ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ພະ​ເຢໂຫວາ​ເຫັນ​ຄ່າ​ເມື່ອ​ເຈົ້າ​ເວົ້າ​ວ່າ “ອາແມນ”

ພະ​ເຢໂຫວາ​ເຫັນ​ຄ່າ​ເມື່ອ​ເຈົ້າ​ເວົ້າ​ວ່າ “ອາແມນ”

ພະ​ເຢໂຫວາ​ເຫັນ​ຄຸນຄ່າ​ການ​ນະມັດສະການ​ຂອງ​ເຮົາ ພະອົງ “ສົນ​ໃຈ​ຟັງ” ຜູ້​ຮັບໃຊ້​ຂອງ​ພະອົງ ແລະ​ພະອົງ​ເຫັນ​ຄຸນຄ່າ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ສັນລະເສີນ​ພະອົງ​ບໍ່​ວ່າ​ຈະ​ເປັນ​ສິ່ງ​ນ້ອຍໆກໍ​ຕາມ. (ມລກີ. 3:16, ລ.ມ.) ຕົວຢ່າງ: ຂໍ​ໃຫ້​ຄິດ​ເຖິງ​ຄຳ​ເວົ້າ​ໜຶ່ງ​ທີ່​ເຮົາ​ເຄີຍ​ເວົ້າ​ຢ່າງ​ນັບ​ບໍ່​ຖ້ວນ ນັ້ນ​ຄື​ຄຳ​ວ່າ: “ອາແມນ.” ພະ​ເຢໂຫວາ​ເຫັນ​ຄຸນຄ່າ​ຄຳ​ສັ້ນໆງ່າຍໆນີ້​ບໍ? ເຫັນ​ຄຸນຄ່າ​ແນ່ນອນ! ແຕ່​ເພື່ອ​ຈະ​ຮູ້​ວ່າ​ເປັນ​ຫຍັງ​ພະອົງ​ຈຶ່ງ​ເຫັນ​ຄຸນຄ່າ ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຄວາມ​ໝາຍ​ຂອງ​ຄຳ​ນີ້​ແລະ​ວິທີ​ໃຊ້​ຄຳ​ນີ້​ໃນ​ຄຳພີ​ໄບເບິນ.

“ພວກ​ຊຸມນຸມ​ທັງ​ປວງ​ໄດ້​ຕອບ​ວ່າ ‘ອາແມນ.’”

ຄຳ​ວ່າ “ອາແມນ” ໃນ​ພາສາ​ອັງກິດ​ໝາຍ​ເຖິງ “ຂໍ​ໃຫ້​ເປັນ​ຢ່າງ​ນັ້ນ” ຫຼື “ແນ່ນອນ.” ຄຳ​ນີ້​ມາ​ຈາກ​ຄຳ​ເຄົ້າ​ໃນ​ພາສາ​ເຫບເລີ​ເຊິ່ງ​ໝາຍ​ເຖິງ “ຂໍ​ໃຫ້​ສັດ​ຊື່” “ເຊື່ອ​ຖື​ໄດ້.” ບາງ​ຄັ້ງ​ມີ​ການ​ໃຊ້​ຄຳ​ນີ້​ໃນ​ຄະດີ​ຄວາມ. ຫຼັງ​ຈາກ​ກ່າວ​ຄຳ​ສາບານ​ແລ້ວ ລາວ​ຈະ​ເວົ້າ​ວ່າ “ອາແມນ” ເພື່ອ​ຢືນຢັນ​ວ່າ​ສິ່ງ​ທີ່​ລາວ​ຈະ​ເວົ້າ​ເປັນ​ຄວາມ​ຈິງ ແລະ​ລາວ​ຈະ​ຮັບ​ຜິດ​ຊອບ​ຕໍ່​ຜົນ​ຂອງ​ຄຳ​ເວົ້າ​ນັ້ນ. (ຈົດເຊັນ. 5:22) ເມື່ອ​ລາວ​ເວົ້າ​ວ່າ “ອາແມນ” ຕໍ່​ໜ້າ​ຄົນ​ອື່ນ ລາວ​ກໍ​ແຮ່ງ​ຕ້ອງ​ເຮັດ​ຕາມ​ສິ່ງ​ທີ່​ເວົ້າ​ໄວ້.—ນເຫ. 5:13

ຕົວຢ່າງ​ໜຶ່ງ​ໂດດ​ເດັ່ນ​ຂອງ​ການ​ໃຊ້​ຄຳ​ວ່າ “ອາແມນ” ແມ່ນ​ບັນທຶກ​ໃນ​ພະບັນຍັດ​ບົດ 27. ຫຼັງ​ຈາກ​ທີ່​ຊາວ​ອິດສະລາແອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ ເຂົາ​ເຈົ້າ​ກໍ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ລະຫວ່າງ​ພູ​ເອບານ​ແລະ​ພູ​ຄາລີຊີມ​ເພື່ອ​ຟັງ​ກົດ​ໝາຍ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ. ເຂົາ​ເຈົ້າ​ມາ​ບໍ່​ພຽງ​ແຕ່​ເພື່ອ​ຟັງ ແຕ່​ຍັງ​ມາ​ເພື່ອ​ປະກາດ​ວ່າ​ເຂົາ​ເຈົ້າ​ຍອມ​ຮັບ​ກົດ​ໝາຍ​ນີ້. ເມື່ອ​ໄດ້​ຟັງ​ຜົນ​ຂອງ​ການ​ບໍ່​ເຊື່ອ​ຟັງ​ແລ້ວ ເຂົາ​ເຈົ້າ​ກໍ​ຕອບ​ວ່າ “ອາແມນ.” (ບັນຍັດ. 27:15-26) ລອງ​ນຶກ​ພາບ​ວ່າ​ສຽງ​ຄຳຕອບ​ຂອງ​ຫຼາຍ​ລ້ານ​ຄົນ​ທັງ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກ​ນ້ອຍ​ຈະ​ດັງ​ຫຼາຍ​ສ່ຳ​ໃດ! (ຢຊວຍ. 8:30-35) ແນ່ນອນ​ເຂົາ​ເຈົ້າ​ຄົງ​ຈະ​ບໍ່​ລືມ​ຄຳ​ເວົ້າ​ຂອງ​ຕົວ​ເອງ​ໃນ​ມື້​ນັ້ນ. ຊາວ​ອິດສະລາແອນ​ເຫຼົ່າ​ນັ້ນ​ກໍ​ໄດ້​ເຮັດ​ຕາມ​ຄຳ​ເວົ້າ​ແທ້ໆ ເພາະ​ຄຳພີ​ໄບເບິນ​ບັນທຶກ​ໄວ້​ວ່າ: “ພວກ​ຍິດສະລາເອນ​ໄດ້​ບົວລະບັດ​ພະ​ເຢໂຫວາ​ຈົນ​ສິ້ນ​ຊີວິດ​ທ່ານ​ໂຢຊວຍ ແລະ​ຈົນ​ສິ້ນ​ຊີວິດ​ພວກ​ຜູ້​ເຖົ້າ​ແກ່​ທີ່​ມີ​ຊີວິດ​ຍືນ​ຍາວ​ໄປ​ພາຍ​ຫຼັງ​ທ່ານ​ໂຢຊວຍ ແລະ​ທີ່​ໄດ້​ຮູ້ຈັກ​ກິດຈະການ​ທັງ​ຫຼາຍ​ຂອງ​ພະ​ເຢໂຫວາ​ທີ່​ພະອົງ​ໄດ້​ກະທຳ​ສຳລັບ​ພວກ​ຍິດສະລາເອນ.”—ຢຊວຍ. 24:31

ພະ​ເຍຊູ​ກໍ​ໃຊ້​ຄຳ​ວ່າ “ອາແມນ” ເພື່ອ​ຢືນຢັນ​ວ່າ​ສິ່ງ​ທີ່​ໄດ້​ເວົ້າ​ໄປ​ເປັນ​ຄວາມ​ຈິງ ແຕ່​ເພິ່ນ​ເຮັດ​ແບບ​ນັ້ນ​ໃນ​ວິທີ​ທີ່​ພິເສດ. ແທນ​ທີ່​ຈະ​ໃຊ້​ຄຳ​ວ່າ “ອາແມນ” ຫຼັງ​ຈາກ​ເວົ້າ​ຈົບ​ຄື​ກັບ​ຄົນ​ອື່ນ ເພິ່ນ​ພັດ​ໃຊ້​ຄຳ​ນີ້ (ໃນ​ພາສາ​ລາວ​ແປ​ວ່າ “ຈິງ​ແທ້”) ກ່ອນ​ສິ່ງ​ທີ່​ເພິ່ນ​ຈະ​ເວົ້າ​ເພື່ອ​ເນັ້ນ​ວ່າ​ສິ່ງ​ນັ້ນ​ເປັນ​ຄວາມ​ຈິງ. ບາງ​ຄັ້ງ​ເພິ່ນ​ມັກ​ເວົ້າ​ຊ້ຳ​ເຊັ່ນ “ຈິງ​ແທ້ໆ.” (ມັດ. 5:18; ໂຢ. 1:51) ດັ່ງ​ນັ້ນ ເພິ່ນ​ຢືນຢັນ​ກັບ​ຜູ້​ຟັງ​ຂອງ​ເພິ່ນ​ວ່າ​ຄຳ​ເວົ້າ​ຂອງ​ເພິ່ນ​ເປັນ​ຄວາມ​ຈິງ​ແທ້ໆ. ພະ​ເຍຊູ​ເວົ້າ​ດ້ວຍ​ໝັ້ນ​ໃຈ​ໄດ້​ເພາະ​ເພິ່ນ​ເປັນ​ຄົນ​ທີ່​ພະເຈົ້າ​ໃຊ້​ມາ​ເຮັດ​ໃຫ້​ຄຳ​ສັນຍາ​ທັງ​ໝົດ​ຂອງ​ພະອົງ​ເປັນ​ຈິງ.—2 ໂກ. 1:20; ຄຳປ. 3:14

“ລາສະດອນ​ທັງ​ປວງ​ໄດ້​ກ່າວ​ວ່າ ‘ອາແມນ’ ແລະ​ໄດ້​ສັນລະເສີນ​ພະ​ເຢໂຫວາ”

ຊາວ​ອິດສະລາແອນ​ຍັງ​ໃຊ້​ຄຳ​ວ່າ “ອາແມນ” ເມື່ອ​ສັນລະເສີນ​ແລະ​ອະທິດຖານ​ເຖິງ​ພະ​ເຢໂຫວາ. (ນເຫ. 8:6; ເພງ. 41:13) ໂດຍ​ເວົ້າ “ອາແມນ” ຫຼັງ​ຈາກ​ກ່າວ​ຄຳ​ອະທິດຖານ​ແລ້ວ ຜູ້​ຟັງ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ເຫັນ​ດີ​ກັບ​ຄຳ​ອະທິດຖານ​ນັ້ນ. ດັ່ງ​ນັ້ນ ທຸກ​ຄົນ​ສາມາດ​ມີ​ສ່ວນ​ຮ່ວມ​ເຊິ່ງ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ກັບ​ການ​ນະມັດສະການ​ພະ​ເຢໂຫວາ. ສິ່ງ​ນີ້​ເຄີຍ​ເກີດ​ຂຶ້ນ​ເມື່ອ​ກະສັດ​ດາວິດ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ມາ​ທີ່​ເມືອງ​ເຢຣຶຊາເລມ. ໃນ​ລະຫວ່າງ​ການ​ສະຫຼອງ​ທີ່​ຫີບ​ສັນຍາ​ມາ​ແລ້ວ ດາວິດ​ອະທິດຖານ​ຈາກ​ໃຈ​ເປັນ​ເພງ​ດັ່ງ​ທີ່​ບັນທຶກ​ໃນ 1 ຂ່າວຄາວ 16:8-36. ປະຊາຊົນ​ກໍ​ຖືກ​ກະຕຸ້ນ​ເຖິງ​ຂັ້ນ “ກ່າວ​ວ່າ ‘ອາແມນ’ ແລະ​ໄດ້​ສັນລະເສີນ​ພະ​ເຢໂຫວາ.” ຄຳ​ເວົ້າ​ທີ່​ພ້ອມ​ພຽງ​ກັນ​ຂອງ​ເຂົາ​ເຈົ້າ​ສະແດງ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ທີ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ນຳ​ກັນ.

ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ກໍ​ໃຊ້​ຄຳ​ວ່າ “ອາແມນ” ຄື​ກັນ​ເມື່ອ​ສັນລະເສີນ​ພະ​ເຢໂຫວາ. ຜູ້​ຂຽນ​ຄຳພີ​ໄບເບິນ​ຫຼາຍ​ຄົນ​ຍັງ​ມັກ​ໃຊ້​ຄຳ​ນີ້​ໃນ​ຈົດ​ໝາຍ​ຂອງ​ເຂົາ​ເຈົ້າ. (ໂລມ 1:25; 16:27; 1 ເປ. 4:11) ພະທຳ​ຄຳປາກົດ​ບອກ​ວ່າ​ແມ່ນ​ແຕ່​ທູດ​ສະຫວັນ​ກໍ​ຍັງ​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ເວົ້າ​ວ່າ: “ອາແມນ! ສັນລະເສີນ​ພະເຈົ້າ!” (ຄຳປ. 19:1, 4, ທ.ປ.) ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ມັກ​ເວົ້າ​ວ່າ “ອາແມນ” ຫຼັງ​ຈາກ​ຈົບ​ຄຳ​ອະທິດຖານ​ຢູ່​ການ​ປະຊຸມ​ຂອງ​ເຂົາ​ເຈົ້າ. (1 ໂກ. 14:16) ແຕ່​ບໍ່​ແມ່ນ​ເວົ້າ​ອອກ​ມາ​ແບບ​ບໍ່​ຄິດ​ກ່ອນ.

ເປັນ​ຫຍັງ​ຄຳ​ວ່າ “ອາແມນ” ຂອງ​ເຈົ້າ​ຈຶ່ງ​ສຳຄັນ?

ຫຼັງ​ຈາກ​ທີ່​ໄດ້​ເບິ່ງ​ຄວາມ​ໝາຍ​ແລະ​ວິທີ​ທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ເຄີຍ​ໃຊ້ ເຮົາ​ໄດ້​ເຫັນ​ວ່າ​ເປັນ​ເລື່ອງ​ເໝາະ​ສົມ​ທີ່​ຈະ​ເວົ້າ “ອາແມນ” ໃນ​ຕອນ​ຈົບ​ຄຳ​ອະທິດຖານ. ເມື່ອ​ເຮົາ​ເວົ້າ​ຄຳ​ນີ້​ໃນ​ຕອນ​ຈົບ​ຄຳ​ອະທິດຖານ​ສ່ວນ​ຕົວ ເຮົາ​ຢືນຢັນ​ວ່າ​ມັນ​ມາ​ຈາກ​ໃຈ​ແທ້ໆ. ຕອນ​ທີ່​ຄົນ​ອື່ນ​ອະທິດຖານ​ຈົບ ແລ້ວ​ເຮົາ​ເວົ້າ “ອາແມນ” ແມ່ນ​ແຕ່​ໃນ​ໃຈ ເຮົາ​ກໍ​ສະແດງ​ວ່າ​ເຫັນ​ດີ​ກັບ​ຄຳ​ອະທິດຖານ​ນັ້ນ. ຂໍ​ໃຫ້​ມາ​ເບິ່ງ​ເຫດຜົນ​ອື່ນໆອີກ​ວ່າ​ເປັນ​ຫຍັງ​ຄຳ​ວ່າ “ອາແມນ” ຂອງ​ເຮົາ​ຈຶ່ງ​ສຳຄັນ.

ເພາະ​ສະແດງ​ວ່າ​ເຮົາ​ຕັ້ງ​ໃຈ​ນະມັດສະການ​ພະ​ເຢໂຫວາ. ໃນ​ລະຫວ່າງ​ການ​ອະທິດຖານ ເຮົາ​ນະມັດສະການ​ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ໂດຍ​ເວົ້າ​ວ່າ “ອາແມນ” ແຕ່​ຍັງ​ລວມ​ເຖິງ​ສິ່ງ​ທີ່​ເຮົາ​ເຮັດ​ຕອນ​ນັ້ນ​ນຳ. ຖ້າ​ເຮົາ​ຢາກ​ເວົ້າ “ອາແມນ” ຈາກ​ໃຈ​ແທ້ໆ ສິ່ງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ແລະ​ພະຍາຍາມ​ຕັ້ງ​ໃຈ​ຟັງ​ຄຳ​ອະທິດຖານ.

ເພາະ​ເຮົາ​ເປັນ​ຜູ້​ນະມັດສະການ​ທີ່​ເປັນ​ໜຶ່ງ​ດຽວ​ກັນ. ເມື່ອ​ມີ​ຄົນ​ນຳ​ການ​ອະທິດຖານ​ໃນ​ການ​ປະຊຸມ ເຮົາ​ທຸກ​ຄົນ​ກໍ​ໄດ້​ຍິນ​ເລື່ອງ​ດຽວ​ກັນ. (ກິດ. 1:14; 12:5) ຖ້າ​ເຮົາ​ທຸກ​ຄົນ​ເວົ້າ “ອາແມນ” ພ້ອມ​ກັນ ເຮົາ​ກໍ​ເປັນ​ໜຶ່ງ​ດຽວ​ກັນ​ຫຼາຍ​ຂຶ້ນ. ບໍ່​ວ່າ​ເຮົາ​ກັບ​ພີ່​ນ້ອງ​ຈະ​ເວົ້າ “ອາແມນ” ພ້ອມ​ກັນ​ອອກ​ສຽງ​ຫຼື​ໃນ​ໃຈ ຄຳ​ອະທິດຖານ​ຂອງ​ເຮົາ​ອາດ​ຈະ​ກະຕຸ້ນ​ພະ​ເຢໂຫວາ​ໃຫ້​ເຮັດ​ສິ່ງ​ທີ່​ເຮົາ​ທຸກ​ຄົນ​ຂໍ​ຈາກ​ພະອົງ.

ຄຳ​ວ່າ “ອາແມນ” ຂອງ​ເຮົາ​ມີ​ສ່ວນ​ໃນ​ການ​ສັນລະເສີນ​ພະ​ເຢໂຫວາ

ເພາະ​ເປັນ​ການ​ສັນລະເສີນ​ພະ​ເຢໂຫວາ. ພະ​ເຢໂຫວາ​ສັງເກດ​ເຫັນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ການ​ນະມັດສະການ. (ລືກາ 21:2, 3) ພະອົງ​ເຫັນ​ແຮງ​ກະຕຸ້ນ​ແລະ​ສິ່ງ​ທີ່​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ. ແມ່ນ​ແຕ່​ເມື່ອ​ເຮົາ​ຕ້ອງ​ຟັງ​ການ​ປະຊຸມ​ໂດຍ​ທາງ​ໂທລະສັບ ເຮົາ​ກໍ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ສັງເກດ​ເຫັນ​ຄຳ​ວ່າ “ອາແມນ” ຈາກ​ຫົວໃຈ​ຖ່ອມ​ຂອງ​ເຮົາ. ເມື່ອ​ເຮົາ​ເວົ້າ​ວ່າ “ອາແມນ” ເຮົາ​ກໍ​ສັນລະເສີນ​ພະ​ເຢໂຫວາ​ຮ່ວມ​ກັບ​ພີ່​ນ້ອງ​ຢູ່​ຫໍ​ປະຊຸມ.

ຄຳ​ວ່າ “ອາແມນ” ຂອງ​ເຮົາ​ເບິ່ງ​ຄື​ວ່າ​ມີ​ຄ່າ​ນ້ອຍໆ ແຕ່​ມັນ​ກໍ​ເປັນ​ຄຳ​ທີ່​ມີ​ຄວາມ​ໝາຍ. ສາລານຸກົມ​ຄຳພີ​ໄບເບິນ​ແຫ່ງ​ໜຶ່ງ​ບອກ​ວ່າ: “ໂດຍ​ໃຊ້​ຄຳ​ນີ້” ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ສາມາດ​ສະແດງ “ຄວາມ​ໝັ້ນ​ໃຈ ການ​ເຫັນ​ດີ ແລະ​ຄວາມ​ຫວັງ​ທີ່​ແຮງ​ກ້າ​ໃນ​ຫົວໃຈ.” ຂໍ​ໃຫ້​ເຮົາ​ເວົ້າ​ຄຳ​ວ່າ “ອາແມນ” ທຸກ​ຄັ້ງ​ໃນ​ແບບ​ທີ່​ພະ​ເຢໂຫວາ​ພໍ​ໃຈ.—ເພງ. 19:14