ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ມັດທາຍ 20-21

“ໃຜ​ຢາກ​ເປັນ​ໃຫຍ່​ກໍ​ຕ້ອງ​ຮັບໃຊ້​ຄົນ​ອື່ນ”

“ໃຜ​ຢາກ​ເປັນ​ໃຫຍ່​ກໍ​ຕ້ອງ​ຮັບໃຊ້​ຄົນ​ອື່ນ”

20:28

ພວກ​ຄູ​ສອນ​ສາສະໜາ​ແລະ​ຟາລິຊຽນ​ທີ່​ຍິ່ງ​ມັກ​ເຮັດ​ຕົວ​ເດັ່ນ​ແລະ​ຢາກ​ໃຫ້​ຄົນ​ອື່ນ​ຄຳນັບ​ຢູ່​ກາງ​ຕະຫຼາດ.

ພວກ​ຄູ​ສອນ​ສາສະໜາ​ແລະ​ຟາລິຊຽນ​ທີ່​ຍິ່ງ​ຈອງຫອງ​ຢາກ​ເຮັດ​ໃຫ້​ຄົນ​ອື່ນ ປະທັບ​ໃຈ​ແລະ​ຢາກ​ໄດ້​ຮັບ​ກຽດ. (ມັດ. 23:5-7) ແຕ່​ພະ​ເຍຊູ​ບໍ່​ເປັນ​ແບບ​ນັ້ນ. ຄຳພີ​ໄບເບິນ​ບອກ​ວ່າ: “ບຸດ​ມະນຸດ​ໄດ້​ມາ​ບໍ່​ໃຊ່​ຈະ​ເປັນ​ທີ່​ບົວລະບັດ ແຕ່​ວ່າ​ເພື່ອ​ຈະ​ບົວລະບັດ.” (ມັດ. 20:28) ເຮົາ​ເລືອກ​ເຮັດ​ແຕ່​ວຽກ​ຮັບໃຊ້​ທີ່​ເຮັດ​ໃຫ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ແລະ​ໄດ້​ຮັບ​ການ​ຍ້ອງ​ຍໍ​ບໍ? ການ​ເປັນ​ໃຫຍ່​ຕາມ​ແບບ​ພະ​ຄລິດ​ມາ​ຈາກ​ການ​ຮັບໃຊ້​ຄົນ​ອື່ນ ຫຼາຍ​ຄັ້ງ​ວຽກ​ແບບ​ນີ້​ເປັນ​ວຽກ​ທີ່​ບໍ່​ມີ​ຄົນ​ເຫັນ ມີ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ສັງເກດ​ເຫັນ. (ມັດ. 6:1-4) ຜູ້​ຮັບໃຊ້​ທີ່​ຖ່ອມ​ຕົວ​ຈະ . . .

  • ຊ່ວຍ​ເຮັດ​ຄວາມ​ສະອາດ​ແລະ​ເບິ່ງ​ແຍງ​ຫໍ​ປະຊຸມ

  • ຊອກ​ຫາ​ໂອກາດ​ທີ່​ຈະ​ຊ່ວຍ​ເຫຼືອ​ຜູ້​ສູງ​ອາຍຸ​ແລະ​ພີ່​ນ້ອງ​ຄົນ​ອື່ນໆ

  • ບໍລິຈາກ​ເງິນ​ຫຼື​ສິ່ງ​ຂອງ​ຕ່າງໆເພື່ອ​ສະໜັບສະໜູນ​ວຽກ​ຂອງ​ລັດຖະບານ​ຂອງ​ພະເຈົ້າ