ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 44

ໃຫ້​ສະໜິດ​ກັນ​ຫຼາຍ​ຂຶ້ນ​ກ່ອນ​ທີ່​ຈຸດ​ຈົບ​ຈະ​ມາ​ເຖິງ

ໃຫ້​ສະໜິດ​ກັນ​ຫຼາຍ​ຂຶ້ນ​ກ່ອນ​ທີ່​ຈຸດ​ຈົບ​ຈະ​ມາ​ເຖິງ

“ສ່ຽວ​ຮັກ​ຢູ່​ທຸກ​ເວລາ.”—ສຸພາ. 17:17

ເພງ 101 ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ

ໃຈ​ຄວາມ​ສຳຄັນ *

ເຮົາ​ຈຳເປັນ​ຕ້ອງ​ມີ​ໝູ່​ທີ່​ດີ​ໃນ​ໄລຍະ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່” (ເບິ່ງ​ຂໍ້ 2) *

1-2. ຕາມ 1 ເປໂຕ 4:7, 8 ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ໄລຍະ​ທີ່​ຫຍຸ້ງຍາກ​ລຳບາກ​ໄດ້?

ເນື່ອງ​ຈາກ​ເຮົາ​ຢູ່​ໃນ​ຕອນ​ທ້າຍ​ຂອງ “ສະໄໝ​ສຸດ​ທ້າຍ” ເຮົາ​ອາດ​ຕ້ອງ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ​ຢ່າງ​ຮຸນແຮງ. (2 ຕີໂມ. 3:1, ລ.ມ.) ຕົວຢ່າງ​ເຊັ່ນ: ຄວາມ​ຂັດ​ແຍ່ງ​ແລະ​ການ​ສົນ​ລະ​ວົນ​ວຸ່ນວາຍ​ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ໃນ​ປະເທດ​ໜຶ່ງ​ຂອງ​ອາຝຼິກກາ​ຕາເວັນ​ຕົກ ເຮັດ​ໃຫ້​ພີ່​ນ້ອງ​ທີ່​ຢູ່​ໃນ​ພື້ນ​ທີ່​ອັນຕະລາຍ​ນີ້​ຕ້ອງ​ຢູ່​ແບບ​ລະວັງ​ຕົວ​ຕະຫຼອດ​ດົນ​ກວ່າ 6 ເດືອນ. ສິ່ງ​ໃດ​ຊ່ວຍ​ໃຫ້​ພວກ​ເຂົາ​ຮັບ​ມື​ກັບ​ສະພາບການ​ທີ່​ຍາກ​ລຳບາກ​ນີ້​ໄດ້? ພີ່​ນ້ອງ​ບາງ​ຄົນ​ທີ່​ຢູ່​ໃນ​ເຂດ​ທີ່​ປອດໄພ​ກວ່າ​ໄດ້​ຕ້ອນຮັບ​ພວກ​ເຂົາ​ໂດຍ​ໃຫ້​ມາ​ພັກ​ຢູ່​ເຮືອນ​ນຳ. ພີ່​ນ້ອງ​ຊາຍ​ຄົນ​ໜຶ່ງ​ບອກ​ວ່າ: “ຕອນ​ທີ່​ຫຍຸ້ງຍາກ​ລຳບາກ​ແບບ​ນີ້ ຂ້ອຍ​ດີ​ໃຈ​ແທ້ໆທີ່​ມີ​ໝູ່​ຫຼາຍ​ຄົນ​ຢູ່​ອ້ອມ​ຂ້າງ ເພາະ​ເຮົາ​ຈະ​ສາມາດ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໄດ້.”

2 ເມື່ອ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່” ເລີ່ມ​ຕົ້ນ​ຂຶ້ນ ເຮົາ​ຈະ​ດີ​ໃຈ​ແທ້ໆທີ່​ມີ​ໝູ່​ທີ່​ດີ​ທີ່​ຮັກ​ເຮົາ. (ຄຳປ. 7:14, ລ.ມ.) ດັ່ງ​ນັ້ນ ເຮົາ​ຕ້ອງ​ຮີບ​ສ້າງ​ສາຍ​ສຳພັນ​ທີ່​ແໜ້ນ​ແຟ້ນ​ກັບ​ໝູ່​ຕັ້ງ​ແຕ່​ຕອນ​ນີ້. (ອ່ານ 1 ເປໂຕ 4:7, 8) ເຮົາ​ຈະ​ມາ​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ເຢເຣມີ​ທີ່​ມີ​ໝູ່​ທີ່​ດີ​ຊ່ວຍ​ລາວ​ໃຫ້​ລອດ​ຊີວິດ​ໃນ​ໄລຍະ​ກ່ອນ​ການ​ທຳລາຍ​ເມືອງ​ເຢຣຶຊາເລມ. * ແລະ​ຈະ​ເບິ່ງ​ວ່າ​ເຮົາ​ສາມາດ​ຮຽນ​ແບບ​ເຢເຣມີ​ໄດ້​ແນວ​ໃດ?

ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ເຢເຣມີ

3. (ກ) ເປັນ​ຫຍັງ​ເຢເຣມີ​ອາດ​ຢາກ​ແຍກ​ຕົວ​ອອກ​ຈາກ​ຄົນ​ອື່ນ? (ຂ) ເຢເຣມີ​ບອກ​ຫຍັງ​ກັບ​ບາຣຶກ ແລະ​ຜົນ​ເປັນ​ແນວ​ໃດ?

3 ຢ່າງ​ໜ້ອຍ 40 ປີ​ທີ່​ເຢເຣມີ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ມີ​ແຕ່​ຄົນ​ບໍ່​ສັດ​ຊື່ ເຊິ່ງ​ລວມ​ທັງ​ເພື່ອນ​ບ້ານ​ແລະ​ອາດ​ຈະ​ມີ​ຍາດ​ພີ່​ນ້ອງ​ຈາກ​ເມືອງ​ອານາໂທດ​ທີ່​ເປັນ​ບ້ານ​ເກີດ​ຂອງ​ລາວ. (ຢເຣ. 11:21; 12:6) ແຕ່​ລາວ​ກໍ​ບໍ່​ໄດ້​ແຍກ​ຕົວ​ອອກ​ຈາກ​ຄົນ​ອື່ນ. ທີ່​ຈິງ ລາວ​ບອກ​ຄວາມ​ຮູ້ສຶກ​ຂອງ​ຕົນ​ກັບ​ບາຣຶກ​ເລຂານຸການ​ທີ່​ພັກດີ​ຂອງ​ລາວ ແລະ​ການ​ທີ່​ບັນທຶກ​ເລື່ອງ​ນີ້​ໃນ​ຄຳພີ​ໄບເບິນ​ກໍ​ເປັນ​ການ​ບອກ​ເຮົາ​ນຳ. (ຢເຣ. 8:21; 9:1; 20:14-18; 45:1) ເຮົາ​ສາມາດ​ນຶກ​ພາບ​ອອກ​ວ່າ​ຕອນ​ທີ່​ບາຣຶກ​ຂຽນ​ເລື່ອງ​ທີ່​ເກີດ​ຂຶ້ນ​ກັບ​ເຢເຣມີ ພວກ​ເຂົາ​ທັງ​ສອງ​ຄົງ​ໄດ້​ຮຽນ​ຮູ້​ທີ່​ຈະ​ຮັກ​ແລະ​ນັບຖື​ກັນ​ຫຼາຍ​ຂຶ້ນ​ແທ້ໆ.—ຢເຣ. 20:1, 2; 26:7-11

4. ພະ​ເຢໂຫວາ​ສັ່ງ​ໃຫ້​ເຢເຣມີ​ເຮັດ​ຫຍັງ ແລະ​ວຽກ​ນີ້​ເຮັດ​ໃຫ້​ເຢເຣມີ​ກັບ​ບາຣຶກ​ສະໜິດ​ກັນ​ຫຼາຍ​ຂຶ້ນ​ແນວ​ໃດ?

4 ເປັນ​ເວລາ​ຫຼາຍ​ປີ​ທີ່​ເຢເຣມີ​ເຕືອນ​ຊາວ​ອິດສະລາແອນ​ຢ່າງ​ກ້າຫານ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ເມືອງ​ເຢຣຶຊາເລມ. (ຢເຣ. 25:3) ເມື່ອ​ພະ​ເຢໂຫວາ​ຕ້ອງການ​ເຕືອນ​ອີກ​ເທື່ອ​ໜຶ່ງ​ເພື່ອ​ໃຫ້​ປະຊາຊົນ​ກັບ​ໃຈ ພະ​ເຢໂຫວາ​ສັ່ງ​ໃຫ້​ເຢເຣມີ​ຂຽນ​ຄຳ​ເຕືອນ​ຂອງ​ພະອົງ​ໄວ້​ໃນ​ມ້ວນ​ໜັງສື. (ຢເຣ. 36:1-4) ເຢເຣມີ​ແລະ​ບາຣຶກ​ອາດ​ເຮັດ​ວຽກ​ນີ້​ນຳ​ກັນ​ຢ່າງ​ໃກ້​ຊິດ​ຫຼາຍ​ເດືອນ ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ສິ່ງ​ທີ່​ພວກ​ເຂົາ​ລົມ​ກັນ​ໃນ​ຕອນ​ນັ້ນ​ຕ້ອງ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ເຂັ້ມແຂງ​ຂຶ້ນ.

5. ບາຣຶກ​ເປັນ​ໝູ່​ທີ່​ດີ​ຂອງ​ເຢເຣມີ​ແນວ​ໃດ?

5 ຫຼັງ​ຈາກ​ທີ່​ຂຽນ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ໃນ​ມ້ວນ​ໜັງສື​ແລ້ວໆ ເຢເຣມີ​ຕ້ອງ​ໄວ້​ໃຈ​ບາຣຶກ​ໝູ່​ຂອງ​ລາວ​ເພື່ອ​ໃຫ້​ໄປ​ບອກ​ຂ່າວ​ສານ​ນີ້​ກັບ​ປະຊາຊົນ. (ຢເຣ. 36:5, 6) ບາຣຶກ​ກ້າ​ທີ່​ຈະ​ເຮັດ​ວຽກ​ທີ່​ອັນຕະລາຍ​ນີ້. ລອງ​ນຶກ​ພາບ​ເບິ່ງ​ວ່າ ເຢເຣມີ​ຄົງ​ຕ້ອງ​ພູມ​ໃຈ​ບາຣຶກ​ຫຼາຍ​ແທ້ໆຕອນ​ທີ່​ບາຣຶກ​ໄປ​ທີ່​ວິຫານ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ລາວ​ບອກ​ໃຫ້​ເຮັດ. (ຢເຣ. 36:8-10) ເມື່ອ​ພວກ​ເຈົ້ານາຍ​ຂອງ​ຢູດາ​ຮູ້​ສິ່ງ​ທີ່​ບາຣຶກ​ເຮັດ ພວກ​ເຂົາ​ກໍ​ສັ່ງ​ໃຫ້​ບາຣຶກ​ອ່ານ​ມ້ວນ​ໜັງສື​ນີ້​ໃຫ້​ພວກ​ເຂົາ​ຟັງ. (ຢເຣ. 36:14, 15) ພວກ​ເຈົ້ານາຍ​ໄດ້​ຕັດສິນ​ໃຈ​ເອົາ​ສິ່ງ​ທີ່​ໄດ້​ຍິນ​ໄປ​ບອກ​ກະສັດ​ເຢໂຫຢາກີມ. ແຕ່​ຍ້ອນ​ພວກ​ເຂົາ​ເປັນ​ຫ່ວງ​ເຢເຣມີ​ກັບ​ບາຣຶກ ຈຶ່ງ​ບອກ​ບາຣຶກ​ວ່າ: “ຈົ່ງ​ໄປ​ລີ້​ຕົວ​ກັບ​ທ່ານ​ເຢເຣມີ​ແລະ​ຢ່າ​ໃຫ້​ຜູ້​ໃດ​ຮູ້ຈັກ​ບ່ອນ​ໃດ​ເຈົ້າ​ທັງ​ສອງ​ຢູ່​ນັ້ນ.” (ຢເຣ. 36:16-19) ນັ້ນ​ເປັນ​ຄຳ​ແນະນຳ​ທີ່​ດີ​ແທ້ໆ!

6. ເຢເຣມີ​ກັບ​ບາຣຶກ​ເຮັດ​ແນວ​ໃດ​ເມື່ອ​ຖືກ​ຕໍ່​ຕ້ານ?

6 ເມື່ອ​ກະສັດ​ເຢໂຫຢາກີມ​ໄດ້​ຍິນ​ສິ່ງ​ທີ່​ເຢເຣມີ​ບອກ ລາວ​ກໍ​ໃຈ​ຮ້າຍແຮງ​ຈຶ່ງ​ຈູດ​ມ້ວນ​ໜັງສື​ຖິ້ມ​ແລະ​ສັ່ງ​ໃຫ້​ຈັບ​ເຢເຣມີ​ກັບ​ບາຣຶກ. ແຕ່​ເຢເຣມີ​ບໍ່​ຢ້ານ ລາວ​ເອົາ​ມ້ວນ​ໜັງສື​ອີກ​ມ້ວນ​ໜຶ່ງ​ໃຫ້​ບາຣຶກ ແລະ​ບອກ​ຂ່າວ​ສານ​ຂອງ​ພະ​ເຢໂຫວາ​ກັບ​ບາຣຶກ ບາຣຶກ​ຈຶ່ງ​ຂຽນ “ຕາມ​ປາກ​ຂອງ​ທ່ານ​ເຢເຣມີ​ຍັງ​ຄຳ​ທັງ​ປວງ​ທີ່​ໄດ້​ຢູ່​ໃນ​ໜັງສື​ທີ່​ທ່ານ​ເຢໂຫຢາກີມ​ກະສັດ​ຢູດາ​ໄດ້​ຈູດ​ແລ້ວ.”—ຢເຣ. 36:26-28, 32

7. ການ​ທີ່​ເຢເຣມີ​ກັບ​ບາຣຶກ​ເຮັດ​ວຽກ​ນຳ​ກັນ​ອາດ​ຈະ​ເຮັດ​ໃຫ້​ສາຍ​ສຳພັນ​ຂອງ​ພວກ​ເຂົາ​ເປັນ​ແນວ​ໃດ?

7 ຄົນ​ທີ່​ຜ່ານ​ຄວາມ​ຍາກ​ລຳບາກ​ມາ​ນຳ​ກັນ​ມັກ​ຈະ​ສະໜິດ​ກັນ. ດັ່ງ​ນັ້ນ ເຮົາ​ຈຶ່ງ​ນຶກ​ພາບ​ອອກ​ວ່າ​ການ​ທີ່​ພວກ​ເຂົາ​ຊ່ວຍ​ກັນ​ເຮັດ​ມ້ວນ​ໜັງສື​ໃໝ່​ແທນ​ມ້ວນ​ໜັງສື​ທີ່​ຖືກ​ກະສັດ​ຊົ່ວ​ຮ້າຍ​ທຳລາຍ ເຮັດ​ໃຫ້​ເຢເຣມີ​ກັບ​ບາຣຶກ​ຮູ້ຈັກ​ກັນ​ຫຼາຍ​ຂຶ້ນ​ແລະ​ສະໜິດ​ຫຼາຍ​ຂຶ້ນ​ກັນ. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ສອງ​ຄົນ​ນີ້?

ເປີດ​ໃຈ​ລົມ​ກັນ

8. ສິ່ງ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ບໍ່​ຢາກ​ມີ​ໝູ່​ສະໜິດ ແລະ​ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ປ່ອຍ​ໃຫ້​ເປັນ​ແບບ​ນັ້ນ?

8 ເຮົາ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເປີດ​ໃຈ​ລົມ​ກັບ​ຄົນ​ອື່ນ ເພາະ​ບາງ​ຄົນ​ເຄີຍ​ເຮັດ​ໃຫ້​ເຮົາ​ເສຍໃຈ. (ສຸພາ. 18:19, 24) ຫຼື​ເຮົາ​ອາດ​ຮູ້ສຶກ​ເມື່ອຍ​ແລະ​ບໍ່​ມີ​ເວລາ​ທີ່​ຈະ​ໄປ​ສະໜິດ​ກັບ​ຜູ້​ໃດ. ແຕ່​ເຮົາ​ບໍ່​ຄວນ​ປ່ອຍ​ໃຫ້​ເປັນ​ແບບ​ນັ້ນ. ຖ້າ​ເຮົາ​ຢາກ​ມີ​ພີ່​ນ້ອງ​ຢູ່​ຄຽງ​ຂ້າງ​ຕອນ​ທີ່​ເຮົາ​ປະສົບ​ຄວາມ​ຍາກ​ລຳບາກ ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ໄວ້​ໃຈ​ພວກ​ເຂົາ​ໂດຍ​ສ້າງ​ສາຍ​ສຳພັນ​ທີ່​ແໜ້ນ​ແຟ້ນ​ກັບ​ພວກ​ເຂົາ​ຕັ້ງ​ແຕ່​ຕອນ​ນີ້. ວິທີ​ໜຶ່ງ​ກໍ​ຄື ບອກ​ພວກ​ເຂົາ​ວ່າ​ເຮົາ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ. ນີ້​ເປັນ​ຂັ້ນ​ຕອນ​ທີ່​ສຳຄັນ​ທີ່​ຈະ​ມີ​ໝູ່​ແທ້.—1 ເປ. 1:22

9. (ກ) ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ໄວ້​ໃຈ​ໝູ່​ຂອງ​ເພິ່ນ? (ຂ) ເປັນ​ຫຍັງ​ການ​ເປີດ​ໃຈ​ລົມ​ກັນ​ຈຶ່ງ​ເຮັດ​ໃຫ້​ສະໜິດ​ກັນ​ຫຼາຍ​ຂຶ້ນ? ຂໍ​ຍົກ​ຕົວຢ່າງ.

9 ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ໄວ້​ໃຈ​ໝູ່​ຂອງ​ເພິ່ນ​ໂດຍ​ການ​ເປີດ​ໃຈ​ລົມ​ກັບ​ພວກ​ເຂົາ. (ໂຢ. 15:15) ເຮົາ​ສາມາດ​ຮຽນ​ແບບ​ເພິ່ນ​ໂດຍ​ບອກ​ໝູ່​ຂອງ​ເຮົາ​ກ່ຽວ​ກັບ​ຄວາມ​ສຸກ ຄວາມ​ກັງວົນ ແລະ​ຄວາມ​ເສຍໃຈ​ທີ່​ເຮົາ​ມີ. ນອກ​ຈາກ​ນັ້ນ ໃຫ້​ຕັ້ງ​ໃຈ​ຟັງ​ເມື່ອ​ຄົນ​ອື່ນ​ເວົ້າ​ກັບ​ເຮົາ ແລ້ວ​ເຮົາ​ອາດ​ຈະ​ຮູ້​ວ່າ​ພວກ​ເຂົາ​ມີ​ຄວາມ​ຄິດ ຄວາມ​ຮູ້ສຶກ​ແລະ​ເປົ້າ​ໝາຍ​ຄ້າຍ​ຄື​ກັນ​ກັບ​ເຮົາ. ຂໍ​ໃຫ້​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່​ນ້ອງ​ຊິນ​ດີ້​ອາຍຸ 29 ປີ. ລາວ​ເປັນ​ໝູ່​ກັບ​ມາລີ ຫຼຸຍ​ເຊິ່ງ​ເປັນ​ໄພໂອເນຍ​ອາຍຸ 67 ປີ. ຊິນ​ດີ້​ແລະ​ມາລີ ຫຼຸຍ​ເຮັດ​ວຽກ​ຮັບໃຊ້​ນຳ​ກັນ​ທຸກໆວັນ​ພະຫັດ​ຕອນ​ເຊົ້າ ແລະ​ພວກ​ເຂົາ​ລົມ​ກັນ​ແບບ​ເປີດ​ໃຈ​ຫຼາຍ​ເລື່ອງ. ຊິນ​ດີ້​ບອກ​ວ່າ: “ຂ້ອຍ​ມັກ​ເປີດ​ໃຈ​ລົມ​ກັບ​ໝູ່ ເພາະ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ຮູ້ຈັກ​ແລະ​ເຂົ້າ​ໃຈ​ພວກ​ເຂົາ​ດີ​ຂຶ້ນ.” ມິດຕະພາບ​ເກີດ​ຂຶ້ນ​ໄດ້​ໃນ​ບັນຍາກາດ​ທີ່​ອົບອຸ່ນ​ແລະ​ລົມ​ກັນ​ແບບ​ເປີດ​ໃຈ. ຖ້າ​ເຈົ້າ​ເປັນ​ຝ່າຍ​ເລີ່ມ​ເປີດ​ໃຈ​ບອກ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ກັບ​ໝູ່​ຂອງ​ເຈົ້າ​ກ່ອນ ເຈົ້າ​ກໍ​ຈະ​ສະໜິດ​ກັບ​ໝູ່​ຂອງ​ເຈົ້າ​ຫຼາຍ​ຂຶ້ນ​ຄື​ກັນ​ກັບ​ຊິນ​ດີ້.—ສຸພາ. 27:9

ເຮັດ​ວຽກ​ປະກາດ​ນຳ​ກັນ

ໝູ່​ທີ່​ດີ​ເຮັດ​ວຽກ​ປະກາດ​ນຳ​ກັນ (ເບິ່ງ​ຂໍ້ 10)

10. ຕາມ​ສຸພາສິດ 27:17 ເມື່ອ​ເຮົາ​ເຮັດ​ວຽກ​ປະກາດ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ​ຈະ​ມີ​ຜົນ​ດີ​ແນວ​ໃດ?

10 ຄ້າຍ​ຄື​ກັບ​ເຢເຣມີ​ແລະ​ບາຣຶກ ເມື່ອ​ເຮົາ​ເຮັດ​ວຽກ​ປະກາດ​ກັບ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ແລະ​ໄດ້​ເຫັນ​ຄຸນ​ລັກສະນະ​ທີ່​ດີ​ໃນ​ໂຕ​ພວກ​ເຂົາ ເຮົາ​ກໍ​ໄດ້​ຮຽນ​ຮູ້​ຈາກ​ພວກ​ເຂົາ​ແລະ​ສະໜິດ​ກັບ​ພວກ​ເຂົາ​ຫຼາຍ​ຂຶ້ນ. (ອ່ານ​ສຸພາສິດ 27:17) ຕົວຢ່າງ: ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ໄປ​ປະກາດ​ແລະ​ເຫັນ​ວ່າ​ໝູ່​ຂອງ​ເຈົ້າ​ອະທິບາຍ​ຄວາມ​ເຊື່ອ​ຢ່າງ​ກ້າຫານ ຫຼື​ເວົ້າ​ເລື່ອງ​ພະ​ເຢໂຫວາ​ແລະ​ຈຸດ​ປະສົງ​ຂອງ​ພະອົງ​ດ້ວຍ​ຄວາມ​ໝັ້ນ​ໃຈ? ເຈົ້າ​ຄົງ​ຈະ​ຮູ້ສຶກ​ຮັກ​ລາວ​ຫຼາຍ​ຂຶ້ນ.

11-12. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ ການ​ເຮັດ​ວຽກ​ຮັບໃຊ້​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ພີ່​ນ້ອງ​ຫຼາຍ​ຂຶ້ນ​ແນວ​ໃດ.

11 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ສອງ​ເລື່ອງ​ທີ່​ສະແດງ​ວ່າ​ການ​ເຮັດ​ວຽກ​ປະກາດ​ເຮັດ​ໃຫ້​ເຮົາ​ຮັກ​ກັນ​ຫຼາຍ​ຂຶ້ນ. ແອດິລິນ​ພີ່​ນ້ອງ​ຍິງ​ອາຍຸ 23 ປີ ໄດ້​ຊວນ​ແຄນດີສ໌​ໝູ່​ຂອງ​ລາວ​ໄປ​ປະກາດ​ໃນ​ເຂດ​ທີ່​ບໍ່​ຄ່ອຍ​ມີ​ການ​ປະກາດ. ແອດິລິນ​ບອກ​ວ່າ: “ເຮົາ​ຢາກ​ເພີ່ມ​ຄວາມ​ກະຕືລືລົ້ນ​ແລະ​ຢາກ​ມີ​ຄວາມ​ສຸກ​ໃນ​ວຽກ​ປະກາດ​ຫຼາຍ​ຂຶ້ນ ແລະ​ຢາກ​ໄດ້​ກຳລັງ​ໃຈ​ທີ່​ຈະ​ໃຫ້​ສິ່ງ​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ.” ການ​ເຮັດ​ວຽກ​ປະກາດ​ນຳ​ກັນ​ເຮັດ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ? ແອດິລິນ​ບອກ​ວ່າ: “ຫຼັງ​ຈາກ​ທີ່​ປະກາດ​ແລ້ວ​ໃນ​ແຕ່​ລະ​ມື້ ພວກ​ເຮົາ​ຈະ​ຖາມ​ກັນ​ວ່າ​ຮູ້ສຶກ​ແນວ​ໃດ ປະທັບ​ໃຈ​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ລົມ​ກັບ​ຜູ້​ຄົນ ແລະ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຮົາ​ແນວ​ໃດ​ໃນ​ວຽກ​ປະກາດ. ເຮົາ​ທັງ​ສອງ​ມັກ​ລົມ​ກັນ​ແບບ​ເປີດ​ໃຈ​ເພາະ​ນັ້ນ​ເຮັດ​ໃຫ້​ເຮົາ​ຮູ້ຈັກ​ກັນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.”

12 ໄລລາ​ແລະ​ມາຣີອານ໌​ເປັນ​ພີ່​ນ້ອງ​ຍິງ​ໂສດ​ຈາກ​ປະເທດ​ຝຣັ່ງ ພວກ​ເຂົາ​ໄປ​ປະກາດ 5 ອາທິດ​ຢູ່​ເມືອງ​ບັງກີ​ເຊິ່ງ​ເປັນ​ເມືອງ​ຫຼວງ​ຂອງ​ສາທາລະນະ​ລັດ​ອາຝຼິກກາ​ກາງ. ໄລ​ລາ​ບອກ​ວ່າ: “ເຖິງ​ວ່າ​ບາງ​ເທື່ອ​ຂ້ອຍ​ກັບ​ມາຣີອານ໌​ຈະ​ມີ​ບັນຫາ ແຕ່​ການ​ທີ່​ເຮົາ​ລົມ​ກັນ​ດີໆແລະ​ຮັກ​ກັນ​ແທ້ໆເຮັດ​ໃຫ້​ເຮົາ​ສະໜິດ​ກັນ​ຫຼາຍ​ຂຶ້ນ. ເມື່ອ​ຂ້ອຍ​ເຫັນ​ວ່າ​ມາຣີອານ໌​ປັບ​ຕົວ​ເຂົ້າ​ກັບ​ສະພາບການ​ໃໝ່​ໄດ້​ງ່າຍ ຮັກ​ຜູ້​ຄົນ ແລະ​ດຸ​ໝັ່ນ​ໃນ​ວຽກ​ປະກາດ ຂ້ອຍ​ກໍ​ແຮ່ງ​ຮັກ​ລາວ​ຫຼາຍ​ຂຶ້ນ.” ເຈົ້າ​ບໍ່​ຕ້ອງ​ໄປ​ປະກາດ​ຢູ່​ຕ່າງ​ປະເທດ​ເພື່ອ​ຈະ​ມີ​ປະສົບການ​ແບບ​ນີ້ ເພາະ​ທຸກ​ເທື່ອ​ທີ່​ເຈົ້າ​ເຮັດ​ວຽກ​ປະກາດ​ກັບ​ພີ່​ນ້ອງ​ໃນ​ເຂດ​ທີ່​ເຈົ້າ​ຢູ່ ເຈົ້າ​ກໍ​ມີ​ໂອກາດ​ຮູ້ຈັກ​ລາວ​ດີ​ຂຶ້ນ​ແລະ​ສະໜິດ​ກັບ​ລາວ​ຫຼາຍ​ຂຶ້ນ.

ເບິ່ງ​ຈຸດ​ດີ​ແລະ​ໃຫ້​ອະໄພ​ກັນ

13. ເມື່ອ​ເຮົາ​ເຮັດ​ວຽກ​ປະກາດ​ນຳ​ກັນ​ກັບ​ໝູ່ ເຮົາ​ອາດ​ຈະ​ເຫັນ​ຫຍັງ?

13 ບາງ​ເທື່ອ​ການ​ເຮັດ​ວຽກ​ປະກາດ​ນຳ​ກັນ​ກັບ​ໝູ່​ເຮັດ​ໃຫ້​ເຮົາ​ບໍ່​ພຽງ​ແຕ່​ເຫັນ​ຈຸດ​ດີ ແຕ່​ຍັງ​ເຫັນ​ຈຸດ​ອ່ອນ​ຂອງ​ພວກ​ເຂົາ​ນຳ. ສິ່ງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຍັງ​ສະໜິດ​ກັນ​ຄື​ເກົ່າ​ໄດ້? ຂໍ​ໃຫ້​ມາ​ເບິ່ງ​ຕົວຢ່າງ​ຂອງ​ເຢເຣມີ​ອີກ​ເທື່ອ​ໜຶ່ງ​ວ່າ​ອັນ​ໃດ​ທີ່​ຊ່ວຍ​ໃຫ້​ລາວ​ເບິ່ງ​ຈຸດ​ດີ​ແລະ​ເບິ່ງ​ຂ້າມ​ຈຸດ​ອ່ອນ​ຂອງ​ໝູ່.

14. ເຢເຣມີ​ໄດ້​ຮຽນ​ຮູ້​ຫຍັງ​ກ່ຽວ​ກັບ​ພະ​ເຢໂຫວາ ແລະ​ເລື່ອງ​ນີ້​ໄດ້​ຊ່ວຍ​ລາວ​ແນວ​ໃດ?

14 ເຢເຣມີ​ຂຽນ​ພະທຳ​ເຢເຣມີ​ແລະ​ອາດ​ຈະ​ຂຽນ​ພະທຳ 1 ແລະ 2 ກະສັດ​ນຳ. ວຽກ​ມອບ​ໝາຍ​ນີ້​ຊ່ວຍ​ໃຫ້​ລາວ​ຮູ້​ວ່າ​ພະ​ເຢໂຫວາ​ເມດຕາ​ມະນຸດ​ທີ່​ບໍ່​ສົມບູນ​ແບບ. ຕົວຢ່າງ: ເມື່ອ​ກະສັດ​ອາກາບ​ກັບ​ໃຈ​ຈາກ​ການ​ເຮັດ​ຊົ່ວ ພະ​ເຢໂຫວາ​ໄດ້​ຊ່ວຍ​ລາວ​ບໍ່​ໃຫ້​ເຫັນ​ຄອບຄົວ​ຖືກ​ທຳລາຍ​ຕອນ​ທີ່​ຍັງ​ມີ​ຊີວິດ​ຢູ່. (1 ກະ. 21:27-29) ຄ້າຍ​ຄື​ກັນ ເຢເຣມີ​ຍັງ​ຮູ້​ວ່າ​ກະສັດ​ມານາເຊ​ຊົ່ວ​ແທ້​ຊົ່ວ​ວ່າ​ແລະ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ​ກວ່າ​ທີ່​ອາກາບ​ເຮັດ. ແຕ່​ເມື່ອ​ມານາເຊ​ກັບ​ໃຈ ພະອົງ​ກໍ​ໃຫ້​ອະໄພ​ລາວ. (2 ກະ. 21:16, 17; 2 ຂ່າວ. 33:10-13) ເລື່ອງ​ເຫຼົ່າ​ນີ້​ຄົງ​ຕ້ອງ​ຊ່ວຍ​ເຢເຣມີ​ໃຫ້​ຮຽນ​ແບບ​ຄວາມ​ອົດ​ທົນ​ແລະ​ຄວາມ​ເມດຕາ​ຂອງ​ພະ​ເຢໂຫວາ​ເມື່ອ​ເຫັນ​ຈຸດ​ອ່ອນ​ຂອງ​ໝູ່​ສະໜິດ​ຂອງ​ລາວ.—ເພງ. 103:8, 9

15. ເຢເຣມີ​ຮຽນ​ແບບ​ຄວາມ​ອົດ​ທົນ​ຂອງ​ພະ​ເຢໂຫວາ​ແນວ​ໃດ​ຕອນ​ທີ່​ບາຣຶກ​ເຂ​ໄປ​ຈາກ​ວຽກ​ມອບ​ໝາຍ​ຂອງ​ລາວ?

15 ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຢເຣມີ​ເຮັດ​ແນວ​ໃດ​ເມື່ອ​ບາຣຶກ​ເຂ​ໄປ​ຈາກ​ວຽກ​ມອບ​ໝາຍ​ຂອງ​ລາວ. ແທນ​ທີ່​ຈະ​ໝົດ​ຫວັງ​ໃນ​ຕົວ​ໝູ່​ທັນທີ ລາວ​ພັດ​ໄດ້​ຊ່ວຍ​ບາຣຶກ​ໂດຍ​ບອກ​ຂ່າວ​ສານ​ເຊິ່ງ​ສະແດງ​ເຖິງ​ຄວາມ​ຮັກ​ຂອງ​ພະເຈົ້າ​ແບບ​ກົງໆກັບ​ລາວ. (ຢເຣ. 45:1-5) ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ເລື່ອງ​ນີ້?

ໝູ່​ທີ່​ດີ​ໃຫ້​ອະໄພ​ກັນ​ຈາກ​ໃຈ​ຈິງ (ເບິ່ງ​ຂໍ້ 16)

16. ຕາມ​ສຸພາສິດ 17:9 ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮັກສາ​ມິດຕະພາບ​ໄວ້?

16 ທີ່​ຈິງ ເຮົາ​ບໍ່​ຄວນ​ຄາດ​ໝາຍ​ວ່າ​ພີ່​ນ້ອງ​ຈະ​ດີ​ເລີດ​ທຸກ​ຢ່າງ. ດັ່ງ​ນັ້ນ ຖ້າ​ເຮົາ​ມີ​ໝູ່​ສະໜິດ ເຮົາ​ຕ້ອງ​ພະຍາຍາມ​ຮັກສາ​ມິດຕະພາບ​ນັ້ນ​ໄວ້. ຖ້າ​ໝູ່​ເຮັດ​ຜິດ ເຮົາ​ອາດ​ຕ້ອງ​ຊ່ວຍ​ລາວ​ໂດຍ​ໃຫ້​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ແບບ​ກົງໆແຕ່​ກໍ​ເຮັດ​ດ້ວຍ​ຄວາມ​ຮັກ. (ເພງ. 141:5) ແລະ​ຖ້າ​ໝູ່​ເຮັດ​ໃຫ້​ເຮົາ​ເສຍໃຈ ເຮົາ​ຕ້ອງ​ໃຫ້​ອະໄພ​ລາວ​ຈາກ​ໃຈ. ແລະ​ເມື່ອ​ໃຫ້​ອະໄພ​ແລ້ວ ເຮົາ​ຕ້ອງ​ບໍ່​ເອົາ​ມາ​ເວົ້າ​ອີກ ຫຼື​ບໍ່​ເວົ້າ​ຕໍ່​ໃຫ້​ຄົນ​ອື່ນ​ຟັງ. (ອ່ານ​ສຸພາສິດ 17:9) ໃນ​ໄລຍະ​ທີ່​ຫຍຸ້ງຍາກ​ນີ້ ເປັນ​ເລື່ອງ​ສຳຄັນ​ແທ້ໆທີ່​ເຮົາ​ຈະ​ເບິ່ງ​ຈຸດ​ດີ​ຂອງ​ພີ່​ນ້ອງ​ແລະ​ເບິ່ງ​ຂ້າມ​ຈຸດ​ອ່ອນ. ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ສະໜິດ​ກັບ​ພວກ​ເຂົາ​ຫຼາຍ​ຂຶ້ນ. ເລື່ອງ​ນີ້​ສຳຄັນ​ຫຼາຍ​ທີ່​ເຮົາ​ຕ້ອງ​ເຮັດ​ໃນ​ຕອນ​ນີ້ ເພາະ​ເຮົາ​ຈຳເປັນ​ຕ້ອງ​ມີ​ໝູ່​ສະໜິດ​ໃນ​ໄລຍະ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່.

ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ກັນ

17. ເຢເຣມີ​ພິສູດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ເປັນ​ໝູ່​ແທ້​ໃນ​ເວລາ​ທີ່​ຍາກ​ລຳບາກ?

17 ຜູ້​ພະຍາກອນ​ເຢເຣມີ​ພິສູດ​ວ່າ​ລາວ​ເປັນ​ໝູ່​ແທ້​ໃນ​ເວລາ​ທີ່​ຍາກ​ລຳບາກ. ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ເອເບດເມເລກ​ເຊິ່ງ​ເປັນ​ຂ້າລາຊະການ​ຊ່ວຍ​ຊີວິດ​ເຢເຣມີ​ອອກ​ຈາກ​ຂຸມ​ຂີ້​ຕົມ ເອເບດເມເລກ​ກໍ​ຢ້ານ​ພວກ​ເຈົ້ານາຍ​ຈະ​ມາ​ທຳ​ຮ້າຍ​ລາວ. ເມື່ອ​ເຢເຣມີ​ຮູ້​ເລື່ອງ​ນີ້ ລາວ​ບໍ່​ໄດ້​ງຽບ​ຢູ່​ແລະ​ຄິດ​ວ່າ​ເອເບດເມເລກ​ຈະ​ຫາ​ທາງ​ເອົາ​ຕົວ​ລອດ​ໄດ້. ເຖິງ​ວ່າ​ເຢເຣມີ​ຈະ​ຢູ່​ໃນ​ຄຸກ ແຕ່​ລາວ​ກໍ​ພະຍາຍາມ​ຊ່ວຍ​ເທົ່າ​ທີ່​ຊ່ວຍ​ໄດ້​ໂດຍ​ອະທິບາຍ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ເພື່ອ​ໃຫ້​ກຳລັງ​ໃຈ​ເອເບດເມເລກ.—ຢເຣ. 38:7-13; 39:15-18.

ໝູ່​ທີ່​ດີ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ກັນ​ເມື່ອ​ໝູ່​ຕ້ອງການ (ເບິ່ງ​ຂໍ້ 18)

18. ຕາມ​ສຸພາສິດ 17:17 ເຮົາ​ຄວນ​ເຮັດ​ຫຍັງ​ຕອນ​ທີ່​ໝູ່​ປະສົບ​ຄວາມ​ຍາກ​ລຳບາກ?

18 ທຸກ​ມື້​ນີ້ ພີ່​ນ້ອງ​ຂອງ​ເຮົາ​ປະສົບ​ກັບ​ບັນຫາ​ຫຼາຍ​ຢ່າງ ເຊັ່ນ: ຫຼາຍ​ຄົນ​ປະສົບ​ກັບ​ໄພ​ພິບັດ​ທາງ​ທຳມະຊາດ ຫຼື​ບໍ່​ກໍ​ໄພ​ທີ່​ມະນຸດ​ສ້າງ​ຂຶ້ນ. ເມື່ອ​ເກີດ​ເຫດການ​ແບບ​ນີ້ ພີ່​ນ້ອງ​ບາງ​ຄົນ​ອາດ​ໃຫ້​ບ່ອນ​ພັກ​ອາໄສ ສ່ວນ​ບາງ​ຄົນ​ກໍ​ອາດ​ຊ່ວຍ​ທາງ​ດ້ານ​ການ​ເງິນ. ແຕ່​ວິທີ​ທີ່​ເຮົາ​ທຸກ​ຄົນ​ຊ່ວຍ​ໄດ້​ກໍ​ຄື ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ພີ່​ນ້ອງ​ເຫຼົ່າ​ນັ້ນ. ເມື່ອ​ເຮົາ​ຮູ້​ວ່າ​ພີ່​ນ້ອງ​ຂອງ​ເຮົາ​ທໍ້​ໃຈ ເຮົາ​ພັດ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ຫຍັງ​ຫຼື​ເຮັດ​ອັນ​ໃດ ແຕ່​ກໍ​ມີ​ຫຼາຍ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້ ເຊັ່ນ: ໃຫ້​ເວລາ​ກັບ​ພວກ​ເຂົາ ຕັ້ງ​ໃຈ​ຟັງ​ພວກ​ເຂົາ​ຢ່າງ​ເຫັນ​ອົກ​ເຫັນ​ໃຈ ແລະ​ເວົ້າ​ເຖິງ​ຂໍ້​ຄຳພີ​ທີ່​ເຮົາ​ມັກ​ເພື່ອ​ໃຫ້​ກຳລັງ​ໃຈ​ລາວ. (ເອຊາ. 50:4) ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ຄື ເຈົ້າ​ຕ້ອງ​ພ້ອມ​ທີ່​ຈະ​ຢູ່​ຄຽງ​ຂ້າງ​ລາວ.—ອ່ານ​ສຸພາສິດ 17:17

19. ການ​ສະໜິດ​ກັບ​ພີ່​ນ້ອງ​ໃຫ້​ຫຼາຍ​ຂຶ້ນ​ຕັ້ງ​ແຕ່​ຕອນ​ນີ້​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃນ​ອະນາຄົດ?

19 ເຮົາ​ຕ້ອງ​ຕັ້ງ​ໃຈ​ທີ່​ຈະ​ສະໜິດ​ກັບ​ພີ່​ນ້ອງ​ໃຫ້​ຫຼາຍ​ຂຶ້ນ​ແລະ​ຮັກສາ​ມິດຕະພາບ​ໄວ້​ຕັ້ງ​ແຕ່​ຕອນ​ນີ້. ຍ້ອນ​ຫຍັງ? ຍ້ອນ​ພວກ​ສັດຕູ​ຈະ​ພະຍາຍາມ​ໃຊ້​ຄຳ​ຕົວະ​ເຮັດ​ໃຫ້​ເຮົາ​ແຕກ​ແຍກ​ກັນ ບໍ່​ໄວ້​ໃຈ​ກັນ​ແລະ​ເຊົາ​ຊ່ວຍ​ເຫຼືອ​ກັນ. ແຕ່​ພວກ​ເຂົາ​ຈະ​ເຮັດ​ບໍ່​ສຳເລັດ. ພວກ​ເຂົາ​ບໍ່​ສາມາດ​ເຮັດ​ໃຫ້​ເຮົາ​ເຊົາ​ຮັກ​ກັນ​ໄດ້. ຈະ​ບໍ່​ມີ​ຫຍັງ​ມາ​ທຳລາຍ​ມິດຕະພາບ​ຂອງ​ເຮົາ​ໄດ້​ເລີຍ. ທີ່​ຈິງ ມິດຕະພາບ​ທີ່​ເຮົາ​ມີ​ຕໍ່​ກັນ​ຈະ​ບໍ່​ພຽງ​ແຕ່​ຢູ່​ຈົນ​ເຖິງ​ຈຸດ​ຈົບ​ຂອງ​ໂລກ​ຊົ່ວ ແຕ່​ວ່າ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ!

ເພງ 24 ໄປ​ທີ່​ພູເຂົາ​ຂອງ​ພະ​ເຢໂຫວາ

^ ຂໍ້ 5 ຂະນະ​ທີ່​ຈຸດ​ຈົບ​ຈະ​ມາ​ເຖິງ ເຮົາ​ທຸກ​ຄົນ​ຕ້ອງ​ສະໜິດ​ກັບ​ພີ່​ນ້ອງ​ໃຫ້​ຫຼາຍ​ຂຶ້ນ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ​ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເຢເຣມີ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ​ການ​ເສີມ​ສ້າງ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ກັບ​ພີ່​ນ້ອງ​ໃນ​ຕອນ​ນີ້​ຈະ​ຊ່ວຍ​ເຮົາ​ໃນ​ໄລຍະ​ທີ່​ຫຍຸ້ງຍາກ​ແນວ​ໃດ.

^ ຂໍ້ 2 ເຫດການ​ຕ່າງໆໃນ​ພະທຳ​ເຢເຣມີ​ບໍ່​ໄດ້​ຮຽງ​ຕາມ​ລຳດັບ​ເວລາ.

[ຂໍ້​ຄວາມ​ໄຂ​ເງື່ອນ]

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ພາບ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໄລຍະ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່.” ພີ່​ນ້ອງ​ຫຼາຍ​ຄົນ​ໄປ​ລີ້​ຢູ່​ຫ້ອງ​ເພດານ​ຢູ່​ເຮືອນ​ພີ່​ນ້ອງ​ຄົນ​ໜຶ່ງ. ພວກ​ເຂົາ​ໃຫ້​ກຳລັງ​ໃຈ​ກັນ​ແລະ​ກັນ​ໃນ​ເວລາ​ທີ່​ຫຍຸ້ງຍາກ​ລຳບາກ. ສາມ​ເຫດການ​ຕໍ່​ໄປ​ນີ້​ສະແດງ​ໃຫ້​ເຫັນ​ວ່າ ພີ່​ນ້ອງ​ກຸ່ມ​ດຽວ​ກັນ​ນີ້​ພະຍາຍາມ​ສະໜິດ​ກັນ​ໃຫ້​ຫຼາຍ​ຂຶ້ນ​ຕັ້ງ​ແຕ່​ກ່ອນ​ທີ່​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຕົ້ນ​ຂຶ້ນ.