ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 34

ຮັບ​ມື​ກັບ​ການ​ປ່ຽນ​ແປງ​ເມື່ອ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່

ຮັບ​ມື​ກັບ​ການ​ປ່ຽນ​ແປງ​ເມື່ອ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່

“ພະເຈົ້າ​ບໍ່​ເປັນ​ບໍ່​ຊອບທຳ​ຈະ​ລືມ​ກິດຈະການ​ຂອງ​ທ່ານ​ທັງ​ຫຼາຍ ແລະ​ຄວາມ​ຮັກ​ທີ່​ທ່ານ​ທັງ​ຫຼາຍ​ໄດ້​ສຳແດງ​ສຳລັບ​ນາມ​ຊື່​ຂອງ​ພະອົງ.”—ເຫບ. 6:10

ເພງ 38 ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

ໃຈ​ຄວາມ​ສຳຄັນ *

1-3. ເປັນ​ຫຍັງ​ຜູ້​ຮັບໃຊ້​ເຕັມ​ເວລາ​ຫຼາຍ​ຄົນ​ອາດ​ຕ້ອງ​ປ່ຽນ​ວຽກ​ມອບ​ໝາຍ?

ໂຣ​ເບີດ​ກັບ​ແມຣີ ໂຈ​ບອກ​ວ່າ: “ຫຼັງ​ຈາກ​ທີ່​ພວກ​ເຮົາ​ຮັບໃຊ້​ເປັນ​ມິດຊັນນາລີ 21 ປີ ພໍ່​ແມ່​ຂອງ​ພວກ​ເຮົາ​ທັງ​ສອງ​ຄົນ​ກໍ​ເຈັບ​ປ່ວຍ. ພວກ​ເຮົາ​ດີ​ໃຈ​ທີ່​ໄດ້​ມາ​ເບິ່ງ​ແຍງ​ພວກ​ເພິ່ນ ແຕ່​ພວກ​ເຮົາ​ກໍ​ເສຍໃຈ​ຫຼາຍ​ທີ່​ຕ້ອງ​ອອກ​ຈາກ​ປະເທດ​ທີ່​ພວກ​ເຮົາ​ຮັກ​ຫຼາຍ.”

2 ວິນລຽມ​ກັບ​ແທຣີ​ບອກ​ວ່າ: “ຕອນ​ທີ່​ຮູ້​ວ່າ​ບໍ່​ສາມາດ​ກັບ​ໄປ​ເຮັດ​ວຽກ​ມອບ​ໝາຍ​ຂອງ​ພວກ​ເຮົາ​ໄດ້​ຍ້ອນ​ບັນຫາ​ສຸຂະພາບ ພວກ​ເຮົາ​ຮ້ອງໄຫ້​ເລີຍ. ຄວາມ​ຝັນ​ຂອງ​ພວກ​ເຮົາ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຢູ່​ຕ່າງ​ປະເທດ​ມັນ​ຈົບ​ແລ້ວ.”

3 ອາ​ເລັກ​ຊີ​ບອກ​ວ່າ: “ພວກ​ເຮົາ​ໃນ​ເບເທນ​ຮູ້​ວ່າ​ຜູ້​ຂົ່ມເຫງ​ຢາກ​ປິດ​ສຳນັກງານ​ສາຂາ. ແຕ່​ເມື່ອ​ສຳນັກງານ​ສາຂາ​ຖືກ​ປິດ​ແລະ​ພວກ​ເຮົາ​ຕ້ອງ​ອອກ​ຈາກ​ເບເທນ​ແທ້ໆ ພວກ​ເຮົາ​ກໍ​ຕົກໃຈ​ແຮງ.”

4. ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ​ໃນ​ບົດ​ຄວາມ​ນີ້?

4 ນອກ​ຈາກ​ປະສົບການ​ເຫຼົ່າ​ນັ້ນ ກໍ​ຍັງ​ມີ​ພີ່​ນ້ອງ​ທີ່​ຮັບໃຊ້​ເຕັມ​ເວລາ​ອື່ນໆອີກ​ຫຼາຍ​ຄົນ​ລວມ​ທັງ​ສະມາຊິກ​ຄອບຄົວ​ເບເທນ​ທີ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່. * ພີ່​ນ້ອງ​ທີ່​ສັດ​ຊື່​ເຫຼົ່າ​ນີ້​ອາດ​ຮູ້ສຶກ​ວ່າ​ມັນ​ເປັນ​ເລື່ອງ​ຍາກ​ທີ່​ຕ້ອງ​ອອກ​ຈາກ​ວຽກ​ມອບ​ໝາຍ​ທີ່​ພວກ​ເຂົາ​ຮັກ​ຫຼາຍ. ສິ່ງ​ໃດ​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ນີ້​ໄດ້? ເຈົ້າ​ຈະ​ຊ່ວຍ​ພວກ​ເຂົາ​ໄດ້​ແນວ​ໃດ? ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ສາມາດ​ຊ່ວຍ​ເຮົາ​ທຸກ​ຄົນ​ໃຫ້​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ໃນ​ຊີວິດ​ຂອງ​ເຮົາ​ເອງ.

ວິທີ​ຮັບ​ມື​ກັບ​ການ​ປ່ຽນ​ແປງ

ເປັນ​ຫຍັງ​ການ​ອອກ​ຈາກ​ວຽກ​ມອບ​ໝາຍ​ອາດ​ເປັນ​ສິ່ງ​ທ້າທາຍ​ສຳລັບ​ຜູ້​ຮັບໃຊ້​ເຕັມ​ເວລາ? (ເບິ່ງ​ຂໍ້ 5) *

5. ການ​ປ່ຽນ​ວຽກ​ມອບ​ໝາຍ​ອາດ​ສົ່ງ​ຜົນ​ຕໍ່​ເຮົາ​ແນວ​ໃດ?

5 ບໍ່​ວ່າ​ເຮົາ​ຈະ​ຮັບໃຊ້​ຢູ່​ເຂດ​ປະກາດ​ຫຼື​ຢູ່​ເບເທນ ເຮົາ​ກໍ​ຮັກ​ຜູ້​ຄົນ​ແລະ​ບ່ອນ​ທີ່​ເຮົາ​ຮັບໃຊ້​ຢູ່. ສະນັ້ນ ຖ້າ​ເຮົາ​ຕ້ອງ​ອອກ​ຈາກ​ວຽກ​ມອບ​ໝາຍ​ບໍ່​ວ່າ​ຈະ​ຍ້ອນ​ເຫດຜົນ​ໃດ​ກໍ​ຕາມ ເຮົາ​ຄົງ​ຈະ​ຮູ້ສຶກ​ເສຍໃຈ​ຫຼາຍ​ແທ້ໆ. ເຮົາ​ຄິດ​ຮອດ​ພີ່​ນ້ອງ​ທີ່​ເຄີຍ​ຮັບໃຊ້​ນຳ​ກັນ ແລະ​ເຮົາ​ເປັນ​ຫ່ວງ​ພວກ​ເຂົາ​ໂດຍ​ສະເພາະ​ຖ້າ​ເຮົາ​ຕ້ອງ​ອອກ​ຈາກ​ບ່ອນ​ນັ້ນ​ຍ້ອນ​ມີ​ການ​ຂົ່ມເຫງ. (ມັດ. 10:23; 2 ໂກ. 11:28, 29) ນອກ​ຈາກ​ນັ້ນ ກໍ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຍ້າຍ​ໄປ​ເຂດ​ມອບ​ໝາຍ​ບ່ອນ​ອື່ນ​ເພາະ​ເຮົາ​ຕ້ອງ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ວັດທະນະທຳ​ໃໝ່​ເຖິງ​ວ່າ​ຈະ​ເປັນ​ບ້ານ​ເກີດ​ຂອງ​ຕົວ​ເອງ​ກໍ​ຕາມ. ພີ່​ນ້ອງ​ໂຣ​ເບີດ​ກັບ​ແມຣີ ໂຈ​ບອກ​ວ່າ: “ພວກ​ເຮົາ​ຍັງ​ບໍ່​ລຶ້ງ​ກັບ​ວັດທະນະທຳ​ຂອງ​ຕົວ​ເອງ ແລະ​ແມ່ນ​ແຕ່​ການ​ປະກາດ​ໃນ​ພາສາ​ຂອງ​ຕົວ​ເອງ​ນຳ ຍ້ອນ​ພວກ​ເຮົາ​ຍ້າຍ​ໄປ​ຮັບໃຊ້​ຢູ່​ບ່ອນ​ອື່ນ​ດົນ​ຫຼາຍ​ຈົນ​ຮູ້ສຶກ​ວ່າ​ຕົວ​ເອງ​ເປັນ​ຄົນ​ຕ່າງ​ປະເທດ.” ພີ່​ນ້ອງ​ບາງ​ຄົນ​ທີ່​ຖືກ​ປ່ຽນ​ວຽກ​ມອບ​ໝາຍ​ອາດ​ຕ້ອງ​ປະສົບ​ກັບ​ບັນຫາ​ດ້ານ​ການ​ເງິນ ພວກ​ເຂົາ​ອາດ​ຮູ້ສຶກ​ບໍ່​ໝັ້ນ​ຄົງ ບໍ່​ປອດໄພ ແລະ​ທໍ້​ໃຈ. ແລ້ວ​ສິ່ງ​ໃດ​ຈະ​ຊ່ວຍ​ພວກ​ເຂົາ​ໄດ້?

ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ໃກ້​ຊິດ​ພະ​ເຢໂຫວາ​ແລະ​ໄວ້​ວາງໃຈ​ພະອົງ (ເບິ່ງ​ຂໍ້ 6-7) *

6. ເຮົາ​ຈະ​ໃກ້​ຊິດ​ພະ​ເຢໂຫວາ​ໄດ້​ແນວ​ໃດ?

6 ໃກ້​ຊິດ​ພະ​ເຢໂຫວາ. (ຢໂກ. 4:8) ເຮົາ​ຈະ​ໃກ້​ຊິດ​ໄດ້​ແນວ​ໃດ? ຂໍ​ໃຫ້​ເຮົາ​ວາງໃຈ​ໃນ​ພະ​ເຢໂຫວາ​ວ່າ​ເປັນ “ຜູ້​ຟັງ​ຄວາມ​ອ້ອນ​ວອນ.” (ເພງ. 65:2) ໃນ​ຄຳເພງ 62:8, ລ.ມ. ບອກ​ໃຫ້​ເຮົາ “ລະບາຍ​ຄວາມ​ໃນ​ໃຈ​ຕໍ່​ໜ້າ​ພະອົງ.” ແລະ​ພະອົງ​ຍັງ​ສາມາດ “ກະທຳ​ໄດ້​ມາກ​ຫຼາຍ​ກວ່າ​ເຫຼືອ​ເກີນ​ສັບພະ​ທຸກ​ສິ່ງ​ທີ່​ເຮົາ​ທັງ​ຫຼາຍ​ຂໍ​ຫຼື​ຄຶດ.” (ເອເຟ. 3:20) ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ໃຫ້​ຕາມ​ສິ່ງ​ທີ່​ເຮົາ​ຂໍ​ໃນ​ຄຳ​ອະທິດຖານ ແຕ່​ພະອົງ​ອາດ​ຊ່ວຍ​ເຮົາ​ໃນ​ແບບ​ທີ່​ເຮົາ​ບໍ່​ຄາດ​ຄິດ.

7. (ກ) ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ໃກ້​ຊິດ​ພະ​ເຢໂຫວາ​ສະເໝີ? (ຂ) ຕາມ​ເຫບເລີ 6:10-12 ຜົນ​ຈະ​ເປັນ​ແນວ​ໃດ​ຖ້າ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດ​ຊື່​ຕໍ່ໆໄປ?

7 ເພື່ອ​ຈະ​ໃກ້​ຊິດ​ພະ​ເຢໂຫວາ​ສະເໝີ ເຮົາ​ຕ້ອງ​ອ່ານ​ຄຳພີ​ໄບເບິນ​ແລະ​ຄິດ​ຕຶກຕອງ​ໃນ​ເລື່ອງ​ທີ່​ອ່ານ. ພີ່​ນ້ອງ​ຄົນ​ໜຶ່ງ​ທີ່​ເຄີຍ​ເປັນ​ມິດຊັນນາລີ​ບອກ​ວ່າ: “ໃຫ້​ນະມັດສະການ​ຄອບຄົວ​ເປັນ​ປະຈຳ ແລະ​ກຽມ​ການ​ປະຊຸມ​ເປັນ​ຢ່າງ​ດີ​ຄື​ກັບ​ຕອນ​ທີ່​ເຈົ້າ​ເຮັດ​ວຽກ​ມອບ​ໝາຍ​ເກົ່າ.” ນອກ​ຈາກ​ນັ້ນ ເຮົາ​ຕ້ອງ​ໄປ​ປະກາດ​ກັບ​ປະຊາຄົມ​ໃໝ່​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຮັດ​ໄດ້. ພະ​ເຢໂຫວາ​ຈະ​ບໍ່​ລືມ​ຄົນ​ທີ່​ຮັບໃຊ້​ພະອົງ​ຢ່າງ​ສັດ​ຊື່​ຕໍ່ໆໄປ​ເຖິງ​ວ່າ​ພວກ​ເຂົາ​ຈະ​ເຮັດ​ບໍ່​ໄດ້​ຄື​ແຕ່​ກ່ອນ​ແລ້ວ​ກໍ​ຕາມ.—ອ່ານ​ເຫບເລີ 6:10-12

8. ຄຳ​ແນະນຳ​ໃນ 1 ໂຢຮັນ 2:15-17 ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ຕໍ່ໆໄປ?

8 ໃຊ້​ຊີວິດ​ແບບ​ຮຽບ​ງ່າຍ​ຕໍ່ໆໄປ. ຂໍ​ໃຫ້​ເຈົ້າ​ຢ່າ​ຍອມ​ໃຫ້​ຄວາມ​ອຸກ​ໃຈ​ກັບ​ຊີວິດ​ໃນ​ໂລກ​ນີ້ “ຫງຳ​ຮັດ” ກິດຈະກຳ​ຂອງ​ຄລິດສະຕຽນ. (ມັດ. 13:22) ຢ່າ​ຟັງ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ ໝູ່​ຫຼື​ແມ່ນ​ແຕ່​ຍາດ​ພີ່​ນ້ອງ​ທີ່​ພະຍາຍາມ​ຊ່ວຍ​ເຈົ້າ​ໃຫ້​ຫາ​ເງິນ​ຫຼາຍໆເພື່ອ​ຈະ​ມີ​ຊີວິດ​ທີ່​ດີ​ຂຶ້ນ. (ອ່ານ 1 ໂຢຮັນ 2:15-17) ຂໍ​ໃຫ້​ເຮົາ​ໄວ້​ວາງໃຈ​ພະ​ເຢໂຫວາ​ຜູ້​ທີ່​ສັນຍາ​ວ່າ​ຈະ​ໃຫ້​ສິ່ງ​ຈຳເປັນ​ກັບ​ເຮົາ ‘ໃນ​ເວລາ​ທີ່​ຕ້ອງການ’ ເຊິ່ງ​ໝາຍ​ເຖິງ​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ ມີ​ຄວາມ​ສະຫງົບ​ໃຈ ແລະ​ວັດຖຸ​ສິ່ງ​ຂອງ​ທີ່​ຈຳເປັນ.—ເຫບ. 4:16; 13:5, 6

9. ຕາມ​ສຸພາສິດ 22:3, 7 ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ບໍ່​ມີ​ໜີ້​ສິນ​ຖ້າ​ບໍ່​ຈຳເປັນ ແລະ​ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ?

9 ຢ່າ​ມີ​ໜີ້​ສິນ​ຖ້າ​ບໍ່​ຈຳເປັນ. (ອ່ານ​ສຸພາສິດ 22:3, 7) ການ​ຍ້າຍ​ໄປ​ບ່ອນ​ໃໝ່​ອາດ​ຕ້ອງ​ມີ​ຄ່າ​ໃຊ້​ຈ່າຍ​ສູງ ແລະ​ງ່າຍ​ທີ່​ຈະ​ມີ​ໜີ້​ສິນ. ເພື່ອ​ຈະ​ມີ​ໜີ້​ໜ້ອຍ​ທີ່​ສຸດ ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຢືມ​ເງິນ​ເພື່ອ​ຊື້​ສິ່ງ​ທີ່​ບໍ່​ຈຳເປັນ​ແທ້ໆ. ເມື່ອ​ເຮົາ​ຢູ່​ໃນ​ສະພາບການ​ທີ່​ກົດ​ດັນ​ເຊັ່ນ: ຄົນ​ໃນ​ຄອບຄົວ​ເຈັບ​ປ່ວຍ ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຕັດສິນ​ໃຈ​ວ່າ​ຈະ​ຢືມ​ເງິນ​ຫຼາຍ​ສ່ຳ​ໃດ. ໃນ​ສະຖານະການ​ແບບ​ນີ້ ຂໍ​ໃຫ້​ຈື່​ໄວ້​ວ່າ: “ການ​ອະທິດຖານ​ແລະ​ການ​ອ້ອນ​ວອນ” ຈະ​ຊ່ວຍ​ໃຫ້​ຕັດສິນ​ໃຈ​ໄດ້​ຢ່າງ​ສະຫຼາດ. ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຈົ້າ ໂດຍ​ໃຫ້​ເຈົ້າ​ມີ​ສັນຕິສຸກ​ທີ່​ຈະ ‘ຮັກສາ​ໃຈ​ແລະ​ຄວາມ​ຄຶດ​ທັງ​ຫຼາຍ​ຂອງ​ເຈົ້າ​ໄວ້’ ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະຫງົບ​ໃຈ​ເພື່ອ​ທີ່​ເຈົ້າ​ຈະ​ຕັດສິນ​ໃຈ​ໄດ້​ຢ່າງ​ຮອບຄອບ.—ຟີລິບ 4:6, 7, ລ.ມ.; 1 ເປໂຕ 5:7

10. ເຮົາ​ຈະ​ຊອກ​ໝູ່​ໃໝ່​ໄດ້​ແນວ​ໃດ?

10 ສະໜິດ​ກັບ​ໝູ່​ທີ່​ດີ​ແລະ​ຄົນ​ໃນ​ຄອບຄົວ​ສະເໝີ. ເລົ່າ​ໃຫ້​ໝູ່​ສະໜິດ​ຂອງ​ເຈົ້າ​ຟັງ​ວ່າ​ເຈົ້າ​ຮູ້ສຶກ​ແນວ​ໃດ ແລະ​ກຳລັງ​ເຈິ​ບັນຫາ​ຫຍຸ້ງຍາກ​ຫຍັງ​ແດ່ ໂດຍ​ສະເພາະ​ໝູ່​ທີ່​ເຄີຍ​ມີ​ສະພາບການ​ຄື​ກັນ​ກັບ​ເຈົ້າ. ຖ້າ​ເຈົ້າ​ເຮັດ​ແບບ​ນີ້ ມັນ​ອາດ​ຊ່ວຍ​ເຈົ້າ​ໃຫ້​ຮູ້ສຶກ​ດີ​ຂຶ້ນ. (ຜູ້ປ. 4:9, 10) ໝູ່​ທີ່​ຢູ່​ເຂດ​ມອບ​ໝາຍ​ເກົ່າ​ກໍ​ຍັງ​ເປັນ​ໝູ່​ກັບ​ເຈົ້າ​ຄື​ເກົ່າ ແລະ​ຕອນ​ນີ້​ເມື່ອ​ເຈົ້າ​ຢູ່​ເຂດ​ມອບ​ໝາຍ​ໃໝ່ ເຈົ້າ​ກໍ​ຕ້ອງ​ຊອກ​ຫາ​ໝູ່​ໃໝ່​ຄື​ກັນ. ຂໍ​ໃຫ້​ຈື່​ໄວ້​ວ່າ​ເພື່ອ​ຈະ​ມີ​ໝູ່​ເຈົ້າ​ກໍ​ຕ້ອງ​ເປັນ​ຄົນ​ທີ່​ເຂົ້າ​ຫາ​ໄດ້​ງ່າຍ. ແລ້ວ​ເຈົ້າ​ຈະ​ຊອກ​ຫາ​ໝູ່​ໃໝ່​ໄດ້​ແນວ​ໃດ? ໃຫ້​ເລົ່າ​ປະສົບການ​ດີໆທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ ແລະ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ວ່າ​ເຈົ້າ​ມີ​ຄວາມ​ສຸກ​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ. ເຖິງ​ວ່າ​ພີ່​ນ້ອງ​ບາງ​ຄົນ​ໃນ​ປະຊາຄົມ​ຈະ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມັກ​ວຽກ​ຮັບໃຊ້​ເຕັມ​ເວລາ ແຕ່​ບາງ​ຄົນ​ກໍ​ຢາກ​ຮູ້ຈັກ​ເຈົ້າ​ຫຼາຍ​ຂຶ້ນ​ແລະ​ຢາກ​ເປັນ​ໝູ່​ກັບ​ເຈົ້າ. ແຕ່​ເຈົ້າ​ກໍ​ບໍ່​ຄວນ​ເວົ້າ​ແຕ່​ເລື່ອງ​ຂອງ​ຕົວ​ເອງ​ຫຼາຍ​ເກີນ​ໄປ​ຫຼື​ຄວາມ​ສຳເລັດ​ທີ່​ເຈົ້າ​ເຄີຍ​ເຮັດ​ໃນ​ວຽກ​ຮັບໃຊ້​ພະ​ເຢໂຫວາ ແລະ​ບໍ່​ຄວນ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ຫຼາຍ​ເກີນ​ໄປ.

11. ເຈົ້າ​ຈະ​ເຮັດ​ໃຫ້​ຊີວິດ​ຄູ່​ມີ​ຄວາມ​ສຸກ​ຕໍ່ໆໄປ​ໄດ້​ແນວ​ໃດ?

11 ຖ້າ​ເຈົ້າ​ຕ້ອງ​ອອກ​ຈາກ​ວຽກ​ມອບ​ໝາຍ​ຍ້ອນ​ຄູ່​ຂອງ​ເຈົ້າ​ເຈັບ​ປ່ວຍ​ກໍ​ຢ່າ​ໄປ​ໂທດ​ລາວ ຫຼື​ຖ້າ​ເຈົ້າ​ເອງ​ເຈັບ​ປ່ວຍ​ກໍ​ຢ່າ​ຮູ້ສຶກ​ຜິດ ແລະ​ຄິດ​ວ່າ​ເຮັດ​ໃຫ້​ຄູ່​ຂອງ​ຕົວ​ເອງ​ຜິດ​ຫວັງ. ຂໍ​ໃຫ້​ຈື່​ໄວ້​ວ່າ ເຈົ້າ​ທັງ​ສອງ​ເປັນ “ເນື້ອ​ອັນ​ດຽວ​ກັນ” ແລະ​ເຈົ້າ​ໄດ້​ສັນຍາ​ຕໍ່​ໜ້າ​ພະ​ເຢໂຫວາ​ວ່າ​ຈະ​ເບິ່ງ​ແຍງ​ກັນ​ແລະ​ກັນ​ຕະຫຼອດ​ໄປ​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກໍ​ຕາມ. (ມັດ. 19:5, 6) ຖ້າ​ເຈົ້າ​ຕ້ອງ​ອອກ​ຈາກ​ວຽກ​ມອບ​ໝາຍ​ຍ້ອນ​ເຈົ້າ​ມີ​ລູກ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ກໍ​ເຮັດ​ໃຫ້​ລູກ​ຮູ້​ວ່າ​ລູກ​ສຳຄັນ​ຫຼາຍ​ກວ່າ​ວຽກ​ມອບ​ໝາຍ​ທີ່​ເຈົ້າ​ໄດ້​ເຮັດ. ບອກ​ລູກ​ເລື້ອຍໆວ່າ​ລູກ​ເປັນ “ບຳເໜັດ” ຫຼື​ຂອງ​ຂວັນ​ຈາກ​ພະເຈົ້າ. (ເພງ. 127:3-5) ນອກ​ຈາກ​ນັ້ນ ເລົ່າ​ໃຫ້​ລູກ​ຟັງ​ກ່ຽວ​ກັບ​ປະສົບການ​ດີໆທີ່​ເຈົ້າ​ໄດ້​ເຮັດ​ໃນ​ວຽກ​ຮັບໃຊ້​ພະເຈົ້າ. ການ​ເຮັດ​ແບບ​ນີ້​ຈະ​ກະຕຸ້ນ​ລູກ​ໃຫ້​ໃຊ້​ຊີວິດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ມີ​ຄວາມ​ສຸກ​ຄື​ກັບ​ທີ່​ເຈົ້າ​ເຄີຍ​ເຮັດ.

ພີ່​ນ້ອງ​ຄົນ​ອື່ນໆຈະ​ຊ່ວຍ​ໄດ້​ແນວ​ໃດ?

12. (ກ) ເຮົາ​ຈະ​ຊ່ວຍ​ພີ່​ນ້ອງ​ທີ່​ຮັບໃຊ້​ເຕັມ​ເວລາ​ໃຫ້​ເຮັດ​ວຽກ​ມອບ​ໝາຍ​ຂອງ​ພວກ​ເຂົາ​ຕໍ່ໆໄປ​ໄດ້​ແນວ​ໃດ? (ຂ) ເຮົາ​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ໄດ້​ແນວ​ໃດ?

12 ເປັນ​ຕາ​ໜ້າ​ຊົມ​ເຊີຍ​ທີ່​ຫຼາຍ​ປະຊາຄົມ​ລວມ​ທັງ​ພີ່​ນ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ໄດ້​ຊ່ວຍ​ເຫຼືອ​ພີ່​ນ້ອງ​ທີ່​ຮັບໃຊ້​ເຕັມ​ເວລາ​ໃຫ້​ເຮັດ​ວຽກ​ມອບ​ໝາຍ​ຂອງ​ຕົວ​ເອງ​ຕໍ່ໆໄປ. ພວກ​ເຂົາ​ເຮັດ​ແບບ​ນັ້ນ​ໂດຍ​ໃຫ້​ກຳລັງ​ໃຈ ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ເງິນ​ແລະ​ວັດຖຸ​ສິ່ງ​ຂອງ ຫຼື​ຊ່ວຍ​ເບິ່ງ​ແຍງ​ຄົນ​ໃນ​ຄອບຄົວ​ຂອງ​ພີ່​ນ້ອງ​ເຫຼົ່າ​ນັ້ນ​ທີ່​ຢູ່​ຫ່າງ​ໄກ. (ຄລາ. 6:2) ຖ້າ​ພີ່​ນ້ອງ​ທີ່​ຮັບໃຊ້​ເຕັມ​ເວລາ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່​ໃຫ້​ຍ້າຍ​ມາ​ປະຊາຄົມ​ຂອງ​ເຈົ້າ ຢ່າ​ເບິ່ງ​ວ່າ​ພວກ​ເຂົາ​ອອກ​ຈາກ​ວຽກ​ມອບ​ໝາຍ​ຍ້ອນ​ວ່າ​ພວກ​ເຂົາ​ເຮັດ​ວຽກ​ບໍ່​ດີ​ຫຼື​ເຮັດ​ຫຍັງ​ຜິດ. * ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ຂໍ​ຊ່ວຍ​ພວກ​ເຂົາ​ໃຫ້​ປັບ​ຕົວ​ກັບ​ການ​ປ່ຽນ​ແປງ​ໄດ້​ງ່າຍ​ຂຶ້ນ. ໃຫ້​ຕ້ອນຮັບ​ພວກ​ເຂົາ​ຢ່າງ​ອົບອຸ່ນ​ແລະ​ຊົມ​ເຊີຍ​ພວກ​ເຂົາ​ສຳລັບ​ວຽກ​ທີ່​ເຄີຍ​ເຮັດ​ຜ່ານ​ມາ ເຖິງ​ວ່າ​ຕອນ​ນີ້​ຈະ​ເຮັດ​ບໍ່​ໄດ້​ຫຼາຍ​ຍ້ອນ​ມີ​ບັນຫາ​ສຸຂະພາບ. ໃຫ້​ເຈົ້າ​ພະຍາຍາມ​ຮູ້ຈັກ​ພວກ​ເຂົາ​ຫຼາຍ​ຂຶ້ນ ຮຽນ​ຮູ້​ຈາກ​ປະສົບການ​ຂອງ​ພວກ​ເຂົາ​ແລະ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮັບ​ຈາກ​ການ​ຝຶກ​ອົບຮົມ.

13. ເຮົາ​ຈະ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ທີ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່​ໄດ້​ແນວ​ໃດ?

13 ໄລຍະ​ທຳອິດ​ພີ່​ນ້ອງ​ທີ່​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່​ອາດ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຈົ້າ​ເຊັ່ນ: ຊອກ​ເຮືອນ ການ​ເດີນ​ທາງ​ໄປ​ມາ ວຽກ​ຫຼື​ສິ່ງ​ອື່ນໆທີ່​ຈຳເປັນ. ພວກ​ເຂົາ​ອາດ​ຍັງ​ຕ້ອງການ​ຂໍ້​ມູນ​ທົ່ວໄປ​ໃນ​ເລື່ອງ​ຊີວິດ​ປະຈຳ​ວັນ​ເຊັ່ນ: ການ​ເສຍ​ພາສີ-ອາກອນ​ແລະ​ການ​ເຮັດ​ປະກັນ​ໄພ. ແຕ່​ສິ່ງ​ທີ່​ພວກ​ເຂົາ​ຕ້ອງການ​ທີ່​ສຸດ​ກໍ​ຄື​ຢາກ​ໃຫ້​ເຈົ້າ​ເຂົ້າ​ໃຈ​ສະພາບການ​ຂອງ​ພວກ​ເຂົາ ເພາະ​ພວກ​ເຂົາ​ອາດ​ມີ​ບັນຫາ​ສຸຂະພາບ​ຫຼື​ມີ​ຄົນ​ໃນ​ຄອບຄົວ​ເຈັບ​ປ່ວຍ ແລະ​ພວກ​ເຂົາ​ກໍ​ອາດ​ເສຍໃຈ​ກັບ​ການ​ສູນ​ເສຍ​ຄົນ​ທີ່​ຮັກ. * ເຖິງ​ວ່າ​ພວກ​ເຂົາ​ຈະ​ບໍ່​ສະແດງ​ອອກ ແຕ່​ພວກ​ເຂົາ​ກໍ​ອາດ​ຈະ​ເສຍໃຈ​ທີ່​ຢູ່​ໄກ​ຈາກ​ໝູ່​ທີ່​ເຄີຍ​ຮັບໃຊ້​ນຳ​ກັນ. ພວກ​ເຂົາ​ຕ້ອງ​ໃຊ້​ເວລາ​ເພື່ອ​ຮັບ​ມື​ກັບ​ຄວາມ​ຮູ້ສຶກ​ເຫຼົ່າ​ນີ້​ທີ່​ອາດ​ເຮັດ​ໃຫ້​ພວກ​ເຂົາ​ສັບສົນ.

14. ພີ່​ນ້ອງ​ຫຼາຍ​ຄົນ​ໃນ​ປະຊາຄົມ​ຊ່ວຍ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃຫ້​ປັບ​ຕົວ​ເຂົ້າ​ກັບ​ເຂດ​ມອບ​ໝາຍ​ໃໝ່​ຂອງ​ລາວ​ແນວ​ໃດ?

14 ໃນ​ຂະນະ​ດຽວ​ກັນ ການ​ຊ່ວຍ​ເຫຼືອ​ແລະ​ຕົວຢ່າງ​ທີ່​ດີ​ຂອງ​ເຈົ້າ​ກໍ​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ສາມາດ​ປັບ​ຕົວ​ໄດ້. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ເຄີຍ​ຮັບໃຊ້​ຢູ່​ຕ່າງ​ປະເທດ​ມາ​ຫຼາຍ​ປີ​ບອກ​ວ່າ: “ຕອນ​ທີ່​ຢູ່​ໃນ​ເຂດ​ມອບ​ໝາຍ​ເກົ່າ ຂ້ອຍ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ​ທຸກ​ມື້. ແຕ່​ເມື່ອ​ຂ້ອຍ​ຍ້າຍ​ມາ​ເຂດ​ໃໝ່ ພຽງ​ແຕ່​ເປີດ​ຂໍ້​ຄຳພີ​ຫຼື​ວິດີໂອ​ໃນ​ເຂດ​ປະກາດ​ກໍ​ຍັງ​ຍາກ​ແລ້ວ. ແຕ່​ພີ່​ນ້ອງ​ຫຼາຍ​ຄົນ​ໃນ​ປະຊາຄົມ​ໃໝ່​ກໍ​ຊວນ​ຂ້ອຍ​ໃຫ້​ໄປ​ກັບ​ຢ້ຽມ​ແລະ​ສຶກສາ​ນຳ​ພວກ​ເຂົາ. ການ​ທີ່​ໄດ້​ເຫັນ​ພີ່​ນ້ອງ​ເຫຼົ່າ​ນີ້​ຮັບໃຊ້​ຢ່າງ​ສັດ​ຊື່​ແລະ​ກະຕືລືລົ້ນ ແລະ​ນຳ​ການ​ສຶກສາ​ກັບ​ນັກ​ສຶກສາ​ທີ່​ກ້າວ​ໜ້າ​ເຮັດ​ໃຫ້​ຂ້ອຍ​ຄິດ​ໃນ​ແງ່​ບວກ​ຫຼາຍ​ຂຶ້ນ. ນອກ​ຈາກ​ນັ້ນ ຂ້ອຍ​ຍັງ​ໄດ້​ເລີ່ມ​ປະກາດ​ກັບ​ຄົນ​ໃນ​ເຂດ​ໃໝ່ ແລະ​ສິ່ງ​ທັງ​ໝົດ​ນີ້​ໄດ້​ເຮັດ​ໃຫ້​ຂ້ອຍ​ກັບ​ມາ​ມີ​ຄວາມ​ສຸກ​ຄື​ເກົ່າ.”

ເຮັດ​ສຸດ​ຄວາມ​ສາມາດ​ຕໍ່ໆໄປ!

ຊອກ​ຫາ​ວິທີ​ປະກາດ​ກັບ​ຜູ້​ຄົນ​ໃຫ້​ຫຼາຍ​ຂຶ້ນ​ໃນ​ເຂດ​ບ້ານ​ເກີດ​ຂອງ​ເຈົ້າ (ເບິ່ງ​ຂໍ້ 15-16) *

15. ເຈົ້າ​ສາມາດ​ປະສົບ​ຜົນ​ສຳເລັດ​ໃນ​ວຽກ​ມອບ​ໝາຍ​ໃໝ່​ຂອງ​ເຈົ້າ​ໄດ້​ແນວ​ໃດ?

15 ເຈົ້າ​ສາມາດ​ປະສົບ​ຜົນ​ສຳເລັດ​ໃນ​ວຽກ​ມອບ​ໝາຍ​ໃໝ່​ຂອງ​ເຈົ້າ​ໄດ້. ຂໍ​ຢ່າ​ຄິດ​ວ່າ​ການ​ປ່ຽນ​ແປງ​ທີ່​ເກີດ​ຂຶ້ນ​ເປັນ​ຍ້ອນ​ເຈົ້າ​ເຮັດ​ວຽກ​ບໍ່​ດີ​ຫຼື​ຍ້ອນ​ຕອນ​ນີ້​ເຈົ້າ​ບໍ່​ມີ​ຄ່າ​ແລ້ວ. ຂໍ​ໃຫ້​ຄິດ​ວ່າ​ຕອນ​ນີ້​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຈົ້າ​ຫຼາຍ​ສ່ຳ​ໃດ ແລະ​ຂໍ​ໃຫ້​ເຈົ້າ​ປະກາດ​ຕໍ່ໆໄປ. ໃຫ້​ຮຽນ​ແບບ​ຄວາມ​ສັດ​ຊື່​ຂອງ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ ບໍ່​ວ່າ​ເຈົ້າ​ຈະ​ຖືກ​ມອບ​ໝາຍ​ໃຫ້​ໄປ​ບ່ອນ​ໃດ ເຈົ້າ​ກໍ​ຍັງ “ປະກາດ​ຂ່າວ​ດີ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພະເຈົ້າ​ທົ່ວ​ທຸກ​ແຫ່ງ.” (ກິດ. 8:1, 4, ລ.ມ.) ຖ້າ​ເຈົ້າ​ພະຍາຍາມ​ປະກາດ​ຕໍ່ໆໄປ ເຈົ້າ​ອາດ​ໄດ້​ຮັບ​ຜົນ​ທີ່​ດີ. ຕົວຢ່າງ: ໄພໂອເນຍ​ຫຼາຍ​ຄົນ​ຖືກ​ໄລ່​ອອກ​ຈາກ​ປະເທດ​ໜຶ່ງ ແລະ​ໄດ້​ຍ້າຍ​ໄປ​ປະເທດ​ເພື່ອນ​ບ້ານ​ເຊິ່ງ​ເປັນ​ເຂດ​ທີ່​ຕ້ອງການ​ຄົນ​ທີ່​ເວົ້າ​ພາສາ​ຂອງ​ປະເທດ​ນັ້ນ​ຫຼາຍ. ໃນ​ເວລາ​ບໍ່​ເທົ່າ​ເດືອນ​ກໍ​ມີ​ການ​ຕັ້ງ​ກຸ່ມ​ໃໝ່​ໃນ​ພາສາ​ນັ້ນ​ທີ່​ໄພໂອເນຍ​ຫຼາຍ​ຄົນ​ໄປ​ປະກາດ.

16. ເຈົ້າ​ຈະ​ມີ​ຄວາມ​ຍິນດີ​ໃນ​ການ​ເຮັດ​ວຽກ​ມອບ​ໝາຍ​ໃໝ່​ໄດ້​ແນວ​ໃດ?

16 “ຄວາມ​ຍິນດີ​ຂອງ​ພະ​ເຢໂຫວາ​ເປັນ​ເຫື່ອ​ແຮງ​ຂອງ​ພວກ​ທ່ານ.” (ນເຫ. 8:10) ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຍິນດີ​ຫຼາຍ​ທີ່​ສຸດ​ຄວນ​ມາ​ຈາກ​ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ ບໍ່​ແມ່ນ​ວຽກ​ມອບ​ໝາຍ​ທີ່​ເຮົາ​ເຮັດ​ເຖິງ​ວ່າ​ເຮົາ​ຈະ​ຮັກ​ວຽກ​ນັ້ນ​ຫຼາຍ​ປານ​ໃດ​ກໍ​ຕາມ. ດັ່ງ​ນັ້ນ ຖ້າ​ເຮົາ​ຢາກ​ມີ​ຄວາມ​ຍິນດີ​ເຮົາ​ຕ້ອງ​ໃກ້​ຊິດ​ກັບ​ພະ​ເຢໂຫວາ ໝາຍ​ເພິ່ງ​ສະຕິ​ປັນຍາ ຄຳ​ແນະນຳ ແລະ​ການ​ຊ່ວຍ​ເຫຼືອ​ຈາກ​ພະອົງ​ສະເໝີ. ຂໍ​ໃຫ້​ຈື່​ໄວ້​ວ່າ ການ​ທີ່​ເຈົ້າ​ຮັກ​ວຽກ​ມອບ​ໝາຍ​ເກົ່າ​ກໍ​ຍ້ອນ​ເຈົ້າ​ໄດ້​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ຜູ້​ຄົນ​ທີ່​ຢູ່​ບ່ອນ​ນັ້ນ. ສະນັ້ນ ຂໍ​ໃຫ້​ເຈົ້າ​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ວຽກ​ມອບ​ໝາຍ​ໃໝ່ ແລະ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັກ​ວຽກ​ນີ້​ຄື​ເກົ່າ​ໄດ້​ແນວ​ໃດ.—ຜູ້ປ. 7:10

17. ເຮົາ​ຕ້ອງ​ຈື່​ຫຍັງ​ໄວ້​ກ່ຽວ​ກັບ​ວຽກ​ມອບ​ໝາຍ​ທີ່​ເຮົາ​ເຮັດ​ໃນ​ຕອນ​ນີ້?

17 ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ວຽກ​ທີ່​ເຮົາ​ຕ້ອງ​ເຮັດ​ຕະຫຼອດ​ໄປ ແຕ່​ວຽກ​ມອບ​ໝາຍ​ທີ່​ເຮົາ​ເຮັດ​ໃນ​ຕອນ​ນີ້​ເປັນ​ພຽງ​ວຽກ​ຊົ່ວຄາວ. ແລະ​ໃນ​ໂລກ​ໃໝ່​ເຮົາ​ທຸກ​ຄົນ​ອາດ​ຕ້ອງ​ຖືກ​ປ່ຽນ​ວຽກ​ມອບ​ໝາຍ​ໃໝ່. ອາ​ເລັກ​ຊີ​ທີ່​ເວົ້າ​ໃນ​ຕອນ​ຕົ້ນ​ຂອງ​ບົດ​ຄວາມ​ນີ້​ບອກ​ວ່າ​ການ​ປ່ຽນ​ວຽກ​ມອບ​ໝາຍ​ຊ່ວຍ​ລາວ​ໃຫ້​ພ້ອມ​ກັບ​ການ​ປ່ຽນ​ແປງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ລາວ​ບອກ​ວ່າ: “ຂ້ອຍ​ເຊື່ອ​ວ່າ​ພະ​ເຢໂຫວາ​ມີ​ແທ້ ແລະ​ເລື່ອງ​ໂລກ​ໃໝ່​ກໍ​ເປັນ​ເລື່ອງ​ແທ້ ແຕ່​ບາງ​ເທື່ອ​ຂ້ອຍ​ກໍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຢູ່​ໄກ​ຂ້ອຍ​ໜ້ອຍ​ໜຶ່ງ​ແລະ​ເລື່ອງ​ໂລກ​ໃໝ່​ກໍ​ຍັງ​ອີກ​ດົນ ແຕ່​ຕອນ​ນີ້​ຂ້ອຍ​ໄດ້​ໃກ້​ຊິດ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ແລະ​ຮູ້ສຶກ​ວ່າ​ໂລກ​ໃໝ່​ໃກ້​ເຂົ້າ​ມາ​ແລ້ວ.” (ກິດ. 2:25) ດັ່ງ​ນັ້ນ ບໍ່​ວ່າ​ເຮົາ​ຈະ​ເຮັດ​ວຽກ​ມອບ​ໝາຍ​ຫຍັງ ເຮົາ​ກໍ​ຕ້ອງ​ໃກ້​ຊິດ​ພະ​ເຢໂຫວາ​ຢູ່​ສະເໝີ. ພະອົງ​ຈະ​ບໍ່​ຖິ້ມ​ເຮົາ ແຕ່​ພະອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຍິນດີ​ໃນ​ວຽກ​ຮັບໃຊ້​ບໍ່​ວ່າ​ເຮົາ​ຈະ​ເຮັດ​ວຽກ​ມອບ​ໝາຍ​ອັນ​ໃດ​ຫຼື​ຢູ່​ບ່ອນ​ໃດ​ກໍ​ຕາມ.—ເອຊາ. 41:13

ເພງ 90 ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ

^ ຂໍ້ 5 ບາງ​ເທື່ອ​ພີ່​ນ້ອງ​ທີ່​ຮັບໃຊ້​ເຕັມ​ເວລາ​ອາດ​ຕ້ອງ​ອອກ​ຈາກ​ວຽກ​ມອບ​ໝາຍ​ຫຼື​ອາດ​ຖືກ​ປ່ຽນ​ວຽກ​ມອບ​ໝາຍ​ໃໝ່. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ​ພວກ​ເຂົາ​ປະສົບ​ບັນຫາ​ຫຍັງ​ແດ່ ແລະ​ສິ່ງ​ໃດ​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ໄດ້. ນອກ​ຈາກ​ນັ້ນ ເຮົາ​ຈະ​ມາ​ເບິ່ງ​ວ່າ​ພີ່​ນ້ອງ​ຄົນ​ອື່ນໆຈະ​ໃຫ້​ກຳລັງ​ໃຈ​ແລະ​ຊ່ວຍ​ເຫຼືອ​ພວກ​ເຂົາ​ໄດ້​ແນວ​ໃດ ແລະ​ເບິ່ງ​ວ່າ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ທຸກ​ຄົນ​ແນວ​ໃດ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ໃນ​ຊີວິດ.

^ ຂໍ້ 4 ຄ້າຍ​ຄື​ກັນ ຍັງ​ມີ​ພີ່​ນ້ອງ​ຊາຍ​ຫຼາຍ​ຄົນ​ທີ່​ອາຍຸ​ຫຼາຍ​ແລ້ວ​ເຊິ່ງ​ຮອດ​ເກນ​ທີ່​ອົງການ​ກຳນົດ​ໄວ້​ໄດ້​ມອບ​ໜ້າ​ທີ່​ຂອງ​ຕົວ​ເອງ​ໃຫ້​ພີ່​ນ້ອງ​ທີ່​ມີ​ອາຍຸ​ນ້ອຍ​ກວ່າ. ເບິ່ງ​ບົດ​ຄວາມ “ພີ່​ນ້ອງ​ທີ່​ອາຍຸ​ຫຼາຍ ພະ​ເຢໂຫວາ​ເຫັນ​ຄ່າ​ຄວາມ​ພັກດີ​ຂອງ​ເຈົ້າ” ໃນ​ຫໍສັງເກດການ ກັນຍາ 2018 (ບໍ່​ມີ​ໃນ​ພາສາ​ລາວ) ແລະ “ມີ​ຄວາມ​ສະຫງົບ​ໃຈ​ໄດ້​ເຖິງ​ວ່າ​ສະພາບການ​ຈະ​ປ່ຽນ​ແປງ” ໃນ​ຫໍສັງເກດການ ຕຸລາ 2018.

^ ຂໍ້ 12 ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ທີ່​ພວກ​ເຂົາ​ຮັບໃຊ້​ຢູ່​ຄວນ​ຂຽນ​ຈົດ​ໝາຍ​ແນະນຳ​ຕົວ​ພວກ​ເຂົາ​ໃຫ້​ໄວ​ທີ່​ສຸດ​ເພື່ອ​ຈະ​ສາມາດ​ສືບ​ຕໍ່​ຮັບໃຊ້​ເປັນ​ໄພໂອເນຍ ຜູ້​ເຖົ້າ​ແກ່ ຫຼື​ຜູ້​ຊ່ວຍ​ງານ​ຮັບໃຊ້​ໄດ້.

^ ຂໍ້ 13 ເບິ່ງ​ເລື່ອງ “ຮັບ​ມື​ກັບ​ຄວາມ​ໂສກ​ເສົ້າ​ເມື່ອ​ສູນ​ເສຍ​ຄົນ​ທີ່​ຮັກ” ໃນ​ຕື່ນ​ເຖີດ! ສະບັບ​ທີ 3 2018 (ບໍ່​ມີ​ໃນ​ພາສາ​ລາວ).

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຄູ່​ໜຶ່ງ​ກຳລັງ​ຮ້ອງໄຫ້​ແລະ​ລາ​ຈາກ​ພີ່​ນ້ອງ​ໃນ​ປະຊາຄົມ​ເພາະ​ຕ້ອງ​ອອກ​ຈາກ​ວຽກ​ທີ່​ເປັນ​ມິດຊັນນາລີ​ຢູ່​ຕ່າງ​ປະເທດ.

^ ຂໍ້ 59 ຄຳ​ອະທິບາຍ​ຮູບ​ພາບ: ພວກ​ເຂົາ​ຍ້າຍ​ກັບ​ໄປ​ບ້ານ​ເກີດ ແລະ​ອະທິດຖານ​ຂໍ​ພະ​ເຢໂຫວາ​ເພື່ອ​ຊ່ວຍ​ໃຫ້​ພວກ​ເຂົາ​ຮັບ​ມື​ກັບ​ສິ່ງ​ທ້າທາຍ​ຕ່າງໆທີ່​ກຳລັງ​ຈະ​ປະສົບ.

^ ຂໍ້ 61 ຄຳ​ອະທິບາຍ​ຮູບ​ພາບ: ພະ​ເຢໂຫວາ​ຊ່ວຍ​ພວກ​ເຂົາ​ໃຫ້​ກັບ​ມາ​ຮັບໃຊ້​ເຕັມ​ເວລາ​ໄດ້​ອີກ​ເທື່ອ​ໜຶ່ງ. ພວກ​ເຂົາ​ໃຊ້​ພາສາ​ທີ່​ເຄີຍ​ຮຽນ​ຕອນ​ທີ່​ເປັນ​ມິດຊັນນາລີ​ເພື່ອ​ປະກາດ​ຂ່າວ​ດີ​ກັບ​ຄົນ​ອົບພະຍົບ​ທີ່​ຢູ່​ໃນ​ເຂດ​ຂອງ​ປະຊາຄົມ​ໃໝ່​ທີ່​ພວກ​ເຂົາ​ຢູ່.