ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວິທີ​ປົກ​ປ້ອງ​ຕົວ​ເອງ​ຈາກ​ກັບດັກ​ຢ່າງ​ໜຶ່ງ​ຂອງ​ຊາຕານ

ວິທີ​ປົກ​ປ້ອງ​ຕົວ​ເອງ​ຈາກ​ກັບດັກ​ຢ່າງ​ໜຶ່ງ​ຂອງ​ຊາຕານ

ຕອນ​ທີ່​ຊາວ​ອິດສະລາແອນ​ກຽມ​ຈະ​ຂ້າມ​ແມ່ນ້ຳ​ຢູລະເດນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ ມື້​ໜຶ່ງ​ມີ​ແຂກ​ມາ​ຫາ​ເຂົາ​ເຈົ້າ. ແຂກ​ເຫຼົ່າ​ນັ້ນ​ຄື​ຜູ້​ຍິງ​ຕ່າງ​ຊາດ​ທີ່​ມາ​ເຊີນ​ເຂົາ​ເຈົ້າ​ໄປ​ງານ​ລ້ຽງ. ນີ້​ເປັນ​ໂອກາດ​ທີ່​ດີ​ທີ່​ຊາວ​ອິດສະລາແອນ​ຈະ​ໄດ້​ໝູ່​ໃໝ່ ເຕັ້ນ​ລຳ ແລະ​ໄດ້​ກິນ​ອາຫານ​ແຊບໆ. ແຕ່​ຜູ້​ຍິງ​ເຫຼົ່າ​ນັ້ນ​ມີ​ປະເພນີ​ແລະ​ສິນລະທຳ​ທີ່​ຕ່າງ​ຈາກ​ກົດ​ໝາຍ​ຂອງ​ພະເຈົ້າ. ຊາຍ​ອິດສະລາແອນ​ບາງ​ຄົນ​ອາດ​ຈະ​ຄິດ​ວ່າ ‘ບໍ່​ເປັນ​ຫຍັງ​ດອກ ຂ້ອຍ​ລະວັງ​ຕົວ​ຢູ່​ແລ້ວ.’

ແລ້ວ​ເກີດ​ຫຍັງ​ຂຶ້ນ? ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທັງ​ຫຼາຍ​ໄດ້​ຕັ້ງ​ຫຼິ້ນ​ຊູ້​ສູ່​ກັບ​ພວກ​ຜູ້​ສາວ​ຊາວ​ໂມອາບ.” ທີ່​ຈິງ ຜູ້​ຍິງ​ໂມອາບ​ຢາກ​ໃຫ້​ຊາຍ​ອິດສະລາແອນ​ໄປ​ນະມັດສະການ​ພະ​ປອມ ແລ້ວ​ມັນ​ກໍ​ເປັນ​ແບບ​ນັ້ນ​ແທ້ໆ. ນີ້​ເຮັດ​ໃຫ້ “ຄວາມ​ຄຽດ​ຂອງ​ພະ​ເຢໂຫວາ​ໄດ້​ພຸ່ງ​ຂຶ້ນ​ຕໍ່​ສູ້​ພວກ​ຍິດສະລາເອນ.”—ຈົດເຊັນ. 25:1-3

ຊາວ​ອິດສະລາແອນ​ເຮັດ​ຜິດ​ກົດ​ໝາຍ​ຂອງ​ພະເຈົ້າ 2 ຂໍ້​ຄື: ເຂົາ​ເຈົ້າ​ໄຫວ້​ຮູບ​ເຄົາລົບ​ແລະ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ນີ້​ເຮັດ​ໃຫ້​ຊາວ​ອິດສະລາແອນ​ຫຼາຍ​ພັນ​ຄົນ​ຕ້ອງ​ຕາຍ. (ອົບ. 20:4, 5, 14; ບັນຍັດ. 13:6-9) ໜ້າ​ເສຍດາຍ​ແທ້ໆທີ່​ເຂົາ​ເຈົ້າ​ໃກ້​ຈະ​ຂ້າມ​ແມ່ນ້ຳ​ຢູລະເດນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ​ຢູ່​ແລ້ວ ແຕ່​ພັດ​ເຮັດ​ຜິດ​ກົດ​ໝາຍ​ຂອງ​ພະເຈົ້າ.—ຈົດເຊັນ. 25:5, 9

ຈາກ​ເຫດການ​ນີ້​ໂປໂລ​ບອກ​ວ່າ: “ທັງ​ໝົດ​ນີ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ​ເພື່ອ​ເປັນ​ຕົວຢ່າງ​ສອນ​ເຮົາ ແລະ​ຖືກ​ຂຽນ​ໄວ້​ເພື່ອ​ເຕືອນ​ເຮົາ​ເຊິ່ງ​ຢູ່​ໃກ້​ຕອນ​ສິ້ນ​ຍຸກ.” (1 ໂກ. 10:7-11, ລ.ມ.) ຊາຕານ​ດີ​ໃຈ​ທີ່​ຊາວ​ອິດສະລາແອນ​ເຮັດ​ຜິດ​ແລະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ. ເລື່ອງ​ນີ້​ເຕືອນ​ເຮົາ​ວ່າ​ຊາຕານ​ຈະ​ເຮັດ​ທຸກ​ຢ່າງ​ເພື່ອ​ບໍ່​ໃຫ້​ເຮົາ​ເຊື່ອ​ຟັງ​ແລະ​ເຂົ້າ​ໄປ​ໃນ​ໂລກ​ໃໝ່​ຂອງ​ພະເຈົ້າ!

ກັບດັກ​ທີ່​ອັນຕະລາຍ

ຊາຕານ​ວາງ​ກັບດັກ​ເພື່ອ​ຈັບ​ຄລິດສະຕຽນ​ໂດຍ​ໃຊ້​ຫຼາຍ​ວິທີ​ທີ່​ໄດ້​ຜົນ​ມາ​ແລ້ວ. ວິທີ​ໜຶ່ງ​ທີ່​ມັນ​ໃຊ້​ກັບ​ຊາວ​ອິດສະລາແອນ​ຄື ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ແລະ​ມັນ​ໄດ້​ໃຊ້​ວິທີ​ດຽວ​ກັນ​ນີ້​ໃນ​ສະໄໝ​ຂອງ​ເຮົາ​ເຊິ່ງ​ເປັນ​ກັບດັກ​ທີ່​ອັນຕະລາຍ​ຫຼາຍ ແລະ​ສິ່ງ​ທີ່​ເຮັດ​ໃຫ້​ຕິດ​ກັບດັກ​ນີ້​ກໍ​ຄື​ສິ່ງ​ລາມົກ.

ໃນ​ທຸກ​ມື້​ນີ້​ສາມາດ​ເບິ່ງ​ສິ່ງ​ລາມົກ​ໄດ້​ໂດຍ​ບໍ່​ມີ​ໃຜ​ຮູ້. ໃນ​ຫຼາຍ​ສິບ​ປີ​ກ່ອນ​ຖ້າ​ໃຜ​ຢາກ​ເບິ່ງ​ສິ່ງ​ລາມົກ​ອາດ​ຈະ​ໄປ​ເບິ່ງ​ຢູ່​ໂຮງ​ໜັງ​ຫຼື​ຮ້ານ​ປຶ້ມ​ສຳລັບ​ຜູ້​ໃຫຍ່. ແຕ່​ຫຼາຍ​ຄົນ​ບໍ່​ກ້າ​ໄປ​ເບິ່ງ​ຍ້ອນ​ຮູ້ສຶກ​ອາຍ​ຫຼື​ຢ້ານ​ຄົນ​ອື່ນ​ເຫັນ. ໃນ​ປັດຈຸບັນ​ນີ້​ພຽງ​ແຕ່​ເຂົ້າ​ອິນເຕີເນັດ​ກໍ​ສາມາດ​ເບິ່ງ​ສິ່ງ​ລາມົກ​ໄດ້​ທຸກ​ບ່ອນ​ບໍ່​ວ່າ​ຈະ​ຢູ່​ບ່ອນ​ເຮັດ​ວຽກ ຢູ່​ລົດ ຫຼື​ຢູ່​ເຮືອນ.

ໂທລະສັບ​ມື​ຖື​ແລະ​ແທັບເລັດ​ກໍ​ເຮັດ​ໃຫ້​ເບິ່ງ​ສິ່ງ​ລາມົກ​ໄດ້​ງ່າຍ​ຂຶ້ນ. ຜູ້​ຄົນ​ສາມາດ​ເບິ່ງ​ໄດ້​ບໍ່​ວ່າ​ຈະ​ຍ່າງ ຂີ່ລົດເມ ຫຼື​ລົດ​ໄຟ.

ເນື່ອງ​ຈາກ​ເປັນ​ເລື່ອງ​ງ່າຍ​ຂຶ້ນ​ທີ່​ຈະ​ເບິ່ງ​ສິ່ງ​ລາມົກ​ແບບ​ລັບໆແລະ​ບໍ່​ມີ​ໃຜ​ເຫັນ ຈຶ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ໄດ້​ຮັບ​ຜົນ​ເສຍຫາຍ​ຫຼາຍ​ກວ່າ​ແຕ່​ກ່ອນ. ສິ່ງ​ລາມົກ​ໄດ້​ທຳລາຍ​ຊີວິດ​ຄູ່ ຄວາມ​ນັບຖື​ຕົວ​ເອງ ແລະ​ສະຕິ​ຮູ້ສຶກ​ຜິດ​ຊອບ. ທີ່​ສຳຄັນ​ທີ່​ສຸດ​ກໍ​ຄື ມັນ​ທຳລາຍ​ສາຍ​ສຳພັນ​ກັບ​ພະເຈົ້າ. ນອກ​ຈາກ​ນັ້ນ ສິ່ງ​ລາມົກ​ຍັງ​ທຳລາຍ​ຄົນ​ທີ່​ເບິ່ງ​ມັນ​ແລະ​ເຮັດ​ໃຫ້​ເກີດ​ບາດ​ແຜ​ທາງ​ອາລົມ ເຊິ່ງ​ບາດ​ແຜ​ນັ້ນ​ກໍ​ນານ​ເຊົາ​ຫຼື​ອາດ​ຈະ​ບໍ່​ເຊົາ​ເລີຍ.

ພະ​ເຢໂຫວາ​ມີ​ວິທີ​ປົກ​ປ້ອງ​ເຮົາ​ຈາກ​ກັບດັກ​ນີ້. ແຕ່​ເພື່ອ​ເຮົາ​ຈະ​ໃຫ້​ພະອົງ​ປົກ​ປ້ອງ ເຮົາ​ຕ້ອງ ‘ເຊື່ອ​ຟັງ​ພະອົງ​ຢ່າງ​ເຄັ່ງ​ຄັດ’ ແລະ​ບໍ່​ເຮັດ​ຄື​ກັບ​ຊາວ​ອິດສະລາແອນ. (ອົບ. 19:5) ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ກຽດ​ຊັງ​ສິ່ງ​ລາມົກ. ເປັນ​ຫຍັງ​ພະອົງ​ຈຶ່ງ​ກຽດ​ຊັງ​ສິ່ງ​ລາມົກ?

ກຽດ​ຊັງ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ

ກົດ​ໝາຍ​ທີ່​ພະເຈົ້າ​ໃຫ້​ກັບ​ຊາວ​ອິດສະລາແອນ​ຕ່າງ​ຈາກ​ກົດ​ໝາຍ​ຂອງ​ຊາດ​ທັງ​ໝົດ​ໃນ​ສະໄໝ​ນັ້ນ. ກົດ​ໝາຍ​ນີ້​ເປັນ​ຄື​ກັບ​ກຳແພງ​ທີ່​ໄດ້​ປົກ​ປ້ອງ​ເຂົາ​ເຈົ້າ​ບໍ່​ໃຫ້​ພົວ​ພັນ​ແລະ​ເຮັດ​ຄື​ກັບ​ຊາດ​ອ້ອມ​ຂ້າງ. (ບັນຍັດ. 4:6-8) ກົດ​ໝາຍ​ນີ້​ບອກ​ຈະ​ແຈ້ງ​ວ່າ: ພະ​ເຢໂຫວາ​ກຽດ​ຊັງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ.

ເມື່ອ​ເວົ້າ​ເຖິງ​ການ​ກະທຳ​ຜິດ​ຂອງ​ຊາດ​ອ້ອມ​ຂ້າງ ພະ​ເຢໂຫວາ​ບອກ​ວ່າ: “ຢ່າ​ຂັບ​ຕາມ​ຮີດຄອງ​ປະເທດ​ການາອານ​ທີ່​ເຮົາ​ໃຫ້​ພວກ​ທ່ານ​ເຂົ້າ​ໄປ . . . ແຜ່ນດິນ​ນັ້ນ​ໄດ້​ເປັນ​ຖ່ອຍ​ຮ້າຍ ແລະ​ເຮົາ​ລົງໂທດ​ຖືກ​ບາບ​ພວກ​ນັ້ນ.” ພະ​ເຢໂຫວາ​ຖື​ວ່າ​ແຜ່ນດິນ​ຂອງ​ຊາວ​ການາອານ​ນັ້ນ​ເປັນ​ມົນທິນ​ຍ້ອນ​ຮູບ​ແບບ​ຊີວິດ​ຂອງ​ເຂົາ​ເຈົ້າ​ເປິ​ເປື້ອນ.—ເລວີ. 18:3, 25

ເຖິງ​ວ່າ​ພະ​ເຢໂຫວາ​ໄດ້​ລົງໂທດ​ຊາວ​ການ​ນາ​ອານ​ແລ້ວ ແຕ່​ຊາດ​ອື່ນ​ກໍ​ຍັງ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ຢູ່. ຫຼາຍ​ກວ່າ 1.500 ປີ​ຕໍ່​ມາ ໂປໂລ​ກໍ​ເວົ້າ​ເຖິງ​ຊາດ​ຕ່າງໆໃນ​ສະໄໝ​ຄລິດສະຕຽນ​ວ່າ: “ເຂົາ​ເຈົ້າ​ບໍ່​ຮູ້ສຶກ​ລະອາຍ​ຕໍ່​ບາບ ເຂົາ​ເຈົ້າ​ຈຶ່ງ​ປ່ອຍ​ຕົວ​ປະພຶດ​ໄຮ້​ຢາງ​ອາຍ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ສະອາດ​ທຸກ​ຮູບ​ແບບ​ດ້ວຍ​ຄວາມ​ໂລບ.” (ເອເຟ. 4:17-19, ລ.ມ.) ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ຫຼາຍ​ຄົນ​ໄດ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ໂດຍ​ບໍ່​ຮູ້ສຶກ​ອາຍ. ແຕ່​ເຮົາ​ໃນ​ຖານະ​ທີ່​ເປັນ​ຜູ້​ຮັບໃຊ້​ພະເຈົ້າ ເຮົາ​ຕ້ອງ​ບໍ່​ເບິ່ງ​ສິ່ງ​ລາມົກ​ທີ່​ເຂົາ​ເຈົ້າ​ເຮັດ.

ສິ່ງ​ລາມົກ​ເປັນ​ການ​ໝິ່ນ​ປະໝາດ​ພະເຈົ້າ ເພາະ​ພະເຈົ້າ​ສ້າງ​ມະນຸດ​ຕາມ​ຮູບ​ແບບ​ຂອງ​ພະອົງ. ພະອົງ​ສ້າງ​ມະນຸດ​ໃຫ້​ມີ​ຄວາມ​ສາມາດ​ທີ່​ຈະ​ຮູ້ສຶກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ ແລະ​ໄດ້​ໃຫ້​ກົດ​ໝາຍ​ເລື່ອງ​ເພດ​ສຳພັນ​ເພື່ອ​ເຮັດ​ໃຫ້​ຊີວິດ​ຄູ່​ມີ​ຄວາມ​ສຸກ. (ຕົ້ນ. 1:26-28; ສຸພາ. 5:18, 19) ແຕ່​ຄົນ​ທີ່​ຜະລິດ​ແລະ​ສະໜັບສະໜູນ​ສິ່ງ​ລາມົກ​ກຳລັງ​ເຮັດ​ຫຍັງ? ເຂົາ​ເຈົ້າ​ກຳລັງ​ດູຖູກ​ແລະ​ບໍ່​ໄດ້​ສົນ​ໃຈ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະ​ເຢໂຫວາ ເຂົາ​ເຈົ້າ​ບໍ່​ໃຫ້​ກຽດ​ພະອົງ ດັ່ງ​ນັ້ນ ພະອົງ​ຈະ​ພິພາກສາ​ເຂົາ​ເຈົ້າ.—ໂລມ 1:24-27

ແລ້ວ​ຄົນ​ທີ່​ຕັ້ງ​ໃຈ​ອ່ານ​ແລະ​ເບິ່ງ​ສິ່ງ​ລາມົກ​ເດ? ບາງ​ຄົນ​ຄິດ​ວ່າ​ບໍ່​ເປັນ​ອັນຕະລາຍ ແຕ່​ເຂົາ​ເຈົ້າ​ກຳລັງ​ສະໜັບສະໜູນ​ຄົນ​ທີ່​ບໍ່​ໄດ້​ສົນ​ໃຈ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະ​ເຢໂຫວາ. ທີ່​ຈິງ ເຂົາ​ເຈົ້າ​ອາດ​ບໍ່​ໄດ້​ຕັ້ງ​ໃຈ​ທີ່​ລະເມີດ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ. ດັ່ງ​ນັ້ນ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຕ້ອງ​ກຽດ​ຊັງ​ສິ່ງ​ລາມົກ​ຄື​ກັບ​ທີ່​ພະອົງ​ກຽດ​ຊັງ. ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ທັງ​ຫຼາຍ​ທີ່​ຮັກ​ພະ​ເຢໂຫວາ​ຈົ່ງ​ກຽດ​ຊັງ​ການ​ຊົ່ວ​ຮ້າຍ.”—ເພງ. 97:10

ຜູ້​ທີ່​ຢາກ​ເຊົາ​ເບິ່ງ​ສິ່ງ​ລາມົກ​ກໍ​ອາດ​ຍາກ​ທີ່​ຈະ​ຊັງ​ສິ່ງ​ນັ້ນ ຍ້ອນ​ວ່າ​ເຮົາ​ເປັນ​ມະນຸດ​ທີ່​ບໍ່​ສົມບູນ​ແບບ ເຮົາ​ອາດ​ຕ້ອງ​ຕໍ່​ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຜິດ​ສິນລະທຳ. ນອກ​ຈາກ​ນັ້ນ ຫົວໃຈ​ຂອງ​ເຮົາ​ກໍ​ມັກ​ເຮັດ​ຂັດ​ກັບ​ກົດ​ໝາຍ​ຂອງ​ພະເຈົ້າ. (ຢເຣ. 17:9) ແຕ່​ຫຼາຍ​ຄົນ​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ກໍ​ສາມາດ​ເອົາ​ຊະນະ​ໄດ້. ການ​ຮູ້​ເລື່ອງ​ນີ້​ເຮັດ​ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ເຈົ້າ​ກໍ​ສາມາດ​ເຮັດ​ໄດ້​ຄື​ກັນ. ຂໍ​ສັງເກດ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ຊ່ວຍ​ເຈົ້າ​ແນວ​ໃດ​ບໍ່​ໃຫ້​ເບິ່ງ​ສິ່ງ​ລາມົກ​ທີ່​ເປັນ​ກັບດັກ​ຂອງ​ຊາຕານ?

ບໍ່​ຄິດ​ເລື່ອງ​ຜິດ​ສິນລະທຳ

ດັ່ງ​ທີ່​ເຮົາ​ເຫັນ​ແລ້ວ​ວ່າ​ຊາວ​ອິດສະລາແອນ​ປ່ອຍ​ໃຫ້​ຄວາມ​ຕ້ອງການ​ທີ່​ຜິດໆເກີດ​ຂຶ້ນ​ໃນ​ຫົວໃຈ​ຂອງ​ເຂົາ​ເຈົ້າ​ຈົນ​ລົງ​ມື​ເຮັດ​ແລະ​ເກີດ​ຄວາມ​ເສຍຫາຍ. ເລື່ອງ​ນີ້​ອາດ​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ເຮົາ​ຄື​ກັນ. ຢາໂກໂບ​ນ້ອງ​ຕ່າງ​ພໍ່​ຂອງ​ພະ​ເຍຊູ​ບອກ​ວ່າ: “ທຸກ​ຄົນ​ຖືກ​ລໍ້​ໃຈ​ເມື່ອ​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ​ຖືກ​ຊັກ​ນຳ​ແລະ​ລໍ້​ລວງ ເມື່ອ​ຄວາມ​ຕ້ອງການ​ເພີ່ມ​ຂຶ້ນ​ຈົນ​ເຕັມທີ​ແລ້ວ​ກໍ​ເຮັດ​ໃຫ້​ເກີດ​ບາບ.” (ຢໂກ. 1:14, 15, ລ.ມ.) ຖ້າ​ຄົນ​ໜຶ່ງ​ປ່ອຍ​ໃຫ້​ຄວາມ​ຕ້ອງການ​ຜິດໆເພີ່ມ​ຂຶ້ນ​ໃນ​ຫົວໃຈ ເມື່ອ​ຮອດ​ຈຸດ​ໜຶ່ງ ມັນ​ກໍ​ອາດ​ເຮັດ​ໃຫ້​ລາວ​ລົງ​ມື​ເຮັດ​ຜິດ. ດັ່ງ​ນັ້ນ ເປັນ​ເລື່ອງ​ສຳຄັນ​ຫຼາຍ​ທີ່​ເຮົາ​ຕ້ອງ​ບັງຄັບ​ຕົວ​ເອງ​ໃຫ້​ກຳຈັດ​ຄວາມ​ຄິດ​ທີ່​ຜິດ​ສິນລະທຳ​ອອກ​ໄປ.

ຖ້າ​ເຈົ້າ​ຍັງ​ຄິດ​ເລື່ອງ​ຜິດ​ສິນລະທຳ​ຢູ່ ໃຫ້​ລົງ​ມື​ກຳຈັດ​ມັນ​ທັນທີ. ຄື​ກັບ​ພະ​ເຍຊູ​ບອກ​ວ່າ: “ຖ້າ​ມື​ຫຼື​ຕີນ​ຂອງ​ທ່ານ​ທຳ​ໃຫ້​ຕົວ​ຕົກ​ໃນ​ບາບ​ຈົ່ງ​ຕັດ​ແລະ​ຖິ້ມ​ເສຍ​ຈາກ​ຕົວ . . . ແລະ​ຖ້າ​ຕາ​ຂອງ​ທ່ານ​ທຳ​ໃຫ້​ຕົວ​ຕົກ​ໃນ​ບາບ ຈົ່ງ​ຄວັດ​ມັນ​ອອກ​ແລະ​ຖິ້ມ​ເສຍ​ຈາກ​ຕົວ.” (ມັດ. 18:8, 9) ພະ​ເຍຊູ​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ເບິ່ງ​ໃຫ້​ອອກ​ວ່າ​ອັນ​ໃດ​ເປັນ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ເຮົາ​ຄິດ​ເລື່ອງ​ບໍ່​ດີ ຈາກ​ນັ້ນ​ກໍ​ໃຫ້​ກຳຈັດ​ມັນ​ທັນທີ​ແລະ​ເດັດ​ຂາດ. ແລ້ວ​ເຮົາ​ຈະ​ເອົາ​ຄຳ​ແນະນຳ​ຂອງ​ພະ​ເຍຊູ​ໄປ​ໃຊ້​ກັບ​ສິ່ງ​ລາມົກ​ໄດ້​ແນວ​ໃດ?

ຖ້າ​ເຈົ້າ​ເຫັນ​ສິ່ງ​ລາມົກ​ຢ່າ​ຄິດ​ວ່າ ‘ບໍ່​ເປັນ​ຫຍັງ​ດອກ.’ ແຕ່​ໃຫ້​ປິ່ນ​ໜ້າ​ໜີ​ທັນທີ. ໃຫ້​ປິດ​ໂທລະທັດ ຄອມພິວເຕີ​ແລະ​ໂທລະສັບ​ມື​ຖື​ທັນທີ ແລະ​ຫັນ​ໄປ​ເບິ່ງ​ສິ່ງ​ດີໆແທນ. ເພາະ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຄວບຄຸມ​ຄວາມ​ຄິດ​ຂອງ​ຕົວ​ເອງ ແລະ​ບໍ່​ໃຫ້​ຄວາມ​ຕ້ອງການ​ທີ່​ຜິດໆຄອບງຳ​ຫົວໃຈ​ເຈົ້າ.

ຈະ​ເຮັດ​ແນວ​ໃດ​ຖ້າ​ພາບ​ລາມົກ​ຂຶ້ນ​ມາ​ໃນ​ຫົວ​ຂອງ​ເຮົາ?

ຖ້າ​ເຈົ້າ​ເຊົາ​ເບິ່ງ​ສິ່ງ​ລາມົກ​ໄດ້​ແລ້ວ ແຕ່​ເປັນ​ຫຍັງ​ຈຶ່ງ​ເຫັນ​ພາບ​ນັ້ນ​ຢູ່? ກໍ​ເພາະ​ວ່າ​ພາບ​ລາມົກ​ແລະ​ຄວາມ​ຄິດ​ທີ່​ຜິດ​ສິນລະທຳ​ສາມາດ​ຝັງ​ເລິກ​ໃນ​ຫົວ​ຂອງ​ຄົນ​ເຮົາ​ເປັນ​ເວລາ​ດົນ ແລະ​ມັນ​ອາດ​ຈະ​ຂຶ້ນ​ມາ​ຕອນ​ໃດ​ກະ​ໄດ້​ໂດຍ​ທີ່​ບໍ່​ຮູ້​ໂຕ. ຖ້າ​ເປັນ​ແບບ​ນັ້ນ ມັນ​ອາດ​ກະຕຸ້ນ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ບໍ່​ສະອາດ​ເຊັ່ນ: ເຈົ້າ​ອາດ​ຈະ​ສະໜອງ​ຄວາມ​ຕ້ອງ​ທາງ​ເພດ​ດ້ວຍ​ຕົວ​ເອງ. ເຫັນ​ໄດ້​ວ່າ​ຄວາມ​ຄິດ​ນັ້ນ​ອາດ​ໂຜ່​ຂຶ້ນ​ມາ​ຕອນ​ໃດ​ກໍ​ໄດ້ ດັ່ງ​ນັ້ນ​ເຈົ້າ​ຕ້ອງ​ກຽມ​ພ້ອມ​ທີ່​ຈະ​ສູ້​ກັບ​ມັນ.

ໃຫ້​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ຄິດ​ແລະ​ເຮັດ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ. ເຈົ້າ​ຕ້ອງ​ເຮັດ​ຄື​ກັບ​ອັກຄະສາວົກ​ໂປໂລ​ທີ່​ຕັ້ງ​ໃຈ “ຝຶກ​ຝົນ​ຮ່າງກາຍ​ຢ່າງ​ໜັກ​ຈົນ​ຄວບຄຸມ​ໄດ້​ຄື​ກັບ​ຄວບຄຸມ​ທາດ.” (1 ໂກ. 9:27, ລ.ມ.) ດັ່ງ​ນັ້ນ ຢ່າ​ຍອມ​ໃຫ້​ຄວາມ​ຕ້ອງການ​ຜິດໆຄວບຄຸມ​ເຈົ້າ. ແຕ່​ເຈົ້າ​ຕ້ອງ “ປ່ຽນ​ແປງ​ຕົວ​ເອງ​ໂດຍ​ປ່ຽນ​ຄວາມ​ຄິດ​ຂອງ​ເຈົ້າ​ໃໝ່ ເພື່ອ​ເຈົ້າ​ຈະ​ໄດ້​ກວດ​ເບິ່ງ​ຈົນ​ແນ່​ໃຈ​ວ່າ​ອັນ​ໃດ​ຄື​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ເຊິ່ງ​ເປັນ​ສິ່ງ​ທີ່​ດີ ສົມບູນ​ແລະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ.” (ໂລມ 12:2, ລ.ມ.) ຈື່​ໄວ້​ສະເໝີ​ວ່າ ການ​ເຮັດ​ຕາມ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ.

ການ​ເຮັດ​ຕາມ​ສິ່ງ​ທີ່​ພະເຈົ້າ​ຕ້ອງການ​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຕົວ​ເອງ.

ນອກ​ຈາກ​ນັ້ນ ໃຫ້​ພະຍາຍາມ​ຈື່​ຂໍ້​ຄຳພີ​ບາງ​ຂໍ້​ໄວ້. ເມື່ອ​ຄວາມ​ຄິດ​ທີ່​ບໍ່​ດີ​ຂຶ້ນ​ມາ​ໃນ​ຫົວ​ຂອງ​ເຈົ້າ ໃຫ້​ຄິດ​ເຖິງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ເຊັ່ນ: ຄຳເພງ 119:37; ເອຊາອີ 52:11; ມັດທາຍ 5:28; ເອເຟດ 5:3; ໂກໂລດ 3:5; 1 ເທ​ຊະ​ໂລ​ນີກ 4:4-8. ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຄິດ​ຄື​ກັບ​ພະ​ເຢໂຫວາ​ແລະ​ເຂົ້າ​ໃຈ​ວ່າ​ພະອົງ​ຢາກ​ໃຫ້​ເຈົ້າ​ເຮັດ​ຫຍັງ.

ແຕ່​ຈະ​ເຮັດ​ແນວ​ໃດ​ຖ້າ​ຍັງ​ຢາກ​ເບິ່ງ​ຫຼື​ຄິດ​ກ່ຽວ​ກັບ​ສິ່ງ​ລາມົກ​ຢູ່? ໃຫ້​ຮຽນ​ແບບ​ພະ​ເຍຊູ​ຢ່າງ​ໃກ້​ຊິດ. (1 ເປ. 2:21) ຫຼັງ​ຈາກ​ທີ່​ພະ​ເຍຊູ​ຮັບ​ບັບເຕມາ ຊາຕານ​ພະຍາຍາມ​ລໍ້​ໃຈ​ເພິ່ນ​ຫຼາຍ​ເທື່ອ. ພະ​ເຍຊູ​ເຮັດ​ແນວ​ໃດ? ເພິ່ນ​ສູ້​ບໍ່​ຖອຍ. ເພິ່ນ​ປະຕິເສດ​ການ​ລໍ້​ໃຈ​ຂອງ​ຊາຕານ​ໂດຍ​ໃຊ້​ຂໍ້​ຄຳພີ​ທຸກ​ຄັ້ງ. ເພິ່ນ​ບອກ​ວ່າ: “ຊາຕານ​ຈົ່ງ​ໜີ​ເສຍ!” ແລະ​ຊາຕານ​ກໍ​ໄປ​ຈາກ​ເພິ່ນ. ພະ​ເຍຊູ​ບໍ່​ເຄີຍ​ຍອມ​ແພ້​ຊາຕານ ເຮົາ​ກໍ​ຕ້ອງ​ເຮັດ​ແບບ​ນັ້ນ​ຄື​ກັນ. (ມັດ. 4:1-11) ຊາຕານ​ແລະ​ໂລກ​ຂອງ​ມັນ​ພະຍາຍາມ​ທີ່​ສຸດ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ຄິດ​ເລື່ອງ​ທີ່​ຜິດ​ສິນລະທຳ. ດັ່ງ​ນັ້ນ ເຮົາ​ຕ້ອງ​ບໍ່​ຍອມ​ແພ້ ເພາະ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ມັນ​ໄດ້.

ອະທິດຖານ​ເຖິງ​ພະ​ເຢໂຫວາ​ແລະ​ເຊື່ອ​ຟັງ​ພະອົງ

ອະທິດຖານ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເຈົ້າ​ຕໍ່ໆໄປ. ໂປໂລ​ບອກ​ວ່າ: “ທ່ານ​ຈົ່ງ​ໃຫ້​ຊາບ​ແກ່​ພະເຈົ້າ​ດ້ວຍ​ຄຳ​ອ້ອນ​ວອນ​ກໍ​ດີ ຄຳ​ອ້ອນ​ວອນ​ຂໍ​ເຊີນ​ກໍ​ດີ ດ້ວຍ​ຄວາມ​ໂມທະນາ​ພະ​ຄຸນ ແລະ​ຄວາມ​ສຸກ​ສຳລານ​ແຫ່ງ​ພະເຈົ້າ​ອັນ​ເຫຼືອ​ລົ້ນ​ທີ່​ຈະ​ເຂົ້າ​ໃຈ​ໄດ້​ກໍ​ຈະ​ຮັກສາ​ໃຈ​ແລະ​ຄວາມ​ຄຶດ​ທັງ​ຫຼາຍ​ຂອງ​ພວກ​ທ່ານ​ໄວ້​ໃນ​ພະ​ຄລິດ​ເຍຊູ.” (ຟີລິບ 4:6, 7) ພະເຈົ້າ​ຈະ​ໃຫ້​ເຈົ້າ​ມີ​ຄວາມ​ສະຫງົບ​ໃຈ​ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕ້ານ​ທານ​ການ​ລໍ້​ໃຈ​ໃຫ້​ເຮັດ​ຜິດ​ໄດ້. ຖ້າ​ເຈົ້າ​ພະຍາຍາມ​ຫຍັບ​ເຂົ້າ​ມາ​ໃກ້​ຊິດ​ພະ​ເຢໂຫວາ ‘ພະອົງ​ຈະ​ຫຍັບ​ເຂົ້າ​ມາ​ໃກ້​ເຈົ້າ.’—ຢໂກ. 4:8

ການ​ປ້ອງກັນ​ທີ່​ດີ​ທີ່​ສຸດ​ຈາກ​ກັບດັກ​ຂອງ​ຊາຕານ​ກໍ​ຄື ການ​ທີ່​ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ພະເຈົ້າ​ອົງ​ຍິ່ງໃຫຍ່​ສູງ​ສຸດ​ແຫ່ງ​ເອກະພົບ. ພະ​ເຍຊູ​ບອກ​ວ່າ: “ຜູ້​ປົກຄອງ​ໂລກ [ຊາຕານ] ຈະ​ມາ​ແລ້ວ ແຕ່​ຜູ້​ນັ້ນ​ບໍ່​ມີ​ອຳນາດ​ເໜືອ​ຂ້ອຍ.” (ໂຢ. 14:30, ລ.ມ.) ເປັນ​ຫຍັງ​ພະ​ເຍຊູ​ໝັ້ນ​ໃຈ​ຂະໜາດ​ນັ້ນ? ເພິ່ນ​ບອກ​ວ່າ: “ພະເຈົ້າ​ທີ່​ໄດ້​ໃຊ້​ເຮົາ​ມາ​ກໍ​ຢູ່​ກັບ​ເຮົາ​ແລະ​ບໍ່​ປະ​ເຮົາ​ຢູ່​ຜູ້​ດຽວ ເພາະ​ວ່າ​ເຮົາ​ກະທຳ​ການ​ທີ່​ເປັນ​ຊອບ​ໃຈ​ແກ່​ພະເຈົ້າ​ຢູ່​ເລື້ອຍ.” (ໂຢ. 8:29) ດັ່ງ​ນັ້ນ ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ມັກ​ແລະ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ ພະອົງ​ກໍ​ຈະ​ບໍ່​ປະ​ຖິ້ມ​ເຮົາ. ແລະ​ຖ້າ​ເຮົາ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ສິ່ງ​ລາມົກ​ເຮົາ​ກໍ​ຈະ​ບໍ່​ຕິດ​ກັບດັກ​ຂອງ​ຊາຕານ.