ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 18

ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ໃນ​ປະຊາຄົມ​ຄລິດສະຕຽນ

ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ໃນ​ປະຊາຄົມ​ຄລິດສະຕຽນ

“ໃຫ້​ຊ່ວຍ​ແບ່ງ​ເບົາ​ພາລະ​ຂອງ​ກັນ​ແລະ​ກັນ​ຕໍ່​ໄບ ການ​ເຮັດ​ແບບ​ນີ້​ສະແດງ​ວ່າ​ພວກ​ເຈົ້າ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ຄລິດ.”—ຄລາ. 6:2, ລ.ມ.

ເພງ 12 ພະ​ເຢໂຫວາ​ພະເຈົ້າ​ອົງ​ຍິ່ງໃຫຍ່

ໃຈ​ຄວາມ​ສຳຄັນ *

1. ມີ 2 ເລື່ອງ​ຫຍັງ​ແດ່​ທີ່​ເຮົາ​ໝັ້ນ​ໃຈ​ໄດ້?

ພະ​ເຢໂຫວາ​ພະເຈົ້າ​ຮັກ​ຜູ້​ນະມັດສະການ​ພະອົງ​ຕະຫຼອດ​ມາ​ແລະ​ກໍ​ຈະ​ຮັກ​ຕະຫຼອດ​ໄປ ແລະ​ພະອົງ​ກໍ​ຍັງ​ຮັກ​ຄວາມ​ຍຸຕິທຳ. (ເພງ. 33:5) ດັ່ງ​ນັ້ນ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ໃນ 2 ເລື່ອງ: (1) ພະ​ເຢໂຫວາ​ເຈັບ​ປວດ​ໃຈ​ເມື່ອ​ຜູ້​ຮັບໃຊ້​ຂອງ​ພະອົງ​ຖືກ​ປະຕິບັດ​ແບບ​ບໍ່​ເປັນ​ທຳ. (2) ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ທຸກ​ຄົນ​ໄດ້​ຮັບ​ຄວາມ​ຍຸຕິທຳ. ໃນ​ບົດ​ຄວາມ​ທຳອິດ​ຂອງ​ບົດ​ຄວາມ​ຊຸດ​ນີ້ * ເຮົາ​ໄດ້​ຮຽນ​ຮູ້​ວ່າ​ກົດ​ໝາຍ​ທີ່​ໃຫ້​ກັບ​ຊາວ​ອິດສະລາແອນ​ໂດຍ​ຜ່ານ​ທາງ​ໂມເຊ​ແມ່ນ​ສ້າງ​ຂຶ້ນ​ບົນ​ພື້ນຖານ​ຂອງ​ຄວາມ​ຮັກ. ຕາມ​ກົດ​ໝາຍ​ນີ້​ທຸກ​ຄົນ​ໄດ້​ຮັບ​ຄວາມ​ຍຸຕິທຳ ໂດຍ​ສະເພາະ​ແມ່ນ​ຄົນ​ທີ່​ປົກ​ປ້ອງ​ຕົວ​ເອງ​ບໍ່​ໄດ້. (ບັນຍັດ. 10:18) ກົດ​ໝາຍ​ນີ້​ສະແດງ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ຜູ້​ນະມັດສະການ​ພະອົງ​ຫຼາຍ​ແທ້ໆ.

2. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່?

2 ໃນ​ປີ ຄ.ສ 33 ຕອນ​ທີ່​ປະຊາຄົມ​ຄລິດສະຕຽນ​ສ້າງ​ຕັ້ງ​ຂຶ້ນ ກົດ​ໝາຍ​ທີ່​ໃຫ້​ຜ່ານ​ທາງ​ໂມເຊ​ກໍ​ຖືກ​ຍົກ​ເລີກ. ຄລິດສະຕຽນ​ຈະ​ບໍ່​ໄດ້​ຮັບ​ການ​ຄຸ້ມຄອງ​ດ້ວຍ​ກົດ​ໝາຍ​ທີ່​ຖືກ​ສ້າງ​ບົນ​ພື້ນຖານ​ຂອງ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ແລ້ວ​ບໍ? ບໍ່​ແມ່ນ! ເພາະ​ເຂົາ​ເຈົ້າ​ໄດ້​ຮັບ​ກົດ​ໝາຍ​ໃໝ່. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ​ກົດ​ໝາຍ​ໃໝ່​ນັ້ນ​ໝາຍ​ເຖິງ​ຫຍັງ. ຈາກ​ນັ້ນ ເຮົາ​ຈະ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້: ເປັນ​ຫຍັງ​ຈຶ່ງ​ບອກ​ໄດ້​ວ່າ​ກົດ​ໝາຍ​ໃໝ່​ນີ້​ຖືກ​ສ້າງ​ບົນ​ພື້ນຖານ​ຂອງ​ຄວາມ​ຮັກ? ເປັນ​ຫຍັງ​ຈຶ່ງ​ບອກ​ໄດ້​ວ່າ​ກົດ​ໝາຍ​ນີ້​ສົ່ງເສີມ​ຄວາມ​ຍຸຕິທຳ? ພາຍ​ໃຕ້​ກົດ​ໝາຍ​ນີ້ ຄົນ​ທີ່​ມີ​ອຳນາດ​ຄວນ​ຈະ​ປະຕິບັດ​ຕໍ່​ຄົນ​ອື່ນ​ແນວ​ໃດ?

“ກົດ​ໝາຍ​ຂອງ​ພະ​ຄລິດ” ໝາຍ​ເຖິງ​ຫຍັງ?

3. ດັ່ງ​ທີ່​ຂຽນ​ໄວ້​ໃນ​ຄາລາຊີ 6:2 “ກົດ​ໝາຍ​ຂອງ​ພະ​ຄລິດ” ໝາຍ​ເຖິງ​ຫຍັງ?

3 ອ່ານ​ຄາລາຊີ 6:2. * ຄລິດສະຕຽນ​ຖືກ​ຄຸ້ມຄອງ​ດ້ວຍ “ກົດ​ໝາຍ​ຂອງ​ພະ​ຄລິດ” ພະ​ເຍຊູ​ບໍ່​ໄດ້​ຂຽນ​ກົດ​ໝາຍ​ເປັນ​ຂໍ້ໆໄວ້​ໃຫ້​ລູກ​ສິດ ແຕ່​ເພິ່ນ​ໄດ້​ໃຫ້​ຄຳ​ແນະນຳ ຄຳ​ສັ່ງ ແລະ​ຫຼັກ​ການ​ເພື່ອ​ຊີ້​ນຳ​ເຂົາ​ເຈົ້າ. “ກົດ​ໝາຍ​ຂອງ​ພະ​ຄລິດ” ໝາຍ​ເຖິງ​ທຸກ​ສິ່ງ​ທີ່​ພະ​ເຍຊູ​ສອນ. ເພື່ອ​ຈະ​ເຂົ້າ​ໃຈ​ກົດ​ໝາຍ​ນີ້​ຫຼາຍ​ຂຶ້ນ​ໃຫ້​ເຮົາ​ມາ​ພິຈາລະນາ​ເລື່ອງ​ຕໍ່​ໄປ​ນີ້.

4-5. ພະ​ເຍຊູ​ສອນ​ແນວ​ໃດ ແລະ​ສອນ​ເມື່ອ​ໃດ?

4 ພະ​ເຍຊູ​ສອນ​ແນວ​ໃດ? ທຳອິດ ເພິ່ນ​ສອນ​ໂດຍ​ທາງ​ຄຳ​ເວົ້າ. ຄຳ​ເວົ້າ​ຂອງ​ເພິ່ນ​ມີ​ພະລັງ​ຫຼາຍ​ຍ້ອນ​ເພິ່ນ​ເວົ້າ​ຄວາມ​ຈິງ​ເລື່ອງ​ພະເຈົ້າ ສອນ​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ຊີວິດ ແລະ​ສອນ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ວິທີ​ດຽວ​ທີ່​ຈະ​ແກ້ໄຂ​ບັນຫາ​ທັງ​ໝົດ​ຂອງ​ມະນຸດ. (ລືກາ 24:19) ພະ​ເຍຊູ​ຍັງ​ສອນ​ເຮົາ​ໂດຍ​ເປັນ​ແບບ​ຢ່າງ​ໃຫ້​ເຮົາ. ການ​ໃຊ້​ຊີວິດ​ຂອງ​ເພິ່ນ​ເຮັດ​ໃຫ້​ລູກ​ສິດ​ເຫັນ​ວ່າ​ເຂົາ​ເຈົ້າ​ຄວນ​ໃຊ້​ຊີວິດ​ແນວ​ໃດ.—ໂຢ. 13:15

5 ພະ​ເຍຊູ​ສອນ​ເມື່ອ​ໃດ? ເພິ່ນ​ສອນ​ຕອນ​ທີ່​ຮັບໃຊ້​ຢູ່​ເທິງ​ໂລກ. (ມັດ. 4:23) ເພິ່ນ​ຍັງ​ສອນ​ລູກ​ສິດ​ບໍ່​ດົນ​ຫຼັງ​ຈາກ​ທີ່​ເພິ່ນ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ. ຕົວຢ່າງ: ເພິ່ນ​ປາກົດ​ຕົວ​ໃຫ້​ລູກ​ສິດ​ເຫັນ​ເຊິ່ງ​ອາດ​ມີ​ເຖິງ 500 ຄົນ ແລະ​ໄດ້​ສັ່ງ​ເຂົາ​ເຈົ້າ “ກະທຳ​ໃຫ້​ພວກ​ຕ່າງ​ປະເທດ​ທັງ​ປວງ​ເຂົ້າ​ເປັນ​ລູກ​ສິດ.” (ມັດ. 28:19, 20; 1 ໂກ. 15:6) ເນື່ອງ​ຈາກ​ພະ​ເຍຊູ​ເປັນ​ຜູ້​ນຳ​ປະຊາຄົມ ບໍ່​ດົນ​ຫຼັງ​ຈາກ​ທີ່​ເພິ່ນ​ກັບ​ໄປ​ສະຫວັນ ເພິ່ນ​ກໍ​ຍັງ​ໄດ້​ສືບ​ຕໍ່​ສອນ​ພວກ​ລູກ​ສິດ. ຕົວຢ່າງ​ເຊັ່ນ: ປະມານ​ປີ ຄ.ສ 96 ພະ​ເຍຊູ​ຄລິດ​ໄດ້​ບອກ​ອັກຄະສາວົກ​ໂຢຮັນ​ໃຫ້​ກຳລັງ​ໃຈ​ແລະ​ໃຫ້​ຄຳ​ແນະນຳ​ກັບ​ຄລິດສະຕຽນ​ຜູ້​ຖືກ​ເຈີມ.—ໂກໂລ. 1:18; ຄຳປ. 1:1

6-7. (ກ) ຄຳ​ສອນ​ຂອງ​ພະ​ເຍຊູ​ບັນທຶກ​ໄວ້​ຢູ່​ໃສ? (ຂ) ເຮົາ​ຈະ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ຄລິດ​ແນວ​ໃດ?

6 ຄຳ​ສອນ​ຂອງ​ພະ​ເຍຊູ​ບັນທຶກ​ໄວ້​ຢູ່​ໃສ? ກິດຕິຄຸນ 4 ພະທຳ​ໄດ້​ບັນທຶກ​ຫຼາຍ​ສິ່ງ​ທີ່​ພະ​ເຍຊູ​ເວົ້າ​ແລະ​ເຮັດ​ຕອນ​ທີ່​ຢູ່​ເທິງ​ໂລກ. ພະທຳ​ອື່ນໆຂອງ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ​ຍັງ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ພະ​ຄລິດ​ໃນ​ເລື່ອງ​ຕ່າງໆເພີ່ມ​ຂຶ້ນ​ອີກ ເພາະ​ຄົນ​ທີ່​ຂຽນ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພະລັງ​ບໍລິສຸດ​ແລະ​ເປັນ​ຄົນ​ທີ່ “ມີ​ຄວາມ​ຄຶດ​ຂອງ​ພະ​ຄລິດ.”—1 ໂກ. 2:16

7 ບົດຮຽນ: ຄຳ​ສອນ​ຂອງ​ພະ​ເຍຊູ​ໃຊ້​ໄດ້​ຜົນ​ກັບ​ທຸກ​ແງ່​ມຸມ​ຂອງ​ຊີວິດ. ດັ່ງ​ນັ້ນ ກົດ​ໝາຍ​ຂອງ​ພະ​ຄລິດ​ຄຸ້ມຄອງ​ເຮົາ​ເມື່ອ​ຢູ່​ເຮືອນ ບ່ອນ​ເຮັດ​ວຽກ ຫຼື​ໂຮງ​ຮຽນ ແລະ​ໃນ​ປະຊາຄົມ. ເຮົາ​ຮຽນ​ກົດ​ໝາຍ​ນີ້​ໂດຍ​ອ່ານ​ແລະ​ຄິດ​ຕຶກຕອງ​ພະ​ຄຳພີ​ຄລິດສະຕຽນ​ພາກ​ພາສາ​ເກັຣກ. ເຮົາ​ເຊື່ອ​ຟັງ​ກົດ​ໝາຍ​ນີ້​ໂດຍ​ປັບ​ປຸງ​ຊີວິດ​ຕາມ​ຄຳ​ແນະນຳ ຄຳ​ສັ່ງ​ແລະ​ຫຼັກ​ການ​ຕ່າງໆທີ່​ບັນທຶກ​ໄວ້​ໃນ​ພະທຳ​ເຫຼົ່າ​ນັ້ນ. ເມື່ອ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ຄລິດ ເຮົາ​ກໍ​ກຳລັງ​ເຊື່ອ​ຟັງ​ພະ​ເຢໂຫວາ​ເພາະ​ທຸກ​ສິ່ງ​ທີ່​ພະ​ເຍຊູ​ສອນ​ລ້ວນ​ແຕ່​ມາ​ຈາກ​ພະ​ເຢໂຫວາ.—ໂຢ. 8:28

ກົດ​ໝາຍ​ທີ່​ສ້າງ​ຂຶ້ນ​ບົນ​ພື້ນຖານ​ຂອງ​ຄວາມ​ຮັກ

8. ກົດ​ໝາຍ​ຂອງ​ພະ​ຄລິດ​ຖືກ​ສ້າງ​ບົນ​ພື້ນຖານ​ຫຍັງ?

8 ເຮືອນ​ຫຼັງ​ໜຶ່ງ​ທີ່​ຖືກ​ສ້າງ​ຢ່າງ​ດີ​ແລະ​ມີ​ພື້ນຖານ​ທີ່​ແໜ້ນ​ໜາ​ເຮັດ​ໃຫ້​ທຸກ​ຄົນ​ໃນ​ເຮືອນ​ຮູ້ສຶກ​ປອດໄພ. ຄ້າຍ​ຄື​ກັນ ກົດ​ໝາຍ​ທີ່​ດີ​ທີ່​ຖືກ​ສ້າງ​ບົນ​ພື້ນຖານ​ທີ່​ດີ​ກໍ​ເຮັດ​ໃຫ້​ທຸກ​ຄົນ​ທີ່​ເຮັດ​ຕາມ​ກົດ​ໝາຍ​ນັ້ນ​ຮູ້ສຶກ​ໝັ້ນ​ຄົງ​ແລະ​ປອດໄພ. ກົດ​ໝາຍ​ຂອງ​ພະ​ຄລິດ​ຖືກ​ສ້າງ​ບົນ​ພື້ນຖານ​ທີ່​ດີ​ທີ່​ສຸດ ນັ້ນ​ກໍ​ຄື​ຄວາມ​ຮັກ. ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ?

ເມື່ອ​ເຮົາ​ປະຕິບັດ​ກັບ​ຄົນ​ອື່ນ​ດ້ວຍ​ຄວາມ​ຮັກ ເຮົາ​ກໍ​ກຳລັງ​ເຊື່ອ​ຟັງ “ກົດ​ໝາຍ​ຂອງ​ພະ​ຄລິດ” (ເບິ່ງ​ຂໍ້ 9-14) *

9-10. ມີ​ຕົວຢ່າງ​ຫຍັງ​ແດ່​ທີ່​ສະແດງ​ວ່າ​ທຸກ​ຢ່າງ​ທີ່​ພະ​ເຍຊູ​ເຮັດ​ແມ່ນ​ຍ້ອນ​ຄວາມ​ຮັກ ແລະ​ເຮົາ​ຈະ​ຮຽນ​ແບບ​ເພິ່ນ​ໄດ້​ແນວ​ໃດ?

9 ເຫດຜົນ​ທຳອິດ ທຸກ​ຢ່າງ​ທີ່​ພະ​ເຍຊູ​ເຮັດ​ແມ່ນ​ຍ້ອນ​ຄວາມ​ຮັກ. ຄວາມ​ອີ່ດູ​ສົງສານ​ແລະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ເປັນ​ແງ່​ໜຶ່ງ​ຂອງ​ຄວາມ​ຮັກ. ຍ້ອນ​ວ່າ​ພະ​ເຍຊູ​ຮູ້ສຶກ​ອີ່ດູ​ສົງສານ ເພິ່ນ​ຈຶ່ງ​ໄດ້​ສັ່ງ​ສອນ​ຝູງ​ຊົນ ປິ່ນປົວ​ຄົນ​ເຈັບ ລ້ຽງ​ອາຫານ​ຄົນ​ຫິວ​ເຂົ້າ ແລະ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ. (ມັດ. 14:14; 15:32-38; ມໂກ. 6:34; ລືກາ 7:11-15) ເຖິງ​ວ່າ​ພະ​ເຍຊູ​ໃຊ້​ເວລາ​ແລະ​ເຫື່ອ​ແຮງ​ຫຼາຍ​ໃນ​ການ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ ແຕ່​ເພິ່ນ​ກໍ​ເຕັມ​ໃຈ​ຈັດ​ໃຫ້​ຄວາມ​ຈຳເປັນ​ຂອງ​ຄົນ​ອື່ນ​ມາ​ກ່ອນ​ຂອງ​ຕົວ​ເອງ. ຍິ່ງ​ກວ່າ​ທັງ​ໝົດ ເພິ່ນ​ໄດ້​ສະແດງ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ໂດຍ​ສະລະ​ຊີວິດ​ເພື່ອ​ຄົນ​ອື່ນ.—ໂຢ. 15:13.

10 ບົດຮຽນ: ເຮົາ​ສາມາດ​ຮຽນ​ແບບ​ພະ​ເຍຊູ​ໄດ້​ໂດຍ​ຈັດ​ໃຫ້​ຄວາມ​ຈຳເປັນ​ຂອງ​ຄົນ​ອື່ນ​ມາ​ກ່ອນ​ຂອງ​ຕົວ​ເອງ. ເຮົາ​ຍັງ​ຮຽນ​ແບບ​ເພິ່ນ​ໂດຍ​ອີ່ຕົນ​ແລະ​ເຫັນ​ອົກ​ເຫັນ​ໃຈ​ຜູ້​ຄົນ​ໃນ​ເຂດ​ປະກາດ. ເມື່ອ​ເຮົາ​ປະກາດ​ແລະ​ສອນ​ຂ່າວ​ດີ​ໃຫ້​ຄົນ​ອື່ນ ເຮົາ​ກໍ​ກຳລັງ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ຄລິດ.

11-12. (ກ) ສິ່ງ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ເຮົາ? (ຂ) ເຮົາ​ຈະ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະອົງ​ໄດ້​ແນວ​ໃດ?

11 ເຫດຜົນ​ທີ​ສອງ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ພໍ່. ຕະຫຼອດ​ການ​ຮັບໃຊ້ ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເປັນ​ຫ່ວງ​ຜູ້​ນະມັດສະການ​ພະອົງ​ແທ້ໆ. ສິ່ງ​ໜຶ່ງ​ທີ່​ພະ​ເຍຊູ​ສອນ​ແມ່ນ​ພະ​ເຢໂຫວາ​ເບິ່ງ​ວ່າ​ເຮົາ​ທຸກ​ຄົນ​ມີ​ຄ່າ. (ມັດ. 10:31) ພະ​ເຢໂຫວາ​ຍິນດີ​ຕ້ອນຮັບ​ຄົນ​ທີ່​ອອກ​ຈາກ​ປະຊາຄົມ​ຄື​ແກະ​ທີ່​ຫຼົງ​ທາງ​ເຊິ່ງ​ກັບ​ໃຈ​ແລະ​ກັບ​ມາ​ຫາ​ປະຊາຄົມ. (ລືກາ 15:7, 10) ພະ​ເຢໂຫວາ​ພິສູດ​ວ່າ​ຮັກ​ເຮົາ​ໂດຍ​ຈັດ​ໃຫ້​ລູກ​ຊາຍ​ຂອງ​ພະອົງ​ເປັນ​ຄ່າໄຖ່​ເພື່ອ​ເຮົາ.—ໂຢ. 3:16

12 ບົດຮຽນ: ເຮົາ​ຈະ​ຮຽນ​ແບບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ໄດ້​ແນວ​ໃດ? (ເອເຟ. 5:1, 2) ໂດຍ​ເບິ່ງ​ວ່າ​ພີ່​ນ້ອງ​ທຸກ​ຄົນ​ມີ​ຄ່າ​ແລະ​ຍິນດີ​ຕ້ອນຮັບ “ແກະ​ຫຼົງ​ຝູງ” ທີ່​ກັບ​ມາ​ຫາ​ພະ​ເຢໂຫວາ. (ເພງ. 119:176, ລ.ມ.) ເຮົາ​ພິສູດ​ວ່າ​ເຮົາ​ຮັກ​ພີ່​ນ້ອງ​ໂດຍ​ການ​ເສຍ​ສະລະ​ເວລາ​ແລະ​ກຳລັງ​ຂອງ​ເຮົາ​ເພື່ອ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ຕອນ​ທີ່​ເຂົາ​ເຈົ້າ​ຈຳເປັນ. (1 ໂຢ. 3:17) ຖ້າ​ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ ເຮົາ​ກໍ​ກຳລັງ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ຄລິດ.

13-14. (ກ) ໃນ​ໂຢຮັນ 13:34, 35 ພະ​ເຍຊູ​ສັ່ງ​ພວກ​ລູກ​ສິດ​ໃຫ້​ເຮັດ​ຫຍັງ ແລະ​ເປັນ​ຫຍັງ​ຄຳ​ສັ່ງ​ນີ້​ຈຶ່ງ​ເປັນ​ກົດ​ໝາຍ​ໃໝ່? (ຂ) ເຮົາ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ໃໝ່​ໄດ້​ແນວ​ໃດ?

13 ເຫດຜົນ​ທີ 3 ພະ​ເຍຊູ​ສັ່ງ​ພວກ​ລູກ​ສິດ​ໃຫ້​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ. (ອ່ານ​ໂຢຮັນ 13:34, 35) ຄຳ​ສັ່ງ​ໃໝ່​ນີ້​ຂອງ​ພະ​ເຍຊູ​ເປັນ​ກົດ​ໝາຍ​ໃໝ່​ເພາະ​ເຮົາ​ຕ້ອງ​ສະແດງ​ຄວາມ​ຮັກ​ໃນ​ແບບ​ໃໝ່​ເຊິ່ງ​ບໍ່​ໄດ້​ບອກ​ໃນ​ກົດ​ໝາຍ​ທີ່​ພະເຈົ້າ​ໃຫ້​ກັບ​ຊາວ​ອິດສະລາແອນ ນັ້ນ​ຄື: ຮັກ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຄື​ກັບ​ທີ່​ພະ​ເຍຊູ​ຮັກ​ເຮົາ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ຮັກ​ແບບ​ເສຍ​ສະລະ. * ເຮົາ​ຕ້ອງ​ຮັກ​ພີ່​ນ້ອງ​ຫຼາຍ​ກວ່າ​ຮັກ​ຕົວ​ເອງ. ເຮົາ​ຕ້ອງ​ຮັກ​ເຂົາ​ເຈົ້າ​ເຖິງ​ຂັ້ນ​ວ່າ​ພ້ອມ​ຈະ​ສະລະ​ຊີວິດ​ເພື່ອ​ເຂົາ​ເຈົ້າ​ຄື​ກັບ​ທີ່​ພະ​ເຍຊູ​ເຮັດ​ເພື່ອ​ເຮົາ.

14 ບົດຮຽນ: ເຮົາ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ໃໝ່​ນີ້​ໄດ້​ໂດຍ​ເສຍ​ສະລະ​ບາງ​ສິ່ງ​ເພື່ອ​ພີ່​ນ້ອງ​ຂອງ​ເຮົາ. ເຮົາ​ບໍ່​ພຽງ​ແຕ່​ເຕັມ​ໃຈ​ທີ່​ຈະ​ເສຍ​ສະລະ​ຊີວິດ​ເພື່ອ​ເຂົາ​ເຈົ້າ ແຕ່​ເຮົາ​ພ້ອມ​ທີ່​ຈະ​ເສຍ​ສະລະ​ສິ່ງ​ເລັກໆນ້ອຍໆບາງ​ຢ່າງ​ເພື່ອ​ເຂົາ​ເຈົ້າ ເຊັ່ນ: ສະລະ​ຄວາມ​ສະດວກ​ເພື່ອ​ໄປ​ຮັບ​ສົ່ງ​ຜູ້​ສູງ​ອາຍຸ​ໄປ​ປະຊຸມ ຫຼື​ສະລະ​ບາງ​ສິ່ງ​ທີ່​ເຮົາ​ມັກ​ເພື່ອ​ໃຫ້​ຄົນ​ທີ່​ຮັກ​ພໍ​ໃຈ ຫຼື​ຂໍ​ລາພັກ​ວຽກ​ເພື່ອ​ໄປ​ຊ່ວຍ​ວຽກ​ບັນເທົາ​ທຸກ. ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ກຳລັງ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ຄລິດ ແລະ​ເຮົາ​ຍັງ​ຊ່ວຍ​ໃຫ້​ທຸກ​ຄົນ​ໃນ​ປະຊາຄົມ​ຮູ້ສຶກ​ໝັ້ນ​ຄົງ​ແລະ​ປອດໄພ.

ກົດ​ໝາຍ​ທີ່​ສົ່ງເສີມ​ຄວາມ​ຍຸຕິທຳ

15-17. (ກ) ການ​ກະທຳ​ຂອງ​ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮູ້ສຶກ​ແນວ​ໃດ​ຕໍ່​ຄວາມ​ຍຸຕິທຳ? (ຂ) ເຮົາ​ຈະ​ຮຽນ​ແບບ​ພະ​ເຍຊູ​ໄດ້​ແນວ​ໃດ?

15 “ຄວາມ​ຍຸຕິທຳ” ທີ່​ໃຊ້​ໃນ​ຄຳພີ​ໄບເບິນ​ໝາຍ​ເຖິງ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຖືກຕ້ອງ​ແລະ​ເຮັດ​ສິ່ງ​ນັ້ນ​ໂດຍ​ບໍ່​ລຳອຽງ. ເປັນ​ຫຍັງ​ເຮົາ​ຈຶ່ງ​ບອກ​ໄດ້​ວ່າ​ກົດ​ໝາຍ​ຂອງ​ພະ​ຄລິດ​ສົ່ງເສີມ​ຄວາມ​ຍຸຕິທຳ?

ພະ​ເຍຊູ​ໃຫ້​ກຽດ​ແລະ​ປະຕິບັດ​ກັບ​ຜູ້​ຍິງ​ຢ່າງ​ອ່ອນ​ໂຍນ ລວມ​ເຖິງ​ຜູ້​ທີ່​ຖືກ​ສັງຄົມ​ລັງກຽດ (ເບິ່ງ​ຂໍ້ 16) *

16 ເຫດຜົນ​ທຳອິດ ຂໍ​ໃຫ້​ຄິດ​ເຖິງ​ການ​ກະທຳ ຂອງ​ພະ​ເຍຊູ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ຮູ້ສຶກ​ແນວ​ໃດ​ຕໍ່​ຄວາມ​ຍຸຕິທຳ. ຕອນ​ທີ່​ພະ​ເຍຊູ​ຢູ່​ເທິງ​ໂລກ ພວກ​ຜູ້​ນຳ​ສາສະໜາ​ຢິວ​ກຽດ​ຊັງ​ຄົນ​ຕ່າງ​ຊາດ ດູຖູກ​ຊາວ​ຢິວ​ສາມັນຊົນ​ແລະ​ບໍ່​ໃຫ້​ກຽດ​ຜູ້​ຍິງ. ແຕ່​ພະ​ເຍຊູ​ປະຕິບັດ​ກັບ​ທຸກ​ຄົນ​ແບບ​ບໍ່​ລຳອຽງ. ເພິ່ນ​ຍອມ​ຮັບ​ຄົນ​ຕ່າງ​ຊາດ​ທີ່​ມາ​ຫາ​ເພິ່ນ​ດ້ວຍ​ຄວາມ​ເຊື່ອ. (ມັດ. 8:5-10, 13) ພະ​ເຍຊູ​ບໍ່​ມີ​ອະຄະຕິ ເພິ່ນ​ປະກາດ​ກັບ​ທຸກ​ຄົນ​ບໍ່​ວ່າ​ຈະ​ຮັ່ງມີ​ຫຼື​ທຸກ​ຍາກ. (ມັດ. 11:5; ລືກາ 19:2, 9) ເພິ່ນ​ບໍ່​ເຄີຍ​ໃຊ້​ຄວາມ​ຮຸນແຮງ​ຫຼື​ເວົ້າ​ດູຖູກ​ຜູ້​ຍິງ. ກົງ​ກັນ​ຂ້າມ​ເພິ່ນ​ໃຫ້​ກຽດ​ແລະ​ອ່ອນ​ໂຍນ​ຕໍ່​ຜູ້​ຍິງ ເຊິ່ງ​ລວມ​ທັງ​ຜູ້​ທີ່​ຖືກ​ສັງຄົມ​ລັງກຽດ.—ລືກາ 7:37-39, 44-50

17 ບົດຮຽນ: ເຮົາ​ຮຽນ​ແບບ​ພະ​ເຍຊູ​ໄດ້​ເມື່ອ​ປະຕິບັດ​ກັບ​ຄົນ​ອື່ນ​ໂດຍ​ບໍ່​ລຳອຽງ​ແລະ​ປະກາດ​ກັບ​ທຸກ​ຄົນ​ທີ່​ຢາກ​ຟັງ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ມີ​ຖານະ​ທາງ​ສັງຄົມ​ແບບ​ໃດ​ຫຼື​ຖື​ສາສະໜາ​ໃດ. ຄລິດສະຕຽນ​ຜູ້​ຊາຍ​ຮຽນ​ແບບ​ພະ​ເຍຊູ​ໂດຍ​ໃຫ້​ກຽດ​ຜູ້​ຍິງ. ເມື່ອ​ເຮັດ​ແບບ​ນີ້ ເຮົາ​ກໍ​ກຳລັງ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ຄລິດ.

18-19. ພະ​ເຍຊູ​ສອນ​ຫຍັງ​ກ່ຽວ​ກັບ​ຄວາມ​ຍຸຕິທຳ ແລະ​ເຮົາ​ໄດ້​ບົດຮຽນ​ຫຍັງ​ແດ່?

18 ເຫດຜົນ​ທີ​ສອງ ຂໍ​ໃຫ້​ຄິດ​ເຖິງ​ສິ່ງ​ທີ່​ພະ​ເຍຊູ​ສອນ ກ່ຽວ​ກັບ​ຄວາມ​ຍຸຕິທຳ. ເພິ່ນ​ສອນ​ຫຼັກ​ການ​ຕ່າງໆທີ່​ຊ່ວຍ​ລູກ​ສິດ​ໃຫ້​ປະຕິບັດ​ກັບ​ຄົນ​ອື່ນ​ຢ່າງ​ເປັນ​ທຳ. ຕົວຢ່າງ: ຫຼັກ​ການ​ການ​ປະພຶດ​ທີ່​ເອີ້ນ​ວ່າ​ກົດ​ຄຳ. (ມັດ. 7:12) ຖ້າ​ເຮົາ​ຢາກ​ໃຫ້​ຄົນ​ອື່ນ​ປະຕິບັດ​ກັບ​ເຮົາ​ຢ່າງ​ເປັນ​ທຳ ເຮົາ​ກໍ​ຕ້ອງ​ປະຕິບັດ​ກັບ​ເຂົາ​ເຈົ້າ​ຢ່າງ​ເປັນ​ທຳ. ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຂົາ​ເຈົ້າ​ກໍ​ອາດ​ຈະ​ປະຕິບັດ​ກັບ​ເຮົາ​ຢ່າງ​ເປັນ​ທຳ​ຄື​ກັນ. ແຕ່​ຖ້າ​ເຮົາ​ຖືກ​ປະຕິບັດ​ແບບ​ບໍ່​ເປັນ​ທຳ​ເດ? ພະ​ເຍຊູ​ຍັງ​ສອນ​ລູກ​ສິດ​ວ່າ​ໃຫ້​ໄວ້​ວາງໃຈ​ພະ​ເຢໂຫວາ ເພາະ​ພະອົງ​ຈະ “ໃຫ້​ຄວາມ​ຍຸຕິທຳ​ກັບ​ຄົນ​ທີ່ . . . ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະອົງ​ທັງ​ກາງເວັນ​ແລະ​ກາງຄືນ.” (ລືກາ 18:6, 7, ລ.ມ.) ນີ້​ເປັນ​ຄຳ​ສັນຍາ​ໃນ​ທຳນອງ​ທີ່​ວ່າ: ພະເຈົ້າ​ຮູ້​ບັນຫາ​ຕ່າງໆທີ່​ເຮົາ​ເຈິ​ໃນ​ສະໄໝ​ສຸດ​ທ້າຍ​ນີ້​ແລະ​ພະອົງ​ຈະ​ໃຫ້​ທຸກ​ຄົນ​ໄດ້​ຮັບ​ຄວາມ​ຍຸຕິທຳ​ໃນ​ເວລາ​ທີ່​ພະອົງ​ເຫັນ​ວ່າ​ເໝາະ​ສົມ.—2 ເທ. 1:6

19 ບົດຮຽນ: ເມື່ອ​ເຮົາ​ເຮັດ​ຕາມ​ຫຼັກ​ການ​ທີ່​ພະ​ເຍຊູ​ສອນ ເຮົາ​ກໍ​ຈະ​ປະຕິບັດ​ກັບ​ຄົນ​ອື່ນ​ຢ່າງ​ເປັນ​ທຳ ຖ້າ​ເຮົາ​ຖືກ​ປະຕິບັດ​ແບບ​ບໍ່​ເປັນ​ທຳ​ໃນ​ໂລກ​ຂອງ​ຊາຕານ ເຮົາ​ກໍໄດ້​ກຳລັງ​ໃຈ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ຈະ ໃຫ້​ເຮົາ​ໄດ້​ຮັບ​ຄວາມ​ຍຸຕິທຳ​ແນ່ນອນ.

ຜູ້​ມີ​ສິດ​ອຳນາດ​ໃນ​ລະດັບ​ໜຶ່ງ​ຄວນ​ປະຕິບັດ​ກັບ​ຄົນ​ອື່ນ​ແນວ​ໃດ?

20-21. (ກ) ຜູ້​ມີ​ສິດ​ອຳນາດ​ໃນ​ລະດັບ​ໜຶ່ງ​ຄວນ​ປະຕິບັດ​ກັບ​ຄົນ​ອື່ນ​ແນວ​ໃດ? (ຂ) ຜົວ​ຈະ​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ​ໄດ້​ແນວ​ໃດ ແລະ​ພໍ່​ຄວນ​ຈະ​ປະຕິບັດ​ກັບ​ລູກ​ແນວ​ໃດ?

20 ຕາມ​ກົດ​ໝາຍ​ຂອງ​ພະ​ຄລິດ ຜູ້​ມີ​ສິດ​ອຳນາດ​ໃນ​ລະດັບ​ໜຶ່ງ​ຄວນ​ປະຕິບັດ​ກັບ​ຄົນ​ອື່ນ​ແນວ​ໃດ? ເນື່ອງ​ຈາກ​ຄວາມ​ຮັກ​ເປັນ​ພື້ນຖານ​ຂອງ​ກົດ​ໝາຍ​ນີ້ ຜູ້​ທີ່​ມີ​ອຳນາດ​ຕ້ອງ​ໃຫ້​ກຽດ​ແລະ​ປະຕິບັດ​ດ້ວຍ​ຄວາມ​ຮັກ​ຕໍ່​ຜູ້​ທີ່​ເຂົາ​ເຈົ້າ​ເບິ່ງ​ແຍງ. ເຂົາ​ເຈົ້າ​ຕ້ອງ​ຈື່​ວ່າ​ພະ​ເຍຊູ​ຢາກ​ໃຫ້​ເຮົາ​ເຮັດ​ທຸກ​ຢ່າງ​ດ້ວຍ​ຄວາມ​ຮັກ.

21 ໃນ​ຄອບຄົວ. ຜົວ​ຕ້ອງ​ຮັກ​ເມຍ “ເໝືອນ​ດັ່ງ​ທີ່​ພະ​ຄລິດ​ເຮັດ​ກັບ​ປະຊາຄົມ.” (ເອເຟ. 5:25, 28, 29, ລ.ມ.) ຜົວ​ຄວນ​ຮຽນ​ແບບ​ຄວາມ​ຮັກ​ທີ່​ເສຍ​ສະລະ​ຂອງ​ພະ​ເຍຊູ​ໂດຍ​ຈັດ​ໃຫ້​ຄວາມ​ຈຳເປັນ​ແລະ​ຜົນ​ປະໂຫຍດ​ຂອງ​ເມຍ​ມາ​ກ່ອນ​ຂອງ​ຕົວ​ເອງ. ຜູ້​ຊາຍ​ບາງ​ຄົນ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ສະແດງ​ຄວາມ​ຮັກ​ແບບ​ນີ້ ຍ້ອນ​ເຂົາ​ເຈົ້າ​ເຕີບ​ໃຫຍ່​ຂຶ້ນ​ໃນ​ວັດທະນາ​ທຳ​ທີ່​ບໍ່​ໄດ້​ຖື​ວ່າ​ການ​ປະຕິບັດ​ກັບ​ຄົນ​ອື່ນ​ຢ່າງ​ເປັນ​ທຳ​ແລະ​ດ້ວຍ​ຄວາມ​ຮັກ​ເປັນ​ເລື່ອງ​ສຳຄັນ. ເຖິງ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ປ່ຽນ​ນິດໄສ​ແບບ​ນີ້ ແຕ່​ຖ້າ​ຢາກ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ຄລິດ ເຂົາ​ເຈົ້າ​ກໍ​ຈຳເປັນ​ຕ້ອງ​ປ່ຽນ. ຜົວ​ທີ່​ສະແດງ​ຄວາມ​ຮັກ​ແບບ​ເສຍ​ສະລະ ເມຍ​ກໍ​ຈະ​ນັບຖື​ລາວ. ພໍ່​ທີ່​ຮັກ​ລູກ​ແທ້ໆຈະ​ບໍ່​ທຳ​ຮ້າຍ​ລູກ​ດ້ວຍ​ຄຳ​ເວົ້າ​ແລະ​ການ​ກະທຳ. (ເອເຟ. 4:31) ແຕ່​ລາວ​ຈະ​ສະແດງ​ຄວາມ​ຮັກ​ແລະ​ພູມ​ໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ລູກ​ຮູ້ສຶກ​ໝັ້ນ​ຄົງ​ແລະ​ປອດໄພ. ລູກ​ກໍ​ຈະ​ຮັກ​ແລະ​ໄວ້​ວາງໃຈ​ພໍ່​ທີ່​ເຮັດ​ແບບ​ນັ້ນ.

22. ໃນ 1 ເປໂຕ 5:1-3 ຝູງ​ແກະ​ເປັນ​ຂອງ​ໃຜ ແລະ​ເຂົາ​ເຈົ້າ​ຄວນ​ໄດ້​ຮັບ​ການ​ປະຕິບັດ​ແນວ​ໃດ?

22 ໃນ​ປະຊາຄົມ. ຜູ້​ເຖົ້າ​ແກ່​ຕ້ອງ​ຈື່​ໄວ້​ວ່າ​ເຂົາ​ເຈົ້າ​ບໍ່​ແມ່ນ​ເຈົ້າ​ຂອງ “ຝູງ​ແກະ.” (ໂຢ. 10:16; ອ່ານ 1 ເປໂຕ 5:1-3) ຄຳ​ວ່າ: “ຝູງ​ລູກ​ສິດ [ຝູງ​ແກະ] ແຫ່ງ​ພະເຈົ້າ” “ພ້ອມ​ຕາມ​ພະເຈົ້າ” ແລະ “ເຈົ້ານາຍ​ເທິງ​ມູນລະດົກ” ໃຊ້​ເພື່ອ​ເຕືອນ​ຜູ້​ເຖົ້າ​ແກ່​ວ່າ​ແກະ​ເປັນ​ຂອງ​ພະ​ເຢໂຫວາ. ພະອົງ​ຕ້ອງການ​ໃຫ້​ແກະ​ຂອງ​ພະອົງ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ອ່ອນ​ໂຍນ. (1 ເທ. 2:7, 8) ພະ​ເຢໂຫວາ​ພໍ​ໃຈ​ຜູ້​ເຖົ້າ​ແກ່​ທີ່​ເຮັດ​ໜ້າ​ທີ່​ເບິ່ງ​ແຍງ​ແກະ​ດ້ວຍ​ຄວາມ​ຮັກ. ພີ່​ນ້ອງ​ກໍ​ຮັກ​ແລະ​ນັບຖື​ຜູ້​ເຖົ້າ​ແກ່​ທີ່​ເຮັດ​ແບບ​ນັ້ນ.

23-24. (ກ) ຜູ້​ເຖົ້າ​ແກ່​ມີ​ໜ້າ​ທີ່​ແນວ​ໃດ​ໃນ​ການ​ຈັດການ​ກັບ​ຄວາມ​ຜິດ​ທີ່​ຮ້າຍແຮງ? (ຂ) ຜູ້​ເຖົ້າ​ແກ່​ຕ້ອງ​ສຳນຶກ​ເຖິງ​ຫຍັງ​ສະເໝີ?

23 ຜູ້​ເຖົ້າ​ແກ່​ມີ​ໜ້າ​ທີ່​ແນວ​ໃດ​ໃນ​ການ​ຈັດການ​ກັບ​ຄວາມ​ຜິດ​ທີ່​ຮ້າຍແຮງ? ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ບໍ່​ຄື​ກັບ​ໜ້າ​ທີ່​ຜູ້​ພິພາກສາ​ແລະ​ຜູ້​ເຖົ້າ​ແກ່​ທີ່​ຢູ່​ພາຍ​ໃຕ້​ກົດ​ໝາຍ​ທີ່​ພະ​ເຢໂຫວາ​ໃຫ້​ຊາດ​ອິດສະລາແອນ. ຕາມ​ກົດ​ໝາຍ​ນັ້ນ ຜູ້​ຊາຍ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ບໍ່​ພຽງ​ແຕ່​ຕັດສິນ​ກ່ຽວ​ກັບ​ເລື່ອງ​ການ​ນະມັດສະການ​ພະ​ເຢໂຫວາ ເຂົາ​ເຈົ້າ​ຍັງ​ຕັດສິນ​ຄະດີ​ທາງ​ແພ່ງ​ແລະ​ທາງ​ອາຍາ​ນຳ. ແຕ່​ຕາມ​ກົດ​ໝາຍ​ຂອງ​ພະ​ຄລິດ ຜູ້​ເຖົ້າ​ແກ່​ມີ​ບົດບາດ​ທີ່​ຈະ​ຈັດການ​ກັບ​ເລື່ອງ​ການ​ນະມັດສະການ​ພະ​ເຢໂຫວາ​ເທົ່າ​ນັ້ນ. ເຂົາ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ໃຫ້​ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ​ມີ​ໜ້າ​ທີ່​ຈັດການ​ກັບ​ຄະດີ​ທາງ​ແພ່ງ​ແລະ​ທາງ​ອາຍາ ນີ້​ລວມ​ທັງ​ສິດ​ໃນ​ການ​ລົງໂທດ​ປັບໃໝ​ແລະ​ໃຫ້​ເຂົ້າ​ຄຸກ.—ໂລມ 13:1-4

24 ຜູ້​ເຖົ້າ​ແກ່​ມີ​ໜ້າ​ທີ່​ແນວ​ໃດ​ເມື່ອ​ບາງ​ຄົນ​ໃນ​ປະຊາຄົມ​ເຮັດ​ຜິດ​ຮ້າຍແຮງ? ເຂົາ​ເຈົ້າ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຊັ່ງ​ຊາ​ເລື່ອງ​ຕ່າງໆແລະ​ຕັດສິນ. ເຂົາ​ເຈົ້າ​ຕ້ອງ​ສຳນຶກ​ສະເໝີ​ວ່າ ກົດ​ໝາຍ​ຂອງ​ພະ​ຄລິດ​ມີ​ຄວາມ​ຮັກ​ເປັນ​ພື້ນຖານ. ຄວາມ​ຮັກ​ເຮັດ​ໃຫ້​ຜູ້​ເຖົ້າ​ແກ່​ຄິດ​ວ່າ ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຊ່ວຍ​ສະມາຊິກ​ໃນ​ປະຊາຄົມ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ເຮັດ​ຜິດ​ຮ້າຍແຮງ​ນັ້ນ? ສ່ວນ​ຜູ້​ເຮັດ​ຜິດ ຄວາມ​ຮັກ​ຈະ​ເຮັດ​ໃຫ້​ຜູ້​ເຖົ້າ​ແກ່​ພິຈາລະນາ​ວ່າ: ລາວ​ກັບ​ໃຈ​ແທ້ໆບໍ? ເຮົາ​ຈະ​ຊ່ວຍ​ລາວ​ແນວ​ໃດ​ເພື່ອ​ຈະ​ກັບ​ມາ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ອີກ?

25. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

25 ພວກ​ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆທີ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ຂອງ​ພະ​ຄລິດ! ເມື່ອ​ເຮົາ​ເຊື່ອ​ຟັງ​ກົດ​ໝາຍ​ນັ້ນ ເຮົາ​ກໍ​ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້​ປະຊາຄົມ​ເປັນ​ບ່ອນ​ທີ່​ທຸກ​ຄົນ​ຮູ້ສຶກ​ມີ​ຄ່າ ໄດ້​ຮັບ​ຄວາມ​ຮັກ ແລະ​ປອດໄພ. ທີ່​ຈິງ​ເຮົາ​ຢູ່​ໃນ​ໂລກ​ທີ່ ‘ຄົນ​ຊົ່ວ​ແລະ​ຄົນ​ລໍ້​ລວງ​ທັງ​ຫຼາຍ​ຈະ​ທຳ​ຊົ່ວ​ຮ້າຍ​ມາກ​ຂຶ້ນ.’ (2 ຕີໂມ. 3:13) ດັ່ງ​ນັ້ນ ເຮົາ​ຕ້ອງ​ເຝົ້າ​ລະວັງ​ຢູ່​ສະເໝີ. ປະຊາຄົມ​ຄລິດສະຕຽນ​ຈະ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຍຸຕິທຳ​ຂອງ​ພະເຈົ້າ​ແນວ​ໃດ​ເມື່ອ​ຈັດການ​ກັບ​ການ​ລ່ວງ​ລະເມີດ​ເດັກ​ທາງ​ເພດ? ບົດ​ຄວາມ​ຕໍ່​ໄປ​ຈະ​ຕອບ​ຄຳຖາມ​ນີ້.

ເພງ 15 ສັນລະເສີນ​ລູກ​ຫົວປີ​ຂອງ​ພະ​ເຢໂຫວາ!

^ ຂໍ້ 5 ບົດ​ຄວາມ​ນີ້​ແລະ​ອີກ 2 ບົດ​ຄວາມ​ຕໍ່​ຈາກ​ນີ້​ຢູ່​ໃນ​ບົດ​ຄວາມ​ຊຸດ​ທີ່​ຈະ​ພິຈາລະນາ​ວ່າ ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແຫ່ງ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ. ພະອົງ​ຢາກ​ໃຫ້​ຄົນ​ຂອງ​ພະອົງ​ໄດ້​ຮັບ​ຄວາມ​ຍຸຕິທຳ ແລະ​ພະອົງ​ປອບ​ໃຈ​ຄົນ​ທີ່​ຖືກ​ປະຕິບັດ​ແບບ​ບໍ່​ເປັນ​ທຳ​ໃນ​ໂລກ​ທີ່​ຊົ່ວ​ຮ້າຍ​ນີ້.

^ ຂໍ້ 1 ເບິ່ງ​ບົດ​ຄວາມ “ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ​ສະໄໝ​ອິດສະລາແອນ​ບູຮານ” ໃນ​ຫໍສັງເກດການ ກຸມພາ 2019.

^ ຂໍ້ 3 ຄາລາຊີ 6:2 (ລ.ມ.): “ໃຫ້​ຊ່ວຍ​ແບ່ງ​ເບົາ​ພາລະ​ຂອງ​ກັນ​ແລະ​ກັນ​ຕໍ່​ໄປ ການ​ເຮັດ​ແບບ​ນີ້​ສະແດງ​ວ່າ​ພວກ​ເຈົ້າ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະ​ຄລິດ.”

^ ຂໍ້ 13 ການ​ອະທິບາຍ​ສຳນວນ: ຄວາມ​ຮັກ​ແບບ​ເສຍ​ສະລະ​ກະຕຸ້ນ​ເຮົາ​ໃຫ້​ຈັດ​ຜົນ​ປະໂຫຍດ​ແລະ​ຄວາມ​ຈຳເປັນ​ຂອງ​ຄົນ​ອື່ນ​ມາ​ກ່ອນ​ຂອງ​ເຮົາ​ເອງ. ເຮົາ​ເຕັມ​ໃຈ​ທີ່​ຈະ​ສະລະ​ບາງ​ສິ່ງ​ແລະ​ຍອມ​ທີ່​ຈະ​ສະລະ​ບາງ​ຢ່າງ​ເພື່ອ​ຜົນ​ປະໂຫຍດ​ຫຼື​ຊ່ວຍ​ເຫຼືອ​ຄົນ​ອື່ນ.

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: ພະ​ເຍຊູ​ເຫັນ​ແມ່​ໝ້າຍ​ທີ່​ລູກ​ຊາຍ​ຄົນ​ດຽວ​ຕາຍ ຍ້ອນ​ເພິ່ນ​ຮູ້ສຶກ​ອີ່ຕົນ ເພິ່ນ​ຈຶ່ງ​ປຸກ​ລູກ​ຊາຍ​ຂອງ​ແມ່​ໝ້າຍ.

^ ຂໍ້ 64 ຄຳ​ອະທິບາຍ​ຮູບ​ພາບ: ພະ​ເຍຊູ​ກິນ​ເຂົ້າ​ຢູ່​ເຮືອນ​ຂອງ​ຊີໂມນ​ທີ່​ເປັນ​ຟາລິຊຽນ. ຜູ້​ຍິງ​ທີ່​ອາດ​ເປັນ​ໂສເພນີ​ຄົນ​ໜຶ່ງ​ມາ​ລ້າງ​ຕີນ​ໃຫ້​ພະ​ເຍຊູ​ດ້ວຍ​ນ້ຳ​ຕາ​ຂອງ​ລາວ ລາວ​ເອົາ​ຜົມ​ເຊັດ​ຕີນ​ໃຫ້​ເພິ່ນ​ແລະ​ຖອກ​ນ້ຳມັນ​ຫອມ​ໃສ່​ຕີນ​ເພິ່ນ. ຊີໂມນ​ບໍ່​ພໍ​ໃຈ​ກັບ​ສິ່ງ​ທີ່​ຜູ້​ຍິງ​ນັ້ນ​ເຮັດ ແຕ່​ພະ​ເຍຊູ​ໄດ້​ປົກ​ປ້ອງ​ລາວ.