ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 20

ຈະ​ປອບ​ໃຈ​ຄົນ​ທີ່​ເຄີຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ໄດ້​ແນວ​ໃດ?

ຈະ​ປອບ​ໃຈ​ຄົນ​ທີ່​ເຄີຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ໄດ້​ແນວ​ໃດ?

“ພະເຈົ້າ​ແຫ່ງ​ຄວາມ​ເລົ້າໂລມ​ໝົດ​ສິ້ນ . . . ເລົ້າໂລມ​ພວກ​ເຮົາ​ໃນ​ການ​ທຸກ​ໂສກ​ຂອງ​ພວກ​ເຮົາ​ທຸກ​ຢ່າງ.”—2 ໂກ. 1:3, 4

ເພງ 134 ລູກ​ເປັນ​ຂອງ​ຂວັນ​ຈາກ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1-2. (ກ) ຕົວຢ່າງ​ຫຍັງ​ທີ່​ສະແດງ​ວ່າ​ເປັນ​ເລື່ອງ​ທຳມະຊາດ​ທີ່​ມະນຸດ​ເຮົາ​ຕ້ອງການ​ການ​ປອບ​ໃຈ​ແລະ​ສາມາດ​ປອບ​ໃຈ​ຄົນ​ອື່ນ? (ຂ) ເດັກ​ບາງ​ຄົນ​ມີ​ບາດ​ແຜ​ທີ່​ຮ້າຍແຮງ​ທາງ​ຈິດ​ໃຈ​ຍ້ອນ​ຫຍັງ?

ເປັນ​ເລື່ອງ​ທຳມະຊາດ​ທີ່​ມະນຸດ​ເຮົາ​ຕ້ອງການ​ການ​ປອບ​ໃຈ​ແລະ​ສາມາດ​ປອບ​ໃຈ​ຄົນ​ອື່ນ​ໄດ້. ຕົວຢ່າງ: ເມື່ອ​ເດັກ​ນ້ອຍ​ແລ່ນ​ລົ້ມ​ຫົວ​ເຂົ່າ​ເຫຼີ້ນ ລາວ​ກໍ​ແລ່ນ​ຮ້ອງໄຫ້​ໄປ​ຫາ​ພໍ່​ແມ່. ເຖິງ​ວ່າ​ພໍ່​ແມ່​ບໍ່​ສາມາດ​ປິ່ນປົວ​ບາດ​ແຜ​ໄດ້ ແຕ່​ເຂົາ​ເຈົ້າ​ກໍ​ສາມາດ​ອອຍ​ຫຼື​ປອບ​ໃຈ​ລູກ​ໄດ້ ເຂົາ​ເຈົ້າ​ອາດ​ຖາມ​ວ່າ​ເປັນ​ອີ່ຫຍັງ​ລູກ ເຊັດ​ນ້ຳ​ຕາ​ໃຫ້ ແລະ​ເວົ້າ​ໂອ​ແພງ​ລູກ. ບາງ​ເທື່ອ​ອາດ​ຈະ​ທາ​ຢາ​ແລະ​ຕິດ​ບາດ​ໃຫ້​ລູກ. ຈາກ​ນັ້ນ​ບໍ່​ດົນ ລູກ​ກໍ​ເຊົາ​ໄຫ້​ແລະ​ກໍ​ໄປ​ຫຼິ້ນ​ຕໍ່. ເມື່ອ​ເວລາ​ຜ່ານ​ໄປ​ບາດ​ແຜ​ນັ້ນ​ກໍ​ເຊົາ.

2 ແຕ່​ບາງ​ເທື່ອ​ເດັກ​ອາດ​ມີ​ບາດ​ແຜ​ທີ່​ຮ້າຍແຮງ​ກວ່າ​ນັ້ນ ເຊັ່ນ ອາດ​ຖືກ​ລ່ວງ​ລະເມີດ​ທາງ​ເພດ. ເຂົາ​ເຈົ້າ​ອາດ​ຈະ​ຖືກ​ເທື່ອ​ດຽວ ຫຼື​ຫຼາຍ​ເທື່ອ​ເປັນ​ເວລາ​ຫຼາຍ​ປີ. ບໍ່​ວ່າ​ຈະ​ເປັນ​ແບບ​ໃດ ການ​ລ່ວງ​ລະເມີດ​ທາງ​ເພດ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ບາດ​ແຜ​ທາງ​ອາລົມ​ແລະ​ຈິດ​ໃຈ​ທີ່​ຝັງ​ເລິກ. ບາງ​ກໍລະນີ​ຜູ້​ທີ່​ລ່ວງ​ລະເມີດ​ທາງ​ເພດ​ໄດ້​ຖືກ​ຈັບ​ແລະ​ຖືກ​ລົງໂທດ ແຕ່​ເບິ່ງ​ຄື​ວ່າ​ບາງ​ຄົນ​ບໍ່​ໄດ້​ຖືກ​ລົງໂທດ. ເຖິງ​ວ່າ​ຜູ້​ເຮັດ​ຜິດ​ໄດ້​ຖືກ​ລົງໂທດ​ໄປ​ແລ້ວ ແຕ່​ເດັກ​ທີ່​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ກໍ​ຍັງ​ມີ​ບາດ​ແຜ​ຈົນ​ຮອດ​ຕອນ​ໃຫຍ່.

3. ຕາມ​ທີ່​ຂຽນ​ໄວ້​ໃນ 2 ໂກລິນໂທ 1:3, 4 ພະ​ເຢໂຫວາ​ຢາກ​ໃຫ້​ແກະ​ຂອງ​ພະອົງ​ໄດ້​ຮັບ​ຫຍັງ ແລະ​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ?

3 ຖ້າ​ຄລິດສະຕຽນ​ຄົນ​ໜຶ່ງ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຕອນ​ຍັງ​ນ້ອຍ​ແລະ​ຍັງ​ຮູ້ສຶກ​ເຈັບ​ປວດ​ແລະ​ທຸກ​ໃຈ ສິ່ງ​ໃດ​ຈະ​ຊ່ວຍ​ລາວ​ໄດ້? (ອ່ານ 2 ໂກລິນໂທ 1:3, 4) ແນ່ນອນ ພະ​ເຢໂຫວາ​ຢາກ​ໃຫ້​ແກະ​ຂອງ​ພະອົງ​ໄດ້​ຮັບ​ຄວາມ​ຮັກ​ແລະ​ການ​ປອບ​ໃຈ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ມາ​ພິຈາລະນາ 3 ຄຳຖາມ​ຕໍ່​ໄປ​ນີ້: (1) ເປັນ​ຫຍັງ​ຄົນ​ທີ່​ເຄີຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຕອນ​ຍັງ​ນ້ອຍ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ປອບ​ໃຈ? (2) ໃຜ​ຈະ​ປອບ​ໃຈ​ເຂົາ​ເຈົ້າ​ໄດ້? (3) ເຮົາ​ຈະ​ປອບ​ໃຈ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

ເປັນ​ຫຍັງ​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ປອບ​ໃຈ?

4-5. (ກ) ເປັນ​ຫຍັງ​ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ຮູ້​ວ່າ​ເດັກ​ຕ່າງ​ຈາກ​ຜູ້​ໃຫຍ່? (ຂ) ການ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ຄວາມ​ໄວ້​ໃຈ​ທີ່​ເດັກ​ນ້ອຍ​ມີ​ຕໍ່​ຄົນ​ອື່ນ?

4 ຜູ້​ໃຫຍ່​ບາງ​ຄົນ​ທີ່​ເຄີຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຕອນ​ຍັງ​ນ້ອຍ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ປອບ​ໃຈ​ເຖິງວ່າ​ເຫດການ​ນັ້ນ​ຈະ​ຜ່ານ​ໄປ​ຫຼາຍ​ປີ. ຍ້ອນ​ຫຍັງ? ເພື່ອ​ຈະ​ເຂົ້າ​ໃຈ​ເລື່ອງ​ນີ້ ທຳອິດ​ເຮົາ​ຕ້ອງ​ຮູ້​ກ່ອນ​ວ່າ​ເດັກ​ແຕກຕ່າງ​ຈາກ​ຜູ້​ໃຫຍ່​ຫຼາຍ. ເມື່ອ​ຖືກ​ລ່ວງ​ລະເມີດ​ທາງ​ເພດ ຜົນ​ກະທົບ​ທີ່​ເດັກ​ໄດ້​ຮັບ​ຈະ​ຕ່າງ​ກັນ​ຫຼາຍ​ກັບ​ຜູ້​ໃຫຍ່. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ບາງ​ຕົວຢ່າງ​ນຳ​ກັນ.

5 ເດັກ​ຮູ້ສຶກ​ຜູກ​ພັນ​ແລະ​ໄວ້​ໃຈ​ຄົນ​ທີ່​ລ້ຽງ​ດູ​ເຂົາ​ເຈົ້າ. ນີ້​ເຮັດ​ໃຫ້​ເດັກ​ຮູ້ສຶກ​ປອດໄພ​ແລະ​ໄວ້​ໃຈ​ທຸກ​ຄົນ​ທີ່​ຮັກ​ເຂົາ​ເຈົ້າ. (ເພງ. 22:9) ໜ້າ​ເສົ້າ ສ່ວນ​ຫຼາຍ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ມັກ​ເກີດ​ຂຶ້ນ​ຢູ່​ເຮືອນ​ແລະ​ຄົນ​ທີ່​ລ່ວງ​ລະເມີດ​ເດັກ​ກໍ​ຄື​ຄົນ​ໃນ​ຄອບຄົວ​ແລະ​ໝູ່​ຂອງ​ຄົນ​ໃນ​ຄອບຄົວ. ເມື່ອ​ເດັກ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຈາກ​ຄົນ​ທີ່​ເຂົາ​ເຈົ້າ​ໄວ້​ໃຈ ມັນ​ກໍ​ເປັນ​ເລື່ອງ​ຍາກ​ທີ່​ເດັກ​ຈະ​ໄວ້​ໃຈ​ໃຜ​ອີກ​ເຖິງ​ວ່າ​ຈະ​ຜ່ານ​ໄປ​ຫຼາຍ​ປີ.

6. ເປັນ​ຫຍັງ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ສິ່ງ​ທີ່​ໂຫດ​ຮ້າຍ​ແລະ​ກໍ່​ຜົນ​ເສຍຫາຍ?

6 ເດັກ​ບໍ່​ສາມາດ​ປົກ​ປ້ອງ​ຕົວ​ເອງ​ໄດ້ ແລະ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ເປັນ​ສິ່ງ​ທີ່​ໂຫດ​ຮ້າຍ​ແລະ​ກໍ່​ຜົນ​ເສຍຫາຍ. ການ​ບັງຄັບ​ເດັກ​ໃຫ້​ເຮັດ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ເພດ​ກ່ອນ​ທີ່​ເດັກ​ຈະ​ພ້ອມ​ທາງ​ດ້ານ​ຮ່າງກາຍ ທາງ​ອາລົມ ຫຼື​ຈິດ​ໃຈ​ທີ່​ຈະ​ມີ​ເພດ​ສຳພັນ​ໃນ​ຊີວິດ​ຄູ່ ນັ້ນ​ອາດ​ເຮັດ​ໃຫ້​ເກີດ​ຜົນ​ເສຍຫາຍ​ຫຼາຍ​ກັບ​ເດັກ. ການ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຈະ​ເຮັດ​ໃຫ້​ເດັກ​ເຂົ້າ​ໃຈ​ເລື່ອງ​ເພດ​ສຳພັນ​ແບບ​ຜິດໆ ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ ແລະ​ບໍ່​ໄວ້​ໃຈ​ໃຜ.

7. (ກ) ເປັນ​ຫຍັງ​ເດັກ​ຈຶ່ງ​ຖືກ​ຫຼອກ​ລວງ​ມາ​ເພື່ອ​ລ່ວງ​ລະເມີດ​ທາງ​ເພດ​ໄດ້​ງ່າຍໆ ແລະ​ຜູ້​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ອາດ​ຕົວະ​ເດັກ​ແນວ​ໃດ? (ຂ) ການ​ຕົວະ​ເຫຼົ່າ​ນັ້ນ​ສົ່ງ​ຜົນ​ຕໍ່​ເດັກ​ແນວ​ໃດ?

7 ເດັກ​ຍັງ​ບໍ່​ຮູ້ຈັກ​ຄິດ​ຫາ​ເຫດຜົນ ບໍ່​ຮູ້​ວ່າ​ອັນ​ໃດ​ເປັນ​ອັນຕະລາຍ​ທີ່​ຕ້ອງ​ຫຼີກ​ລ່ຽງ. (1 ໂກ. 13:11) ດັ່ງ​ນັ້ນ ເດັກ​ຈຶ່ງ​ຖືກ​ຫຼອກ​ລວງ​ມາ​ລ່ວງ​ລະເມີດ​ທາງ​ເພດ​ໄດ້​ງ່າຍໆ. ຜູ້​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ອາດ​ຕົວະ​ເດັກ​ວ່າ: ເດັກ​ເປັນ​ຜູ້​ເຮັດ​ຜິດ ບອກ​ໃຫ້​ເກັບ​ເປັນ​ຄວາມ​ລັບ ບໍ່​ມີ​ໃຜ​ເຊື່ອ​ຄຳ​ເວົ້າ​ຂອງ​ເດັກ ຫຼື​ອາດ​ບອກ​ວ່າ​ການ​ເຮັດ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ເພດ​ເປັນ​ການ​ສະແດງ​ຄວາມ​ຮັກ​ແທ້​ລະຫວ່າງ​ຜູ້​ໃຫຍ່​ແລະ​ເດັກ. ເດັກ​ອາດ​ເຂົ້າ​ໃຈ​ແບບ​ນັ້ນ​ຢູ່​ດົນ​ຫຼາຍ​ປີ​ຈົນ​ກວ່າ​ຈະ​ຮູ້​ວ່າ​ເລື່ອງ​ນັ້ນ​ເປັນ​ເລື່ອງ​ຕົວະ. ເດັກ​ອາດ​ໃຫຍ່​ຂຶ້ນ​ໂດຍ​ຄິດ​ວ່າ​ຕົວ​ເອງ​ເປິ​ເປື້ອນ ບໍ່​ມີ​ຄ່າ ແລະ​ບໍ່​ສົມຄວນ​ທີ່​ຈະ​ໄດ້​ຮັບ​ຄວາມ​ຮັກ​ຫຼື​ການ​ປອບ​ໃຈ​ຈາກ​ໃຜ.

8. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ສາມາດ​ປອບ​ໃຈ​ຜູ້​ທີ່​ເຈັບ​ປວດ​ໃຈ?

8 ບໍ່​ແປກ​ທີ່​ວ່າ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ​ຈະ​ສົ່ງ​ຜົນ​ຕໍ່​ເດັກ​ເປັນ​ເວລາ​ຫຼາຍ​ປີ. ການ​ເຮັດ​ແບບ​ນີ້ ຈັ່ງ​ແມ່ນ​ຊົ່ວ​ແທ້ໆ! ເລື່ອງ​ນີ້​ໄດ້​ແພ່​ຂະຫຍາຍ​ຫຼາຍ​ເຖິງ​ຂັ້ນ​ເຫັນ​ແຈ້ງ​ວ່າ​ເຮົາ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ​ເຊິ່ງ​ຜູ້​ຄົນ ‘ບໍ່​ມີ​ຄວາມ​ຮັກ​ຕາມ​ທຳມະຊາດ’ ແລະ ‘ຄົນ​ຊົ່ວ​ແລະ​ຄົນ​ລໍ້​ລວງ​ຈະ​ທຳ​ຊົ່ວ​ຮ້າຍ​ມາກ​ຂຶ້ນ.’ (2 ຕີໂມ. 3:1-5, 13) ເລ່​ລ່ຽມ​ຂອງ​ຊາຕານ​ຊົ່ວ​ຮ້າຍ​ອີ່ຫຼີ ແລະ​ໜ້າ​ເສົ້າໃຈ​ທີ່​ມະນຸດ​ບາງ​ຄົນ​ເຮັດ​ຕາມ​ມັນ. ແຕ່​ພະ​ເຢໂຫວາ​ມີ​ລິດ​ອຳນາດ​ຫຼາຍ​ກວ່າ​ຊາຕານ​ແລະ​ຜູ້​ທີ່​ເຮັດ​ຕາມ​ມັນ. ພະອົງ​ຮູ້​ແລະ​ເຫັນ​ສິ່ງ​ທີ່​ຊາຕານ​ເຮັດ​ມາ​ຕະຫຼອດ. ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ຮູ້​ວ່າ​ເຮົາ​ເຈັບ​ປວດ​ໃຈ​ຫຼາຍ​ສ່ຳ​ໃດ​ແລະ​ສາມາດ​ປອບ​ໃຈ​ເຮົາ​ໄດ້. ຈັ່ງ​ແມ່ນ​ເປັນ​ພອນ​ສຳລັບ​ເຮົາ​ແທ້ໆທີ່​ໄດ້​ຮັບໃຊ້ “ພະເຈົ້າ​ແຫ່ງ​ຄວາມ​ເລົ້າໂລມ​ໝົດ​ສິ້ນ ພະອົງ​ຜູ້​ໂຜດ​ເລົ້າໂລມ​ພວກ​ເຮົາ​ໃນ​ການ​ທຸກ​ໂສກ​ຂອງ​ພວກ​ເຮົາ​ທຸກ​ຢ່າງ ເພື່ອ​ພວກ​ເຮົາ​ຈະ​ອາດ​ເລົ້າໂລມ​ຄົນ​ທັງ​ຫຼາຍ​ທີ່​ມີ​ຄວາມ​ທຸກ​ໂສກ​ທຸກ​ຢ່າງ ໄດ້​ດ້ວຍ​ຄວາມ​ເລົ້າໂລມ​ທີ່​ພວກ​ເຮົາ​ເອງ​ໄດ້​ຮັບ​ແຕ່​ພະເຈົ້າ.” (2 ໂກ. 1:3, 4) ແຕ່​ພະ​ເຢໂຫວາ​ໃຊ້​ໃຜ​ເພື່ອ​ໃຫ້​ການ​ປອບ​ໃຈ?

ໃຜ​ຈະ​ປອບ​ໃຈ​ເຂົາ​ເຈົ້າ​ໄດ້?

9. ຕາມ​ທີ່​ດາວິດ​ບອກ​ໃນ​ຄຳເພງ 27:10 ພະ​ເຢໂຫວາ​ຈະ​ເຮັດ​ແນວ​ໃດ​ກັບ​ຄົນ​ທີ່​ພໍ່​ແມ່​ບໍ່​ໄດ້​ເອົາໃຈໃສ່?

9 ຄົນ​ທີ່​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ໂດຍ​ທີ່​ພໍ່​ແມ່​ບໍ່​ໄດ້​ປົກ​ປ້ອງ​ຫຼື​ຄົນ​ທີ່​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ໂດຍ​ຄົນ​ໃກ້​ຊິດ​ອາດ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ປອບ​ໃຈ​ເປັນ​ພິເສດ. ດາວິດ​ຜູ້​ຂຽນ​ຄຳເພງ​ຮູ້​ວ່າ​ພະ​ເຢໂຫວາ​ປອບ​ໃຈ​ສະເໝີ​ຕົ້ນ​ສະເໝີ​ປາຍ. (ອ່ານ​ຄຳເພງ 27:10) ດາວິດ​ເຊື່ອ​ວ່າ​ພະ​ເຢໂຫວາ​ຈະ​ເປັນ​ພໍ່​ສຳລັບ​ຄົນ​ທີ່​ຖືກ​ຄອບຄົວ​ປະຕິເສດ. ພະອົງ​ເຮັດ​ແນວ​ໃດ? ພະອົງ​ໄດ້​ໃຫ້​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ເປັນ​ຄື​ກັບ​ຄອບຄົວ​ຂອງ​ເຮົາ. ຂໍ​ໃຫ້​ສັງເກດ​ທີ່​ພະ​ເຍຊູ​ບອກ​ວ່າ ຄົນ​ທີ່​ນະມັດສະການ​ພະ​ເຢໂຫວາ​ເປັນ​ຄື​ກັບ​ອ້າຍ​ເອື້ອຍ​ນ້ອງ​ແລະ​ເປັນ​ຄື​ແມ່​ຂອງ​ເພິ່ນ.—ມັດ. 12:48-50

10. ອັກຄະສາວົກ​ໂປໂລ​ເວົ້າ​ເຖິງ​ວຽກ​ຂອງ​ລາວ​ໃນ​ຖານະ​ຜູ້​ເຖົ້າ​ແກ່​ແນວ​ໃດ?

10 ລອງ​ຄິດ​ເຖິງ​ຕົວຢ່າງ​ໜຶ່ງ​ທີ່​ສະແດງ​ວ່າ​ພີ່​ນ້ອງ​ໃນ​ປະຊາຄົມ​ເປັນ​ຄື​ກັບ​ຄອບຄົວ. ອັກຄະສາວົກ​ໂປໂລ​ເປັນ​ຜູ້​ເຖົ້າ​ແກ່​ທີ່​ສັດ​ຊື່​ແລະ​ເຮັດ​ວຽກ​ໜັກ. ລາວ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ພີ່​ນ້ອງ ລາວ​ເຖິງ​ຂັ້ນ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ບອກ​ຄົນ​ອື່ນ​ວ່າ​ໃຫ້​ຮຽນ​ແບບ​ລາວ​ຄື​ດັ່ງ​ທີ່​ລາວ​ຮຽນ​ແບບ​ພະ​ຄລິດ. (1 ໂກ. 11:1) ຂໍ​ໃຫ້​ສັງເກດ​ວິທີ​ທີ່​ໂປໂລ​ເວົ້າ​ເຖິງ​ວຽກ​ຂອງ​ລາວ​ໃນ​ຖານະ​ຜູ້​ເຖົ້າ​ແກ່​ວ່າ: “ເຮົາ​ປະຕິບັດ​ກັບ​ພວກ​ເຈົ້າ​ດ້ວຍ​ຄວາມ​ອ່ອນ​ໂຍນ​ຄື​ແມ່​ລູກ​ອ່ອນ​ທະນຸ​ຖະໜອມ​ລູກ​ຂອງ​ຕົວ​ເອງ.” (1 ເທ. 2:7, ລ.ມ.) ຜູ້​ເຖົ້າ​ແກ່​ທີ່​ສັດ​ຊື່​ໃນ​ທຸກ​ມື້​ນີ້​ກໍ​ສາມາດ​ໃຊ້​ຖ້ອຍຄຳ​ທີ່​ນິ້ມນວນ​ແລະ​ອົບອຸ່ນ​ໄດ້​ຄື​ກັນ​ເມື່ອ​ໃຊ້​ຄຳພີ​ໄບເບິນ​ປອບ​ໃຈ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.

ພີ່​ນ້ອງ​ຍິງ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ມັກ​ປອບ​ໃຈ​ຄົນ​ທີ່​ທຸກ​ໃຈ​ໄດ້​ດີ (ເບິ່ງ​ຂໍ້ 11) *

11. ອັນ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ບໍ່​ແມ່ນ​ແຕ່​ຜູ້​ເຖົ້າ​ແກ່​ເທົ່າ​ນັ້ນ​ທີ່​ປອບ​ໃຈ​ຄົນ​ອື່ນ?

11 ມີ​ແຕ່​ຜູ້​ເຖົ້າ​ແກ່​ເທົ່າ​ນັ້ນ​ບໍ​ທີ່​ປອບ​ໃຈ​ຄົນ​ທີ່​ເຄີຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ໄດ້? ບໍ່. ເຮົາ​ທຸກ​ຄົນ​ມີ​ໜ້າ​ທີ່ “ໃຫ້​ກຳລັງ​ໃຈ​ກັນ​ສະເໝີ.” (1 ເທ. 4:18, ລ.ມ.) ພີ່​ນ້ອງ​ຍິງ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ສາມາດ​ຊ່ວຍ​ພີ່​ນ້ອງ​ຍິງ​ທີ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ປອບ​ໃຈ. ພະ​ເຢໂຫວາ​ສົມ​ທຽບ​ຕົວ​ເອງ​ເປັນ​ຄື​ກັບ​ແມ່​ທີ່​ປອບ​ໃຈ​ລູກ. (ເອຊາ. 66:13) ຄຳພີ​ໄບເບິນ​ຂຽນ​ກ່ຽວ​ກັບ​ຜູ້​ຍິງ​ຫຼາຍ​ຄົນ​ທີ່​ປອບ​ໃຈ​ຄົນ​ທີ່​ມີ​ຄວາມ​ທຸກ​ໃຈ. (ໂຢບ 42:11) ເປັນ​ເລື່ອງ​ທີ່​ດີ​ແທ້ໆທີ່​ພະ​ເຢໂຫວາ​ໃຫ້​ພີ່​ນ້ອງ​ຍິງ​ຊ່ວຍ​ພີ່​ນ້ອງ​ຍິງ​ທີ່​ກຳລັງ​ຕໍ່​ສູ້​ກັບ​ຄວາມ​ຮູ້ສຶກ​ເຈັບ​ປວດ! ໃນ​ບາງ​ກໍລະນີ ຜູ້​ເຖົ້າ​ແກ່​ໜຶ່ງ​ຫຼື​ສອງ​ຄົນ​ອາດ​ຂໍ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ເປັນ​ສ່ວນ​ຕົວ​ໃຫ້​ຊ່ວຍ​ພີ່​ນ້ອງ​ຍິງ​ທີ່​ຖືກ​ລ່ວງ​ລະເມີດ​ທາງ​ເພດ. * ພີ່​ນ້ອງ​ຍິງ​ຄົນ​ນັ້ນ​ຄວນ​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ແລະ​ຜູ້​ເຖົ້າ​ແກ່​ຕ້ອງ​ຄິດ​ຢ່າງ​ຮອບຄອບ​ວ່າ​ຈະ​ໃຫ້​ຂໍ້​ມູນ​ຫຍັງ​ແດ່​ກັບ​ພີ່​ນ້ອງ​ທີ່​ໄປ​ຊ່ວຍ.

ເຮົາ​ຈະ​ປອບ​ໃຈ​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

12. ເຮົາ​ຈະ​ບໍ່​ຫຍຸ້ງ​ກ່ຽວ​ໃນ​ເລື່ອງ​ໃດ?

12 ແນ່ນອນ ເຮົາ​ຈະ​ບໍ່​ຫຍຸ້ງ​ກ່ຽວ​ໃນ​ເລື່ອງ​ທີ່​ເພື່ອນ​ຄລິດສະຕຽນ​ຢາກ​ເກັບ​ໄວ້​ເປັນ​ເລື່ອງ​ສ່ວນ​ຕົວ. (1 ເທ. 4:11) ແຕ່​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ແລະ​ການ​ປອບ​ໃຈ? ໃຫ້​ເຮົາ​ມາ​ເບິ່ງ 5 ວິທີ​ຈາກ​ຄຳພີ​ໄບເບິນ​ທີ່​ໃຫ້​ການ​ປອບ​ໃຈ.

13. ຕາມ​ທີ່ 1 ກະສັດ 19:5-8 ທູດ​ສະຫວັນ​ຂອງ​ພະ​ເຢໂຫວາ​ໄດ້​ເຮັດ​ຫຍັງ​ໃຫ້​ເອລີຢາ ແລະ​ເຮົາ​ຈະ​ຮຽນ​ແບບ​ໄດ້​ແນວ​ໃດ?

13 ເຮັດ​ບາງ​ຢ່າງ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ. ຕອນ​ທີ່​ຜູ້​ພະຍາກອນ​ເອລີຢາ​ແລ່ນ​ໜີ​ເອົາ​ຊີວິດ​ລອດ​ຈາກ​ຄົນ​ທີ່​ຢາກ​ຂ້າ​ລາວ ລາວ​ທໍ້​ໃຈ​ຫຼາຍ​ຈົນ​ຢາກ​ຕາຍ. ພະ​ເຢໂຫວາ​ໄດ້​ສົ່ງ​ທູດ​ສະຫວັນ​ອົງ​ໜຶ່ງ​ໄປ​ຫາ​ລາວ. ທູດ​ສະຫວັນ​ໄດ້​ໃຫ້​ສິ່ງ​ຈຳເປັນ​ທີ່​ລາວ​ຕ້ອງ​ມີ ນັ້ນ​ຄື​ເຮັດ​ອາຫານ​ຮ້ອນໆໃຫ້​ແລະ​ເຊີນ​ລາວ​ໃຫ້​ລຸກ​ມາ​ກິນ. (ອ່ານ 1 ກະສັດ 19:5-8) ເລື່ອງ​ນີ້​ເຮັດ​ໃຫ້​ເຮົາ​ໄດ້​ບົດຮຽນ​ທີ່​ເອົາ​ໄປ​ໃຊ້​ໄດ້ ບາງ​ເທື່ອ​ການ​ເຮັດ​ສິ່ງ​ທີ່​ງ່າຍໆກໍ​ສາມາດ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ຫຼາຍ ເຊັ່ນ: ການ​ແຕ່ງ​ກິນ​ໃຫ້ ການ​ໃຫ້​ຂອງ​ຂວັນ​ເລັກໆນ້ອຍໆ ການ​ຂຽນ​ກ໋າດ​ຫຼື​ສົ່ງ​ຂໍ້​ຄວາມ​ທີ່​ໃຫ້​ກຳລັງ​ໃຈ​ອາດ​ເຮັດ​ໃຫ້​ຄົນ​ທີ່​ທໍ້​ໃຈ​ໝັ້ນ​ໃຈ​ວ່າ​ເຮົາ​ຮັກ​ແລະ​ເປັນ​ຫ່ວງ​ລາວ​ຫຼາຍ. ຖ້າ​ເຮົາ​ຮູ້ສຶກ​ບໍ່​ສະດວກ​ໃຈ​ທີ່​ຈະ​ລົມ​ເລື່ອງ​ສ່ວນ​ຕົວ​ຂອງ​ລາວ ຫຼື​ເລື່ອງ​ທີ່​ເຮັດ​ໃຫ້​ລາວ​ເຈັບ​ປວດ ເຮົາ​ກໍ​ອາດ​ເຮັດ​ສິ່ງ​ດີໆເຫຼົ່າ​ນັ້ນ​ເພື່ອ​ຊ່ວຍ​ລາວ.

14. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ຂອງ​ເອລີຢາ?

14 ເຮັດ​ໃຫ້​ຄົນ​ທີ່​ທຸກ​ໃຈ​ຮູ້ສຶກ​ປອດໄພ​ແລະ​ສະບາຍ​ໃຈ. ເຮົາ​ໄດ້​ອີກ​ບົດຮຽນ​ໜຶ່ງ​ຈາກ​ເອລີຢາ. ພະ​ເຢໂຫວາ​ຊ່ວຍ​ລາວ​ຢ່າງ​ໜ້າ​ງຶດງໍ້​ໃຫ້​ສາມາດ​ເດີນ​ທາງ​ໄປ​ທີ່​ພູ​ໂຫເຣບ​ໄດ້​ເຊິ່ງ​ເປັນ​ໄລຍະ​ທາງ​ທີ່​ໄກ. ເອລີຢາ​ອາດ​ຮູ້ສຶກ​ປອດໄພ​ເມື່ອ​ຢູ່​ພູ​ໂຫເຣບ​ເພາະ​ຢູ່​ຫ່າງ​ໄກ​ຈາກ​ຜູ້​ທີ່​ຢາກ​ຂ້າ​ລາວ ແລະ​ຍັງ​ເປັນ​ບ່ອນ​ພະ​ເຢໂຫວາ​ເຄີຍ​ເຮັດ​ສັນຍາ​ກັບ​ປະຊາຊົນ​ຂອງ​ພະອົງ​ເມື່ອ​ຫຼາຍ​ຮ້ອຍ​ປີ​ກ່ອນ. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ຖ້າ​ເຮົາ​ຢາກ​ປອບ​ໃຈ​ຜູ້​ທີ່​ຖືກ​ລ່ວງ​ລະເມີດ​ທາງ​ເພດ ທຳອິດ​ເຮົາ​ອາດ​ຕ້ອງ​ຊ່ວຍ​ລາວ​ໃຫ້​ຮູ້ສຶກ​ປອດໄພ. ເພື່ອ​ເປັນ​ຕົວຢ່າງ ຜູ້​ເຖົ້າ​ແກ່​ຄວນ​ສຳນຶກ​ວ່າ​ພີ່​ນ້ອງ​ຍິງ​ທີ່​ທຸກ​ໃຈ​ອາດ​ຈະ​ຮູ້ສຶກ​ສະບາຍ​ໃຈ​ກວ່າ​ຖ້າ​ລົມ​ກັນ​ຢູ່​ເຮືອນ. ສ່ວນ​ບາງ​ຄົນ​ກໍ​ອາດ​ຈະ​ຮູ້ສຶກ​ວ່າ​ລົມ​ກັນ​ຢູ່​ຫໍ​ປະຊຸມ​ດີ​ກວ່າ.

ເຮົາ​ສາມາດ​ຊ່ວຍ​ປິ່ນປົວ​ບາດ​ແຜ​ທາງ​ຈິດ​ໃຈ​ໄດ້​ໂດຍ​ຕັ້ງ​ໃຈ​ຟັງ​ຢ່າງ​ອົດ​ທົນ ອະທິດຖານ​ຈາກ​ໃຈ ແລະ​ເລືອກ​ໃຊ້​ຄຳ​ເວົ້າ​ທີ່​ໃຫ້​ກຳລັງ​ໃຈ (ເບິ່ງ​ຂໍ້ 15-20) *

15-16. ການ​ຕັ້ງ​ໃຈ​ຟັງ​ໝາຍ​ເຖິງ​ການ​ເຮັດ​ຫຍັງ​ແດ່?

15 ໃຫ້​ຕັ້ງ​ໃຈ​ຟັງ. ຄຳພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ “ໃຫ້​ຄົນ​ທຸກ​ຄົນ​ວ່ອງໄວໆຈະ​ຟັງ ໃຫ້​ຊ້າໆຈະ​ເວົ້າ.” (ຢໂກ. 1:19) ເຮົາ​ຕັ້ງ​ໃຈ​ຟັງ​ບໍ? ເຮົາ​ອາດ​ຄິດ​ວ່າ​ການ​ຕັ້ງ​ໃຈ​ຟັງ​ໝາຍ​ເຖິງ​ການ​ຟັງ​ຄົນ​ອື່ນ​ໂດຍ​ບໍ່​ເວົ້າ​ຫຍັງ. ແຕ່​ການ​ຕັ້ງ​ໃຈ​ຟັງ​ໝາຍ​ເຖິງ​ຫຼາຍ​ກວ່າ​ນັ້ນ​ເຊັ່ນ: ພະ​ເຢໂຫວາ​ຕັ້ງ​ໃຈ​ຟັງ​ຕອນ​ທີ່​ເອລີຢາ​ລະບາຍ​ຄວາມ​ຮູ້ສຶກ ພະອົງ​ເຂົ້າ​ໃຈ​ດີ​ວ່າ​ເອລີຢາ​ຢ້ານ​ແລະ​ຮູ້ສຶກ​ໂດດ​ດ່ຽວ ແລະ​ຮູ້ສຶກ​ວ່າ​ສິ່ງ​ທີ່​ລາວ​ເຮັດ​ຜ່ານ​ມາ​ບໍ່​ມີ​ຄ່າ​ຫຍັງ. ພະ​ເຢໂຫວາ​ຊ່ວຍ​ລາວ​ໃຫ້​ຮັບ​ມື​ກັບ​ຄວາມ​ຮູ້ສຶກ​ເຫຼົ່າ​ນັ້ນ​ດ້ວຍ​ຄວາມ​ຮັກ. ພະອົງ​ສະແດງ​ໃຫ້​ເຫັນ​ວ່າ​ຕັ້ງ​ໃຈ​ຟັງ​ເອລີຢາ​ແທ້ໆ.—1 ກະ. 19:9-11, 15-18

16 ຕອນ​ທີ່​ຟັງ ເຮົາ​ຈະ​ສະແດງ​ຄວາມ​ຮັກ​ໂດຍ​ເຫັນ​ອົກ​ເຫັນ​ໃຈ​ແລະ​ອີ່ດູ​ສົງສານ​ໄດ້​ແນວ​ໃດ? ບາງ​ກໍລະນີ ຄຳ​ເວົ້າ​ທີ່​ອົບອຸ່ນ​ແລະ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຈະ​ສະແດງ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ໄດ້​ດີ. ເຈົ້າ​ອາດ​ເວົ້າ​ວ່າ: “ຂ້ອຍ​ເສຍໃຈ​ນຳ ບໍ່​ວ່າ​ໃຜ​ກໍ​ບໍ່​ຄວນ​ຖືກ​ຄົນ​ອື່ນ​ເຮັດ​ແບບ​ນັ້ນ!” ບາງ​ເທື່ອ​ເຈົ້າ​ອາດ​ຈະ​ຖາມ​ລາວ​ໜຶ່ງ​ຫຼື​ສອງ​ຄຳຖາມ​ເພື່ອ​ແນ່​ໃຈ​ວ່າ​ເຈົ້າ​ເຂົ້າ​ໃຈ​ສິ່ງ​ທີ່​ລາວ​ເວົ້າ. ເຈົ້າ​ອາດ​ຖາມ​ວ່າ: “ຂໍ​ເຈົ້າ​ອະທິບາຍ​ຕື່ມ​ອີກ​ໄດ້​ບໍ?” ຫຼື “ທີ່​ເຈົ້າ​ເວົ້າ​ມາ ຂ້ອຍ​ເຂົ້າ​ໃຈ​ວ່າ . . . ເຈົ້າ​ໝາຍ​ເຖິງ​ແນວ​ນັ້ນ​ບໍ?” ຄຳ​ເວົ້າ​ແບບ​ນີ້​ເຮັດ​ໃຫ້​ລາວ​ໝັ້ນ​ໃຈ​ວ່າ​ເຈົ້າ​ຕັ້ງ​ໃຈ​ຟັງ​ແລະ​ພະຍາຍາມ​ເຂົ້າ​ໃຈ​ລາວ.—1 ໂກ. 13:4, 7

17. ເປັນ​ຫຍັງ​ເຮົາ​ຄວນ​ອົດ​ທົນ ແລະ “ຊ້າໆຈະ​ເວົ້າ”?

17 ຂໍ​ໃຫ້​ຈື່​ຫຼັກ​ການ​ທີ່​ວ່າ: “ໃຫ້​ຊ້າໆຈະ​ເວົ້າ.” ບໍ່​ຟ້າວ​ຂັດ​ຈັງຫວະ​ເພື່ອ​ໃຫ້​ຄຳ​ແນະນຳ​ຫຼື​ປັບ​ຄວາມ​ຄິດ​ຂອງ​ຄົນ​ນັ້ນ ແຕ່​ໃຫ້​ອົດ​ທົນ! ເມື່ອ​ເອລີຢາ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະ​ເຢໂຫວາ ລາວ​ບອກ​ວ່າ​ລາວ​ທຸກ​ໃຈ​ສ່ຳ​ໃດ​ແລະ​ໂສກ​ເສົ້າ​ຫຼາຍ​ແທ້ໆ. ຕໍ່​ມາ ຫຼັງ​ຈາກ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເອລີຢາ​ເຂັ້ມແຂງ​ຂຶ້ນ ລາວ​ກໍ​ຍັງ​ຮູ້ສຶກ​ຄື​ເກົ່າ​ແລະ​ເວົ້າ​ແບບ​ເກົ່າ​ອີກ. (1 ກະ. 19:9, 10, 13, 14) ບົດຮຽນ​ຄື​ຫຍັງ? ບາງ​ເທື່ອ​ຄົນ​ທີ່​ທຸກ​ໃຈ​ຢາກ​ລະບາຍ​ບໍ່​ແມ່ນ​ແຕ່​ເທື່ອ​ດຽວ. ຄ້າຍ​ຄື​ກັບ​ພະ​ເຢໂຫວາ ເຮົາ​ຄວນ​ຕັ້ງ​ໃຈ​ຟັງ​ຢ່າງ​ອົດ​ທົນ. ແທນ​ທີ່​ຈະ​ພະຍາຍາມ​ໃຫ້​ຄຳ​ແນະນຳ​ເພື່ອ​ແກ້​ບັນຫາ ເຮົາ​ຄວນ​ເຫັນ​ອົກ​ເຫັນ​ໃຈ​ແລະ​ອີ່ດູ​ສົງສານ​ເຂົາ​ເຈົ້າ.—1 ເປ. 3:8

18. ເປັນ​ຫຍັງ​ການ​ອະທິດຖານ​ກັບ​ຜູ້​ທີ່​ທຸກ​ໃຈ​ຈຶ່ງ​ເຮັດ​ໃຫ້​ລາວ​ມີ​ກຳລັງ​ໃຈ​ໄດ້?

18 ອະທິດຖານ​ຈາກ​ໃຈ​ກັບ​ຄົນ​ທີ່​ຮູ້ສຶກ​ເຈັບ​ປວດ​ໃຈ. ຄົນ​ທີ່​ທຸກ​ໃຈ​ອາດ​ຈະ​ຮູ້ສຶກ​ວ່າ​ຕົວ​ເອງ​ອະທິດຖານ​ບໍ່​ໄຫວ ຍ້ອນ​ລາວ​ອາດ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ພໍ​ທີ່​ຈະ​ເຂົ້າ​ຫາ​ພະ​ເຢໂຫວາ. ຖ້າ​ເຮົາ​ຢາກ​ປອບ​ໃຈ​ລາວ ເຮົາ​ອາດ​ຈະ​ອະທິດຖານ​ກັບ​ລາວ​ໂດຍ​ໃຊ້​ຊື່​ຂອງ​ລາວ ເຮົາ​ອາດ​ຈະ​ເວົ້າ​ວ່າ​ລາວ​ມີ​ຄ່າ​ຫຼາຍ​ຕໍ່​ທັງ​ເຮົາ​ແລະ​ພີ່​ນ້ອງ​ໃນ​ປະຊາຄົມ. ເຮົາ​ອາດ​ຂໍ​ໃຫ້​ພະ​ເຢໂຫວາ​ປອບ​ໃຈ​ແລະ​ໃຫ້​ກຳລັງ​ໃຈ​ລາວ​ເຊິ່ງ​ເປັນ​ແກະ​ທີ່​ມີ​ຄ່າ​ຂອງ​ພະອົງ. ຄຳ​ອະທິດຖານ​ແບບ​ນັ້ນ​ເຮັດ​ໃຫ້​ລາວ​ມີ​ກຳລັງ​ໃຈ​ແທ້ໆ.—ຢໂກ. 5:16

19. ເຮົາ​ຄວນ​ເຮັດ​ຫຍັງ​ກ່ອນ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ?

19 ເລືອກ​ຄຳ​ເວົ້າ​ທີ່​ປິ່ນປົວ​ແລະ​ໃຫ້​ກຳລັງ​ໃຈ. ຂໍ​ໃຫ້​ຄິດ​ດີໆກ່ອນ​ເວົ້າ ເພາະ​ຄຳ​ເວົ້າ​ເຮັດ​ໃຫ້​ເຈັບ​ໃຈ​ໄດ້ ແຕ່​ຄຳ​ເວົ້າ​ດີໆສາມາດ​ປິ່ນປົວ​ໃຫ້​ດີ​ໄດ້. (ສຸພາ. 12:18) ດັ່ງ​ນັ້ນ ໃຫ້​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ໃຊ້​ຄຳ​ເວົ້າ​ທີ່​ອ່ອນ​ໂຍນ ໃຫ້​ກຳລັງ​ໃຈ ແລະ​ປອບ​ໃຈ. ຂໍ​ຈື່​ໄວ້​ສະເໝີ​ວ່າ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ມີ​ພະລັງ​ຫຼາຍ​ກວ່າ​ຄຳ​ເວົ້າ​ໃດໆ.—ເຫບ. 4:12

20. ພີ່​ນ້ອງ​ທີ່​ເຄີຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຄິດ​ວ່າ​ຕົວ​ເອງ​ເປັນ​ແນວ​ໃດ ແລະ​ເຮົາ​ຢາກ​ໃຫ້​ເຂົາ​ເຈົ້າ​ຮູ້​ຫຍັງ?

20 ພີ່​ນ້ອງ​ບາງ​ຄົນ​ທີ່​ເຄີຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ອາດ​ເຊື່ອ​ຄຳ​ຕົວະ​ທີ່​ວ່າ​ເຂົາ​ເຈົ້າ​ເປິ​ເປື້ອນ ບໍ່​ມີ​ຄ່າ ບໍ່​ມີ​ໃຜ​ຮັກ ແລະ​ບໍ່​ດີ​ພໍ​ທີ່​ໃຜ​ຈະ​ມາ​ຮັກ. ມັນ​ເປັນ​ຄຳ​ຕົວະ​ທີ່​ຊົ່ວ​ຮ້າຍ​ແທ້ໆ! ດັ່ງ​ນັ້ນ ເຮົາ​ຄວນ​ຈະ​ໃຊ້​ຂໍ້​ພະ​ຄຳພີ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ມີ​ຄ່າ​ຫຼາຍ​ໃນ​ສາຍ​ຕາ​ຂອງ​ພະ​ເຢໂຫວາ. (ເບິ່ງ​ຂອບ “ ຂໍ້​ພະ​ຄຳພີ​ທີ່​ໃຫ້​ການ​ປອບ​ໃຈ”) ຂໍ​ໃຫ້​ຄິດ​ເຖິງ​ຕອນ​ທີ່​ທູດ​ສະຫວັນ​ອົງ​ໜຶ່ງ​ມາ​ໃຫ້​ກຳລັງ​ໃຈ​ຜູ້​ພະຍາກອນ​ດານຽນ​ຕອນ​ທີ່​ລາວ​ອ່ອນແອ​ແລະ​ທຸກ​ໃຈ. ພະ​ເຢໂຫວາ​ຢາກ​ໃຫ້​ດານຽນ​ຮູ້​ວ່າ​ລາວ​ມີ​ຄ່າ​ຫຼາຍ​ຕໍ່​ພະອົງ. (ດາ. 10:2, 11, 19) ພີ່​ນ້ອງ​ຂອງ​ເຮົາ​ທີ່​ທຸກ​ໃຈ​ກໍ​ມີ​ຄ່າ​ຫຼາຍ​ຕໍ່​ພະ​ເຢໂຫວາ​ຄື​ກັນ!

21. ໃນ​ອະນາຄົດ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ເຮັດ​ຜິດ​ແລະ​ບໍ່​ກັບ​ໃຈ ແລະ​ຕອນ​ນີ້ ເຮົາ​ຄວນ​ເຮັດ​ຫຍັງ?

21 ເມື່ອ​ເຮົາ​ປອບ​ໃຈ​ຄົນ​ອື່ນ ເຮົາ​ເຮັດ​ໃຫ້​ເຂົາ​ເຈົ້າ​ຄິດ​ເຖິງ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ. ເຮົາ​ຍັງ​ຕ້ອງ​ບໍ່​ລືມ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ. ພະອົງ​ຮູ້​ວ່າ​ໃຜ​ແດ່​ທີ່​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ເຖິງ​ວ່າ​ຄົນ​ອື່ນ​ບໍ່​ຮູ້. ພະ​ເຢໂຫວາ​ເຫັນ​ທຸກ​ຢ່າງ​ແລະ​ຈະ​ລົງໂທດ​ທຸກ​ຄົນ​ທີ່​ເຮັດ​ຜິດ​ແລະ​ບໍ່​ກັບ​ໃຈ. (ຈົດເຊັນ. 14:18) ແຕ່​ຕອນ​ນີ້ ຂໍ​ໃຫ້​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ທີ່​ຖືກ​ລ່ວງ​ລະເມີດ​ທາງ​ເພດ. ນອກ​ຈາກ​ນັ້ນ ເຮົາ​ໄດ້​ກຳລັງ​ໃຈ​ແທ້ໆທີ່​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ປິ່ນປົວ​ບາດ​ແຜ​ຂອງ​ທຸກ​ຄົນ​ທີ່​ຖືກ​ຊາຕານ​ແລະ​ໂລກ​ຂອງ​ມັນ​ທຳ​ຮ້າຍ! ອີກ​ບໍ່​ດົນ ຈະ​ບໍ່​ມີ​ໃຜ​ຄິດ​ເຖິງ​ສິ່ງ​ທີ່​ເຈັບ​ປວດ​ໃຈ​ອີກ​ເລີຍ.—ເອຊາ. 65:17

ເພງ 109 ຮັກ​ທີ່​ແຮງ​ກ້າ​ສຸດ​ຫົວໃຈ

^ ຂໍ້ 5 ຄົນ​ທີ່​ເຄີຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຕອນ​ຍັງ​ນ້ອຍ​ອາດ​ຕ້ອງ​ປະເຊີນ​ກັບ​ບັນຫາ​ຫຼາຍ​ຢ່າງ​ເຖິງ​ວ່າ​ເວລາ​ໄດ້​ຜ່ານ​ໄປ​ຫຼາຍ​ປີ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຮູ້ສຶກ​ຂອງ​ເຂົາ​ເຈົ້າ ແລະ​ເຮົາ​ຍັງ​ຈະ​ພິຈາລະນາ​ວ່າ​ໃຜ​ແດ່​ທີ່​ສາມາດ​ເລົ້າໂລມ​ຫຼື​ປອບ​ໃຈ​ເຂົາ​ເຈົ້າ​ໄດ້ ແລະ​ສຸດ​ທ້າຍ​ເຮົາ​ຈະ​ພິຈາລະນາ​ບາງ​ວິທີ​ທີ່​ເຮົາ​ຈະ​ປອບ​ໃຈ​ເຂົາ​ເຈົ້າ​ໄດ້.

^ ຂໍ້ 11 ການ​ທີ່​ພີ່​ນ້ອງ​ທີ່​ເຄີຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຄວນ​ໄປ​ຫາ​ໝໍ​ຫຼື​ບໍ່​ເປັນ​ການ​ຕັດສິນ​ໃຈ​ສ່ວນ​ຕົວ

^ ຂໍ້ 76 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຍິງ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ແລະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ປອບ​ໃຈ​ພີ່​ນ້ອງ​ຍິງ​ທີ່​ຮູ້ສຶກ​ເຈັບ​ປວດ​ໃຈ.

^ ຂໍ້ 78 ຄຳ​ອະທິບາຍ​ຮູບ​ພາບ: ຜູ້​ເຖົ້າ​ແກ່​ສອງ​ຄົນ​ໄປ​ຢາມ​ພີ່​ນ້ອງ​ຍິງ​ທີ່​ໂສກ​ເສົ້າ. ພີ່​ນ້ອງ​ຍິງ​ຄົນ​ນີ້​ໄດ້​ຊວນ​ພີ່​ນ້ອງ​ຍິງ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ມາ​ນຳ.