຼາຍ​ໃນ​ການ​ສະແດງ​ຄວາມ​ຂອບໃຈ (ເບິ່ງ​ຂໍ້ 18)

18. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ຫໍ​ປະຊຸມ​ຂອງ​ເຮົາ?

18 ນອກ​ຈາກ​ນັ້ນ ເຮົາ​ຍັງ​ສະແດງ​ວ່າ​ຂອບໃຈ​ພະ​ເຢໂຫວາ​ເມື່ອ​ເຮົາ​ເບິ່ງ​ແຍງ​ຫໍ​ປະຊຸມ​ໃຫ້​ສະອາດ​ຮຽບຮ້ອຍ​ສະເໝີ. ເຮົາ​ຈະ​ຊ່ວຍ​ກັນ​ເຮັດ​ອະນາໄມ​ແລະ​ບຳລຸງ​ຮັກສາ​ຫໍ​ປະຊຸມ​ເປັນ​ປະຈຳ ແລະ​ພີ່​ນ້ອງ​ທີ່​ເບິ່ງ​ແຍງ​ເຄື່ອງ​ສຽງ​ຈະ​ໃຊ້​ເຄື່ອງ​ສຽງ​ແລະ​ອຸປະກອນ​ຕ່າງໆຢ່າງ​ລະມັດ​ລະວັງ. ເມື່ອ​ພວກ​ເຮົາ​ເບິ່ງ​ແຍງ​ຮັກສາ​ຫໍ​ປະຊຸມ​ຢ່າງ​ເໝາະ​ສົມ ຫໍ​ປະຊຸມ​ກໍ​ຈະ​ໃຊ້​ໄດ້​ດົນ​ຂຶ້ນ​ແລະ​ບໍ່​ໄດ້​ສ້ອມ​ແປງ​ຫຼາຍ. ໂດຍ​ວິທີ​ນີ້​ເຮົາ​ກໍ​ຈະ​ປະຢັດ​ເງິນ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ເອົາ​ໄປ​ສ້າງ​ແລະ​ປັບ​ປຸງ​ຫໍ​ປະຊຸມ​ອື່ນໆທົ່ວ​ໂລກ.

19. ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ປະສົບການ​ຂອງ​ຜູ້​ດູ​ແລ​ໝວດ​ແລະ​ເມຍ​ຂອງ​ລາວ?

19 ຂອບໃຈ​ຄົນ​ທີ່​ເຮັດ​ວຽກ​ໜັກ​ເພື່ອ​ເຮົາ. ເມື່ອ​ເຮົາ​ສະແດງ​ຄວາມ​ຂອບໃຈ ຄຳ​ເວົ້າ​ຂອງ​ເຮົາ​ອາດ​ເຮັດ​ໃຫ້​ຄົນ​ທີ່​ຟັງ​ປ່ຽນ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ບັນຫາ​ທີ່​ລາວ​ປະສົບ. ຂໍ​ມາ​ເບິ່ງ​ປະສົບການ​ຂອງ​ຜູ້​ດູ​ແລ​ໝວດ​ແລະ​ເມຍ. ຫຼັງ​ຈາກ​ທີ່​ໄປ​ຮັບໃຊ້​ໝົດ​ມື້​ໃນ​ສະພາບ​ອາກາດ​ທີ່​ໜາວ​ຫຼາຍ ເຂົາ​ເຈົ້າ​ກໍ​ກັບ​ມາ​ຮອດ​ບ່ອນ​ພັກ​ດ້ວຍ​ຄວາມ​ອິດ​ເມື່ອຍ. ເມຍ​ຜູ້​ດູ​ແລ​ໝວດ​ຮູ້ສຶກ​ໜາວ​ຫຼາຍ​ຈົນ​ໃສ່​ເສື້ອ​ກັນ​ໜາວ​ໂຕ​ໜາໆນອນ. ເມື່ອ​ຮອດ​ຕອນ​ເຊົ້າ ລາວ​ກໍ​ບອກ​ຜົວ​ວ່າ​ລາວ​ຮູ້ສຶກ​ເຮັດ​ວຽກ​ນີ້​ຕໍ່​ໄປ​ບໍ່​ໄຫວ​ແລ້ວ. ແຕ່​ຕອນ​ສວຍ​ກໍ​ມີ​ຈົດ​ໝາຍ​ຈາກ​ສຳນັກງານ​ສາຂາ​ສົ່ງ​ຫາ​ລາວ. ຈົດ​ໝາຍ​ນັ້ນ​ຊົມ​ເຊີຍ​ລາວ​ທີ່​ເຮັດ​ວຽກ​ຮັບໃຊ້​ຢ່າງ​ອົດ​ທົນ ແລະ​ຍອມ​ຮັບ​ວ່າ​ການ​ຍ້າຍ​ບ່ອນ​ພັກ​ທຸກ​ອາທິດ​ເປັນ​ເລື່ອງ​ທີ່​ບໍ່​ງ່າຍ. ຜົວ​ຂອງ​ລາວ​ບອກ​ວ່າ: “ເມຍ​ຮູ້ສຶກ​ປະທັບ​ໃຈ​ຫຼາຍ​ໃນ​ຈົດ​ໝາຍ​ທີ່​ໃຫ້​ກຳລັງ​ໃຈ​ນັ້ນ​ຈົນ​ລາວ​ບໍ່​ເວົ້າ​ອີກ​ເລີຍ​ວ່າ​ຈະ​ອອກ​ຈາກ​ວຽກ​ຮັບໃຊ້​ນີ້. ທີ່​ຈິງ ລາວ​ໄດ້​ໃຫ້​ກຳລັງ​ໃຈ​ຂ້ອຍ​ເລື້ອຍໆໃຫ້​ເຮັດ​ວຽກ​ນີ້​ຕໍ່​ໄປ ເມື່ອ​ຂ້ອຍ​ຄິດ​ຈະ​ອອກ​ຈາກ​ວຽກ.” ພີ່​ນ້ອງ​ຄູ່​ນີ້​ເຮັດ​ວຽກ​ເປັນ​ຜູ້ດູ​ແລ​ເດີນ​ທາງ​ເກືອບ 40 ປີ.

20. ໃນ​ທຸກໆມື້​ເຮົາ​ຄວນ​ພະຍາຍາມ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

20 ຂໍ​ໃຫ້​ເຮົາ​ພະຍາຍາມ​ທຸກ​ມື້​ທີ່​ຈະ​ສະແດງ​ຄວາມ​ຂອບໃຈ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ. ຄຳ​ເວົ້າ​ທີ່​ຈິງ​ໃຈ​ຫຼື​ການ​ກະທຳ​ຂອງ​ເຮົາ​ອາດ​ເປັນ​ສິ່ງ​ທີ່​ໃຜ​ຄົນ​ໜຶ່ງ​ກຳລັງ​ຕ້ອງການ​ພໍ​ດີ​ເພື່ອ​ຈະ​ຮັບ​ມື​ກັບ​ບັນຫາ​ແລະ​ຄວາມ​ເຄັ່ງ​ຕຶງ​ໄດ້ ເຊິ່ງ​ໃນ​ໂລກ​ນີ້​ກໍ​ມີ​ໜ້ອຍ​ຄົນ​ທີ່​ຈະ​ສະແດງ​ຄວາມ​ຂອບໃຈ. ການ​ສະແດງ​ຄວາມ​ຂອບໃຈ​ຂອງ​ເຮົາ​ຈະ​ສ້າງ​ມິດຕະພາບ​ທີ່​ໝັ້ນ​ຄົງ​ຕະຫຼອດ​ໄປ ແລະ​ທີ່​ສຳຄັນ​ທີ່​ສຸດ​ຄື ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ກຳລັງ​ຮຽນ​ແບບ​ພະ​ເຢໂຫວາ​ຜູ້​ເປັນ​ພໍ່​ທີ່​ໃຈ​ກວ້າງ​ແລະ​ເຫັນ​ຄຸນຄ່າ.

ເພງ 20 ພະອົງ​ເສຍ​ສະລະ​ລູກ​ຊາຍ​ສຸດ​ທີ່​ຮັກ

^ ຂໍ້ 5 ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ພະ​ເຢໂຫວາ ພະ​ເຍຊູ ແລະ​ຊາຍ​ສະມາລີ​ຂີ້ທູດ​ໃນ​ເລື່ອງ​ການ​ສະແດງ​ຄວາມ​ຂອບໃຈ? ບົດ​ຄວາມ​ນີ້​ຈະ​ພິຈາລະນາ​ຕົວຢ່າງ​ຂອງ​ບຸກຄົນ​ເຫຼົ່າ​ນີ້​ແລະ​ຕົວຢ່າງ​ອື່ນໆ. ເຮົາ​ຈະ​ເບິ່ງ​ວ່າ​ເປັນ​ຫຍັງ​ຈຶ່ງ​ສຳຄັນ​ຫຼາຍ​ທີ່​ຈະ​ສະແດງ​ຄວາມ​ຂອບໃຈ ແລະ​ບາງ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້.

^ ຂໍ້ 1 ການ​ອະທິບາຍ​ສຳນວນ: ການ​ເຫັນ​ຄຸນຄ່າ​ຕໍ່​ບາງ​ຄົນ​ຫຼື​ບາງ​ສິ່ງ​ໝາຍ​ເຖິງ​ການ​ຍອມ​ຮັບ​ວ່າ​ຄົນ​ຫຼື​ສິ່ງ​ຂອງ​ນັ້ນ​ມີ​ຄ່າ. ຄຳ​ນີ້​ຍັງ​ຊີ້​ເຖິງ​ຄວາມ​ຮູ້ສຶກ​ເຫັນ​ຄຸນຄ່າ​ແລະ​ຄວາມ​ຂອບໃຈ​ແທ້ໆຈາກ​ຫົວໃຈ.

^ ຂໍ້ 17 ໂກໂລດ 3:15 (ລ.ມ.): “ຂໍ​ໃຫ້​ສັນຕິສຸກ​ຈາກ​ພະ​ຄລິດ​ເປັນ​ພະລັງ​ຄວບຄຸມ​ໃຈ​ພວກ​ເຈົ້າ ເພາະ​ພວກ​ເຈົ້າ​ຖືກ​ເອີ້ນ​ມາ​ເພື່ອ​ໃຫ້​ເປັນ​ອະໄວຍະວະ​ໃນ​ຮ່າງກາຍ​ດຽວ​ກັນ​ທີ່​ມີ​ສັນຕິສຸກ ແລະ​ໃຫ້​ສະແດງ​ຄວາມ​ຂອບໃຈ​ດ້ວຍ.”

^ ຂໍ້ 56 ຄຳ​ອະທິບາຍ​ຮູບ​ພາບ: ການ​ອ່ານ​ຈົດ​ໝາຍ​ຂອງ​ໂປໂລ​ໃນ​ປະຊາຄົມ​ໂລມ ອາກີລາ ປຣີສີລາ ເຟິເບ ແລະ​ຄົນ​ອື່ນໆດີ​ໃຈ​ທີ່​ໄດ້​ຍິນ​ຊື່​ຕົວ​ເອງ​ໃນ​ຈົດ​ໝາຍ.

^ ຂໍ້ 58 ຄຳ​ອະທິບາຍ​ຮູບ​ພາບ: ແມ່​ສອນ​ລູກ​ສາວ​ໃຫ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ພີ່​ນ້ອງ​ສູງ​ອາຍຸ​ທີ່​ເປັນ​ຕົວຢ່າງ​ທີ່​ດີ.