ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 11

ຟັງ​ສຽງ​ຂອງ​ພະ​ເຢໂຫວາ

ຟັງ​ສຽງ​ຂອງ​ພະ​ເຢໂຫວາ

“ພະອົງ​ນີ້​ເປັນ​ພະ​ບຸດ​ທີ່​ຮັກ​ຂອງ​ເຮົາ . . . ທ່ານ​ທັງ​ຫຼາຍ​ຈົ່ງ​ຟັງ​ພະອົງ​ເຖີ້ນ.”—ມັດ. 17:5

ເພງ 89 ຟັງ ເຮັດ​ຕາມ ແລ້ວ​ຈະ​ໄດ້​ພອນ

ໃຈ​ຄວາມ​ສຳຄັນ *

1-2. (ກ) ພະ​ເຢໂຫວາ​ເຄີຍ​ສື່ສານ​ກັບ​ມະນຸດ​ແນວ​ໃດ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ພະ​ເຢໂຫວາ​ມັກ​ທີ່​ຈະ​ສື່ສານ​ກັບ​ເຮົາ. ໃນ​ອະດີດ ພະອົງ​ໃຊ້​ຜູ້​ພະຍາກອນ ທູດ​ສະຫວັນ ແລະ​ພະ​ເຍຊູ​ລູກ​ຊາຍ​ຂອງ​ພະອົງ​ເພື່ອ​ບອກ​ໃຫ້​ເຮົາ​ຮູ້​ຄວາມ​ຄິດ​ຂອງ​ພະອົງ. (ອາໂມດ 3:7; ຄລາ. 3:19; ຄຳປ. 1:1) ທຸກ​ມື້​ນີ້ ພະ​ເຢໂຫວາ​ສື່ສານ​ກັບ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ. ພະອົງ​ໃຫ້​ສິ່ງ​ນີ້​ກັບ​ເຮົາ​ເພື່ອ​ເຮົາ​ຈະ​ຮຽນ​ຮູ້​ຄວາມ​ຄິດ​ແລະ​ເຂົ້າ​ໃຈ​ແນວ​ທາງ​ຕ່າງໆຂອງ​ພະອົງ.

2 ຕອນ​ທີ່​ພະ​ເຍຊູ​ຢູ່​ເທິງ​ໂລກ ມີ 3 ໂອກາດ​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ​ຈາກ​ສະຫວັນ. ຂໍ​ໃຫ້​ເຮົາ​ມາ​ພິຈາລະນາ​ວ່າ​ພະ​ເຢໂຫວາ​ໄດ້​ເວົ້າ​ຫຍັງ​ແດ່ ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ສິ່ງ​ທີ່​ພະອົງ​ເວົ້າ ແລະ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ.

“ພະອົງ​ເປັນ​ພະ​ບຸດ​ທີ່​ຮັກ​ຂອງ​ເຮົາ”

3. ຕາມ​ທີ່​ອ່ານ​ໃນ​ມາລະໂກ 1:9-11 ພະ​ເຢໂຫວາ​ໄດ້​ເວົ້າ​ຫຍັງ​ຕອນ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ ແລະ​ຄຳ​ເວົ້າ​ນັ້ນ​ຢືນຢັນ​ຄວາມ​ຈິງ​ທີ່​ສຳຄັນ​ຫຍັງ​ແດ່?

3 ມາລະໂກ 1:9-11 ບັນທຶກ​ຕອນ​ທີ່​ພະ​ເຢໂຫວາ​ເວົ້າ​ຈາກ​ສະຫວັນ​ເທື່ອ​ທຳອິດ. (ອ່ານ) ພະ​ເຢໂຫວາ​ເວົ້າ​ວ່າ: “ພະອົງ​ເປັນ​ພະ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫຼາຍ​ໃນ​ພະອົງ.” ພະ​ເຍຊູ​ຄົງ​ຈະ​ປະທັບ​ໃຈ​ຫຼາຍ​ສ່ຳ​ໃດ​ເມື່ອ​ໄດ້​ຍິນ​ສຽງ​ພໍ່​ທີ່​ບອກ​ວ່າ​ຮັກ​ແລະ​ໝັ້ນ​ໃຈ​ໃນ​ຕົວ​ເພິ່ນ! ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ຢືນຢັນ​ຄວາມ​ຈິງ​ທີ່​ສຳຄັນ 3 ຢ່າງ​ກ່ຽວ​ກັບ​ພະ​ເຍຊູ​ຄື: (1) ພະ​ເຍຊູ​ເປັນ​ລູກ​ຂອງ​ພະອົງ (2) ພະ​ເຢໂຫວາ​ຮັກ​ພະ​ເຍຊູ ແລະ (3) ພະ​ເຢໂຫວາ​ພໍ​ໃຈ​ໃນ​ຕົວ​ເພິ່ນ. ຂໍ​ໃຫ້​ເຮົາ​ມາ​ສຶກສາ​ແຕ່​ລະ​ຢ່າງ​ນີ້​ນຳ​ກັນ.

4. ຕອນ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ ເພິ່ນ​ເປັນ​ລູກ​ຂອງ​ພະເຈົ້າ​ໃນ​ແງ່​ມຸມ​ໃໝ່​ແນວ​ໃດ?

4 “ພະ​ບຸດ . . . ຂອງ​ເຮົາ.” ໂດຍ​ຄຳ​ເວົ້າ​ນີ້ ພະ​ເຢໂຫວາ​ສະແດງ​ວ່າ​ພະ​ເຍຊູ​ລູກ​ຊາຍ​ທີ່​ຮັກ​ຈະ​ມີ​ສາຍ​ສຳພັນ​ແບບ​ໃໝ່​ກັບ​ພະອົງ. ຕອນ​ທີ່​ພະ​ເຍຊູ​ຢູ່​ໃນ​ສະຫວັນ ເພິ່ນ​ກໍ​ເປັນ​ລູກ​ຂອງ​ພະເຈົ້າ​ຢູ່​ແລ້ວ. ແຕ່​ຕອນ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ ເພິ່ນ​ກໍ​ຖືກ​ເຈີມ​ໂດຍ​ພະລັງ​ບໍລິສຸດ​ແລະ​ເປັນ​ລູກ​ຂອງ​ພະເຈົ້າ​ໃນ​ແງ່​ມຸມ​ໃໝ່. ຕັ້ງ​ແຕ່​ຕອນ​ນັ້ນ ເພິ່ນ​ກໍ​ມີ​ຄວາມ​ຫວັງ​ທີ່​ຈະ​ກັບ​ໄປ​ສະຫວັນ​ເພື່ອ​ຈະ​ເປັນ​ກະສັດ​ແລະ​ປະໂລຫິດ​ໃຫຍ່​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພະເຈົ້າ. (ລືກາ 1:31-33; ເຫບ. 1:8, 9; 2:17) ດັ່ງ​ນັ້ນ ຕອນ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ ພໍ່​ຂອງ​ເພິ່ນ​ຈຶ່ງ​ບອກ​ວ່າ: “ພະອົງ​ເປັນ​ພະ​ບຸດ . . . ຂອງ​ເຮົາ.”—ລືກາ 3:22

ເມື່ອ​ເຮົາ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ແລະ​ກຳລັງ​ໃຈ ເຮົາ​ຈະ​ພັດທະນາ​ຕົວ​ເອງ​ໃຫ້​ດີ​ຂຶ້ນ (ເບິ່ງ​ຂໍ້ 5) *

5. ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ພໍ​ໃຈ​ໄດ້​ແນວ​ໃດ?

5 “ພະ​ບຸດ​ທີ່​ຮັກ​ຂອງ​ເຮົາ.” ຕົວຢ່າງ​ຂອງ​ພະ​ເຢໂຫວາ​ໃນ​ການ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ພໍ​ໃຈ​ເຕືອນ​ເຮົາ​ໃຫ້​ຊອກ​ໂອກາດ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ. (ໂຢ. 5:20) ເຮົາ​ດີ​ໃຈ​ເມື່ອ​ຄົນ​ທີ່​ເຮົາ​ຮັກ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ແລະ​ຊົມ​ເຊີຍ​ໃນ​ສິ່ງ​ທີ່​ເຮົາ​ເຮັດ. ຄ້າຍ​ຄື​ກັນ ພີ່​ນ້ອງ​ຂອງ​ເຮົາ​ໃນ​ປະຊາຄົມ​ແລະ​ສະມາຊິກ​ຄອບຄົວ​ກໍ​ຕ້ອງການ​ຄວາມ​ຮັກ​ແລະ​ກຳລັງ​ໃຈ​ຈາກ​ເຮົາ​ຄື​ກັນ. ເມື່ອ​ເຮົາ​ຊົມ​ເຊີຍ​ຄົນ​ອື່ນ ເຮົາ​ກໍ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ​ແລະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ພັກດີ. ເປັນ​ເລື່ອງ​ສຳຄັນ​ທີ່​ພໍ່​ແມ່​ຕ້ອງ​ໃຫ້​ກຳລັງ​ໃຈ​ລູກ. ເມື່ອ​ພໍ່​ແມ່​ຊົມ​ເຊີຍ​ລູກ​ຈາກ​ໃຈ​ຈິງ​ແລະ​ສະແດງ​ຄວາມ​ຮັກ​ຕໍ່​ລູກ ເຂົາ​ເຈົ້າ​ກໍ​ຊ່ວຍ​ລູກ​ໃຫ້​ພັດທະນາ​ຕົວ​ເອງ​ໃຫ້​ເປັນ​ຄົນ​ດີ.

6. ເປັນ​ຫຍັງ​ເຮົາ​ສາມາດ​ໝັ້ນ​ໃຈ​ໃນ​ພະ​ເຍຊູ?

6 “ເຮົາ​ຊອບ​ໃຈ​ຫຼາຍ​ໃນ​ພະອົງ.” ຄຳ​ເວົ້າ​ເຫຼົ່າ​ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ໝັ້ນ​ໃຈ​ວ່າ​ພະ​ເຍຊູ​ຈະ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະອົງ​ຢ່າງ​ສັດ​ຊື່. ຍ້ອນ​ພະ​ເຢໂຫວາ​ໝັ້ນ​ໃຈ​ໃນ​ລູກ​ຊາຍ​ຫຼາຍ​ແທ້ໆ ເຮົາ​ກໍ​ສາມາດ​ໝັ້ນ​ໃຈ​ໄດ້​ຄື​ກັນ​ວ່າ​ພະ​ເຍຊູ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຕ່າງໆຂອງ​ພະ​ເຢໂຫວາ​ສຳເລັດ. (2 ໂກ. 1:20) ເມື່ອ​ເຮົາ​ຄິດ​ກ່ຽວ​ກັບ​ຕົວຢ່າງ​ຂອງ​ພະ​ເຍຊູ ເຮົາ​ກໍ​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ຮຽນ​ຮູ້​ຈາກ​ເພິ່ນ​ແລະ​ຮຽນ​ແບບ​ເພິ່ນ. ຄື​ກັບ​ທີ່​ພະ​ເຢໂຫວາ​ໝັ້ນ​ໃຈ​ໃນ​ພະ​ເຍຊູ ພະອົງ​ກໍ​ໝັ້ນ​ໃຈ​ວ່າ​ຜູ້​ຮັບໃຊ້​ຂອງ​ພະອົງ​ຈະ​ຮຽນ​ແບບ​ຕົວຢ່າງ​ລູກ​ຊາຍ​ຂອງ​ພະອົງ​ຕໍ່ໆໄປ.—1 ເປ. 2:21

“ຈົ່ງ​ຟັງ​ພະອົງ​ເຖີ້ນ”

7. ຕາມ​ທີ່​ບອກ​ໃນ​ມັດທາຍ 17:1-5 ພະ​ເຢໂຫວາ​ເວົ້າ​ຈາກ​ສະຫວັນ​ເທື່ອ​ທີ​ສອງ​ຕອນ​ໃດ ແລະ​ພະອົງ​ເວົ້າ​ຫຍັງ?

7 ອ່ານ​ມັດທາຍ 17:1-5. ເທື່ອ​ທີ​ສອງ​ທີ່​ພະ​ເຢໂຫວາ​ເວົ້າ​ຈາກ​ສະຫວັນ​ແມ່ນ​ຕອນ​ທີ່​ພະ​ເຍຊູ ‘ປ່ຽນ​ລັກສະນະ​ຮູບ​ກາຍ.’ ພະ​ເຍຊູ​ໄດ້​ຊວນ​ເປໂຕ ຢາໂກໂບ ແລະ​ໂຢຮັນ​ໄປ​ທີ່​ພູເຂົາ​ສູງ. ເມື່ອ​ຢູ່​ທີ່​ນັ້ນ​ເຂົາ​ເຈົ້າ​ໄດ້​ເຫັນ​ນິມິດ​ທີ່​ໜ້າ​ງຶດງໍ້. ເຂົາ​ເຈົ້າ​ເຫັນ​ໜ້າ​ຂອງ​ພະ​ເຍຊູ​ມີ​ແສງ​ແຈ້ງ​ແລະ​ເຄື່ອງ​ນຸ່ງ​ຂອງ​ເພິ່ນ​ຂາວ​ເຫຼື້ອມ​ສະຫວ່າງ. ເຂົາ​ເຈົ້າ​ຍັງ​ເຫັນ​ສອງ​ຄົນ​ເຊິ່ງ​ເບິ່ງ​ຄື​ກັບ​ໂມເຊ​ແລະ​ເອລີຢາ​ກຳລັງ​ລົມ​ກັບ​ພະ​ເຍຊູ​ເລື່ອງ​ການ​ຕາຍ​ແລະ​ການ​ຟື້ນ​ຄືນ​ຈາກ​ຕາຍ​ຂອງ​ເພິ່ນ. ເຖິງ​ວ່າ​ອັກຄະສາວົກ​ສາມ​ຄົນ​ຈະ “ເຫງົາ​ນອນ” ແຕ່​ເຂົາ​ເຈົ້າ​ກໍ​ເຫັນ​ນິມິດ​ທີ່​ໜ້າ​ອັດສະຈັນ​ນີ້​ຕອນ​ທີ່​ຕື່ນ​ນອນ​ແລ້ວ. (ລືກາ 9:29-32) ຕໍ່​ມາ​ກໍ​ມີ​ເມກ​ທີ່​ມີ​ແສງ​ສະຫວ່າງ​ມາ​ປົກ​ຄຸມ​ຕົວ​ເຂົາ​ເຈົ້າ ແລ້ວ​ເຂົາ​ເຈົ້າ​ກໍ​ໄດ້​ຍິນ​ສຽງ​ອອກ​ມາ​ຈາກ​ເມກ ນັ້ນ​ຄື​ສຽງ​ຂອງ​ພະ​ເຢໂຫວາ! ຄື​ກັບ​ຕອນ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ວ່າ​ຮັກ​ແລະ​ພໍ​ໃຈ​ພະ​ເຍຊູ ພະ​ເຢໂຫວາ​ບອກ​ວ່າ: “ພະອົງ​ເປັນ​ພະ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫຼາຍ​ໃນ​ພະອົງ.” ແຕ່​ເທື່ອ​ນີ້​ພະ​ເຢໂຫວາ​ເວົ້າ​ຕື່ມ​ວ່າ: “ຈົ່ງ​ຟັງ​ພະອົງ​ເຖີ້ນ.”

8. ນິມິດ​ການ​ປ່ຽນ​ຮູບ​ກາຍ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ພະ​ເຍຊູ​ແລະ​ລູກ​ສິດ?

8 ນິມິດ​ນີ້​ສະແດງ​ພາບ​ລ່ວງ​ໜ້າ​ເຖິງ​ສະຫງ່າ​ລາສີ​ແລະ​ອຳນາດ​ທີ່​ພະ​ເຍຊູ​ຈະ​ມີ​ເມື່ອ​ເປັນ​ກະສັດ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ. ແນ່ນອນ​ວ່າ​ພະ​ເຍຊູ​ມີ​ກຳລັງ​ໃຈ​ແລະ​ຄວາມ​ເຂັ້ມແຂງ​ທີ່​ຈະ​ອົດ​ທົນ​ກັບ​ຄວາມ​ທຸກ​ທໍລະມານ​ແລະ​ຄວາມ​ເຈັບ​ປວດ​ຈົນ​ຕາຍ. ນິມິດ​ນີ້​ຍັງ​ເສີມ​ຄວາມ​ເຊື່ອ​ພວກ​ລູກ​ສິດ​ໃຫ້​ເຂັ້ມແຂງ​ຂຶ້ນ​ເພື່ອ​ຈະ​ສາມາດ​ອົດ​ທົນ​ກັບ​ການ​ທົດລອງ​ຄວາມ​ພັກດີ​ແລະ​ວຽກ​ງານ​ໜັກ​ທີ່​ເຂົາ​ເຈົ້າ​ຈະ​ເຮັດ​ໃນ​ອະນາຄົດ. ປະມານ 30 ປີ​ຕໍ່​ມາ ອັກຄະສາວົກ​ເປໂຕ​ຍັງ​ເວົ້າ​ເຖິງ​ນິມິດ​ນີ້​ເຊິ່ງ​ສະແດງ​ວ່າ​ລາວ​ຈື່​ນິມິດ​ນີ້​ໄດ້​ດີ.—2 ເປ. 1:16-18

9. ພະ​ເຍຊູ​ໃຫ້​ຄຳ​ແນະນຳ​ທີ່​ສຳຄັນ​ຫຍັງ​ກັບ​ລູກ​ສິດ?

9 “ຈົ່ງ​ຟັງ​ພະອົງ​ເຖີ້ນ.” ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ພະອົງ​ຢາກ​ໃຫ້​ເຮົາ​ຟັງ​ແລະ​ເຮັດ​ຕາມ​ລູກ​ຊາຍ​ຂອງ​ພະອົງ. ພະ​ເຍຊູ​ເວົ້າ​ຫຍັງ​ຕອນ​ທີ່​ຢູ່​ເທິງ​ໂລກ? ເພິ່ນ​ເວົ້າ​ຫຼາຍ​ເລື່ອງ​ທີ່​ສຳຄັນ ເຊັ່ນ: ເພິ່ນ​ສອນ​ລູກ​ສິດ​ດ້ວຍ​ຄວາມ​ຮັກ​ເຖິງ​ວິທີ​ປະກາດ​ຂ່າວ​ດີ ແລະ​ເຕືອນ​ເຂົາ​ເຈົ້າ​ເລື້ອຍໆໃຫ້​ເຝົ້າ​ລະວັງ​ຢູ່​ສະເໝີ. (ມັດ. 24:42; 28:19, 20) ເພິ່ນ​ຍັງ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ພະຍາຍາມ​ສຸດ​ຄວາມ​ສາມາດ​ແລະ​ໃຫ້​ກຳລັງ​ໃຈ​ເຂົາ​ເຈົ້າ​ບໍ່​ໃຫ້​ຍອມ​ແພ້. (ລືກາ 13:24) ພະ​ເຍຊູ​ຍັງ​ເນັ້ນ​ໃຫ້​ເຂົາ​ເຈົ້າ​ຮັກ​ກັນ ເປັນ​ໜຶ່ງ​ດຽວ​ກັນ ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ເພິ່ນ. (ໂຢ. 15:10, 12, 13) ຄຳ​ແນະນຳ​ທີ່​ພະ​ເຍຊູ​ໃຫ້​ລູກ​ສິດ​ເປັນ​ປະໂຫຍດ​ແທ້ໆ! ຄຳ​ແນະນຳ​ນັ້ນ​ກໍ​ໃຊ້​ໄດ້​ກັບ​ເຮົາ​ໃນ​ທຸກ​ມື້​ນີ້​ຄື​ກັນ.

10-11. ເຮົາ​ຈະ​ເຮັດ​ຫຍັງ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຟັງ​ສຽງ​ພະ​ເຍຊູ?

10 ພະ​ເຍຊູ​ບອກ​ວ່າ: “ຄົນ​ທຸກ​ຄົນ​ທີ່​ເປັນ​ຝ່າຍ​ຄວາມ​ຈິງ​ກໍ​ຟັງ​ສຽງ​ປາກ​ຂອງ​ເຮົາ.” (ໂຢ. 18:37) ເຮົາ​ສະແດງ​ວ່າ​ເຮົາ​ຟັງ​ສຽງ​ພະ​ເຍຊູ​ໂດຍ “ອົດ​ກັ້ນ​ໄວ້​ກັນ​ແລະ​ກັນ ແລະ​ຍົກ​ໂທດ​ໃຫ້​ກັນ​ແລະ​ກັນ [ຢ່າງ​ໃຈ​ກວ້າງ].” (ໂກໂລ. 3:13; ລືກາ 17:3, 4) ເຮົາ​ຍັງ​ຟັງ​ສຽງ​ຂອງ​ພະ​ເຍຊູ​ເມື່ອ​ເຮົາ​ປະກາດ​ຂ່າວ​ດີ​ຢ່າງ​ກະຕືລືລົ້ນ “ທັງ​ໃນ​ຕອນ​ທີ່​ສະດວກ​ແລະ​ຕອນ​ທີ່​ລຳບາກ.”—2 ຕີໂມ. 4:2, ລ.ມ.

11 ພະ​ເຍຊູ​ບອກ​ວ່າ: “ແກະ​ທັງ​ຫຼາຍ​ຂອງ​ເຮົາ​ກໍ​ຟັງ​ສຽງ​ປາກ​ຂອງ​ເຮົາ.” (ໂຢ. 10:27) ລູກ​ສິດ​ຂອງ​ພະ​ເຍຊູ​ບໍ່​ພຽງ​ແຕ່​ຟັງ​ສິ່ງ​ທີ່​ເພິ່ນ​ເວົ້າ ແຕ່​ຍັງ​ໄດ້​ລົງ​ມື​ເຮັດ​ນຳ. ເຂົາ​ເຈົ້າ​ບໍ່​ຍອມ​ໃຫ້ “ຄວາມ​ອຸກ​ໃຈ” ໃນ​ຊີວິດ​ມາ​ເຮັດ​ໃຫ້​ວອກແວກ. (ລືກາ 21:34) ແຕ່​ເຂົາ​ເຈົ້າ​ໃຫ້​ການ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ເຖິງ​ວ່າ​ຈະ​ເປັນ​ເລື່ອງ​ຍາກ​ຫຼາຍ. ພີ່​ນ້ອງ​ຂອງ​ເຮົາ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ກໍ​ກຳລັງ​ອົດ​ທົນ​ກັບ​ການ​ທົດ​ສອບ​ທີ່​ຮຸນແຮງ​ເຊັ່ນ: ການ​ໂຈມຕີ​ຈາກ​ຄົນ​ທີ່​ຕໍ່​ຕ້ານ ຄວາມ​ທຸກ​ຍາກ​ຂາດແຄນ ແລະ​ໄພ​ທຳມະຊາດ. ເຖິງ​ວ່າ​ຈະ​ປະສົບ​ສິ່ງ​ເຫຼົ່າ​ນີ້​ແລະ​ໄດ້​ຮັບ​ຄວາມ​ເສຍຫາຍ​ຫຼາຍ​ສ່ຳ​ໃດ​ກໍ​ຕາມ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ສະເໝີ. ພະ​ເຍຊູ​ຮັບຮອງ​ກັບ​ເຂົາ​ເຈົ້າ​ວ່າ: “ທຸກ​ຄົນ​ທີ່​ຮູ້​ວ່າ​ຂ້ອຍ​ສັ່ງ​ຫຍັງ​ແລະ​ເຮັດ​ຕາມ​ກໍ​ຮັກ​ຂ້ອຍ ພໍ່​ຂ້ອຍ​ຈະ​ຮັກ​ທຸກ​ຄົນ​ທີ່​ຮັກ​ຂ້ອຍ.”—ໂຢ. 14:21, ລ.ມ.

ການ​ປະກາດ​ຊ່ວຍ​ເຮົາ​ໃຫ້​​ຟັງ​ສຽງ​ພະ​ເຍຊູ​ສະເໝີ (ເບິ່ງ​ຂໍ້ 12) *

12. ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ຟັງ​ສຽງ​ພະ​ເຍຊູ​ແມ່ນ​ຫຍັງ?

12 ອີກ​ວິທີ​ໜຶ່ງ​ທີ່​ເຮົາ​ຟັງ​ສຽງ​ພະ​ເຍຊູ​ຄື ໂດຍ​ຮ່ວມ​ມື​ກັບ​ຄົນ​ທີ່​ເພິ່ນ​ແຕ່ງ​ຕັ້ງ​ໃຫ້​ນຳ​ໜ້າ​ເຮົາ. (ເຫບ. 13:7, 17) ອົງການ​ຂອງ​ພະເຈົ້າ​ໄດ້​ເຮັດ​ການ​ປັບ​ປ່ຽນ​ຫຼາຍ​ຢ່າງ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້ ເຊັ່ນ: ໃຊ້​ເຄື່ອງ​ມື​ໃໝ່ໆແລະ​ວິທີ​ການ​ໃໝ່ໆໃນ​ການ​ປະກາດ ການ​ປະຊຸມ​ກາງ​ອາທິດ​ຮູບ​ແບບ​ໃໝ່ ແລະ​ວິທີ​ກໍ່​ສ້າງ ປັບ​ປຸງ ແລະ​ບຳລຸງ​ຮັກສາ​ຫໍ​ປະຊຸມ. ເຮົາ​ຮູ້ສຶກ​ຂອບໃຈ​ຫຼາຍ​ແທ້ໆສຳລັບ​ຄຳ​ແນະນຳ​ທີ່​ຮອບຄອບ​ແລະ​ສະແດງ​ເຖິງ​ຄວາມ​ຮັກ! ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ທີ່​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ອົງການ.

13. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຖ້າ​ເຮົາ​ຟັງ​ພະ​ເຍຊູ?

13 ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຖ້າ​ເຮົາ​ຟັງ​ທຸກ​ສິ່ງ​ທີ່​ພະ​ເຍຊູ​ສອນ. ພະ​ເຍຊູ​ຢືນຢັນ​ກັບ​ລູກ​ສິດ​ວ່າ​ສິ່ງ​ທີ່​ເພິ່ນ​ສອນ​ຈະ​ເຮັດ​ໃຫ້​ສົດ​ຊື່ນ​ເຊົາ​ເມື່ອຍ. ເພິ່ນ​ບອກ​ວ່າ: “ທ່ານ​ທັງ​ຫຼາຍ​ຈະ​ພົບ​ຄວາມ​ເຊົາ​ເມື່ອຍ​ໃນ​ຈິດ​ໃຈ​ຂອງ​ທ່ານ. ເຫດ​ວ່າ​ແອກ​ຂອງ​ເຮົາ​ກໍ​ງ່າຍ​ແລະ​ເຄື່ອງ​ແບກ​ຂອງ​ເຮົາ​ກໍ​ເບົາ.” (ມັດ. 11:28-30) ຄຳພີ​ໄບເບິນ​ເຊິ່ງ​ລວມ​ມີ​ກິດຕິຄຸນ 4 ພະທຳ​ກ່ຽວ​ກັບ​ຊີວິດ​ແລະ​ວຽກ​ຮັບໃຊ້​ຂອງ​ພະ​ເຍຊູ ໄດ້​ເຮັດ​ໃຫ້​ເຮົາ​ສົດ​ຊື່ນ​ແລະ​ເປັນ​ຄົນ​ສະຫຼາດ. (ເພງ. 19:7; 23:3) ພະ​ເຍຊູ​ບອກ​ວ່າ: “ຄົນ​ທັງ​ຫຼາຍ​ທີ່​ຟັງ​ພະ​ຄຳ​ຂອງ​ພະເຈົ້າ​ແລະ​ຂັບ​ຕາມ​ພະ​ຄຳ​ນັ້ນ​ກໍ​ເປັນ​ສຸກ​ຫຼາຍ.”—ລືກາ 11:28

‘ເຮົາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ເຮົາ​ໄດ້​ຮັບ​ການ​ຍົກຍ້ອງ’

14-15. (ກ) ໃນ​ໂຢຮັນ 12:27, 28 ໂອກາດ​ທີ​ສາມ​ທີ່​ພະ​ເຢໂຫວາ​ເວົ້າ​ຈາກ​ສະຫວັນ​ແມ່ນ​ຕອນ​ໃດ? (ຂ) ເປັນ​ຫຍັງ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ໃຫ້​ພະ​ເຍຊູ​ມີ​ກຳລັງ​ໃຈ​ແລະ​ເຂັ້ມແຂງ​ຂຶ້ນ?

14 ອ່ານ​ໂຢຮັນ 12:27, 28. * ພະທຳ​ກິດຕິຄຸນ​ໂຢຮັນ​ເວົ້າ​ເຖິງ​ໂອກາດ​ທີ​ສາມ​ທີ່​ພະ​ເຢໂຫວາ​ເວົ້າ​ຈາກ​ສະຫວັນ. ໃນ​ບໍ່​ເທົ່າ​ໃດ​ມື້​ກ່ອນ​ທີ່​ພະ​ເຍຊູ​ຕາຍ ເພິ່ນ​ໄດ້​ຢູ່​ເມືອງ​ເຢຣຶຊາເລມ​ເພື່ອ​ສະຫຼອງ​ປັດສະຄາ. ເພິ່ນ​ບອກ​ວ່າ: “ຂ້ອຍ​ທຸກ​ໃຈ​ຫຼາຍ” ຕໍ່​ມາ​ເພິ່ນ​ກໍ​ອະທິດຖານ​ວ່າ: “ພໍ່​ເອີຍ ຂໍ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ການ​ຍົກຍ້ອງ.” ແລ້ວ​ເພິ່ນ​ກໍ​ໄດ້​ຍິນ​ສຽງ​ພໍ່​ເວົ້າ​ຈາກ​ສະຫວັນ​ວ່າ: “ເຮົາ​ເຮັດ​ໃຫ້​ຊື່​ຂອງ​ເຮົາ​ໄດ້​ຮັບ​ການ​ຍົກຍ້ອງ​ແລ້ວ ແລະ​ເຮົາ​ຈະ​ເຮັດ​ໃຫ້​ໄດ້​ຮັບ​ການ​ຍົກຍ້ອງ​ອີກ.”

15 ພະ​ເຍຊູ​ທຸກ​ໃຈ​ຍ້ອນ​ເພິ່ນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ໜັກ​ຫຼາຍ​ໃນ​ການ​ຮັກສາ​ຄວາມ​ສັດ​ຊື່​ພັກດີ​ຕໍ່​ພະ​ເຢໂຫວາ. ພະ​ເຍຊູ​ຮູ້​ວ່າ​ຕົວ​ເອງ​ກຳລັງ​ຈະ​ຖືກ​ທໍລະມານ​ແລະ​ຕາຍ. (ມັດ. 26:38) ແຕ່​ທີ່​ສຳຄັນ​ທີ່​ສຸດ​ພະ​ເຍຊູ​ຢາກ​ໃຫ້​ຊື່​ຂອງ​ພໍ່​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ. ພະ​ເຍຊູ​ຖືກ​ກ່າວ​ຫາ​ວ່າ​ເປັນ​ຄົນ​ໝິ່ນ​ປະໝາດ ແລະ​ເພິ່ນ​ຢ້ານ​ວ່າ​ການ​ຕາຍ​ຂອງ​ເພິ່ນ​ຈະ​ເຮັດ​ໃຫ້​ພະເຈົ້າ​ເສຍ​ຊື່ສຽງ. ແນ່ນອນ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ໃນ​ຕອນ​ນັ້ນ​ຄົງ​ເຮັດ​ໃຫ້​ພະ​ເຍຊູ​ໝັ້ນ​ໃຈ​ວ່າ​ຊື່​ຂອງ​ພະ​ເຢໂຫວາ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ. ດັ່ງ​ນັ້ນ ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ຄົງ​ຕ້ອງ​ໃຫ້​ກຳລັງ​ໃຈ​ແລະ​ເຮັດ​ໃຫ້​ເພິ່ນ​ເຂັ້ມແຂງ​ຫຼາຍ​ແທ້ໆເພື່ອ​ຈະ​ຮັບ​ມື​ກັບ​ສິ່ງ​ທີ່​ກຳລັງ​ຈະ​ເກີດ​ຂຶ້ນ. ເຖິງ​ວ່າ​ພະ​ເຍຊູ​ເປັນ​ຜູ້​ດຽວ​ທີ່​ເຂົ້າ​ໃຈ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ໃນ​ຕອນ​ນັ້ນ ແຕ່​ພະ​ເຢໂຫວາ​ກໍ​ໃຫ້​ບັນທຶກ​ຖ້ອຍຄຳ​ຂອງ​ພະອົງ​ໄວ້​ສຳລັບ​ເຮົາ​ທຸກ​ຄົນ.—ໂຢ. 12:29, 30

ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ການ​ຍົກຍ້ອງ​ແລະ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພະອົງ (ເບິ່ງ​ຂໍ້ 16) *

16. ເປັນ​ຫຍັງ​ບາງ​ຄັ້ງ​ເຮົາ​ອາດ​ເປັນ​ຫ່ວງ​ກ່ຽວ​ກັບ​ຄຳ​ຕຳໜິ​ຕໍ່​ຊື່​ຂອງ​ພະເຈົ້າ?

16 ເຮົາ​ອາດ​ຮູ້ສຶກ​ເປັນ​ຫ່ວງ​ຄື​ກັບ​ພະ​ເຍຊູ​ກ່ຽວ​ກັບ​ຄຳ​ຕຳໜິ​ຕໍ່​ຊື່​ຂອງ​ພະ​ເຢໂຫວາ. ເຮົາ​ອາດ​ຖືກ​ປະຕິບັດ​ແບບ​ບໍ່​ຍຸຕິທຳ​ຄື​ກັບ​ພະ​ເຍຊູ ຫຼື​ເຮົາ​ອາດ​ກັງວົນ​ທີ່​ພວກ​ຕໍ່​ຕ້ານ​ໄດ້​ເຜີຍ​ແຜ່​ເລື່ອງ​ຕົວະ​ກ່ຽວ​ກັບ​ເຮົາ. ເຮົາ​ອາດ​ຄິດ​ວ່າ​ເລື່ອງ​ນີ້​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ແລະ​ອົງການ​ຂອງ​ພະອົງ​ເສຍ​ຊື່ສຽງ. ເມື່ອ​ຮູ້ສຶກ​ແບບ​ນີ້ ຖ້ອຍຄຳ​ຂອງ​ພະອົງ​ໃນ​ໂຢຮັນ​ໄດ້​ໃຫ້​ກຳລັງ​ໃຈ​ເຮົາ​ແທ້ໆ. ແຕ່​ເຮົາ​ກໍ​ບໍ່​ຄວນ​ກັງວົນ​ຫຼາຍ​ເກີນ​ໄປ. ເຮົາ​ໝັ້ນ​ໃຈ​ໄດ້​ວ່າ: “ສັນຕິສຸກ​ຂອງ​ພະເຈົ້າ​ທີ່​ເກີນ​ຄວາມ​ເຂົ້າ​ໃຈ​ທຸກ​ຢ່າງ​ຈະ​ປົກ​ປ້ອງ​ຫົວໃຈ​ແລະ​ຄວາມ​ຄິດ​ຂອງ​ພວກ [ເຮົາ] ໄວ້​ໂດຍ​ທາງ​ພະ​ຄລິດ​ເຍຊູ.” (ຟີລິບ 4:6, 7, ລ.ມ.) ພະ​ເຢໂຫວາ​ຈະ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ການ​ຍົກຍ້ອງ​ຢູ່​ສະເໝີ. ພະອົງ​ຈະ​ໃຊ້​ລາຊະອານາຈັກ​ຂອງ​ພະອົງ​ແກ້ໄຂ​ຄວາມ​ເສຍຫາຍ​ທຸກ​ຢ່າງ​ທີ່​ຊາຕານ​ແລະ​ໂລກ​ນີ້​ເຮັດ​ໃຫ້​ເກີດ​ຂຶ້ນ​ກັບ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ.—ເພງ. 94:22, 23; ເອຊາ. 65:17

ປະໂຫຍດ​ຈາກ​ການ​ຟັງ​ສຽງ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້

17. ຕາມ​ທີ່​ບອກ​ໄວ້​ໃນ​ເອຊາອີ 30:21 ພະ​ເຢໂຫວາ​ເວົ້າ​ກັບ​ເຮົາ​ໂດຍ​ທາງ​ໃດ?

17 ພະ​ເຢໂຫວາ​ຍັງ​ເວົ້າ​ກັບ​ເຮົາ​ໃນ​ທຸກ​ມື້​ນີ້. (ອ່ານ​ເອຊາອີ 30:21) ທີ່​ຈິງ ເຮົາ​ບໍ່​ໄດ້​ຍິນ​ສຽງ​ພະອົງ​ເວົ້າ​ກັບ​ເຮົາ​ຈາກ​ສະຫວັນ. ແຕ່​ພະອົງ​ໄດ້​ເວົ້າ​ແລະ​ໃຫ້​ຄຳ​ແນະນຳ​ກັບ​ເຮົາ​ໂດຍ​ທາງ​ຖ້ອຍຄຳ​ທີ່​ຂຽນ​ໄວ້​ໃນ​ຄຳພີ​ໄບເບິນ. ນອກ​ຈາກ​ນັ້ນ ພະ​ເຢໂຫວາ​ຍັງ​ໃຫ້​ພະລັງ​ບໍລິສຸດ​ກັບ “ຄົນ​ຮັບໃຊ້​ທີ່​ສັດ​ຊື່​ແລະ​ສຸຂຸມ” ເພື່ອ​ແຈກ​ຈ່າຍ​ອາຫານ​ທີ່​ເສີມ​ຄວາມ​ເຊື່ອ. (ລືກາ 12:42, ລ.ມ.) ເຮົາ​ໄດ້​ຮັບ​ອາຫານ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ​ຢ່າງ​ຫຼວງ​ຫຼາຍ​ແທ້ໆບໍ່​ວ່າ​ຈະ​ເປັນ​ສັບພະໜັງສື​ຫຼື​ສື່​​ຕ່າງໆ ລວມ​ທັງ​ວິດີໂອ ແລະ​ໄຟລ​ບັນທຶກ​ສຽງ!

18. ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ເສີມ​ຄວາມ​ເຊື່ອ​ແລະ​ຄວາມ​ກ້າຫານ​ຂອງ​ເຈົ້າ​ແນວ​ໃດ?

18 ຂໍ​ໃຫ້​ຈື່​ຄຳ​ເວົ້າ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ພະ​ເຍຊູ​ລູກ​ຊາຍ​ຂອງ​ພະອົງ​ຕອນ​ທີ່​ຢູ່​ເທິງ​ໂລກ​ໄວ້​ສະເໝີ. ຂໍ​ໃຫ້​ຄຳ​ເວົ້າ​ຂອງ​ພະອົງ​ທີ່​ບັນທຶກ​ໄວ້​ໃນ​ຄຳພີ​ໄບເບິນ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ ທຸກ​ສິ່ງ​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​ພະ​ເຢໂຫວາ ແລະ​ພະອົງ​ຈະ​ແກ້ໄຂ​ຄວາມ​ເສຍຫາຍ​ທຸກ​ຢ່າງ​ທີ່​ຊາຕານ​ແລະ​ໂລກ​ນີ້​ເຮັດ​ໃຫ້​ເກີດ​ຂຶ້ນ​ກັບ​ເຮົາ. ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ຟັງ​ສຽງ​ຂອງ​ພະ​ເຢໂຫວາ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ຈະ​ອົດ​ທົນ​ໄດ້​ບໍ່​ວ່າ​ເຮົາ​ຈະ​ເຈິ​ບັນຫາ​ໃດ​ກໍ​ຕາມ​ໃນ​ຕອນ​ນີ້​ຫຼື​ໃນ​ອະນາຄົດ. ຄຳພີ​ໄບເບິນ​ເຕືອນ​ເຮົາ​ວ່າ: “ທ່ານ​ທັງ​ຫຼາຍ​ຕ້ອງ . . . ພຽນ​ທົນ​ເອົາ ເພື່ອ​ວ່າ​ຄັນ​ພວກ​ທ່ານ​ໄດ້​ກະທຳ​ນ້ຳໃຈ​ຂອງ​ພະເຈົ້າ​ໃຫ້​ສຳເລັດ​ແລ້ວ ພວກ​ທ່ານ​ຈະ​ໄດ້​ຮັບ​ຕາມ​ຄຳ​ປະຕິຍານ​ໄວ້.”—ເຫບ. 10:36

ເພງ 4 “ພະ​ເຢໂຫວາ​ເປັນ​ຜູ້​ລ້ຽງ​ຂ້ອຍ”

^ ຂໍ້ 5 ຕອນ​ທີ່​ພະ​ເຍຊູ​ຢູ່​ເທິງ​ໂລກ ພະ​ເຢໂຫວາ​ໄດ້​ເວົ້າ​ຈາກ​ສະຫວັນ​ເຖິງ 3 ເທື່ອ. ມີ​ເທື່ອ​ໜຶ່ງ​ແມ່ນ ພະ​ເຢໂຫວາ​ບອກ​ພວກ​ລູກ​ສິດ​ໃຫ້​ຟັງ​ພະ​ເຍຊູ​ລູກ​ຊາຍ​ຂອງ​ພະອົງ. ທຸກ​ມື້​ນີ້​ພະ​ເຢໂຫວາ​ເວົ້າ​ກັບ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ​ເຊິ່ງ​ລວມ​ເຖິງ​ຄຳ​ສອນ​ຂອງ​ພະ​ເຍຊູ ແລະ​ໂດຍ​ທາງ​ອົງການ​ຂອງ​ພະອົງ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວ່າ​ການ​ຟັງ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ.

^ ຂໍ້ 14 ໂຢຮັນ 12:27, 28 (ລ.ມ.): “‘ຕອນ​ນີ້ ຂ້ອຍ​ທຸກ​ໃຈ​ຫຼາຍ ຂ້ອຍ​ບໍ່​ຮູ້​ຈະ​ເວົ້າ​ແນວ​ໃດ​ດີ ພໍ່​ເອີຍ ຂໍ​ຊ່ວຍ​ຂ້ອຍ​ໃຫ້​ຜ່ານ​ຊ່ວງ​ເວລາ​ນີ້​ໄປ​ໄດ້. ແຕ່​ແນວ​ໃດ​ກໍ​ຕາມ ຂ້ອຍ​ກໍ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ​ຄັ້ງ​ນີ້ ທີ່​ຂ້ອຍ​ມາ​ກໍ​ເພາະ​ເຫດຜົນ​ນີ້. ພໍ່​ເອີຍ ຂໍ​ໃຫ້​ຊື່​ຂອງ​ພະອົງ​ໄດ້​ຮັບ​ການ​ຍົກຍ້ອງ.’ ທັນໃດ​ນັ້ນ​ກໍ​ມີ​ສຽງ​ເວົ້າ​ຈາກ​ຟ້າ​ວ່າ: ‘ເຮົາ​ເຮັດ​ໃຫ້​ຊື່​ຂອງ​ເຮົາ​ໄດ້​ຮັບ​ການ​ຍົກຍ້ອງ​ແລ້ວ ແລະ​ເຮົາ​ຈະ​ເຮັດ​ໃຫ້​ໄດ້​ຮັບ​ການ​ຍົກຍ້ອງ​ອີກ.’”

^ ຂໍ້ 53 ຄຳ​ອະທິບາຍ​ຮູບ​ພາບ: ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ສັງເກດ​ວ່າ​ຜູ້​ຊ່ວຍ​ງານ​ຮັບໃຊ້​ຊ່ວຍ​ເບິ່ງ​ແຍງ​ຫໍ​ປະຊຸມ​ແລະ​ເຮັດ​ວຽກ​ຢູ່​ພະແນກ​ໜັງສື. ຜູ້​ເຖົ້າ​ແກ່​ຊົມ​ເຊີຍ​ລາວ​ຢ່າງ​ອົບອຸ່ນ.

^ ຂໍ້ 55 ຄຳ​ອະທິບາຍ​ຮູບ​ພາບ: ຜົວ​ເມຍ​ຄູ່​ໜຶ່ງ​ໃນ​ເຊຍຣາເລໂອນ​ໃຫ້​ໃບ​ເຊີນ​ປະຊຸມ​ກັບ​ຄົນ​ຫາ​ປາ.

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ພະຍານ​ພະ​ເຢໂຫວາ​ໃນ​ປະເທດ​ໜຶ່ງ​ທີ່​ວຽກ​ປະກາດ​ຂອງ​ເຮົາ​ຖືກ​ຈຳກັດ​ໄດ້​ປະຊຸມ​ຢູ່​ເຮືອນ​ສ່ວນ​ຕົວ. ເຂົາ​ເຈົ້າ​ແຕ່ງ​ຕົວ​ທຳມະດາ​ເພື່ອ​ຈະ​ບໍ່​ເປັນ​ຈຸດ​ສົນ​ໃຈ.