ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ຜູ້ດູແລທີ່ເຮັດວຽກເພື່ອຜົນປະໂຫຍດຂອງປະຊາຊົນຂອງພະເຢໂຫວາ

ຜູ້ດູແລທີ່ເຮັດວຽກເພື່ອຜົນປະໂຫຍດຂອງປະຊາຊົນຂອງພະເຢໂຫວາ

ຫຼາຍ​ຄົນ​ມັກ​ເບິ່ງ​ຄົນ​ທີ່​ມີ​ອຳນາດ​ໃນ​ແງ່​ລົບ. ຍ້ອນ​ຜູ້​ມີ​ອຳນາດ​ທີ່​ເປັນ​ມະນຸດ​ມັກ​ໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ​ແລະ​ໃຊ້​ເພື່ອ​ຜົນ​ປະໂຫຍດ​ຂອງ​ຕົວເອງ. (ມກ 7:3) ເຮົາ​ຮູ້ສຶກ​ດີໃຈ​ຫຼາຍ​ທີ່​ຜູ້​ດູແລ​ຖືກ​ຝຶກ​ໃຫ້​ໃຊ້​ອຳນາດ​ຂອງ​ເຂົາ​ເຈົ້າ​ເພື່ອ​ຜົນ​ປະໂຫຍດ​ຂອງ​ປະຊາຊົນ​ຂອງ​ພະ​ເຢໂຫວາ.—ອສທ 10:3; ມທ 20:25, 26

ບໍ່​ຄື​ກັບ​ພວກ​ຜູ້​ມີ​ອຳນາດ​ໃນ​ໂລກ ຜູ້​ດູແລ​ໃນ​ປະຊາຄົມ​ພະຍາຍາມ​ທີ່​ຈະ​ມີ​ຄຸນສົມບັດ​ເພື່ອ​ເຮັດ​ໜ້າທີ່​ໃນ​ປະ​ຂາ​ຄົມ​ຍ້ອນ​ເຂົາ​ເຈົ້າ​ຮັກ​ພະ​ເຢໂຫວາ​ແລະ​ຄົນ​ຂອງ​ເພິ່ນ. (ຢຮ 21:16; 1ປຕ 5:1-3) ຜູ້​ດູແລ​ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢຊູ​ເພື່ອ​ຊ່ວຍ​ພີ່​ນ້ອງ​ແຕ່​ລະ​ຄົນ​ໃຫ້​ຮູ້ສຶກ​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບຄົວ​ຂອງ​ພະ​ເຢໂຫວາ​ແລະ​ຊ່ວຍ​ພີ່​ນ້ອງ​ໃຫ້​ໃກ້ຊິດ​ກັບ​ເພິ່ນ. ຜູ້​ດູແລ​ພ້ອມ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ເຊື່ອ ພ້ອມ​ຊ່ວຍ​ເຫຼືອ​ເມື່ອ​ມີ​ເລື່ອງ​ສຸກເສີນ​ທາງ​ການ​ແພດ ຫຼື​ເມື່ອ​ເກີດ​ໄພພິບັດ. ຖ້າ​ເຈົ້າ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ ບໍ່​ຕ້ອງ​ລັງເລ​ທີ່​ຈະ​ເຂົ້າ​ໄປ​ລົມ​ກັບ​ຜູ້​ດູແລ​ໃນ​ປະຊາຄົມ​ຂອງ​ເຈົ້າ.—ຢກບ 5:14

ເບິ່ງ​ວິດີໂອ​ຜູ້​ບຳລຸງ​ລ້ຽງ​ທີ່​ເອົາໃຈໃສ່​ຝູງ​ແກະ ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ມາເຣຍ​ນາ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູແລ​ແນວ​ໃດ​ແດ່?

  • ເອລຽດສ໌​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ດູແລ​ແນວ​ໃດ​ແດ່?

  • ຫຼັງ​ຈາກ​ທີ່​ໄດ້​ເບິ່ງ​ວິດີໂອ​ນີ້ ເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ວຽກ​ທີ່​ຜູ້​ດູແລ​ເຮັດ?