ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 28

ນະມັດສະການ​ພະ​ເຢໂຫວາ​ຕໍ່ໆ​ໄປ​ເຖິງ​ວ່າ​ຈະ​ຖືກ​ສັ່ງ​ຫ້າມ

ນະມັດສະການ​ພະ​ເຢໂຫວາ​ຕໍ່ໆ​ໄປ​ເຖິງ​ວ່າ​ຈະ​ຖືກ​ສັ່ງ​ຫ້າມ

“ການ​ທີ່​ພວກ​ເຮົາ​ໄດ້​ເຫັນ​ແລະ​ໄດ້​ຍິນ​ນັ້ນ ພວກ​ເຮົາ​ອຳ​ໄວ້​ບໍ່​ໄດ້.”—ກິດຈະການ 4:19, 20

ເພງ 122 ຂໍ​ໃຫ້​ຢືນຢັດ​ໝັ້ນ​ຄົງ

ໃຈ​ຄວາມ​ສຳຄັນ *

1-2. (ກ) ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ແປກ​ໃຈ​ຖ້າ​ເຮົາ​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ນະມັດສະການ​ພະ​ເຢໂຫວາ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

ໃນ​ປີ 2018 ມີ​ຜູ້​ປະກາດ​ຫຼາຍ​ກວ່າ 223.000 ຄົນ​ທີ່​ປະກາດ​ຂ່າວ​ດີ​ຢູ່​ໃນ​ເຂດ​ທີ່​ການ​ນະມັດສະການ​ພະ​ເຢໂຫວາ​ຖືກ​ສັ່ງ​ຫ້າມ. ນີ້​ບໍ່​ແມ່ນ​ເລື່ອງ​ແປກ ດັ່ງ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ຄວາມ​ກ່ອນ ຄລິດສະຕຽນ​ແທ້​ຈະ​ຕ້ອງ​ເຈິ​ກັບ​ການ​ຂົ່ມເຫງ. (2 ຕີໂມ. 3:12) ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ ລັດຖະບານ​ກໍ​ອາດ​ຈະ​ສັ່ງ​ຫ້າມ​ເຮົາ​ບໍ່​ໃຫ້​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ກະທັນຫັນ​ແລະ​ແບບ​ບໍ່​ໄດ້​ຄາດ​ຄິດ.

2 ຖ້າ​ລັດຖະບານ​ໃນ​ບ່ອນ​ທີ່​ເຮົາ​ຢູ່​ສັ່ງ​ຫ້າມ​ການ​ນະມັດສະການ​ພະ​ເຢໂຫວາ ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ: ‘ການ​ທີ່​ເຮົາ​ຖືກ​ຂົ່ມເຫງ​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ເຮົາ​ບໍ? ການ​ສັ່ງ​ຫ້າມ​ຈະ​ເຮັດ​ໃຫ້​ເຮົາ​ເຊົາ​ນະມັດສະການ​ພະ​ເຢໂຫວາ​ບໍ? ຂ້ອຍ​ຄວນ​ຍ້າຍ​ໄປ​ເຂດ​ທີ່​ສາມາດ​ນະມັດສະການ​ພະ​ເຢໂຫວາ​ໄດ້​ຢ່າງ​ອິດ​ສະຫຼະ​ບໍ?’ ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ພິຈາລະນາ​ຄຳຖາມ​ເຫຼົ່າ​ນີ້. ນອກ​ຈາກ​ນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ນະມັດສະການ​ພະ​ເຢໂຫວາ​ຕໍ່ໆໄປ​ໄດ້​ແນວ​ໃດ​ເຖິງ​ວ່າ​ຈະ​ຖືກ​ສັ່ງ​ຫ້າມ​ແລະ​ເຮົາ​ຕ້ອງ​ຫຼີກ​ລ່ຽງ​ກັບດັກ​ຫຍັງ​ແດ່.

ການ​ທີ່​ເຮົາ​ຖືກ​ຂົ່ມເຫງ​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ເຮົາ​ບໍ?

3. ຕາມ 2 ໂກລິນໂທ 11:23-27 ອັກຄະສາວົກ​ໂປໂລ​ຖືກ​ການ​ຂົ່ມເຫງ​ແບບ​ໃດ​ແດ່? ແລະ​ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ລາວ?

3 ຖ້າ​ລັດຖະບານ​ສັ່ງ​ຫ້າມ​ການ​ນະມັດສະການ​ຂອງ​ເຮົາ ເຮົາ​ອາດ​ສະຫຼຸບ​ແບບ​ຜິດໆວ່າ​ພະ​ເຢໂຫວາ​ບໍ່​ອວຍ​ພອນ​ເຮົາ. ແຕ່​ຂໍ​ໃຫ້​ຈື່​ໄວ້​ວ່າ ການ​ທີ່​ເຮົາ​ຖືກ​ຂົ່ມເຫງ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ເຮົາ. ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ອັກຄະສາວົກ​ໂປໂລ ລາວ​ເປັນ​ຄົນ​ທີ່​ພະເຈົ້າ​ພໍ​ໃຈ​ແນ່ນອນ. ລາວ​ໄດ້​ຮັບ​ສິດທິ​ພິເສດ​ໃຫ້​ຂຽນ​ຈົດ​ໝາຍ 14 ສະບັບ​ໃນ​ພະ​ຄຳພີ​ພາກ​ພາສາ​ເກັຣກ ແລະ​ລາວ​ກໍ​ເປັນ​ອັກຄະສາວົກ​ທີ່​ຖືກ​ສົ່ງ​ໄປ​ຫາ​ຄົນ​ຕ່າງ​ຊາດ. ແຕ່​ລາວ​ກໍ​ເຈິ​ການ​ຂົ່ມເຫງ​ຢ່າງ​ຮຸນແຮງ. (ອ່ານ 2 ໂກລິນໂທ 11:23-27) ຈາກ​ປະສົບການ​ຂອງ​ອັກຄະສາວົກ​ໂປໂລ ເຮົາ​ຮຽນ​ຮູ້​ວ່າ​ພະ​ເຢໂຫວາ​ຍອມ​ໃຫ້​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ຖືກ​ຂົ່ມເຫງ.

4. ເປັນ​ຫຍັງ​ໂລກ​ຈຶ່ງ​ກຽດ​ຊັງ​ເຮົາ?

4 ພະ​ເຍຊູ​ອະທິບາຍ​ສາເຫດ​ທີ່​ເຮົາ​ເຈິ​ກັບ​ການ​ຂົ່ມເຫງ. ເພິ່ນ​ເວົ້າ​ວ່າ​ເຮົາ​ຈະ​ຖືກ​ກຽດ​ຊັງ​ຍ້ອນ​ເຮົາ​ບໍ່​ເປັນ​ສ່ວນ​ຂອງ​ໂລກ. (ໂຢ. 15:18, 19) ການ​ຂົ່ມເຫງ​ບໍ່​ໄດ້​ເປັນ​ສັນຍານ​ບອກ​ວ່າ​ພະ​ເຢໂຫວາ​ບໍ່​ອວຍ​ພອນ​ເຮົາ ແຕ່​ເປັນ​ສິ່ງ​ທີ່​ສະແດງ​ວ່າ​ເຮົາ​ກຳລັງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ!

ການ​ສັ່ງ​ຫ້າມ​ຈະ​ເຮັດ​ໃຫ້​ເຮົາ​ເຊົາ​ນະມັດສະການ​ພະ​ເຢໂຫວາ​ບໍ?

5. ມະນຸດ​ສາມາດ​ລົບ​ລ້າງ​ການ​ນະມັດສະການ​ພະ​ເຢໂຫວາ​ໄດ້​ບໍ? ຂໍ​ໃຫ້​ອະທິບາຍ.

5 ການ​ຕໍ່​ຕ້ານ​ຂອງ​ມະນຸດ​ບໍ່​ສາມາດ​ລົບ​ລ້າງ​ການ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ອົງ​ຍິ່ງໃຫຍ່​ໄດ້. ຫຼາຍ​ຄົນ​ພະຍາຍາມ​ຕໍ່​ຕ້ານ ແຕ່​ກໍ​ເຮັດ​ບໍ່​ສຳເລັດ. ຂໍ​ໃຫ້​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ສົງຄາມ​ໂລກ​ຄັ້ງ​ທີ II. ໃນ​ຕອນ​ນັ້ນ ລັດຖະບານ​ຂອງ​ຫຼາຍ​ປະເທດ​ໄດ້​ຂົ່ມເຫງ​ປະຊາຊົນ​ຂອງ​ພະເຈົ້າ​ຢ່າງ​ຮຸນແຮງ. ນອກ​ຈາກ​ຖືກ​ພັກ​ນາຊີ​ເຢຍລະມັນ​ສັ່ງ​ຫ້າມ​ແລ້ວ ວຽກ​ຂອງ​ພະຍານ​ພະ​ເຢໂຫວາ​ກໍ​ຍັງ​ຖືກ​ສັ່ງ​ຫ້າມ​ໃນ​ອົດສະຕຣາລີ ການາດາ ແລະ​ບ່ອນ​ອື່ນໆນຳ. ແຕ່​ເກີດ​ຫຍັງ​ຂຶ້ນ? ຕອນ​ທີ່​ສົງຄາມ​ໂລກ​ເລີ່ມ​ຕົ້ນ​ຂຶ້ນ​ໃນ​ປີ 1939 ມີ​ຈຳນວນ​ຜູ້​ປະກາດ​ທົ່ວ​ໂລກ 72.475 ຄົນ. ແຕ່​ເມື່ອ​ສົງຄາມ​ໂລກ​ສິ້ນ​ສຸດ​ລົງ​ໃນ​ປີ 1945 ມີ​ຈຳນວນ​ຜູ້​ປະກາດ​ທົ່ວ​ໂລກ 156.299 ຄົນ ເຊິ່ງ​ເປັນ​ຈຳນວນ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ສອງ​ເທົ່າ. ເຫັນ​ໄດ້​ວ່າ​ພະ​ເຢໂຫວາ​ອວຍ​ພອນ​ແທ້ໆ.

6. ເມື່ອ​ເຮົາ​ຖືກ​ຂົ່ມເຫງ​ເຮັດ​ໃຫ້​ເກີດ​ຜົນ​ດີ​ຫຍັງ​ແດ່? ຂໍ​ໃຫ້​ຍົກ​ຕົວຢ່າງ.

6 ການ​ຂົ່ມເຫງ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ຢ້ານ​ຈົນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ ແຕ່​ມັນ​ພັດ​ກະຕຸ້ນ​ເຮົາ​ໃຫ້​ຮັບໃຊ້​ພະອົງ​ຫຼາຍ​ຂຶ້ນ. ຂໍ​ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ຜົວ​ເມຍ​ຄູ່​ໜຶ່ງ​ທີ່​ມີ​ລູກ​ນ້ອຍ​ເຊິ່ງ​ຢູ່​ໃນ​ປະເທດ​ທີ່​ມີ​ການ​ສັ່ງ​ຫ້າມ​ການ​ນະມັດສະການ​ພະ​ເຢໂຫວາ. ແທນ​ທີ່​ເຂົາ​ເຈົ້າ​ຈະ​ຢ້ານ ເຂົາ​ເຈົ້າ​ເລີ່ມ​ເປັນ​ໄພໂອເນຍ​ປະຈຳ. ຜູ້​ເປັນ​ເມຍ​ໄດ້​ລາ​ອອກ​ຈາກ​ວຽກ​ທີ່​ໄດ້​ເງິນ​ເດືອນ​ດີ. ຜູ້​ເປັນ​ຜົວ​ເວົ້າ​ວ່າ ການ​ສັ່ງ​ຫ້າມ​ນີ້​ເຮັດ​ໃຫ້​ຫຼາຍ​ຄົນ​ຢາກ​ຮູ້ຈັກ​ພະຍານ​ພະ​ເຢໂຫວາ. ຜົນ​ກໍ​ຄື ລາວ​ພົບ​ວ່າ​ເປັນ​ເລື່ອງ​ງ່າຍ​ຂຶ້ນ​ທີ່​ຈະ​ເລີ່ມ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ​ກັບ​ເຂົາ​ເຈົ້າ. ຜູ້​ເຖົ້າ​ແກ່​ໃນ​ປະເທດ​ນັ້ນ​ບອກ​ວ່າ ຫຼາຍ​ຄົນ​ທີ່​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ເລີ່ມ​ມາ​ປະຊຸມ​ແລະ​ກັບ​ມາ​ປະກາດ​ອີກ.

7. (ກ) ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ພວກເລວີ 26:36, 37? (ຂ) ເມື່ອ​ຖືກ​ສັ່ງ​ຫ້າມ​ເຈົ້າ​ຈະ​ເຮັດ​ແນວ​ໃດ?

7 ເມື່ອ​ພວກ​ສັດຕູ​ສັ່ງ​ຫ້າມ​ການ​ນະມັດສະການ​ຂອງ​ເຮົາ ເຂົາ​ເຈົ້າ​ຢາກ​ເຮັດ​ໃຫ້​ເຮົາ​ຢ້ານ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ. ນອກ​ຈາກ​ການ​ສັ່ງ​ຫ້າມ​ແລ້ວ ເຂົາ​ເຈົ້າ​ອາດ​ເຜີຍ​ແຜ່​ຄຳ​ຕົວະ​ກ່ຽວ​ກັບ​ເຮົາ ສົ່ງ​ຕຳຫຼວດ​ມາ​ກວດ​ຄົ້ນ​ເຮືອນ​ເຮົາ ຟ້ອງ​ເຮົາ​ຂຶ້ນ​ສານ ຫຼື​ເຖິງ​ຂັ້ນ​ຈັບ​ເຮົາ​ໃສ່​ຄຸກ. ເຂົາ​ເຈົ້າ​ຫວັງ​ວ່າ​ເຮົາ​ຈະ​ຢ້ານ ຍ້ອນ​ເຂົາ​ເຈົ້າ​ສາມາດ​ຈັບ​ພີ່​ນ້ອງ​ຂອງ​ເຮົາ​ບາງ​ຄົນ​ໃສ່​ຄຸກ​ແລ້ວ. ຖ້າ​ເຮົາ​ຢ້ານ​ຕາມ​ທີ່​ເຂົາ​ເຈົ້າ​ຕ້ອງການ ເຮົາ​ກໍ​ອາດ​ຈະ​ຄ່ອຍໆເຊົາ​ນະມັດສະການ​ພະ​ເຢໂຫວາ​ແລະ​ສຸດ​ທ້າຍ​ກໍ​ເຊົາ​ເລີຍ. ເຮົາ​ບໍ່​ຢາກ​ເປັນ​ຄື​ກັບ​ຄົນ​ເຫຼົ່າ​ນັ້ນ​ທີ່​ບັນທຶກ​ໃນ​ພະທຳ​ພວກເລວີ 26:36, 37 (ອ່ານ). ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄວາມ​ຢ້ານ​ມາ​ເຮັດ​ໃຫ້​ເຮົາ​ເຊົາ​ນະມັດສະການ​ພະ​ເຢໂຫວາ. ແຕ່​ເຮົາ​ຕ້ອງ​ໄວ້​ວາງໃຈ​ພະອົງ​ຢ່າງ​ເຕັມທີ​ແລະ​ບໍ່​ຢ້ານ. (ເອຊາ. 28:16) ເຮົາ​ຕ້ອງ​ອະທິດຖານ​ຂໍ​ຄຳ​ແນະນຳ​ຈາກ​ພະ​ເຢໂຫວາ​ຫຼາຍໆ. ຍ້ອນ​ພະອົງ​ກຳລັງ​ຊ່ວຍ​ເຮົາ ເຮົາ​ຈຶ່ງ​ຮູ້​ວ່າ​ແມ່ນ​ແຕ່​ລັດຖະບານ​ມະນຸດ​ທີ່​ມີ​ອຳນາດ​ຫຼາຍ​ທີ່​ສຸດ​ກໍ​ບໍ່​ສາມາດ​ຂັດ​ຂວາງ​ເຮົາ​ບໍ່​ໃຫ້​ນະມັດສະການ​ພະອົງ​ໄດ້.—ເຫບ. 13:6

ຂ້ອຍ​ຄວນ​ຍ້າຍ​ໄປ​ເຂດ​ໃໝ່​ບໍ?

8-9. (ກ) ຄລິດສະຕຽນ​ທຸກ​ຄົນ​ຈະ​ຕ້ອງ​ຕັດສິນ​ໃຈ​ໃນ​ເລື່ອງ​ຫຍັງ? (ຂ) ເພື່ອ​ຈະ​ຕັດສິນ​ໃຈ​ຢ່າງ​ດີ​ເຮົາ​ຄວນ​ເຮັດ​ແນວ​ໃດ?

8 ຖ້າ​ລັດຖະບານ​ໃນ​ເຂດ​ທີ່​ເຈົ້າ​ຢູ່​ສັ່ງ​ຫ້າມ​ການ​ນະມັດສະການ​ພະ​ເຢໂຫວາ ເຈົ້າ​ອາດ​ສົງໄສ​ວ່າ​ເຈົ້າ​ຄວນ​ຈະ​ຍ້າຍ​ໄປ​ເຂດ​ທີ່​ມີ​ອິດ​ສະຫຼະ​ດີ​ບໍ? ນີ້​ເປັນ​ເລື່ອງ​ສ່ວນ​ຕົວ ບໍ່​ມີ​ໃຜ​ຕັດສິນ​ໃຈ​ແທນ​ເຈົ້າ​ໄດ້. ກ່ອນ​ທີ່​ພີ່​ນ້ອງ​ບາງ​ຄົນ​ຈະ​ຕັດສິນ​ໃຈ ເຂົາ​ເຈົ້າ​ໄດ້​ຄົ້ນ​ຄວ້າ​ເບິ່ງ​ສິ່ງ​ທີ່​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ເຄີຍ​ເຮັດ​ຕອນ​ທີ່​ຖືກ​ຂົ່ມເຫງ. ຫຼັງ​ຈາກ​ທີ່​ສັດຕູ​ໄດ້​ດຶກ​ກ້ອນ​ຫີນ​ໃສ່​ເອຕຽນ​ຈົນ​ຕາຍ ພວກ​ລູກ​ສິດ​ໃນ​ເມືອງ​ເຢຣຶຊາເລມ​ກໍ​ໄດ້​ຍ້າຍ​ໄປ​ຢູເດ ສະມາລີ ແລະ​ໄປ​ຈົນ​ຮອດ​ເຟນີຊີ ຊີບເປ ແລະ​ອັນ​ຕິ​ອົກ. (ມັດ. 10:23; ກິດ. 8:1; 11:19) ແຕ່​ຕໍ່​ມາ ເມື່ອ​ມີ​ການ​ຂົ່ມເຫງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ອີກ ໂປໂລ​ກໍ​ບໍ່​ໄດ້​ຍ້າຍ​ອອກ​ຈາກ​ເຂດ​ທີ່​ມີ​ການ​ຕໍ່​ຕ້ານ. ແຕ່​ລາວ​ສ່ຽງ​ຊີວິດ​ເພື່ອ​ປະກາດ​ຂ່າວ​ດີ​ແລະ​ເສີມ​ສ້າງ​ຄວາມ​ເຊື່ອ​ຂອງ​ພີ່​ນ້ອງ​ທີ່​ຖືກ​ຂົ່ມເຫງ​ໃນ​ເມືອງ​ນັ້ນ.—ກິດ. 14:19-23

9 ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ບັນທຶກ​ເຫຼົ່າ​ນີ້? ຫົວ​ໜ້າ​ຄອບຄົວ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ເອົາ​ເອງ​ວ່າ​ຈະ​ຍ້າຍ​ໄປ​ຫຼື​ບໍ່. ແຕ່​ກ່ອນ​ທີ່​ຈະ​ຕັດສິນ​ໃຈ ລາວ​ຄວນ​ອະທິດຖານ​ແລະ​ຄິດ​ກ່ຽວ​ກັບ​ສະພາບ​ຄອບຄົວ​ຂອງ​ລາວ ແລະ​ຄິດ​ເບິ່ງ​ວ່າ​ຖ້າ​ຍ້າຍ​ໄປ​ແລ້ວ​ຈະ​ມີ​ຜົນ​ດີ​ແລະ​ຜົນ​ເສຍ​ແນວ​ໃດ. ໃນ​ເລື່ອງ​ນີ້​ຄລິດສະຕຽນ​ທຸກ​ຄົນ “ຕ້ອງ​ຮັບ​ແບກ​ພາລະ​ຂອງ​ຕົນ​ເອງ.” (ຄລາ. 6:5, ທ.ປ.) ເຮົາ​ບໍ່​ຄວນ​ຕັດສິນ​ຄົນ​ອື່ນ​ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເລືອກ​ແບບ​ໃດ​ກໍ​ຕາມ.

ເຮົາ​ຈະ​ນະມັດສະການ​ພະ​ເຢໂຫວາ​ແນວ​ໃດ​ເມື່ອ​ຖືກ​ສັ່ງ​ຫ້າມ?

10. ສຳນັກງານ​ສາຂາ​ແລະ​ຜູ້​ເຖົ້າ​ແກ່​ຈະ​ໃຫ້​ຄຳ​ແນະນຳ​ໃນ​ເລື່ອງ​ຫຍັງ?

10 ເຈົ້າ​ຈະ​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ​ໄດ້​ແນວ​ໃດ​ເມື່ອ​ຖືກ​ສັ່ງ​ຫ້າມ? ສຳນັກງານ​ສາຂາ​ຈະ​ໃຫ້​ຄຳ​ແນະນຳ​ກັບ​ຜູ້​ເຖົ້າ​ແກ່​ກ່ຽວ​ກັບ​ວິທີ​ທີ່​ຈະ​ໄດ້​ຮັບ​ອາຫານ​ບຳລຸງ​ລ້ຽງ​ຄວາມ​ຄວາມ​ເຊື່ອ ວິທີ​ຈັດການ​ປະຊຸມ ແລະ​ການ​ປະກາດ​ຂ່າວ​ດີ. ຖ້າ​ສຳນັກງານ​ສາຂາ​ບໍ່​ສາມາດ​ຕິດ​ຕໍ່​ກັບ​ຜູ້​ເຖົ້າ​ແກ່​ໄດ້ ຜູ້​ເຖົ້າ​ແກ່​ກໍ​ຈະ​ຊ່ວຍ​ເຈົ້າ​ແລະ​ພີ່​ນ້ອງ​ໃນ​ປະຊາຄົມ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕໍ່ໆໄປ. ເຂົາ​ເຈົ້າ​ຍັງ​ຈະ​ໃຫ້​ຄຳ​ແນະນຳ​ຕາມ​ຄຳພີ​ໄບເບິນ​ແລະ​ໜັງສື​ຕ່າງໆຂອງ​ເຮົາ.—ມັດ. 28:19, 20; ກິດ. 5:29; ເຫບ. 10:24, 25

11. ເປັນ​ຫຍັງ​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ເຮົາ​ຈະ​ໄດ້​ອາຫານ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ​ຕະຫຼອດ? ແລະ​ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຍັງ​ມີ​ຄຳພີ​ໄບເບິນ​ແລະ​ໜັງສື​ຕ່າງໆຂອງ​ເຮົາ?

11 ພະ​ເຢໂຫວາ​ສັນຍາ​ວ່າ​ຜູ້​ຮັບໃຊ້​ຂອງ​ພະອົງ​ຈະ​ມີ​ອາຫານ​ບຳລຸງ​ລ້ຽງ​ຄວາມ​ເຊື່ອ​ຢ່າງ​ບໍລິບູນ. (ເອຊາ. 65:13, 14; ລືກາ 12:42-44) ດັ່ງ​ນັ້ນ ເຈົ້າ​ໝັ້ນ​ໃຈ​ໄດ້​ວ່າ​ອົງການ​ຂອງ​ພະອົງ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ເປັນ​ໄປ​ໄດ້​ເພື່ອ​ໃຫ້​ເຈົ້າ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. ແຕ່​ກໍ​ມີ​ບາງ​ຢ່າງ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ຄື​ກັນ. ໃຫ້​ເຊື່ອງ​ປຶ້ມ​ຄຳພີ​ໄບເບິນ​ແລະ​ໜັງສື​ຕ່າງໆຂອງ​ເຈົ້າ​ໄວ້​ດີໆບໍ່​ວ່າ​ຈະ​ເປັນ​ຮູບ​ແບບ​ເຈ້ຍ​ຫຼື​ເອເລັກໂຕຣນິກ ແລະ​ຄວນ​ເຊື່ອງ​ສິ່ງ​ທີ່​ມີ​ຄ່າ​ເຫຼົ່າ​ນີ້​ໄວ້​ໃນ​ບ່ອນ​ທີ່​ຄົນ​ອື່ນ​ຈະ​ບໍ່​ກວດ​ພົບ​ໄດ້​ງ່າຍ. ເຮົາ​ທຸກ​ຄົນ​ຕ້ອງ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຈະ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ເມື່ອ​ຖືກ​ສັ່ງ​ຫ້າມ.

ເນື່ອງ​ຈາກ​ພະ​ເຢໂຫວາ​ຊ່ວຍ​ເຮົາ ເຮົາ​ຈຶ່ງ​ກ້າຫານ​ທີ່​ຈະ​ມາ​ນະມັດສະການ​ພະອົງ​ຮ່ວມ​ກັນ (ເບິ່ງ​ຂໍ້ 12) *

12. ຜູ້​ເຖົ້າ​ແກ່​ຈະ​ຈັດການ​ປະຊຸມ​ແນວ​ໃດ​ເພື່ອ​ບໍ່​ໃຫ້​ຄົນ​ອື່ນ​ສັງເກດ?

12 ແລ້ວ​ການ​ປະຊຸມ​ປະຈຳ​ອາທິດ​ເດ​ຈະ​ເຮັດ​ແນວ​ໃດ? ຜູ້​ເຖົ້າ​ແກ່​ຈະ​ຈັດ​ໃຫ້​ເຈົ້າ​ເຂົ້າ​ຮ່ວມ​ປະຊຸມ​ໃນ​ວິທີ​ທີ່​ບໍ່​ເປັນ​ເປົ້າ​ສາຍ​ຕາ​ຂອງ​ຄົນ​ອື່ນ. ເຂົາ​ເຈົ້າ​ອາດ​ຈະ​ບອກ​ເຈົ້າ​ໃຫ້​ປະຊຸມ​ເປັນ​ກຸ່ມ​ນ້ອຍໆ ເຊິ່ງ​ຈະ​ມີ​ການ​ປ່ຽນ​ເວລາ​ແລະ​ສະຖານ​ທີ່​ເລື້ອຍໆ. ເຈົ້າ​ສາມາດ​ຊ່ວຍ​ພີ່​ນ້ອງ​ໃຫ້​ປອດໄພ​ໄດ້​ໂດຍ​ການ​ເວົ້າ​ຄ່ອຍໆທັງ​ຕອນ​ມາ​ແລະ​ຕອນ​ເລີກ​ປະຊຸມ. ເຈົ້າ​ອາດ​ຈະ​ຕ້ອງ​ແຕ່ງ​ໂຕ​ທຳມະດາ​ເພື່ອ​ບໍ່​ໃຫ້​ເປັນ​ທີ່​ສັງເກດ.

ເຖິງ​ວ່າ​ລັດຖະບານ​ຈະ​ສັ່ງ​ຫ້າມ​ເຮົາ ແຕ່​ເຮົາ​ກໍ​ບໍ່​ເຊົາ​ປະກາດ (ເບິ່ງ​ຂໍ້ 13) *

13. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ພີ່​ນ້ອງ​ຂອງ​ເຮົາ​ໃນ​ອະດີດ​ສະຫະພາບ​ໂຊວຽດ?

13 ວິທີ​ປະກາດ​ໃນ​ແຕ່​ລະ​ບ່ອນ​ບໍ່​ຄື​ກັນ. ແຕ່​ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຢາກ​ບອກ​ຄົນ​ອື່ນ​ເລື່ອງ​ລາຊະ​ອາ​ຈັກ​ຂອງ​ພະອົງ ເຮົາ​ຈຶ່ງ​ຊອກ​ວິທີ​ທີ່​ຈະ​ປະກາດ. (ລືກາ 8:1; ກິດ. 4:29) ນັກ​ປະຫວັດສາດ​ທີ່​ຊື່​ເອມິລີ ບີ. ບາຣານ ໄດ້​ເວົ້າ​ກ່ຽວ​ກັບ​ການ​ປະກາດ​ຂອງ​ພະຍານ​ພະ​ເຢໂຫວາ​ໃນ​ອະດີດ​ສະຫະພາບ​ໂຊວຽດ​ວ່າ: “ເມື່ອ​ລັດຖະບານ​ສັ່ງ​ຫ້າມ​ພະຍານ​ພະ​ເຢໂຫວາ​ບໍ່​ໃຫ້​ເຜີຍ​ແຜ່​ຄວາມ​ເຊື່ອ. ແຕ່​ພະຍານ​ພະ​ເຢໂຫວາ​ກໍ​ລັກ​ເວົ້າ​ຄວາມ​ເຊື່ອ​ໃຫ້​ຄົນ​ແຖວ​ບ້ານ ຄົນ​ທີ່​ເຮັດ​ວຽກ​ນຳ​ກັນ ແລະ​ໝູ່​ເພື່ອນ​ຟັງ. ຍ້ອນ​ເຮັດ​ແບບ​ນີ້ ເຂົາ​ເຈົ້າ​ຈຶ່ງ​ຖືກ​ຈັບ​ເຂົ້າ​ຄ້າຍ​ກັກ​ຂັງ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ປະກາດ​ກັບ​ຄົນ​ທີ່​ຖືກ​ຂັງ​ນຳ​ກັນ.” ເຖິງ​ຈະ​ມີ​ການ​ສັ່ງ​ຫ້າມ ແຕ່​ພີ່​ນ້ອງ​ຂອງ​ເຮົາ​ໃນ​ອະດີດ​ສະຫະພາບ​ໂຊວຽດ​ກໍ​ບໍ່​ເຊົາ​ປະກາດ. ຖ້າ​ມີ​ການ​ສັ່ງ​ຫ້າມ​ໃນ​ປະເທດ​ຂອງ​ເຈົ້າ ຂໍ​ໃຫ້​ເຈົ້າ​ເຮັດ​ແບບ​ນີ້​ຄື​ກັນ!

ກັບດັກ​ທີ່​ເຮົາ​ຕ້ອງ​ລະວັງ

ເຮົາ​ຈຳເປັນ​ຕ້ອງ​ຮູ້​ວ່າ​ເວລາ​ໃດ​ຄວນ​ມິດ​ຢູ່ (ເບິ່ງ​ຂໍ້ 14) *

14. ຄຳເພງ 39:1 ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ກັບດັກ​ຫຍັງ?

14 ລະວັງ​ເມື່ອ​ໃຫ້​ຂໍ້​ມູນ​ກັບ​ຄົນ​ອື່ນ. ໃນ​ໄລຍະ​ທີ່​ເຮົາ​ຖືກ​ສັ່ງ​ຫ້າມ ເຮົາ​ຕ້ອງ​ຈື່​ວ່າ “ມີ​ເວລາ​ມິດ​ປາກ.” (ຜູ້ປ. 3:7) ເຮົາ​ຕ້ອງ​ປົກ​ປ້ອງ​ຂໍ້​ມູນ​ທີ່​ສຳຄັນ​ເຊັ່ນ: ຊື່​ພີ່​ນ້ອງ ສະຖານ​ທີ່​ປະຊຸມ ວຽກ​ປະກາດ ແລະ​ວິທີ​ທີ່​ຈະ​ຮັບ​ສິ່ງ​ທີ່​ບຳລຸງ​ລ້ຽງ​ຄວາມ​ເຊື່ອ. ເຮົາ​ຈະ​ບໍ່​ບອກ​ຂໍ້​ມູນ​ເຫຼົ່າ​ນີ້​ກັບ​ເຈົ້າ​ໜ້າ​ທີ່ ໝູ່​ເພື່ອນ ຫຼື​ຍາດ​ພີ່​ນ້ອງ​ຂອງ​ເຮົາ​ທັງ​ໃນ​ແລະ​ນອກ​ປະເທດ. ຖ້າ​ເຮົາ​ເປີດ​ເຜີຍ​ຂໍ້​ມູນ​ເຫຼົ່າ​ນີ້ ເຮົາ​ກໍ​ຈະ​ເຮັດ​ໃຫ້​ພີ່​ນ້ອງ​ຕົກ​ຢູ່​ໃນ​ອັນຕະລາຍ.—ອ່ານ​ຄຳເພງ 39:1

15. ຊາຕານ​ຈະ​ພະຍາຍາມ​ເຮັດ​ຫຍັງ​ກັບ​ເຮົາ ແລະ​ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຫຼີກ​ລ່ຽງ​ກັບດັກ​ນີ້?

15 ຢ່າ​ຍອມ​ໃຫ້​ບັນຫາ​ເລັກໆນ້ອຍໆເຮັດ​ໃຫ້​ເຮົາ​ແຕກ​ແຍກ​ກັນ. ຊາຕານ​ຮູ້​ວ່າ ຖ້າ​ໄທ​ເຮືອນ​ໃດ​ແຕກ​ແຍກ​ຈາກ​ກັນ ໄທ​ເຮືອນ​ນັ້ນ​ກໍ​ຈະ​ຢູ່​ບໍ່​ໄດ້. (ມໂກ. 3:24, 25) ມັນ​ພະຍາຍາມ​ຢູ່​ຕະຫຼອດ​ເວລາ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ແຕກ​ແຍກ​ກັນ. ມັນ​ຫວັງ​ໃຫ້​ເຮົາ​ຕໍ່​ສູ້​ກັນ​ເອງ​ແທນ​ທີ່​ຈະ​ຕໍ່​ສູ້​ມັນ.

16. ພີ່​ນ້ອງ​ເກີທຣູດ ເພິດຊິງເກີ ວາງ​ຕົວຢ່າງ​ທີ່​ດີ​ແນວ​ໃດ?

16 ແມ່ນ​ແຕ່​ຄລິດສະຕຽນ​ທີ່​ເປັນ​ຜູ້​ໃຫຍ່​ກໍ​ຍັງ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຕິດ​ກັບດັກ​ນີ້. ຂໍ​ໃຫ້​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ສອງ​ຄົນ​ທີ່​ເປັນ​ຜູ້​ຖືກ​ເຈີມ​ຄື ພີ່​ນ້ອງ​ເກີທຣຸດ ເພິດຊິງເກີ ແລະ​ພີ່​ນ້ອງ ເອນຟຣີເດ ເລີ. ເຂົາ​ເຈົ້າ​ຖືກ​ຈັບ​ເຂົ້າ​ໃນ​ຄ້າຍ​ກັກ​ຂັງ​ນາຊີ​ກັບ​ພີ່​ນ້ອງ​ຍິງ​ຄລິດສະຕຽນ​ຫຼາຍ​ຄົນ. ພີ່​ນ້ອງ​ເກີທຣຸດ​ເລີ່ມ​ມີ​ຄວາມ​ອິດສາ ເມື່ອ​ເຫັນ​ວ່າ​ພີ່​ນ້ອງ​ເອນຟຣີເດ​ໃຫ້​ກຳລັງ​ໃຈ​ພີ່​ນ້ອງ​ຍິງ​ຄົນ​ອື່ນ​ໃນ​ຄ້າຍ​ກັກ​ຂັງ. ຕໍ່​ມາ ລາວ​ຮູ້ສຶກ​ລະອາຍໃຈ​ແລະ​ໄດ້​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ. ລາວ​ຂຽນ​ວ່າ: “ຂ້ອຍ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ຍອມ​ຮັບ​ວ່າ ຄົນ​ອື່ນ​ມີ​ຄວາມ​ສາມາດ​ຫຼາຍ​ກວ່າ​ຂ້ອຍ.” ລາວ​ເອົາ​ຊະນະ​ຄວາມ​ອິດສາ​ໄດ້​ແນວ​ໃດ? ພີ່​ນ້ອງ​ເກີທຣຸດ​ເບິ່ງ​ໄປ​ທີ່​ຄຸນ​ລັກສະນະ​ແລະ​ນິດໄສ​ທີ່​ດີ​ຂອງ​ເອນຟຣີເດ. ໂດຍ​ວິທີ​ນີ້ ລາວ​ກໍ​ກັບ​ມາ​ເປັນ​ໝູ່​ທີ່​ດີ​ກັບ​ເອນຟຣີເດ​ຄື​ເກົ່າ. ທັງ​ສອງ​ໄດ້​ລອດ​ຊີວິດ​ຈາກ​ຄ້າຍ​ກັກ​ຂັງ​ແລະ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຈົນ​ຈົບ​ຊີວິດ​ເທິງ​ໂລກ. ຖ້າ​ເຮົາ​ພະຍາຍາມ​ເອົາ​ຊະນະ​ບັນຫາ​ທີ່​ມີ​ກັບ​ພີ່​ນ້ອງ ເຮົາ​ຈະ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ເຮັດ​ໃຫ້​ເຮົາ​ແຕກ​ແຍກ​ກັນ.—ໂກໂລ. 3:13, 14

17. ເປັນ​ຫຍັງ​ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເຮັດ​ເກີນ​ສິດ?

17 ລະວັງ​ເຮັດ​ເກີນ​ສິດ. ຖ້າ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຈາກ​ພີ່​ນ້ອງ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ເຮົາ​ກໍ​ຈະ​ບໍ່​ມີ​ບັນຫາ. (1 ເປ. 5:5) ຕົວຢ່າງ: ໃນ​ເຂດ​ທີ່​ມີ​ການ​ສັ່ງ​ຫ້າມ ພີ່​ນ້ອງ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໄດ້​ແນະນຳ​ຜູ້​ປະກາດ​ບໍ່​ໃຫ້​ແຈກ​ປຶ້ມ​ຫຼື​ແຜ່ນ​ພັບ​ໃນ​ການ​ປະກາດ ແຕ່​ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ເຊິ່ງ​ເປັນ​ໄພໂອເນຍ​ບໍ່​ເຫັນ​ດີ​ກັບ​ຄຳ​ແນະນຳ​ນັ້ນ ລາວ​ຈຶ່ງ​ແຈກ​ປຶ້ມ​ແລະ​ແຜ່ນ​ພັບ​ໃນ​ການ​ປະກາດ. ຜົນ​ເປັນ​ແນວ​ໃດ? ຫຼັງ​ຈາກ​ທີ່​ລາວ​ກັບ​ພີ່​ນ້ອງ​ປະກາດ​ແລ້ວ ຕຳຫຼວດ​ກໍ​ໄດ້​ສອບ​ສວນ​ເຂົາ​ເຈົ້າ. ຍ້ອນ​ຕຳຫຼວດ​ໄດ້​ຕິດ​ຕາມ​ເຂົາ​ເຈົ້າ​ແລະ​ເກັບ​ປຶ້ມ​ກັບ​ແຜ່ນ​ພັບ​ທີ່​ເຂົາ​ເຈົ້າ​ໄດ້​ແຈກ​ຢາຍ. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ຕ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ເຖິງ​ວ່າ​ເຮົາ​ຮູ້ສຶກ​ວ່າ​ບໍ່​ເຫັນ​ດີ​ນຳ​ກໍ​ຕາມ. ພະ​ເຢໂຫວາ​ຈະ​ອວຍ​ພອນ​ເຮົາ ຖ້າ​ເຮົາ​ຮ່ວມ​ມື​ກັບ​ພີ່​ນ້ອງ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ນຳ​ໜ້າ​ເຮົາ.—ເຫບ. 13:7, 17

18. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຕັ້ງ​ກົດ​ທີ່​ບໍ່​ຈຳເປັນ?

18 ຢ່າ​ຕັ້ງ​ກົດ​ທີ່​ບໍ່​ຈຳເປັນ. ຖ້າ​ຜູ້​ເຖົ້າ​ແກ່​ຕັ້ງ​ກົດ​ທີ່​ບໍ່​ຈຳເປັນ​ກໍ​ຈະ​ສ້າງ​ພາລະ​ໃຫ້​ກັບ​ພີ່​ນ້ອງ. ສິ່ງ​ນີ້​ເຄີຍ​ເກີດ​ຂຶ້ນ​ໃນ​ໄລຍະ​ທີ່​ມີ​ການ​ສັ່ງ​ຫ້າມ​ໃນ​ອະດີດ​ປະເທດ​ເຊັກໂກສະໂລວາກີ ພີ່​ນ້ອງ​ຢູຣີ ຄໍມິນສະກີ ບອກ​ວ່າ: “ຫຼັງ​ຈາກ​ພີ່​ນ້ອງ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ແລະ​ຜູ້​ເຖົ້າ​ແກ່​ຫຼາຍ​ຄົນ​ຖືກ​ຈັບ ພີ່​ນ້ອງ​ບາງ​ຄົນ​ທີ່​ບໍ່​ໄດ້​ຖືກ​ຈັບ​ກໍ​ໄດ້​ຕັ້ງ​ກົດ​ໃຫ້​ຜູ້​ປະກາດ​ວ່າ​ອັນ​ໃດ​ທີ່​ເຮັດ​ໄດ້​ແລະ​ເຮັດ​ບໍ່​ໄດ້.” ພະ​ເຢໂຫວາ​ບໍ່​ໄດ້​ໃຫ້​ເຮົາ​ໄປ​ຕັ້ງ​ກົດ​ໃຫ້​ພີ່​ນ້ອງ. ເມື່ອ​ມີ​ບາງ​ຄົນ​ຕັ້ງ​ກົດ​ທີ່​ບໍ່​ຈຳເປັນ​ໃຫ້​ກັບ​ຄົນ​ອື່ນ ເຂົາ​ເຈົ້າ​ບໍ່​ໄດ້​ປົກ​ປ້ອງ​ພີ່​ນ້ອງ ແຕ່​ເຂົາ​ເຈົ້າ​ພະຍາຍາມ​ເປັນ​ນາຍ​ຄວບຄຸມ​ຄວາມ​ເຊື່ອ​ຂອງ​ພີ່​ນ້ອງ.—2 ໂກ. 1:24.

ຢ່າ​ເຊົາ​ນະມັດສະການ​ພະ​ເຢໂຫວາ

19. ຈາກ 2 ຂ່າວຄາວ 32:7, 8 ເປັນ​ຫຍັງ​ເຮົາ​ຈຶ່ງ​ສາມາດ​ກ້າຫານ​ໄດ້​ບໍ່​ວ່າ​ຊາຕານ​ຈະ​ເຮັດ​ຫຍັງ​ກໍ​ຕາມ?

19 ຊາຕານ​ພະຍາມານ​ສັດຕູ​ໂຕ​ສຳຄັນ​ຈະ​ບໍ່​ເຊົາ​ຂົ່ມເຫງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະ​ເຢໂຫວາ. (1 ເປ. 5:8; ຄຳປ. 2:10) ຊາຕານ​ແລະ​ພັກ​ພວກ​ຂອງ​ມັນ​ພະຍາຍາມ​ສັ່ງ​ຫ້າມ​ການ​ນະມັດສະການ​ຂອງ​ເຮົາ ແຕ່​ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄວາມ​ຢ້ານ​ມາ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ! (ບັນຍັດ. 7:21) ພະ​ເຢໂຫວາ​ຈະ​ຢູ່​ກັບ​ເຮົາ ແລະ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະອົງ​ໄດ້​ຕໍ່ໆໄປ​ເຖິງ​ວ່າ​ຈະ​ຖືກ​ສັ່ງ​ຫ້າມ.—ອ່ານ 2 ຂ່າວຄາວ 32:7, 8

20. ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

20 ຂໍ​ໃຫ້​ເຮົາ​ຕັ້ງໃຈ​ທີ່​ຈະ​ເຮັດ​ຄື​ກັບ​ພີ່​ນ້ອງ​ໃນ​ສະຕະວັດ​ທຳອິດ​ທີ່​ບອກ​ຜູ້​ປົກຄອງ​ວ່າ: “ທີ່​ຈະ​ຟັງ​ຄຳ​ທ່ານ​ທັງ​ຫຼາຍ​ເປັນ​ການ​ຊອບທຳ​ຕໍ່​ໜ້າ​ພະເຈົ້າ​ຫຼາຍ​ກວ່າ​ຈະ​ຟັງ​ຄຳ​ພະເຈົ້າ​ຫຼື​ໃນ​ການ​ຂໍ້​ນີ້​ຂໍ​ທ່ານ​ທັງ​ຫຼາຍ​ຕັດສິນ​ເຖີ້ນ. ເພາະ​ວ່າ​ຝ່າຍ​ພວກ​ເຮົາ ການ​ທີ່​ພວກ​ເຮົາ​ໄດ້​ເຫັນ​ແລະ​ໄດ້​ຍິນ​ນັ້ນ ພວກ​ເຮົາ​ອຳ​ໄວ້​ບໍ່​ໄດ້.”—ກິດ. 4:19, 20

ເພງ 73 ຂໍ​ຊ່ວຍ​ໃຫ້​ເຮົາ​ກ້າຫານ

^ ຂໍ້ 5 ເຮົາ​ຄວນ​ເຮັດ​ແນວ​ໃດ​ຖ້າ​ລັດຖະບານ​ສັ່ງ​ຫ້າມ​ເຮົາ​ບໍ່​ໃຫ້​ນະມັດສະການ​ພະ​ເຢໂຫວາ? ໃນ​ບົດ​ຄວາມ​ນີ້​ມີ​ຄຳ​ແນະນຳ​ທີ່​ເປັນ​ປະໂຫຍດ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ສິ່ງ​ໃດ​ຄວນ​ເຮັດ​ແລະ​ສິ່ງ​ໃດ​ບໍ່​ຄວນ​ເຮັດ ເພື່ອ​ທີ່​ເຮົາ​ຈະ​ສາມາດ​ນະມັດສະການ​ພະ​ເຢໂຫວາ​ໄດ້​ຕໍ່ໆໄປ!

^ ຂໍ້ 59 ຄຳ​ອະທິບາຍ​ຮູບ​ພາບ: ທຸກ​ຮູບ​ແມ່ນ​ພະຍານ​ພະ​ເຢໂຫວາ​ທີ່​ຮັບໃຊ້​ໃນ​ເຂດ​ທີ່​ຖືກ​ສັ່ງ​ຫ້າມ. ໃນ​ຮູບ​ພາບ​ນີ້​ພີ່​ນ້ອງ​ປະຊຸມ​ກັນ​ເປັນ​ກຸ່ມ​ນ້ອຍໆຢູ່​ຫ້ອງ​ເກັບ​ເຄື່ອງ.

^ ຂໍ້ 61 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຍິງ (ເບື້ອງ​ຊ້າຍ) ລົມ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ຢ່າງ​ເປັນ​ມິດ​ເລື່ອງ​ພະ​ເຢໂຫວາ.

^ ຂໍ້ 63 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ຖືກ​ຕຳຫຼວດ​ສອບ​ສວນ​ຂໍ້​ມູນ​ກ່ຽວ​ກັບ​ປະຊາຄົມ​ຂອງ​ລາວ ແຕ່​ລາວ​ບໍ່​ບອກ.