ບົດຄວາມສຶກສາທີ 24
ກຳຈັດການຄິດຫາເຫດຜົນທຸກຢ່າງທີ່ຂັດກັບຄວາມຮູ້ກ່ຽວກັບພະເຈົ້າ!
“ເຮົາກຳລັງຫັກລ້າງການຄິດຫາເຫດຜົນຜິດໆແລະອັນໃດກໍຕາມທີ່ຂັດກັບຄວາມຮູ້ກ່ຽວກັບພະເຈົ້າ.”—2 ໂກ. 10:5, ລ.ມ.
ເພງ 124 ສັດຊື່ຕະຫຼອດໄປ
ໃຈຄວາມສຳຄັນ *
1. ອັກຄະສາວົກໂປໂລເຕືອນຄລິດສະຕຽນທີ່ຖືກເຈີມແນວໃດ?
ອັກຄະສາວົກໂປໂລເຕືອນຄລິດສະຕຽນໃນສະຕະວັດທຳອິດວ່າ “ເຊົາຮຽນແບບຄົນໃນໂລກນີ້.” (ໂລມ 12:2, ລ.ມ.) ເປັນຫຍັງລາວຈຶ່ງເຕືອນກົງໆແບບນັ້ນກັບພີ່ນ້ອງທີ່ອຸທິດຕົວແດ່ພະເຈົ້າແລະຖືກເຈີມດ້ວຍພະລັງບໍລິສຸດ?—ໂລມ 1:7
2-3. ຊາຕານພະຍາຍາມເຮັດໃຫ້ເຮົາຖິ້ມພະເຢໂຫວາແນວໃດ ແຕ່ເຮົາຈະກຳຈັດ “ສິ່ງທີ່ຝັງຮາກເລິກ” ໃນຄວາມຄິດຂອງເຮົາໄດ້ແນວໃດ?
2 ໂປໂລເປັນຫ່ວງຄລິດສະຕຽນບາງຄົນເພາະເຂົາເຈົ້າໄດ້ຮັບອິດທິພົນຈາກຄວາມຄິດຜິດໆແລະປັດຊະຍາທີ່ໂລກຊາຕານສົ່ງເສີມ. (ເອເຟ. 4:17-19) ສິ່ງນີ້ອາດເກີດຂຶ້ນກັບເຮົາກໍໄດ້. ເນື່ອງຈາກຊາຕານເປັນຜູ້ປົກຄອງໂລກນີ້ ມັນຈຶ່ງສາມາດໃຊ້ວິທີການຕ່າງໆເພື່ອໂນ້ມນ້າວໃຈເຮົາໃຫ້ຖິ້ມພະເຢໂຫວາ. ຕົວຢ່າງ: ຖ້າເຮົາເປັນຄົນມັກໃຫຍ່ໃຝ່ສູງ ແລະຢາກມີຊື່ສຽງມັນກໍຈະໃຊ້ສິ່ງນັ້ນມາລໍ້ໃຈເຮົາ. ມັນອາດພະຍາຍາມໃຊ້ພູມຫຼັງ ວັດທະນະທຳ ຫຼືສິ່ງທີ່ເຮົາຮຽນຢູ່ໂຮງຮຽນເພື່ອເຮັດໃຫ້ເຮົາຄິດແບບມັນ.
3 ເປັນໄປໄດ້ບໍທີ່ເຮົາຈະກຳຈັດ “ສິ່ງທີ່ຝັງຮາກເລິກ” ໃນຄວາມຄິດຂອງເຮົາ? (2 ໂກ. 10:4, ລ.ມ.) ຂໍສັງເກດຄຳເວົ້າຂອງໂປໂລທີ່ວ່າ: “ເຮົາກຳລັງຫັກລ້າງການຄິດຫາເຫດຜົນຜິດໆ ແລະອັນໃດກໍຕາມທີ່ຂັດກັບຄວາມຮູ້ກ່ຽວ ກັບພະເຈົ້າ ເຮົາກຳລັງເຮັດໃຫ້ຄວາມຄິດທຸກຢ່າງຢູ່ໃຕ້ການຄວບຄຸມເພື່ອໃຫ້ເຊື່ອຟັງພະຄລິດ.” (2 ໂກ. 10:5, ລ.ມ.) ດັ່ງນັ້ນ ດ້ວຍຄວາມຊ່ວຍເຫຼືອຈາກພະເຢໂຫວາ ເຮົາຈຶ່ງສາມາດກຳຈັດການຄິດຫາເຫດຜົນທີ່ຜິດໆໄດ້. ຄ້າຍຄືກັບຢາຖອນພິດທີ່ຊ່ວຍລ້າງສານພິດ ຄຳພີໄບເບິນກໍຊ່ວຍເຮົາໃຫ້ກຳຈັດຄວາມຄິດທີ່ໄດ້ຮັບອິດທິພົນຈາກໂລກຂອງຊາຕານ.
“ປ່ຽນຄວາມຄິດຂອງເຈົ້າໃໝ່”
4. ເຮົາໄດ້ເຮັດການປ່ຽນແປງຫຍັງແດ່ຕອນທີ່ຮຽນຄວາມຈິງໃນຄຳພີໄບເບິນ?
4 ລອງຄິດຄືນເບິ່ງວ່າເຈົ້າໄດ້ປ່ຽນແປງຫຍັງແດ່ຕອນທີ່ຮຽນຄວາມຈິງໃນຄຳພີໄບເບິນແລະຕັດສິນໃຈຮັບໃຊ້ພະເຢໂຫວາ ຕອນນັ້ນພວກເຮົາຫຼາຍຄົນໄດ້ເຊົາເຮັດສິ່ງທີ່ບໍ່ດີ. (1 ໂກ. 6:9-11) ເຮົາຮູ້ສຶກຂອບໃຈພະເຢໂຫວາຫຼາຍແທ້ໆທີ່ຊ່ວຍເຮົາໃຫ້ເຊົາເຮັດໃນສິ່ງເຫຼົ່ານັ້ນໄດ້!
5. ໃນໂລມ 12:2 ເຮົາຕ້ອງເຮັດ 2 ຢ່າງຫຍັງແດ່?
5 ແຕ່ເຮົາບໍ່ຄວນຮູ້ສຶກວ່າບໍ່ຈຳເປັນຕ້ອງປ່ຽນແປງຫຍັງອີກ. ເຖິງວ່າເຮົາຈະເຊົາເຮັດຜິດຮ້າຍແຮງກ່ອນຮັບບັບເຕມາ ແຕ່ເຮົາກໍຕ້ອງຫຼີກລ່ຽງສິ່ງທີ່ລໍ້ໃຈເຮົາໃຫ້ກັບໄປເຮັດຜິດແບບເກົ່າ. ເຮົາຈະຫຼີກລ່ຽງໄດ້ແນວໃດ? ໂປໂລບອກວ່າ: “ເຊົາຮຽນແບບຄົນໃນໂລກນີ້ ແຕ່ໃຫ້ປ່ຽນແປງຕົວເອງໂດຍປ່ຽນຄວາມຄິດຂອງເຈົ້າໃໝ່.” (ໂລມ 12:2, ລ.ມ.) ສະແດງວ່າເຮົາຕ້ອງເຮັດ 2 ຢ່າງ. ທຳອິດ ເຮົາຕ້ອງ “ເຊົາຮຽນແບບຄົນໃນໂລກນີ້” ຫຼືບໍ່ໃຫ້ໂລກນີ້ຫຼໍ່ຫຼອມຄວາມຄິດຂອງເຮົາ. ທີສອງ ເຮົາຕ້ອງ “ປ່ຽນແປງຕົວເອງ” ໂດຍປ່ຽນຄວາມຄິດຂອງເຮົາໃໝ່.
6. ເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງພະເຍຊູໃນມັດທາຍ 12:43-45?
6 ການປ່ຽນແປງທີ່ໂປໂລເວົ້າເຖິງບໍ່ພຽງແຕ່ເປັນການປ່ຽນແປງພາຍນອກ ແຕ່ໝາຍເຖິງການປ່ຽນແປງຕົວຕົນພາຍໃນ. (ເບິ່ງຂອບ “ ປ່ຽນແປງຫຼືປອມຕົວ?”) ເຮົາຕ້ອງປ່ຽນແປງຄວາມຄິດຂອງເຮົາໃໝ່ເຊິ່ງໝາຍເຖິງ ຄວາມຄິດ ຄວາມຮູ້ສຶກ ແລະຄວາມຕ້ອງການຂອງເຮົາ. ສະນັ້ນ ເຮົາຕ້ອງຖາມຕົວເອງວ່າ ‘ຂ້ອຍປ່ຽນແປງຕົວຕົນພາຍໃນແທ້ໆບໍຫຼືຂ້ອຍປ່ຽນແປງພຽງແຕ່ຕົວຕົນພາຍນອກເພື່ອໃຫ້ເບິ່ງຄືວ່າເປັນຄລິດສະຕຽນ?’ ສອງຢ່າງນີ້ເປັນເລື່ອງສຳຄັນ. ພະເຍຊູສະແດງໃຫ້ເຫັນເຖິງສິ່ງທີ່ເຮົາຕ້ອງເຮັດໃນມັດທາຍ 12:43-45 (ອ່ານ). ຄຳເວົ້າຂອງພະເຍຊູສອນບົດຮຽນທີ່ສຳຄັນຄື ການກຳຈັດຄວາມຄິດທີ່ຜິດໆພຽງຢ່າງດຽວຍັງບໍ່ພໍ ແຕ່ເຮົາຕ້ອງເອົາຄວາມຄິດຂອງພະເຈົ້າມາໃສ່ແທນ.
“ປ່ຽນແປງຄວາມຄິດຈິດໃຈໃໝ່”
7. ເຮົາຈະປ່ຽນແປງຕົວຕົນພາຍໃນໄດ້ແນວໃດ?
7 ເປັນໄປໄດ້ບໍທີ່ຈະປ່ຽນແປງຕົວຕົນພາຍໃນ? ຄຳພີໄບເບິນບອກວ່າ: “ໃຫ້ພວກເຈົ້າປ່ຽນແປງຄວາມຄິດຈິດໃຈໃໝ່ຢ່າງຕໍ່ເນື່ອງ ແລະປູກຝັງລັກສະນະນິດໄສໃໝ່ທີ່ຖືກສ້າງຂຶ້ນຕາມທີ່ພະເຈົ້າຕ້ອງການ ເຊິ່ງເປັນໄປຕາມຄວາມຖືກຕ້ອງຊອບທຳແລະຄວາມພັກດີແທ້.” (ເອເຟ. 4:23, 24, ລ.ມ.) ເປັນໄປໄດ້ທີ່ຈະປ່ຽນຕົວຕົນພາຍໃນ ແຕ່ມັນບໍ່ງ່າຍປານໃດ. ເຮົາຕ້ອງບໍ່ພຽງແຕ່ຄວບຄຸມຄວາມຄິດແລະຄວາມປາຖະໜາທີ່ບໍ່ດີໄວ້ ແຕ່ເຮົາຕ້ອງ “ປ່ຽນແປງຄວາມຄິດຈິດໃຈໃໝ່” ເຊິ່ງໝາຍເຖິງປ່ຽນແປງຄວາມປາຖະໜາ ແຮງກະຕຸ້ນແລະພຶດຕິກຳຂອງເຮົາ. ເຮົາຕ້ອງເຮັດແບບນີ້ຢ່າງຕໍ່ເນື່ອງ.
8-9. ປະສົບການຂອງພີ່ນ້ອງຊາຍຄົນໜຶ່ງສະແດງໃຫ້ເຫັນແນວໃດວ່າເຮົາຕ້ອງປ່ຽນແປງຕົວຕົນພາຍໃນ?
8 ໃຫ້ເຮົາມາເບິ່ງຕົວຢ່າງຂອງພີ່ນ້ອງຊາຍຄົນໜຶ່ງທີ່ເຄີຍມັກໃຊ້ຄວາມຮຸນແຮງ. ຫຼັງຈາກທີ່ລາວປ່ຽນນິດໄສ ລາວກໍມີຄຸນສົມບັດທີ່ຈະຮັບບັບເຕມາເຊິ່ງເປັນການໃຫ້ຄຳພະຍານທີ່ດີໃນແຖວບ້ານລາວ. ແຕ່ຄືນໜຶ່ງບໍ່ດົນຫຼັງຈາກຮັບບັບເຕມາ ລາວຖືກທົດສອບໃນແບບທີ່ລາວບໍ່ໄດ້ຄາດຄິດ. ມີຊາຍຄົນໜຶ່ງທີ່ເມົາເຫຼົ້າມາທ້າຕີລາວຢູ່ເຮືອນ. ທຳອິດລາວຢັບຢັ້ງຕົວເອງໄດ້ ແຕ່ເມື່ອຊາຍທີ່ເມົາເຫຼົ້າໝິ່ນປະໝາດຊື່ພະເຢໂຫວາ ລາວກໍທົນບໍ່ໄຫວເລີຍອອກໄປຕີຜູ້ຊາຍຄົນນັ້ນ. ເປັນຫຍັງລາວຈຶ່ງເຮັດແບບນັ້ນ? ເຖິງວ່າການສຶກສາຄຳພີໄບເບິນຊ່ວຍລາວໃຫ້ຄວບຄຸມແນວໂນ້ມທີ່ຢາກໃຊ້ຄວາມຮຸນແຮງ ແຕ່ລາວບໍ່ໄດ້ປ່ຽນແປງຄວາມຄິດຈິດໃຈໃໝ່. ໝາຍຄວາມວ່າລາວບໍ່ໄດ້ປ່ຽນແປງຕົວຕົນພາຍໃນແທ້ໆ.
9 ແຕ່ພີ່ນ້ອງຄົນນີ້ບໍ່ໄດ້ຢຸດທີ່ຈະປ່ຽນແປງຕົວເອງ. (ສຸພາ. 24:16) ດ້ວຍຄວາມຊ່ວຍເຫຼືອຈາກຜູ້ເຖົ້າແກ່ ລາວໄດ້ເຮັດຄວາມກ້າວໜ້າຕໍ່ໄປ. ຈົນໃນທີ່ສຸດລາວກໍມີຄຸນສົມບັດໄດ້ເປັນຜູ້ເຖົ້າແກ່. ມີຄືນໜຶ່ງຕອນທີ່ຢູ່ນອກຫໍປະຊຸມ ລາວໄດ້ເຈິການທົດສອບແບບດຽວກັບທີ່ລາວເຄີຍເຈິເມື່ອຫຼາຍປີກ່ອນ ມີຊາຍເມົາເຫຼົ້າກຳລັງຈະຕີຜູ້ເຖົ້າແກ່ຄົນໜຶ່ງ. ແຕ່ເທື່ອນີ້ລາວເຮັດແນວໃດ? ລາວຫາເຫດຜົນກັບຄົນນັ້ນດ້ວຍໃຈສະຫງົບ ແລະທ່າທາງເປັນມິດເຊິ່ງເຮັດໃຫ້ບັນຍາກາດຜ່ອນຄາຍ ແລະພາຊາຍທີ່ເມົາເຫຼົ້ານັ້ນກັບບ້ານ. ເປັນຫຍັງເທື່ອນີ້ຈຶ່ງຕ່າງກັນ? ເພາະລາວໄດ້ປ່ຽນແປງຄວາມຄິດຈິດໃຈໃໝ່ແລ້ວ. ລາວກາຍເປັນຄົນທີ່ສ້າງສັນຕິສຸກແລະຖ່ອມຕົວ ລາວໄດ້ປ່ຽນແປງຕົວຕົນພາຍໃນແທ້ໆ. ນີ້ເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ!
10. ເຮົາຕ້ອງເຮັດຫຍັງເພື່ອຈະປ່ຽນແປງຕົວຕົນພາຍໃນ?
10 ການປ່ຽນແປງແບບນີ້ບໍ່ໄດ້ເກີດຂຶ້ນໃນຄືນດຽວແລະບໍ່ໄດ້ເກີດຂຶ້ນຢ່າງອັດຕະໂນມັດ. ເຮົາອາດຈະຕ້ອງ “ພະຍາຍາມຢ່າງຈິງຈັງ” ເປັນເວລາຫຼາຍປີ. (2 ເປ. 1:5, ລ.ມ.) ການປ່ຽນແປງແບບນີ້ບໍ່ໄດ້ເກີດຂຶ້ນຍ້ອນເຮົາຮັບໃຊ້ພະເຢໂຫວາມາດົນ. ແຕ່ເຮົາຕ້ອງພະຍາຍາມຢ່າງຈິງຈັງທີ່ຈະປ່ຽນແປງຕົວຕົນພາຍໃນ. ມີສິ່ງສຳຄັນພື້ນຖານທີ່ຈະຊ່ວຍເຮົາໃຫ້ປ່ຽນແປງຕົວເອງໄດ້. ໃຫ້ເຮົາມາເບິ່ງບາງຢ່າງນຳກັນ.
ວິທີປ່ຽນແປງຄວາມຄິດຈິດໃຈຂອງເຈົ້າ
11. ການອະທິດຖານຊ່ວຍເຮົາໃຫ້ປ່ຽນແປງຄວາມຄິດຈິດໃຈໃໝ່ແນວໃດ?
11 ວິທີສຳຄັນທຳອິດຄືການອະທິດຖານ. ເຮົາຕ້ອງອະທິດຖານຄືຜູ້ຂຽນຄຳເພງທີ່ວ່າ: “ໂອ້ພະເຈົ້າຂໍນິລະມິດສ້າງໃຈບໍລິສຸດສຳລັບຂ້ານ້ອຍ ແລະຂໍໃຫ້ມີຈິດວິນຍານ [“ຈິດໃຈ,” ລ.ມ.] ສັດຊື່ແຕ່ງໃໝ່ພາຍໃນຂ້ານ້ອຍ.” (ເພງ. 51:10) ເຮົາຕ້ອງຂໍໃຫ້ພະເຢໂຫວາຊ່ວຍແລະຕ້ອງຍອມຮັບວ່າເຮົາຈຳເປັນຕ້ອງປ່ຽນຄວາມຄິດຈິດໃຈໃໝ່. ເຮົາຈະໝັ້ນໃຈໄດ້ບໍວ່າພະເຢໂຫວາຈະຊ່ວຍເຮົາໃຫ້ປ່ຽນແປງ? ສິ່ງທີ່ພະເຢໂຫວາສັນຍາກ່ຽວກັບຊາວອິດສະລາແອນທີ່ດື້ດ້ານເຮັດໃຫ້ເຮົາໝັ້ນໃຈໄດ້ ພະອົງບອກວ່າ: “ເຮົາຈະໃຫ້ພວກເຂົາມີຫົວໃຈທີ່ເປັນໜຶ່ງດຽວແລະຈະໃຫ້ພວກເຂົາມີຈິດໃຈໃໝ່ . . . ແລະຈະໃສ່ຫົວໃຈທີ່ອ່ອນນຸ່ມ [ໃຈທີ່ຕອບຮັບຄຳແນະນຳຂອງພະເຈົ້າ].” (ເອເຊກ. 11:19, ລ.ມ.; ໄຂເງື່ອນ) ພະເຢໂຫວາເຕັມໃຈຊ່ວຍຊາວອິດສະລາແອນໃຫ້ປ່ຽນແປງ ແລະພະອົງກໍເຕັມໃຈທີ່ຈະຊ່ວຍພວກເຮົາຄືກັນ.
12-13. (ກ) ຕາມທີ່ບອກໄວ້ໃນຄຳເພງ 119:59 ເຮົາຕ້ອງຄິດຕຶກຕອງເລື່ອງຫຍັງ? (ຂ) ມີຄຳຖາມຫຍັງແດ່ທີ່ເຮົາຄວນຖາມຕົວເອງ?
12 ວິທີທີ 2 ທີ່ສຳຄັນຄືການຄິດຕຶກຕອງ. ເມື່ອອ່ານຄຳພີໄບເບິນຢ່າງລະອຽດໃນແຕ່ລະມື້ ເຮົາຕ້ອງໃຊ້ເວລາຄິດຕຶກຕອງຫຼືຄິດຢ່າງເລິກເຊິ່ງກ່ຽວກັບຄວາມຄິດແລະຄວາມຮູ້ສຶກທີ່ເຮົາຕ້ອງປ່ຽນ. (ອ່ານຄຳເພງ 119:59; ເຫບ. 4:12; ຢໂກ. 1:25) ເຮົາຕ້ອງເບິ່ງໃຫ້ອອກວ່າຄວາມຄິດແລະຄວາມຮູ້ສຶກຂອງເຮົາໄດ້ຮັບອິດທິພົນມາຈາກຄວາມຄິດຂອງໂລກຫຼືບໍ່. ເຮົາຕ້ອງສັດຊື່ແລະຍອມຮັບວ່າເຮົາມີຈຸດອ່ອນ ແລ້ວພະຍາຍາມຢ່າງຈິງຈັງເພື່ອກຳຈັດຈຸດອ່ອນເຫຼົ່ານັ້ນອອກໄປ.
13 ຕົວຢ່າງ ຖາມຕົວເອງວ່າ: ‘ຂ້ອຍອິດສາຄົນອື່ນແມ່ນແຕ່ໜ້ອຍດຽວບໍ?’ (1 ເປ. 2:1) ‘ຂ້ອຍຮູ້ສຶກວ່າຂ້ອຍດີກວ່າຄົນອື່ນຍ້ອນພູມຫຼັງ ການສຶກສາຫຼືຖານະຂອງຂ້ອຍບໍ?’ (ສຸພາ. 16:5) ‘ຂ້ອຍດູຖູກຄົນທີ່ບໍ່ມີຖານະຄືຂ້ອຍ ແລະຄົນທີ່ບໍ່ແມ່ນເຊື້ອຊາດດຽວກັນກັບຂ້ອຍບໍ?’ (ຢໂກ. 2:2-4) ‘ຂ້ອຍມັກສິ່ງທີ່ໂລກຊາຕານສະເໜີໃຫ້ບໍ?’ (1 ໂຢ. 2:15-17) ‘ຂ້ອຍມັກຄວາມບັນເທີງທີ່ຮຸນແຮງແລະຜິດສິນລະທຳບໍ?’ (ເພງ. 97:10; 101:3; ອາໂມດ 5:15) ຄຳຕອບຂອງຄຳຖາມເຫຼົ່ານີ້ຈະເຮັດໃຫ້ເຮົາຮູ້ວ່າຕ້ອງປ່ຽນແປງຫຍັງແດ່. ຖ້າເຮົາສາມາດກຳຈັດຄວາມຄິດແລະຄວາມຮູ້ສຶກທີ່ “ຝັງຮາກເລິກ” ໃນໃຈເຮົາ ເຮົາກໍຈະເຮັດໃຫ້ພະເຢໂຫວາພໍ່ຂອງເຮົາໃນສະຫວັນພໍໃຈ.—ເພງ. 19:14
14. ເປັນຫຍັງການເລືອກໝູ່ທີ່ດີຈຶ່ງສຳຄັນ?
14 ວິທີທີ 3 ທີ່ສຳຄັນຄືການເລືອກໝູ່ທີ່ດີ. ໝູ່ທີ່ເຮົາຄົບຫາມັກຈະມີອິດທິພົນຕໍ່ເຮົາຢູ່ສະເໝີບໍ່ວ່າເຮົາຈະຮູ້ໂຕຫຼືບໍ່ກໍຕາມ. (ສຸພາ. 13:20) ເມື່ອເຮົາຢູ່ບ່ອນເຮັດວຽກຫຼືຢູ່ໂຮງຮຽນເຮົາຕ້ອງຢູ່ກັບຄົນທີ່ບໍ່ໄດ້ຊ່ວຍເຮົາໃຫ້ຄິດໃນແບບທີ່ພະເຈົ້າພໍໃຈ. ແນວໃດກໍຕາມ ເຮົາສາມາດຊອກໝູ່ທີ່ດີທີ່ສຸດໄດ້ໃນການປະຊຸມຕ່າງໆຂອງເຮົາ ເຊິ່ງເປັນບ່ອນທີ່ເຮົາຖືກກະຕຸ້ນໃຫ້ “ຮັກກັນແລະກັນແລະກະທຳການດີ.”—ເຫບ. 10:24, 25
“ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ”
15-16. ຊາຕານພະຍາຍາມປ່ຽນແປງຄວາມຄິດຂອງເຮົາແນວໃດ?
15 ຂໍໃຫ້ຈື່ໄວ້ວ່າ ຊາຕານຕັ້ງໃຈທີ່ຈະປ່ຽນແປງຄວາມຄິດຂອງເຮົາ. ມັນໃຊ້ການຄິດຫາເຫດຜົນທຸກຮູບແບບເພື່ອຂັດຂວາງບໍ່ໃຫ້ຄວາມຈິງໃນຄຳໄບເບິນສົ່ງຜົນດີຕໍ່ຄວາມຄິດຂອງເຮົາ.
16 ຊາຕານຍັງໃຊ້ຄຳຖາມໃນແບບທີ່ເຄີຍໃຊ້ກັບເອວາຄືວ່າ: ‘ຈິງຫຼື [ແມ່ນບໍ] ທີ່ພະເຈົ້າຫ້າມວ່າ . . . ?’ (ຕົ້ນ. 3:1) ສະນັ້ນໃນໂລກຂອງຊາຕານ ເຮົາມັກໄດ້ຍິນຄຳຖາມທີ່ເຮັດໃຫ້ສົງໄສປະມານວ່າ: ‘ແມ່ນບໍ ທີ່ພະເຈົ້າບໍ່ເຫັນດີໃຫ້ຄົນເພດດຽວກັນແຕ່ງດອງກັນ? ແມ່ນບໍ ທີ່ພະເຈົ້າບໍ່ຢາກໃຫ້ເຈົ້າສະຫຼອງບຸນຄລິດສະມາດຫຼືວັນເກີດ? ແມ່ນບໍ ທີ່ພະເຈົ້າບໍ່ຢາກໃຫ້ເຈົ້າໃສ່ເລືອດ? ແມ່ນບໍ ພະເຈົ້າທີ່ມີຄວາມຮັກບໍ່ຢາກໃຫ້ເຈົ້າຄົບຫາກັບຄົນທີ່ເຈົ້າຮັກເຊິ່ງຖືກຕັດສຳພັນ?’
17. ເຮົາຄວນເຮັດແນວໃດຖ້າເຮົາມີຂໍ້ສົງໄສໃນສິ່ງທີ່ເຮົາເຊື່ອ ແລະເມື່ອເຮົາເຮັດແບບນັ້ນຜົນຈະເປັນແນວໃດຕາມທີ່ຂຽນໄວ້ໃນໂກໂລດ 2:6, 7?
17 ເຮົາຕ້ອງໝັ້ນໃຈໃນສິ່ງທີ່ເຮົາເຊື່ອ. ຖ້າເຮົາສົງໄສບາງສິ່ງທີ່ເຮົາເຊື່ອ ເຮົາກໍອາດຈະເລີ່ມຄິດວ່າສິ່ງນັ້ນບໍ່ເປັນຄວາມຈິງ ແລະໃນທີ່ສຸດຂໍ້ສົງໄສນັ້ນກໍຈະເຮັດໃຫ້ເຮົາຄິດຜິດພ້ຽນໄປແລະທຳລາຍຄວາມເຊື່ອຂອງເຮົາ. ດັ່ງນັ້ນ ເຮົາຕ້ອງເຮັດແນວໃດ? ຄຳພີໄບເບິນບອກວ່າເຮົາຕ້ອງປ່ຽນຄວາມຄິດໃໝ່ ເພື່ອເຮົາຈະແນ່ໃຈວ່າ “ອັນໃດຄືສິ່ງທີ່ພະເຈົ້າຕ້ອງການໃຫ້ເຮົາເຮັດເຊິ່ງເປັນສິ່ງທີ່ດີ ສົມບູນ ແລະເຮັດໃຫ້ພະເຈົ້າພໍໃຈ.” (ໂລມ 12:2, ລ.ມ.) ຖ້າເຮົາສຶກສາສ່ວນຕົວເປັນປະຈຳ ເຮົາຈະເຮັດໃຫ້ຕົວເອງໝັ້ນໃຈວ່າສິ່ງທີ່ເຮົາຮຽນຈາກຄຳພີໄບເບິນເປັນຄວາມຈິງ. ເຮົາຈະແນ່ໃຈຢ່າງເຕັມທີວ່າມາດຕະຖານຂອງພະເຢໂຫວາຖືກຕ້ອງ ແລ້ວເຮົາກໍຈະ “ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ” ຄືກັບຕົ້ນໄມ້ທີ່ມີຮາກເລິກ.—ອ່ານໂກໂລດ 2:6, 7
18. ອັນໃດຈະຊ່ວຍເຮົາໃຫ້ກຳຈັດແລະປ້ອງກັນອິດທິພົນທີ່ບໍ່ດີຈາກໂລກຊາຕານ?
18 ຄົນອື່ນບໍ່ສາມາດເຮັດໃຫ້ຄວາມເຊື່ອຂອງເຮົາໝັ້ນຄົງໄດ້. ສະນັ້ນ ເຮົາຕ້ອງປ່ຽນຄວາມຄິດຈິດໃຈໃໝ່ຕໍ່ໆໄປໂດຍອະທິດຖານເລື້ອຍໆ ແລະຂໍພະເຢໂຫວາໃຫ້ພະລັງບໍລິສຸດເພື່ອຊ່ວຍເຮົາ. ໃຫ້ຄິດຕຶກຕອງໂດຍກວດເບິ່ງຄວາມຄິດແລະແຮງກະຕຸ້ນຂອງຕົວເອງຕໍ່ໆໄປ. ໃຫ້ເລືອກໝູ່ທີ່ດີໂດຍຄົບຫາກັບຄົນທີ່ຈະຊ່ວຍເຮົາໃຫ້ປ່ຽນແປງຄວາມຄິດໃໝ່. ຖ້າເຮົາເຮັດແບບນີ້ ເຮົາກໍຈະສາມາດກຳຈັດແລະປ້ອງກັນອິດທິພົນທີ່ບໍ່ດີຈາກໂລກຊາຕານແລະຈະກຳຈັດ “ການຄິດຫາເຫດຜົນຜິດໆແລະອັນໃດກໍຕາມທີ່ຂັດກັບຄວາມຮູ້ກ່ຽວກັບພະເຈົ້າ.”—2 ໂກ. 10:5, ລ.ມ.
ເພງ 50 ຄຳອະທິດຖານອຸທິດຕົວ
^ ຂໍ້ 5 ພູມຫຼັງ ວັດທະນະທຳ ແລະການສຶກສາມີອິດທິພົນຕໍ່ຄວາມຄິດຂອງເຮົາໃນທາງທີ່ດີແລະບໍ່ດີ. ເຮົາອາດເຫັນວ່າຄວາມຄິດທີ່ບໍ່ຖືກຕ້ອງບາງຢ່າງກາຍເປັນສ່ວນໜຶ່ງຂອງບຸກຄະລິກແລະນິດໄສໃຈຄໍຂອງເຮົາ. ບົດຄວາມນີ້ຈະຊ່ວຍເຮົາໃຫ້ເຫັນວິທີທີ່ຈະກຳຈັດຄວາມຄິດທີ່ບໍ່ຖືກຕ້ອງຂອງເຮົາອອກໄປ.