ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 10

ມີ​ສິ່ງ​ໃດ​ບໍ​ທີ່​ຂັດ​ຂວາງ​ຂ້ອຍ​ບໍ່​ໃຫ້​ຮັບ​ບັບເຕມາ?

ມີ​ສິ່ງ​ໃດ​ບໍ​ທີ່​ຂັດ​ຂວາງ​ຂ້ອຍ​ບໍ່​ໃຫ້​ຮັບ​ບັບເຕມາ?

“ເຂົາ​ທັງ​ສອງ​ໄດ້​ລົງ​ໄປ​ໃນ​ນ້ຳ​ທັງ​ທ່ານ​ຟີລິບ​ແລະ​ທັງ​ທ່ານ​ຜູ້​ເປັນ​ມອງ [ຂ້າລາຊະການ] ແລະ​ທ່ານ​ຟີລິບ​ໄດ້​ໃຫ້​ທ່ານ​ຮັບ​ສິນ​ບັບເຕມາ.”—ກິດ. 8:38

ເພງ 52 ການ​ອຸທິດ​ຕົວ​ຂອງ​ຄລິດສະຕຽນ

ໃຈ​ຄວາມ​ສຳຄັນ *

1. ອາດາມ​ແລະ​ເອວາ​ສູນ​ເສຍ​ຫຍັງ​ແດ່ ແລະ​ຜົນ​ທີ່​ຕາມ​ມາ​ເປັນ​ແນວ​ໃດ?

ເຈົ້າ​ຄິດ​ວ່າ​ໃຜ​ທີ່​ຄວນ​ຕັ້ງ​ມາດຕະຖານ​ເລື່ອງ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ? ເມື່ອ​ອາດາມ​ແລະ​ເອວາ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮູ້​ການ​ດີ​ແລະ​ຊົ່ວ ເຂົາ​ເຈົ້າ​ກໍ​ສະແດງ​ຢ່າງ​ຈະ​ແຈ້ງ​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ມາດຕະຖານ​ຂອງ​ພະອົງ. ເຂົາ​ເຈົ້າ​ເລືອກ​ເອງ​ວ່າ​ຈະ​ຕັ້ງ​ມາດຕະຖານ​ເລື່ອງ​ການ​ດີ​ແລະ​ຊົ່ວ. (ຕົ້ນ. 3:22) ຂໍ​ໃຫ້​ຄິດ​ເບິ່ງ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ເສຍ​ໄປ. ເຂົາ​ເຈົ້າ​ສູນ​ເສຍ​ຄວາມ​ເປັນ​ໝູ່​ກັບ​ພະ​ເຢໂຫວາ ສູນ​ເສຍ​ໂອກາດ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ແລະ​ຍັງ​ຖ່າຍ​ທອດ​ບາບ​ແລະ​ຄວາມ​ຕາຍ​ໃຫ້​ລູກ​ຫຼານ. (ໂລມ 5:12) ການ​ເລືອກ​ຂອງ​ອາດາມ​ແລະ​ເອວາ​ເຮັດ​ໃຫ້​ຊີວິດ​ຕ້ອງ​ທຸກ​ກາຍ​ທຸກ​ໃຈ.

ຫຼັງ​ຈາກ​ທີ່​ຂ້າລາຊະການ​ຊາວ​ເອທິໂອປີ​ເຊື່ອ​ໃນ​ພະ​ເຍຊູ ລາວ​ຢາກ​ຮັບ​ບັບເຕມາ​ທັນທີ (ເບິ່ງ​ຂໍ້ 2-3)

2-3. (ກ) ຂ້າລາຊະການ​ຊາວ​ເອທິໂອປີ​ໄດ້​ເຮັດ​ຫຍັງ​ຕອນ​ທີ່​ຟີລິບ​ປະກາດ​ກັບ​ລາວ? (ຂ) ເຮົາ​ຈະ​ໄດ້​ຮັບ​ພອນ​ຫຍັງ​ແດ່​ຖ້າ​ເຮົາ​ຮັບ​ບັບເຕມາ ແລະ​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ?

2 ຂໍ​ໃຫ້​ສົມ​ທຽບ​ລະຫວ່າງ​ສິ່ງ​ທີ່​ອາດາມ​ແລະ​ເອວາ​ເຮັດ​ກັບ​ສິ່ງ​ທີ່​ຂ້າລາຊະການ​ຊາວ​ເອທິໂອປີ​ເຮັດ​ຕອນ​ທີ່​ຟີລິບ​ປະກາດ​ກັບ​ລາວ. ຂ້າລາຊະການ​ຄົນ​ນີ້​ເຫັນ​ຄຸນຄ່າ​ຕໍ່​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເຮັດ​ເພື່ອ​ລາວ​ຫຼາຍ​ຈົນ​ຕັດສິນ​ໃຈ​ຮັບ​ບັບເຕມາ​ທັນທີ. (ກິດ. 8:34-38) ເມື່ອ​ເຮົາ​ອຸທິດ​ຕົວ​ໃຫ້​ພະເຈົ້າ​ແລະ​ຮັບ​ບັບເຕມາ​ຄື​ກັບ​ຂ້າລາຊະການ​ຊາວ​ເອທິໂອປີ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ ເຮົາ​ເຫັນ​ຄຸນຄ່າ​ຕໍ່​ສິ່ງ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເຮັດ​ເພື່ອ​ເຮົາ. ເຮົາ​ຍັງ​ສະແດງ​ວ່າ​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ຍອມ​ຮັບ​ວ່າ​ພະອົງ​ເທົ່າ​ນັ້ນ​ທີ່​ມີ​ສິດ​ຕັ້ງ​ມາດຕະຖານ​ໃນ​ເລື່ອງ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ.

3 ຂໍ​ໃຫ້​ຄິດ​ເຖິງ​ພອນ​ທີ່​ເຮົາ​ໄດ້​ຮັບ​ເມື່ອ​ຮັບໃຊ້​ພະ​ເຢໂຫວາ! ພອນ​ຢ່າງ​ໜຶ່ງ​ຄື ເຮົາ​ມີ​ໂອກາດ​ທີ່​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ອາດາມ​ແລະ​ເອວາ​ເຮັດ​ສູນ​ເສຍ​ໄປ ເຊິ່ງ​ລວມ​ເຖິງ​ຊີວິດ​ຕະຫຼອດ​ໄປ. ຍ້ອນ​ເຮົາ​ມີ​ຄວາມ​ເຊື່ອ​ໃນ​ພະ​ເຍຊູ​ຄລິດ ພະ​ເຢໂຫວາ​ຈຶ່ງ​ໃຫ້​ອະໄພ​ໃນ​ຄວາມ​ຜິດ​ພາດ​ຂອງ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ສະອາດ. (ມັດ. 20:28; ກິດ. 10:43) ນອກ​ຈາກ​ນັ້ນ ເຮົາ​ຍັງ​ໄດ້​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ພະ​ເຢໂຫວາ​ແລະ​ມີ​ອະນາຄົດ​ທີ່​ດີ​ເລີດ​ລໍ​ຖ້າ​ເຮົາ​ຢູ່. (ໂຢ. 10:14-16; ໂລມ 8:20, 21) ເຖິງ​ວ່າ​ຈະ​ມີ​ພອນ​ຫຼາຍ​ຢ່າງ ແຕ່​ບາງ​ຄົນ​ທີ່​ຮູ້ຈັກ​ພະ​ເຢໂຫວາ​ກໍ​ລັງເລ​ໃຈ​ທີ່​ຈະ​ເຮັດ​ຄື​ກັບ​ຂ້າລາຊະການ​ຊາວ​ເອທິໂອປີ. ສິ່ງ​ໃດ​ທີ່​ອາດ​ຂັດ​ຂວາງ​ເຂົາ​ເຈົ້າ​ບໍ່​ໃຫ້​ຮັບ​ບັບເຕມາ? ແລະ​ເຂົາ​ເຈົ້າ​ຈະ​ເອົາ​ຊະນະ​ໄດ້​ແນວ​ໃດ?

ອຸປະສັກ​ທີ່​ຂັດ​ຂວາງ​ບາງ​ຄົນ​ບໍ່​ໃຫ້​ຮັບ​ບັບເຕມາ

ອຸປະສັກ​ຕ່າງໆທີ່​ບາງ​ຄົນ​ເຈິ​ກ່ອນ​ຈະ​ເລືອກ​ຮັບ​ບັບເຕມາ

ຂາດ​ຄວາມ​ໝັ້ນ​ໃຈ (ເບິ່ງ​ຂໍ້ 4-5) *

4-5. ສິ່ງ​ໃດ​ຂັດ​ຂວາງ​ເອເວີຣີ​ແລະ​ຮັນນາ​ບໍ່​ໃຫ້​ຢາກ​ຮັບ​ບັບເຕມາ?

4 ຂາດ​ຄວາມ​ໝັ້ນ​ໃຈ. ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ເອເວີຣີ​ອາຍຸ 19 ປີ ພໍ່​ແມ່​ຂອງ​ລາວ​ເປັນ​ພະຍານ​ພະ​ເຢໂຫວາ. ພໍ່​ຂອງ​ລາວ​ມີ​ຊື່ສຽງ​ວ່າ​ເປັນ​ພໍ່​ທີ່​ດີ​ຫຼາຍ​ແລະ​ເປັນ​ຜູ້​ເຖົ້າ​ແກ່​ທີ່​ເຮັດ​ວຽກ​ເກັ່ງ. ແຕ່​ເອເວີຣີ​ກໍ​ຍັງ​ລັງເລ​ທີ່​ຈະ​ຮັບ​ບັບເຕມາ. ຍ້ອນ​ຫຍັງ? ລາວ​ບອກ​ວ່າ: “ຂ້ອຍ​ຄິດ​ວ່າ​ຂ້ອຍ​ຄື​ຊິ​ເຮັດ​ບໍ່​ໄດ້​ດີ​ເທົ່າ​ກັບ​ພໍ່.” ນອກ​ຈາກ​ນັ້ນ ລາວ​ຍັງ​ບໍ່​ໝັ້ນ​ໃຈ​ວ່າ​ຈະ​ຮັບ​ຜິດ​ຊອບ​ວຽກ​ຕ່າງໆທີ່​ອາດ​ຈະ​ໄດ້​ຮັບ​ໃນ​ອະນາຄົດ​ໄດ້​ບໍ່. ລາວ​ບອກ​ວ່າ: “ຂ້ອຍ​ຢ້ານ​ຖືກ​ຂໍ​ໃຫ້​ອະທິດຖານ​ຕໍ່​ໜ້າ​ຄົນ​ອື່ນ ບັນລະຍາຍ ຫຼື​ນຳ​ກຸ່ມ​ການ​ປະກາດ.”

5 ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ຮັນນາ​ອາຍຸ 18 ປີ ເປັນ​ຄົນ​ທີ່​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ​ຫຼາຍ. ເຖິງ​ວ່າ​ພໍ່​ແມ່​ຂອງ​ລາວ​ເປັນ​ພະຍານ​ພະ​ເຢໂຫວາ ແຕ່​ລາວ​ກໍ​ຍັງ​ສົງໄສ​ວ່າ​ລາວ​ຈະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ໄດ້​ບໍ່. ຍ້ອນ​ຫຍັງ? ຮັນນາ​ເບິ່ງ​ຕົວ​ເອງ​ຕ່ຳ​ໂພດ. ບາງ​ເທື່ອ ລາວ​ຮູ້ສຶກ​ບໍ່​ດີ​ຫຼາຍ​ຈົນ​ທຳ​ຮ້າຍ​ຕົວ​ເອງ ເຊິ່ງ​ມີ​ແຕ່​ຈະ​ເຮັດ​ໃຫ້​ສະພາບການ​ແຮ່ງ​ຮ້າຍ​ກວ່າ​ເກົ່າ. ລາວ​ບອກ​ວ່າ: “ຂ້ອຍ​ບໍ່​ເຄີຍ​ບອກ​ໃຜ​ໃນ​ສິ່ງ​ທີ່​ຂ້ອຍ​ເຮັດ ແມ່ນ​ແຕ່​ກັບ​ພໍ່​ແມ່ ແລະ​ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ຕ້ອງການ​ຂ້ອຍ ຍ້ອນ​ສິ່ງ​ທີ່​ຂ້ອຍ​ເຮັດ​ກັບ​ຕົວ​ເອງ.”

ອິດທິພົນ​ຈາກ​ໝູ່ (ເບິ່ງ​ຂໍ້ 6) *

6. ອັນ​ໃດ​ເຮັດ​ໃຫ້​ວາເນດຊາ​ຍັງ​ບໍ່​ຢາກ​ຮັບ​ບັບເຕມາ?

6 ອິດທິພົນ​ຈາກ​ໝູ່. ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ວາເນດຊາ​ອາຍຸ 22 ປີ​ບອກ​ວ່າ: “ຂ້ອຍ​ມີ​ໝູ່​ທີ່​ດີ​ຫຼາຍ ພວກ​ເຮົາ​ເປັນ​ໝູ່​ກັນ​ມາ​ເກືອບ​ສິບ​ປີ.” ແຕ່​ໝູ່​ຂອງ​ວາເນດຊາ​ບໍ່​ໄດ້​ສະໜັບສະໜູນ​ລາວ​ໃຫ້​ຮັບ​ບັບເຕມາ. ລາວ​ຮູ້ສຶກ​ເສຍໃຈ​ຫຼາຍ ລາວ​ບອກ​ວ່າ: “ການ​ຫາ​ໝູ່​ເປັນ​ເລື່ອງ​ຍາກ​ຫຼາຍ​ສຳລັບ​ຂ້ອຍ ແລະ​ຂ້ອຍ​ຢ້ານ​ວ່າ​ຖ້າ​ຂ້ອຍ​ເຊົາ​ເປັນ​ໝູ່​ກັບ​ລາວ ຂ້ອຍ​ຈະ​ບໍ່​ມີ​ໝູ່​ສະໜິດ​ອີກ.”

ຢ້ານ​ເຮັດ​ຜິດ​ຮ້າຍແຮງ (ເບິ່ງ​ຂໍ້ 7) *

7. ມະເຄລາ​ຢ້ານ​ຫຍັງ ແລະ​ເປັນ​ຫຍັງ​ລາວ​ຈຶ່ງ​ຢ້ານ?

7 ຢ້ານ​ເຮັດ​ຜິດ​ຮ້າຍແຮງ. ຜູ້​ຍິງ​ຄົນ​ໜຶ່ງ​ຊື່​ມະເຄລາ ຕອນ​ທີ່​ລາວ​ອາຍຸ 5 ປີ ອ້າຍ​ຂອງ​ລາວ​ໄດ້​ຖືກ​ຕັດ​ສຳພັນ. ເມື່ອ​ລາວ​ໃຫຍ່​ຂຶ້ນ ລາວ​ກໍ​ເຫັນ​ວ່າ​ສິ່ງ​ທີ່​ອ້າຍ​ເຮັດ​ນັ້ນ​ໄດ້​ເຮັດ​ໃຫ້​ພໍ່​ແມ່​ເສຍໃຈ​ຫຼາຍ​ແທ້ໆ. ລາວ​ບອກ​ວ່າ: “ຂ້ອຍ​ຢ້ານ​ວ່າ​ຖ້າ​ຂ້ອຍ​ຮັບ​ບັບເຕມາ​ແລ້ວ​ເຮັດ​ຜິດ ຂ້ອຍ​ກໍ​ຈະ​ຖືກ​ຕັດ​ສຳພັນ​ເຊິ່ງ​ຈະ​ເຮັດ​ໃຫ້​ພໍ່​ແມ່​ເສຍໃຈ​ຫຼາຍ​ກວ່າ​ເກົ່າ​ອີກ.”

ຢ້ານ​ຖືກ​ຕໍ່​ຕ້ານ (ເບິ່ງ​ຂໍ້ 8) *

8. ໄມ​ຢ້ານ​ຫຍັງ?

8 ຢ້ານ​ຖືກ​ຕໍ່​ຕ້ານ. ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ໄມ ພໍ່​ແທ້ໆ​ແລະ​ແມ່ນ້າ​ຂອງ​ລາວ​ເປັນ​ພະຍານ​ພະ​ເຢໂຫວາ. ແຕ່​ແມ່​ແທ້ໆຂອງ​ລາວ​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ. ລາວ​ບອກ​ວ່າ: “ຂ້ອຍ​ຢູ່​ກັບ​ແມ່​ມາ 18 ປີ. ຂ້ອຍ​ຢ້ານ​ທີ່​ຈະ​ບອກ​ແມ່​ວ່າ​ຂ້ອຍ​ຢາກ​ຮັບ​ບັບເຕມາ. ຂ້ອຍ​ເຄີຍ​ເຫັນ​ສິ່ງ​ທີ່​ແມ່​ເຮັດ​ກັບ​ພໍ່​ຕອນ​ທີ່​ພໍ່​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ຂ້ອຍ​ກໍ​ເລີຍ​ຢ້ານ​ວ່າ​ແມ່​ຈະ​ເຮັດ​ໃຫ້​ຂ້ອຍ​ລຳບາກ.”

ເຈົ້າ​ຈະ​ເອົາ​ຊະນະ​ອຸປະສັກ​ໄດ້​ແນວ​ໃດ?

9. ເຈົ້າ​ຄົງ​ຢາກ​ເຮັດ​ຫຍັງ​ເມື່ອ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ອົດ​ທົນ​ຫຼາຍ​ສ່ຳ​ໃດ?

9 ອາດາມ​ແລະ​ເອວາ​ເລືອກ​ທີ່​ຈະ​ບໍ່​ຮັບໃຊ້​ພະ​ເຢໂຫວາ ເພາະ​ເຂົາ​ເຈົ້າ​ບໍ່​ໄດ້​ຮັກ​ພະອົງ​ຫຼາຍ​ພໍ. ແຕ່​ພະອົງ​ກໍ​ຍັງ​ໃຫ້​ເຂົາ​ເຈົ້າ​ມີ​ຊີວິດ​ຢູ່​ຕໍ່​ໄປ​ຈົນ​ມີ​ລູກ​ແລະ​ໃຫ້​ລ້ຽງ​ລູກ​ດ້ວຍ​ມາດຕະຖານ​ຂອງ​ເຂົາ​ເຈົ້າ​ເອງ. ຜົນ​ຈາກ​ການ​ຕັດສິນ​ໃຈ​ຂອງ​ອາດາມ​ແລະ​ເອວາ​ທີ່​ຢາກ​ເປັນ​ອິດ​ສະຫຼະ​ຈາກ​ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ເຂົາ​ເຈົ້າ​ໂງ່​ອີ່ຫຼີ. ລູກ​ຊາຍ​ກົກ​ຂອງ​ເຂົາ​ເຈົ້າ​ຂ້າ​ນ້ອງ​ຊາຍ​ທີ່​ບໍ່​ມີ​ຄວາມ​ຜິດ ຕໍ່​ມາ​ຄອບຄົວ​ມະນຸດ​ກໍ​ມີ​ແຕ່​ຄວາມ​ຮຸນແຮງ​ແລະ​ຄວາມ​ເຫັນ​ແກ່​ຕົວ. (ຕົ້ນ. 4:8; 6:11-13) ແຕ່​ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ທາງ​ໜຶ່ງ​ໄວ້​ເພື່ອ​ປົກ​ປ້ອງ​ລູກ​ຫຼານ​ຂອງ​ອາດາມ​ກັບ​ເອວາ​ທຸກ​ຄົນ​ທີ່​ຢາກ​ຮັບໃຊ້​ພະອົງ. (ໂຢ. 6:38-40, 57, 58) ແຮ່ງ​ເຈົ້າ​ໄດ້​ຮຽນ​ເລື່ອງ​ຄວາມ​ຮັກ​ແລະ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ​ຫຼາຍ​ເທົ່າ​ໃດ ເຈົ້າ​ກໍ​ແຮ່ງ​ຈະ​ຮັກ​ພະອົງ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ. ເຈົ້າ​ຈະ​ບໍ່​ຢາກ​ເຮັດ​ຄື​ກັບ​ອາດາມ​ແລະ​ເອວາ ແຕ່​ເຈົ້າ​ຈະ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ.

ວິທີ​ທີ່​ເຈົ້າ​ຈະ​ເອົາ​ຊະນະ​ໄດ້

(ເບິ່ງ​ຂໍ້ 9-10) *

10. ເປັນ​ຫຍັງ​ການ​ຄິດ​ຕຶກຕອງ​ໃນ​ຄຳເພງ 19:7 ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບໃຊ້​ພະ​ເຢໂຫວາ?

10 ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຕໍ່ໆໄປ. ແຮ່ງ​ເຈົ້າ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ແຮ່ງ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ວ່າ​ເຈົ້າ​ຈະ​ສາມາດ​ຮັບໃຊ້​ພະອົງ​ຢ່າງ​ປະສົບ​ຜົນ​ສຳເລັດ​ໄດ້. ເອເວີຣີ​ທີ່​ເວົ້າ​ເຖິງ​ໃນ​ຕອນ​ທຳອິດ​ບອກ​ວ່າ: “ຂ້ອຍ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ​ເມື່ອ​ອ່ານ​ແລະ​ຄິດ​ຕຶກຕອງ​ຄຳ​ສັນຍາ​ໃນ​ຄຳເພງ 19:7.” (ອ່ານ) ເມື່ອ​ເອເວີຣີ​ເຫັນ​ວ່າ​ພະ​ເຢໂຫວາ​ເຮັດ​ໃຫ້​ຄຳ​ສັນຍາ​ນັ້ນ​ເປັນ​ຈິງ ລາວ​ກໍ​ຮັກ​ພະອົງ​ຫຼາຍ​ຂຶ້ນ. ຄວາມ​ຮັກ​ບໍ່​ພຽງ​ແຕ່​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ ແຕ່​ຍັງ​ຊ່ວຍ​ເຮົາ​ໃຫ້​ຈົດຈໍ່​ທີ່​ພະ​ເຢໂຫວາ​ແລະ​ຄວາມ​ຕ້ອງການ​ຂອງ​ພະອົງ. ຮັນນາ​ບອກ​ວ່າ: “ການ​ສຶກສາ​ສ່ວນ​ຕົວ​ແລະ​ການ​ອ່ານ​ຄຳພີ​ໄບເບິນ​ເຮັດ​ໃຫ້​ຂ້ອຍ​ຮູ້​ວ່າ ຖ້າ​ຂ້ອຍ​ທຳ​ຮ້າຍ​ຕົວ​ເອງ ຂ້ອຍ​ກໍ​ທຳ​ຮ້າຍ​ພະ​ເຢໂຫວາ​ຄື​ກັນ.” (1 ເປ. 5:7) ຮັນນາ​ໄດ້ “ເຮັດ​ຕາມ​ຄຳ​ສອນ​ຂອງ​ພະເຈົ້າ.” (ຢໂກ. 1:22, ລ.ມ.) ຜົນ​ເປັນ​ແນວ​ໃດ? ລາວ​ບອກ​ວ່າ: “ເມື່ອ​ຂ້ອຍ​ເຫັນ​ວ່າ​ການ​ເຊື່ອ​ຟັງ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ຫຼາຍ​ເທົ່າ​ໃດ ຂ້ອຍ​ກໍ​ແຮ່ງ​ຮັກ​ພະອົງ​ຫຼາຍ​ຂຶ້ນ. ຕອນ​ນີ້​ຂ້ອຍ​ໝັ້ນ​ໃຈ​ວ່າ​ພະອົງ​ຈະ​ຊີ້​ນຳ​ຂ້ອຍ​ສະເໝີ​ຖ້າ​ຂ້ອຍ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.” ຮັນນາ​ສາມາດ​ເອົາ​ຊະນະ​ຄວາມ​ຮູ້ສຶກ​ຢາກ​ທຳ​ຮ້າຍ​ຕົວ​ເອງ ແລະ​ໃນ​ທີ່​ສຸດ​ລາວ​ກໍ​ໄດ້​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ.

(ເບິ່ງຂໍ້ 11) *

11. ວາເນດຊາ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ໝູ່​ທີ່​ດີ ແລະ​ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ເລື່ອງ​ນີ້?

11 ເລືອກ​ໝູ່​ຢ່າງ​ສະຫຼາດ. ວາເນດຊາ​ທີ່​ເວົ້າ​ເຖິງ​ໃນ​ຕອນ​ທຳອິດ ໃນ​ທີ່​ສຸດ​ກໍ​ຮູ້​ວ່າ​ໝູ່​ຂອງ​ລາວ​ຖ່ວງ​ດຶງ​ລາວ​ໄວ້​ບໍ່​ໃຫ້​ຮັບໃຊ້​ພະ​ເຢໂຫວາ ລາວ​ຈຶ່ງ​ເຊົາ​ເປັນ​ໝູ່​ກັບ​ຄົນ​ນັ້ນ. ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ພະຍາຍາມ​ຊອກ​ຫາ​ໝູ່​ໃໝ່​ໃນ​ປະຊາຄົມ. ລາວ​ບອກ​ວ່າ​ຕົວຢ່າງ​ຂອງ​ໂນເອ​ກັບ​ຄອບຄົວ​ໄດ້​ຊ່ວຍ​ລາວ. ລາວ​ເວົ້າ​ວ່າ: “ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ຢູ່​ໃນ​ທ່າມກາງ​ຄົນ​ທີ່​ບໍ່​ໄດ້​ຮັກ​ພະ​ເຢໂຫວາ. ແຕ່​ເຂົາ​ເຈົ້າ​ກໍ​ເປັນ​ໝູ່​ກັນ​ເອງ​ໃນ​ຄອບຄົວ​ເຊິ່ງ​ເປັນ​ການ​ຄົບຫາ​ທີ່​ດີ.” ຫຼັງ​ຈາກ​ລາວ​ຮັບ​ບັບເຕມາ​ແລ້ວ​ລາວ​ກໍ​ເປັນ​ໄພໂອເນຍ. ຕອນ​ນີ້​ລາວ​ບອກ​ວ່າ: “ການ​ເປັນ​ໄພໂອເນຍ​ຊ່ວຍ​ຂ້ອຍ​ໃຫ້​ມີ​ໝູ່​ຫຼາຍ​ຄົນ​ທັງ​ໃນ​ປະຊາຄົມ​ຂອງ​ຂ້ອຍ​ແລະ​ປະຊາຄົມ​ອື່ນໆນຳ.” ເຈົ້າ​ກໍ​ຄື​ກັນ ເຈົ້າ​ສາມາດ​ຊອກ​ຫາ​ໝູ່​ທີ່​ດີ​ໄດ້​ໂດຍ​ພະຍາຍາມ​ເຮັດ​ວຽກ​ຮັບໃຊ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ທີ່​ສຸດ.—ມັດ. 24:14

(ເບິ່ງ​ຂໍ້ 12-15) *

12. ຄວາມ​ຢ້ານ​ແບບ​ໃດ​ທີ່​ອາດາມ​ແລະ​ເອວາ​ບໍ່​ມີ ແລະ​ຜົນ​ເປັນ​ແນວ​ໃດ?

12 ມີ​ຄວາມ​ຢ້ານ​ໃນ​ແບບ​ທີ່​ຖືກຕ້ອງ. ຄວາມ​ຢ້ານ​ບາງ​ແບບ​ກໍ​ເປັນ​ສິ່ງ​ທີ່​ດີ ເຊັ່ນ ຢ້ານ​ວ່າ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ. (ເພງ. 111:10) ຖ້າ​ອາດາມ​ແລະ​ເອວາ​ມີ​ຄວາມ​ຢ້ານ​ແບບ​ນັ້ນ ເຂົາ​ເຈົ້າ​ຄື​ຊິ​ບໍ່​ກະບົດ​ຕໍ່​ພະ​ເຢໂຫວາ. ແຕ່​ເຂົາ​ເຈົ້າ​ກໍ​ກະບົດ​ຕໍ່​ພະອົງ ຫຼັງ​ຈາກ​ນັ້ນ ຕາ​ຂອງ​ເຂົາ​ເຈົ້າ​ກໍ​ມືນ​ແຈ້ງ​ໃນ​ແງ່​ທີ່​ວ່າ​ໄດ້​ຮູ້​ວ່າ​ຕົວ​ເອງ​ເປັນ​ຄົນ​ບາບ. ເຂົາ​ເຈົ້າ​ຖ່າຍ​ທອດ​ບາບ​ແລະ​ຄວາມ​ຕາຍ​ໄປ​ສູ່​ລູກ​ຫຼານ. ເນື່ອງ​ຈາກ​ເຂົາ​ເຈົ້າ​ເຫັນ​ແລະ​ເຂົ້າ​ໃຈ​ສະພາບ​ຂອງ​ຕົວ​ເອງ ເຂົາ​ເຈົ້າ​ຈຶ່ງ​ອາຍ​ທີ່​ຕົວ​ເອງ​ປະ​ເປືອຍ​ຢູ່​ແລະ​ໄດ້​ຊອກ​ຫາ​ບາງ​ສິ່ງ​ມາ​ປົກ​ປິດ.—ຕົ້ນ. 3:7, 21

13-14. (ກ) ຕາມ​ທີ່​ບອກ​ໃນ 1 ເປໂຕ 3:21 ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຢ້ານ​ຄວາມ​ຕາຍ​ຫຼາຍ​ເກີນ​ໄປ? (ຂ) ມີ​ເຫດຜົນ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຮົາ​ຮັກ​ພະ​ເຢໂຫວາ?

13 ເຖິງ​ວ່າ​ເຮົາ​ຄວນ​ຢ້ານ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ ແຕ່​ເຮົາ​ກໍ​ບໍ່​ຄວນ​ຢ້ານ​ຄວາມ​ຕາຍ​ຫຼາຍ​ເກີນ​ໄປ. ພະ​ເຢໂຫວາ​ໄດ້​ຈັດ​ກຽມ​ທາງ​ໜຶ່ງ​ໄວ້​ໃຫ້​ເຮົາ​ເພື່ອ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. ຖ້າ​ເຮົາ​ເຮັດ​ບາບ​ແລະ​ກັບ​ໃຈ​ແທ້ໆ ພະອົງ​ຈະ​ໃຫ້​ອະໄພ​ຄວາມ​ຜິດ​ຂອງ​ເຮົາ. ພະອົງ​ຈະ​ໃຫ້​ອະໄພ​ເມື່ອ​ເຮົາ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຍຊູ​ລູກ​ຊາຍ​ຂອງ​ພະອົງ. ວິທີ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ​ທີ່​ຈະ​ສະແດງ​ຄວາມ​ເຊື່ອ​ຄື ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ.—ອ່ານ 1 ເປໂຕ 3:21

14 ເຮົາ​ມີ​ຫຼາຍ​ເຫດຜົນ​ທີ່​ຈະ​ຮັກ​ພະ​ເຢໂຫວາ. ບໍ່​ພຽງ​ແຕ່​ວ່າ​ພະອົງ​ໃຫ້​ສິ່ງ​ດີໆກັບ​ເຮົາ​ໃນ​ແຕ່​ລະ​ມື້ ແຕ່​ພະອົງ​ຍັງ​ສອນ​ເຮົາ​ເລື່ອງ​ຄວາມ​ຈິງ​ກ່ຽວ​ກັບ​ພະອົງ​ແລະ​ໃຈ​ປະສົງ​ຂອງ​ພະອົງ​ນຳ. (ໂຢ. 8:31, 32) ພະອົງ​ໃຫ້​ເຮົາ​ມີ​ປະຊາຄົມ​ຄລິດສະຕຽນ​ເພື່ອ​ຊີ້​ນຳ​ແລະ​ຊ່ວຍ​ເຫຼືອ​ເຮົາ. ພະອົງ​ຍັງ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ບັນຫາ​ໃນ​ຕອນ​ນີ້​ແລະ​ໃຫ້​ຄວາມ​ຫວັງ​ເຮົາ​ທີ່​ຈະ​ມີ​ຊີວິດ​ໃນ​ສະພາບ​ທີ່​ສົມບູນ​ແບບ​ໃນ​ອະນາຄົດ. (ເພງ. 68:19; ຄຳປ. 21:3, 4) ເມື່ອ​ເຮົາ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ຕ່າງໆທີ່​ພະ​ເຢໂຫວາ​ໄດ້​ເຮັດ​ເພື່ອ​ເຮົາ​ເຊິ່ງ​ສະແດງ​ວ່າ​ຮັກ​ເຮົາ​ຫຼາຍ​ສ່ຳ​ໃດ ເຮົາ​ກໍ​ແຮ່ງ​ຮັກ​ພະອົງ​ຫຼາຍ​ຂຶ້ນ. ເມື່ອ​ເຮົາ​ຮັກ​ພະ​ເຢໂຫວາ ເຮົາ​ຈະ​ມີ​ຄວາມ​ຢ້ານ​ໃນ​ແບບ​ທີ່​ຖືກຕ້ອງ. ເຮົາ​ຢ້ານ​ວ່າ​ຈະ​ເຮັດ​ໃຫ້​ຜູ້​ທີ່​ເຮົາ​ຮັກ​ຫຼາຍ​ທີ່​ສຸດ​ເສຍໃຈ.

15. ມະເຄລາ​ເອົາ​ຊະນະ​ຄວາມ​ຢ້ານ​ວ່າ​ຈະ​ເຮັດ​ຜິດ​ໄດ້​ແນວ​ໃດ?

15 ມະເຄລາ​ທີ່​ເວົ້າ​ເຖິງ​ໃນ​ຕອນ​ທຳອິດ​ໄດ້​ເອົາ​ຊະນະ​ຄວາມ​ຢ້ານ​ວ່າ​ຈະ​ເຮັດ​ຜິດ​ເມື່ອ​ລາວ​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ໃຫ້​ອະໄພ​ແທ້ໆ. ລາວ​ບອກ​ວ່າ: “ຂ້ອຍ​ສຳນຶກ​ວ່າ​ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ​ແລະ​ເຮັດ​ຜິດ​ພາດ. ຂ້ອຍ​ຍັງ​ໄດ້​ເຂົ້າ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ແລະ​ຈະ​ໃຫ້​ອະໄພ​ເຮົາ​ໂດຍ​ທາງ​ຄ່າໄຖ່​ຂອງ​ພະ​ເຍຊູ.” ຄວາມ​ຮັກ​ທີ່​ລາວ​ມີ​ຕໍ່​ພະ​ເຢໂຫວາ​ກະຕຸ້ນ​ລາວ​ໃຫ້​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ.

(ເບິ່ງ​ຂໍ້ 16) *

16. ສິ່ງ​ໃດ​ຊ່ວຍ​ໄມ​ໃຫ້​ເອົາ​ຊະນະ​ການ​ຢ້ານ​ຖືກ​ຕໍ່​ຕ້ານ?

16 ໄມ​ເຊິ່ງ​ຢ້ານ​ວ່າ​ແມ່​ຈະ​ຕໍ່​ຕ້ານ​ທີ່​ລາວ​ຈະ​ຕັດສິນ​ໃຈ​ຮັບ​ບັບເຕມາ​ໄດ້​ຂໍ​ຄຳ​ແນະນຳ​ຈາກ​ຜູ້​ດູ​ແລ​ໝວດ. ໄມ​ບອກ​ວ່າ: “ຜູ້​ດູ​ແລ​ໝວດ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ພໍ່​ແມ່​ຖື​ຄົນ​ລະ​ສາສະໜາ​ຄື​ກັນ. ລາວ​ຊ່ວຍ​ຂ້ອຍ​ໃຫ້​ຮູ້​ເວົ້າ​ກັບ​ແມ່​ໃຫ້​ເຂົ້າ​ໃຈ​ວ່າ​ນີ້​ເປັນ​ການ​ຕັດສິນ​ຂອງ​ຂ້ອຍ​ບໍ່​ແມ່ນ​ພໍ່​ບັງຄັບ.” ແມ່​ຂອງ​ໄມ​ຮູ້ສຶກ​ບໍ່​ພໍ​ໃຈ​ທີ່​ລາວ​ຕັດສິນ​ໃຈ​ແບບ​ນັ້ນ. ໃນ​ທີ່​ສຸດ​ລາວ​ກໍ​ຕ້ອງ​ຍ້າຍ​ອອກ​ຈາກ​ບ້ານ​ແມ່ ແຕ່​ລາວ​ກໍ​ບໍ່​ໄດ້​ປ່ຽນ​ການ​ຕັດສິນ​ໃຈ. ລາວ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ປະທັບ​ໃຈ​ເມື່ອ​ໄດ້​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ສິ່ງ​ດີໆຫຍັງ​ແດ່​ເພື່ອ​ຂ້ອຍ. ເມື່ອ​ຂ້ອຍ​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຄ່າໄຖ່​ຂອງ​ພະ​ເຍຊູ ຂ້ອຍ​ກໍ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ​ຫຼາຍ​ສ່ຳ​ໃດ. ຂ້ອຍ​ຈຶ່ງ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ.”

ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ໄດ້​ຕັດສິນ​ໃຈ

ເຮົາ​ສະແດງ​ໃຫ້​ເຫັນ​ໄດ້​ວ່າ​ເຮົາ​ເຫັນ​ຄຸນຄ່າ​ສິ່ງ​ຕ່າງໆ ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຮົາ (ເບິ່ງ​ຂໍ້ 17)

17. ເຮົາ​ທຸກ​ຄົນ​ມີ​ໂອກາດ​ທີ່​ຈະ​ເຮັດ​ຫຍັງ?

17 ເມື່ອ​ເອວາ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ​ໃນ​ສວນ​ເອເດນ ລາວ​ກໍ​ປະຕິເສດ​ພະ​ເຢໂຫວາ. ເມື່ອ​ອາດາມ​ເຂົ້າ​ຮ່ວມ​ກັບ​ເອວາ ລາວ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ບໍ່​ເຫັນ​ຄ່າ​ສິ່ງ​ດີ​ຕ່າງໆທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ລາວ. ເຮົາ​ທຸກ​ຄົນ​ມີ​ໂອກາດ​ທີ່​ຈະ​ສະແດງ​ວ່າ​ເຮົາ​ບໍ່​ຢາກ​ເປັນ​ຄື​ກັບ​ອາດາມ​ແລະ​ເອວາ. ເຮົາ​ເຫັນ​ຄຸນຄ່າ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຮົາ. ໂດຍ​ການ​ຮັບ​ບັບເຕມາ ເຮົາ​ກໍ​ສະແດງ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ເຊື່ອ​ວ່າ​ພະອົງ​ມີ​ສິດ​ຕັ້ງ​ມາດຕະຖານ​ໃນ​ເລື່ອງ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ເຮົາ​ພິສູດ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ​ພໍ່​ຂອງ​ເຮົາ.

18. ເຈົ້າ​ຈະ​ປະສົບ​ຜົນ​ສຳເລັດ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ແນວ​ໃດ?

18 ຂໍ້​ທ້າທາຍ​ຢ່າງ​ໜຶ່ງ​ຫຼັງ​ຈາກ​ຮັບ​ບັບເຕມາ​ຄື​ການ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ບໍ່​ແມ່ນ​ຂອງ​ຕົວ​ເອງ. ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຫຼາຍ​ລ້ານ​ຄົນ​ໃຊ້​ຊີວິດ​ແບບ​ນັ້ນ. ເຈົ້າ​ກໍ​ເປັນ​ຄື​ກັບ​ເຂົາ​ເຈົ້າ​ໄດ້ ຖ້າ​ເຈົ້າ​ພະຍາຍາມ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ພະ​ຄຳ​ຂອງ​ພະເຈົ້າ​ຢ່າງ​ເລິກ​ເຊິ່ງ​ຕໍ່ໆໄປ ຄົບຫາ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ເປັນ​ປະຈຳ ແລະ​ຊ່ວຍ​ຄົນ​ອື່ນ​ຢ່າງ​ກະຕືລືລົ້ນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ເຮົາ. (ເຫບ. 10:24, 25) ເມື່ອ​ເຈົ້າ​ເຮັດ​ການ​ຕັດສິນ​ໃຈ ຂໍ​ໃຫ້​ຟັງ​ຄຳ​ແນະນຳ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ຜ່ານ​ທາງ​ຄຳພີ​ໄບເບິນ​ແລະ​ອົງການ​ຂອງ​ພະອົງ. (ເອຊາ. 30:21) ແລ້ວ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ຈະ​ປະສົບ​ຜົນ​ສຳເລັດ.—ສຸພາ. 16:3, 20

19. ເຈົ້າ​ຄວນ​ຈື່​ຫຍັງ​ໄວ້​ສະເໝີ ແລະ​ຍ້ອນ​ຫຍັງ?

19 ເມື່ອ​ເຈົ້າ​ຈື່​ສະເໝີ​ວ່າ​ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ສ່ຳ​ໃດ​ຈາກ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ ເຈົ້າ​ກໍ​ຈະ​ຮັກ​ພະອົງ​ແລະ​ມາດຕະຖານ​ຂອງ​ພະອົງ​ຫຼາຍ​ຂຶ້ນ. ບໍ່​ວ່າ​ຊາຕານ​ຈະ​ໃຊ້​ສິ່ງ​ໃດ​ກໍ​ບໍ່​ສາມາດ​ດຶງ​ເຮົາ​ອອກ​ຈາກ​ການ​ຮັບໃຊ້​ພະ​ເຢໂຫວາ​ໄດ້. ຂໍ​ໃຫ້​ນຶກ​ພາບ​ຈາກ​ນີ້​ໄປ​ໜຶ່ງ​ພັນ​ປີ ຕອນ​ນັ້ນ​ເຈົ້າ​ຈະ​ເຫັນ​ວ່າ​ການ​ທີ່​ເຈົ້າ​ໄດ້​ຕັດສິນ​ໃຈ​ຮັບ​ບັບເຕມາ​ເປັນ​ການ​ຕັດສິນ​ໃຈ​ທີ່​ດີ​ທີ່​ສຸດ​ໃນ​ຊີວິດ!

ເພງ 28 ໄດ້​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ

^ ຂໍ້ 5 ການ​ຕັດສິນ​ໃຈ​ວ່າ​ຈະ​ຮັບ​ບັບເຕມາ​ຫຼື​ບໍ່ ແມ່ນ​ການ​ຕັດສິນ​ໃຈ​ທີ່​ສຳຄັນ​ທີ່​ສຸດ​ທີ່​ເຈົ້າ​ເຮັດ​ໄດ້. ເປັນ​ຫຍັງ​ການ​ຕັດສິນ​ໃຈ​ນີ້​ຈຶ່ງ​ສຳຄັນ? ບົດ​ຄວາມ​ນີ້​ຈະ​ຕອບ​ຄຳຖາມ​ນີ້​ແລະ​ຈະ​ຊ່ວຍ​ຄົນ​ທີ່​ຄິດ​ຈະ​ຮັບ​ບັບເຕມາ​ໃຫ້​ເອົາ​ຊະນະ​ອຸປະສັກ​ຕ່າງໆທີ່​ຂັດ​ຂວາງ​ບໍ່​ໃຫ້​ຮັບ​ບັບເຕມາ.

^ ຂໍ້ 56 ຄຳ​ອະທິບາຍ​ຮູບພາບ: ຂາດ​ຄວາມ​ໝັ້ນ​ໃຈ: ໄວ​ລຸ້ນ​ຊາຍ​ຄົນ​ໜຶ່ງ​ບໍ່​ກ້າ​ອອກ​ຄວາມ​ຄິດ​ເຫັນ.

^ ຂໍ້ 58 ຄຳ​ອະທິບາຍ​ຮູບພາບ: ໝູ່: ໄວ​ລຸ້ນ​ຍິງ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ຄົບຫາ​ກັບ​ໝູ່​ທີ່​ບໍ່​ດີ ລາວ​ຮູ້ສຶກ​ອັບອາຍ​ເມື່ອ​ເຫັນ​ພີ່​ນ້ອງ.

^ ຂໍ້ 60 ຄຳ​ອະທິບາຍ​ຮູບພາບ: ຢ້ານ​ເຮັດ​ຜິດ: ໄວ​ລຸ້ນ​ຍິງ​ຄົນ​ໜຶ່ງ​ຢ້ານ​ເຮັດ​ຜິດ​ຄື​ກັບ​ອ້າຍ​ຂອງ​ລາວ​ທີ່​ຖືກ​ຕັດ​ສຳພັນ​ແລະ​ອອກ​ຈາກ​ບ້ານ​ໄປ.

^ ຂໍ້ 62 ຄຳ​ອະທິບາຍ​ຮູບພາບ: ຢ້ານ​ຖືກ​ຕໍ່​ຕ້ານ: ໄວ​ລຸ້ນ​ຊາຍ​ຄົນ​ໜຶ່ງ​ຢ້ານ​ທີ່​ຈະ​ອະທິດຖານ​ຕໍ່​ໜ້າ​ແມ່.

^ ຂໍ້ 65 ຄຳ​ອະທິບາຍ​ຮູບພາບ: ຂາດ​ຄວາມ​ໝັ້ນ​ໃຈ: ໄວ​ລຸ້ນ​ຊາຍ​ຄົນ​ໜຶ່ງຕັ້ງ​ໃຈ​ສຶກສາ​ສ່ວນ​ຕົວ​ຫຼາຍ​ຂຶ້ນ.

^ ຂໍ້ 67 ຄຳ​ອະທິບາຍ​ຮູບພາບ: ໝູ່: ໄວ​ລຸ້ນ​ຍິງຮຽນ​ຮູ້​ທີ່​ຈະ​ພູມ​ໃຈ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ.

^ ຂໍ້ 69 ຄຳ​ອະທິບາຍ​ຮູບພາບ: ຢ້ານ​ເຮັດ​ຜິດ: ໄວ​ລຸ້ນ​ຍິງ​ຄົນ​ໜຶ່ງ ເຮັດ​ໃຫ້​ຄວາມ​ຈິງ​ເປັນ​ຂອງ​ຕົວ​ເອງ​ແລ້ວ​ຮັບ​ບັບເຕມາ.

^ ຂໍ້ 71 ຄຳ​ອະທິບາຍ​ຮູບພາບ: ຢ້ານ​ຖືກ​ຕໍ່​ຕ້ານ: ໄວ​ລຸ້ນ​ຊາຍ​ຄົນ​ໜຶ່ງອະທິບາຍ​ຄວາມ​ເຊື່ອ​ກັບ​ແມ່​ຢ່າງ​ກ້າຫານ.