ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 49

“ມີ​ເວລາ​ສຳລັບ” ເຮັດ​ວຽກ​ແລະ​ພັກຜ່ອນ

“ມີ​ເວລາ​ສຳລັບ” ເຮັດ​ວຽກ​ແລະ​ພັກຜ່ອນ

“ໄປ໋ . . . ໄປ​ບ່ອນ​ທີ່​ຫ່າງ​ໄກ​ຈາກ​ຜູ້​ຄົນ ເພື່ອ​ຈະ​ໄດ້​ພັກຜ່ອນ​ໜ້ອຍ​ໜຶ່ງ.”—ມຣກ. 6:31

ເພງ 143 ອົດ​ທົນ​ເຝົ້າ​ລະວັງ​ແລະ​ເຮັດ​ວຽກ​ຕໍ່​ໄປ

ໃຈ​ຄວາມ​ສຳຄັນ *

1. ຫຼາຍ​ຄົນ​ຮູ້ສຶກ​ແນວ​ໃດ​ກັບ​ການ​ເຮັດ​ວຽກ?

ຄົນ​ສ່ວນ​ຫຼາຍ​ໃນ​ບ່ອນ​ທີ່​ເຈົ້າ​ຢູ່​ຮູ້ສຶກ​ແນວ​ໃດ​ກັບ​ການ​ເຮັດ​ວຽກ? ໃນ​ຫຼາຍ​ປະເທດ ຜູ້​ຄົນ​ເຮັດ​ວຽກ​ໜັກ​ຂຶ້ນ​ແລະ​ດົນ​ກວ່າ​ແຕ່​ກ່ອນ. ພວກ​ເຂົາ​ເຮັດ​ວຽກ​ຫຼາຍ​ໂພດ​ຈົນ​ບໍ່​ມີ​ເວລາ​ພັກຜ່ອນ ບໍ່​ມີ​ເວລາ​ໃຫ້​ຄອບຄົວ ຫຼື​ແມ່ນ​ແຕ່​ບໍ່​ມີ​ເວລາ​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ. (ຜູ້ປ. 2:23) ສ່ວນ​ບາງ​ຄົນ​ກໍ​ຂີ້​ຄ້ານ​ແອວ​ຍາວ​ແລະ​ຫາ​ຂໍ້​ແກ້​ຕົວ​ເພື່ອ​ຈະ​ບໍ່​ເຮັດ​ວຽກ.—ສຸພາ. 26:13, 14

2-3. ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເປັນ​ຕົວຢ່າງ​ແນວ​ໃດ​ໃນ​ເລື່ອງ​ການ​ເຮັດ​ວຽກ?

2 ຂໍ​ໃຫ້​ເຮົາ​ມາ​ພິຈາລະນາ​ວິທີ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເບິ່ງ​ການ​ເຮັດ​ວຽກ​ເຊິ່ງ​ແຕກຕ່າງ​ຈາກ​ຄົນ​ສ່ວນ​ຫຼາຍ​ທົ່ວ​ໂລກ. ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ມັກ​ເຮັດ​ວຽກ ເພາະ​ພະ​ເຢຊູ​ບອກ​ວ່າ: “ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ຂ້ອຍ​ຍັງ​ເຮັດ​ວຽກ​ຢູ່​ຈົນ​ເຖິງ​ຕອນ​ນີ້ ແລະ​ຂ້ອຍ​ກໍ​ຍັງ​ເຮັດ​ວຽກ​ຢູ່​ຄື​ກັນ.” (ຢຮ. 5:17) ຂໍ​ໃຫ້​ຄິດ​ເຖິງ​ວຽກ​ທັງ​ໝົດ​ທີ່​ພະ​ເຢໂຫວາ​ເຮັດ​ຕອນ​ທີ່​ພະອົງ​ສ້າງ​ທູດ​ສະຫວັນ​ນັບ​ບໍ່​ຖ້ວນ​ແລະ​ຈັກ​ກະ​ວານ​ອັນ​ກວ້າງ​ໃຫຍ່​ໄພສານ. ເຮົາ​ຍັງ​ເຫັນ​ສິ່ງ​ທີ່​ສວຍ​ງາມ​ຫຼາຍ​ຢ່າງ​ເຊິ່ງ​ເປັນ​ຜົນ​ງານ​ທີ່​ພະອົງ​ສ້າງ​ເທິງ​ໂລກ. ດັ່ງ​ນັ້ນ ເຮົາ​ເຫັນ​ດີ​ກັບ​ຜູ້​ຂຽນ​ຄຳເພງ​ທີ່​ບອກ​ວ່າ: “ໂອ້​ພະ​ເຢໂຫວາ​ກິດຈະການ​ທັງ​ຫຼາຍ​ຂອງ​ພະອົງ​ມີ​ຫຼາຍ​ແທ້ໆ. ພະອົງ​ໄດ້​ກະທຳ​ການ​ທັງ​ປວງ​ນັ້ນ​ດ້ວຍ​ຄວາມ​ປັນຍາ. ແຜ່ນດິນ​ເຕັມ​ໄປ​ດ້ວຍ​ຊັບ​ສົມບັດ​ຂອງ​ພະອົງ.”—ເພງ. 104:24

3 ພະ​ເຢຊູ​ຮຽນ​ແບບ​ພໍ່​ຂອງ​ເພິ່ນ. ພະ​ເຢຊູ​ຊ່ວຍ​ພະ​ເຢໂຫວາ​ຕອນ​ທີ່ “ສ້າງ​ທ້ອງຟ້າ.” ເພິ່ນ​ຢູ່​ກັບ​ພະ​ເຢໂຫວາ​ແລະ “ເປັນ​ນາຍ​ຊ່າງ” ຂອງ​ພະອົງ. (ສຸພາ. 8:27-31, ລ.ມ.) ເປັນ​ເວລາ​ດົນ​ຫຼັງ​ຈາກ​ນັ້ນ ຕອນ​ທີ່​ພະ​ເຢຊູ​ຢູ່​ເທິງ​ໂລກ​ເພິ່ນ​ກໍ​ເຮັດ​ວຽກ​ເກັ່ງ​ຫຼາຍ​ຄື​ກັນ. ພະ​ເຢຊູ​ບອກ​ວ່າ ວຽກ​ທີ່​ພະ​ເຢໂຫວາ​ໃຫ້​ເພິ່ນ​ເຮັດ​ເປັນ​ຄື​ກັບ​ອາຫານ ແລະ​ທຸກ​ສິ່ງ​ທີ່​ເພິ່ນ​ເຮັດ​ຢູ່​ເທິງ​ໂລກ​ກໍ​ພິສູດ​ວ່າ​ພະເຈົ້າ​ໄດ້​ສົ່ງ​ເພິ່ນ​ມາ.—ຢຮ. 4:34; 5:36; 14:10

4. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໃນ​ເລື່ອງ​ການ​ພັກຜ່ອນ?

4 ຈາກ​ຕົວຢ່າງ​ຂອງ​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ໃນ​ການ​ເຮັດ​ວຽກ​ໜັກ ນີ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ຕ້ອງ​ພັກ​ເລີຍ​ບໍ? ບໍ່​ແມ່ນ​ແນວ​ນັ້ນ. ທີ່​ຈິງ ພະ​ເຢໂຫວາ​ບໍ່​ເມື່ອຍ​ຈັກ​ເທື່ອ ສະນັ້ນ​ພະອົງ​ບໍ່​ຕ້ອງ​ພັກ​ຫຼັງ​ຈາກ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ ຫຼັງ​ຈາກ​ພະ​ເຢໂຫວາ​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ “ພະອົງ​ໄດ້​ເຊົາ​ການ​ແລະ​ໄດ້​ຊື່ນ​ໃຈ.” (ອົບ. 31:17) ນີ້​ໝາຍ​ຄວາມ​ວ່າ ພະ​ເຢໂຫວາ​ໄດ້​ຢຸດ​ເຮັດ​ວຽກ​ແລະ​ໄດ້​ຊື່ນຊົມ​ຍິນດີ​ກັບ​ສິ່ງ​ທີ່​ພະອົງ​ສ້າງ. ແລະ​ເຖິງ​ວ່າ​ພະ​ເຢຊູ​ໄດ້​ເຮັດ​ວຽກ​ໜັກ​ຕອນ​ທີ່​ຢູ່​ແຜ່ນດິນ​ໂລກ ແຕ່​ເພິ່ນ​ກໍ​ຍັງ​ຫາ​ເວລາ​ພັກຜ່ອນ​ແລະ​ກິນ​ເຂົ້າ​ຊຸມ​ກັນ​ກັບ​ໝູ່.—ມທ. 14:13; ລກ. 7:34

5. ປະຊາຊົນ​ຂອງ​ພະເຈົ້າ​ຫຼາຍ​ຄົນ​ມີ​ບັນຫາ​ເລື່ອງ​ຫຍັງ?

5 ຄຳພີ​ໄບເບິນ​ສະໜັບສະໜູນ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ມີ​ຄວາມ​ສຸກ​ໃນ​ການ​ເຮັດ​ວຽກ. ພວກ​ເຂົາ​ຕ້ອງ​ເປັນ​ຄົນ​ດຸ​ໝັ່ນ​ບໍ່​ແມ່ນ​ຂີ້​ຄ້ານ. (ສຸພາ. 15:19) ບາງ​ເທື່ອ​ເຈົ້າ​ອາດ​ກຳລັງ​ເຮັດ​ວຽກ​ເພື່ອ​ຫາ​ລ້ຽງ​ຄອບຄົວ ແລະ​ທຸກ​ຄົນ​ທີ່​ເປັນ​ລູກ​ສິດ​ຂອງ​ພະ​ຄລິດ​ກໍ​ມີ​ໜ້າ​ທີ່​ເຮັດ​ວຽກ​ປະກາດ​ຂ່າວ​ດີ. ເຖິງ​ວ່າ​ຈະ​ເປັນ​ແບບ​ນັ້ນ ເຈົ້າ​ກໍ​ຕ້ອງ​ພັກຜ່ອນ​ໃຫ້​ພຽງ​ພໍ​ຄື​ກັນ. ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ວ່າ​ມີ​ບັນຫາ​ໃນ​ການ​ແບ່ງ​ເວລາ​ໃຫ້​ສົມດຸນ​ເພື່ອ​ເຮັດ​ວຽກ​ອາຊີບ ວຽກ​ປະກາດ​ແລະ​ການ​ພັກຜ່ອນ​ແມ່ນ​ບໍ? ແລ້ວ​ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ຕ້ອງ​ເຮັດ​ວຽກ​ຫຼາຍ​ສ່ຳ​ໃດ​ແລະ​ພັກຜ່ອນ​ຫຼາຍ​ສ່ຳ​ໃດ?

ຕ້ອງ​ມີ​ຄວາມ​ສົມດຸນ

6. ມາຣະໂກ 6:30-34 ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະ​ເຢຊູ​ສົມດຸນ​ໃນ​ເລື່ອງ​ການ​ເຮັດ​ວຽກ​ແລະ​ການ​ພັກຜ່ອນ?

6 ເປັນ​ເລື່ອງ​ສຳຄັນ​ທີ່​ຈະ​ສົມດຸນ​ໃນ​ເລື່ອງ​ການ​ເຮັດ​ວຽກ. ກະສັດ​ຊາໂລໂມນ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ຂຽນ​ວ່າ: “ມີ​ເວລາ​ສຳລັບ . . . ທຸກ​ຢ່າງ.” ລາວ​ໝາຍ​ເຖິງ​ການ​ປູກ ການ​ສ້າງ ການ​ຮ້ອງໄຫ້ ການ​ຫົວ ການ​ເຕັ້ນ ແລະ​ກິດຈະກຳ​ອື່ນໆ. (ຜູ້ປ. 3:1-8) ເຫັນ​ໄດ້​ແຈ້ງ​ວ່າ​ມີ​ສິ່ງ​ສຳຄັນ 2 ຢ່າງ​ໃນ​ຊີວິດ​ເຮົາ​ຄື ການ​ເຮັດ​ວຽກ​ແລະ​ການ​ພັກຜ່ອນ. ພະ​ເຢຊູ​ກໍ​ມີ​ຄວາມ​ສົມດຸນ​ໃນ​ເລື່ອງ​ນີ້. ໃນ​ໂອກາດ​ໜຶ່ງ ຕອນ​ທີ່​ພວກ​ອັກຄະສາວົກ​ກັບ​ມາ​ຈາກ​ການ​ປະກາດ ພວກ​ເຂົາ​ຫຍຸ້ງ​ຫຼາຍ​ຈົນ “ບໍ່​ມີ​ເວລາ​ທີ່​ຈະ​ກິນ​ເຂົ້າ.” ພະ​ເຢຊູ​ຈຶ່ງ​ບອກ​ວ່າ: “ໄປ໋ ພວກ​ເຮົາ​ໄປ​ບ່ອນ​ທີ່​ຫ່າງ​ໄກ​ຈາກ​ຜູ້​ຄົນ ເພື່ອ​ຈະ​ໄດ້​ພັກຜ່ອນ​ໜ້ອຍ​ໜຶ່ງ.” (ອ່ານ​ມາຣະໂກ 6:30-34) ເຖິງ​ວ່າ​ພະ​ເຢຊູ​ແລະ​ພວກ​ລູກ​ສິດ​ຂອງ​ເພິ່ນ​ບໍ່​ໄດ້​ພັກຜ່ອນ​ຕາມ​ທີ່​ຕ້ອງການ ແຕ່​ເພິ່ນ​ຮູ້​ວ່າ​ພວກ​ລູກ​ສິດ​ທຸກ​ຄົນ​ຈຳເປັນ​ຕ້ອງ​ໄດ້​ພັກຜ່ອນ.

7. ການ​ຮຽນ​ກ່ຽວ​ກັບ​ກົດ​ໝາຍ​ວັນ​ຊະບາໂຕ​ຊ່ວຍ​ເຮົາ​ແນວ​ໃດ?

7 ບາງ​ເທື່ອ ເຮົາ​ກໍ​ຕ້ອງ​ພັກຜ່ອນ​ຫຼື​ປ່ຽນ​ກິດຈະວັດ​ປະຈຳ​ວັນ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ວັນ​ຊະບາໂຕ​ທີ່​ມີ​ທຸກ​ອາທິດ ເຊິ່ງ​ເປັນ​ການ​ຈັດ​ກຽມ​ທີ່​ສຳຄັນ​ທີ່​ພະເຈົ້າ​ໃຫ້​ປະຊາຊົນ​ຂອງ​ພະອົງ​ໃນ​ສະໄໝ​ບູຮານ. ເຖິງ​ວ່າ​ເຮົາ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ກົດ​ໝາຍ​ຂອງ​ໂມເຊ ແຕ່​ເຮົາ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ກ່ຽວ​ກັບ​ວັນ​ຊະບາໂຕ. ການ​ຮຽນ​ເລື່ອງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ການ​ເຮັດ​ວຽກ​ແລະ​ການ​ພັກຜ່ອນ​ໄດ້​ຢ່າງ​ຖືກຕ້ອງ.

ວັນ​ຊະບາໂຕ​ເປັນ​ວັນ​ສຳລັບ​ພັກຜ່ອນ​ແລະ​ການ​ນະມັດສະການ

8. ຕາມ​ອົບພະຍົບ 31:12-15 ວັນ​ຊະບາໂຕ​ມີ​ເພື່ອ​ຫຍັງ?

8 ຄຳພີ​ໄບເບິນ​ບອກ​ວ່າ: ຫຼັງ​ຈາກ​ທີ່​ພະເຈົ້າ​ສ້າງ​ສິ່ງ​ຕ່າງໆແລ້ວ​ໃນ “ວັນ” ທີ​ຫົກ ພະອົງ​ກໍ​ຢຸດ​ສ້າງ​ສິ່ງ​ຕ່າງໆເທິງ​ແຜ່ນດິນ​ໂລກ. (ຕົ້ນ. 2:2) ແຕ່​ພະ​ເຢໂຫວາ​ມັກ​ເຮັດ​ວຽກ​ແລະ​ພະອົງ​ກໍ “ຍັງ​ເຮັດ​ວຽກ​ຢູ່.” (ຢຮ. 5:17) ວັນ​ຊະບາໂຕ​ມີ​ຮູບ​ແບບ​ຄ້າຍ​ຄື​ກັບ​ວັນ​ທີ່​ພະ​ເຢໂຫວາ​ຢຸດ​ພັກ​ທີ່​ເວົ້າ​ເຖິງ​ໃນ​ປຶ້ມ​ຕົ້ນເດີມ. ພະເຈົ້າ​ບອກ​ວ່າ ວັນ​ຊະບາໂຕ​ເປັນ​ສິ່ງ​ເຕືອນ​ໃຈ​ລະຫວ່າງ​ພະອົງ​ກັບ​ຊາວ​ອິດສະຣາເອນ. ວັນ​ນັ້ນ​ຕ້ອງ​ເປັນ​ວັນ “ເຊົາ​ການ [“ວັນ​ຢຸດ​ພັກ”, ລ.ມ.] ວັນ​ບໍລິສຸດ​ສຳລັບ​ພະ​ເຢໂຫວາ.” (ອ່ານ​ອົບພະຍົບ 31:12-15) ນີ້​ໝາຍ​ຄວາມ​ວ່າ ທຸກ​ຄົນ​ຕ້ອງ​ບໍ່​ເຮັດ​ວຽກ​ໃນ​ມື້​ນັ້ນ​ບໍ່​ວ່າ​ຈະ​ເປັນ​ເດັກ​ນ້ອຍ ທາດ ຫຼື​ແມ່ນ​ແຕ່​ສັດ​ລ້ຽງ. (ອົບ. 20:10) ກົດ​ໝາຍ​ນີ້​ເຮັດ​ໃຫ້​ຜູ້​ຄົນ​ໃຊ້​ເວລາ​ໃນ​ການ​ນະມັດສະການ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ.

9. ບາງ​ຄົນ​ໃນ​ສະໄໝ​ພະ​ເຢຊູ​ມີ​ຄວາມ​ຄິດ​ທີ່​ບໍ່​ສົມດຸນ​ແນວ​ໃດ​ເລື່ອງ​ວັນ​ຊະບາໂຕ?

9 ວັນ​ຊະບາໂຕ​ເປັນ​ສິ່ງ​ທີ່​ດີ​ສຳລັບ​ປະຊາຊົນ​ຂອງ​ພະເຈົ້າ ແຕ່​ພວກ​ຜູ້​ນຳ​ສາສະໜາ​ຫຼາຍ​ຄົນ​ໃນ​ສະໄໝ​ພະ​ເຢຊູ​ພັດ​ເຄັ່ງ​ຄັດ​ວັນ​ຊະບາໂຕ​ຫຼາຍ​ໂພດ. ພວກ​ເຂົາ​ບອກ​ວ່າ ການ​ເດັດ​ຮວງ​ເຂົ້າ​ຫຼື​ປິ່ນປົວ​ຄົນ​ເຈັບ​ເປັນ​ການ​ເຮັດ​ຜິດ​ກົດ​ວັນ​ຊະບາໂຕ. (ມຣກ. 2:23-27; 3:2-5) ແຕ່​ພະເຈົ້າ​ບໍ່​ໄດ້​ຄິດ​ແບບ​ນັ້ນ​ແລະ​ພະ​ເຢຊູ​ກໍ​ເຮັດ​ໃຫ້​ຄົນ​ທີ່​ຟັງ​ເພິ່ນ​ເຂົ້າ​ໃຈ​ເລື່ອງ​ນີ້​ຈະ​ແຈ້ງ.

ຄອບຄົວ​ຂອງ​ພະ​ເຢຊູ​ໃຊ້​ເວລາ​ໃນ​ວັນ​ຊະບາໂຕ​ເພື່ອ​ໃກ້​ຊິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ (ເບິ່ງ​ຂໍ້ 10) *

10. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ກ່ຽວ​ກັບ​ຄວາມ​ຄິດ​ຂອງ​ພະ​ເຢຊູ​ຈາກ​ມັດທາຍ 12:9-12 ເລື່ອງ​ວັນ​ຊະບາໂຕ?

10 ພະ​ເຢຊູ​ແລະ​ລູກ​ສິດ​ຂອງ​ເພິ່ນ​ທີ່​ເປັນ​ຄົນ​ຢິວ​ຖື​ວັນ​ຊະບາໂຕ​ເພາະ​ພວກ​ເຂົາ​ຢູ່​ພາຍ​ໃຕ້​ກົດ​ໝາຍ​ຂອງ​ໂມເຊ. * ແຕ່​ທາງ​ຄຳ​ເວົ້າ​ແລະ​ການ​ກະທຳ​ຂອງ​ພະ​ເຢຊູ​ສະແດງ​ໃຫ້​ເຫັນ​ວ່າ ການ​ຖື​ວັນ​ຊະບາໂຕ​ເປັນ​ເລື່ອງ​ທີ່​ຕ້ອງ​ເຮັດ​ແບບ​ມີ​ເຫດຜົນ ການ​ເຮັດ​ດີ​ແລະ​ການ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ໃນ​ວັນ​ຊະບາໂຕ​ເປັນ​ສິ່ງ​ທີ່​ເຮັດ​ໄດ້. ເພິ່ນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ: “ການ​ເຮັດ​ຄວາມ​ດີ​ໃນ​ວັນ​ຊະບາໂຕ​ກໍ​ບໍ່​ມີ​ຫຍັງ​ຜິດ.” (ອ່ານ​ມັດທາຍ 12:9-12) ນອກ​ຈາກ​ນັ້ນ ພະ​ເຢຊູ​ບໍ່​ໄດ້​ຄິດ​ວ່າ​ການ​ເຮັດ​ດີ​ແລະ​ການ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ເປັນ​ການ​ລະເມີດ​ກົດ​ວັນ​ຊະບາໂຕ ເພາະ​ມື້​ນັ້ນ​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ພັກຜ່ອນ​ຈາກ​ການ​ເຮັດ​ວຽກ​ໜັກ ພວກ​ເຂົາ​ຈຶ່ງ​ສາມາດ​ຈົດຈໍ່​ກັບ​ການ​ນະມັດສະການ​ພະເຈົ້າ​ຫຼາຍ​ຂຶ້ນ. ພະ​ເຢຊູ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ໃຊ້​ເວລາ​ໃນ​ວັນ​ຊະບາໂຕ​ເພື່ອ​ໃກ້​ຊິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ. ເຮົາ​ຮູ້​ເລື່ອງ​ນີ້​ໄດ້​ເມື່ອ​ເຮົາ​ອ່ານ​ເລື່ອງ​ຂອງ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ຢູ່​ເມືອງ​ນາຊາເຣັດ​ບ້ານ​ເກີດ​ຂອງ​ເພິ່ນ​ທີ່​ວ່າ: “ເພິ່ນ​ເຂົ້າ​ໄປ​ໃນ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ໃນ​ວັນ​ຊະບາໂຕ​ຄື​ກັບ​ທີ່​ເຄີຍ​ເຮັດ​ຜ່ານ​ມາ ແລະ​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພະ​ຄຳພີ.”—ລກ. 4:15-19

ເຈົ້າ​ຄິດ​ແນວ​ໃດ​ຕໍ່​ການ​ເຮັດ​ວຽກ?

11. ໃຜ​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ພະ​ເຢຊູ​ໃນ​ເລື່ອງ​ການ​ເຮັດ​ວຽກ​ໜັກ?

11 ຕອນ​ທີ່​ໂຢເຊັບ​ສອນ​ພະ​ເຢຊູ​ໃຫ້​ເປັນ​ຊ່າງ​ໄມ້ ລາວ​ຄົງ​ຕ້ອງ​ສອນ​ນຳ​ວ່າ​ພະ​ເຢໂຫວາ​ຄິດ​ແນວ​ໃດ​ຕໍ່​ການ​ເຮັດ​ວຽກ. (ມທ. 13:55, 56) ພະ​ເຢຊູ​ຄົງ​ເຫັນ​ໂຢເຊັບ​ເຮັດ​ວຽກ​ໜັກ​ທຸກ​ມື້​ເພື່ອ​ຫາ​ລ້ຽງ​ຄອບຄົວ​ທີ່​ມີ​ຫຼາຍ​ຄົນ. ໜ້າ​ສັງເກດ ໃນ​ເວລາ​ຕໍ່​ມາ​ພະ​ເຢຊູ​ໄດ້​ບອກ​ພວກ​ລູກ​ສິດ​ວ່າ: “ຄົນ​ງານ​ຄວນ​ຈະ​ໄດ້​ຄ່າ​ຈ້າງ.” (ລກ. 10:7) ເຫັນ​ໄດ້​ແຈ້ງ​ວ່າ ພະ​ເຢຊູ​ໄດ້​ຜ່ານ​ການ​ເຮັດ​ວຽກ​ໜັກ​ມາ​ແລ້ວ.

12. ມີ​ຂໍ້​ຄຳພີ​ຫຍັງ​ແດ່​ທີ່​ເວົ້າ​ເຖິງ​ການ​ເຮັດ​ວຽກ​ໜັກ?

12 ອັກຄະສາວົກ​ໂປໂລ​ກໍ​ເຮັດ​ວຽກ​ໜັກ​ຄື​ກັນ. ເຖິງ​ວ່າ​ວຽກ​ຫຼັກ​ຂອງ​ລາວ​ແມ່ນ​ການ​ປະກາດ​ເລື່ອງ​ພະ​ເຢຊູ​ແລະ​ສິ່ງ​ທີ່​ເພິ່ນ​ສອນ ແຕ່​ລາວ​ກໍ​ຕ້ອງ​ເຮັດ​ວຽກ​ຫາ​ລ້ຽງ​ຕົວ​ເອງ​ນຳ. ຄົນ​ທີ່​ຢູ່​ໃນ​ເມືອງ​ເທ​ຊະ​ໂລ​ນິກ​ຮູ້​ວ່າ​ໂປໂລ “ເຮັດ​ວຽກ​ໜັກ​ທັງ​ເວັນ​ທັງ​ຄືນ” ເພື່ອ​ລາວ​ຈະ​ບໍ່​ເປັນ “ພາລະ” ໃຫ້​ຄົນ​ອື່ນ. (2 ທຊ. 3:8; ກຈກ. 20:34, 35) ໂປໂລ​ອາດ​ໝາຍ​ເຖິງ​ການ​ເປັນ​ຊ່າງ​ຫຍິບ​ເຕັ້ນ. ຕອນ​ທີ່​ຢູ່​ເມືອງ​ໂກຣິນໂທ ລາວ​ພັກ​ຢູ່​ບ້ານ​ອາກີລາ​ແລະ​ປີ​ຊະ​ກີລາ ແລະ “ເຮັດ​ວຽກ​ນຳ​ກັນ ເພາະ​ພວກ​ເຂົາ​ມີ​ອາຊີບ​ເປັນ​ຊ່າງ​ຫຍິບ​ເຕັ້ນ​ຄື​ກັນ.” ທີ່​ໂປໂລ​ບອກ​ວ່າ​ເຮັດ​ວຽກ “ທັງ​ເວັນ​ທັງ​ຄືນ” ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລາວ​ເຮັດ​ວຽກ​ບໍ່​ຢຸດ​ເລີຍ. ມີ​ບາງ​ມື້​ທີ່​ໂປໂລ​ບໍ່​ໄດ້​ຫຍິບ​ເຕັ້ນ​ເຊັ່ນ ວັນ​ຊະບາໂຕ. ລາວ​ໃຊ້​ມື້​ນັ້ນ​ເພື່ອ​ປະກາດ​ກັບ​ຊາວ​ຢິວ​ທີ່​ພັກ​ວຽກ​ໃນ​ມື້​ນັ້ນ​ຄື​ກັນ.—ກຈກ. 13:14-16, 42-44; 16:13; 18:1-4

13. ເຮົາ​ໄດ້​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ໂປໂລ?

13 ອັກຄະສາວົກ​ໂປໂລ​ເປັນ​ຕົວຢ່າງ​ທີ່​ດີ. ລາວ​ຕ້ອງ​ເຮັດ​ວຽກ​ອາຊີບ ແຕ່​ລາວ​ກໍ “ເຮັດ​ວຽກ​ສັກສິດ” ເຊິ່ງ​ກໍ​ຄື​ການ “ປະກາດ​ຂ່າວ​ດີ​ຂອງ​ພະເຈົ້າ” ເປັນ​ປະຈຳ. (ຣມ. 15:16; 2 ກຣ. 11:23) ລາວ​ຍັງ​ສະໜັບສະໜູນ​ຄົນ​ອື່ນ​ໃຫ້​ເຮັດ​ຄື​ກັນ. ນີ້​ເຮັດ​ໃຫ້​ອາກີລາ​ແລະ​ປີ​ຊະ​ກີລາ​ເປັນ ‘ເພື່ອນ​ຮ່ວມ​ງານ​ຂອງ​ລາວ​ໃນ​ການ​ຮັບໃຊ້​ພະ​ຄລິດ​ເຢຊູ.’ (ຣມ. 12:11; 16:3) ໂປໂລ​ຍັງ​ກະຕຸ້ນ​ພີ່​ນ້ອງ​ໃນ​ເມືອງ​ໂກຣິນໂທ “ໃຫ້​ທຸ່ມ​ເທ​ກັບ​ວຽກ​ຂອງ​ຜູ້​ເປັນ​ນາຍ​ທີ່​ມີ​ໃຫ້​ເຮັດ​ຢ່າງ​ຫຼວງ​ຫຼາຍ.” (1 ກຣ. 15:58; 2 ກຣ. 9:8) ພະ​ເຢໂຫວາ​ເຖິງ​ກັບ​ດົນ​ໃຈ​ໃຫ້​ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ຖ້າ​ຜູ້​ໃດ​ບໍ່​ຢາກ​ເຮັດ​ວຽກ ກໍ​ຢ່າ​ໃຫ້​ລາວ​ກິນ​ເຂົ້າ.”—2 ທຊ. 3:10

14. ຄຳ​ເວົ້າ​ຂອງ​ພະ​ເຢຊູ​ໃນ​ໂຢຮັນ 14:12 ໝາຍ​ຄວາມ​ວ່າ​ແນວ​ໃດ?

14 ວຽກ​ທີ່​ສຳຄັນ​ທີ່​ສຸດ​ໃນ​ສະໄໝ​ສຸດ​ທ້າຍ​ຄື ການ​ປະກາດ​ຂ່າວ​ດີ​ແລະ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ. ທີ່​ຈິງ ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ລູກ​ສິດ​ຈະ​ເຮັດ​ວຽກ​ທີ່​ຍິ່ງໃຫຍ່​ກວ່າ​ທີ່​ເພິ່ນ​ເຮັດ! (ອ່ານ​ໂຢຮັນ 14:12) ເພິ່ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ຕ້ອງ​ເຮັດ​ການ​ອັດສະຈັນ​ຄື​ກັບ​ເພິ່ນ. ແຕ່​ໝາຍ​ຄວາມ​ວ່າ ລູກ​ສິດ​ຂອງ​ເພິ່ນ​ຈະ​ປະກາດ​ແລະ​ສອນ​ໃນ​ເຂດ​ທີ່​ກວ້າງ​ໃຫຍ່​ກວ່າ ໄດ້​ພໍ້​ກັບ​ຜູ້​ຄົນ​ຫຼາຍ​ກວ່າ ແລະ​ໃຊ້​ເວລາ​ດົນ​ກວ່າ​ທີ່​ເພິ່ນ​ປະກາດ.

15. ມີ​ຄຳຖາມ​ຫຍັງ​ແດ່​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ​ແລະ​ຍ້ອນ​ຫຍັງ?

15 ຖ້າ​ເຈົ້າ​ເຮັດ​ວຽກ​ອາຊີບ ຂໍ​ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ເພື່ອນ​ຮ່ວມ​ງານ​ເບິ່ງ​ວ່າ​ຂ້ອຍ​ເປັນ​ຄົນ​ດຸ​ໝັ່ນ​ບໍ? ຂ້ອຍ​ເຮັດ​ວຽກ​ສຸດ​ຄວາມ​ສາມາດ​ແລະ​ເຮັດ​ແລ້ວ​ທັນ​ເວລາ​ບໍ?’ ຖ້າ​ແມ່ນ ນາຍ​ຈ້າງ​ກໍ​ຈະ​ໄວ້​ໃຈ​ເຈົ້າ​ຫຼາຍ​ຂຶ້ນ ແລະ​ຜູ້​ຄົນ​ໃນ​ບ່ອນ​ເຮັດ​ວຽກ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໃຈ​ຟັງ​ຂ່າວ​ດີ​ຫຼາຍ​ຂຶ້ນ. ນອກ​ຈາກ​ນັ້ນ ຂໍ​ໃຫ້​ເຈົ້າ​ຖາມ​ຕົວ​ເອງ​ກ່ຽວ​ກັບ​ວຽກ​ຮັບໃຊ້​ວ່າ: ‘ພີ່​ນ້ອງ​ເບິ່ງ​ວ່າ​ຂ້ອຍ​ເປັນ​ຄົນ​ດຸ​ໝັ່ນ​ໃນ​ວຽກ​ປະກາດ​ບໍ? ຂ້ອຍ​ກຽມ​ຕົວຢ່າງ​ດີ​ກ່ອນ​ໄປ​ປະກາດ​ບໍ? ຂ້ອຍ​ຮີບ​ກັບ​ໄປ​ຢາມ​ຄົນ​ທີ່​ສົນ​ໃຈ​ບໍ? ແລະ​ຂ້ອຍ​ຮັບໃຊ້​ໃນ​ຫຼາຍໆແບບ​ເປັນ​ປະຈຳ​ບໍ?’ ຖ້າ​ແມ່ນ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ​ໃນ​ວຽກ​ຮັບໃຊ້​ຂອງ​ເຈົ້າ.

ເຈົ້າ​ຄິດ​ແນວ​ໃດ​ຕໍ່​ການ​ພັກຜ່ອນ?

16. ພະ​ເຢຊູ​ແລະ​ພວກ​ອັກຄະສາວົກ​ເບິ່ງ​ເລື່ອງ​ການ​ພັກຜ່ອນ​ຕ່າງ​ຈາກ​ຜູ້​ຄົນ​ໃນ​ທຸກ​ມື້​ນີ້​ແນວ​ໃດ?

16 ພະ​ເຢຊູ​ຮູ້​ວ່າ​ບາງ​ເທື່ອ​ເພິ່ນ​ແລະ​ພວກ​ອັກຄະສາວົກ​ກໍ​ຈຳເປັນ​ຕ້ອງ​ໄດ້​ພັກຜ່ອນ. ແຕ່​ຫຼາຍ​ຄົນ​ໃນ​ສະໄໝ​ນັ້ນ​ແລະ​ສະໄໝ​ນີ້​ເປັນ​ຄື​ກັບ​ຊາຍ​ເສດຖີ​ຄົນ​ໜຶ່ງ​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ​ທີ່​ເວົ້າ​ກັບ​ຕົວ​ເອງ​ຢ່າງ​ໝັ້ນ​ໃຈ​ວ່າ: “ຂ້ອຍ​ຈະ​ໃຊ້​ຊີວິດ​ແບບ​ສະບາຍ ກິນ ດື່ມ ແລະ​ມີ​ຄວາມ​ສຸກ​ກັບ​ຊີວິດ.” (ລກ. 12:19; 2 ຕມ. 3:4) ລາວ​ຄິດ​ວ່າ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຄື​ຕ້ອງ​ພັກຜ່ອນ​ຢ່ອນ​ໃຈ​ແລະ​ມີ​ຄວາມ​ມ່ວນ​ຊື່ນ. ກົງ​ກັນ​ຂ້າມ ພະ​ເຢຊູ​ແລະ​ພວກ​ອັກຄະສາວົກ​ບໍ່​ໄດ້​ເບິ່ງ​ວ່າ​ການ​ພັກຜ່ອນ​ຢ່ອນ​ໃຈ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.

ການ​ມີ​ຄວາມ​ສົມດຸນ​ໃນ​ເລື່ອງ​ການ​ເຮັດ​ວຽກ​ແລະ​ການ​ພັກຜ່ອນ​ຈະ​ຊ່ວຍ​ເຮົາ​ໃຫ້​ຈົດຈໍ່​ໃນ​ການ​ເຮັດ​ສິ່ງ​ທີ່​ດີ​ເຊິ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ (ເບິ່ງ​ຂໍ້ 17) *

17. ເຮົາ​ໃຊ້​ເວລາ​ທີ່​ເຮົາ​ພັກ​ວຽກ​ເຮັດ​ຫຍັງ​ແດ່?

17 ໃນ​ທຸກ​ມື້​ນີ້ ເຮົາ​ພະຍາຍາມ​ຮຽນ​ແບບ​ພະ​ເຢຊູ​ໂດຍ​ໃຊ້​ເວລາ​ທີ່​ເຮົາ​ພັກ​ວຽກ​ບໍ່​ພຽງ​ແຕ່​ເພື່ອ​ພັກຜ່ອນ​ເທົ່າ​ນັ້ນ ແຕ່​ເພື່ອ​ເຮັດ​ສິ່ງ​ທີ່​ດີ​ໂດຍ​ໄປ​ປະກາດ​ແລະ​ໄປ​ປະຊຸມ. ທີ່​ຈິງ​ເຮົາ​ເບິ່ງ​ວ່າ​ການ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ​ແລະ​ການ​ໄປ​ປະຊຸມ​ເປັນ​ເລື່ອງ​ສຳຄັນ​ຫຼາຍ ເຮົາ​ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ເຮັດ​ກິດຈະກຳ​ທີ່​ສັກສິດ​ນີ້​ເປັນ​ປະຈຳ. (ຮຣ. 10:24, 25) ບໍ່​ວ່າ​ເຮົາ​ຈະ​ໄປ​ທ່ຽວ​ຫຼື​ພັກຜ່ອນ​ຢູ່​ໃສ ເຮົາ​ກໍ​ຈະ​ບໍ່​ຂາດ​ການ​ປະຊຸມ​ແລະ​ຈະ​ຊອກ​ຫາ​ໂອກາດ​ປະກາດ​ກັບ​ຜູ້​ຄົນ​ທີ່​ເຮົາ​ພົບ.—2 ຕມ. 4:2

18. ພະ​ເຢຊູ​ຄລິດ​ກະສັດ​ຂອງ​ເຮົາ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ?

18 ເຮົາ​ດີ​ໃຈ​ທີ່​ພະ​ເຢຊູ​ຄລິດ​ກະສັດ​ຂອງ​ເຮົາ​ມີ​ເຫດຜົນ ແລະ​ຊ່ວຍ​ເຮົາ​ໃຫ້​ຄິດ​ຢ່າງ​ສົມດຸນ​ໃນ​ເລື່ອງ​ການ​ເຮັດ​ວຽກ​ແລະ​ການ​ພັກຜ່ອນ! (ຮຣ. 4:15) ເພິ່ນ​ຢາກ​ໃຫ້​ເຮົາ​ໄດ້​ພັກຜ່ອນ​ຕາມ​ທີ່​ຄວນ​ຈະ​ພັກ ຢາກ​ໃຫ້​ເຮົາ​ເຮັດ​ວຽກ​ໜັກ​ເພື່ອ​ຫາ​ລ້ຽງ​ຕົວ​ເອງ ແລະ​ຢາກ​ໃຫ້​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ວຽກ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ​ຢ່າງ​ມີ​ຄວາມ​ສຸກ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ພິຈາລະນາ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຫຼຸດ​ພົ້ນ​ຈາກ​ການ​ເປັນ​ທາດ​ຂອງ​ບາບ.

ເພງ 38 ພະອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ

^ ຂໍ້ 5 ຄຳພີ​ໄບເບິນ​ສອນ​ວິທີ​ທີ່​ເຮົາ​ຈະ​ເປັນ​ຄົນ​ສົມດຸນ​ໃນ​ເລື່ອງ​ການ​ເຮັດ​ວຽກ​ແລະ​ການ​ພັກຜ່ອນ. ບົດ​ຄວາມ​ນີ້​ຈະ​ໃຊ້​ຕົວຢ່າງ​ເລື່ອງ​ວັນ​ຊະບາໂຕ​ທີ່​ຊາວ​ອິດສະຣາເອນ​ຕ້ອງ​ເຮັດ​ໃນ​ແຕ່​ລະ​ອາທິດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເຮົາ​ເບິ່ງ​ການ​ເຮັດ​ວຽກ​ແລະ​ການ​ພັກຜ່ອນ​ຢ່າງ​ຖືກຕ້ອງ​ຫຼື​ບໍ່.

^ ຂໍ້ 10 ພວກ​ລູກ​ສິດ​ໄດ້​ນັບຖື​ກົດ​ໝາຍ​ເລື່ອງ​ວັນ​ຊະບາໂຕ​ຫຼາຍ ພວກ​ເຂົາ​ເຮັດ​ເຖິງ​ຂັ້ນ​ວ່າ​ຢຸດ​ກຽມ​ງານ​ສົບ​ຂອງ​ພະ​ເຢຊູ​ຈົນ​ກວ່າ​ຈະ​ຜ່ານ​ວັນ​ຊະບາໂຕ.—ລກ. 23:55, 56

^ ຂໍ້ 55 ຄຳ​ອະທິບາຍ​ຮູບ​ພາບ: ໂຢເຊັບ​ພາ​ຄອບຄົວ​ໄປ​ບ່ອນ​ປະຊຸມ​ຂອງ​ຊາວ​ຢິວ​ໃນ​ວັນ​ຊະບາໂຕ.

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ພໍ່​ຄົນ​ໜຶ່ງ​ທີ່​ຕ້ອງ​ເຮັດ​ວຽກ​ເພື່ອ​ຫາ​ລ້ຽງ​ຄອບຄົວ​ໄດ້​ໃຊ້​ເວລາ​ທີ່​ລາວ​ພັກ​ວຽກ​ແລະ​ແມ່ນ​ແຕ່​ຕອນ​ໄປ​ທ່ຽວ​ເຮັດ​ກິດຈະກຳ​ຕ່າງໆຂອງ​ຄລິດສະຕຽນ​ກັບ​ຄອບຄົວ.