ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 27

ກຽມ​ພ້ອມ​ຮັບ​ມື​ກັບ​ການ​ຂົ່ມເຫງ​ຕັ້ງ​ແຕ່​ຕອນ​ນີ້

ກຽມ​ພ້ອມ​ຮັບ​ມື​ກັບ​ການ​ຂົ່ມເຫງ​ຕັ້ງ​ແຕ່​ຕອນ​ນີ້

“ຄົນ​ທຸກ​ຄົນ​ທີ່​ມີ​ນ້ຳໃຈ​ກະທຳ​ການ​ຊອບ​ໃນ​ພະ​ຄລິດ​ເຍຊູ​ກໍ​ຈະ​ຖືກ​ການ​ຂົ່ມເຫງ.”—2 ຕີໂມ. 3:12

ເພງ 129 ເຮົາ​ຈະ​ອົດ​ທົນ​ຕໍ່​ໄປ

ໃຈ​ຄວາມ​ສຳຄັນ *

1. ເປັນ​ຫຍັງ​ເຮົາ​ຕ້ອງ​ກຽມ​ພ້ອມ​ທີ່​ຈະ​ຮັບ​ມື​ກັບ​ການ​ຂົ່ມເຫງ?

ໃນ​ຄືນ​ກ່ອນ​ທີ່​ພະ​ເຍຊູ​ຈະ​ຕາຍ ເພິ່ນ​ບອກ​ວ່າ​ທຸກ​ຄົນ​ທີ່​ເຂົ້າ​ມາ​ເປັນ​ລູກ​ສິດ​ຂອງ​ເພິ່ນ​ຈະ​ຖືກ​ກຽດ​ຊັງ. (ໂຢ. 17:14) ຕັ້ງ​ແຕ່​ຕອນ​ນັ້ນ​ຈົນ​ຮອດ​ຕອນ​ນີ້ ພະຍານ​ພະ​ເຢໂຫວາ​ທີ່​ສັດ​ຊື່​ກໍ​ຖືກ​ຄົນ​ທີ່​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ຂົ່ມເຫງ. (2 ຕີໂມ. 3:12) ໃນ​ຂະນະ​ທີ່​ໂລກ​ນີ້​ໃກ້​ຈະ​ເຖິງ​ຈຸດ​ຈົບ ເຮົາ​ຄາດ​ໝາຍ​ໄດ້​ເລີຍ​ວ່າ​ສັດຕູ​ຂອງ​ເຮົາ​ຈະ​ຕໍ່​ຕ້ານ​ເຮົາ​ຫຼາຍ​ຂຶ້ນ.—ມັດ. 24:9

2-3. (ກ) ເປັນ​ຫຍັງ​ຄວາມ​ຢ້ານ​ຈຶ່ງ​ເປັນ​ອັນຕະລາຍ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ເຮົາ​ຄວນ​ກຽມ​ພ້ອມ​ທີ່​ຈະ​ຮັບ​ມື​ກັບ​ການ​ຂົ່ມເຫງ​ຕັ້ງ​ແຕ່​ຕອນ​ນີ້​ໄດ້​ແນວ​ໃດ? ເຮົາ​ບໍ່​ຈຳເປັນ​ຕ້ອງ​ຄິດ​ແຕ່​ສິ່ງ​ທີ່​ບໍ່​ດີ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ເຮົາ. ຖ້າ​ເຮົາ​ຄິດ​ແບບ​ນັ້ນ ເຮົາ​ອາດ​ຈະ​ອຸກ​ໃຈ​ແລະ​ຢ້ານ​ຫຼາຍ​ເກີນ​ໄປ​ຈົນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ທັງໆທີ່​ເລື່ອງ​ນີ້​ຍັງ​ບໍ່​ໄດ້​ເກີດ​ຂຶ້ນ. (ສຸພາ. 12:25; 17:22) ຄວາມ​ຢ້ານ​ເປັນ​ອາວຸດ​ທີ່​ມີ​ພະລັງ​ຫຼາຍ​ເຊິ່ງ ‘ພະຍາມານ​ສັດຕູ​ຂອງ​ເຮົາ’ ມັກ​ໃຊ້​ເພື່ອ​ໂຈມຕີ​ເຮົາ. (1 ເປ. 5:8, 9) ແລ້ວ​ເຮົາ​ຈະ​ເຮັດ​ຫຍັງ​ເພື່ອ​ກຽມ​ຕົວ​ເຮົາ​ໃຫ້​ອົດ​ທົນ​ຕໍ່​ການ​ຂົ່ມເຫງ?

3 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ ເຮົາ​ຈະ​ເສີມ​ສ້າງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ໃຫ້​ເຂັ້ມແຂງ​ຂຶ້ນ​ໄດ້​ແນວ​ໃດ ແລະ​ເປັນ​ຫຍັງ​ການ​ເຮັດ​ແບບ​ນັ້ນ​ຕັ້ງ​ແຕ່​ຕອນ​ນີ້​ຈຶ່ງ​ສຳຄັນ. ຈາກ​ນັ້ນ ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ມີ​ຄວາມ​ກ້າຫານ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ ແລະ​ສຸດ​ທ້າຍ​ເຮົາ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ມີ​ຄົນ​ຊັງ​ເຮົາ.

ວິທີ​ທີ່​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ​ຂຶ້ນ

4. ຕາມ​ທີ່​ຂຽນ​ໄວ້​ໃນ​ເຫບເລີ 13:5, 6 ເຮົາ​ຕ້ອງ​ໝັ້ນ​ໃຈ​ເລື່ອງ​ຫຍັງ ແລະ​ຍ້ອນ​ຫຍັງ?

4 ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ແລະ​ພະອົງ​ຈະ​ບໍ່​ຖິ້ມ​ເຮົາ. (ອ່ານ​ເຫບເລີ 13:5, 6) ຫຼາຍ​ປີ​ທີ່​ຜ່ານ​ມາ ມີ​ຫໍສັງເກດການ ສະບັບ​ໜຶ່ງ​ບອກ​ວ່າ: “ຜູ້​ທີ່​ຮູ້ຈັກ​ພະເຈົ້າ​ເປັນ​ຢ່າງ​ດີ​ຈະ​ໄວ້​ວາງໃຈ​ພະອົງ​ແທ້ໆເມື່ອ​ເຈິ​ການ​ຂົ່ມເຫງ.” ແມ່ນ​ແທ້! ເພື່ອ​ຈະ​ອົດ​ທົນ​ກັບ​ການ​ຂົ່ມເຫງ ເຮົາ​ຕ້ອງ​ຮັກ​ແລະ​ໄວ້​ວາງໃຈ​ພະ​ເຢໂຫວາ ແລະ​ບໍ່​ຕ້ອງ​ສົງໄສ​ວ່າ​ພະອົງ​ຮັກ​ເຮົາ​ແທ້​ຫຼື​ບໍ່.—ມັດ. 22:36-38; ຢໂກ. 5:11

5. ສິ່ງ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ?

5 ອ່ານ​ຄຳພີ​ໄບເບິນ​ທຸກ​ມື້​ໂດຍ​ມີ​ເປົ້າ​ໝາຍ​ທີ່​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. (ຢໂກ. 4:8) ຕອນ​ທີ່​ເຈົ້າ​ອ່ານ​ຄຳພີ​ໄບເບິນ​ຂໍ​ໃຫ້​ສັງເກດ​ເບິ່ງ​ຄຸນ​ລັກສະນະ​ອັນ​ອົບອຸ່ນ​ຂອງ​ພະ​ເຢໂຫວາ​ທີ່​ສະແດງ​ຕໍ່​ເຈົ້າ​ໂດຍ​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ ແລະ​ໃຫ້​ພະຍາຍາມ​ຄິດ​ເບິ່ງ​ວ່າ​ພະອົງ​ຮັກ​ເຈົ້າ​ຫຼາຍ​ສ່ຳ​ໃດ. (ອົບ. 34:6) ບາງ​ຄົນ​ກໍ​ຍາກ​ທີ່​ຈະ​ເຊື່ອ​ວ່າ​ພະເຈົ້າ​ຮັກ​ເຂົາ​ເຈົ້າ ເພາະ​ວ່າ​ເຂົາ​ເຈົ້າ​ບໍ່​ເຄີຍ​ໄດ້​ຮັບ​ຄວາມ​ຮັກ. ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນີ້ ລອງ​ຂຽນ​ລາຍການ​ໃນ​ແຕ່​ລະ​ມື້​ວ່າ​ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ຕໍ່​ເຈົ້າ​ແນວ​ໃດ. (ເພງ. 78:38, 39; ໂລມ 8:32) ເມື່ອ​ຄິດ​ເຖິງ​ສິ່ງ​ຕ່າງໆທີ່​ເຈົ້າ​ໄດ້​ປະສົບ​ດ້ວຍ​ຕົວ​ເອງ ແລະ​ຄິດ​ຕຶກຕອງ​ກ່ຽວ​ກັບ​ສິ່ງ​ທີ່​ອ່ານ​ໃນ​ຄຳພີ​ໄບເບິນ ເຈົ້າ​ກໍ​ຈະ​ສາມາດ​ຂຽນ​ຫຼາຍ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ເພື່ອ​ເຈົ້າ​ໄດ້. ຖ້າ​ເຈົ້າ​ຮູ້​ຄຸນຄ່າ​ໃນ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະອົງ​ກໍ​ຈະ​ເຂັ້ມແຂງ​ຫຼາຍ​ຂຶ້ນ.—ເພງ. 116:1, 2

6. ຈາກ​ຄຳເພງ 94:17-19 ການ​ອະທິດຖານ​ຈາກ​ໃຈ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?

6 ອະທິດຖານ​ເປັນ​ປະຈຳ. ລອງ​ນຶກ​ພາບ​ວ່າ​ລູກ​ຊາຍ​ຄົນ​ໜຶ່ງ​ກຳລັງ​ຢູ່​ໃນ​ອ້ອມ​ກອດ​ອັນ​ອົບອຸ່ນ​ຂອງ​ພໍ່ ລາວ​ຄົງ​ຮູ້ສຶກ​ປອດໄພ​ແລະ​ຢາກ​ລົມ​ທຸກ​ເລື່ອງ​ໃຫ້​ພໍ່​ຟັງ​ວ່າ​ເຈິ​ຫຍັງ​ມາ​ແດ່​ໃນ​ມື້​ນັ້ນ. ເຈົ້າ​ກໍ​ສາມາດ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແບບ​ນັ້ນ​ໄດ້​ຄື​ກັນ ຖ້າ​ເຈົ້າ​ລົມ​ກັບ​ພະອົງ​ໂດຍ​ອະທິດຖານ​ຈາກ​ໃຈ​ທຸກ​ມື້. (ອ່ານ​ຄຳເພງ 94:17-19) ຕອນ​ທີ່​ເຈົ້າ​ອະທິດຖານ​ຂໍ​ໃຫ້​ເຈົ້າ “ລະບາຍ​ຄວາມ​ໃນ​ໃຈ​ຕໍ່​ພະ​ເຢໂຫວາ​ຄື​ກັບ​ເທ​ນ້ຳ” ແລະ​ບອກ​ພະ​ເຢໂຫວາ​ພໍ່​ທີ່​ຮັກ​ຂອງ​ເຈົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ຢ້ານ​ແລະ​ກັງວົນ. (ຮ່ຳໄຮ. 2:19, ລ.ມ.) ຜົນ​ຈະ​ເປັນ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ: ເຈົ້າ​ຈະ​ມີ “ສັນຕິສຸກ​ຂອງ​ພະເຈົ້າ​ທີ່​ເກີນ​ຄວາມ​ເຂົ້າ​ໃຈ​ທຸກ​ຢ່າງ.” (ຟີລິບ 4:6, 7, ລ.ມ.) ເມື່ອ​ເຈົ້າ​ອະທິດຖານ​ຈາກ​ໃຈ​ແບບ​ນີ້ ເຈົ້າ​ກໍ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.—ໂລມ 8:38, 39

ເຮົາ​ຈະ​ເປັນ​ຄົນ​ກ້າຫານ​ເມື່ອ​ເຮົາ​ໝັ້ນ​ໃຈ​ໃນ​ພະ​ເຢໂຫວາ​ແລະ​ລາຊະອານາຈັກ​ຂອງ​ພະອົງ

ສະແຕນລີ ຈອນສ໌ ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ຕົວ​ເອງ​ເຂັ້ມແຂງ​ຂຶ້ນ​ໂດຍ​ໝັ້ນ​ໃຈ​ວ່າ​ສິ່ງ​ຕ່າງໆທີ່​ລາຊະອານາຈັກ​ຂອງ​ພະເຈົ້າ​ສັນຍາ​ຈະ​ເປັນ​ຈິງ (ເບິ່ງ​ຂໍ້ 7)

7. ເປັນ​ຫຍັງ​ເຈົ້າ​ຄວນ​ໝັ້ນ​ໃຈ​ວ່າ​ຄຳ​ສັນຍາ​ຕ່າງໆກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເປັນ​ຈິງ?

7 ໃຫ້​ໝັ້ນ​ໃຈ​ວ່າ​ຄຳ​ສັນຍາ​ຕ່າງໆກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເປັນ​ຈິງ. (ຈົດເຊັນ. 23:19) ຖ້າ​ເຈົ້າ​ບໍ່​ເຊື່ອ​ແທ້ໆວ່າ​ຄຳ​ສັນຍາ​ຂອງ​ພະເຈົ້າ​ຈະ​ເປັນ​ຈິງ ກໍ​ເປັນ​ເລື່ອງ​ງ່າຍ​ທີ່​ຊາຕານ​ແລະ​ຜູ້​ທີ່​ຢູ່​ຝ່າຍ​ມັນ​ຈະ​ເຮັດ​ໃຫ້​ເຈົ້າ​ຢ້ານ. (ສຸພາ. 24:10; ເຫບ. 2:15) ເຈົ້າ​ຈະ​ໝັ້ນ​ໃຈ​ໃນ​ຄຳ​ສັນຍາ​ຕ່າງໆຂອງ​ພະເຈົ້າ​ຕັ້ງ​ແຕ່​ຕອນ​ນີ້​ໄດ້​ແນວ​ໃດ? ໃຫ້​ຈັດ​ເວລາ​ສຶກສາ​ຄົ້ນ​ຄວ້າ​ເລື່ອງ​ຕ່າງໆທີ່​ລາຊະອານາຈັກ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ສຳເລັດ ແລະ​ເບິ່ງ​ເຫດຜົນ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນ​ໃຈ​ວ່າ​ເລື່ອງ​ນັ້ນ​ຈະ​ເກີດ​ຂຶ້ນ​ແທ້. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ໄດ້​ແນວ​ໃດ? ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ສະແຕນລີ ຈອນສ໌ ລາວ​ຕິດ​ຄຸກ​ຍ້ອນ​ຄວາມ​ເຊື່ອ​ເປັນ​ເວລາ 7 ປີ. * ອັນ​ໃດ​ຊ່ວຍ​ລາວ​ໃຫ້​ອົດ​ທົນ​ໄດ້​ຢ່າງ​ສັດ​ຊື່? ລາວ​ບອກ​ວ່າ: “ຍ້ອນ​ຂ້ອຍ​ມີ​ຄວາມ​ຮູ້​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ແລະ​ບໍ່​ເຄີຍ​ສົງໄສ​ໃນ​ເລື່ອງ​ນັ້ນ ຂ້ອຍ​ຈຶ່ງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ແລະ​ຄົນ​ອື່ນ​ກໍ​ບໍ່​ສາມາດ​ເຮັດ​ໃຫ້​ຂ້ອຍ​ຖິ້ມ​ພະ​ເຢໂຫວາ​ໄດ້.” ຖ້າ​ເຈົ້າ​ໝັ້ນ​ໃຈ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ ເຈົ້າ​ກໍ​ຈະ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ບໍ່​ຍອມ​ໃຫ້​ຄວາມ​ຢ້ານ​ມາ​ເຮັດ​ໃຫ້​ເຈົ້າ​ເຊົາ​ຮັບໃຊ້​ພະອົງ.—ສຸພາ. 3:25, 26

8. ຄວາມ​ຮູ້ສຶກ​ທີ່​ເຮົາ​ມີ​ຕໍ່​ການ​ປະຊຸມ​ບອກ​ຫຍັງ​ກ່ຽວ​ກັບ​ຕົວ​ເຮົາ? ຂໍ​ໃຫ້​ອະທິບາຍ.

8 ເຂົ້າ​ຮ່ວມ​ການ​ປະຊຸມ​ຄລິດສະຕຽນ​ເປັນ​ປະຈຳ. ການ​ປະຊຸມ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເຮົາ​ຈະ​ຮັບ​ມື​ກັບ​ການ​ຂົ່ມເຫງ​ໃນ​ອະນາຄົດ​ໄດ້​ສຳເລັດ​ຫຼື​ບໍ່​ນັ້ນ​ກໍ​ຂຶ້ນ​ຢູ່​ກັບ​ວ່າ​ເຮົາ​ຮູ້ສຶກ​ແນວ​ໃດ​ຕໍ່​ການ​ປະຊຸມ. (ເຫບ. 10:24, 25) ຍ້ອນ​ຫຍັງ? ຖ້າ​ເຮົາ​ຍອມ​ໃຫ້​ອຸປະສັກ​ເລັກໆນ້ອຍໆມາ​ເຮັດ​ໃຫ້​ເຮົາ​ບໍ່​ໄປ​ປະຊຸມ​ໃນ​ຕອນ​ນີ້ ແລ້ວ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ​ຖ້າ​ເຮົາ​ຕ້ອງ​ສ່ຽງ​ຊີວິດ​ເພື່ອ​ຈະ​ໄປ​ພົບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ? ແຕ່​ຖ້າ​ເຮົາ​ຕັ້ງ​ໃຈ​ໄປ​ປະຊຸມ​ເປັນ​ປະຈຳ ເຮົາ​ກໍ​ຈະ​ບໍ່​ຍອມ​ແພ້​ເມື່ອ​ຜູ້​ຕໍ່​ຕ້ານ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ປະຊຸມ​ຮ່ວມ​ກັນ. ຕອນ​ນີ້​ເປັນ​ເວລາ​ທີ່​ເຮົາ​ຕ້ອງ​ເຮັດ​ໃຫ້​ຕົວ​ເອງ​ມັກ​ການ​ປະຊຸມ. ເມື່ອ​ເຮົາ​ມັກ​ເຂົ້າ​ຮ່ວມ​ການ​ປະຊຸມ ບໍ່​ວ່າ​ຈະ​ມີ​ການ​ຕໍ່​ຕ້ານ​ຫຼື​ການ​ສັ່ງ​ຫ້າມ​ຈາກ​ລັດຖະບານ​ແບບ​ໃດ​ກໍ​ຕາມ ເຮົາ​ກໍ​ຍັງ​ຈະ​ເຊື່ອ​ຟັງ​ພະເຈົ້າ​ຫຼາຍ​ກວ່າ​ຟັງ​ມະນຸດ.—ກິດ. 5:29

ການ​ຈື່​ຂໍ້​ພະ​ຄຳພີ​ແລະ​ເພງ​ສັນລະເສີນ​ພະ​ເຢໂຫວາ​ໃນ​ຕອນ​ນີ້ ຈະ​ຊ່ວຍ​ເຈົ້າ​ໄດ້​ຫຼາຍ​ແທ້ໆຕອນ​ທີ່​ຖືກ​ຂົ່ມເຫງ (ເບິ່ງ​ຂໍ້ 9) *

9. ເປັນ​ຫຍັງ​ການ​ຈື່​ຂໍ້​ພະ​ຄຳພີ​ຈຶ່ງ​ຊ່ວຍ​ເຮົາ​ໃຫ້​ກຽມ​ພ້ອມ​ທີ່​ຈະ​ຮັບ​ມື​ກັບ​ການ​ຂົ່ມເຫງ?

9 ພະຍາຍາມ​ຈື່​ຂໍ້​ພະ​ຄຳພີ​ທີ່​ເຈົ້າ​ມັກ. (ມັດ. 13:52) ເຖິງ​ວ່າ​ເຈົ້າ​ອາດ​ຈະ​ຈື່​ບໍ່​ເກັ່ງ ແຕ່​ພະ​ເຢໂຫວາ​ສາມາດ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຈື່​ຂໍ້​ພະ​ຄຳພີ​ໄດ້. (ໂຢ. 14:26) ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ທີ່​ຕິດ​ຄຸກ​ຢູ່​ເຢຍລະມັນ​ຕາເວັນ​ອອກ ແລະ​ຖືກ​ຂັງ​ດ່ຽວ​ເວົ້າ​ວ່າ: “ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆທີ່​ຂ້ອຍ​ຈື່​ຂໍ້​ພະ​ຄຳພີ​ຫຼາຍ​ຮ້ອຍ​ຂໍ້​ໄດ້​ຂຶ້ນ​ໃຈ! ເຖິງ​ວ່າ​ຂ້ອຍ​ຈະ​ຢູ່​ຄົນ​ດຽວ ແຕ່​ຂ້ອຍ​ກໍ​ຫຍຸ້ງ​ຢູ່​ກັບ​ການ​ຄິດ​ກ່ຽວ​ກັບ​ຂໍ້​ຄຳພີ​ຫຼາຍໆຂໍ້.” ຂໍ້​ພະ​ຄຳພີ​ເຫຼົ່າ​ນີ້​ຊ່ວຍ​ພີ່​ນ້ອງ​ຂອງ​ເຮົາ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ອົດ​ທົນ​ໄດ້​ຢ່າງ​ສັດ​ຊື່.

(ເບິ່ງ​ຂໍ້ 10) *

10. ເປັນ​ຫຍັງ​ເຮົາ​ຄວນ​ຈື່​ເພງ​ສັນລະເສີນ​ພະ​ເຢໂຫວາ​ໃຫ້​ໄດ້?

10 ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ​ແລະ​ຈື່​ເນື້ອ​ເພງ. ຕອນ​ທີ່​ໂປໂລ​ກັບ​ສີລາ​ຖືກ​ຂັງ​ຄຸກ​ຢູ່​ເມືອງ​ຟີລິບ ເຂົາ​ເຈົ້າ​ໄດ້​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ. (ກິດ. 16:25) ຄ້າຍ​ກັນ ເມື່ອ​ພີ່​ນ້ອງ​ຂອງ​ເຮົາ​ໃນ​ອະດີດ​ສະຫະພາບ​ໂຊວຽດ​ຖືກ​ເນລະເທດ​ໄປ​ຊີເບຣີ ເຂົາ​ເຈົ້າ​ເຮັດ​ໃຫ້​ຕົວ​ເອງ​ເຂັ້ມແຂງ​ຂຶ້ນ​ແນວ​ໃດ? ພີ່​ນ້ອງ​ມາຣິຢາ ເຟດຸນ​ບອກ​ວ່າ: “ພວກ​ເຮົາ​ຮ້ອງ​ທຸກ​ເພງ​ທີ່​ເຮົາ​ຈື່​ຢູ່​ໃນ​ປຶ້ມ​ເພງ.” ລາວ​ເວົ້າ​ວ່າ​ເພງ​ເຫຼົ່າ​ນັ້ນ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຂົາ​ເຈົ້າ​ທຸກ​ຄົນ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ. ເຈົ້າ​ຮູ້ສຶກ​ເຂັ້ມແຂງ​ຂຶ້ນ​ບໍ​ເມື່ອ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ? ຂໍ​ໃຫ້​ຈື່​ເພງ​ເຫຼົ່າ​ນັ້ນ​ຕັ້ງ​ແຕ່​ຕອນ​ນີ້!—ເບິ່ງ​ຂອບ “ ຂໍ​ຊ່ວຍ​ໃຫ້​ຂ້ອຍ​ກ້າຫານ.”

ວິທີ​ທີ່​ເຮົາ​ຈະ​ມີ​ຄວາມ​ກ້າຫານ​ຫຼາຍ​ຂຶ້ນ

11-12. (ກ) ຕາມ​ທີ່​ຂຽນ​ໄວ້​ໃນ 1 ຊາເມືອນ 17:37, 45-47 ເປັນ​ຫຍັງ​ດາວິດ​ຈຶ່ງ​ກ້າຫານ? (ຂ) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ດາວິດ?

11 ເຈົ້າ​ຈຳເປັນ​ຕ້ອງ​ກ້າຫານ​ເມື່ອ​ເຈິ​ການ​ຂົ່ມເຫງ. ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຕົວ​ເອງ​ບໍ່​ກ້າຫານ​ເດ ຈະ​ເຮັດ​ແນວ​ໃດ? ຂໍ​ໃຫ້​ຈື່​ວ່າ ຄວາມ​ກ້າຫານ​ທີ່​ແທ້​ຈິງ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ວ່າ​ເຈົ້າ​ຈະ​ໂຕ​ໃຫຍ່​ສ່ຳ​ໃດ ແຂງແຮງ​ສ່ຳ​ໃດ ຫຼື​ມີ​ຄວາມ​ສາມາດ​ຫຼາຍ​ສ່ຳ​ໃດ. ຂໍ​ໃຫ້​ຄິດ​ເຖິງ​ດາວິດ​ຕອນ​ຍັງ​ໜຸ່ມ​ເມື່ອ​ປະເຊີນ​ໜ້າ​ກັບ​ໂຄ​ລິ​ອາດ. ຖ້າ​ທຽບ​ກັບ​ຍັກ​ໂຄ​ລິ​ອາດ​ແລ້ວ ດາວິດ​ໂຕ​ນ້ອຍໆ ອ່ອນແອ ແລະ​ບໍ່​ມີ​ອາວຸດ​ສູ້​ຮົບ. ແຕ່​ດາວິດ​ກ້າຫານ​ຫຼາຍ ລາວ​ແລ່ນ​ໄປ​ສູ້​ກັບ​ຄົນ​ຮ່າງ​ຍັກ​ທີ່​ຍິ່ງ​ຈອງຫອງ.

12 ເປັນ​ຫຍັງ​ດາວິດ​ຈຶ່ງ​ກ້າຫານ​ຫຼາຍ​ຂະໜາດ​ນັ້ນ? ລາວ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ລາວ. (ອ່ານ 1 ຊາເມືອນ 17:37, 45-47) ດາວິດ​ບໍ່​ໄດ້​ເບິ່ງ​ວ່າ​ໂຄ​ລິ​ອາດ​ໂຕ​ໃຫຍ່​ເມື່ອ​ທຽບ​ກັບ​ລາວ ແຕ່​ລາວ​ເບິ່ງ​ວ່າ​ໂຄ​ລິ​ອາດ​ໂຕ​ນ້ອຍ​ຈິດ​ລິດ​ເມື່ອ​ທຽບ​ກັບ​ພະ​ເຢໂຫວາ. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ຈະ​ມີ​ຄວາມ​ກ້າຫານ ຖ້າ​ເຮົາ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ເຮົາ ແລະ​ເບິ່ງ​ວ່າ​ຜູ້​ຕໍ່​ຕ້ານ​ເຮົາ​ເປັນ​ພຽງ​ຄົນ​ໂຕ​ນ້ອຍໆເມື່ອ​ທຽບ​ກັບ​ພະ​ເຢໂຫວາ​ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່. (2 ຂ່າວ. 20:15; ເພງ. 16:8) ດັ່ງ​ນັ້ນ ກ່ອນ​ທີ່​ການ​ຂົ່ມເຫງ​ຈະ​ເກີດ​ຂຶ້ນ ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ມີ​ຄວາມ​ກ້າຫານ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

13. ເຮົາ​ຈະ​ກ້າຫານ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ຂໍ​ໃຫ້​ອະທິບາຍ.

13 ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ກ້າຫານ​ຫຼາຍ​ຂຶ້ນ​ໂດຍ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ການ​ປະກາດ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້​ທີ່​ຈະ​ວາງໃຈ​ໃນ​ພະ​ເຢໂຫວາ ແລະ​ເອົາ​ຊະນະ​ການ​ຢ້ານ​ຄົນ. (ສຸພາ. 29:25) ຄ້າຍ​ຄື​ກັນ ກ້າມ​ຈະ​ແຂງແຮງ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ເຮົາ​ອອກ​ກຳລັງ​ກາຍ ເຮົາ​ຈະ​ກ້າຫານ​ຫຼາຍ​ຂຶ້ນ​ໄດ້​ຖ້າ​ເຮົາ​ໄປ​ປະກາດ​ເລື້ອຍໆ ບໍ່​ວ່າ​ຈະ​ປະກາດ​ຕາມ​ບ້ານ​ເຮືອນ ບ່ອນ​ສາທາລະນະ ແບບ​ບໍ່​ເປັນ​ທາງ​ການ ແລະ​ໃນ​ເຂດ​ທຸລະກິດ. ຖ້າ​ເຮົາ​ພັດທະນາ​ຄວາມ​ກ້າຫານ​ໃນ​ການ​ປະກາດ​ຕັ້ງ​ຕອນ​ນີ້ ເຮົາ​ກໍ​ພ້ອມ​ທີ່​ຈະ​ປະກາດ​ຕໍ່ໆໄປ​ເຖິງ​ວ່າ​ວຽກ​ຂອງ​ເຮົາ​ຈະ​ຖືກ​ສັ່ງ​ຫ້າມ.—1 ເທ. 2:1, 2

ແນນຊີ້ ຢວນ ບໍ່​ຍອມ​ເຊົາ​ປະກາດ​ຂ່າວ​ດີ​ຂອງ​ພະເຈົ້າ (ເບິ່ງ​ຂໍ້ 14)

14-15. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພີ່​ນ້ອງ​ແນນຊີ້ ຢວນ ແລະ​ພີ່​ນ້ອງ​ວາລັນຕິນາ ກາ​ນົບ​ສະ​ກາ​ຢາ?

14 ເຮົາ​ສາມາດ​ຮຽນ​ຈາກ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຍິງ​ສອງ​ຄົນ​ທີ່​ກ້າຫານ​ຫຼາຍ. ເຖິງ​ວ່າ​ພີ່​ນ້ອງ​ແນນຊີ້​ຢວນ ຈະ​ໂຕ​ນ້ອຍ​ເຊິ່ງ​ສູງ​ພຽງ​ແຕ່ 150 ຊັງຕີແມັດ ແຕ່​ລາວ​ກໍ​ເປັນ​ຄົນ​ທີ່​ກ້າຫານ. * ເນື່ອງ​ຈາກ​ລາວ​ບໍ່​ເຊົາ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ ລາວ​ຈຶ່ງ​ຕິດ​ຄຸກ​ເປັນ​ເວລາ 20 ປີ​ໃນ​ປະເທດ​ຈີນ. ເຈົ້າ​ໜ້າ​ທີ່​ສອບ​ສວນ​ບອກ​ວ່າ ລາວ​ເປັນ “ຄົນ​ທີ່​ຫົວ​ດື້​ທີ່​ສຸດ” ໃນ​ປະເທດ​ຂອງ​ເຂົາ​ເຈົ້າ!

ວາລັນຕິນາ ກາ​ນົບ​ສະ​ກາ​ຢາ ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ລາວ (ເບິ່ງ​ຂໍ້ 15)

15 ພີ່​ນ້ອງ​ວາລັນຕິນາ ກາ​ນົບ​ສະ​ກາ​ຢາ​ກໍ​ຄື​ກັນ ລາວ​ຕິດ​ຄຸກ​ຢູ່​ອະດີດ​ສະຫະພາບ​ໂຊວຽດ 3 ເທື່ອ ເຊິ່ງ​ລວມ​ແລ້ວ​ກໍ​ຕິດ​ຄຸກ​ປະມານ 21 ປີ. * ຍ້ອນ​ຫຍັງ? ຍ້ອນ​ລາວ​ຕັ້ງ​ໃຈ​ທີ່​ຈະ​ປະກາດ​ຕໍ່ໆໄປ. ດັ່ງ​ນັ້ນ ເຈົ້າ​ໜ້າ​ທີ່​ຈຶ່ງ​ຕັດສິນ​ວ່າ​ລາວ​ເປັນ “ອາ​ຊະ​ຍາ​ກອນ​ທີ່​ອັນຕະລາຍ​ຫຼາຍ.” ອັນ​ໃດ​ເຮັດ​ໃຫ້​ພີ່​ນ້ອງ​ສອງ​ຄົນ​ນີ້​ກ້າຫານ​ຫຼາຍ? ເຂົາ​ເຈົ້າ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ເຂົາ​ເຈົ້າ.

16. ເຄັດ​ລັບ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ກ້າຫານ​ທີ່​ແທ້​ຈິງ​ແມ່ນ​ຫຍັງ?

16 ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໄປ​ແລ້ວ​ວ່າ ຄວາມ​ກ້າຫານ​ບໍ່​ໄດ້​ມາ​ຈາກ​ຄວາມ​ສາມາດ​ຂອງ​ເຮົາ. ແຕ່​ເພື່ອ​ຈະ​ມີ​ຄວາມ​ກ້າຫານ ເຮົາ​ຕ້ອງ​ເຊື່ອ​ວ່າ​ພະ​ເຢໂຫວາ​ຢູ່​ກັບ​ເຮົາ​ແລະ​ພະອົງ​ຈະ​ສູ້​ແທນ​ເຮົາ. (ບັນຍັດ. 1:29, 30; ຊກາ. 4:6) ນັ້ນ​ແມ່ນ​ເຄັດ​ລັບ​ທີ່​ເຮັດ​ໃຫ້​ມີ​ຄວາມ​ກ້າຫານ​ທີ່​ແທ້​ຈິງ.

ວິທີ​ຮັບ​ມື​ເມື່ອ​ມີ​ຄົນ​ຊັງ​ເຮົາ

17-18. ພະ​ເຍຊູ​ເຕືອນ​ເຮົາ​ແນວ​ໃດ​ໃນ​ໂຢຮັນ 15:18-21? ຂໍ​ໃຫ້​ອະທິບາຍ.

17 ຕາມ​ປົກກະຕິ​ແລ້ວ​ເຮົາ​ມັກ​ເມື່ອ​ມີ​ຄົນ​ນັບຖື​ເຮົາ ແຕ່​ເຮົາ​ບໍ່​ຄວນ​ຄິດ​ວ່າ​ຕົວ​ເອງ​ບໍ່​ມີ​ຄ່າ​ເມື່ອ​ມີ​ຄົນ​ຊັງ​ເຮົາ. ພະ​ເຍຊູ​ບອກ​ວ່າ: “ທ່ານ​ທັງ​ຫຼາຍ​ກໍ​ເປັນ​ສຸກ​ຫຼາຍ​ເມື່ອ​ຄົນ​ທັງ​ຫຼາຍ​ຈະ​ກຽດ​ຊັງ​ແລະ​ຈະ​ຂັບ​ໄລ່​ແລະ​ຈະ​ນິນທາ​ທ່ານ​ທັງ​ຫຼາຍ​ແລະ​ຈະ​ຖິ້ມ​ນາມ​ຊື່​ຂອງ​ທ່ານ​ວ່າ​ເປັນ​ນາມ​ຊື່​ຊົ່ວ​ເພາະ​ເຫັນ​ແກ່​ບຸດ​ມະນຸດ.” (ລືກາ 6:22) ພະ​ເຍຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ?

18 ພະ​ເຍຊູ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຄລິດສະຕຽນ​ຈະ​ມີ​ຄວາມ​ສຸກ​ເມື່ອ​ມີ​ຄົນ​ຊັງ​ເຂົາ​ເຈົ້າ. ແຕ່​ເພິ່ນ​ກຳລັງ​ເຕືອນ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ເຮົາ. ເນື່ອງ​ຈາກ​ເຮົາ​ໃຊ້​ຊີວິດ​ແບບ​ທີ່​ພະ​ເຍຊູ​ສອນ ແລະ​ປະກາດ​ຂ່າວ​ດີ​ຄື​ກັບ​ເພິ່ນ ເຮົາ​ຈຶ່ງ​ບໍ່​ເປັນ​ສ່ວນ​ຂອງ​ໂລກ ດັ່ງ​ນັ້ນ ໂລກ​ຈຶ່ງ​ກຽດ​ຊັງ​ເຮົາ. (ອ່ານ​ໂຢຮັນ 15:18-21) ເຮົາ​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ເຮົາ​ບໍ່​ຕ້ອງ​ເສຍໃຈ​ຖ້າ​ຄົນ​ອື່ນ​ຊັງ​ເຮົາ​ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ.

19. ເຮົາ​ຈະ​ຮຽນ​ແບບ​ພວກ​ອັກຄະສາວົກ​ໄດ້​ແນວ​ໃດ?

19 ຢ່າ​ຍອມ​ໃຫ້​ສິ່ງ​ທີ່​ມະນຸດ​ເວົ້າ​ຫຼື​ເຮັດ​ມາ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ອາຍ​ທີ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ. (ມີເກ 4:5) ເຮົາ​ສາມາດ​ເອົາ​ຊະນະ​ການ​ຢ້ານ​ຄົນ​ໂດຍ​ຮຽນ​ແບບ​ຕົວຢ່າງ​ຂອງ​ພວກ​ອັກຄະສາວົກ​ໃນ​ເມືອງ​ເຢຣຶຊາເລມ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ຫຼັງ​ຈາກ​ພະ​ເຍຊູ​ຖືກ​ຂ້າ. ເຂົາ​ເຈົ້າ​ຮູ້​ວ່າ​ຜູ້​ນຳ​ສາສະໜາ​ຢິວ​ກຽດ​ຊັງ​ເຂົາ​ເຈົ້າ​ຫຼາຍ​ສ່ຳ​ໃດ. (ກິດ. 5:17, 18, 27, 28) ແຕ່​ເຂົາ​ເຈົ້າ​ຍັງ​ໄປ​ວິຫານ​ແລະ​ປະກາດ​ເຊິ່ງ​ເຮັດ​ໃຫ້​ເຫັນ​ວ່າ​ເປັນ​ລູກ​ສິດ​ຂອງ​ພະ​ເຍຊູ. (ກິດ. 5:42) ເຂົາ​ເຈົ້າ​ບໍ່​ຍອມ​ໃຫ້​ການ​ຢ້ານ​ຄົນ​ອື່ນ​ມາ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຊົາ​ປະກາດ. ພວກ​ເຮົາ​ກໍ​ສາມາດ​ເອົາ​ຊະນະ​ການ​ຢ້ານ​ຄົນ​ໄດ້​ຄື​ກັນ​ໂດຍ​ປະກາດ​ເປັນ​ປະຈຳ​ບໍ່​ວ່າ​ຈະ​ຢູ່​ບ່ອນ​ເຮັດ​ວຽກ ຢູ່​ໂຮງ​ຮຽນ ຫຼື​ຢູ່​ແຖວ​ບ້ານ​ເພື່ອ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ເຮົາ​ເປັນ​ພະຍານ​ພະ​ເຢໂຫວາ.—ກິດ. 4:29; ໂລມ 1:16

20. ເປັນ​ຫຍັງ​ພວກ​ອັກຄະສາວົກ​ມີ​ຄວາມ​ສຸກ​ເຖິງ​ວ່າ​ຈະ​ຖືກ​ກຽດ​ຊັງ?

20 ເປັນ​ຫຍັງ​ພວກ​ອັກຄະສາວົກ​ມີ​ຄວາມ​ສຸກ? ເຂົາ​ເຈົ້າ​ຮູ້​ວ່າ​ເປັນ​ຫຍັງ​ຈຶ່ງ​ຖືກ​ກຽດ​ຊັງ ແລະ​ຖື​ວ່າ​ເປັນ​ກຽດ​ທີ່​ຖືກ​ປະຕິບັດ​ບໍ່​ດີ​ຍ້ອນ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ. (ລືກາ 6:23; ກິດ. 5:41) ໃນ​ເວລາ​ຕໍ່​ມາ ອັກຄະສາວົກ​ເປໂຕ​ຂຽນ​ວ່າ: “ຖ້າ​ແມ່ນ​ທ່ານ​ທັງ​ຫຼາຍ​ຖືກ​ຄວາມ​ທຸກ​ເພາະ​ເຫດ​ກະທຳ​ການ​ຊອບທຳ ພວກ​ທ່ານ​ເປັນ​ສຸກ​ຫຼາຍ.” (1 ເປ. 2:19-21; 3:14) ເມື່ອ​ເຮົາ​ເຂົ້າ​ໃຈ​ວ່າ ເຮົາ​ຖືກ​ກຽດ​ຊັງ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ເຮົາ​ກໍ​ຈະ​ບໍ່​ຍອມ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ເພາະ​ມີ​ຄົນ​ຊັງ​ເຮົາ.

ການ​ກຽມ​ພ້ອມ​ຈະ​ເຮັດ​ໃຫ້​ເຈົ້າ​ໄດ້​ຮັບ​ປະໂຫຍດ

21-22. (ກ) ເຈົ້າ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ກຽມ​ພ້ອມ​ທີ່​ຈະ​ຮັບ​ມື​ກັບ​ການ​ຖືກ​ຂົ່ມເຫງ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ຕໍ່​ໄປ?

21 ເຮົາ​ບໍ່​ຮູ້​ວ່າ​ການ​ຂົ່ມເຫງ​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ​ຫຼື​ການ​ສັ່ງ​ຫ້າມ​ຈາກ​ລັດຖະບານ​ຈະ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ການ​ນະມັດສະການ​ພະ​ເຢໂຫວາ. ແຕ່​ເຮົາ​ຮູ້​ວ່າ ເຮົາ​ສາມາດ​ກຽມ​ພ້ອມ​ໄດ້​ຕັ້ງ​ແຕ່​ຕອນ​ນີ້​ໂດຍ​ສ້າງ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ໃຫ້​ເຂັ້ມແຂງ​ຂຶ້ນ ເຮັດ​ໃຫ້​ຕົວ​ເອງ​ມີ​ຄວາມ​ກ້າຫານ​ຫຼາຍ​ຂຶ້ນ ແລະ​ຮຽນ​ຮູ້​ທີ່​ຈະ​ຮັບ​ມື​ເມື່ອ​ມີ​ຄົນ​ຊັງ​ເຮົາ. ສິ່ງ​ທີ່​ເຮົາ​ເຮັດ​ໃນ​ຕອນ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຕໍ່ໆໄປ​ໃນ​ອະນາຄົດ.

22 ແຕ່​ຖ້າ​ການ​ສັ່ງ​ຫ້າມ​ເກີດ​ຂຶ້ນ​ແທ້ ເຮົາ​ຈະ​ເຮັດ​ແນວ​ໃດ? ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ຫຼັກ​ການ​ຕ່າງໆ ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ເຖິງ​ວ່າ​ຈະ​ຖືກ​ສັ່ງ​ຫ້າມ.

ເພງ 118 ‘ຊ່ວຍ​ໃຫ້​ພວກ​ເຮົາ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ’

^ ຂໍ້ 5 ເຮົາ​ບໍ່​ຢາກ​ຖືກ​ກຽດ​ຊັງ. ແຕ່​ບໍ່​ຊ້າ​ກໍ​ໄວ ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ເຈິ​ກັບ​ການ​ຂົ່ມເຫງ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ກ້າຫານ​ແລະ​ກຽມ​ພ້ອມ​ທີ່​ຈະ​ຮັບ​ມື​ກັບ​ການ​ຂົ່ມເຫງ.

^ ຂໍ້ 7 ເບິ່ງ​ຫໍສັງເກດການ 15 ທັນວາ 1965 (ພາສາ​ອັງກິດ) ໜ້າ 756-767.

^ ຂໍ້ 14 ເບິ່ງ​ຫໍສັງເກດການ 15 ກໍລະກົດ 1979 ໜ້າ 4-7 ແລະ​ວິດີໂອ​ຜູ້​ຄົນ​ຈະ​ຮູ້ຈັກ​ຊື່​ຂອງ​ພະ​ເຢໂຫວາ ໃນ​ລາຍການ​ໂທລະທັດ JW. ເບິ່ງ​ຫົວ​ຂໍ້​ສຳ​ພາດ​ແລະ​ປະສົບການ (ທັງ​ສອງ​ບໍ່​ມີ​ໃນ​ພາສາ​ລາວ).

^ ຂໍ້ 15 ເບິ່ງ​ປຶ້ມ​ປະຈຳ​ປີ 2008 ຂອງ​ພະຍານ​ພະ​ເຢໂຫວາ (ພາສາ​ອັງກິດ) ໜ້າ 191-192

^ ຂໍ້ 67 ຄຳ​ອະທິບາຍ​ຮູບ​ພາບ: ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ ພໍ່​ແມ່​ໃຊ້​ເຈ້ຍ​ທີ່​ຊ່ວຍ​ລູກ​ໃຫ້​ຈື່​ຂໍ້​ພະ​ຄຳພີ.

^ ຂໍ້ 70 ຄຳ​ອະທິບາຍ​ຮູບ​ພາບ: ຄອບຄົວ​ໜຶ່ງ​ກຳລັງ​ຝຶກ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ ຕອນ​ທີ່​ຂີ່​ລົດ​ໄປ​ປະຊຸມ.