ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 9

ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ສະໄໝ​ອິດສະລາແອນ​ບູຮານ

ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ສະໄໝ​ອິດສະລາແອນ​ບູຮານ

“ພະອົງ​ຮັກ​ຄວາມ​ຖືກຕ້ອງ​ຊອບທຳ​ແລະ​ຄວາມ​ຍຸຕິທຳ ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ.”—ເພງ. 33:5, ລ.ມ.

ເພງ 3 ເປັນ​ກຳລັງ ຄວາມ​ຫວັງ ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ

ໃຈ​ຄວາມ​ສຳຄັນ *

1-2. (ກ) ເຮົາ​ທຸກ​ຄົນ​ຕ້ອງການ​ຫຍັງ? (ຂ) ເຮົາ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

ເຮົາ​ທຸກ​ຄົນ​ຕ້ອງການ​ຄວາມ​ຮັກ​ແລະ​ຢາກ​ຖືກ​ປະຕິບັດ​ແບບ​ຍຸຕິທຳ. ຖ້າ​ເຮົາ​ບໍ່​ໄດ້​ຮັບ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ ເຮົາ​ອາດ​ຮູ້ສຶກ​ບໍ່​ມີ​ຄ່າ​ແລະ​ບໍ່​ມີ​ຄວາມ​ຫວັງ.

2 ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ຢາກ​ໄດ້​ຮັບ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ. (ເພງ. 33:5) ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ຮັກ​ເຮົາ​ຫຼາຍ​ແລະ​ຢາກ​ໃຫ້​ເຮົາ​ໄດ້​ຮັບ​ຄວາມ​ຍຸຕິທຳ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ແຈ້ງ​ຈາກ​ກົດ​ໝາຍ​ທີ່​ພະເຈົ້າ​ໃຫ້​ຊາດ​ອິດສະລາແອນ​ຜ່ານ​ທາງ​ໂມເຊ. ຖ້າ​ເຈົ້າ​ຮູ້ສຶກ​ທໍ້​ໃຈ​ເມື່ອ​ຄົນ​ອື່ນ​ບໍ່​ໄດ້​ປະຕິບັດ​ກັບ​ເຈົ້າ​ດ້ວຍ​ຄວາມ​ຮັກ​ຫຼື​ຄວາມ​ຍຸຕິທຳ ຂໍ​ໃຫ້​ມາ​ເບິ່ງ​ວ່າ​ກົດ​ໝາຍ​ຂອງ​ໂມເຊ *ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ປະຊາຊົນ​ຂອງ​ພະອົງ.

3. (ກ) ຕາມ​ທີ່​ອະທິບາຍ​ໃນ​ໂລມ 13:8-10 ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ເມື່ອ​ສຶກສາ​ກົດ​ໝາຍ​ຂອງ​ໂມເຊ? (ຂ) ບົດ​ຄວາມ​ນີ້​ຈະ​ຕອບ​ຄຳຖາມ​ຫຍັງ?

3 ເມື່ອ​ເຮົາ​ສຶກສາ​ກົດ​ໝາຍ​ຂອງ​ໂມເຊ ເຮົາ​ກໍ​ຈະ​ເຫັນ​ຄວາມ​ຮັກ​ທີ່​ອົບອຸ່ນ​ຂອງ​ພະ​ເຢໂຫວາ. (ອ່ານ​ໂລມ 13:8-10) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ກົດ​ໝາຍ​ບາງ​ຂໍ້​ທີ່​ພະເຈົ້າ​ໃຫ້​ກັບ​ຊາວ​ອິດສະລາແອນ ແລະ​ຈະ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້: ເປັນ​ຫຍັງ​ເຮົາ​ເວົ້າ​ໄດ້​ວ່າ​ກົດ​ໝາຍ​ນີ້​ເກີດ​ຈາກ​ຄວາມ​ຮັກ? ເປັນ​ຫຍັງ​ເຮົາ​ເວົ້າ​ໄດ້​ວ່າ​ກົດ​ໝາຍ​ນີ້​ສະໜັບສະໜູນ​ປະຊາຊົນ​ໃຫ້​ເປັນ​ຄົນ​ຍຸຕິທຳ? ຜູ້​ນຳ​ໃນ​ສະໄໝ​ນັ້ນ​ເອົາ​ກົດ​ໝາຍ​ນີ້​ໄປ​ໃຊ້​ແນວ​ໃດ? ກົດ​ໝາຍ​ນີ້​ປົກ​ປ້ອງ​ຄົນ​ແບບ​ໃດ​ເປັນ​ພິເສດ? ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ກຳລັງ​ໃຈ ມີ​ຄວາມ​ຫວັງ ແລະ​ໃກ້​ຊິດ​ພະ​ເຢໂຫວາ​ຜູ້​ເປັນ​ພໍ່​ຂອງ​ເຮົາ​ຫຼາຍ​ຂຶ້ນ.—ກິດ. 17:27; ໂລມ 15:4

ກົດ​ໝາຍ​ຂອງ​ໂມເຊ​ມີ​ພື້ນຖານ​ມາ​ຈາກ​ຄວາມ​ຮັກ

4. (ກ) ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ກົດ​ໝາຍ​ຂອງ​ໂມເຊ​ມີ​ພື້ນຖານ​ມາ​ຈາກ​ຄວາມ​ຮັກ? (ຂ) ໃນ​ມັດທາຍ 22:36-40 ພະ​ເຍຊູ​ໄດ້​ເນັ້ນ​ຄຳ​ສັ່ງ​ຫຍັງ?

4 ເຮົາ​ສາມາດ​ເວົ້າ​ໄດ້​ວ່າ​ກົດ​ໝາຍ​ຂອງ​ໂມເຊ​ມີ​ພື້ນຖານ​ມາ​ຈາກ​ຄວາມ​ຮັກ​ກໍ​ຍ້ອນ​ວ່າ​ພະ​ເຢໂຫວາ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ດ້ວຍ​ຄວາມ​ຮັກ. (1 ໂຢ. 4:8) ກົດ​ໝາຍ​ທຸກ​ຂໍ້​ທີ່​ພະ​ເຢໂຫວາ​ໃຫ້​ຜ່ານ​ທາງ​ໂມເຊ​ມີ​ພື້ນຖານ​ມາ​ຈາກ​ກົດ​ໝາຍ 2 ຂໍ້​ຄື: ຮັກ​ພະເຈົ້າ​ແລະ​ຮັກ​ເພື່ອນ​ບ້ານ. (ເລວີ. 19:18; ບັນຍັດ. 6:5; ອ່ານ​ມັດທາຍ 22:36-40) ດັ່ງ​ນັ້ນ ເຮົາ​ຄາດ​ໝາຍ​ໄດ້​ວ່າ​ກົດ​ໝາຍ​ທັງ 600 ຂໍ້​ລວມ​ທັງ​ກົດ​ໝາຍ​ອື່ນໆທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ກົດ​ໝາຍ​ຂອງ​ໂມເຊ​ຈະ​ສອນ​ເຮົາ​ກ່ຽວ​ກັບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

5-6. ພະ​ເຢໂຫວາ​ຢາກ​ໃຫ້​ຜົວ​ເມຍ​ປະຕິບັດ​ຕໍ່​ກັນ​ແນວ​ໃດ ແລະ​ພະອົງ​ເຫັນ​ຫຍັງ? ຂໍ​ໃຫ້​ຍົກ​ຕົວຢ່າງ.

5 ໃຫ້​ສັດ​ຊື່​ຕໍ່​ຄູ່​ແຕ່ງ​ດອງ​ແລະ​ເບິ່ງ​ແຍງ​ລູກ​ຂອງ​ເຈົ້າ. ພະ​ເຢໂຫວາ​ຢາກ​ໃຫ້​ຜົວ​ແລະ​ເມຍ​ເຕີມ​ຄວາມ​ຮັກ​ໃຫ້​ກັນ​ຕະຫຼອດ​ຊີວິດ. (ຕົ້ນ. 2:24; ມັດ. 19:3-6) ການ​ຫຼິ້ນ​ຊູ້​ເປັນ​ການ​ເຮັດ​ຜິດ​ຮ້າຍແຮງ​ທີ່​ສຸດ​ຢ່າງ​ໜຶ່ງ. ດັ່ງ​ນັ້ນ​ຈຶ່ງ​ເໝາະ​ສົມ​ທີ່​ກົດ​ໝາຍ​ຂໍ້​ທີ່ 7 ຂອງ​ພະບັນຍັດ 10 ປະການ​ບອກ​ວ່າ ຢ່າ​ຫຼິ້ນ​ຊູ້. (ບັນຍັດ. 5:18) ການ​ຫຼິ້ນ​ຊູ້​ເປັນ​ການ “ເຮັດ​ບາບ​ຕໍ່​ສູ້​ພະເຈົ້າ” ແລະ​ເປັນ​ການ​ເຮັດ​ຊົ່ວ​ຕໍ່​ຄູ່​ຂອງ​ຕົວ​ເອງ. (ຕົ້ນ. 39:7-9, ທ.ປ.) ຝ່າຍ​ທີ່​ບໍ່​ໄດ້​ເຮັດ​ຜິດ​ອາດ​ຮູ້ສຶກ​ເຈັບ​ປວດ​ໄປ​ຫຼາຍ​ສິບ​ປີ​ຍ້ອນ​ຖືກ​ທໍລະຍົດ.

6 ພະ​ເຢໂຫວາ​ຮູ້​ດີ​ວ່າ​ຜົວ​ເມຍ​ຄວນ​ປະຕິບັດ​ຕໍ່​ກັນ​ແນວ​ໃດ. ພະອົງ​ຢາກ​ໃຫ້​ຜູ້​ເປັນ​ເມຍ​ໄດ້​ຮັບ​ການ​ເບິ່ງ​ແຍງ​ຢ່າງ​ດີ. ຜົວ​ທີ່​ນັບຖື​ກົດ​ໝາຍ​ຂອງ​ໂມເຊ​ຈະ​ຮັກ​ເມຍ​ແລະ​ບໍ່​ຢ່າ​ຮ້າງ​ກັບ​ເມຍ​ຍ້ອນ​ເຫດຜົນ​ເລັກໆນ້ອຍໆ. (ບັນຍັດ. 24:1-4; ມັດ. 19:3, 8) ແຕ່​ຖ້າ​ມີ​ບັນຫາ​ຮ້າຍແຮງ​ເກີດ​ຂຶ້ນ​ແລະ​ຕ້ອງການ​ຈະ​ຢ່າ​ຮ້າງ​ກັບ​ເມຍ ລາວ​ຕ້ອງ​ເຮັດ​ໜັງສື​ຢ່າ​ຮ້າງ​ໃຫ້​ເມຍ. ໜັງສື​ຢ່າ​ຮ້າງ​ນີ້​ຈະ​ປົກ​ປ້ອງ​ຜູ້​ຍິງ​ຈາກ​ຂໍ້​ກ່າວ​ຫາ​ວ່າ​ເຮັດ​ຜິດ​ສິນລະທຳ. ນອກ​ຈາກ​ນັ້ນ ກ່ອນ​ທີ່​ຜົວ​ຈະ​ເຮັດ​ໜັງສື​ຢ່າ​ຮ້າງ​ໃຫ້​ເມຍ ລາວ​ຕ້ອງ​ປຶກສາ​ພວກ​ຜູ້​ເຖົ້າ​ແກ່​ຂອງ​ເມືອງ. ໂດຍ​ວິທີ​ນີ້​ພວກ​ຜູ້​ເຖົ້າ​ແກ່​ກໍ​ຈະ​ມີ​ໂອກາດ​ຊ່ວຍ​ຜົວ​ແລະ​ເມຍ​ໃຫ້​ຮັກສາ​ຊີວິດ​ຄູ່. ເມື່ອ​ຊາວ​ອິດສະລາແອນ​ບາງ​ຄົນ​ຢ່າ​ຮ້າງ​ກັບ​ເມຍ​ຍ້ອນ​ເຫດຜົນ​ທີ່​ເຫັນ​ແກ່​ຕົວ ພະ​ເຢໂຫວາ​ກໍ​ບໍ່​ໄດ້​ເຂົ້າ​ແຊກ​ແຊງ​ເລື່ອງ​ນີ້​ສະເໝີ​ໄປ. ແຕ່​ພະອົງ​ເຫັນ​ນ້ຳ​ຕາ​ແລະ​ຄວາມ​ເຈັບ​ປວດ​ຂອງ​ຜູ້​ເປັນ​ເມຍ.—ມລກີ. 2:13-16

ພະ​ເຢໂຫວາ​ຢາກ​ໃຫ້​ເດັກ​ນ້ອຍ​ຮູ້ສຶກ​ໝັ້ນ​ຄົງ​ປອດໄພ​ໃນ​ຂະນະ​ທີ່​ໄດ້​ຮັບ​ການ​ລ້ຽງ​ດູ​ແລະ​ການ​ສອນ​ຈາກ​ພໍ່​ແມ່​ດ້ວຍ​ຄວາມ​ຮັກ (ເບິ່ງ​ຂໍ້ 7-8) *

7-8. (ກ) ພະ​ເຢໂຫວາ​ສັ່ງ​ພໍ່​ແມ່​ໃຫ້​ເຮັດ​ຫຍັງ? (ເບິ່ງ​ຮູບ​ໜ້າ​ປົກ) (ຂ) ເຮົາ​ໄດ້​ຮຽນ​ບົດຮຽນ​ຫຍັງ?

7 ກົດ​ໝາຍ​ຂອງ​ໂມເຊ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເດັກ​ນ້ອຍ​ມີ​ຄວາມ​ສຸກ​ແລະ​ປອດໄພ. ພະ​ເຢໂຫວາ​ສັ່ງ​ພໍ່​ແມ່​ບໍ່​ພຽງ​ແຕ່​ໃຫ້​ເບິ່ງ​ແຍງ​ຄວາມ​ຈຳເປັນ​ຂອງ​ລູກ​ທາງ​ຮ່າງກາຍ ແຕ່​ຕ້ອງ​ເບິ່ງ​ແຍງ​ທາງ​ຄວາມ​ເຊື່ອ​ນຳ. ພໍ່​ແມ່​ຄວນ​ໃຊ້​ທຸກ​ໂອກາດ​ເພື່ອ​ສອນ​ລູກ​ໃຫ້​ເຂົ້າ​ໃຈ​ແລະ​ເຫັນ​ຄຸນຄ່າ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ແລະ​ຮຽນ​ຮູ້​ທີ່​ຈະ​ຮັກ​ພະອົງ. (ບັນຍັດ. 6:6-9; 7:13) ເຫດຜົນໜຶ່ງ​ທີ່​ພະ​ເຢໂຫວາ​ລົງໂທດ​ຊາວ​ອິດສະລາແອນ​ກໍ​ຄື​ເຂົາ​ເຈົ້າ​ທຳ​ຮ້າຍ​ລູກ​ຂອງ​ຕົນ​ໃນ​ແບບ​ທີ່​ໂຫດ​ຮ້າຍ. (ຢເຣ. 7:31, 33) ພໍ່​ແມ່​ຕ້ອງ​ຄິດ​ວ່າ​ລູກ​ບໍ່​ແມ່ນ​ສິ່ງ​ຂອງ​ທີ່​ເຂົາ​ເຈົ້າ​ບໍ່​ຕ້ອງ​ສົນ​ໃຈ​ຫຼື​ຢາກ​ເຮັດ​ຫຍັງ​ກໍ​ໄດ້ ແຕ່​ລູກ​ເປັນ​ມໍລະດົກ​ຫຼື​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ​ທີ່​ພໍ່​ແມ່​ຕ້ອງ​ທະນຸ​ຖະໜອມ​ໄວ້.—ເພງ. 127:3

8 ບົດຮຽນ: ພະ​ເຢໂຫວາ​ສັງເກດ​ເບິ່ງ​ວິທີ​ທີ່​ຜົວ​ເມຍ​ປະຕິບັດ​ຕໍ່​ກັນ. ພະອົງ​ຍັງ​ຢາກ​ໃຫ້​ພໍ່​ແມ່​ຮັກ​ລູກ ແລະ​ພະອົງ​ຈະ​ພິພາກສາ​ພໍ່​ແມ່ ຖ້າ​ເຂົາ​ເຈົ້າ​ເຮັດ​ບໍ່​ດີ​ຕໍ່​ລູກ.

9-11. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ກົດ​ໝາຍ​ວ່າ​ຢ່າ​ໂລບ?

9 ຢ່າ​ໂລບ. ກົດ​ໝາຍ​ຂໍ້​ສຸດ​ທ້າຍ​ຂອງ​ພະບັນຍັດ 10 ປະການ​ບອກ​ວ່າ​ຢ່າ​ໂລບ ຫຼື​ມີ​ຄວາມ​ຄິດ​ຢາກ​ໄດ້​ສິ່ງ​ຂອງ​ຂອງ​ຄົນ​ອື່ນ​ຢ່າງ​ບໍ່​ຖືກຕ້ອງ. (ບັນຍັດ. 5:21) ພະ​ເຢໂຫວາ​ໃຫ້​ກົດ​ໝາຍ​ນີ້​ເພື່ອ​ສອນ​ບົດຮຽນ​ທີ່​ມີ​ຄ່າ​ຢ່າງ​ໜຶ່ງ​ນັ້ນ​ຄື ປະຊາຊົນ​ຂອງ​ພະອົງ​ຕ້ອງ​ປົກ​ປ້ອງ​ຫົວໃຈ​ຕົວ​ເອງ ເຊິ່ງ​ໝາຍ​ເຖິງ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ. ພະອົງ​ຮູ້​ວ່າ​ການ​ເຮັດ​ຊົ່ວ​ເລີ່ມ​ຕົ້ນ​ມາ​ຈາກ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ທີ່​ຊົ່ວໆ. (ສຸພາ. 4:23) ຖ້າ​ຊາວ​ອິດສະລາແອນ​ຄົນ​ໜຶ່ງ​ຍອມ​ໃຫ້​ຄວາມ​ຕ້ອງການ​ທີ່​ຜິດໆມີ​ຫຼາຍ​ຂຶ້ນ​ໃນ​ຫົວໃຈ ລາວ​ກໍ​ຈະ​ປະ​ຕິດ​ບັດ​ກັບ​ຄົນ​ອື່ນ​ແບບ​ທີ່​ບໍ່​ດີ. ຕົວຢ່າງ: ທີ່​ຈິງ​ກະສັດ​ດາວິດ​ເປັນ​ຄົນ​ດີ ແຕ່​ມີ​ເທື່ອ​ໜຶ່ງ​ລາວ​ໄດ້​ເຮັດ​ຜິດ​ຮ້າຍແຮງ ເພາະ​ລາວ​ໂລບ​ຢາກ​ໄດ້​ເມຍ​ຂອງ​ຄົນ​ອື່ນ. ຄວາມ​ຢາກ​ໄດ້​ນີ້​ເຮັດ​ໃຫ້​ລາວ​ເຮັດ​ບາບ. (ຢໂກ. 1:14, 15) ດາວິດ​ຫຼິ້ນ​ຊູ້​ແລະ​ພະຍາຍາມ​ຫຼອກ​ລວງ​ຜົວ​ຂອງ​ຜູ້​ຍິງ​ຄົນ​ນັ້ນ ແລະ​ຕໍ່​ມາ​ກໍ​ເຮັດ​ໃຫ້​ລາວ​ຕາຍ.—2 ຊາມ. 11:2-4; 12:7-11

10 ພະ​ເຢໂຫວາ​ຮູ້​ເມື່ອ​ຊາວ​ອິດສະລາແອນ​ບໍ່​ເຊື່ອ​ຟັງ​ກົດ​ໝາຍ​ທີ່​ບໍ່​ໃຫ້​ໂລບ ເພາະ​ພະອົງ​ອ່ານ​ຫົວໃຈ​ໄດ້. (1 ຂ່າວ. 28:9) ກົດ​ໝາຍ​ທີ່​ບອກ​ວ່າ​ຢ່າ​ໂລບ​ບອກ​ປະຊາຊົນ​ຂອງ​ພະອົງ​ໃຫ້​ຮູ້​ວ່າ ເຂົາ​ເຈົ້າ​ຕ້ອງ​ຫຼີກ​ລ່ຽງ​ຄວາມ​ຄິດ​ທີ່​ຈະ​ນຳ​ໄປ​ສູ່​ການ​ເຮັດ​ຊົ່ວ. ພະ​ເຢໂຫວາ​ເປັນ​ພໍ່​ທີ່​ສະຫຼາດ​ແລະ​ຮັກ​ເຮົາ​ຫຼາຍ​ແທ້ໆ!

11 ບົດຮຽນ: ພະ​ເຢໂຫວາ​ບໍ່​ໄດ້​ເບິ່ງ​ທີ່​ພາຍ​ນອກ​ເທົ່າ​ນັ້ນ ແຕ່​ພະອົງ​ເບິ່ງ​ເຂົ້າ​ໄປ​ໃນ​ຫົວໃຈ​ແລະ​ຕົວ​ຕົນ​ທີ່​ແທ້​ຈິງ​ຂອງ​ເຮົາ. (1 ຊາມ. 16:7) ບໍ່​ມີ​ໃຜ​ສາມາດ​ປົກ​ປິດ​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ການ​ກະທຳ​ຈາກ​ພະອົງ​ໄດ້. ພະອົງ​ຊອກ​ຫາ​ສິ່ງ​ດີ​ໃນ​ຕົວ​ເຮົາ​ແລະ​ຢາກ​ໃຫ້​ເຮົາ​ເຮັດ​ດີ. ແຕ່​ພະອົງ​ກໍ​ຢາກ​ໃຫ້​ເຮົາ​ກວດ​ສອບ​ແລະ​ຄວບຄຸມ​ຄວາມ​ຄິດ​ທີ່​ບໍ່​ດີ ກ່ອນ​ທີ່​ມັນ​ຈະ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ຜິດ.—2 ຂ່າວ. 16:9; ມັດ. 5:27-30

ກົດ​ໝາຍ​ທີ່​ສົ່ງເສີມ​ຄວາມ​ຍຸຕິທຳ

12. ກົດ​ໝາຍ​ຂອງ​ໂມເຊ​ສອນ​ຫຍັງ​ເຮົາ?

12 ກົດ​ໝາຍ​ຂອງ​ໂມເຊ​ສອນ​ເຮົາ​ວ່າ​ພະ​ເຢໂຫວາ​ຮັກ​ຄວາມ​ຍຸຕິທຳ. (ເພງ. 37:28; ເອຊາ. 61:8) ພະອົງ​ວາງ​ຕົວຢ່າງ​ທີ່​ສົມບູນ​ແບບ​ໃຫ້​ເຮົາ​ໃນ​ເລື່ອງ​ການ​ປະຕິບັດ​ກັບ​ຄົນ​ອື່ນ​ຢ່າງ​ຍຸຕິທຳ. ເມື່ອ​ຊາວ​ອິດສະລາແອນ​ເຊື່ອ​ຟັງ​ກົດ​ໝາຍ​ທີ່​ພະ​ເຢໂຫວາ​ໃຫ້ ພະອົງ​ກໍ​ອວຍ​ພອນ​ເຂົາ​ເຈົ້າ. ເມື່ອ​ເຂົາ​ເຈົ້າ​ບໍ່​ສົນ​ໃຈ​ມາດຕະຖານ​ທີ່​ຍຸຕິທຳ​ຂອງ​ພະອົງ ເຂົາ​ເຈົ້າ​ກໍ​ປະສົບ​ຜົນ​ເສຍຫາຍ. ຂໍ​ໃຫ້​ເຮົາ​ພິຈາລະນາ​ກົດ​ໝາຍ​ອີກ 2 ຂໍ້​ໃນ​ພະບັນຍັດ 10 ປະການ.

13-14. ກົດ​ໝາຍ 2 ຂໍ້​ທຳອິດ​ໃນ​ພະບັນຍັດ 10 ປະການ​ແມ່ນ​ຫຍັງ ແລະ​ການ​ເຊື່ອ​ຟັງ​ກົດ​ໝາຍ​ເຫຼົ່າ​ນັ້ນ​ເປັນ​ປະໂຫຍດ​ຕໍ່​ຊາວ​ອິດສະລາແອນ​ແນວ​ໃດ?

13 ນະມັດສະການ​ພະ​ເຢໂຫວາ​ອົງ​ດຽວ​ເທົ່າ​ນັ້ນ. ກົດ​ໝາຍ 2 ຂໍ້​ທຳອິດ​ໃນ​ພະບັນຍັດ 10 ປະການ​ບອກ​ວ່າ​ຊາວ​ອິດສະລາແອນ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ພຽງ​ອົງ​ດຽວ​ເທົ່າ​ນັ້ນ ແລະ​ຢ່າ​ນະມັດສະການ​ຮູບ​ເຄົາລົບ. (ອົບ. 20:3-6) ກົດ​ໝາຍ​ເຫຼົ່າ​ນີ້​ບໍ່​ໄດ້​ມີ​ຂຶ້ນ​ເພື່ອ​ປະໂຫຍດ​ຂອງ​ພະ​ເຢໂຫວາ ແຕ່​ເພື່ອ​ປະໂຫຍດ​ຂອງ​ປະຊາຊົນ​ຂອງ​ພະອົງ. ຖ້າ​ເຂົາ​ເຈົ້າ​ຮັກສາ​ຄວາມ​ພັກດີ​ຕໍ່​ພະອົງ ເຂົາ​ເຈົ້າ​ກໍ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ. ແຕ່​ຖ້າ​ເຂົາ​ເຈົ້າ​ໄປ​ນະມັດສະການ​ພະ​ຂອງ​ຊາດ​ອື່ນ ເຂົາ​ເຈົ້າ​ກໍ​ຈະ​ມີ​ແຕ່​ຄວາມ​ທຸກ​ລຳບາກ.

14 ຂໍ​ໃຫ້​ຄິດ​ເຖິງ​ຊາວ​ການາອານ. ເຂົາ​ເຈົ້າ​ນະມັດສະການ​ຮູບ​ເຄົາລົບ​ທີ່​ບໍ່​ມີ​ຊີວິດ ແທນ​ທີ່​ຈະ​ນະມັດສະການ​ພະເຈົ້າ​ທ່ຽງ​ແທ້​ທີ່​ມີ​ຊີວິດ. ເຂົາ​ເຈົ້າ​ຫຼຸດ​ສັກສີ​ຂອງ​ຕົວ​ເອງ​ລົງ. (ເພງ. 115:4-8) ພິທີ​ກຳ​ຢ່າງ​ໜຶ່ງ​ໃນ​ການ​ນະມັດສະການ​ຂອງ​ເຂົາ​ເຈົ້າ ແມ່ນ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ທີ່​ໜ້າ​ລັງກຽດ​ແລະ​ເອົາ​ລູກ​ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ຢ່າງ​ໂຫດ​ຫ້ຽມ. ຄ້າຍ​ຄື​ກັນ ເມື່ອ​ຊາວ​ອິດສະລາແອນ​ບໍ່​ສົນ​ໃຈ​ພະ​ເຢໂຫວາ​ແລະ​ເລືອກ​ນະມັດສະການ​ຮູບ​ເຄົາລົບ ເຂົາ​ເຈົ້າ​ກໍ​ຫຼຸດ​ສັກສີ​ຂອງ​ຕົວ​ເອງ​ລົງ​ແລະ​ທຳ​ຮ້າຍ​ຄອບຄົວ​ຂອງ​ຕົວ​ເອງ. (2 ຂ່າວ. 28:1-4) ພວກ​ຜູ້​ນຳ​ຂອງ​ອິດສະລາແອນ​ບໍ່​ສົນ​ໃຈ​ມາດຕະຖານ​ທີ່​ຍຸຕິທຳ​ຂອງ​ພະ​ເຢໂຫວາ. ເຂົາ​ເຈົ້າ​ໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ​ແລະ​ກົດ​ຂີ່​ຂົ່ມເຫງ​ຄົນ​ທີ່​ອ່ອນແອ. (ເອເຊກ. 34:1-4) ພະ​ເຢໂຫວາ​ເຕືອນ​ຊາວ​ອິດສະລາແອນ​ວ່າ​ພະອົງ​ຈະ​ຕັດສິນ​ລົງໂທດ​ຄົນ​ທີ່​ເຮັດ​ບໍ່​ດີ​ຕໍ່​ຜູ້​ຍິງ​ແລະ​ເດັກ​ນ້ອຍ​ທີ່​ບໍ່​ມີ​ທາງ​ສູ້. (ບັນຍັດ. 10:17, 18; 27:19) ແຕ່​ພະ​ເຢໂຫວາ​ຈະ​ອວຍ​ພອນ​ເຂົາ​ເຈົ້າ ຖ້າ​ເຂົາ​ເຈົ້າ​ພັກດີ​ຕໍ່​ພະອົງ​ແລະ​ປະຕິບັດ​ຕໍ່​ກັນ​ຢ່າງ​ຍຸຕິທຳ.—1 ກະ. 10:4-9

ພະ​ເຢໂຫວາ​ຮັກ​ເຮົາ​ແລະ​ຮູ້​ວ່າ​ເຮົາ​ປະສົບ​ຄວາມ​ບໍ່​ຍຸຕິທຳ (ເບິ່ງ​ຂໍ້ 15)

15. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ພະ​ເຢໂຫວາ?

15 ບົດຮຽນ: ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ພະ​ເຢໂຫວາ​ເມື່ອ​ຄົນ​ທີ່​ອ້າງ​ວ່າ​ຮັບໃຊ້​ພະອົງ​ບໍ່​ສົນ​ໃຈ​ມາດຕະຖານ​ຂອງ​ພະອົງ​ແລະ​ເຮັດ​ບໍ່​ດີ​ຕໍ່​ປະຊາຊົນ​ຂອງ​ພະອົງ. ແຕ່​ພະ​ເຢໂຫວາ​ຮັກ​ເຮົາ ແລະ​ຮູ້​ຕອນ​ທີ່​ເຮົາ​ປະສົບ​ກັບ​ຄວາມ​ບໍ່​ຍຸຕິທຳ. ພະອົງ​ຮູ້ສຶກ​ເຖິງ​ຄວາມ​ເຈັບ​ປວດ​ຂອງ​ເຮົາ​ຫຼາຍ​ກວ່າ​ແມ່​ທີ່​ຮູ້ສຶກ​ເຖິງ​ຄວາມ​ເຈັບ​ປວດ​ຂອງ​ລູກ​ນ້ອຍ. (ເອຊາ. 49:15) ເຖິງ​ວ່າ​ພະອົງ​ບໍ່​ໄດ້​ເຂົ້າ​ແຊກ​ແຊງ​ທັນທີ ແຕ່​ເມື່ອ​ເຖິງ​ເວລາ ພະອົງ​ຈະ​ຕັດສິນ​ລົງໂທດ​ຄົນ​ທີ່​ເຮັດ​ບໍ່​ດີ​ຕໍ່​ຄົນ​ອື່ນ​ແລະ​ບໍ່​ກັບ​ໃຈ

ຄວນ​ຈະ​ໃຊ້​ກົດ​ໝາຍ​ຂອງ​ໂມເຊ​ແນວ​ໃດ?

16-18. ກົດ​ໝາຍ​ຂອງ​ໂມເຊ​ໃຊ້​ກັບ​ເລື່ອງ​ຫຍັງ​ແດ່​ໃນ​ຊີວິດ ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ?

16 ກົດ​ໝາຍ​ຂອງ​ໂມເຊ​ກວມ​ລວມ​ທຸກ​ແງ່​ມຸມ​ໃນ​ຊີວິດ​ຂອງ​ຊາວ​ອິດສະລາແອນ. ດັ່ງ​ນັ້ນ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ພວກ​ຜູ້​ເຖົ້າ​ແກ່​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈະ​ຕ້ອງ​ຕັດສິນ​ຄະດີ​ຂອງ​ປະຊາຊົນ​ຢ່າງ​ຍຸຕິທຳ. ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຕັດສິນ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນະມັດສະການ​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ເຖິງ​ເລື່ອງ​ຄວາມ​ຂັດ​ແຍ່ງ​ແລະ​ການ​ເຮັດ​ຜິດ​ກົດ​ໝາຍ​ອື່ນໆນຳ. ຂໍ​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຕໍ່​ໄປ​ນີ້.

17 ຖ້າ​ຊາວ​ອິດສະລາແອນ​ຄົນ​ໜຶ່ງ​ຂ້າ​ຄົນ​ຕາຍ ລາວ​ຈະ​ບໍ່​ຖືກ​ປະຫານ​ຊີວິດ​ທັນທີ. ພວກ​ຜູ້​ເຖົ້າ​ແກ່​ໃນ​ເມືອງ​ທີ່​ລາວ​ອາໄສ​ຢູ່​ຈະ​ພິຈາລະນາ​ເລື່ອງ​ນັ້ນ ກ່ອນ​ຈະ​ຕັດສິນ​ວ່າ​ລາວ​ສົມຄວນ​ມີ​ໂທດ​ເຖິງ​ຕາຍ​ຫຼື​ບໍ່. (ບັນຍັດ. 19:2-7, 11-13) ນອກ​ຈາກ​ນັ້ນ ພວກ​ຜູ້​ເຖົ້າ​ແກ່​ຍັງ​ຕ້ອງ​ຕັດສິນ​ເລື່ອງ​ທົ່ວໆໄປ​ໃນ​ຊີວິດ​ນຳ​ອີກ​ເຊັ່ນ ເລື່ອງ​ເງິນ​ຄຳ​ຈົນ​ຮອດ​ເລື່ອງ​ຜົວ​ເມຍ. (ອົບ. 21:35; ບັນຍັດ. 22:13-19) ຖ້າ​ຜູ້​ເຖົ້າ​ແກ່​ໃຫ້​ຄວາມ​ຍຸຕິທຳ​ແລະ​ຊາວ​ອິດສະລາແອນ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ໂມເຊ ທຸກ​ຄົນ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ ແລະ​ທັງ​ຊາດ​ກໍ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ.—ເລວີ. 20:7, 8; ເອຊາ. 48:17, 18

18 ບົດຮຽນ: ທຸກ​ເລື່ອງ​ໃນ​ຊີວິດ​ຂອງ​ເຮົາ​ສຳຄັນ​ສຳລັບ​ພະ​ເຢໂຫວາ. ພະອົງ​ຢາກ​ໃຫ້​ເຮົາ​ຍຸຕິທຳ​ແລະ​ຮັກ​ກັນ. ພະອົງ​ສັງເກດ​ສິ່ງ​ທີ່​ເຮົາ​ເວົ້າ​ແລະ​ເຮັດ​ເຖິງ​ວ່າ​ເຮົາ​ຈະ​ຢູ່​ເຮືອນ​ຄົນ​ດຽວ.—ເຫບ. 4:13

19-21. (ກ) ພວກ​ຜູ້​ເຖົ້າ​ແກ່​ແລະ​ຜູ້ຕັດສິນ​ຄວນ​ປະຕິບັດ​ກັບ​ປະຊາຊົນ​ຂອງ​ພະເຈົ້າ​ແນວ​ໃດ? (ຂ) ກົດ​ໝາຍ​ຂອງ​ໂມເຊ​ປົກ​ປ້ອງ​ປະຊາຊົນ​ແນວ​ໃດ ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້?

19 ພະ​ເຢໂຫວາ​ຢາກ​ຊ່ວຍ​ປະຊາຊົນ​ບໍ່​ໃຫ້​ຮັບ​ອິດທິພົນ​ທີ່​ບໍ່​ດີ​ຈາກ​ປະເທດ​ອ້ອມ​ຂ້າງ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ຕ້ອງການ​ໃຫ້​ຜູ້​ເຖົ້າ​ແກ່​ແລະ​ຜູ້ຕັດສິນ​ໃຊ້​ກົດ​ໝາຍ​ຢ່າງ​ຍຸຕິທຳ. ແຕ່​ຜູ້​ທີ່​ຕັດສິນ​ຄະດີ​ບໍ່​ຄວນ​ປະຕິບັດ​ກັບ​ຜູ້​ຄົນ​ໃນ​ແບບ​ທີ່​ຮຸນແຮງ ຫຼື​ເຂັ້ມ​ງວດ​ເກີນ​ໄປ ແລະ​ເຂົາ​ເຈົ້າ​ຄວນ​ຈະ​ຮັກ​ຄວາມ​ຍຸຕິທຳ.—ບັນຍັດ. 1:13-17; 16:18-20

20 ພະ​ເຢໂຫວາ​ຮັກ​ແລະ​ເມດຕາ​ປະຊາຊົນ​ຂອງ​ພະອົງ ດັ່ງ​ນັ້ນ ພະອົງ​ຈຶ່ງ​ໃຫ້​ກົດ​ໝາຍ​ເພື່ອ​ປົກ​ປ້ອງ​ເຂົາ​ເຈົ້າ​ຈາກ​ຄວາມ​ບໍ່​ຍຸຕິທຳ. ຕົວຢ່າງ: ກົດ​ໝາຍ​ມີ​ຂໍ້​ກຳນົດ​ບາງ​ຢ່າງ​ທີ່​ຊ່ວຍ​ໃຫ້​ຄົນ​ໜຶ່ງ​ບໍ່​ຖືກ​ກ່າວ​ຫາ​ຢ່າງ​ຜິດໆໄດ້​ງ່າຍໆ. ຄົນ​ທີ່​ຖືກ​ກ່າວ​ຫາ​ມີ​ສິດ​ທີ່​ຈະ​ຮູ້​ວ່າ​ໃຜ​ກ່າວ​ຫາ​ລາວ. (ບັນຍັດ. 19:16-19; 25:1) ກ່ອນ​ທີ່​ລາວ​ຈະ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ ຕ້ອງ​ມີ​ພະຍານ​ຢູ່​ໃນ​ເຫດການ​ຢ່າງ​ໜ້ອຍ 2 ຄົນ. (ບັນຍັດ. 17:6; 19:15) ຖ້າ​ຫາກ​ຊາວ​ອິດ​ສະ​ແອນ​ຄົນ​ໜຶ່ງ​ເຮັດ​ຜິດ ແລ້ວ​ມີ​ຄົນ​ດຽວ​ເຫັນ​ເດ? ລາວ​ບໍ່​ຄວນ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ລົງໂທດ​ລາວ ເພາະ​ພະອົງ​ເຫັນ​ສິ່ງ​ທີ່​ລາວ​ເຮັດ. ໃນ​ຄອບຄົວ ພໍ່​ໄດ້​ຮັບ​ອຳນາດ ແຕ່​ກໍ​ມີ​ຂີດ​ຈຳກັດ. ຖ້າ​ເກີດ​ຄວາມ​ຂັດ​ແຍ່ງ​ບາງ​ຢ່າງ​ໃນ​ຄອບຄົວ ຜູ້​ເຖົ້າ​ແກ່​ຂອງ​ເມືອງ​ມີ​ສິດ​ທີ່​ຈັດການ​ກັບ​ບັນຫາ​ນັ້ນ​ແລະ​ຕັດສິນ​ຂັ້ນ​ສຸດ​ທ້າຍ.—ບັນຍັດ. 21:18-21

21 ບົດຮຽນ: ພະ​ເຢໂຫວາ​ເປັນ​ຕົວຢ່າງ​ທີ່​ສົມບູນ​ແບບ ພະອົງ​ເຮັດ​ສິ່ງ​ທີ່​ຍຸຕິທຳ​ສະເໝີ. (ເພງ. 9:7) ພະອົງ​ຈະ​ໃຫ້​ລາງວັນ​ຄົນ​ທີ່​ເຊື່ອ​ຟັງ​ມາດຕະຖານ​ຂອງ​ພະອົງ ແຕ່​ຈະ​ລົງໂທດ​ຄົນ​ທີ່​ໃຊ້​ອຳນາດ​ຢ່າງ​ຜິດໆ. (2 ຊາມ. 22:21-23; ເອເຊກ. 9:9, 10) ບາງ​ຄົນ​ອາດ​ເຮັດ​ຊົ່ວ​ແລະ​ເບິ່ງ​ຄື​ວ່າ​ຈະ​ຫຼົບ​ຫຼີກ​ການ​ລົງໂທດ​ໄດ້ ແຕ່​ເມື່ອ​ເຖິງ​ເວລາ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ເໝາະ​ສົມ ພະອົງ​ກໍ​ຈະ​ຕັດສິນ​ລົງໂທດ​ເຂົາ​ເຈົ້າ. (ສຸພາ. 28:13) ແລະ​ຖ້າ​ເຂົາ​ເຈົ້າ​ບໍ່​ກັບ​ໃຈ ບໍ່​ດົນ​ເຂົາ​ເຈົ້າ​ກໍ​ຈະ​ຮູ້​ວ່າ: “ຄັນ​ຕົກ​ໃນ​ມື​ຂອງ​ພະເຈົ້າ​ຜູ້​ເປັນ​ຊີວິດ​ຢູ່​ກໍ​ເປັນ​ການ​ໜ້າ​ພິລຶກ​ເພີງ​ກົວ.”—ເຫບ. 10:30, 31

ກົດ​ໝາຍ​ຂອງ​ໂມເຊ​ປົກ​ປ້ອງ​ໃຜ​ເປັນ​ພິເສດ?

ເມື່ອ​ຕ້ອງ​ຕັດສິນ​ຄວາມ ຜູ້​ເຖົ້າ​ແກ່​ຕ້ອງ​ສະທ້ອນ​ໃຫ້​ເຫັນ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ (ເບິ່ງ​ຂໍ້ 22) *

22-24. (ກ) ກົດ​ໝາຍ​ຂອງ​ໂມເຊ​ປົກ​ປ້ອງ​ໃຜ​ເປັນ​ພິເສດ ແລະ​ເຮົາ​ໄດ້​ຮຽນ​ເລື່ອງ​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ? (ຂ) ໃນ​ອົບພະຍົບ 22:22-24 ເຮົາ​ພົບ​ຄຳ​ເຕືອນ​ຫຍັງ?

22 ກົດ​ໝາຍ​ຂອງ​ໂມເຊ​ໄດ້​ປົກ​ປ້ອງ​ບາງ​ຄົນ​ເປັນ​ພິເສດ​ເຊັ່ນ: ລູກ​ກຳພ້າ ແມ່​ໝ້າຍ ແລະ​ຄົນ​ຕ່າງ​ຊາດ ເຊິ່ງ​ຄົນ​ເຫຼົ່າ​ນີ້​ບໍ່​ສາມາດ​ປົກ​ປ້ອງ​ຕົວ​ເອງ​ໄດ້. ຜູ້ຕັດສິນ​ອິດສະລາແອນ​ໄດ້​ຮັບ​ແຈ້ງ​ວ່າ: “ເຈົ້າ​ຕ້ອງ​ໃຫ້​ຄວາມ​ຍຸຕິທຳ​ເມື່ອ​ຕັດສິນ​ຄະດີ​ຄວາມ​ຂອງ​ຄົນ​ຕ່າງ​ຊາດ​ຫຼື​ລູກ​ກຳພ້າ​ພໍ່ ແລະ​ຢ່າ​ຍຶດ​ເສື້ອ​ຄຸມ​ຂອງ​ແມ່​ໝ້າຍ​ມາ​ເປັນ​ຂອງ​ປະກັນ​ການ​ກູ້​ຢືມ.” (ບັນຍັດ. 24:17, ລ.ມ.) ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ຄົນ​ທີ່​ອ່ອນແອ​ທີ່​ສຸດ​ໃນ​ຊຸມຊົນ ແລະ​ພະອົງ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ບໍ່​ດີ​ຕໍ່​ເຂົາ​ເຈົ້າ.—ອ່ານ​ອົບພະຍົບ 22:22-24

23 ນອກ​ຈາກ​ນັ້ນ ກົດ​ໝາຍ​ຍັງ​ປົກ​ປ້ອງ​ສະມາຊິກ​ໃນ​ຄອບຄົວ​ຈາກ​ການ​ມີ​ເພດ​ສຳພັນ​ລະຫວ່າງ​ຄົນ​ໃນ​ຄອບຄົວ​ແລະ​ຍາດ​ພີ່​ນ້ອງ​ໃກ້​ຊິດ​ທຸກ​ຮູບ​ແບບ. (ເລວີ. 18:6-30) ຊາດ​ອື່ນ​ທີ່​ຢູ່​ອ້ອມ​ຮອບ​ຊາວ​ອິດສະລາແອນ​ໄດ້​ຍອມ​ຮັບ​ການ​ເຮັດ​ສິ່ງ​ເຫຼົ່າ​ນີ້. ແຕ່​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຕ້ອງ​ເບິ່ງ​ການ​ກະທຳ​ເຫຼົ່າ​ນັ້ນ​ຄື​ກັບ​ພະ​ເຢໂຫວາ​ເບິ່ງ​ວ່າ​ເປັນ​ສິ່ງ​ທີ່​ໜ້າ​ລັງກຽດ.

24 ບົດຮຽນ: ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ມີ​ອຳນາດ​ທີ່​ພະອົງ​ແຕ່ງ​ຕັ້ງ​ເອົາໃຈໃສ່​ເບິ່ງ​ແຍງ​ຄົນ​ທີ່​ເຂົາ​ເຈົ້າ​ເບິ່ງ​ແຍງ. ພະອົງ​ກຽດ​ຊັງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ຢາກ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ທຸກ​ຄົນ ໂດຍ​ສະເພາະ​ຄົນ​ທີ່​ອ່ອນແອ​ທີ່​ສຸດ​ໄດ້​ຮັບ​ການ​ປົກ​ປ້ອງ​ແລະ​ຄວາມ​ຍຸຕິທຳ.

ກົດ​ໝາຍ​ເປັນ “ເງົາ​ແຫ່ງ​ສິ່ງ​ຂອງ​ດີ​ທີ່​ຈະ​ມາ​ພາຍ​ໜ້າ”

25-26. (ກ) ເປັນ​ຫຍັງ​ຈຶ່ງ​ເວົ້າ​ໄດ້​ວ່າ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ເປັນ​ຄື​ກັບ​ຊີວິດ​ແລະ​ລົມ​ຫາຍ​ໃຈ? (ຂ) ເຮົາ​ຈະ​ພິຈາລະນາ​ເລື່ອງ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ​ຂອງ​ບົດ​ຄວາມ​ຊຸດ​ນີ້?

25 ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ເປັນ​ຄື​ກັບ​ຊີວິດ​ແລະ​ລົມ​ຫາຍ​ໃຈ ໃນ​ໂລກ​ນີ້​ຈະ​ມີ​ຢ່າງ​ໜຶ່ງ​ແລະ​ຂາດ​ອີກ​ຢ່າງ​ໜຶ່ງ​ບໍ່​ໄດ້. ຖ້າ​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ປະຕິບັດ​ຕໍ່​ເຮົາ​ຢ່າງ​ຍຸຕິທຳ ເຮົາ​ກໍ​ຈະ​ຮັກ​ພະອົງ​ຫຼາຍ​ຂຶ້ນ. ເມື່ອ​ເຮົາ​ຮັກ​ພະອົງ​ແລະ​ມາດຕະຖານ​ທີ່​ຍຸຕິທຳ​ຂອງ​ພະອົງ ເຮົາ​ກໍ​ຖືກ​ກະຕຸ້ນ​ໃຫ້​ຮັກ​ຄົນ​ອື່ນ​ແລະ​ປະ​ຕິດ​ບັດ​ຕໍ່​ເຂົາ​ເຈົ້າ​ຢ່າງ​ຍຸຕິທຳ.

26 ກົດ​ໝາຍ​ຂອງ​ໂມເຊ​ເປັນ​ສິ່ງ​ທີ່​ຊ່ວຍ​ໃຫ້​ຊາວ​ອິດສະລາແອນ​ສາມາດ​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະເຈົ້າ. ແຕ່​ກົດ​ໝາຍ​ນີ້​ກໍ​ຖືກ​ຍົກ​ເລີກ​ຫຼັງ​ຈາກ​ທີ່​ພະ​ເຍຊູ​ມາ​ເຮັດ​ໃຫ້​ກົດ​ໝາຍ​ນັ້ນ​ສຳເລັດ ແລະ​ຖືກ​ແທນ​ທີ່​ດ້ວຍ​ສິ່ງ​ທີ່​ດີ​ກວ່າ. (ໂລມ 10:4) ໂປໂລ​ອະທິບາຍ​ວ່າ​ກົດ​ໝາຍ​ເປັນ “ເງົາ​ແຫ່ງ​ສິ່ງ​ຂອງ​ດີ​ທີ່​ຈະ​ມາ​ພາຍ​ໜ້າ.” (ເຫບ. 10:1) ບົດ​ຄວາມ​ຕໍ່​ໄປ​ຂອງ​ບົດ​ຄວາມ​ຊຸດ​ນີ້​ຈະ​ເວົ້າ​ເຖິງ​ບາງ​ສິ່ງ​ທີ່​ດີ​ກວ່າ​ເຫຼົ່າ​ນັ້ນ ແລະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ສຳຄັນ​ແນວ​ໃດ​ໃນ​ປະຊາຄົມ.

ເພງ 109 ຮັກ​ທີ່​ແຮງ​ກ້າ​ສຸດ​ຫົວໃຈ

^ ຂໍ້ 5 ນີ້​ເປັນ​ບົດ​ຄວາມ​ທຳອິດ​ໃນ​ບົດ​ຄວາມ​ຊຸດ 4 ເລື່ອງ​ທີ່​ຈະ​ອະທິບາຍ​ວ່າ ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ເຮົາ. ບົດ​ຄວາມ​ທີ່​ເຫຼືອ​ອີກ 3 ເລື່ອງ​ຈະ​ອອກ​ໃນ​ຫໍສັງເກດການ ສະບັບ​ພຶດສະພາ 2019. ບົດ​ຄວາມ​ເຫຼົ່າ​ນັ້ນ​ມີ​ຊື່​ວ່າ: “ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ໃນ​ປະຊາຄົມ​ຄລິດສະຕຽນ” “ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ປົກ​ປ້ອງ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວ” ແລະ “ຈະ​ໃຫ້​ກຳລັງ​ໃຈ​ຄົນ​ທີ່​ເຄີຍ​ຖືກ​ທຳ​ຮ້າຍ​ທາງ​ເພດ​ໄດ້​ແນວ​ໃດ?

^ ຂໍ້ 2 ການ​ອະທິບາຍ​ສຳນວນ: ກົດ​ໝາຍ 600 ຂໍ້​ລວມ​ທັງ​ກົດ​ໝາຍ​ຂໍ້​ອື່ນໆທີ່​ພະ​ເຢໂຫວາ​ໃຫ້​ຜ່ານ​ທາງ​ໂມເຊ​ເອີ້ນ​ວ່າ: “ກົດ​ໝາຍ​ຂອງ​ໂມເຊ” “ກົດ​ໝາຍ” ແລະ “ພະ​ບັນຍັດ.” ນອກ​ຈາກ​ນັ້ນ ພະທຳ 5 ເຫຼັ້ມ​ທຳອິດ​ຂອງ​ຄຳພີ​ໄບເບິນ (ຕັ້ງ​ແຕ່​ຕົ້ນເດີມ​ຫາ​ພະບັນຍັດ) ກໍ​ມັກ​ຖືກ​ເອີ້ນ​ວ່າ​ກົດ​ໝາຍ​ຂອງ​ໂມເຊ​ຄື​ກັນ. ບາງ​ເທື່ອ​ມີ​ການ​ໃຊ້​ຄຳ​ນີ້​ເມື່ອ​ເວົ້າ​ເຖິງ​ພະ​ຄຳພີ​ພາກ​ພາສາ​ເຫບເລີ​ທັງ​ໝົດ.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ໃນ​ຂະນະ​ທີ່​ກຽມ​ອາຫານ ແມ່​ຄົນ​ໜຶ່ງ​ທີ່​ເປັນ​ຊາວ​ອິດສະລາແອນ​ມີ​ຄວາມ​ສຸກ​ທີ່​ໄດ້​ລົມ​ກັບ​ລູກ​ສາວ. ໃນ​ພາບ​ດ້ານ​ຫຼັງ ພໍ່​ກຳລັງ​ສອນ​ລູກ​ຊາຍ​ໃຫ້​ຮູ້​ວິທີ​ເບິ່ງ​ແຍງ​ແກະ.

^ ຂໍ້ 64 ຄຳ​ອະທິບາຍ​ຮູບ​ພາບ: ຜູ້​ເຖົ້າ​ແກ່​ທີ່​ຢູ່​ໜ້າ​ປະຕູ​ເມືອງ​ກຳລັງ​ຊ່ວຍ​ແມ່​ໝ້າຍ​ແລະ​ລູກ​ຂອງ​ລາວ​ຈາກ​ພໍ່​ຄ້າ​ທ້ອງຖິ່ນ​ທີ່​ປະຕິບັດ​ແບບ​ບໍ່​ດີ​ຕໍ່​ລາວ.