ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 13

ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເມື່ອ​ເຮັດ​ວຽກ​ປະກາດ

ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເມື່ອ​ເຮັດ​ວຽກ​ປະກາດ

“ພະອົງ​ມີ​ໃຈ​ຄິດ​ສັງເວດ​ເຂົາ . . . ແລະ​ພະອົງ​ໄດ້​ຕັ້ງ​ຕົ້ນ​ສັ່ງ​ສອນ​ເຂົາ​ເປັນ​ຫຼາຍ​ສິ່ງ​ຫຼາຍ​ຂໍ້.”—ມໂກ. 6:34

ເພງ 70 ຊອກ​ຫາ​ຄົນ​ທີ່​ຄູ່​ຄວນ

ໃຈ​ຄວາມ​ສຳຄັນ *

1. ໜຶ່ງ​ໃນ​ບຸກຄະລິກ​ທີ່​ໜ້າ​ປະທັບ​ໃຈ​ທີ່​ສຸດ​ຂອງ​ພະ​ເຍຊູ​ແມ່ນ​ຫຍັງ? ຂໍ​ໃຫ້​ອະທິບາຍ.

ໜຶ່ງ​ໃນ​ບຸກຄະລິກ​ທີ່​ໜ້າ​ປະທັບ​ໃຈ​ທີ່​ສຸດ​ຂອງ​ພະ​ເຍຊູ​ຄື ເພິ່ນ​ສາມາດ​ເຂົ້າ​ໃຈ​ບັນຫາ​ຂອງ​ມະນຸດ​ທີ່​ບໍ່​ສົມບູນ​ແບບ​ໄດ້. ຕອນ​ທີ່​ຢູ່​ເທິງ​ໂລກ ເພິ່ນ ‘ຊົມຊື່ນ​ຍິນດີ​ດ້ວຍ​ກັນ​ກັບ​ຜູ້​ມີ​ຄວາມ​ຍິນດີ ແລະ​ຮ້ອງໄຫ້​ດ້ວຍ​ກັນ​ກັບ​ຜູ້​ທີ່​ຮ້ອງໄຫ້.’ (ໂລມ 12:15) ຕົວຢ່າງ: ເມື່ອ​ລູກ​ສິດ 70 ຄົນ​ກັບ​ມາ​ດ້ວຍ​ຄວາມ​ສຸກ​ຫຼັງ​ຈາກ​ສຳເລັດ​ວຽກ​ມອບ​ໝາຍ​ໜຶ່ງ​ກ່ຽວ​ກັບ​ການ​ປະກາດ “ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເຮັດ​ໃຫ້​ພະ​ເຍຊູ​ມີ​ຄວາມ​ສຸກ​ຫຼາຍ.” (ລືກາ 10:17-21, ລ.ມ.) ແຕ່​ໃນ​ທາງ​ກົງ​ກັນ​ຂ້າມ ເມື່ອ​ພະ​ເຍຊູ​ເຫັນ​ຄົນ​ທີ່​ຮັກ​ລາຊະໂລ​ໂສກ​ເສົ້າ​ເສຍໃຈ​ຫຼາຍ​ຍ້ອນ​ລາວ​ຕາຍ ພະ​ເຍຊູ​ກໍ “ໂສກ​ເສົ້າ​ແລະ​ສະເທືອນ​ໃຈ.”—ໂຢ. 11:33, ລ.ມ.

2. ສິ່ງ​ໃດ​ເຮັດ​ໃຫ້​ພະ​ເຍຊູ​ສາມາດ​ເຫັນ​ອົກ​ເຫັນ​ໃຈ​ຜູ້​ຄົນ?

2 ເຖິງ​ວ່າ​ພະ​ເຍຊູ​ເປັນ​ມະນຸດ​ສົມບູນ​ແບບ ແຕ່​ເພິ່ນ​ກໍ​ເມດຕາ​ແລະ​ເຫັນ​ອົກ​ເຫັນ​ໃຈ​ມະນຸດ​ທີ່​ບໍ່​ສົມບູນ​ແບບ. ສິ່ງ​ໃດ​ຊ່ວຍ​ເພິ່ນ​ໃຫ້​ເປັນ​ແບບ​ນີ້? ທຳອິດ ພະ​ເຍຊູ​ຮັກ​ຜູ້​ຄົນ. ດັ່ງ​ທີ່​ເວົ້າ​ໃນ​ບົດ​ຄວາມ​ກ່ອນ ເພິ່ນ “ຮັກ​ມະນຸດ​ຫຼາຍ.” (ສຸພາ. 8:31, ລ.ມ.) ຄວາມ​ຮັກ​ນີ້​ເຮັດ​ພະ​ເຍຊູ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ມະນຸດ​ທຸກ​ຢ່າງ. ອັກຄະສາວົກ​ໂຢຮັນ​ບອກ​ວ່າ: “ພະອົງ​ເອງ​ຮູ້​ດີ​ວ່າ​ມີ​ຫຍັງ​ແດ່​ຢູ່​ໃນ​ໃຈ​ມະນຸດ.” (ໂຢ. 2:25, ທ.ປ.) ພະ​ເຍຊູ​ຮູ້ສຶກ​ອີ່ຕົນ​ຜູ້​ຄົນ​ຫຼາຍ​ແທ້ໆ. ຜູ້​ຄົນ​ກໍ​ຮູ້ສຶກ​ໄດ້​ເຖິງ​ຄວາມ​ຮັກ​ຂອງ​ເພິ່ນ​ແລະ​ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ຢາກ​ຟັງ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ແຮ່ງ​ເຮົາ​ພັດທະນາ​ຄວາມ​ຮູ້ສຶກ​ອ່ອນ​ໂຍນ​ແບບ​ນີ້​ຕໍ່​ຜູ້​ຄົນ ເຮົາ​ກໍ​ແຮ່ງ​ຈະ​ເກີດ​ຜົນ​ໃນ​ການ​ຊ່ວຍ​ຜູ້​ຄົນ​ໃນ​ວຽກ​ປະກາດ.—2 ຕີໂມ. 4:5

3-4. (ກ) ຖ້າ​ເຮົາ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ເຮົາ​ຈະ​ຮູ້ສຶກ​ແນວ​ໃດ​ຕໍ່​ວຽກ​ປະກາດ​ຂອງ​ເຮົາ? (ຂ) ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ຫຍັງ?

3 ອັກຄະສາວົກ​ໂປໂລ​ຮູ້​ວ່າ​ລາວ​ມີ​ໜ້າ​ທີ່​ຕ້ອງ​ປະກາດ ແລະ​ເຮົາ​ກໍ​ຮູ້​ວ່າ​ເຮົາ​ມີ​ໜ້າ​ທີ່​ນັ້ນ​ຄື​ກັນ. (1 ໂກ. 9:16) ຖ້າ​ເຮົາ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ເຮົາ​ກໍ​ຢາກ​ປະກາດ​ເພາະ​ເຮົາ​ເປັນ​ຫ່ວງ​ແລະ​ຢາກ​ຊ່ວຍ​ເຫຼືອ​ຜູ້​ຄົນ​ແທ້ໆ. ແຕ່​ເຮົາ​ຈະ​ບໍ່​ເຮັດ​ວຽກ​ປະກາດ​ຍ້ອນ​ວ່າ​ເປັນ​ພຽງ​ແຕ່​ໜ້າ​ທີ່​ເທົ່າ​ນັ້ນ. ເຮົາ​ຮູ້​ວ່າ ‘ການ​ໃຫ້​ກໍ​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ​ເອົາ.’ (ກິດ. 20:35) ແຮ່ງ​ເຮົາ​ຄິດ​ວ່າ​ວຽກ​ປະກາດ​ຂອງ​ເຮົາ​ເປັນ​ແບບ​ນັ້ນ ເຮົາ​ແຮ່ງ​ຈະ​ມີ​ຄວາມ​ສຸກ​ກັບ​ວຽກ​ນີ້​ຫຼາຍ​ຂຶ້ນ.

4 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ​ເຮົາ​ຈະ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ໃນ​ວຽກ​ປະກາດ​ໄດ້​ແນວ​ໃດ. ທຳອິດ ເຮົາ​ຈະ​ເບິ່ງ​ວ່າ​ເຮົາ​ຈະ​ຮຽນ​ຮູ້​ຫຍັງ​ໄດ້​ແດ່​ຈາກ​ຄວາມ​ຮູ້ສຶກ​ທີ່​ພະ​ເຍຊູ​ມີ​ຕໍ່​ຜູ້​ຄົນ. ຈາກ​ນັ້ນ ເຮົາ​ຈະ​ພິຈາລະນາ 4 ວິທີ​ທີ່​ເຮົາ​ຈະ​ຮຽນ​ແບບ​ເພິ່ນ.—1 ເປ. 2:21

ພະ​ເຍຊູ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເມື່ອ​ເຮັດ​ວຽກ​ປະກາດ

ຄວາມ​ເຫັນ​ອົກ​ເຫັນ​ໃຈ​ກະຕຸ້ນ​ພະ​ເຍຊູ​ໃຫ້​ປະກາດ​ຂ່າວ​ສານ​ທີ່​ໃຫ້​ກຳລັງ​ໃຈ (ເບິ່ງ​ຂໍ້ 5-6)

5-6. (ກ) ພະ​ເຍຊູ​ໄດ້​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ໃຜ​ແດ່? (ຂ) ເປັນ​ຫຍັງ​ພະ​ເຍຊູ​ມີ​ໃຈ​ຄິດ​ສັງເວດ​ຕໍ່​ຄົນ​ທີ່​ເພິ່ນ​ປະກາດ​ນຳ​ຕາມ​ທີ່​ບອກ​ໄວ້​ໃນ​ເອຊາອີ 61:1, 2?

5 ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ທີ່​ພະ​ເຍຊູ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຄົນ​ອື່ນ. ໃນ​ໂອກາດ​ໜຶ່ງ ພະ​ເຍຊູ​ແລະ​ລູກ​ສິດ​ໄດ້​ປະກາດ​ຂ່າວ​ດີ​ໂດຍ​ບໍ່​ໄດ້​ພັກ​ເລີຍ. ເຂົາ​ເຈົ້າ “ບໍ່​ມີ​ເວລາ​ຈະ​ກິນ​ອາຫານ” ດ້ວຍ​ຊ້ຳ. ດັ່ງ​ນັ້ນ ພະ​ເຍຊູ​ຈຶ່ງ​ພາ​ລູກ​ສິດ​ໄປ “ປ່າ​ສະຫງັດ​ຢູ່​ແລະ​ເຊົາ​ການ​ຢູ່​ສັກ​ໜ້ອຍ​ໜຶ່ງ.” ແຕ່​ມີ​ຄົນ​ກຸ່ມ​ໃຫຍ່​ໄດ້​ແລ່ນ​ໄປ​ລັດ​ຖ້າ​ຢູ່​ບ່ອນ​ທີ່​ພະ​ເຍຊູ​ແລະ​ລູກ​ສິດ​ຈະ​ໄປ. ເມື່ອ​ເພິ່ນ​ໄປ​ຮອດ​ແລະ​ເຫັນ​ຄົນ​ກຸ່ມ​ນັ້ນ ເພິ່ນ​ຮູ້ສຶກ​ແລະ​ໄດ້​ເຮັດ​ແນວ​ໃດ? ເພິ່ນ “ມີ​ໃຈ​ຄິດ​ສັງເວດ *ເຂົາ ເຫດ​ວ່າ​ເຂົາ​ເປັນ​ເໝືອນ​ຝູງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ ແລະ​ພະອົງ​ໄດ້​ຕັ້ງ​ຕົ້ນ​ສັ່ງ​ສອນ​ເຂົາ​ເປັນ​ຫຼາຍ​ສິ່ງ​ຫຼາຍ​ຂໍ້.”—ມໂກ. 6:30-34

6 ຂໍ​ໃຫ້​ສັງເກດ​ວ່າ​ເປັນ​ຫຍັງ​ພະ​ເຍຊູ​ມີ​ໃຈ​ຄິດ​ສັງເວດ​ເຊິ່ງ​ໝາຍ​ເຖິງ​ການ​ເຫັນ​ອົກ​ເຫັນ​ໃຈ​ຜູ້​ຄົນ. ເພິ່ນ​ສັງເກດ​ເຫັນ​ວ່າ​ຄົນ​ເຫຼົ່າ​ນັ້ນ “ເປັນ​ເໝືອນ​ຝູງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ.” ພະ​ເຍຊູ​ອາດ​ຈະ​ເຫັນ​ຄົນ​ທຸກ​ຍາກ​ທີ່​ເຮັດ​ວຽກ​ຫຼາຍ​ຊົ່ວ​ໂມງ​ເພື່ອ​ຫາ​ລ້ຽງ​ຄອບຄົວ. ເພິ່ນ​ອາດ​ຈະ​ເຫັນ​ຄົນ​ໂສກ​ເສົ້າ​ຍ້ອນ​ຄົນ​ທີ່​ຮັກ​ຕາຍ​ຈາກ​ໄປ. ຖ້າ​ເປັນ​ແບບ​ນັ້ນ ເພິ່ນ​ຄົງ​ຈະ​ເຂົ້າ​ໃຈ​ສະພາບການ​ຂອງ​ເຂົາ​ເຈົ້າ ເພາະ​ວ່າ​ເພິ່ນ​ກໍ​ເຄີຍ​ປະສົບ​ກັບ​ບັນຫາ​ເຫຼົ່າ​ນີ້​ດັ່ງ​ທີ່​ໄດ້​ຮຽນ​ໃນ​ບົດ​ຄວາມ​ກ່ອນ. ພະ​ເຍຊູ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ ແລະ​ເພິ່ນ​ຖືກ​ກະຕຸ້ນ​ໃຫ້​ບອກ​ຂ່າວ​ສານ​ທີ່​ໃຫ້​ກຳລັງ​ໃຈ.—ອ່ານ​ເອຊາອີ 61:1, 2

7. ເຮົາ​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ?

7 ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຍຊູ? ຄື​ກັບ​ພະ​ເຍຊູ ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ກໍ “ເປັນ​ເໝືອນ​ຝູງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ.” ເຂົາ​ເຈົ້າ​ມີ​ບັນຫາ​ຫຼາຍ​ຢ່າງ ແຕ່​ເຮົາ​ມີ​ສິ່ງ​ທີ່​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ມີ ນັ້ນ​ຄື​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. (ຄຳປ. 14:6) ດັ່ງ​ນັ້ນ ເຮົາ​ຈຶ່ງ​ໄດ້​ເຮັດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ນາຍ​ຂອງ​ເຮົາ​ໂດຍ​ປະກາດ​ຂ່າວ​ດີ ເພາະ​ວ່າ​ເຮົາ “ອີ່ດູ​ຄົນ​ທຸກ​ຍາກ​ກັບ​ຄົນ​ຈົນ.” (ເພງ. 72:13) ເຮົາ​ຮູ້ສຶກ​ອີ່ຕົນ​ຜູ້​ຄົນ​ແລະ​ຢາກ​ເຮັດ​ບາງ​ສິ່ງ​ເພື່ອ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ.

ເຮົາ​ຈະ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ໄດ້​ແນວ​ໃດ?

ຄິດ​ເຖິງ​ຄວາມ​ຈຳເປັນ​ຂອງ​ແຕ່​ລະ​ຄົນ (ເບິ່ງ​ຂໍ້ 8-9)

8. ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເມື່ອ​ເຮັດ​ວຽກ​ປະກາດ​ແມ່ນ​ຫຍັງ?

8 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄົນ​ທີ່​ເຮົາ​ປະກາດ​ນຳ? ໃຫ້​ນຶກ​ພາບ​ວ່າ​ເຮົາ​ຢູ່​ໃນ​ສະຖານະການ​ຂອງ​ລາວ ແລ້ວ​ປະຕິບັດ​ກັບ​ລາວ​ໃນ​ແບບ​ທີ່​ເຮົາ​ຢາກ​ໃຫ້​ຄົນ​ອື່ນ​ປະຕິບັດ​ກັບ​ເຮົາ. * (ມັດ. 7:12) ໃຫ້​ເຮົາ​ມາ​ເບິ່ງ 4 ວິທີ​ທີ່​ເຮົາ​ສາມາດ​ເຮັດ​ແບບ​ນັ້ນ​ໄດ້. ວິທີ​ທີ 1 ຄິດ​ເຖິງ​ຄວາມ​ຈຳເປັນ​ຂອງ​ແຕ່​ລະ​ຄົນ. ເມື່ອ​ເຮົາ​ປະກາດ​ຂ່າວ​ດີ ເຮົາ​ເຮັດ​ໜ້າ​ທີ່​ຄ້າຍ​ຄື​ກັບ​ທ່ານ​ໝໍ. ໝໍ​ທີ່​ດີ​ຈະ​ຄິດ​ເຖິງ​ຄວາມ​ຈຳເປັນ​ຂອງ​ຄົນ​ເຈັບ​ແຕ່​ລະ​ຄົນ. ລາວ​ຈະ​ຖາມ​ແລ້ວ​ຕັ້ງ​ໃຈ​ຟັງ​ຄົນ​ເຈັບ​ອະທິບາຍ​ບັນຫາ​ຫຼື​ອາການ​ຂອງ​ຕົນ. ແທນ​ທີ່​ຈະ​ວາງ​ຢາ​ໃຫ້​ກິນ​ທັນທີ ທ່ານ​ໝໍ​ຈະ​ໃຊ້​ເວລາ​ເພື່ອ​ສັງເກດ​ເບິ່ງ​ວ່າ​ອາການ​ຂອງ​ຄົນ​ເຈັບ​ເປັນ​ແນວ​ໃດ ແລ້ວ​ຈຶ່ງ​ຈະ​ສະເໜີ​ວິທີ​ປິ່ນປົວ. ຄ້າຍ​ຄື​ກັນ​ເຮົາ​ບໍ່​ຄວນ​ໃຊ້​ວິທີ​ດຽວ​ກັນ​ກັບ​ທຸກ​ຄົນ​ທີ່​ເຮົາ​ພົບ​ໃນ​ເຂດ​ປະກາດ. ແຕ່​ເຮົາ​ຄວນ​ພະຍາຍາມ​ເຂົ້າ​ໃຈ​ສະພາບການ​ແລະ​ຄວາມ​ຄິດ​ຂອງ​ແຕ່​ລະ​ຄົນ.

9. ເຮົາ​ບໍ່​ຄວນ​ຄິດ​ແບບ​ໃດ? ແຕ່​ເຮົາ​ຄວນ​ເຮັດ​ແນວ​ໃດ?

9 ເມື່ອ​ເຮົາ​ພົບ​ຄົນໃດ​ຄົນ​ໜຶ່ງ​ໃນ​ເຂດ​ປະກາດ ເຮົາ​ບໍ່ຄວນ​ສະຫຼຸບ​ທັນທີ​ວ່າ ເຮົາ​ເຂົ້າ​ໃຈ​ສະພາບການ​ຂອງ​ລາວ ສິ່ງ​ທີ່​ລາວ​ເຊື່ອ​ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ເຊື່ອ. (ສຸພາ. 18:13) ແທນ​ທີ່​ຈະ​ສະຫຼຸບ​ແບບ​ນັ້ນ ໃຫ້​ໃຊ້​ຄຳຖາມ​ທີ່​ດີ​ແລະ​ເໝາະ​ສົມ​ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ສິ່ງ​ທີ່​ລາວ​ຄິດ​ແລະ​ສິ່ງ​ທີ່​ລາວ​ເຊື່ອ. (ສຸພາ. 20:5) ຖ້າ​ເໝາະ​ສົມ​ກັບ​ວັດທະນາ​ທຳ​ຂອງ​ເຈົ້າ ກໍ​ໃຫ້​ຖາມ​ກ່ຽວ​ກັບ​ວຽກ​ງານ ຄອບຄົວ ປະສົບການ​ຕ່າງໆ ແລະ​ຄວາມ​ຄິດ​ຂອງ​ລາວ. ເມື່ອ​ເຮົາ​ຊ່ວຍ​ໃຫ້​ຄົນ​ອື່ນ​ສະແດງ​ຄວາມ​ຄິດ​ອອກ​ມາ ເຮົາ​ກໍ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຕ້ອງການ​ຂ່າວ​ດີ. ເມື່ອ​ເຮົາ​ຮູ້​ວ່າ​ລາວ​ຄິດ​ແນວ​ໃດ ເຮົາ​ກໍ​ຈະ​ສາມາດ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແລະ​ຊ່ວຍ​ລາວ​ໄດ້​ຢ່າງ​ເໝາະ​ສົມ​ຄື​ກັບ​ທີ່​ພະ​ເຍຊູ​ເຮັດ.—ສົມ​ທຽບ​ກັບ 1 ໂກລິນໂທ 9:19-23

ພະຍາຍາມ​ນຶກ​ພາບ​ວ່າ​ຊີວິດ​ຂອງ​ເຂົາ​ເຈົ້າ​ເປັນ​ແນວ​ໃດ (ເບິ່ງ​ຂໍ້ 10-11)

10-11. ຕາມ 2 ໂກລິນໂທ 4:7, 8 ວິທີ​ທີ 2 ທີ່​ເຮົາ​ຈະ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແມ່ນ​ຫຍັງ? ຂໍ​ໃຫ້​ຍົກ​ຕົວຢ່າງ.

10 ວິທີ​ທີ 2 ພະຍາຍາມ​ນຶກ​ພາບ​ວ່າ​ຊີວິດ​ຂອງ​ເຂົາ​ເຈົ້າ​ເປັນ​ແນວ​ໃດ. ເຮົາ​ສາມາດ​ເຂົ້າ​ໃຈ​ສະພາບການ​ຂອງ​ເຂົາ​ເຈົ້າ​ໄດ້​ໃນ​ລະດັບ​ໜຶ່ງ. ເພາະ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ ເຮົາ​ຈຶ່ງ​ມີ​ບັນຫາ​ຄື​ກັບ​ຄົນ​ອື່ນ. (1 ໂກ. 10:13) ເຮົາ​ຮູ້​ວ່າ​ຊີວິດ​ໃນ​ສະໄໝ​ນີ້​ຫຍຸ້ງຍາກ​ລຳບາກ​ຫຼາຍ. ເຮົາ​ອົດ​ທົນ​ໄດ້​ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ເຮົາ. (ອ່ານ 2 ໂກລິນໂທ 4:7, 8) ຂໍ​ໃຫ້​ຄິດ​ເຖິງ​ຜູ້​ທີ່​ບໍ່​ມີ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພະ​ເຢໂຫວາ ຄົງ​ເປັນ​ເລື່ອງ​ຍາກ​ຫຼາຍ​ທີ່​ເຂົາ​ເຈົ້າ​ຕ້ອງ​ຮັບ​ມື​ກັບ​ບັນຫາ​ໂດຍ​ບໍ່​ມີ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະອົງ. ຄື​ກັບ​ພະ​ເຍຊູ ເຮົາ​ຮູ້ສຶກ​ອີ່ຕົນ​ເຂົາ​ເຈົ້າ​ແລະ​ຢາກ​ບອກ “ຂ່າວ​ທີ່​ດີ​ກວ່າ” ໃຫ້​ເຂົາ​ເຈົ້າ​ຟັງ.—ເອຊາ. 52:7, ລ.ມ.

11 ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ເຊີ​ເກ. ກ່ອນ​ທີ່​ລາວ​ຮຽນ​ຄວາມ​ຈິງ ລາວ​ມັກ​ເກັບ​ຕົວ​ແລະ​ບໍ່​ກ້າ​ເວົ້າ​ກັບ​ຄົນ​ອື່ນ. ຕໍ່​ມາ​ລາວ​ໄດ້​ສຶກສາ​ຄຳພີ​ໄບເບິນ. ລາວ​ບອກ​ວ່າ: “ເມື່ອ​ຂ້ອຍ​ສຶກສາ​ຄຳພີ​ໄບເບິນ ຂ້ອຍ​ຮຽນ​ຮູ້​ວ່າ​ຄລິດສະຕຽນ​ມີ​ໜ້າ​ທີ່​ບອກ​ເລື່ອງ​ຄວາມ​ເຊື່ອ​ກັບ​ຄົນ​ອື່ນ. ຂ້ອຍ​ເຊື່ອ​ແທ້ໆວ່າ​ຂ້ອຍ​ເຮັດ​ບໍ່​ໄດ້.” ແຕ່​ລາວ​ຄິດ​ເຖິງ​ຄົນ​ທີ່​ຍັງ​ບໍ່​ທັນ​ໄດ້​ຍິນ​ເລື່ອງ​ຄວາມ​ຈິງ​ແລະ​ຄິດ​ວ່າ​ຊີວິດ​ຂອງ​ເຂົາ​ເຈົ້າ​ຈະ​ຫຍຸ້ງຍາກ​ສ່ຳ​ໃດ​ເພາະ​ບໍ່​ຮູ້ຈັກ​ພະ​ເຢໂຫວາ. ລາວ​ບອກ​ວ່າ: “ຄວາມ​ຮູ້​ໃໝ່​ທີ່​ລາວ​ໄດ້​ຮຽນ​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ​ຫຼາຍ​ແລະ​ມີ​ຄວາມ​ສະຫງົບ​ໃຈ. ຂ້ອຍ​ຮູ້​ວ່າ​ຄົນ​ອື່ນ​ກໍ​ຈຳເປັນ​ຕ້ອງ​ໄດ້​ຮຽນ​ຄວາມ​ຈິງ​ຄື​ກັນ.” ເມື່ອ​ເຊີ​ເກ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຫຼາຍ​ຂຶ້ນ ລາວ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ. ລາວ​ບອກ​ອີກ​ວ່າ: “ການ​ບອກ​ຄົນ​ອື່ນ​ເລື່ອງ​ຄຳພີ​ໄບເບິນ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ ແລະ​ການ​ເຮັດ​ແບບ​ນັ້ນ​ຍັງ​ຊ່ວຍ​ໃຫ້​ຄວາມ​ເຊື່ອ​ຂ້ອຍ​ເຂັ້ມແຂງ​ຂຶ້ນ.” *

ອາດ​ຈະ​ຕ້ອງ​ໃຊ້​ເວລາ​ທີ່​ບາງ​ຄົນ​ຈະ​ກ້າວ​ໜ້າ​ທາງ​ຄວາມ​ເຊື່ອ (ເບິ່ງ​ຂໍ້ 12-13)

12-13. ເປັນ​ຫຍັງ​ເຮົາ​ຕ້ອງ​ອົດ​ທົນ​ກັບ​ຄົນ​ທີ່​ເຮົາ​ສອນ? ຂໍ​ໃຫ້​ຍົກ​ຕົວຢ່າງ.

12 ວິທີ​ທີ 3 ອົດ​ທົນ​ກັບ​ຄົນ​ທີ່​ເຮົາ​ສອນ. ຂໍ​ໃຫ້​ຈື່​ວ່າ​ເຂົາ​ເຈົ້າ​ອາດ​ບໍ່​ເຄີຍ​ຮູ້​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ​ຄື​ກັບ​ທີ່​ເຮົາ​ຮູ້ ແລະ​ຫຼາຍ​ຄົນ​ກໍ​ໝັ້ນ​ໃຈ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຊື່ອ. ເຂົາ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ສາສະໜາ​ຂອງ​ເຂົາ​ເຈົ້າ​ສຳຄັນ​ຫຼາຍ​ເພາະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ໄດ້​ໃກ້​ຊິດ​ກັບ​ຄອບຄົວ ເປັນ​ສ່ວນ​ໜຶ່ງ​ຂອງ​ວັດທະນາ​ທຳ ແລະ​ສ້າງ​ຄວາມ​ສາມັກຄີ​ໃນ​ສັງຄົມ. ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

13 ລອງ​ຄິດ​ເຖິງ​ຕົວຢ່າງ​ປຽບ​ທຽບ​ນີ້: ຈະ​ເກີດ​ຫຍັງ​ຂຶ້ນ​ເມື່ອ​ຕ້ອງ​ສ້າງ​ຂົວ​ໃໝ່​ເພາະ​ຂົວ​ເກົ່າ​ຊຸດໂຊມ​ແລ້ວ? ຕອນ​ທີ່​ກຳລັງ​ສ້າງ​ຂົວ​ໃໝ່ ຜູ້​ຄົນ​ກໍ​ຍັງ​ຄົງ​ຕ້ອງ​ໃຊ້​ຂົວ​ເກົ່າ​ຢູ່. ເມື່ອ​ສ້າງ​ຂົວ​ໃໝ່​ແລ້ວ ຂົວ​ເກົ່າ​ກໍ​ຈະ​ຖືກ​ມ້າງ​ຖິ້ມ. ຄ້າຍ​ຄື​ກັນ ກ່ອນ​ທີ່​ເຮົາ​ຈະ​ບອກ​ນັກ​ສຶກສາ​ໃຫ້​ຖິ້ມ​ຄວາມ​ເຊື່ອ “ເກົ່າ” ທີ່​ເຊື່ອ​ຖື​ມາ​ດົນ ທຳອິດ​ເຮົາ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້​ຄຸນຄ່າ​ແລະ​ໝັ້ນ​ໃຈ​ໃນ​ຄວາມ​ເຊື່ອ “ໃໝ່” ເຊິ່ງ​ເປັນ​ຄຳ​ສອນ​ຈາກ​ຄຳພີ​ໄບເບິນ​ທີ່​ເຂົາ​ເຈົ້າ​ບໍ່​ຄຸ້ນ​ເຄີຍ​ມາ​ກ່ອນ. ເມື່ອ​ເຂົາ​ເຈົ້າ​ເຖິງ​ຈຸດ​ນັ້ນ​ແລ້ວ ເຂົາ​ເຈົ້າ​ກໍ​ພ້ອມ​ທີ່​ຈະ​ຖິ້ມ​ຄວາມ​ເຊື່ອ​ເກົ່າ. ເພື່ອ​ຈະ​ຊ່ວຍ​ຜູ້​ຄົນ​ໃຫ້​ປ່ຽນ​ແປງ​ແບບ​ນີ້​ໄດ້​ກໍ​ອາດ​ຈະ​ຕ້ອງ​ໃຊ້​ເວລາ.—ໂລມ 12:2

14-15. ເຮົາ​ຈະ​ຊ່ວຍ​ຄົນ​ທີ່​ຮູ້​ໜ້ອຍ​ໜຶ່ງ​ຫຼື​ບໍ່​ຮູ້​ເລີຍ​ກ່ຽວ​ກັບ​ຄວາມ​ຫວັງ​ເລື່ອງ​ການ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

14 ຖ້າ​ເຮົາ​ອົດ​ທົນ​ກັບ​ຄົນ​ທີ່​ເຮົາ​ສອນ ເຮົາ​ຈະ​ບໍ່​ຄາດ​ໝາຍ​ວ່າ​ເຂົາ​ເຈົ້າ​ຕ້ອງ​ເຂົ້າ​ໃຈ​ຫຼື​ຍອມ​ຮັບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເມື່ອ​ໄດ້​ຍິນ​ເທື່ອ​ທຳອິດ. ແຕ່​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຈະ​ກະຕຸ້ນ​ເຮົາ​ໃຫ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຄິດ​ຫາ​ເຫດຜົນ​ໃນ​ຄຳພີ​ໄບເບິນ​ຢ່າງ​ລະອຽດ ເຊັ່ນ: ຄິດ​ເຖິງ​ວິທີ​ທີ່​ຈະ​ຊ່ວຍ​ບາງ​ຄົນ​ໃຫ້​ເຂົ້າ​ໃຈ​ເລື່ອງ​ຄວາມ​ຫວັງ​ກ່ຽວ​ກັບ​ຊີວິດ​ຕະຫຼອດ​ໄປ​ໃນ​ອຸທິຍານ​ເທິງ​ໂລກ. ຫຼາຍ​ຄົນ​ອາດ​ຮູ້​ໜ້ອຍ​ໜຶ່ງ​ຫຼື​ບໍ່​ຮູ້​ເລີຍ​ໃນ​ເລື່ອງ​ນີ້. ເຂົາ​ເຈົ້າ​ອາດ​ຈະ​ເຊື່ອ​ວ່າ​ຄົນ​ຕາຍ​ແລ້ວ​ຈະ​ບໍ່​ກັບ​ຄືນ​ມາ​ມີ​ຊີວິດ​ອີກ ຫຼື​ຄົນ​ດີ​ທັງ​ໝົດ​ທີ່​ຕາຍ​ຈະ​ໄດ້​ຂຶ້ນ​ສະຫວັນ. ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

15 ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ພົບ​ວິທີ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ເລື່ອງ​ນີ້. ທຳອິດ ລາວ​ອ່ານ​ຕົ້ນເດີມ 1:28 ແລ້ວ​ກໍ​ຖາມ​ເຈົ້າ​ຂອງ​ເຮືອນ​ວ່າ​ພະເຈົ້າ​ຢາກ​ໃຫ້​ມະນຸດ​ຢູ່​ໃສ​ແລະ​ສະພາບການ​ແບບ​ໃດ? ຄົນ​ສ່ວນ​ຫຼາຍ​ຕອບ​ວ່າ: “ພະອົງ​ຢາກ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ເທິງ​ໂລກ.” ຈາກ​ນັ້ນ ລາວ​ກໍ​ອ່ານ​ເອຊາອີ 55:11 ແລ້ວ​ຖາມ​ວ່າ​ພະເຈົ້າ​ປ່ຽນ​ຈຸດ​ປະສົງ​ບໍ? ສ່ວນ​ຫຼາຍ​ເຈົ້າ​ຂອງ​ເຮືອນ​ຈະ​ຕອບ​ວ່າ​ບໍ່. ສຸດ​ທ້າຍ​ລາວ​ກໍ​ອ່ານ​ຄຳເພງ 37:10, 11 ແລ້ວ​ຖາມ​ວ່າ​ອະນາຄົດ​ຂອງ​ມະນຸດ​ຈະ​ເປັນ​ແນວ​ໃດ? ການ​ໃຊ້​ຄຳພີ​ໄບເບິນ​ຫາ​ເຫດຜົນ​ແບບ​ນີ້ ເຮັດ​ໃຫ້​ລາວ​ສາມາດ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຂົ້າ​ໃຈ​ວ່າ​ພະເຈົ້າ​ຍັງ​ຕ້ອງການ​ໃຫ້​ຄົນ​ດີ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ອຸທິຍານ.

ການ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເລັກໆນ້ອຍໆ ເຊັ່ນ ສົ່ງ​ຈົດ​ໝາຍ​ທີ່​ໃຫ້​ກຳລັງ​ໃຈ​ອາດ​ເຮັດ​ໃຫ້​ເກີດ​ຜົນ​ທີ່​ດີ​ຫຼາຍ (ເບິ່ງ​ຂໍ້ 16-17)

16-17. ຕາມ​ສຸພາສິດ 3:27 ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ? ຂໍ​ໃຫ້​ຍົກ​ຕົວຢ່າງ.

16 ວິທີ​ທີ 4 ຊອກ​ຫາ​ວິທີ​ທີ່​ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ຫ່ວງ​ຄົນ​ອື່ນ. ຕົວຢ່າງ: ເຮົາ​ເຄີຍ​ໄປ​ຢາມ​ຕອນ​ທີ່​ເຈົ້າ​ຂອງ​ເຮືອນ​ບໍ່​ສະດວກ​ບໍ? ເຮົາ​ຄວນ​ຂໍ​ໂທດ​ແລະ​ຂໍ​ກັບ​ມາ​ຫາ​ໃໝ່​ໃນ​ເວລາ​ທີ່​ເຂົາ​ເຈົ້າ​ສະດວກ. ຖ້າ​ຫາກ​ເຈົ້າ​ຂອງ​ເຮືອນ​ຢາກ​ໃຫ້​ເຮົາ​ຊ່ວຍ​ຫຍັງ​ບາງ​ຢ່າງ​ທີ່​ເລັກໆນ້ອຍໆເດ? ຫຼື​ບາງ​ຄົນ​ໄປ​ໃສ​ມາ​ໃສ​ບໍ່​ໄດ້​ຍ້ອນ​ບໍ່​ສະບາຍ​ຫຼື​ເຖົ້າ​ແລ້ວ ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ບໍ? ໃນ​ກໍລະນີ​ແບບ​ນີ້ ເຮົາ​ອາດ​ຊ່ວຍ​ເຂົາ​ເຈົ້າ​ໄດ້.—ອ່ານ​ສຸພາສິດ 3:27

17 ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ພົບ​ປະສົບການ​ທີ່​ດີ​ຈາກ​ການ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເລັກໆນ້ອຍໆ. ລາວ​ເປັນ​ຫ່ວງ​ຄອບຄົວ​ໜຶ່ງ​ທີ່​ລູກ​ຫາ​ກໍ​ຕາຍ ລາວ​ໄດ້​ຂຽນ​ຈົດ​ໝາຍ​ຫາ​ເຂົາ​ເຈົ້າ ເຊິ່ງ​ໃນ​ນັ້ນ​ລາວ​ກໍ​ໄດ້​ຂຽນ​ຂໍ້ຄຳພີ​ບາງ​ຂໍ້​ທີ່​ໃຫ້​ກຳລັງ​ໃຈ. ຄອບຄົວ​ນີ້​ຮູ້ສຶກ​ແນວ​ໃດ? ຜູ້​ເປັນ​ແມ່​ທີ່​ກຳລັງ​ໂສກ​ເສົ້າ​ໄດ້​ຂຽນ​ຫາ​ພີ່​ນ້ອງ​ນັ້ນ​ວ່າ: “ມື້​ວານ​ນີ້​ຂ້ອຍ​ບໍ່​ສະບາຍ​ໃຈ​ໝົດ​ມື້. ເຈົ້າ​ອາດ​ຄິດ​ບໍ່​ເຖິງ​ວ່າ ຈົດ​ໝາຍ​ຂອງ​ເຈົ້າ​ມີ​ຄວາມ​ໝາຍ​ຫຼາຍ​ສ່ຳ​ໃດ​ສຳລັບ​ເຮົາ. ຂ້ອຍ​ບໍ່​ຮູ້​ວ່າ​ຈະ​ຂອບໃຈ​ແນວ​ໃດ​ຈຶ່ງ​ຈະ​ພຽງ​ພໍ ຈົດ​ໝາຍ​ຂອງ​ເຈົ້າ​ໃຫ້​ກຳລັງ​ໃຈ​ເຮົາ​ຫຼາຍ​ແທ້ໆ. ຂ້ອຍ​ໄດ້​ອ່ານ​ຈົດ​ໝາຍ​ຂອງ​ເຈົ້າ​ບໍ່​ຕ່ຳ​ກວ່າ 20 ເທື່ອ. ຂ້ອຍ​ບໍ່​ຢາກ​ເຊື່ອ​ເລີຍ​ວ່າ​ເຈົ້າ​ຈະ​ເປັນ​ຫ່ວງ​ແລະ​ໃຫ້​ກຳລັງ​ໃຈ​ເຮົາ​ຫຼາຍ​ຂະໜາດ​ນີ້. ຂອບໃຈ​ຫຼາຍໆເດີ້.” ແນ່ນອນ ເຮົາ​ສາມາດ​ພົບ​ປະສົບການ​ທີ່​ດີ​ແບບ​ນີ້​ໄດ້​ຖ້າ​ເຮົາ​ພະຍາຍາມ​ເຂົ້າ​ໃຈ​ສະພາບການ​ຂອງ​ຄົນ​ທີ່​ທຸກ​ໃຈ​ແລະ​ລົງ​ມື​ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ.

ມີ​ຄວາມ​ຄິດ​ທີ່​ສົມດຸນ​ໃນ​ວຽກ​ປະກາດ

18. ຕາມ​ທີ່​ບອກ​ໃນ 1 ໂກລິນໂທ 3:6, 7 ເຮົາ​ຄວນ​ມີ​ຄວາມ​ຄິດ​ທີ່​ສົມດຸນ​ແນວ​ໃດ?

18 ເຮົາ​ຕ້ອງ​ມີ​ຄວາມ​ຄິດ​ທີ່​ສົມດຸນ​ໃນ​ວຽກ​ປະກາດ​ແລະ​ບໍ່​ຕ້ອງ​ຄາດ​ໝາຍ​ກັບ​ຕົວ​ເອງ​ຫຼາຍ​ເກີນ​ໄປ. ເຮົາ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ ແຕ່​ເຮົາ​ບໍ່​ໄດ້​ເປັນ​ສ່ວນ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ວຽກ​ນີ້. (ອ່ານ 1 ໂກລິນໂທ 3:6, 7) ພະ​ເຢໂຫວາ​ຜູ້​ດຽວ​ເປັນ​ຜູ້​ທີ່​ຊັກ​ນຳ​ຜູ້​ຄົນ​ເຂົ້າ​ມາ​ຫາ​ພະອົງ. (ໂຢ. 6:44) ໃນ​ທີ່​ສຸດ ບໍ່​ວ່າ​ຜູ້​ຄົນ​ຈະ​ຕອບ​ຮັບ​ຂ່າວ​ດີ​ຫຼື​ບໍ່​ກໍ​ຂຶ້ນ​ຢູ່​ກັບ​ຫົວໃຈ​ຂອງ​ເຂົາ​ເຈົ້າ. (ມັດ. 13:4-8) ຂໍ​ໃຫ້​ຈື່​ໄວ້​ວ່າ​ໃນ​ສະໄໝ​ຂອງ​ພະ​ເຍຊູ ຄົນ​ສ່ວນ​ຫຼາຍ​ບໍ່​ສົນ​ໃຈ​ຂ່າວ​ດີ​ທີ່​ພະ​ເຍຊູ​ປະກາດ​ເຊິ່ງ​ພະ​ເຍຊູ​ກໍ​ເປັນ​ຄູ​ທີ່​ດີ​ທີ່​ສຸດ​ໃນ​ໂລກ. ດັ່ງ​ນັ້ນ ເຮົາ​ບໍ່​ຕ້ອງ​ທໍ້​ໃຈ​ເມື່ອ​ຫຼາຍ​ຄົນ​ບໍ່​ຟັງ​ຂ່າວ​ດີ​ທີ່​ເຮົາ​ປະກາດ.

19. ການ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເມື່ອ​ເຮັດ​ວຽກ​ປະກາດ​ມີ​ຜົນ​ດີ​ຫຍັງ​ແດ່?

19 ເຮົາ​ຈະ​ເຫັນ​ຜົນ​ດີ​ຫຼາຍ​ຢ່າງ​ເມື່ອ​ເຮົາ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ໃນ​ວຽກ​ປະກາດ. ເຮົາ​ຈະ​ມີ​ຄວາມ​ສຸກ​ກັບ​ວຽກ​ປະກາດ​ຫຼາຍ​ຂຶ້ນ. ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ເພາະ​ສິ່ງ​ທີ່​ເຮົາ​ເຮັດ​ແມ່ນ​ການ​ໃຫ້. ການ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເຮັດ​ໃຫ້​ຄົນ​ທີ່ “ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ” ຮັບ​ເອົາ​ຂ່າວ​ດີ​ໄດ້​ງ່າຍ​ຂຶ້ນ. (ກິດ. 13:48, ລ.ມ.) ດັ່ງ​ນັ້ນ “ເມື່ອ​ມີ​ໂອກາດ​ກໍ​ໃຫ້​ເຮົາ​ເຮັດ​ດີ​ກັບ​ທຸກ​ຄົນ.” (ຄລາ. 6:10, ລ.ມ.) ແລ້ວ​ເຮົາ​ຈະ​ມີ​ຄວາມ​ສຸກ​ທີ່​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ໄດ້​ຮັບ​ຄຳ​ສັນລະເສີນ.—ມັດ. 5:16

ເພງ 64 ຮ່ວມ​ເຮັດ​ວຽກ​ເກັບ​ກ່ຽວ​ດ້ວຍ​ຄວາມ​ຍິນດີ

^ ຂໍ້ 5 ເມື່ອ​ເຮົາ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ໃນ​ວຽກ​ປະກາດ ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ແລະ​ຜູ້​ຄົນ​ກໍ​ອາດ​ເຕັມ​ໃຈ​ຟັງ​ເຮົາ​ຫຼາຍ​ຂຶ້ນ. ຍ້ອນ​ຫຍັງ? ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ສິ່ງ​ທີ່​ເຮົາ​ສາມາດ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ພະ​ເຍຊູ ແລະ 4 ວິທີ​ທີ່​ເຮົາ​ສາມາດ​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຜູ້​ຄົນ​ທີ່​ເຮົາ​ພົບ​ໃນ​ວຽກ​ປະກາດ.

^ ຂໍ້ 5 ການ​ອະທິບາຍ​ສຳນວນ: ສຳນວນ​ທີ່​ວ່າ “ຄິດ​ສັງເວດ” ທີ່​ໃຊ້​ໃນ​ຄຳພີ​ໄບເບິນ​ບໍ່​ໄດ້​ໝາຍ​ເຖິງ​ພຽງ​ແຕ່​ຄວາມ​ຮູ້ສຶກ​ເທົ່າ​ນັ້ນ ແຕ່​ໝາຍ​ເຖິງ​ການ​ລົງ​ມື​ເຮັດ​ບາງ​ສິ່ງ​ເພື່ອ​ຊ່ວຍ​ຄົນ​ອື່ນ.

^ ຂໍ້ 8 ເບິ່ງ​ບົດ​ຄວາມ “ເຮັດ​ຕາມ​ກົດ​ທອງ​ເມື່ອ​ເຮົາ​ໄປ​ປະກາດ” ໃນ​ຫໍສັງເກດການ 15 ພຶດສະພາ 2014 (ພາສາ​ໄທ)

^ ຂໍ້ 11 ເບິ່ງ​ຫໍສັງເກດການ 1 ສິງ​ຫາ 2011 ໜ້າ 21-22 (ພາສາ​ໄທ)