ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເຈົ້າ​ຮູ້​ບໍ?

ເຈົ້າ​ຮູ້​ບໍ?

ໂຮງ​ທຳ​ໃນ​ສະຕະວັດ​ທຳອິດ ຮູບ​ນີ້​ສະແດງ​ໃຫ້​ເຫັນ​ໂຄງ​ສ້າງ​ຂອງ​ໂຮງ​ທຳ​ຊາວ​ຢິວ​ຢູ່​ເມືອງ​ກຳ​ລາ ເຊິ່ງ​ຢູ່​ຫ່າງ​ຈາກ​ທະເລ​ຄາລິເລ​ໄປ​ທາງ​ຕາເວັນ​ອອກ​ສຽງ​ເໜືອ​ປະມານ 10 ກິໂລແມັດ. ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ພາບ​ວ່າ​ໂຮງ​ທຳ​ຂອງ​ຊາວ​ຢິວ​ມີ​ລັກສະນະ​ເປັນ​ແນວ​ໃດ.

ໂຮງ​ທຳ​ຂອງ​ຊາວ​ຢິວ​ມີ​ຄວາມ​ເປັນ​ມາ​ແນວ​ໃດ?

ຄຳ​ວ່າ “ໂຮງ​ທຳ” ມາ​ຈາກ​ຄຳ​ພາສາ​ເກັຣກ​ທີ່​ມີ​ຄວາມ​ໝາຍ​ວ່າ “ການ​ປະຊຸມ” ຫຼື “ການ​ມາ​ເຕົ້າ​ໂຮມ​ກັນ.” ຊື່​ນີ້​ເໝາະ​ສົມ​ຫຼາຍ​ເພາະ​ໂຮງ​ທຳ​ເປັນ​ສະຖານ​ທີ່​ປະຊຸມ​ເພື່ອ​ຈະ​ໄດ້​ຮັບ​ການ​ສອນ​ແລະ​ເພື່ອ​ນະມັດສະການ​ພະເຈົ້າ​ໃນ​ຊຸມຊົນ​ຊາວ​ຢິວ​ທີ່​ມີ​ມາ​ຕັ້ງ​ແຕ່​ສະໄໝ​ບູຮານ. ພະ​ຄຳພີ​ພາກ​ພາສາ​ເຫບເລີ​ບໍ່​ໄດ້​ເວົ້າ​ກ່ຽວ​ກັບ​ໂຮງ​ທຳ​ຢ່າງ​ຈະ​ແຈ້ງ ແຕ່​ພະ​ຄຳພີ​ພາກ​ພາສາ​ເກັຣກ​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ໂຮງ​ທຳ​ຂອງ​ຊາວ​ຢິວ​ມີ​ຢູ່​ທົ່ວໄປ​ຢູ່​ແລ້ວ​ໃນ​ສະຕະວັດ​ທຳອິດ.

ນັກ​ວິຊາການ​ສ່ວນ​ຫຼາຍ​ເຊື່ອ​ວ່າ​ໂຮງ​ທຳ​ຂອງ​ຊາວ​ຢິວ​ເລີ່ມ​ມີ​ຕອນ​ທີ່​ຊາວ​ຢິວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ. ປຶ້ມ​ສາລານຸກົມ​ຈູໄດກາ ໃຫ້​ເຫດຜົນ​ວ່າ: “ເນື່ອງ​ຈາກ​ຊາວ​ຢິວ​ເຫຼົ່າ​ນັ້ນ​ຖືກ​ເນລະເທດ​ໄປ​ຢູ່​ໄກ​ຈາກ​ວິຫານ​ຂອງ​ພະເຈົ້າ ແລະ​ໄປ​ຢູ່​ໃນ​ດິນແດນ​ຂອງ​ຄົນ​ຕ່າງ​ຊາດ ເຂົາ​ເຈົ້າ​ຈຶ່ງ​ຕ້ອງການ​ກຳລັງ​ໃຈ​ເພື່ອ​ບັນເທົາ​ຄວາມ​ທຸກ​ລຳບາກ ເຂົາ​ເຈົ້າ​ຈະ​ມາ​ພົບ​ກັນ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ເຊິ່ງ​ອາດ​ຈະ​ເປັນ​ວັນ​ຊະບາໂຕ ແລະ​ອ່ານ​ພະ​ຄຳພີ.” ຫຼັງ​ຈາກ​ຖືກ​ປົດ​ປ່ອຍ​ຈາກ​ການ​ເປັນ​ຊະເລີຍ ເບິ່ງ​ຄື​ວ່າ​ຊາວ​ຢິວ​ກໍ​ຍັງ​ມາ​ປະຊຸມ​ຮ່ວມ​ກັນ​ເພື່ອ​ອະທິດຖານ ອ່ານ​ພະ​ຄຳພີ ແລະ​ເຂົາ​ເຈົ້າ​ໄດ້​ສ້າງ​ໂຮງ​ທຳ​ຢູ່​ທົ່ວ​ທຸກ​ບ່ອນ​ທີ່​ເຂົາ​ເຈົ້າ​ໄປ​ຢູ່.

ເມື່ອ​ຮອດ​ສະໄໝ​ສະຕະວັດ​ທຳອິດ ໂຮງ​ທຳ​ຂອງ​ຊາວ​ຢິວ​ກໍ​ກາຍ​ເປັນ​ສູນ​ກາງ​ຂອງ​ສາສະໜາ​ຢິວ ແລະ​ເປັນ​ບ່ອນ​ລວມ​ຕົວ​ຂອງ​ຊາວ​ຢິວ​ທີ່​ກະ​ແຈກ​ກະຈາຍ​ແຖວ​ເມດີ​ແຕ​ລາ​ເນ ທົ່ວ​ຕາເວັນ​ອອກ​ກາງ ແລະ​ໃນ​ອິດສະລາແອນ. ສາດສະດາຈານ ລີ ເລີເວັນ​ຈາກ​ມະຫາ​ວິທະຍາໄລ​ເຫບເລີ​ໃນ​ເຢຣຶຊາເລມ​ບອກ​ວ່າ: “ໂຮງ​ທຳ​ຂອງ​ຊາວ​ຢິວ​ເປັນ​ບ່ອນ​ສຶກສາ​ຄົ້ນ​ຄວ້າ ກິນ​ອາຫານ​ມື້​ສັກສິດ ຕັດສິນ​ເລື່ອງ​ຄະດີ​ຄວາມ ຈັດການ​ເລື່ອງ​ເງິນ​ກອງ​ທຶນ​ບ້ານ ລວມ​ເຖິງ​ຈັດການ​ປະຊຸມ​ທາງ​ການ​ເມືອງ​ແລະ​ສັງຄົມ.” ລາວ​ບອກ​ອີກ​ວ່າ: “ທີ່​ສຳຄັນ​ທີ່​ສຸດ​ຄື​ເປັນ​ບ່ອນ​ເຮັດ​ກິດຈະກຳ​ທາງ​ສາສະໜາ.” ນີ້​ຈຶ່ງ​ເຮັດ​ໃຫ້​ເຮົາ​ບໍ່​ແປກ​ໃຈ​ວ່າ​ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ມັກ​ໄປ​ໂຮງ​ທຳ​ຂອງ​ຊາວ​ຢິວ​ເລື້ອຍໆ. (ມໂກ. 1:21; 6:2; ລືກາ 4:16) ເພິ່ນ​ໄປ​ທີ່​ນັ້ນ​ເພື່ອ​ສອນ ໃຫ້​ຄຳ​ແນະນຳ ແລະ​ໃຫ້​ກຳລັງ​ໃຈ​ຜູ້​ຄົນ. ຫຼັງ​ຈາກ​ທີ່​ປະຊາຄົມ​ຄລິດສະຕຽນ​ກໍ່​ຕັ້ງ​ຂຶ້ນ​ແລ້ວ ໂປໂລ​ກໍ​ມັກ​ໄປ​ປະກາດ​ຢູ່​ໂຮງ​ທຳ​ຄື​ກັນ. ເນື່ອງ​ຈາກ​ຄົນ​ທີ່​ຢາກ​ໃກ້​ຊິດ​ພະເຈົ້າ​ມັກ​ໄປ​ບ່ອນ​ນັ້ນ ດັ່ງ​ນັ້ນ ເມື່ອ​ໂປໂລ​ເຂົ້າ​ໄປ​ເມືອງ​ໃດ ລາວ​ກໍ​ຈະ​ໄປ​ທີ່​ໂຮງ​ທຳ​ກ່ອນ​ເພື່ອ​ປະກາດ​ຢູ່​ຫັ້ນ.—ກິດ. 17:1, 2; 18:4