ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 40

ດຸ​ໝັ່ນ​ເຮັດ​ວຽກ​ປະກາດ​ຕໍ່ໆ​ໄປ​ໃນ​ໄລຍະ​ທ້າຍໆ​ຂອງ “ສະໄໝ​ສຸດ​ທ້າຍ”

ດຸ​ໝັ່ນ​ເຮັດ​ວຽກ​ປະກາດ​ຕໍ່ໆ​ໄປ​ໃນ​ໄລຍະ​ທ້າຍໆ​ຂອງ “ສະໄໝ​ສຸດ​ທ້າຍ”

“ພີ່​ນ້ອງ​ທີ່​ຮັກ ຂໍ​ໃຫ້​ໝັ້ນ​ຄົງ​ໄວ້ ຢ່າ​ຫວັ່ນໄຫວ ໃຫ້​ທຸ່ມ​ເທ​ກັບ​ວຽກ​ຂອງ​ຜູ້​ເປັນ​ນາຍ​ທີ່​ມີ​ໃຫ້​ເຮັດ​ຢ່າງ​ຫຼວງ​ຫຼາຍ.”—1 ໂກ. 15:58, ລ.ມ.

ເພງ 58 ຊອກ​ຫາ​ຄົນ​ທີ່​ມັກ​ຄວາມ​ສະຫງົບ​ສຸກ

ໃຈ​ຄວາມ​ສຳຄັນ *

1. ສິ່ງ​ໃດ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ​ເຮົາ​ມີ​ຊີວິດ​ຢູ່​ໃນ “ສະໄໝ​ສຸດ​ທ້າຍ”?

ເຈົ້າ​ເກີດ​ຫຼັງ​ປີ 1914 ບໍ? ຖ້າ​ແມ່ນ ເຈົ້າ​ກໍ​ມີ​ຊີວິດ​ຢູ່​ໃນ “ສະໄໝ​ສຸດ​ທ້າຍ” ຂອງ​ລະບົບ​ປັດຈຸບັນ​ນີ້. (2 ຕີໂມ. 3:1, ລ.ມ.) ເຮົາ​ທຸກ​ຄົນ​ໄດ້​ຍິນ​ໄດ້​ເຫັນ​ເຫດການ​ຕ່າງໆທີ່​ພະ​ເຍຊູ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ສະໄໝ​ນີ້​ເຊັ່ນ: ສົງຄາມ ການ​ຂາດແຄນ​ອາຫານ ແຜ່ນດິນ​ໄຫວ ໂລກ​ລະ​ບາດ ຄວາມ​ຊົ່ວ​ຈະ​ເພີ່ມ​ຫຼາຍ​ຂຶ້ນ ແລະ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈະ​ຖືກ​ຂົ່ມເຫງ. (ມັດ. 24:3, 7-9, 12; ລືກາ 21:10-12) ນອກ​ຈາກ​ນັ້ນ ເຮົາ​ຍັງ​ເຫັນ​ການ​ປະພຶດ​ຂອງ​ຜູ້​ຄົນ​ຄື​ກັບ​ທີ່​ອັກຄະສາວົກ​ໂປໂລ​ບອກ​ໄວ້​ລ່ວງ​ໜ້າ. (ເບິ່ງ​ຂອບ “ ຜູ້​ຄົນ​ໃນ​ສະໄໝ​ນີ້​ເປັນ​ແນວ​ໃດ?”) ເຮົາ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ​ໝັ້ນ​ໃຈ​ວ່າ ເຮົາ​ມີ​ຊີວິດ​ຢູ່​ໃນ “ສະໄໝ​ສຸດ​ທ້າຍ.”—ມີເກ 4:1, ລ.ມ.

2. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່?

2 ເນື່ອງ​ຈາກ​ເວລາ​ຜ່ານ​ໄປ​ຫຼາຍ​ປີ​ແລ້ວ​ຕັ້ງ​ແຕ່​ປີ 1914 ຕອນ​ນີ້​ເຮົາ​ກໍ​ແຮ່ງ​ຢູ່​ໃນ​ໄລຍະ​ທ້າຍໆຂອງ “ສະໄໝ​ສຸດ​ທ້າຍ.” ແລະ​ເນື່ອງ​ຈາກ​ຈຸດ​ຈົບ​ຂອງ​ລະບົບ​ຊົ່ວ​ນີ້​ໃກ້​ເຂົ້າ​ມາ​ແລ້ວ ເຮົາ​ຈຳເປັນ​ຕ້ອງ​ຮູ້​ຄຳຕອບ​ຂອງ​ຄຳຖາມ​ທີ່​ສຳຄັນ​ບາງ​ຢ່າງ ເຊັ່ນ: ມີ​ເຫດການ​ຫຍັງ​ແດ່​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໄລຍະ​ທ້າຍໆຂອງ “ສະໄໝ​ສຸດ​ທ້າຍ”? ແລະ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃນ​ຂະນະ​ທີ່​ລໍ​ຖ້າ​ເຫດການ​ເຫຼົ່າ​ນັ້ນ​ເກີດ​ຂຶ້ນ?

ມີ​ເຫດການ​ຫຍັງ​ແດ່​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຕອນ​ຈົບ​ຂອງ “ສະໄໝ​ສຸດ​ທ້າຍ”?

3. ຕາມ​ຄຳ​ພະຍາກອນ​ໃນ 1 ເທຊະໂລນີກ 5:1-3 ຊາດ​ຕ່າງໆຈະ​ປະກາດ​ຫຍັງ?

3 ອ່ານ 1 ເທຊະໂລນີກ 5:1-3. ຄຳ​ວ່າ ‘ວັນ​ຂອງ​ພະ​ເຢໂຫວາ’ ທີ່​ໂປໂລ​ເວົ້າ​ເຖິງ​ໃນ​ຂໍ້​ນີ້​ໝາຍ​ເຖິງ​ໄລຍະ​ທີ່​ເລີ່ມ​ຕົ້ນ​ຈາກ​ການ​ໂຈມຕີ “ບາບີໂລນ​ໃຫຍ່” ເຊິ່ງ​ກໍ​ຄື​ສາສະໜາ​ປອມ​ທັງ​ໝົດ​ທີ່​ຢູ່​ທົ່ວ​ໂລກ​ແລະ​ຈະ​ຈົບ​ລົງ​ດ້ວຍ​ສົງຄາມ​ອະລະມະເຄໂດນ. (ຄຳປ. 16:14, 16; 17:5) ແຕ່​ກ່ອນ​ທີ່ ‘ວັນ​ຂອງ​ພະ​ເຢໂຫວາ’ ຈະ​ເລີ່ມ​ຂຶ້ນ ຊາດ​ຕ່າງໆຈະ​ປະກາດ​ວ່າ​ຈະ​ມີ “ຄວາມ​ສຸກ​ສຳລານ​ແລະ​ຄວາມ​ຢູ່​ສຳບາຍ [ຫຼື “ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ,” ລ.ມ.]” ບາງ​ເທື່ອ ຜູ້​ນຳ​ຂອງ​ໂລກ​ກໍ​ໃຊ້​ສຳນວນ​ທີ່​ຄ້າຍ​ຄື​ກັນ​ເມື່ອ​ພວກ​ເຂົາ​ເວົ້າ​ກ່ຽວ​ກັບ​ຄວາມ​ສຳພັນ​ທີ່​ໝັ້ນ​ຄົງ​ລະຫວ່າງ​ປະເທດ​ຕ່າງໆ. * ແນວ​ໃດ​ກໍ​ຕາມ ຄຳ​ປະກາດ​ທີ່​ວ່າ “ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ, ລ.ມ.” ໃນ​ຄຳພີ​ໄບເບິນ​ພັດ​ເວົ້າ​ແຕກຕ່າງ. ຍ້ອນ​ຫຍັງ? ເມື່ອ​ເຫດ​ນີ້​ເກີດ​ຂຶ້ນ ຫຼາຍ​ຄົນ​ຈະ​ຄິດ​ວ່າ​ຜູ້​ນຳ​ຂອງ​ໂລກ​ໄດ້​ປະສົບ​ຜົນ​ສຳເລັດ​ທີ່​ເຮັດ​ໃຫ້​ໂລກ​ປອດໄພ​ແລະ​ໝັ້ນ​ຄົງ​ຫຼາຍ​ຂຶ້ນ. ແຕ່​ຄວາມ​ຈິງ​ແລ້ວ​ເມື່ອ “ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່” ເລີ່ມ​ຕົ້ນ​ຂຶ້ນ ‘ຄວາມ​ຈິບຫາຍ​ຈະ​ມາ​ເຖິງ​ເຂົາ​ທັນທີ.’—ມັດ. 24:21

ຢ່າ​ຫຼົງ​ເຊື່ອ​ຄຳ​ປະກາດ​ຂອງ​ຊາດ​ຕ່າງໆທີ່​ວ່າ “ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ” (ເບິ່ງ​ຂໍ້ 3-6) *

4. (ກ) ເຮົາ​ຍັງ​ບໍ່​ທັນ​ຮູ້​ຫຍັງ​ກ່ຽວ​ກັບ​ຄຳ​ປະກາດ​ທີ່​ວ່າ “ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ”? (ຂ) ແຕ່​ເຮົາ​ຮູ້​ຫຍັງ​ກ່ຽວ​ກັບ​ຄຳ​ປະກາດ​ນັ້ນ?

4 ເຮົາ​ຮູ້​ບາງ​ສິ່ງ​ກ່ຽວ​ກັບ​ຄຳ​ປະກາດ​ທີ່​ວ່າ “ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ, ລ.ມ.” ແຕ່​ກໍ​ມີ​ບາງ​ສິ່ງ​ທີ່​ເຮົາ​ຍັງ​ບໍ່​ຮູ້. ເຮົາ​ບໍ່​ຮູ້​ວ່າ​ສິ່ງ​ໃດ​ຈະ​ເປັນ​ສາເຫດ​ທີ່​ເຮັດ​ໃຫ້​ມີ​ຄຳ​ປະກາດ ແລະ​ຈະ​ປະກາດ​ແນວ​ໃດ ແລະ​ເຮົາ​ກໍ​ບໍ່​ຮູ້​ວ່າ​ມັນ​ຈະ​ເປັນ​ຄຳ​ປະກາດ​ໃຫຍ່​ບາດ​ດຽວ​ຫຼື​ເປັນ​ຄຳ​ປະກາດ​ນ້ອຍໆທີ່​ອອກ​ມາ​ຢ່າງ​ຕໍ່​ເນື່ອງ. ແຕ່​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ ເຮົາ​ກໍ​ຮູ້​ວ່າ ເຮົາ​ບໍ່​ຄວນ​ຫຼົງ​ເຊື່ອ​ຜູ້​ນຳ​ຂອງ​ໂລກ​ວ່າ​ຈະ​ສາມາດ​ເຮັດ​ໃຫ້​ໂລກ​ນີ້​ມີ​ສັນຕິສຸກ​ໄດ້. ແທນ​ທີ່​ຈະ​ເປັນ​ແບບ​ນັ້ນ ຄຳ​ປະກາດ​ນີ້​ເປັນ​ສັນຍານ​ບອກ​ວ່າ ‘ວັນ​ຂອງ​ພະ​ເຢໂຫວາ’ ກຳລັງ​ຈະ​ເລີ່ມ​ຂຶ້ນ!

5. 1 ເທຊະໂລນີກ 5:4-6 ຈະ​ຊ່ວຍ​ເຮົາ​ໃຫ້​ພ້ອມ​ສຳລັບ ‘ວັນ​ຂອງ​ພະ​ເຢໂຫວາ’ ແນວ​ໃດ?

5 ອ່ານ 1 ເທຊະໂລນີກ 5:4-6. ໂປໂລ​ເຕືອນ​ເຮົາ​ແນວ​ໃດ​ເພື່ອ​ທີ່​ເຮົາ​ຈະ​ກຽມ​ພ້ອມ​ສຳລັບ ‘ວັນ​ຂອງ​ພະ​ເຢໂຫວາ’? ເຮົາ “ຢ່າ​ນອນ​ຫຼັບ​ເໝືອນ​ດັ່ງ​ຄົນ​ອື່ນ.” ແຕ່​ເຮົາ​ຕ້ອງ “ເຝົ້າ​ລະວັງ” ແລະ​ຕື່ນ​ຕົວ​ຢູ່​ສະເໝີ. ຕົວຢ່າງ: ເຮົາ​ຕ້ອງ​ລະວັງ​ແທ້ໆເພື່ອ​ຈະ​ຮັກສາ​ຄວາມ​ເປັນ​ກາງ​ແລະ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ການ​ເມືອງ. ຖ້າ​ຫາກ​ວ່າ​ເຮົາ​ກ່ຽວ​ຂ້ອງ ເຮົາ​ກໍ​ອາດ​ເປັນ “ຄົນ​ຂອງ​ໂລກ​ນີ້.” (ໂຢ. 15:19, ລ.ມ.) ເຮົາ​ຮູ້​ວ່າ​ມີ​ພຽງ​ແຕ່​ການ​ປົກຄອງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ເຮັດ​ໃຫ້​ໂລກ​ນີ້​ມີ​ສັນຕິສຸກ.

6. ເຮົາ​ຢາກ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

6 ນອກ​ຈາກ​ເຮົາ​ຈະ​ເຝົ້າ​ລະວັງ​ຢູ່​ສະເໝີ​ແລ້ວ ເຮົາ​ຍັງ​ຢາກ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ໂລກ. ຂໍ​ໃຫ້​ເຮົາ​ຈື່​ວ່າ ເມື່ອ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ​ຂຶ້ນ ມັນ​ກໍ​ຊ້າ​ເກີນ​ໄປ​ທີ່​ຜູ້​ຄົນ​ຈະ​ຫັນ​ມາ​ຫາ​ພະ​ເຢໂຫວາ. ນັ້ນ​ຄື​ສາເຫດ​ທີ່​ວຽກ​ປະກາດ​ຂອງ​ເຮົາ​ເປັນ​ເລື່ອງ​ທີ່​ຮີບ​ດ່ວນ​ຫຼາຍ! *

ດຸ​ໝັ່ນ​ເຮັດ​ວຽກ​ປະກາດ​ຕໍ່ໆໄປ

ເມື່ອ​ເຮົາ​ໄປ​ປະກາດ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ ມີ​ພຽງ​ແຕ່​ລາຊະອານາຈັກ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ເຮັດ​ໃຫ້​ໂລກ​ມີ​ຄວາມ​ສຸກ​ສະຫງົບ​ສຸກ​ແລະ​ປອດໄພ​ແທ້ (ເບິ່ງ​ຂໍ້ 7-9)

7. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃນ​ຕອນ​ນີ້?

7 ໃນ​ໄລຍະ​ເວລາ​ສັ້ນໆກ່ອນ​ທີ່ ‘ວັນ​ຂອງ​ພະ​ເຢໂຫວາ’ ຈະ​ເລີ່ມ​ຂຶ້ນ ພະອົງ​ຢາກ​ໃຫ້​ເຮົາ​ດຸ​ໝັ່ນ​ເຮັດ​ວຽກ​ປະກາດ​ຕໍ່ໆໄປ. ເຮົາ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ ເຮົາ “ທຸ່ມ​ເທ​ກັບ​ວຽກ​ຂອງ​ຜູ້​ເປັນ​ນາຍ​ທີ່​ມີ​ໃຫ້​ເຮັດ​ຢ່າງ​ຫຼວງ​ຫຼາຍ.” (1 ໂກ. 15:58, ລ.ມ.) ພະ​ເຍຊູ​ບອກ​ລ່ວງ​ໜ້າ​ວ່າ​ເຮົາ​ຈະ​ເຮັດ​ຫຍັງ. ເມື່ອ​ເພິ່ນ​ເວົ້າ​ກ່ຽວ​ກັບ​ເຄື່ອງ​ໝາຍ​ສຳຄັນ​ທີ່​ຈະ​ເກີດ​ໃນ​ສະໄໝ​ສຸດ​ທ້າຍ​ແລ້ວ ເພິ່ນ​ກໍ​ເວົ້າ​ຕື່ມ​ວ່າ: “ແຕ່​ກ່ອນ​ທີ່​ຈຸດ​ຈົບ​ຈະ​ມາ​ເຖິງ ຈະ​ຕ້ອງ​ມີ​ການ​ປະກາດ​ຂ່າວ​ດີ​ກັບ​ຄົນ​ທຸກ​ຊາດ​ກ່ອນ.” (ມໂກ. 13:4, 8, 10, ລ.ມ.; ມັດ. 24:14) ຂໍ​ໃຫ້​ຄິດ​ເບິ່ງ​ວ່າ: ທຸກ​ຄັ້ງ​ທີ່​ເຈົ້າ​ໄປ​ເຮັດ​ວຽກ​ຮັບໃຊ້ ເຈົ້າ​ກໍ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ໃຫ້​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ສຳເລັດ​ເປັນ​ຈິງ.

8. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ວຽກ​ປະກາດ​ກຳລັງ​ກ້າວ​ໜ້າ?

8 ແລ້ວ​ວຽກ​ປະກາດ​ກຳລັງ​ສຳເລັດ​ເປັນ​ຈິງ​ຕາມ​ຄຳ​ພະຍາກອນ​ແນວ​ໃດ? ທຸກໆປີ​ມີ​ຜູ້​ຄົນ​ມາ​ຟັງ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ເພີ່ມ​ຂຶ້ນ​ເລື້ອຍໆ. ຕົວຢ່າງ: ລອງ​ຄິດ​ເຖິງ​ຈຳນວນ​ຜູ້​ປະກາດ​ທົ່ວ​ໂລກ​ທີ່​ເພີ່ມ​ຂຶ້ນ​ຫຼາຍ​ໃນ​ສະໄໝ​ສຸດ​ທ້າຍ. ໃນ​ປີ 1914 ມີ​ຜູ້​ປະກາດ 5.155 ຄົນ​ໃນ 43 ດິນແດນ ແຕ່​ດຽວ​ນີ້​ມີ​ຜູ້​ປະກາດ​ປະມານ 8.500.000 ຄົນ​ໃນ 240 ດິນແດນ! ແນວ​ໃດ​ກໍ​ຕາມ ວຽກ​ຂອງ​ເຮົາ​ຍັງ​ບໍ່​ຈົບ​ພຽງ​ເທົ່າ​ນີ້. ເຮົາ​ຕ້ອງ​ປະກາດ​ຕໍ່ໆໄປ​ວ່າ​ມີ​ພຽງ​ລາຊະອານາຈັກ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ແກ້ໄຂ​ບັນຫາ​ທັງ​ໝົດ​ຂອງ​ມະນຸດ​ໄດ້.—ເພງ. 145:11-13

9. ເປັນ​ຫຍັງ​ເຮົາ​ຕ້ອງ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຕໍ່ໆໄປ?

9 ວຽກ​ປະກາດ​ຂອງ​ເຮົາ​ຈະ​ຍັງ​ບໍ່​ແລ້ວ​ຈົນ​ກວ່າ​ພະ​ເຢໂຫວາ​ຈະ​ບອກ​ວ່າ​ພໍ​ແລ້ວ. ຍັງ​ເຫຼືອ​ເວລາ​ຫຼາຍ​ປານ​ໃດ​ທີ່​ຜູ້​ຄົນ​ຈະ​ມາ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຄລິດ? (ໂຢ. 17:3) ເຮົາ​ບໍ່​ຮູ້. ແຕ່​ເຮົາ​ຮູ້​ວ່າ​ໃຜ​ກໍ​ຕາມ​ທີ່ “ເປັນ​ທີ່​ຕັ້ງ​ໄວ້​ສຳລັບ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ” ຈະ​ຕອບ​ຮັບ​ຂ່າວ​ດີ​ຈົນ​ກວ່າ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຂຶ້ນ. (ກິດ. 13:48) ເຮົາ​ຈະ​ຊ່ວຍ​ຄົນ​ເຫຼົ່າ​ນີ້​ກ່ອນ​ທີ່​ມັນ​ຈະ​ຊ້າ​ເກີນ​ໄປ​ໄດ້​ແນວ​ໃດ?

10. ພະ​ເຢໂຫວາ​ຊ່ວຍ​ເຮົາ​ແນວ​ໃດ​ເພື່ອ​ສອນ​ຄວາມ​ຈິງ​ໃຫ້​ກັບ​ຜູ້​ຄົນ?

10 ພະ​ເຢໂຫວາ​ໃຫ້​ທຸກ​ສິ່ງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ​ເພື່ອ​ສອນ​ຄວາມ​ຈິງ​ໃຫ້​ກັບ​ຜູ້​ຄົນ​ໂດຍ​ຜ່ານ​ທາງ​ອົງການ​ຂອງ​ພະອົງ. ຕົວຢ່າງ: ເຮົາ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ທຸກ​ອາທິດ​ໃນ​ການ​ປະຊຸມ​ກາງ​ອາທິດ. ການ​ປະຊຸມ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ຈະ​ເວົ້າ​ແນວ​ໃດ​ເມື່ອ​ປະກາດ​ເທື່ອ​ທຳອິດ​ຫຼື​ກັບ​ໄປ​ຢາມ ແລະ​ຍັງ​ສອນ​ເຮົາ​ໃຫ້​ຮູ້​ວິທີ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ. ອົງການ​ຂອງ​ພະ​ເຢໂຫວາ​ຍັງ​ໄດ້​ຈັດ​ກຽມ​ເຄື່ອງ​ມື​ເຫຼົ່າ​ນີ້​ໄວ້​ໃນ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ ຂອງ​ເຮົາ​ເຊິ່ງ​ຊ່ວຍ​ເຮົາ . . .

  • ເລີ່ມ​ສົນທະນາ

  • ຊ່ວຍ​ຜູ້​ຄົນ​ໃຫ້​ສົນ​ໃຈ​ຄຳພີ​ໄບເບິນ

  • ກະຕຸ້ນ​ຜູ້​ຄົນ​ໃຫ້​ຢາກ​ຮຽນ​ຄຳພີ​ໄບເບິນ

  • ສອນ​ນັກ​ສຶກສາ​ໃຫ້​ຮູ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ

  • ເຊີນ​ຜູ້​ສົນ​ໃຈ​ໃຫ້​ເຂົ້າ​ເວັບໄຊ​ແລະ​ໄປ​ຫໍ​ປະຊຸມ.

ແນ່ນອນ​ວ່າ​ການ​ມີ​ແຕ່​ເຄື່ອງ​ມື​ເຫຼົ່າ​ນັ້ນ​ຍັງ​ບໍ່​ພໍ ແຕ່​ເຮົາ​ຕ້ອງ​ໃຊ້​ມັນ​ໃຫ້​ເປັນ. * ຕົວຢ່າງ: ຫຼັງ​ຈາກ​ທີ່​ເຮົາ​ໄດ້​ລົມ​ກັບ​ຜູ້​ສົນ​ໃຈ​ແລະ​ຝາກ​ແຜ່ນ​ພັບ​ຫຼື​ປຶ້ມ​ໄວ້​ໃຫ້​ລາວ ລາວ​ກໍ​ຈະ​ສາມາດ​ອ່ານ​ຕໍ່​ຈົນ​ກວ່າ​ຈະ​ໄດ້​ພົບ​ເຮົາ​ອີກ. ມັນ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ທີ່​ຕ້ອງ​ດຸ​ໝັ່ນ​ເຮັດ​ວຽກ​ປະກາດ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຮັດ​ໄດ້​ໃນ​ແຕ່​ລະ​ເດືອນ.

11. ເປັນ​ຫຍັງ​ຈຶ່ງ​ຈັດ​ໃຫ້​ມີ​ການ​ຮຽນ​ຄຳພີ​ໄບເບິນ​ແບບ​ອອນ​ລາຍ?

11 ອີກ​ວິທີ​ໜຶ່ງ​ທີ່​ພະ​ເຢໂຫວາ​ໃຊ້​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ຮຽນ​ຮູ້​ຄວາມ​ຈິງ​ຄື ການ​ຮຽນ​ຄຳພີ​ໄບເບິນ​ທາງ​ອອນ​ລາຍ ໃນ​ເວັບໄຊ jw.org®. ເປັນ​ຫຍັງ​ຈຶ່ງ​ຈັດ​ໃຫ້​ມີ​ການ​ຮຽນ​ແບບ​ນີ້​ຂຶ້ນ​ມາ? ໃນ​ແຕ່​ລະ​ເດືອນ ມີ​ຜູ້​ຄົນ​ເປັນ​ພັນ​ເປັນ​ໝື່ນ​ທົ່ວ​ໂລກ​ເຂົ້າ​ໄປ​ຮຽນ​ຄຳພີ​ໄບເບິນ​ທາງ​ອອນ​ລາຍ. ບົດຮຽນ​ທີ່​ຢູ່​ໃນ​ເວັບໄຊ​ສາມາດ​ຊ່ວຍ​ຄົນ​ເຫຼົ່າ​ນີ້​ໃຫ້​ຢາກ​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ. ຖ້າ​ບາງ​ຄົນ​ທີ່​ເຈົ້າ​ລົມ​ນຳ​ຮູ້ສຶກ​ລັງເລ​ທີ່​ຈະ​ຕອບ​ຮັບ​ການ​ສຶກສາ​ເປັນ​ສ່ວນ​ຕົວ ໃຫ້​ເຈົ້າ​ພາ​ລາວ​ເບິ່ງ​ສ່ວນ​ນີ້​ໃນ​ເວັບໄຊ​ຫຼື​ສົ່ງ​ລິ້ງ​ການ​ຮຽນ​ແບບ​ອອນ​ລາຍ​ໃຫ້​ລາວ. *

12. ເຮົາ​ຈະ​ຮຽນ​ຮູ້​ເລື່ອງ​ຫຍັງ​ຈາກ​ການ​ສຶກສາ​ຄຳພີ​ໄບເບິນ​ທາງ​ອອນ​ລາຍ?

12 ການ​ຮຽນ​ຄຳພີ​ໄບເບິນ​ທາງ​ອອນ​ລາຍ​ຍັງ​ມີ​ຫົວ​ຂໍ້​ເຫຼົ່າ​ນີ້​ເຊັ່ນ: “ຄຳພີ​ໄບເບິນ​ແລະ​ຜູ້​ປະພັນ​ຄຳພີ​ໄບເບິນ” “ບຸກຄົນ​ຫຼັກ​ໃນ​ຄຳພີ​ໄບເບິນ” ແລະ “ຂ່າວ​ສານ​ເລື່ອງ​ຄວາມ​ຫວັງ​ຈາກ​ຄຳພີ​ໄບເບິນ.” ໃນ​ຫົວ​ຂໍ້​ເຫຼົ່າ​ນີ້​ຈະ​ສຶກສາ​ກ່ຽວ​ກັບ:

  • ຄຳພີ​ໄບເບິນ​ສາມາດ​ຊ່ວຍ​ຜູ້​ຄົນ​ແນວ​ໃດ?

  • ພະ​ເຢໂຫວາ ພະ​ເຍຊູ ແລະ​ທູດ​ສະຫວັນ​ແມ່ນ​ໃຜ?

  • ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ສ້າງ​ມະນຸດ?

  • ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ທຸກ​ແລະ​ຄວາມ​ຊົ່ວ​ຮ້າຍ?

ນອກ​ຈາກ​ນັ້ນ ບົດຮຽນ​ເຫຼົ່າ​ນີ້​ຍັງ​ບອກ​ວິທີ​ທີ່​ພະ​ເຢໂຫວາ​ຈະ . . .

  • ເຮັດ​ໃຫ້​ຄວາມ​ທຸກ​ແລະ​ຄວາມ​ຕາຍ​ໝົດ​ໄປ

  • ເຮັດ​ໃຫ້​ຄົນ​ຕາຍ​ກັບ​ມາ​ມີ​ຊີວິດ​ອີກ

  • ເຮັດ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ແທນ​ທີ່​ການ​ປົກຄອງ​ຂອງ​ມະນຸດ.

13. ການ​ຮຽນ​ຄຳພີ​ໄບເບິນ​ທາງ​ອອນ​ລາຍ​ຈະ​ປ່ຽນ​ແທນ​ການ​ສຶກສາ​ຄຳພີ​ໄບເບິນ​ແບບ​ຈັດ​ກຽມ​ສະເພາະ​ໄດ້​ບໍ? ຂໍ​ໃຫ້​ອະທິບາຍ.

13 ການ​ຮຽນ​ຄຳພີ​ໄບເບິນ​ທາງ​ອອນ​ລາຍ​ບໍ່​ສາມາດ​ປ່ຽນ​ແທນ​ການ​ສຶກສາ​ຄຳພີ​ໄບເບິນ​ແບບ​ຈັດ​ກຽມ​ສະເພາະ​ໄດ້. ພະ​ເຍຊູ​ໃຫ້​ສິດທິ​ພິເສດ​ເຮົາ​ໃນ​ການ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ. ການ​ຮຽນ​ຄຳພີ​ໄບເບິນ​ທາງ​ອອນ​ລາຍ​ອອກ​ແບບ​ມາ​ເພື່ອ​ໃຫ້​ຜູ້​ສົນ​ໃຈ​ເຂົ້າ​ໄປ​ສຶກສາ ເຫັນ​ຄຸນຄ່າ​ຕໍ່​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຮຽນ ແລະ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ. ຖ້າ​ເປັນ​ແບບ​ນັ້ນ ບາງ​ເທື່ອ​ພວກ​ເຂົາ​ອາດ​ຈະ​ຢາກ​ສຶກສາ​ຄຳພີ​ໄບເບິນ​ແບບ​ຈັດ​ກຽມ​ສະເພາະ​ໄດ້. ໃນ​ສ່ວນ​ທ້າຍ​ຂອງ​ແຕ່​ລະ​ບົດຮຽນ ຜູ້​ຮຽນ​ສາມາດ​ຂໍ​ໃຫ້​ມີ​ຄົນ​ມາ​ສອນ​ຄຳພີ​ໄບເບິນ​ກັບ​ລາວ​ເປັນ​ສ່ວນ​ຕົວ​ໄດ້. ໂດຍ​ສະເລ່ຍ​ຕໍ່​ມື້​ໜຶ່ງ ເຮົາ​ໄດ້​ຮັບ​ການ​ຮ້ອງ​ຂໍ​ທີ່​ຢາກ​ໃຫ້​ໄປ​ສຶກສາ​ຄຳພີ​ໄບເບິນ​ເປັນ​ສ່ວນ​ຕົວ​ຫຼາຍ​ກວ່າ 230 ລາຍ! ການ​ສຶກສາ​ຄຳພີ​ໄບເບິນ​ເປັນ​ສ່ວນ​ຕົວ​ສອງ​ຕໍ່​ສອງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ!

ພະຍາຍາມ​ເຮັດ​ໃຫ້​ຄົນ​ເປັນ​ລູກ​ສິດ​ຕໍ່ໆໄປ

14. ຕາມ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ໃນ​ມັດທາຍ 28:19, 20 ເຮົາ​ຕ້ອງ​ພະຍາຍາມ​ເຮັດ​ຫຍັງ​ສຸດ​ຄວາມ​ສາມາດ ແລະ​ຍ້ອນ​ຫຍັງ?

14 ອ່ານ​ມັດທາຍ 28:19, 20. ເມື່ອ​ເຮົາ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ ເຮົາ​ຕ້ອງ​ພະຍາຍາມ​ສຸດ​ຄວາມ​ສາມາດ​ທີ່​ຈະ “ກະທຳ​ໃຫ້ . . . ເປັນ​ລູກ​ສິດ . . . ສັ່ງ​ສອນ​ເຂົາ​ໃຫ້​ຖື​ຮັກສາ​ສິ່ງ​ທັງ​ປວງ​ທີ່ [ພະ​ເຍຊູ] ໄດ້​ສັ່ງ​ໄວ້.” ເຮົາ​ຕ້ອງ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ວ່າ​ການ​ເລືອກ​ຮັບໃຊ້​ພະ​ເຢໂຫວາ​ແລະ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະອົງ​ເປັນ​ເລື່ອງ​ສຳຄັນ​ຫຼາຍ​ສຳລັບ​ພວກ​ເຂົາ. ນີ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ພະຍາຍາມ​ກະຕຸ້ນ​ຜູ້​ຄົນ​ໃຫ້​ໃຊ້​ສິ່ງ​ທີ່​ພວກ​ເຂົາ​ຮຽນ​ຮູ້ ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແລະ​ຮັບ​ບັບເຕມາ ແລ້ວ​ພວກ​ເຂົາ​ກໍ​ຈະ​ລອດ​ໃນ​ວັນ​ຂອງ​ພະ​ເຢໂຫວາ.—1 ເປ. 3:21

15. ເຮົາ​ບໍ່​ຢາກ​ເສຍ​ເວລາ​ກັບ​ຫຍັງ ແລະ​ຍ້ອນ​ຫຍັງ?

15 ດັ່ງ​ທີ່​ໄດ້​ເວົ້າ​ໄປ​ແລ້ວ​ກ່ອນ​ໜ້າ​ນີ້ ຍັງ​ເຫຼືອ​ເວລາ​ໜ້ອຍ​ດຽວ​ແທ້ໆທີ່​ລະບົບ​ນີ້​ຈະ​ຖືກ​ທຳລາຍ. ຍ້ອນ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ບໍ່​ຢາກ​ເສຍ​ເວລາ​ກັບ​ຄົນ​ທີ່​ບໍ່​ປ່ຽນ​ແປງ​ຊີວິດ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ. (1 ໂກ. 9:26) ວຽກ​ຂອງ​ເຮົາ​ຮີບ​ດ່ວນ​ຫຼາຍ! ຍັງ​ມີ​ອີກ​ຫຼາຍ​ຄົນ​ທີ່​ຈຳເປັນ​ຕ້ອງ​ໄດ້​ຍິນ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ກ່ອນ​ທີ່​ຈະ​ຊ້າ​ເກີນ​ໄປ.

ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ

16. ຕາມ​ຄຳປາກົດ 18:2, 4, 5, 8 ເຮົາ​ທຸກ​ຄົນ​ຕ້ອງ​ເຮັດ​ຫຍັງ? (ເບິ່ງ​ໄຂ​ເງື່ອນ)

16 ອ່ານ​ຄຳປາກົດ 18:2, 4, 5, 8. ຂໍ້​ຄຳພີ​ເຫຼົ່າ​ນີ້​ບອກ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ນະມັດສະການ​ຂອງ​ພະອົງ​ເຮັດ​ຫຍັງ. ຄລິດສະຕຽນ​ແທ້​ທຸກ​ຄົນ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ພວກ​ເຂົາ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ໃດໆກັບ​ສາສະໜາ​ປອມ. ກ່ອນ​ຮຽນ​ຄວາມ​ຈິງ​ນັກ​ສຶກສາ​ຄຳພີ​ໄບເບິນ​ອາດ​ເປັນ​ສະມາຊິກ​ຂອງ​ສາສະໜາ​ປອມ. ລາວ​ອາດ​ເຂົ້າ​ຮ່ວມ​ພິທີ​ກຳ​ແລະ​ເຮັດ​ກິດຈະກຳ​ທາງ​ສາສະໜາ ຫຼື​ລາວ​ອາດ​ບໍລິຈາກ​ເງິນ​ເພື່ອ​ສະໜັບສະໜູນ​ສາສະໜາ​ນັ້ນ. ກ່ອນ​ທີ່​ນັກ​ສຶກສາ​ຄຳພີ​ໄບເບິນ​ຈະ​ສາມາດ​ເປັນ​ຜູ້​ປະກາດ​ທີ່​ຍັງ​ບໍ່​ໄດ້​ຮັບ​ບັບເຕມາ ລາວ​ຕ້ອງ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ​ໃດໆທັງ​ສິ້ນ ແລະ​ລາວ​ຄວນ​ຂຽນ​ຈົດ​ໝາຍ​ລາ​ອອກ​ຫຼື​ເຊົາ​ເປັນ​ສະມາຊິກ​ຂອງ​ໂບດ​ຫຼື​ອົງການ​ໃດ​ກໍ​ຕາມ​ທີ່​ມີ​ສ່ວນ​ກ່ຽວ​ກັບ​ສາສະໜາ. *

17. ວຽກ​ແບບ​ໃດ​ທີ່​ຄລິດສະຕຽນ​ຕ້ອງ​ຫຼີກ​ລ່ຽງ ແລະ​ຍ້ອນ​ຫຍັງ?

17 ຄລິດສະຕຽນ​ແທ້​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ວຽກ​ທີ່​ພວກ​ເຂົາ​ເຮັດ​ບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ​ເລີຍ. (2 ໂກ. 6:14-17) ຕົວຢ່າງ: ລາວ​ຈະ​ບໍ່​ເປັນ​ພະນັກງານ​ຢູ່​ໂບດ. ນອກ​ຈາກ​ນັ້ນ ຄລິດສະຕຽນ​ທີ່​ເຮັດ​ວຽກ​ຢູ່​ບ່ອນ​ອື່ນ​ກໍ​ບໍ່​ຄວນ​ເຮັດ​ວຽກ​ໃດ​ກໍ​ຕາມ​ທີ່​ເປັນ​ການ​ສົ່ງເສີມ​ສາສະໜາ​ປອມ. ແລະ​ຖ້າ​ລາວ​ມີ​ທຸລະກິດ​ເປັນ​ຂອງ​ຕົວ​ເອງ ລາວ​ຈະ​ບໍ່​ໄປ​ປະ​ມູນ​ວຽກ​ຫຼື​ເຮັດ​ສັນຍາ​ກັບ​ສາສະໜາ​ປອມ. ເປັນ​ຫຍັງ​ເຮົາ​ຕ້ອງ​ເຄັ່ງ​ປານ​ນີ້? ເພາະ​ເຮົາ​ບໍ່​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ຄຳ​ສອນ​ປອມ​ແລະ​ສິ່ງ​ທີ່​ສາສະໜາ​ປອມ​ເຮັດ​ເຊິ່ງ​ພະເຈົ້າ​ບອກ​ວ່າ​ເປັນ​ມົນທິນ.—ເອຊາ. 52:11. *

18. ຜູ້​ດູ​ແລ​ຄົນ​ໜຶ່ງ​ຍຶດ​ໝັ້ນ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ແນວ​ໃດ​ໃນ​ເລື່ອງ​ວຽກ?

18 ຫຼາຍ​ປີ​ມາ​ແລ້ວ​ທີ່​ຜູ້​ດູ​ແລ​ຄົນ​ໜຶ່ງ​ເຊິ່ງ​ມີ​ອາຊີບ​ອິດ​ສະຫຼະ​ໄດ້​ຖືກ​ຜູ້​ຮັບ​ເໝົາ​ມາ​ຂໍ​ໃຫ້​ລາວ​ເຮັດ​ວຽກ​ກ່ຽວ​ກັບ​ໄມ້​ຢູ່​ໂບດ​ແຫ່ງ​ໜຶ່ງ​ໃນ​ເມືອງ​ຂອງ​ລາວ. ຜູ້​ຮັບ​ເໝົາ​ຮູ້​ວ່າ​ຜູ້​ດູ​ແລ​ຄົນ​ນີ້​ມັກ​ບອກ​ວ່າ​ຈະ​ບໍ່​ເຮັດ​ວຽກ​ໃຫ້​ຖ້າ​ເປັນ​ວຽກ​ໃນ​ໂບດ ແຕ່​ເທື່ອ​ນີ້​ຜູ້​ຮັບ​ເໝົາ​ຊອກ​ຄົນ​ຍາກ. ແນວ​ໃດ​ກໍ​ຕາມ ຜູ້​ດູ​ແລ​ກໍ​ຍຶດ​ໝັ້ນ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ແລະ​ປະຕິເສດ​ວຽກ​ນັ້ນ. ອາທິດ​ຕໍ່​ມາ ໜັງສື​ພິມ​ທ້ອງຖິ່ນ​ກໍ​ໄດ້​ລົງ​ຮູບ​ຂອງ​ຊ່າງ​ໄມ້​ຄົນ​ໜຶ່ງ​ທີ່​ກຳລັງ​ຕິດ​ໄມ້​ກາງ​ເຂນ​ໃສ່​ໂບດ. ຖ້າ​ຜູ້​ດູ​ແລ​ຍອມ​ເຮັດ​ວຽກ​ນັ້ນ ໃນ​ໜັງສື​ພິມ​ນັ້ນ​ກໍ​ຄື​ຊິ​ເປັນ​ຮູບ​ຂອງ​ລາວ. ລອງ​ຄິດ​ເບິ່ງ​ວ່າ​ມັນ​ຈະ​ທຳລາຍ​ຊື່ສຽງ​ຂອງ​ລາວ​ແນວ​ໃດ​ໃນ​ທ່າມກາງ​ພີ່​ນ້ອງ! ແລະ​ລອງ​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ.

ເຮົາ​ໄດ້​ບົດຮຽນ​ຫຍັງ​ແດ່?

19-20. (ກ) ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ແລ້ວ? (ຂ) ເຮົາ​ຈຳເປັນ​ຕ້ອງ​ຮຽນ​ຮູ້​ຫຍັງ​ອີກ?

19 ຕາມ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ ເຫດການ​ສຳຄັນ​ທີ່​ຈະ​ເກີດ​ຂຶ້ນ​ຕໍ່​ໄປ​ໃນ​ໂລກ​ກໍ​ຄື ຊາດ​ຕ່າງໆຈະ​ປະກາດ​ວ່າ “ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ, ລ.ມ.” ເນື່ອງ​ຈາກ​ພະ​ເຢໂຫວາ​ສອນ​ເຮົາ ເຮົາ​ຈຶ່ງ​ຮູ້​ວ່າ​ຊາດ​ຕ່າງໆຈະ​ບໍ່​ໄດ້​ເຮັດ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ​ແລະ​ປອດໄພ​ແທ້. ກ່ອນ​ມີ​ຄຳ​ປະກາດ​ທີ່​ນຳ​ໄປ​ສູ່​ການ​ທຳລາຍ ເຮົາ​ຄວນ​ເຮັດ​ຫຍັງ? ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ດຸ​ໝັ່ນ​ປະກາດ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ຕໍ່​ໄປ​ແລະ​ເຮັດ​ໃຫ້​ຄົນ​ເປັນ​ລູກ​ສິດ​ຫຼາຍ​ຂຶ້ນ. ໃນ​ເວລາ​ດຽວ​ກັນ ເຮົາ​ຕ້ອງ​ບໍ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ​ໃດໆທັງ​ນັ້ນ ເຊິ່ງ​ລວມ​ເຖິງ​ການ​ລາ​ອອກ​ຈາກ​ການ​ເປັນ​ສະມາຊິກ​ຫຼື​ບໍ່​ເຮັດ​ວຽກ​ໃນ​ອົງການ​ທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ປອມ.

20 ຍັງ​ມີ​ເຫດການ​ອື່ນໆອີກ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໄລຍະ​ທ້າຍໆຂອງ “ສະໄໝ​ສຸດ​ທ້າຍ.” ນອກ​ຈາກ​ນັ້ນ​ຍັງ​ມີ​ສິ່ງ​ອື່ນໆອີກ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ. ສິ່ງ​ເຫຼົ່າ​ນັ້ນ​ແມ່ນ​ຫຍັງ ແລະ​ເຮົາ​ຈະ​ກຽມ​ຕົວ​ໃຫ້​ພ້ອມ​ສຳລັບ​ທຸກ​ສິ່ງ​ທີ່​ຈະ​ເກີດ​ໃນ​ອະນາຄົດ​ອັນ​ໃກ້​ນີ້​ໄດ້​ແນວ​ໃດ? ເຮົາ​ຈະ​ມາ​ເບິ່ງ​ນຳ​ກັນ​ໃນ​ບົດ​ຄວາມ​ຕໍ່​ໄປ.

ເພງ 71 ເຮົາ​ເປັນ​ກອງທັບ​ຂອງ​ພະ​ເຢໂຫວາ!

^ ຂໍ້ 5 ອີກ​ບໍ່​ດົນ​ເຮົາ​ກໍ​ຈະ​ໄດ້​ຍິນ​ຜູ້​ນຳ​ຂອງ​ໂລກ​ປະກາດ​ວ່າ “ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ!” ເຊິ່ງ​ເປັນ​ສັນຍານ​ບອກ​ວ່າ ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ກຳລັງ​ຈະ​ເລີ່ມ​ຂຶ້ນ. ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃນ​ຕອນ​ນີ້​ຈົນ​ຮອດ​ມື້​ທີ່​ມີ​ຄຳ​ປະກາດ​ນັ້ນ? ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຄຳຕອບ.

^ ຂໍ້ 3 ຕົວຢ່າງ: ໃນ​ເວັບໄຊ​ຂອງ​ສະຫະປະຊາຊາດ​ບອກ​ວ່າ “ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນ​ຄົງ​ລະຫວ່າງ​ຊາດ.”

^ ຂໍ້ 10 ສຳລັບ​ລາຍ​ລະອຽດ​ກ່ຽວ​ກັບ​ວິທີ​ໃຊ້​ເຄື່ອງ​ມື​ໃນ​ກ່ອງ​ເຄື່ອງ​ມື​ສຳລັບ​ການ​ສອນ ເບິ່ງ​ບົດ​ຄວາມ “ສອນ​ຄວາມ​ຈິງ” ໃນ​ຫໍສັງເກດການ ເດືອນ​ຕຸລາ 2018.

^ ຂໍ້ 11 ການ​ຮຽນ​ຄຳພີ​ໄບເບິນ​ແບບ​ອອນ​ລາຍ​ມີ​ໃຫ້​ໃຊ້​ໃນ​ພາສາ​ອັງກິດ​ແລະ​ພາສາ​ປອກຕຸຍການ ແລະ​ກຳລັງ​ຈະ​ມີ​ໃນ​ພາສາ​ອື່ນໆ.

^ ຂໍ້ 16 ເຮົາ​ຍັງ​ຕ້ອງ​ບໍ່​ເຂົ້າ​ຮ່ວມ​ກັບ​ບັນດາ​ອົງການ​ທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ເຊັ່ນ ສູນ​ຕ່າງໆສຳລັບ​ເຍົາວະຊົນ​ທີ່​ເຮັດ​ກິດຈະກຳ​ທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ. ອົງການ​ເຫຼົ່າ​ນີ້​ພະຍາຍາມ​ເຮັດ​ກິດຈະກຳ​ເພື່ອ​ບໍ່​ໃຫ້​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ສາສະໜາ ແຕ່​ຄວາມ​ຈິງ​ແລ້ວ​ກໍ​ມີ​ສາສະໜາ​ຢູ່​ເບື້ອງ​ຫຼັງ.

^ ຂໍ້ 17 ສຳລັບ​ລາຍ​ລະອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ມຸມ​ມອງ​ຂອງ​ຄຳພີ​ໄບເບິນ​ເລື່ອງ​ການ​ເຮັດ​ວຽກ​ທີ່​ກ່ຽວ​ຂ້ອງ​ກັບ​ອົງການ​ສາສະໜາ ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ 15 ເມສາ 1999 (ພາສາ​ໄທ).

^ ຂໍ້ 83 ຄຳ​ອະທິບາຍ​ຮູບ​ພາບ: ລູກ​ຄ້າ​ທີ່​ນັ່ງ​ຢູ່​ຮ້ານ​ກາເຟ​ກຳລັງ​ເບິ່ງ “ຂ່າວ​ດ່ວນ” ຢູ່​ໂທລະທັດ​ກ່ຽວ​ກັບ​ຄຳ​ປະກາດ​ທີ່​ວ່າ “ສະຫງົບ​ສຸກ​ແລະ​ປອດໄພ​ແລ້ວ.” ແຕ່​ພະຍານ​ພະ​ເຢໂຫວາ​ຄູ່​ໜຶ່ງ​ທີ່​ນັ່ງ​ພັກ​ຢູ່​ຫັ້ນ​ຕອນ​ປະກາດ​ບໍ່​ໄດ້​ຫຼົງ​ເຊື່ອ​ຂ່າວ​ນັ້ນ.