ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ໝາຍເພິ່ງພະເຢໂຫວາເມື່ອຖືກຫາເລື່ອງ

ໝາຍເພິ່ງພະເຢໂຫວາເມື່ອຖືກຫາເລື່ອງ

ເມື່ອ​ຖືກ​ຫາ​ເລື່ອງ ມັນ​ອາດ​ເຮັດ​ໃຫ້​ເຮົາ​ເຈັບ​ທັງ​ກາຍ​ແລະ​ໃຈ. ແລະ​ເມື່ອ​ເຮົາ​ເຈິ​ການ​ຕໍ່ຕ້ານ​ທີ່​ເຮັດ​ໃຫ້​ເຮົາ​ຢ້ານ ມັນ​ກໍ​ອາດ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນແອ​ລົງ​ໄດ້. ແລ້ວ​ເຮົາ​ຈະ​ປົກປ້ອງ​ຕົວເອງ​ຈາກ​ເລື່ອງ​ນີ້​ໄດ້​ແນວ​ໃດ?

ຫຼາຍ​ຄົນ​ທີ່​ນະມັດສະການ​ພະ​ເຢໂຫວາ​ຮັບ​ມື​ກັບ​ການ​ຖືກ​ຫາ​ເລື່ອງ​ໄດ້​ຍ້ອນ​ເຂົາເຈົ້າ​ໝາຍເພິ່ງ​ພະ​ເຢໂຫວາ. (ເພງ 18:17) ຕົວຢ່າງ​ເຊັ່ນ ເອັດສະເທີ​ກ້າ​ເປີດໂປງ​ແຜນ​ຊົ່ວ​ຂອງ​ຮາມານ​ທີ່​ຕ້ອງ​ການ​ຈະ​ຫາ​ເລື່ອງ​ຂົ່ມເຫງ​ຄົນ​ຂອງ​ພະເຈົ້າ. (ອສທ 7:1-6) ກ່ອນ​ຈະ​ເປີດໂປງ​ຮາມານ ເອັດສະເທີ​ສະແດງ​ວ່າ​ລາວ​ໝາຍເພິ່ງ​ພະ​ເຢໂຫວາ​ໂດຍ​ການ​ອົດ​ເຂົ້າ. (ອສທ 4:14-16) ພະ​ເຢໂຫວາ​ອວຍພອນ​ເອັດສະເທີ​ແລະ​ປົກປ້ອງ​ລາວ​ກັບ​ຄົນ​ຂອງ​ເພິ່ນ.

ໄວລຸ້ນ ຖ້າ​ເຈົ້າ​ຖືກ​ຫາ​ເລື່ອງ ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ແລະ​ບອກ​ເລື່ອງ​ນີ້​ກັບ​ຜູ້​ໃຫຍ່ ເຊັ່ນ ພໍ່​ແມ່. ເຈົ້າ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ຄື​ກັບ​ທີ່​ເພິ່ນ​ຊ່ວຍ​ເອັດສະເທີ. ມີ​ອັນ​ໃດ​ອີກ​ທີ່​ເຈົ້າ​ເຮັດ​ໄດ້​ເມື່ອ​ຖືກ​ຫາ​ເລື່ອງ?

ເບິ່ງ​ວິດີໂອ ໄວລຸ້ນ—ຂ້ອຍ​ຈະ​ເຮັດ​ແນວ​ໃດ​ຖ້າ​ຖືກ​ບູລີ່? ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ໄວລຸ້ນ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຊາລີ​ແລະ​ເຟຣິນ?

  • ພໍ່​ແມ່​ຮຽນ​ຫຍັງ​ໄດ້​ຈາກ​ສິ່ງ​ທີ່​ຊາລີ​ແລະ​ເຟຣິນ​ເວົ້າ​ກ່ຽວ​ກັບ​ວິທີ​ຊ່ວຍ​ລູກ​ໃຫ້​ຮັບ​ມື​ກັບ​ການ​ຖືກ​ຫາ​ເລື່ອງ?