ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 47

ບົດຮຽນ​ທີ່​ເຮົາ​ໄດ້​ຈາກ​ພະທຳ​ພວກເລວີ

ບົດຮຽນ​ທີ່​ເຮົາ​ໄດ້​ຈາກ​ພະທຳ​ພວກເລວີ

“ພະ​ຄຳພີ​ທຸກ​ຕອນ ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ ມີ​ປະໂຫຍດ.”—2 ຕີໂມ. 3:16, ລ.ມ.

ເພງ 98 ພະ​ຄຳພີ​ຂຽນ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ຈາກ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

1-2. ເປັນ​ຫຍັງ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ຄວນ​ສົນ​ໃຈ​ພະທຳ​ພວກເລວີ?

ອັກຄະສາວົກ​ໂປໂລ​ເຕືອນ​ຕີໂມເຕ​ໝູ່​ຂອງ​ລາວ​ວ່າ “ພະ​ຄຳພີ​ທຸກ​ຕອນ ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ ມີ​ປະໂຫຍດ.” (2 ຕີໂມ. 3:16, ລ.ມ.) ນັ້ນ​ລວມ​ເຖິງ​ພະທຳ​ພວກເລວີ​ນຳ. ເຈົ້າ​ຄິດ​ວ່າ​ຄຳພີ​ໄບເບິນ​ເປັນ​ປຶ້ມ​ແນວ​ໃດ? ບາງ​ຄົນ​ຄິດ​ວ່າ​ມັນ​ເປັນ​ປຶ້ມ​ທີ່​ມີ​ກົດ​ໝາຍ​ຫຼາຍ​ຢ່າງ​ເຊິ່ງ​ໃຊ້​ບໍ່​ໄດ້​ໃນ​ທຸກ​ມື້​ນີ້ ແຕ່​ຄລິດສະຕຽນ​ແທ້​ບໍ່​ຄິດ​ແບບ​ນັ້ນ.

2 ພະທຳ​ພວກເລວີ​ຂຽນ​ໄດ້​ປະມານ 3.500 ປີ​ແລ້ວ ແຕ່​ພະ​ເຢໂຫວາ​ກໍ​ຍັງ​ເກັບ​ຮັກສາ​ມັນ​ໄວ້​ເພື່ອ “ສັ່ງ​ສອນ​ພວກ​ເຮົາ.” (ໂລມ 15:4) ພະທຳ​ພວກເລວີ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ຂອງ​ພະ​ເຢໂຫວາ ດັ່ງ​ນັ້ນ ເຮົາ​ຄວນ​ສົນ​ໃຈ​ຢາກ​ຮຽນ​ຮູ້​ພະທຳ​ນີ້. ແທ້ໆແລ້ວ ມີ​ບົດຮຽນ​ຫຼາຍ​ຢ່າງ​ທີ່​ເຮົາ​ສາມາດ​ຮຽນ​ຮູ້​ໄດ້​ຈາກ​ພະທຳ​ນີ້​ທີ່​ໄດ້​ຮັບ​ການ​ດົນ​ໃຈ. ແຕ່​ເຮົາ​ຈະ​ມາ​ພິຈາລະນາ​ບົດຮຽນ 4 ຢ່າງ​ນຳ​ກັນ.

ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ

3. ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມີ​ການ​ຖວາຍ​ເຄື່ອງ​ບູຊາ​ໃນ​ວັນ​ໄຖ່​ບາບ​ຂອງ​ແຕ່​ລະ​ປີ?

3 ບົດຮຽນ​ທີ 1: ເຮົາ​ຕ້ອງ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພໍ​ໃຈ​ເພື່ອ​ພະອົງ​ຈະ​ຍອມ​ຮັບ​ເຄື່ອງ​ບູຊາ​ຂອງ​ເຮົາ. ໃນ​ວັນ​ໄຖ່​ບາບ​ຂອງ​ແຕ່​ລະ​ປີ ຊາວ​ອິດສະລາແອນ​ຈະ​ມາ​ລວມ​ຕົວ​ກັນ​ແລະ​ປະໂລຫິດ​ໃຫຍ່​ຈະ​ຖວາຍ​ສັດ​ເປັນ​ເຄື່ອງ​ບູຊາ. ເຄື່ອງ​ບູຊາ​ເຫຼົ່າ​ນັ້ນ​ຊ່ວຍ​ເຕືອນ​ຊາວ​ອິດສະລາແອນ​ວ່າ ພວກ​ເຂົາ​ຕ້ອງ​ໄດ້​ຮັບ​ການ​ໄຖ່​ບາບ! ແຕ່​ກ່ອນ​ທີ່​ປະໂລຫິດ​ໃຫຍ່​ຈະ​ເອົາ​ເລືອດ​ຂອງ​ສັດ​ທີ່​ເປັນ​ເຄື່ອງ​ບູຊາ​ເຂົ້າ​ໄປ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ເພື່ອ​ຂໍ​ອະໄພ​ບາບ​ໃຫ້​ຄົນ​ໝົດ​ຊາດ ທຳອິດ​ລາວ​ຕ້ອງ​ເຮັດ​ສິ່ງ​ໜຶ່ງ​ທີ່​ສຳຄັນ​ຫຼາຍ​ກວ່າ​ນັ້ນ.

(ເບິ່ງ​ຂໍ້ 4) *

4. ຕາມ​ພວກເລວີ 16:12, 13 ປະໂລຫິດ​ໃຫຍ່​ໄດ້​ເຮັດ​ຫຍັງ​ແດ່​ຕອນ​ທີ່​ເຂົ້າ​ໄປ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ເທື່ອ​ທຳອິດ​ໃນ​ວັນ​ໄຖ່​ບາບ? (ເບິ່ງ​ຮູບ​ໜ້າ​ປົກ)

4 ອ່ານ​ພວກເລວີ 16:12, 13. ລອງ​ນຶກ​ພາບ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ໄຖ່​ບາບ: ປະໂລຫິດ​ໃຫຍ່​ເຂົ້າ​ໄປ​ໃນ​ເຕັ້ນ​ສັກສິດ. ລາວ​ຕ້ອງ​ເຂົ້າ​ໄປ​ຫ້ອງ​ບໍລິສຸດ​ທີ່​ສຸດ​ສາມ​ເທື່ອ​ໃນ​ມື້​ນັ້ນ. ຕອນ​ທີ່​ລາວ​ເຂົ້າ​ໄປ​ເທື່ອ​ທຳອິດ ມື​ໜຶ່ງ​ລາວ​ຈະ​ຈັບ​ພາຊະນະ​ທີ່​ໃສ່​ເຄື່ອງ​ຫອມ ແລະ​ອີກ​ມື​ໜຶ່ງ​ລາວ​ຈະ​ຈັບ​ພາຊະນະ​ຄຳ​ທີ່​ໃສ່​ຖ່ານ​ໄຟ​ສຳລັບ​ເຜົາ​ເຄື່ອງ​ຫອມ. ເມື່ອ​ຍ່າງ​ໄປ​ຮອດ​ຜ້າ​ກັ້ງ​ໜ້າ​ຫ້ອງ​ບໍລິສຸດ​ທີ່​ສຸດ ລາວ​ກໍ​ຢຸດ ຈາກ​ນັ້ນ​ລາວ​ກໍ​ຍ່າງ​ເຂົ້າ​ຫ້ອງ​ບໍລິສຸດ​ທີ່​ສຸດ​ດ້ວຍ​ຄວາມ​ເຄົາລົບ​ນັບຖື​ແລະ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ຫີບ​ສັນຍາ​ເຊິ່ງ​ເປັນ​ຄື​ກັບ​ການ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ! ຕອນ​ນີ້​ປະໂລຫິດ​ໃຫຍ່​ຈະ​ຄ່ອຍໆໂຮຍ​ເຄື່ອງ​ຫອມ​ລົງ​ໃນ​ຖ່ານ​ໄຟ​ເຊິ່ງ​ເຮັດ​ໃຫ້​ມີ​ກິ່ນ​ຫອມ​ກະຈາຍ​ໄປ​ທົ່ວ​ຫ້ອງ. * ຫຼັງ​ຈາກ​ນັ້ນ​ລາວ​ກໍ​ອອກ​ໄປ ແລ້ວ​ກັບ​ເຂົ້າ​ມາ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ພ້ອມ​ກັບ​ເລືອດ​ຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ຂໍ​ໃຫ້​ສັງເກດ​ວ່າ ປະໂລຫິດ​ໃຫຍ່​ໄດ້​ເຜົາ​ເຄື່ອງ​ຫອມ​ກ່ອນ ທີ່​ຈະ​ຖວາຍ​ເລືອດ​ຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.

5. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ການ​ໃຊ້​ເຄື່ອງ​ຫອມ​ໃນ​ວັນ​ໄຖ່​ບາບ?

5 ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ການ​ໃຊ້​ເຄື່ອງ​ຫອມ​ໃນ​ວັນ​ໄຖ່​ບາບ? ຄຳພີ​ໄບເບິນ​ບອກ​ວ່າ​ຄຳ​ອະທິດຖານ​ຂອງ​ຜູ້​ນະມັດສະການ​ພະ​ເຢໂຫວາ​ທີ່​ສັດ​ຊື່​ເປັນ​ຄື​ກັບ​ເຄື່ອງ​ຫອມ. (ເພງ. 141:2; ຄຳປ. 5:8) ໃນ​ວັນ​ໄຖ່​ບາບ ປະໂລຫິດ​ໃຫຍ່​ຖື​ເຄື່ອງ​ຫອມ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ດ້ວຍ​ຄວາມ​ນັບຖື. ຄ້າຍ​ຄື​ກັນ ຕອນ​ທີ່​ເຮົາ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ເຮົາ​ກໍ​ຄວນ​ສະແດງ​ຄວາມ​ນັບຖື. ເຮົາ​ຮູ້ສຶກ​ເກງ​ຂາມ​ແລະ​ຂອບໃຈ​ຫຼາຍ​ແທ້ໆທີ່​ພະ​ເຢໂຫວາ​ເຊິ່ງ​ເປັນ​ຜູ້​ສ້າງ​ເອກະພົບ​ຍອມ​ໃຫ້​ເຮົາ​ສະໜິດ​ແລະ​ໃກ້​ຊິດ​ກັບ​ພະອົງ​ຄື​ກັບ​ພໍ່​ແລະ​ລູກ. (ຢໂກ. 4:8) ນອກ​ຈາກ​ນັ້ນ ພະອົງ​ຍັງ​ຍອມ​ຮັບ​ເຮົາ​ໃຫ້​ເປັນ​ໝູ່​ຂອງ​ພະອົງ! (ເພງ. 25:14) ເຮົາ​ຮູ້ສຶກ​ເປັນ​ສິດທິ​ພິເສດ​ຫຼາຍ​ແທ້ໆຈົນ​ບໍ່​ຢາກ​ເຮັດ​ໃຫ້​ພະອົງ​ຜິດ​ຫວັງ.

6. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ການ​ທີ່​ປະໂລຫິດ​ໃຫຍ່​ເຜົາ​ເຄື່ອງ​ຫອມ​ກ່ອນ​ຖວາຍ​ເຄື່ອງ​ບູຊາ?

6 ຂໍ​ໃຫ້​ຈື່​ໄວ້​ວ່າ ປະໂລຫິດ​ໃຫຍ່​ຕ້ອງ​ເຜົາ​ເຄື່ອງ​ຫອມ​ກ່ອນ ຖວາຍ​ເຄື່ອງ​ບູຊາ. ໂດຍ​ວິທີ​ນີ້ ລາວ​ກໍ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ພໍ​ໃຈ​ລາວ​ຕອນ​ທີ່​ລາວ​ຖວາຍ​ເຄື່ອງ​ບູຊາ. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ເລື່ອງ​ນີ້? ຕອນ​ທີ່​ພະ​ເຍຊູ​ຢູ່​ແຜ່ນດິນ​ໂລກ ກ່ອນ​ທີ່​ເພິ່ນ​ຈະ​ຖວາຍ​ຊີວິດ​ເປັນ​ເຄື່ອງ​ບູຊາ ເພິ່ນ​ກໍ​ຕ້ອງ​ເຮັດ​ບາງ​ສິ່ງ​ທີ່​ສຳຄັນ​ກວ່າ​ຊ່ວຍ​ມະນຸດ​ໃຫ້​ລອດ. ສິ່ງ​ນັ້ນ​ແມ່ນ​ຫຍັງ? ເພິ່ນ​ຕ້ອງ​ສັດ​ຊື່​ພັກດີ​ແລະ​ເຊື່ອ​ຟັງ​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ເພື່ອ​ພະ​ເຢໂຫວາ​ຈະ​ຍອມ​ຮັບ​ເຄື່ອງ​ບູຊາ​ໄຖ່​ຂອງ​ເພິ່ນ. ໂດຍ​ການ​ເຮັດ​ແບບ​ນີ້​ພະ​ເຍຊູ​ຍັງ​ພິສູດ​ໃຫ້​ເຫັນ​ວ່າ ການ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະ​ເຢໂຫວາ​ເປັນ​ສິ່ງ​ທີ່​ຖືກຕ້ອງ. ແລະ​ພະ​ເຍຊູ​ຍັງ​ພິສູດ​ໃຫ້​ເຫັນ​ວ່າ ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ຖືກຕ້ອງ​ຊອບທຳ​ແລະ​ຍຸຕິທຳ.

7. ເປັນ​ຫຍັງ​ການ​ໃຊ້​ຊີວິດ​ຂອງ​ພະ​ເຍຊູ​ຕອນ​ທີ່​ຢູ່​ເທິງ​ໂລກ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ຫຼາຍ?

7 ຕະຫຼອດ​ຊີວິດ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ພະ​ເຍຊູ​ເຮັດ​ຕາມ​ມາດຕະຖານ​ອັນ​ຊອບທຳ​ຂອງ​ພະ​ເຢໂຫວາ​ໄດ້​ຢ່າງ​ຮອບ​ດ້ານ. ບໍ່​ມີ​ສິ່ງ​ໃດ​ສາມາດ​ທຳລາຍ​ຄວາມ​ຕັ້ງ​ໃຈ​ຂອງ​ພະ​ເຍຊູ​ທີ່​ຈະ​ພິສູດ​ວ່າ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ດີ​ທີ່​ສຸດ ບໍ່​ວ່າ​ຈະ​ເປັນ​ການ​ລໍ້​ໃຈ ຄວາມ​ຍາກ​ລຳບາກ​ຫຼື​ແມ່ນ​ແຕ່​ການ​ຕາຍ​ຢ່າງ​ທໍລະມານ. (ຟີລິບ 2:8) ເມື່ອ​ພະ​ເຍຊູ​ປະສົບ​ກັບ​ການ​ທົດ​ສອບ​ຢ່າງ​ໜັກ​ເພິ່ນ​ໄດ້​ອະທິດຖານ “ດ້ວຍ​ຮ້ອງ​ສຽງ​ດັງ​ແລະ​ນ້ຳ​ຕາ​ໄຫຼ.” (ເຫບ. 5:7) ຄຳ​ອະທິດຖານ​ທີ່​ຈິງ​ໃຈ​ຂອງ​ເພິ່ນ​ສະແດງ​ວ່າ​ເພິ່ນ​ສັດ​ຊື່​ພັກດີ​ຕໍ່​ພະ​ເຢໂຫວາ ແລະ​ນີ້​ໄດ້​ເຮັດ​ໃຫ້​ເພິ່ນ​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ເຊື່ອ​ຟັງ​ພະອົງ. ສຳລັບ​ພະ​ເຢໂຫວາ​ແລ້ວ ຄຳ​ອະທິດຖານ​ຂອງ​ພະ​ເຍຊູ​ເປັນ​ຄື​ກັບ​ເຄື່ອງ​ຫອມ​ທີ່​ມີ​ກິ່ນ​ຫອມ​ຫຼາຍ. ການ​ໃຊ້​ຊີວິດ​ຂອງ​ພະ​ເຍຊູ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ພໍ​ໃຈ​ຫຼາຍ​ແທ້ໆແລະ​ຍັງ​ໄດ້​ພິສູດ​ວ່າ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ດີ​ທີ່​ສຸດ.

8. ເຮົາ​ຈະ​ຮຽນ​ແບບ​ການ​ໃຊ້​ຊີວິດ​ຂອງ​ພະ​ເຍຊູ​ໄດ້​ແນວ​ໃດ?

8 ເຮົາ​ສາມາດ​ຮຽນ​ແບບ​ພະ​ເຍຊູ​ໄດ້​ໂດຍ​ເຮັດ​ສຸດ​ຄວາມ​ສາມາດ​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ສັດ​ຊື່​ຕໍ່​ພະອົງ​ຕະຫຼອດ​ຊີວິດ. ເມື່ອ​ເຈິ​ການ​ທົດ​ສອບ ເຮົາ​ຈະ​ອະທິດຖານ​ດ້ວຍ​ໃຈ​ແຮງ​ກ້າ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ເພາະ​ເຮົາ​ຢາກ​ໃຫ້​ພະອົງ​ພໍ​ໃຈ. ການ​ເຮັດ​ແບບ​ນີ້​ສະແດງ​ວ່າ ເຮົາ​ກຳລັງ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະອົງ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ຟັງ​ຄຳ​ອະທິດຖານ​ຂອງ​ເຮົາ​ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ພະອົງ​ກຽດ​ຊັງ. ແຕ່​ຖ້າ​ເຮົາ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ຄຳ​ອະທິດຖານ​ຈາກ​ຫົວໃຈ​ຂອງ​ເຮົາ​ຈະ​ເປັນ​ຄື​ກັບ​ເຄື່ອງ​ຫອມ​ທີ່​ມີ​ກິ່ນ​ຫອມ​ຫຼາຍ​ສຳລັບ​ພະອົງ​ແລະ​ເຮົາ​ຍັງ​ໝັ້ນ​ໃຈ​ໄດ້​ວ່າ ຖ້າ​ເຮົາ​ສັດ​ຊື່​ພັກດີ​ຕໍ່​ພະອົງ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ​ແນ່ນອນ.—ສຸພາ. 27:11

ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ເຮົາ​ຂອບໃຈ​ພະອົງ​ແລະ​ຮັກ​ພະອົງ

(ເບິ່ງ​ຂໍ້ 9) *

9. ເປັນ​ຫຍັງ​ຊາວ​ອິດສະລາແອນ​ຈຶ່ງ​ຖວາຍ​ເຄື່ອງ​ບູຊາ​ໂມທະນາ​ພະ​ຄຸນ?

9 ບົດຮຽນ​ທີ 2: ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຍ້ອນ​ເຮົາ​ຂອບໃຈ​ພະອົງ. ໃຫ້​ເຮົາ​ມາ​ເບິ່ງ​ເຄື່ອງ​ບູຊາ​ໂມທະນາ​ພະ​ຄຸນ​ເຊິ່ງ​ເປັນ​ສິ່ງ​ສຳຄັນ​ໃນ​ການ​ນະມັດສະການ​ຂອງ​ຊາວ​ອິດສະລາແອນ​ໃນ​ສະໄໝ​ບູຮານ. * ໃນ​ພະທຳ​ພວກເລວີ​ເຮົາ​ຮຽນ​ຮູ້​ວ່າ ຊາວ​ອິດສະລາແອນ​ຈະ​ເອົາ​ເຄື່ອງ​ບູຊາ​ໂມທະນາ​ພະ​ຄຸນ​ເພື່ອ “ເປັນ​ການ​ຕອບ​ຄຸນ.” (ເລວີ. 7:11-13, 16-18) ພວກ​ເຂົາ​ເຮັດ​ແບບ​ນັ້ນ​ບໍ່​ແມ່ນ​ວ່າ​ຈຳເປັນ​ຕ້ອງ​ເຮັດ ແຕ່​ເຮັດ​ຍ້ອນ​ພວກ​ເຂົາ​ຢາກ​ເຮັດ. ດັ່ງ​ນັ້ນ ເຄື່ອງ​ບູຊາ​ໂມທະນາ​ພະ​ຄຸນ​ຈຶ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ດ້ວຍ​ຄວາມ​ເຕັມ​ໃຈ​ແລະ​ເຮັດ​ຍ້ອນ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຂົາ. ຄົນ​ທີ່​ຖວາຍ​ເຄື່ອງ​ບູຊາ ຄອບຄົວ​ຂອງ​ພວກ​ເຂົາ​ແລະ​ພວກ​ປະໂລຫິດ​ຈະ​ຕ້ອງ​ກິນ​ຊີ້ນ​ຂອງ​ສັດ​ທີ່​ເອົາ​ໄປ​ຖວາຍ. ແຕ່​ມີ​ບາງ​ສ່ວນ​ຂອງ​ສັດ​ພວກ​ເຂົາ​ຈະ​ບໍ່​ກິນ ເພາະ​ຕ້ອງ​ໃຫ້​ສ່ວນ​ເຫຼົ່າ​ນັ້ນ​ກັບ​ພະ​ເຢໂຫວາ​ຜູ້​ດຽວ. ນັ້ນ​ແມ່ນ​ສ່ວນ​ໃດ?

(ເບິ່ງ​ຂໍ້ 10) *

10. ເຄື່ອງ​ບູຊາ​ໂມທະນາ​ພະ​ຄຸນ​ທີ່​ເວົ້າ​ໃນ​ພວກເລວີ 3:6, 12, 14-16 ຄ້າຍ​ຄື​ກັບ​ການ​ຮັບໃຊ້​ທີ່​ພະ​ເຍຊູ​ໃຫ້​ພະ​ເຢໂຫວາ​ແນວ​ໃດ?

10 ບົດຮຽນ​ທີ 3: ເຮົາ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ​ເພາະ​ເຮົາ​ຮັກ​ພະອົງ. ພະ​ເຢໂຫວາ​ເບິ່ງ​ວ່າ​ໄຂ​ມັນ​ເປັນ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ສັດ. ນອກ​ຈາກ​ນັ້ນ ພະອົງ​ຍັງ​ບອກ​ວ່າ​ມີ​ບາງ​ສ່ວນ​ມີ​ຄ່າ​ເປັນ​ພິເສດ​ນັ້ນ​ຄື ໝາກ​ໄຂ່​ຫຼັງ. (ອ່ານ​ພວກເລວີ 3:6, 12, 14-16) ດັ່ງ​ນັ້ນ ພະ​ເຢໂຫວາ​ຈະ​ພໍ​ໃຈ​ເປັນ​ພິເສດ​ເມື່ອ​ຊາວ​ອິດສະລາແອນ​ເອົາ​ໝາກ​ໄຂ່​ຫຼັງ​ແລະ​ໄຂ​ມັນ​ມາ​ຖວາຍ​ໃຫ້​ພະອົງ. ຄົນ​ທີ່​ຖວາຍ​ເຄື່ອງ​ບູຊາ​ແບບ​ນີ້​ສະແດງ​ວ່າ​ລາວ​ຢາກ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະອົງ. ຄ້າຍ​ຄື​ກັນ ພະ​ເຍຊູ​ເຕັມ​ໃຈ​ທີ່​ຈະ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ​ໂດຍ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຮັບໃຊ້​ພະອົງ​ເພາະ​ວ່າ​ຮັກ​ພະອົງ. (ໂຢ. 14:31) ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ເຍຊູ​ມີ​ຄວາມ​ສຸກ ແລະ​ເພິ່ນ​ກໍ​ຮັກ​ກົດ​ໝາຍ​ຂອງ​ພະເຈົ້າ​ຫຼາຍ. (ເພງ. 40:8) ພະ​ເຢໂຫວາ​ຮູ້ສຶກ​ພໍ​ໃຈ​ຫຼາຍ​ແທ້ໆທີ່​ເຫັນ​ພະ​ເຍຊູ​ຮັບໃຊ້​ພະອົງ​ຢ່າງ​ເຕັມ​ອົກ​ເຕັມ​ໃຈ!

ເຮົາ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ​ເພາະ​ເຮົາ​ຮັກ​ພະອົງ (ເບິ່ງ​ຂໍ້ 11-12) *

11. ການ​ຮັບໃຊ້​ຂອງ​ເຮົາ​ເປັນ​ຄື​ກັບ​ເຄື່ອງ​ບູຊາ​ໂມທະນາ​ພະ​ຄຸນ​ແນວ​ໃດ ແລະ​ເລື່ອງ​ນີ້​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

11 ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ຄື​ກັບ​ເຄື່ອງ​ບູຊາ​ໂມທະນາ​ພະ​ຄຸນ​ເພາະ​ມັນ​ສະແດງ​ວ່າ​ເຮົາ​ຮູ້ສຶກ​ແນວ​ໃດ​ຕໍ່​ພະອົງ. ເຮົາ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ​ຍ້ອນ​ເຮົາ​ຮັກ​ພະອົງ​ສຸດ​ຫົວໃຈ. ເມື່ອ​ພະ​ເຢໂຫວາ​ເຫັນ​ຫຼາຍ​ລ້ານ​ຄົນ​ເຕັມ​ໃຈ​ຮັບໃຊ້​ຍ້ອນ​ຮັກ​ພະອົງ​ແລະ​ມາດຕະຖານ​ຂອງ​ພະອົງ ພະອົງ​ຕ້ອງ​ພໍ​ໃຈ​ຫຼາຍ​ແທ້ໆ! ເຮົາ​ຈະ​ໄດ້​ກຳລັງ​ໃຈ​ຖ້າ​ເຮົາ​ຈື່​ວ່າ ພະ​ເຢໂຫວາ​ບໍ່​ພຽງ​ແຕ່​ເບິ່ງ​ແລະ​ເຫັນ​ຄ່າ​ສິ່ງ​ທີ່​ເຮົາ​ເຮັດ ແຕ່​ພະອົງ​ຍັງ​ເບິ່ງ​ເຫດຜົນ​ທີ່​ເຮົາ​ເຮັດ​ນຳ. ຕົວຢ່າງ: ຖ້າ​ເຈົ້າ​ເຖົ້າ​ແລ້ວ​ແລະ​ບໍ່​ສາມາດ​ຮັບໃຊ້​ໄດ້​ຫຼາຍ​ຕາມ​ທີ່​ເຈົ້າ​ຢາກ​ເຮັດ ໃຫ້​ເຈົ້າ​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ເຂົ້າ​ໃຈ​ຂີດ​ຈຳກັດ​ຂອງ​ເຈົ້າ. ເຈົ້າ​ອາດ​ຮູ້ສຶກ​ວ່າ​ຮັບໃຊ້​ໄດ້​ໜ້ອຍ​ດຽວ ແຕ່​ພະ​ເຢໂຫວາ​ເຫັນ​ຄວາມ​ຮັກ​ທີ່​ຢູ່​ໃນ​ຫົວໃຈ​ຂອງ​ເຈົ້າ​ເຊິ່ງ​ກະຕຸ້ນ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ເຈົ້າ​ສາມາດ​ເຮັດ ໄດ້. ພະອົງ​ພໍ​ໃຈ​ຫຼາຍ​ທີ່​ເຈົ້າ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະອົງ.

12. ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ຕໍ່​ເຄື່ອງ​ບູຊາ​ໂມທະນາ​ພະ​ຄຸນ ແລະ​ເລື່ອງ​ນີ້​ໃຫ້​ກຳລັງ​ໃຈ​ເຮົາ​ແນວ​ໃດ?

12 ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ເຄື່ອງ​ບູຊາ​ໂມທະນາ​ພະ​ຄຸນ? ເມື່ອ​ໄຟ​ໄດ້​ເຜົາ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ສັດ ຄວັນ​ກໍ​ລອຍ​ຂຶ້ນ​ໄປ​ແລະ​ພະ​ເຢໂຫວາ​ກໍ​ພໍ​ໃຈ. ດັ່ງ​ນັ້ນ ເຈົ້າ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ ພະ​ເຢໂຫວາ​ກໍ​ພໍ​ໃຈ​ເຈົ້າ​ຄື​ກັນ​ເມື່ອ​ເຈົ້າ​ເຮັດ​ດີ​ທີ່​ສຸດ​ໃນ​ວຽກ​ຮັບໃຊ້​ຂອງ​ພະອົງ​ດ້ວຍ​ຄວາມ​ເຕັມ​ໃຈ. (ໂກໂລ. 3:23) ລອງ​ນຶກ​ພາບ​ວ່າ​ພະ​ເຢໂຫວາ​ພໍ​ໃຈ​ເຈົ້າ. ພະອົງ​ເຫັນ​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ວຽກ​ຮັບໃຊ້​ພະອົງ​ບໍ່​ວ່າ​ເຈົ້າ​ຈະ​ເຮັດ​ໄດ້​ຫຼາຍ​ຫຼື​ໜ້ອຍ ພະອົງ​ເຫັນ​ຄຸນຄ່າ​ສິ່ງ​ທີ່​ເຈົ້າ​ເຮັດ​ແລະ​ພະອົງ​ຈະ​ຈື່​ສິ່ງ​ທີ່​ເຈົ້າ​ເຮັດ​ເພື່ອ​ພະອົງ​ຕະຫຼອດ​ໄປ.—ມັດ. 6:20; ເຫບ. 6:10

ພະ​ເຢໂຫວາ​ອວຍ​ພອນ​ອົງການ​ຂອງ​ພະອົງ

13. ຕາມ​ພວກເລວີ 9:23, 24 ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ຍອມ​ຮັບ​ພວກ​ປະໂລຫິດ​ທີ່​ຖືກ​ແຕ່ງ​ຕັ້ງ?

13 ບົດຮຽນ​ທີ 4: ພະ​ເຢໂຫວາ​ກຳລັງ​ອວຍ​ພອນ​ອົງການ​ຂອງ​ພະອົງ​ສ່ວນ​ທີ່​ຢູ່​ເທິງ​ໂລກ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ປີ 1512 ກ່ອນ ຄ.ສ ຕອນ​ທີ່​ມີ​ການ​ຕັ້ງ​ເຕັ້ນ​ສັກສິດ​ຂຶ້ນ​ຢູ່​ຕີນ​ພູເຂົາ​ຊີນາອີ. (ອົບ. 40:17, ລ.ມ.) ຕອນ​ນັ້ນ​ໂມເຊ​ເປັນ​ປະທານ​ໃນ​ພິທີ​ແຕ່ງ​ຕັ້ງ​ອາໂລນ​ແລະ​ລູກ​ຊາຍ​ຂອງ​ອາໂລນ​ໃຫ້​ເປັນ​ປະໂລຫິດ. ຊາວ​ອິດສະລາແອນ​ໝົດ​ຊາດ​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ເບິ່ງ​ພວກ​ປະໂລຫິດ​ຖວາຍ​ສັດ​ເປັນ​ເຄື່ອງ​ບູຊາ​ເທື່ອ​ທຳອິດ. (ເລວີ. 9:1-5) ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ຍອມ​ຮັບ​ພວກ​ປະໂລຫິດ​ທີ່​ຫາ​ກໍ​ຖືກ​ແຕ່ງ​ຕັ້ງ? ຕອນ​ທີ່​ອາໂລນ​ແລະ​ໂມເຊ​ອວຍ​ພອນ​ປະຊາຊົນ ພະ​ເຢໂຫວາ​ກໍ​ສົ່ງ​ໄຟ​ຈາກ​ສະຫວັນ​ລົງ​ມາ​ເຜົາ​ເຄື່ອງ​ຖວາຍ​ຢູ່​ແທ່ນ​ບູຊາ.—ອ່ານ​ພວກເລວີ 9:23, 24

14. ການ​ທີ່​ພະ​ເຢໂຫວາ​ຍອມ​ຮັບ​ອາໂລນ​ແລະ​ລູກ​ຊາຍ​ຂອງ​ລາວ​ສຳຄັນ​ກັບ​ເຮົາ​ແນວ​ໃດ?

14 ການ​ທີ່​ພະ​ເຢໂຫວາ​ສົ່ງ​ໄຟ​ລົງ​ມາ​ຈາກ​ສະຫວັນ​ບອກ​ໃຫ້​ຮູ້​ຫຍັງ? ສິ່ງ​ນີ້​ບອກ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ເຫັນ​ດີ​ແລະ​ສະໜັບສະໜູນ​ທີ່​ອາໂລນ​ແລະ​ລູກ​ຊາຍ​ຂອງ​ລາວ​ຖືກ​ເລືອກ​ໃຫ້​ເປັນ​ປະໂລຫິດ. ຕອນ​ທີ່​ຊາວ​ອິດສະລາແອນ​ເຫັນ​ຫຼັກ​ຖານ​ທີ່​ພະ​ເຢໂຫວາ​ສະໜັບສະໜູນ​ພວກ​ປະໂລຫິດ ພວກ​ເຂົາ​ກໍ​ຮູ້​ວ່າ​ຈຳເປັນ​ຕ້ອງ​ສະໜັບສະໜູນ​ພວກ​ປະໂລຫິດ​ຄື​ກັນ. ເລື່ອງ​ນີ້​ສຳຄັນ​ກັບ​ເຮົາ​ແນວ​ໃດ? ປະໂລຫິດ​ໃນ​ສະໄໝ​ອິດສະລາແອນ​ເປັນ​ພາບ​ໝາຍ​ເຖິງ​ຕຳແໜ່ງ​ປະໂລຫິດ​ທີ່​ຍິ່ງໃຫຍ່​ກວ່າ. ພະ​ຄລິດ​ເປັນ​ປະໂລຫິດ​ໃຫຍ່​ທີ່​ໃຫຍ່​ກວ່າ​ແລະ​ຍັງ​ມີ 144.000 ຄົນ​ທີ່​ຈະ​ຮັບໃຊ້​ໃນ​ຖານະ​ປະໂລຫິດ​ແລະ​ກະສັດ​ໃນ​ສະຫວັນ.—ເຫບ. 4:14; 8:3-5; 10:1

ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ແລະ​ອວຍ​ພອນ​ອົງການ​ຂອງ​ພະອົງ. ເຮົາ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ສະໜັບສະໜູນ​ອົງການ​ຂອງ​ພະອົງ. (ເບິ່ງ​ຂໍ້ 15-17) *

15-16. ພະ​ເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ຍອມ​ຮັບ​ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ?

15 ໃນ​ປີ 1919 ພະ​ເຍຊູ​ໄດ້​ແຕ່ງ​ຕັ້ງ​ຜູ້​ຖືກ​ເຈີມ​ກຸ່ມ​ນ້ອຍໆໃຫ້​ເປັນ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ.” ທາດ​ກຸ່ມ​ນີ້​ນຳ​ໜ້າ​ໃນ​ການ​ປະກາດ​ຂ່າວ​ດີ​ແລະ​ໄດ້ “ແຈກ​ຢາຍ​ອາຫານ​ຕາມ​ເວລາ​ທີ່​ເໝາະ​ສົມ” ໃຫ້​ພີ່​ນ້ອງ​ຄລິດສະຕຽນ. (ມັດ. 24:45, ລ.ມ.) ເຮົາ​ເຫັນ​ຫຼັກ​ຖານ​ທີ່​ຊັດເຈນ​ບໍ​ວ່າ​ພະ​ເຢໂຫວາ​ຍອມ​ຮັບ​ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ?

16 ຊາຕານ​ກັບ​ຄົນ​ທີ່​ຕິດ​ຕາມ​ມັນ​ກຳລັງ​ພະຍາຍາມ​ຢຸດ​ວຽກ​ຂອງ​ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ. ຖ້າ​ບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ພວກ​ເຂົາ​ກໍ​ຄົງ​ຈະ​ເຮັດ​ວຽກ​ນີ້​ຕໍ່​ໄປ​ບໍ່​ໄດ້. ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ​ຍັງ​ສາມາດ​ໃຫ້​ອາຫານ​ທາງ​ດ້ານ​ຄວາມ​ເຊື່ອ​ກັບ​ພີ່​ນ້ອງ​ຄລິດສະຕຽນ​ຕໍ່ໆໄປ​ໄດ້ ເຖິງ​ວ່າ​ຈະ​ປະສົບ​ກັບ​ສົງຄາມ​ໂລກ 2 ຄັ້ງ ຖືກ​ກົດ​ຂີ່​ຂົ່ມເຫງ​ຢ່າງ​ບໍ່​ຢຸດ​ຢ່ອນ ບັນຫາ​ເສດຖະກິດ​ໂລກ ແລະ​ຖືກ​ປະຕິບັດ​ຢ່າງ​ບໍ່​ເປັນ​ທຳ. ລອງ​ຄິດ​ເບິ່ງ​ວ່າ​ຕອນ​ນີ້​ເຮົາ​ມີ​ປຶ້ມ​ແລະ​ສື່​ຕ່າງໆຢ່າງ​ຫຼວງ​ຫຼາຍ​ກວ່າ 900 ພາສາ​ແລະ​ທຸກ​ຢ່າງ​ກໍ​ຟຣີ! ນີ້​ເປັນ​ຫຼັກ​ຖານ​ຊັດເຈນ​ວ່າ​ພະ​ເຢໂຫວາ​ກຳລັງ​ສະໜັບສະໜູນ​ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ. ການ​ເຮັດ​ວຽກ​ປະກາດ​ກໍ​ຍັງ​ເປັນ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ອວຍ​ພອນ. ຄວາມ​ຈິງ​ກ່ຽວ​ກັບ​ຂ່າວ​ດີ​ກຳລັງ​ປະກາດ “ທົ່ວ​ແຜ່ນດິນ​ໂລກ” ແທ້ໆ. (ມັດ. 24:14) ແນ່ນອນ ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ແລະ​ອວຍ​ພອນ​ອົງການ​ຂອງ​ພະອົງ​ໃນ​ທຸກ​ມື້​ນີ້.

17. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ສະໜັບສະໜູນ​ອົງການ​ຂອງ​ພະອົງ?

17 ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ຮູ້ສຶກ​ຂອບໃຈ​ທີ່​ໄດ້​ຢູ່​ໃນ​ອົງການ​ຂອງ​ພະ​ເຢໂຫວາ​ໃນ​ສ່ວນ​ທີ່​ຢູ່​ເທິງ​ໂລກ​ບໍ?’ ໃນ​ສະໄໝ​ຂອງ​ໂມເຊ​ແລະ​ອາໂລນ ພະ​ເຢໂຫວາ​ໄດ້​ສົ່ງ​ໄຟ​ລົງ​ມາ​ຈາກ​ສະຫວັນ​ເພື່ອ​ສະແດງ​ວ່າ​ພະອົງ​ຍອມ​ຮັບ​ຄົນ​ທີ່​ພະອົງ​ແຕ່ງ​ຕັ້ງ. ຄ້າຍ​ຄື​ກັນ ພະອົງ​ໃຫ້​ຫຼັກ​ຖານ​ທີ່​ເຫັນ​ຢ່າງ​ຊັດເຈນ​ວ່າ​ພະອົງ​ກຳລັງ​ໃຊ້​ອົງການ​ຂອງ​ພະອົງ​ໃນ​ທຸກ​ມື້​ນີ້. ເຮົາ​ຄວນ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ທີ່​ເຮົາ​ໄດ້​ຢູ່​ໃນ​ອົງການ​ຂອງ​ພະອົງ. (1 ເທ. 5:18, 19) ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ສະໜັບສະໜູນ​ອົງການ​ຂອງ​ພະອົງ? ໂດຍ​ການ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ຄຳພີ​ໄບເບິນ​ທີ່​ຢູ່​ໃນ​ປຶ້ມ​ແລະ​ສື່​ຕ່າງໆຂອງ​ອົງການ ການ​ປະຊຸມ​ປະຊາຄົມ ການ​ປະຊຸມ​ໝວດ​ແລະ​ການ​ປະຊຸມ​ພາກ. ນອກ​ຈາກ​ນັ້ນ ເຮົາ​ຍັງ​ສະແດງ​ໃຫ້​ເຫັນ​ໂດຍ​ການ​ໄປ​ປະກາດ​ແລະ​ສອນ​ຜູ້​ຄົນ​ໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ເຮົາ​ເຮັດ​ໄດ້.—1 ໂກ. 15:58

18. ເຈົ້າ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ?

18 ໃຫ້​ເຮົາ​ຕັ້ງ​ໃຈ​ເອົາ​ບົດຮຽນ​ທີ່​ເຮົາ​ໄດ້​ຮຽນ​ຈາກ​ພະທຳ​ພວກເລວີ​ໄປ​ນຳ​ໃຊ້​ໃນ​ຊີວິດ. ຂໍ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພໍ​ໃຈ​ເພື່ອ​ພະອົງ​ຈະ​ຍອມ​ຮັບ​ເຄື່ອງ​ບູຊາ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ເພາະ​ເຮົາ​ຮູ້ສຶກ​ຂອບໃຈ​ພະອົງ. ຂໍ​ໃຫ້​ເຮົາ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ​ເພາະ​ເຮົາ​ຮັກ​ພະອົງ​ສຸດ​ຫົວໃຈ ແລະ​ຂໍ​ໃຫ້​ເຮົາ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ສະໜັບສະໜູນ​ອົງການ​ທີ່​ພະອົງ​ກຳລັງ​ອວຍ​ພອນ​ໃນ​ທຸກ​ມື້​ນີ້. ໂດຍ​ການ​ເຮັດ​ສິ່ງ​ເຫຼົ່າ​ນີ້ ເຮົາ​ກໍ​ກຳລັງ​ເຮັດ​ໃຫ້​ພະ​ເຢໂຫວາ​ເຫັນ​ວ່າ​ເຮົາ​ເຫັນ​ຄຸນຄ່າ​ສິດທິ​ພິເສດ​ທີ່​ໄດ້​ຮັບໃຊ້​ເປັນ​ພະຍານ​ຂອງ​ພະອົງ!

ເພງ 96 ປຶ້ມ​ຄຳພີ​ໄບເບິນ​ປຽບ​ເໝືອນ​ຊັບ​ສົມບັດ

^ ຂໍ້ 5 ພະທຳ​ພວກເລວີ​ມີ​ກົດ​ໝາຍ​ຕ່າງໆທີ່​ພະ​ເຢໂຫວາ​ໃຫ້​ກັບ​ຊາດ​ອິດສະລາແອນ​ບູຮານ. ເນື່ອງ​ຈາກ​ເຮົາ​ເປັນ​ຄລິດສະຕຽນ ເຮົາ​ຈຶ່ງ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ນັ້ນ ແຕ່​ກົດ​ໝາຍ​ນັ້ນ​ຍັງ​ເປັນ​ປະໂຫຍດ​ຕໍ່​ເຮົາ​ໃນ​ທຸກ​ມື້​ນີ້. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ບົດຮຽນ​ທີ່​ມີ​ຄ່າ​ທີ່​ເຮົາ​ຈະ​ໄດ້​ຮຽນ​ຈາກ​ພະທຳ​ພວກ​ເລວີ.

^ ຂໍ້ 4 ເຄື່ອງ​ຫອມ​ທີ່​ເຜົາ​ໃນ​ເຕັ້ນ​ສັກສິດ​ຖື​ວ່າ​ເປັນ​ສິ່ງ​ທີ່​ສັກສິດ ແລະ​ໃນ​ສະໄໝ​ອິດສະລາແອນ​ບູຮານ​ຈະ​ມີ​ການ​ໃຊ້​ເຄື່ອງ​ຫອມ​ເຂົ້າ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ເທົ່າ​ນັ້ນ. (ອົບ. 30:34-38) ແຕ່​ບໍ່​ມີ​ບັນທຶກ​ວ່າ ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ເຜົາ​ເຄື່ອງ​ຫອມ​ເພື່ອ​ນະມັດສະການ​ພະ​ເຢໂຫວາ.

^ ຂໍ້ 9 ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ເຄື່ອງ​ບູຊາ​ໂມທະນາ​ພະ​ຄຸນ ເບິ່ງ​ປຶ້ມ​ການ​ຢັ່ງ​ເຫັນ​ເຂົ້າ​ໃຈ​ພະ​ຄຳພີ (ພາສາ​ອັງກິດ) ເຫຼັ້ມ 2 ໜ້າ 526.

^ ຂໍ້ 54 ຄຳ​ອະທິບາຍ​ຮູບ​ພາບ: ໃນ​ວັນ​ໄຖ່​ບາບ ປະໂລຫິດ​ໃຫຍ່​ຂອງ​ຊາວ​ອິດສະລາແອນ​ຈະ​ເຂົ້າ​ໄປ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ກັບ​ເຄື່ອງ​ຫອມ​ແລະ​ຖ່ານ​ໄຟ ລາວ​ໂຮຍ​ເຄື່ອງ​ຫອມ​ລົງ​ໃນ​ຖ່ານ​ໄຟ​ເຊິ່ງ​ເຮັດ​ໃຫ້​ມີ​ກິ່ນ​ຫອມ​ກະຈາຍ​ໄປ​ທົ່ວ​ຫ້ອງ. ຫຼັງ​ຈາກ​ນັ້ນ​ລາວ​ກໍ​ອອກ​ໄປ ແລ້ວ​ກັບ​ເຂົ້າ​ມາ​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ​ພ້ອມ​ກັບ​ເລືອດ​ຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.

^ ຂໍ້ 56 ຄຳ​ອະທິບາຍ​ຮູບ​ພາບ: ຊາວ​ອິດສະລາແອນ​ຄົນ​ໜຶ່ງ​ເອົາ​ແກະ​ໄປ​ໃຫ້​ປະໂລຫິດ​ຖວາຍ​ເຄື່ອງ​ບູຊາ​ໂມທະນາ​ພະ​ຄຸນ ລາວ​ກັບ​ຄອບຄົວ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ.

^ ຂໍ້ 58 ຄຳ​ອະທິບາຍ​ຮູບ​ພາບ: ຕອນ​ທີ່​ພະ​ເຍຊູ​ເຮັດ​ວຽກ​ຮັບໃຊ້​ຢູ່​ເທິງ​ໂລກ ເພິ່ນ​ສະແດງ​ໃຫ້​ເຫັນ​ວ່າ​ຮັກ​ພະ​ເຢໂຫວາ​ສຸດ​ຫົວໃຈ​ໂດຍ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະອົງ​ແລະ​ຊ່ວຍ​ລູກ​ສິດ​ໃຫ້​ເຮັດ​ແບບ​ດຽວ​ກັນ.

^ ຂໍ້ 60 ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຍິງ​ສູງ​ອາຍຸ​ຄົນ​ໜຶ່ງ​ມີ​ບັນຫາ​ສຸຂະພາບ ແຕ່​ລາວ​ກໍ​ໃຫ້​ສິ່ງ​ທີ່​ດີ​ທີ່​ສຸດ​ກັບ​ພະ​ເຢໂຫວາ​ໂດຍ​ຂຽນ​ຈົດ​ໝາຍ​ປະກາດ​ເລື່ອງ​ຂອງ​ພະອົງ.

^ ຂໍ້ 62 ຄຳ​ອະທິບາຍ​ຮູບ​ພາບ: ໃນ​ເດືອນ​ກຸມພາ 2019 ພີ່​ນ້ອງ​ເກຣ໌ຣິດ ເລິດຊ໌ ເຊິ່ງ​ເປັນ​ສະມາຊິກ​ຄະນະ​ກຳມະການ​ປົກຄອງ​ໄດ້​ປະກາດ​ວ່າ​ຄຳພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ສະບັບ​ປັບ​ປຸງ​ໃນ​ພາສາ​ເຢຍລະມັນ​ອອກ​ແລ້ວ ນີ້​ເຮັດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ປະຊຸມ​ຮູ້ສຶກ​ຂອບໃຈ​ແລະ​ຕື່ນ​ເຕັ້ນ​ຫຼາຍ​ແທ້ໆ. ທຸກ​ມື້​ນີ້ ພີ່​ນ້ອງ​ຢູ່​ປະເທດ​ເຢຍລະມັນ​ກໍ​ເປັນ​ຄື​ກັບ​ພີ່​ນ້ອງ​ຍິງ​ສອງ​ຄົນ​ນີ້ ພວກ​ເຂົາ​ດີ​ໃຈ​ທີ່​ໃຊ້​ຄຳພີ​ໄບເບິນ​ອອກ​ໃໝ່​ນີ້​ໃນ​ການ​ປະກາດ.