ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 12

ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

“ທ່ານ​ທັງ​ປວງ​ຈົ່ງ​ມີ . . . ໃຈ​ເລົ້າໂລມ​ກັນ​ແລະ​ກັນ [“ເຫັນ​ອົກ​ເຫັນ​ໃຈ​ກັນ,” ລ.ມ.]”—1 ເປ. 3:8

ເພງ 90 ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ

ໃຈ​ຄວາມ​ສຳຄັນ *

1. ຕາມ​ທີ່​ບອກ​ໃນ 1 ເປໂຕ 3:8 ເປັນ​ຫຍັງ​ເຮົາ​ມັກ​ຢູ່​ກັບ​ຄົນ​ທີ່​ສົນ​ໃຈ​ເຮົາ​ແລະ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ເຮົາ?

ເຮົາ​ມັກ​ຢູ່​ກັບ​ຄົນ​ທີ່​ສົນ​ໃຈ​ເຮົາ​ແລະ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ເຮົາ. ຄົນ​ແບບ​ນີ້​ພະຍາຍາມ​ທີ່​ຈະ​ເຂົ້າ​ໃຈ​ວ່າ​ເຮົາ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ. ເຂົາ​ເຈົ້າ​ພະຍາຍາມ​ສັງເກດ​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ​ແລະ​ສະເໜີ​ຊ່ວຍ​ເຫຼືອ​ເຮົາ ບາງ​ຄັ້ງ​ແມ່ນ​ແຕ່​ກ່ອນ​ທີ່​ເຮົາ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ດ້ວຍ​ຊ້ຳ. ເຮົາ​ຮູ້​ຄຸນຄ່າ​ຄົນ​ທີ່ “ເຫັນ​ອົກ​ເຫັນ​ໃຈ, ລ.ມ.” * ເຮົາ​ຫຼາຍ​ແທ້ໆ.—ອ່ານ 1 ເປໂຕ 3:8

2. ເປັນ​ຫຍັງ​ຈຶ່ງ​ບໍ່​ງ່າຍ​ສະເໝີ​ໄປ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ?

2 ເນື່ອງ​ຈາກ​ເຮົາ​ເປັນ​ຄລິດສະຕຽນ ເຮົາ​ຈຶ່ງ​ຢາກ​ສະແດງ​ຄວາມ​ເຫັນ​ອົກ​ເຫັນໃຈ​ຄົນ​ອື່ນ. ແຕ່​ຕົວ​ຈິງ​ແລ້ວ ມັນ​ບໍ່​ງ່າຍ​ສະເໝີ​ໄປ. ຍ້ອນ​ຫຍັງ? ເຫດຜົນ​ໜຶ່ງ​ຄື ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ. (ໂລມ 3:23) ດັ່ງ​ນັ້ນ ເຮົາ​ຕ້ອງ​ຕໍ່​ສູ້​ກັບ​ແນວ​ໂນ້ມ​ທີ່​ຈະ​ຄິດ​ເຖິງ​ຕົວ​ເອງ​ກ່ອນ. ອີກ​ເຫດຜົນ​ໜຶ່ງ​ແມ່ນ​ຍ້ອນ​ພູມ​ຫຼັງ​ຫຼື​ສະພາບການ​ທີ່​ເຮົາ​ເຕີບ​ໃຫຍ່​ມາ. ເຫດຜົນ​ສຸດ​ທ້າຍ​ແມ່ນ​ເຮົາ​ອາດ​ໄດ້​ຮັບ​ອິດທິພົນ​ຂອງ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ. ໃນ​ສະໄໝ​ສຸດ​ທ້າຍ​ນີ້ ຫຼາຍ​ຄົນ​ບໍ່​ໄດ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. ເຂົາ​ເຈົ້າ “ຮັກ​ແຕ່​ຕົວ​ເອງ.” (2 ຕີໂມ. 3:1, 2) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ບັນຫາ​ທີ່​ເຮັດ​ໃຫ້​ເປັນ​ເລື່ອງ​ຍາກ​ທີ່​ຈະ​ສະແດງ​ວ່າ​ເຮົາ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ?

3. (ກ) ເຮົາ​ແຕ່​ລະຄົນ​ຈະ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄົນ​ອື່ນ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ຖ້າ​ເຮົາ​ຮຽນ​ແບບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຄລິດ​ລູກ​ຊາຍ​ຂອງ​ພະອົງ ເຮົາ​ກໍ​ຈະ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ​ໄດ້​ຫຼາຍ​ຂຶ້ນ. ພະ​ເຢໂຫວາ​ເປັນ​ພະເຈົ້າ​ແຫ່ງ​ຄວາມ​ຮັກ​ແລະ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ການ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ. (1 ໂຢ. 4:8) ພະ​ເຍຊູ​ຮຽນ​ແບບ​ບຸກຄະລິກ​ແລະ​ນິດໄສ​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ໄດ້​ຢ່າງ​ສົມບູນ​ແບບ. (ໂຢ. 14:9) ຕອນ​ທີ່​ຢູ່​ເທິງ​ໂລກ ເພິ່ນ​ສະແດງ​ໃຫ້​ເຫັນ​ວ່າ​ມະນຸດ​ຈະ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ​ໄດ້​ແນວ​ໃດ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ແນວ​ໃດ ແລະ​ເຮົາ​ຈະ​ຮຽນ​ແບບ​ຕົວຢ່າງ​ຂອງ​ພະອົງ​ທັງ​ສອງ​ໄດ້​ແນວ​ໃດ.

ຕົວຢ່າງ​ຂອງ​ພະ​ເຢໂຫວາ​ໃນ​ການ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

4. ເອຊາອີ 63:7-9 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຮັບໃຊ້?

4 ຄຳພີ​ໄບເບິນ​ສອນ​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຮັບໃຊ້​ຂອງ​ພະອົງ. ຕົວຢ່າງ: ຂໍ​ໃຫ້​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ຊາວ​ອິດສະລາແອນ​ບູຮານ​ປະສົບ​ຄວາມ​ທຸກ​ລຳບາກ. ຄຳພີ​ໄບເບິນ​ບອກ​ວ່າ: “ໃນ​ຄວາມ​ຂັດສົນ​ທັງ​ປວງ​ຂອງ​ເຂົາ​ພະອົງ​ໄດ້​ຂັດສົນ [ທຸກ​ໃຈ].” (ອ່ານ​ເອຊາອີ 63:7-9) ຕໍ່​ມາ​ພະອົງ​ບອກ​ໂດຍ​ທາງ​ຊາກາລີ​ວ່າ ເມື່ອ​ປະຊາຊົນ​ຂອງ​ພະອົງ​ຖືກ​ປະຕິບັດ​ບໍ່​ດີ ພະອົງ​ກໍ​ຮູ້ສຶກ​ວ່າ​ພະອົງ​ຖືກ​ປະຕິບັດ​ບໍ່​ດີ​ຄື​ກັນ. ພະ​ເຢໂຫວາ​ບອກ​ຜູ້​ຮັບໃຊ້​ຂອງ​ພະອົງ​ວ່າ “ຜູ້​ທີ່​ຖືກ​ພວກ​ທ່ານ​ກໍ​ຖືກ​ແກ້ວ​ຕາ​ຂອງ​ພະອົງ.” (ຊກາ. 2:8) ການ​ປຽບ​ທຽບ​ນີ້​ເຮັດ​ໃຫ້​ເຫັນ​ພາບ​ແຈ້ງ​ແທ້ໆວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ປະຊາຊົນ​ພະອົງ!

ພະ​ເຢໂຫວາ​ຮູ້ສຶກ​ອີ່​ຕົນ​ຊາວ​ອິດສະລາແອນ​ຈຶ່ງ​ປົດ​ປ່ອຍ​ເຂົາ​ເຈົ້າ​ຈາກ​ການ​ເປັນ​ທາດ​ຢູ່​ເອຢິບ (ເບິ່ງ​ຂໍ້ 5)

5. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ພະ​ເຢໂຫວາ​ເຄີຍ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ແນວ​ໃດ​ຕອນ​ທີ່​ເຂົາ​ເຈົ້າ​ທຸກ​ລຳບາກ.

5 ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ຮູ້ສຶກ​ອີ່​ຕົນ​ຜູ້​ຮັບໃຊ້​ທີ່​ປະສົບ​ຄວາມ​ທຸກ​ລຳບາກ ແຕ່​ພະອົງ​ໄດ້​ລົງ​ມື​ເຮັດ​ເພື່ອ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ. ຕົວຢ່າງ: ຕອນ​ທີ່​ຊາວ​ອິດສະລາແອນ​ເປັນ​ທາດ​ຢູ່​ເອຢິບ ພະ​ເຢໂຫວາ​ເຂົ້າ​ໃຈ​ຄວາມ​ເຈັບ​ປວດ​ຂອງ​ເຂົາ​ເຈົ້າ​ແລະ​ພະອົງ​ຮູ້ສຶກ​ຖືກ​ກະຕຸ້ນ​ຢາກ​ລົງ​ມື​ຊ່ວຍ​ເຂົາ​ເຈົ້າ. ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ເຮົາ​ໄດ້​ເຫັນ​ຄວາມ​ທຸກ​ລຳບາກ​ແຫ່ງ​ພວກ​ຂອງ​ເຮົາ . . . ເຮົາ​ໄດ້​ຍິນ​ສຽງ​ຮ້ອງໄຫ້​ຂອງ​ເຂົາ . . . ເຫດ​ວ່າ​ເຮົາ​ຮູ້ຈັກ​ຄວາມ​ທຸກ​ໂສກ​ຂອງ​ເຂົາ. ແລະ​ເຮົາ​ໄດ້​ສະເດັດ​ລົງ​ມາ​ເພື່ອ​ຈະ​ໄດ້​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ພວກ​ເອຄີບໂຕ.” (ອົບ. 3:7, 8) ຍ້ອນ​ພະ​ເຢໂຫວາ​ຮູ້ສຶກ​ອີ່​ຕົນ​ປະຊາຊົນ​ຂອງ​ພະອົງ ພະອົງ​ຈຶ່ງ​ປົດ​ປ່ອຍ​ເຂົາ​ເຈົ້າ​ຈາກ​ການ​ເປັນ​ທາດ. ຫຼາຍ​ຮ້ອຍ​ປີ​ຕໍ່​ມາ ຕອນ​ທີ່​ຢູ່​ໃນ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ ຊາວ​ອິດສະລາແອນ​ໄດ້​ຖືກ​ພວກ​ສັດຕູ​ໂຈມຕີ. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ? “ພະ​ເຢໂຫວາ​ມີ​ຄວາມ​ອີ່ດູ​ຍ້ອນ​ຄຳ​ອືດ​ຄຳ​ຄາງ​ເພາະ​ເຫດ​ຄົນ​ທັງ​ຫຼາຍ​ທີ່​ໄດ້​ບຽດບຽນ​ແລະ​ໄດ້​ຢຽບ​ຍ່ຳ​ເຂົາ.” ອີກ​ເທື່ອ​ໜຶ່ງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ນີ້​ກະຕຸ້ນ​ພະອົງ​ໃຫ້​ລົງ​ມື​ຊ່ວຍ​ປະຊາຊົນ​ຂອງ​ພະອົງ ໂດຍ​ສົ່ງ​ພວກ​ຜູ້ຕັດສິນ​ໄປ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ພົ້ນ​ຈາກ​ສັດຕູ.—ຕັດສິນ. 2:16, 18

6. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ພະ​ເຢໂຫວາ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ບາງ​ຄົນ​ທີ່​ມີ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ​ແນວ​ໃດ.

6 ພະ​ເຢໂຫວາ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ປະຊາຊົນ​ຂອງ​ພະອົງ ເຖິງ​ວ່າ​ບາງ​ເທື່ອ​ເຂົາ​ເຈົ້າ​ຈະ​ມີ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ. ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ຜູ້​ພະຍາກອນ​ໂຢນາ. ພະ​ເຢໂຫວາ​ສົ່ງ​ລາວ​ໄປ​ປະກາດ​ຄຳ​ພິພາກສາ​ຢູ່​ເມືອງ​ນີນີເວ. ເມື່ອ​ຊາວ​ນີນີເວ​ກັບ​ໃຈ ພະເຈົ້າ​ເລືອກ​ທີ່​ຈະ​ບໍ່​ທຳລາຍ​ເຂົາ​ເຈົ້າ. ແຕ່​ໂຢນາ​ບໍ່​ພໍ​ໃຈ​ກັບ​ການ​ຕັດສິນ​ໃຈ​ຂອງ​ພະ​ເຢໂຫວາ. ລາວ “ໄດ້​ເຄືອງ​ໃຈ” ຍ້ອນ​ຄຳ​ພະຍາກອນ​ຂອງ​ລາວ​ເລື່ອງ​ການ​ທຳລາຍ​ບໍ່​ໄດ້​ເກີດ​ຂຶ້ນ​ແທ້. ແຕ່​ພະ​ເຢໂຫວາ​ອົດ​ທົນ​ກັບ​ໂຢນາ​ແລະ​ຊ່ວຍ​ລາວ​ໃຫ້​ປັບ​ປ່ຽນ​ຄວາມ​ຄິດ. (ໂຢນາ 3:10–4:11) ເມື່ອ​ເວລາ​ຜ່ານ​ໄປ​ໂຢນາ​ໄດ້​ເຂົ້າ​ໃຈ​ສິ່ງ​ທີ່​ພະ​ເຢໂຫວາ​ສອນ​ລາວ ແລະ​ພະອົງ​ຍັງ​ໃຫ້​ລາວ​ບັນທຶກ​ເລື່ອງ​ນີ້​ເພື່ອ​ຜົນ​ປະໂຫຍດ​ຂອງ​ເຮົາ.—ໂລມ 15:4 *

7. ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ປະຊາຊົນ​ຂອງ​ພະອົງ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໃນ​ເລື່ອງ​ຫຍັງ?

7 ວິທີ​ທີ່​ພະ​ເຢໂຫວາ​ປະຕິບັດ​ກັບ​ປະຊາຊົນ​ຂອງ​ພະອົງ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ພະອົງ​ເຫັນ​ອົກ​ເຫັນ​ໃຈ​ຜູ້​ຮັບໃຊ້​ຂອງ​ພະອົງ. ພະອົງ​ຮູ້​ເຖິງ​ຄວາມ​ເຈັບ​ປວດ​ແລະ​ທຸກ​ໃຈ​ຂອງ​ເຮົາ​ແຕ່​ລະ​ຄົນ. ພະ​ເຢໂຫວາ “ອ່ານ​ຫົວໃຈ​ມະນຸດ​ໄດ້.” (2 ຂ່າວ. 6:30, ລ.ມ.) ພະອົງ​ເຂົ້າ​ໃຈ​ຄວາມ​ຄິດ​ທັງ​ໝົດ​ຂອງ​ເຮົາ​ແລະ​ຂີດ​ຈຳກັດ​ຂອງ​ເຮົາ ແລະ​ພະອົງ “ຈະ​ບໍ່​ອະນຸຍາດ​ໃຫ້ [ເຮົາ] ມີ​ທົດລອງ​ເກີນ​ຈະ​ທົນ​ໄດ້.” (1 ໂກ. 10:13) ຄຳ​ຮັບຮອງ​ນີ້​ໃຫ້​ກຳລັງ​ໃຈ​ເຮົາ​ຫຼາຍ​ແທ້ໆ!

ຕົວຢ່າງ​ຂອງ​ພະ​ເຍຊູ​ໃນ​ການ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

8-10. ມີ​ເຫດຜົນ​ໃດ​ແດ່​ທີ່​ຊ່ວຍ​ພະ​ເຍຊູ​ໃຫ້​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ?

8 ຕອນ​ທີ່​ເປັນ​ມະນຸດ ພະ​ເຍຊູ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ​ຫຼາຍ. ຢ່າງ​ໜ້ອຍ​ມີ 3 ເຫດຜົນ​ທີ່​ເຮັດ​ໃຫ້​ພະເຍຊູ​ເປັນ​ຫ່ວງ​ຄົນ​ອື່ນ. ທຳອິດ ດັ່ງ​ທີ່​ເວົ້າ​ມາ​ແລ້ວ ພະເຍຊູ​ສະທ້ອນ​ໃຫ້​ເຫັນ​ເຖິງ​ບຸກຄະລິກ​ແລະ​ນິດໄສ​ໃຈ​ຄໍ​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ໄດ້​ຢ່າງ​ສົມບູນ​ແບບ. ຄື​ກັນ​ກັບ​ພໍ່ ພະ​ເຍຊູ​ຮັກ​ຜູ້​ຄົນ. ເຖິງ​ວ່າ​ພະ​ເຍຊູ​ມີ​ຄວາມ​ສຸກ​ກັບ​ທຸກ​ສິ່ງ​ທີ່​ໄດ້​ຊ່ວຍ​ພະ​ເຢໂຫວາ​ສ້າງ​ຂຶ້ນ ແຕ່​ເພິ່ນ​ກໍ “ຮັກ​ມະນຸດ​ຫຼາຍ.” (ສຸພາ. 8:31, ລ.ມ.) ຄວາມ​ຮັກ​ໄດ້​ກະຕຸ້ນ​ພະ​ເຍຊູ​ໃຫ້​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ.

9 ທີ​ສອງ ພະ​ເຍຊູ​ອ່ານ​ຫົວໃຈ​ມະນຸດ​ໄດ້ ຄື​ກັບ​ພະ​ເຢໂຫວາ. ເພິ່ນ​ຮູ້ຈັກ​ແຮງ​ຈູງ​ໃຈ​ແລະ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. (ມັດ. 9:4; ໂຢ. 13:10, 11) ດັ່ງ​ນັ້ນ ເມື່ອ​ພະ​ເຍຊູ​ເຫັນ​ຄົນ​ໜຶ່ງ​ໂສກ​ເສົ້າ​ຫຼາຍ ເພິ່ນ​ຈຶ່ງ​ເຫັນ​ອົກ​ເຫັນ​ໃຈ​ແລະ​ນີ້​ໄດ້​ກະຕຸ້ນ​ໃຫ້​ເພິ່ນ​ປອບ​ໃຈ​ລາວ.—ເອຊາ. 61:1, 2; ລືກາ 4:17-21

10 ທີ​ສາມ ພະ​ເຍຊູ​ເອງ​ກໍ​ເຄີຍ​ປະສົບ​ບາງ​ບັນຫາ​ທີ່​ຜູ້​ຄົນ​ປະສົບ. ເພິ່ນ​ເຕີບ​ໃຫຍ່​ໃນ​ຄອບຄົວ​ທີ່​ທຸກ​ຍາກ. ເພິ່ນ​ຮຽນ​ຮູ້​ທີ່​ຈະ​ເຮັດ​ວຽກ​ໜັກ​ຍ້ອນ​ໄດ້​ເຮັດ​ວຽກ​ກັບ​ໂຢເຊບ​ພໍ່​ລ້ຽງ​ຂອງ​ເພິ່ນ. (ມັດ. 13:55; ມໂກ. 6:3) ເບິ່ງ​ຄື​ວ່າ​ໂຢເຊບ​ຕາຍ​ກ່ອນ​ທີ່​ພະ​ເຍຊູ​ສິ້ນ​ສຸດ​ວຽກ​ຮັບໃຊ້. ດັ່ງ​ນັ້ນ ເພິ່ນ​ຄົງ​ຮູ້​ວ່າ​ມັນ​ເຈັບ​ປວດ​ໃຈ​ສ່ຳ​ໃດ​ເມື່ອ​ຄົນ​ທີ່​ຮັກ​ຕາຍ​ໄປ ແລະ​ເພິ່ນ​ຍັງ​ຮູ້​ວ່າ​ການ​ຢູ່​ກັບ​ຄອບຄົວ​ຕ່າງ​ຄວາມ​ເຊື່ອ​ນັ້ນ​ເປັນ​ແນວ​ໃດ. (ໂຢ. 7:5) ສະພາບການ​ເຫຼົ່າ​ນີ້​ແລະ​ສິ່ງ​ອື່ນໆທີ່​ພະ​ເຍຊູ​ປະສົບ​ຊ່ວຍ​ໃຫ້​ເພິ່ນ​ເຂົ້າ​ໃຈ​ບັນຫາ​ແລະ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຄົນ.

ພະ​ເຍຊູ​ພາ​ຊາຍ​ຫູ​ໜວກ​ອອກ​ໄປ​ຈາກ​ຝູງ​ຄົນ​ກ່ອນ​ທີ່​ຈະ​ປິ່ນປົວ​ລາວ (ເບິ່ງ​ຂໍ້ 11)

11. ເຮົາ​ເຫັນ​ຄວາມ​ເປັນ​ຫ່ວງ​ຂອງ​ພະ​ເຍຊູ​ຢ່າງ​ຈະ​ແຈ້ງ​ໃນ​ຕອນ​ໃດ? ຂໍ​ໃຫ້​ອະທິບາຍ. (ເບິ່ງ​ຮູບ​ໜ້າ​ປົກ)

11 ຄວາມ​ເປັນ​ຫ່ວງ​ຂອງ​ພະ​ເຍຊູ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ໃນ​ຕອນ​ທີ່​ເພິ່ນ​ເຮັດ​ການ​ອັດສະຈັນ. ເພິ່ນ​ເຮັດ​ການ​ອັດສະຈັນ​ບໍ່​ແມ່ນ​ຍ້ອນ​ວ່າ​ໜ້າ​ທີ່ ແຕ່​ແມ່ນ​ຍ້ອນ​ເພິ່ນ “ມີ​ໃຈ​ຄິດ​ສັງເວດ” ຄົນ​ທີ່​ຕ້ອງ​ທົນ​ທຸກ. (ມັດ. 20:29-34; ມໂກ. 1:40-42) ຕົວຢ່າງ: ຂໍ​ໃຫ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພະ​ເຍຊູ​ຕອນ​ທີ່​ພາ​ຊາຍ​ຫູ​ໜວກ​ອອກ​ໄປ​ຈາກ​ຝູງ​ຄົນ​ແລ້ວ​ປິ່ນປົວ​ລາວ ຫຼື​ຕອນ​ທີ່​ເພິ່ນ​ປຸກ​ລູກ​ຊາຍ​ຄົນ​ດຽວ​ຂອງ​ແມ່​ໝ້າຍ. (ມໂກ. 7:32-35; ລືກາ 7:12-15) ພະ​ເຍຊູ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ເຫຼົ່າ​ນັ້ນ​ແລະ​ຢາກ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ແທ້ໆ.

12. ໃນ​ໂຢຮັນ 11:32-35 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຍຊູ​ເຫັນ​ອົກ​ເຫັນ​ໃຈ​ມາທາ​ແລະ​ມາລີ?

12 ພະ​ເຍຊູ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ມາທາ​ແລະ​ມາລີ. ເມື່ອ​ເພິ່ນ​ເຫັນ​ເຂົາ​ເຈົ້າ​ໂສກ​ເສົ້າ​ເສຍໃຈ​ຍ້ອນ​ລາຊະໂລ​ນ້ອງ​ຊາຍ​ຕາຍ “ພະ​ເຍຊູ​ໄດ້​ຮ້ອງໄຫ້​ນ້ຳ​ຕາ​ໄຫຼ.” (ອ່ານ​ໂຢຮັນ 11:32-35) ເພິ່ນ​ບໍ່​ໄດ້​ໄຫ້​ຍ້ອນ​ໝູ່​ສະໜິດ​ຕາຍ ເພາະ​ເພິ່ນ​ຮູ້​ຢູ່​ແລ້ວ​ວ່າ​ອີກ​ຈັກ​ໜ້ອຍ​ກໍ​ຈະ​ປຸກ​ລາຊະໂລ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ. ແຕ່​ທີ່​ເພິ່ນ​ໄຫ້​ກໍ​ຍ້ອນ​ວ່າ​ເພິ່ນ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ເຈັບ​ປວດ​ຂອງ​ມາທາ​ແລະ​ມາລີ​ທີ່​ສູນ​ເສຍ​ລາຊະໂລ​ໄປ.

13. ການ​ຮູ້​ວ່າ​ພະ​ເຍຊູ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

13 ການ​ຮູ້​ວ່າ​ພະ​ເຍຊູ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ​ໃຫ້​ກຳລັງ​ໃຈ​ເຮົາ​ຫຼາຍ​ແທ້ໆ. ເຮົາ​ຮັກ​ເພິ່ນ​ຍ້ອນ​ວິທີ​ທີ່​ເພິ່ນ​ປະຕິບັດ​ກັບ​ຄົນ​ອື່ນ. (1 ເປ. 1:8) ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ທີ່​ຮູ້​ວ່າ​ຕອນ​ນີ້​ເພິ່ນ​ກຳລັງ​ປົກຄອງ​ເປັນ​ກະສັດ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ ເຊິ່ງ​ອີກ​ບໍ່​ດົນ​ເພິ່ນ​ຈະ​ກຳຈັດ​ຄວາມ​ທຸກ​ລຳບາກ​ທັງ​ໝົດ. ເນື່ອງ​ຈາກ​ພະ​ເຍຊູ​ເຄີຍ​ເປັນ​ມະນຸດ​ມາ​ກ່ອນ ເພິ່ນ​ຈຶ່ງ​ເໝາະ​ສົມ​ທີ່​ສຸດ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ມະນຸດ​ໃຫ້​ຟື້ນ​ຕົວ​ຈາກ​ຄວາມ​ເສຍຫາຍ​ທີ່​ເກີດ​ຈາກ​ການ​ປົກຄອງ​ຂອງ​ຊາຕານ. ເຮົາ​ໄດ້​ຮັບ​ພອນ​ຫຼາຍ​ແທ້ໆທີ່​ມີ​ຜູ້​ປົກຄອງ​ເຊິ່ງ “ສາມາດ​ເຫັນ​ອົກ​ເຫັນ​ໃຈ . . . ຄວາມ​ອ່ອນແອ​ຂອງ​ພວກ​ເຮົາ​ໄດ້.”—ເຫບ. 2:17, 18; 4:15, 16, ທ.ປ.

ຮຽນ​ແບບ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ

14. ເມື່ອ​ຄິດ​ເຖິງ​ເອເຟດ 5:1, 2 ເຮົາ​ຖືກ​ກະຕຸ້ນ​ໃຫ້​ເຮັດ​ຫຍັງ?

14 ເມື່ອ​ເຮົາ​ຄິດ​ເຖິງ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ ເຮົາ​ກໍ​ຮູ້ສຶກ​ຖືກ​ກະຕຸ້ນ​ໃຫ້​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ​ຫຼາຍ​ຂຶ້ນ. (ອ່ານ​ເອເຟດ 5:1, 2) ເຖິງ​ວ່າ​ເຮົາ​ອ່ານ​ຫົວໃຈ​ຄົນ​ອື່ນ​ບໍ່​ໄດ້​ຄື​ກັບ​ພະອົງ​ທັງ​ສອງ ແຕ່​ເຮົາ​ກໍ​ຄວນ​ພະຍາຍາມ​ເຂົ້າ​ໃຈ​ວ່າ​ເຂົາ​ເຈົ້າ​ຮູ້ສຶກ​ແນວ​ໃດ​ແລະ​ຈຳເປັນ​ຕ້ອງ​ໄດ້​ຮັບ​ຫຍັງ. (2 ໂກ. 11:29) ບໍ່​ຄື​ກັບ​ຜູ້​ຄົນ​ໃນ​ໂລກ​ທີ່​ເຫັນ​ແກ່​ຕົວ ເຮົາ​ພະຍາຍາມ​ທີ່​ຈະ ‘ບໍ່​ເຫັນ​ແກ່​ຜົນ​ປະໂຫຍດ​ຂອງ​ຕົນ​ຝ່າຍ​ດຽວ ແຕ່​ຄິດ​ເຖິງ​ຜົນ​ປະໂຫຍດ​ຂອງ​ຄົນ​ອື່ນ​ດ້ວຍ.’—ຟີລິບ 2:4, ທ.ປ.

(ເບິ່ງ​ຂໍ້ 15-19) *

15. ໃຜ​ທີ່​ຕ້ອງ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເປັນ​ພິເສດ?

15 ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ຈຳເປັນ​ຕ້ອງ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເປັນ​ພິເສດ. ເຂົາ​ເຈົ້າ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ພະ​ເຢໂຫວາ​ກ່ຽວ​ກັບ​ວິທີ​ເບິ່ງ​ແຍງ​ແກະ​ຂອງ​ພະອົງ. (ເຫບ. 13:17) ເພື່ອ​ຈະ​​ຊ່ວຍ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ໄດ້ ຜູ້​ເຖົ້າ​ແກ່​ຕ້ອງ​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. ແຕ່​ຜູ້​ເຖົ້າ​ແກ່​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

16. ຜູ້​ເຖົ້າ​ແກ່​ທີ່​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຈະ​ເຮັດ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ?

16 ຜູ້​ເຖົ້າ​ແກ່​ທີ່​ເຫັນ​ອົກ​ເຫັນ​ໃຈ​ຈະ​ໃຊ້​ເວລາ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ຄລິດສະຕຽນ. ລາວ​ຈະ​ຖາມ​ພີ່​ນ້ອງ​ແລ້ວ​ກໍ​ຕັ້ງ​ໃຈ​ຟັງ​ດ້ວຍ​ຄວາມ​ອົດ​ທົນ. ນີ້​ເປັນ​ເລື່ອງ​ສຳຄັນ​ແທ້ໆເມື່ອ​ພີ່​ນ້ອງ​ຄົນ​ໜຶ່ງ​ຢາກ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ ແຕ່​ລາວ​ບໍ່​ຮູ້​ວ່າ​ຈະ​ອະທິບາຍ​ແນວ​ໃດ. (ສຸພາ. 20:5) ເມື່ອ​ຜູ້​ເຖົ້າ​ແກ່​ເຕັມ​ໃຈ​ໃຫ້​ເວລາ​ກັບ​ພີ່​ນ້ອງ ທັງ​ຜູ້​ເຖົ້າ​ແກ່​ແລະ​ພີ່​ນ້ອງ​ກໍ​ຈະ​ໄວ້​ໃຈ​ກັນ ສະໜິດ​ກັນ ແລະ​ຮັກ​ກັນ​ຫຼາຍ​ຂຶ້ນ.—ກິດ. 20:37

17. ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ມັກ​ຫຍັງ​ໃນ​ຕົວ​ຜູ້​ເຖົ້າ​ແກ່? ຂໍ​ໃຫ້​ຍົກ​ຕົວຢ່າງ.

17 ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ບອກ​ວ່າ​ສິ່ງ​ທີ່​ເຂົາ​ເຈົ້າ​ມັກ​ຫຼາຍ​ທີ່​ສຸດ​ໃນ​ຕົວ​ຜູ້​ເຖົ້າ​ແກ່​ຄື ການ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. ເປັນ​ຫຍັງ? ແອດີເລດ​ບອກ​ວ່າ: “ເວົ້າ​ນຳ​ເຂົາ​ເຈົ້າ​ໄດ້​ງ່າຍ ເພາະ​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ເຂົ້າ​ໃຈ​ເຈົ້າ.” ລາວ​ເວົ້າ​ຕື່ມ​ວ່າ: “ເຮົາ​ຮູ້​ວ່າ​ເຂົາ​ເຈົ້າ​ເຫັນ​ອົກ​ເຫັນ​ໃຈ​ເຮົາ​ໂດຍ​ສັງເກດ​ຈາກ​ວິທີ​ທີ່​ເຂົາ​ເຈົ້າ​ເວົ້າ​ນຳ​ເຮົາ.” ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຮູ້ສຶກ​ຂອບໃຈ​ຕໍ່​ວິທີ​ທີ່​ຜູ້​ເຖົ້າ​ແກ່​ປະຕິບັດ​ກັບ​ລາວ. ລາວ​ບອກ​ວ່າ: “ຂ້ອຍ​ເຫັນ​ຜູ້​ເຖົ້າ​ແກ່​ກຳລັງ​ນ້ຳ​ຕາ​ຊຶມ​ອອກ​ມາ​ຕອນ​ທີ່​ລາວ​ຟັງ​ບັນຫາ​ຂອງ​ຂ້ອຍ ພາບ​ນັ້ນ​ຍັງ​ຕິດ​ຕາ​ຝັງ​ໃຈ​ຂ້ອຍ​ຕະຫຼອດ​ມາ.”—ໂລມ 12:15

18. ເຮົາ​ຈະ​ພັດທະນາ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄົນ​ອື່ນ​ແນວ​ໃດ?

18 ແນ່ນອນ ບໍ່​ແມ່ນ​ແຕ່​ຜູ້​ເຖົ້າ​ແກ່​ເທົ່າ​ນັ້ນ​ທີ່​ຄວນ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ເຮົາ​ທຸກ​ຄົນ​ສາມາດ​ພັດທະນາ​ຄຸນ​ລັກສະນະ​ນີ້​ໄດ້. ໂດຍ​ວິທີ​ໃດ? ໃຫ້​ພະຍາຍາມ​ເຂົ້າ​ໃຈ​ວ່າ​ຄົນ​ໃນ​ຄອບ​ຄອບ​ແລະ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ກຳລັງ​ປະສົບ​ກັບ​ບັນຫາ​ຫຍັງ. ໃຫ້​ສົນ​ໃຈ​ໄວ​ລຸ້ນ​ໃນ​ປະຊາຄົມ​ລວມ​ທັງ​ຜູ້​ທີ່​ເຈັບ​ປ່ວຍ ຜູ້​ສູງ​ອາຍຸ ແລະ​ຜູ້​ທີ່​ສູນ​ເສຍ​ຄົນ​ທີ່​ຮັກ. ໃຫ້​ຖາມ​ວ່າ​ເຂົາ​ເຈົ້າ​ເປັນ​ແນວ​ໃດ​ແລະ​ຕັ້ງ​ໃຈ​ຟັງ​ແທ້ໆເມື່ອ​ເຂົາ​ເຈົ້າ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ. ນອກ​ຈາກ​ນັ້ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ໄດ້​ວ່າ ເຈົ້າ​ເຂົ້າ​ໃຈ​ບັນຫາ​ຂອງ​ເຂົາ​ເຈົ້າ​ແທ້ໆ ແລະ​ສະເໜີ​ທີ່​ຈະ​ຊ່ວຍ​ເຫຼືອ​ເທົ່າ​ທີ່​ເຮັດ​ໄດ້. ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ສະແດງ​ຄວາມ​ຮັກ​ທີ່​ແທ້​ຈິງ.—1 ໂຢ. 3:18

19. ເປັນ​ຫຍັງ​ເຮົາ​ຕ້ອງ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ເມື່ອ​ພະຍາຍາມ​ຊ່ວຍ​ຄົນ​ອື່ນ?

19 ເຮົາ​ຕ້ອງ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ເມື່ອ​ພະຍາຍາມ​ຊ່ວຍ​ຄົນ​ອື່ນ. ຍ້ອນ​ຫຍັງ? ເພາະ​ແຕ່​ລະ​ຄົນ​ກໍ​ມີ​ວິທີ​ຮັບ​ມື​ກັບ​ບັນຫາ​ໃນ​ຊີວິດ​ບໍ່​ຄື​ກັນ. ບາງ​ຄົນ​ມັກ​ເວົ້າ​ລະບາຍ​ສູ່​ຟັງ ແຕ່​ບາງ​ຄົນ​ກໍ​ບໍ່​ເວົ້າ​ເລີຍ. ດັ່ງ​ນັ້ນ ເມື່ອ​ເຮົາ​ສະເໜີ​ຄວາມ​ຊ່ວຍ​ເຫຼືອ ເຮົາ​ບໍ່​ຄວນ​ຖາມ​ກ່ຽວ​ກັບ​ເລື່ອງ​ສ່ວນ​ຕົວ​ຫຼາຍ​ເກີນ​ໄປ. (1 ເທ. 4:11) ແມ່ນ​ແຕ່​ເມື່ອ​ບາງ​ຄົນ​ໄດ້​ເວົ້າ​ລະບາຍ​ອອກ​ມາ ເຮົາ​ອາດ​ບໍ່​ເຫັນ​ດີ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ. ແຕ່​ເຮົາ​ຕ້ອງ​ຍອມ​ຮັບ​ວ່າ​ນີ້​ເປັນ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ. ເຮົາ​ຕ້ອງ​ໄວ​ໃນ​ການ​ຟັງ​ແລະ​ຊ້າ​ໃນ​ການ​ເວົ້າ.—ມັດ. 7:1; ຢໂກ. 1:19

20. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

20 ນອກ​ຈາກ​ການ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ໃນ​ປະຊາຄົມ​ແລ້ວ ເຮົາ​ຢາກ​ສະແດງ​ຄຸນ​ລັກສະນະ​ທີ່​ດີ​ນີ້​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ນຳ. ເຮົາ​ຈະ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເມື່ອ​ຊ່ວຍ​ຄົນ​ໃຫ້​ເປັນ​ລູກ​ສິດ​ແນວ​ໃດ? ເຮົາ​ຈະ​ພິຈາລະນາ​ເລື່ອງ​ນີ້​ໃນ​ບົດ​ຄວາມ​ຕໍ່​ໄປ.

ເພງ 130 ເຮົາ​ຕ້ອງ​ໃຫ້​ອະໄພ​ກັນ

^ ຂໍ້ 5 ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ​ເຮົາ​ສາມາດ​ຮຽນ​ຫຍັງ​ໄດ້​ແດ່​ຈາກ​ພະອົງ​ທັງ​ສອງ ແລະ​ຍັງ​ຈະ​ພິຈາລະນາ​ວ່າ​ເປັນ​ຫຍັງ​ເຮົາ​ຕ້ອງ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ.

^ ຂໍ້ 1 ການ​ອະທິບາຍ​ສຳນວນ: ການ​ສະແດງ​ຄວາມ “ເຫັນ​ອົກ​ເຫັນ​ໃຈ” ໝາຍ​ຄວາມ​ວ່າ​ເຮົາ​ພະຍາຍາມ​ເຂົ້າ​ໃຈ​ສິ່ງ​ທີ່​ຄົນ​ອື່ນ​ຮູ້ສຶກ​ແລະ​ພະຍາຍາມ​ຮູ້ສຶກ​ແບບ​ເຂົາ​ເຈົ້າ. (ໂລມ 12:15) ໃນ​ບົດ​ຄວາມ​ນີ້ ຄຳ​ວ່າ “ເຫັນ​ອົກ​ເຫັນ​ໃຈ” ແລະ “ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ” ມີ​ຄວາມ​ໝາຍ​ດຽວ​ກັນ.

^ ຂໍ້ 6 ພະ​ເຢໂຫວາ​ຍັງ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທີ່​ສັດ​ຊື່​ຄົນ​ອື່ນໆແລະ​ຢາກ​ຊ່ວຍ​ເຂົາ​ເຈົ້າ​ຕອນ​ທີ່​ເຂົາ​ເຈົ້າ​ທໍ້​ໃຈ​ຫຼື​ຢ້ານ. ຂໍ​ໃຫ້​ຄິດ​ເຖິງ​ເລື່ອງ​ຂອງ​ອານາ (1 ຊາມ. 1:10-20) ເອລີຢາ (1 ກະ. 19:1-18) ແລະ​ເອເບດເມເລກ (ຢເຣ. 38:7-13; 39:15-18).

^ ຂໍ້ 65 ຄຳ​ອະທິບາຍ​ຮູບ​ພາບ: ການ​ປະຊຸມ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ຄົບຫາ​ກັນ​ຢ່າງ​ອົບອຸ່ນ. ເຮົາ​ເຫັນ (1) ຜູ້​ເຖົ້າ​ແກ່​ກຳລັງ​ເວົ້າ​ກັບ​ຜູ້​ປະກາດ​ທີ່​ອາຍຸ​ຍັງ​ນ້ອຍ​ແລະ​ແມ່​ຂອງ​ລາວ (2) ພໍ່​ກັບ​ລູກ​ຊ່ວຍ​ພາ​ພີ່​ນ້ອງ​ຍິງ​ສູງ​ອາຍຸ​ຂຶ້ນ​ລົດ ແລະ (3) ຜູ້​ເຖົ້າ​ແກ່​ສອງ​ຄົນ​ຕັ້ງ​ໃຈ​ຟັງ​ພີ່​ນ້ອງ​ຍິງ​ທີ່​ມາ​ຂໍ​ຄຳ​ແນະນຳ.