ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ໃຊ້ໜ້າຫຼັກຂອງເວັບໄຊ JW.ORG ໃນການປະກາດ

ໃຊ້ໜ້າຫຼັກຂອງເວັບໄຊ JW.ORG ໃນການປະກາດ

ໜ້າ​ຫຼັກ​ໃນ​ເວັບໄຊ​ຂອງ​ເຮົາ​ມີ​ບົດ​ຄວາມ​ແລະ​ວິດີໂອ​ທີ່​ອອກ​ແບບ​ມາ​ເພື່ອ​ກະຕຸ້ນ​ຄວາມ​ສົນໃຈ​ຄົນ​ທົ່ວໄປ​ທີ່​ອາດ​ຕອບ​ຮັບ​ຄວາມ​ຈິງ. (ກຈກ 13:48) ເລື່ອງ​ສ່ວນ​ໃຫຍ່​ທີ່​ຢູ່​ໃນ​ໜ້າ​ຫຼັກ​ຈະ​ກ່ຽວ​ຂ້ອງ​ກັບ​ຂ່າວ​ຫຼື​ເລື່ອງ​ທີ່​ຜູ້​ຄົນ​ກຳລັງ​ໃຫ້​ຄວາມ​ສົນໃຈ.

ເຈົ້າ​ຈະ​ໃຊ້​ໜ້າ​ຫຼັກ​ຂອງ​ເວັບໄຊ jw.org ໃນ​ການ​ປະກາດ​ແນວ​ໃດ?

  • ເຂົ້າ​ເວັບໄຊ​ເປັນ​ປະຈຳ. ເຂົ້າ​ມາ​ເບິ່ງ​ວ່າ​ຕອນນີ້​ໜ້າ​ຫຼັກ​ເວັບໄຊ​ຂອງ​ເຮົາ​ເວົ້າ​ເຖິງ​ເລື່ອງ​ຫຍັງ ແລະ​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ໃຊ້​ເລື່ອງ​ນັ້ນ​ລົມ​ກັບ​ຜູ້​ສົນໃຈ​ແນວ​ໃດ. (ຖ້າ​ຕ້ອງ​ການ​ເບິ່ງ​ເລື່ອງ​ອື່ນ​ທີ່​ເຄີຍ​ລົງ​ໃນ​ໜ້າ​ຫຼັກ ໃຫ້​ກົດ “ເບິ່ງ​ເພີ່ມເຕີມ”) ຖ້າ​ເຈົ້າ​ເຂົ້າ​ເວັບໄຊ​ເປັນ​ປະຈຳ ເຈົ້າ​ຈະ​ໄດ້​ວິທີ​ໃໝ່​ໆ​ສຳລັບ​ການ​ເຮັດ​ວຽກ​ປະກາດ.

  • ໃຊ້​ບົດ​ຄວາມ​ແລະ​ວິດີໂອ​ທີ່​ຢູ່​ໃນ​ໜ້າ​ຫຼັກ​ເພື່ອ​ເລີ່ມ​ລົມ. ບົດ​ຄວາມ​ແລະ​ວິດີໂອ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ເຫັນ​ວ່າ​ຫຼາຍ​ຄົນ​ກຳລັງ​ສົນໃຈ​ເລື່ອງ​ຫຍັງ.

  • ເປີດ​ໜ້າ​ຫຼັກ​ຂອງ​ເວັບໄຊ​ໃຫ້​ເບິ່ງ. ເລືອກ​ເລື່ອງ​ທີ່​ຄິດ​ວ່າ​ຜູ້​ຄົນ​ສົນໃຈ ແລະ​ອະທິບາຍ​ວິທີ​ຊອກ​ຫາ​ຂໍ້ມູນ​ຕ່າງ​ໆ​ທີ່​ຢູ່​ໃນ​ເວັບໄຊ.

  • ສົ່ງ​ລິ້ງ. ບາງ​ຄົນ​ອາດ​ບໍ່​ສະດວກ​ທີ່​ຈະ​ລົມ​ກັບ​ເຮົາ ແຕ່​ກໍ​ຢາກ​ເຂົ້າ​ໄປ​ເບິ່ງ​ເວັບໄຊ​ຂອງ​ເຮົາ. ດັ່ງນັ້ນ ເຈົ້າ​ອາດ​ສົ່ງ​ລິ້ງ​ຂອງ​ໜ້າ​ຫຼັກ​ເວັບໄຊ​ຂອງ​ເຮົາ ສົ່ງ​ລິ້ງ​ບົດ​ຄວາມ​ຫຼື​ວິດີໂອ​ອື່ນ​ໆ​ໃຫ້​ລາວ​ໄດ້.