ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ພໍ່ແມ່—ຊ່ວຍລູກໃຫ້ມີສະຕິປັນຍາຈາກພະເຈົ້າ

ພໍ່ແມ່—ຊ່ວຍລູກໃຫ້ມີສະຕິປັນຍາຈາກພະເຈົ້າ

ວິທີ​ທີ່​ດີ​ທີ່​ສຸດ​ທີ່​ພໍ່​ແມ່​ຈະ​ຊ່ວຍ​ລູກ​ໃຫ້​ມີ​ສະຕິ​ປັນຍາ​ຈາກ​ພະເຈົ້າ​ຄື ຊ່ວຍ​ໃຫ້​ລູກ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປະ​ຊຸ​ມ ສິ່ງ​ທີ່​ລູກ​ເຫັນ ໄດ້​ຍິນ ແລະ​ເວົ້າ​ອອກ​ມາ​ຕອນ​ທີ່​ອອກ​ຄວາມ​ຄິດ​ເຫັນ​ຈະ​ຊ່ວຍ​ລາວ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ສະໜິດ​ກັບ​ເພິ່ນ. (ພບຍ 31:12, 13) ຖ້າ​ເຈົ້າ​ເປັນ​ພໍ່​ແມ່ ເຈົ້າ​ຈະ​ຊ່ວຍ​ລູກ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ປະຊຸມ​ໄດ້​ແນວ​ໃດ?

  • ພະຍາຍາມ​ໄປ​ປະຊຸມ​ຢູ່​ບ່ອນ​ປະຊຸມ.—ເພງ 22:22

  • ໃຊ້​ເວລາ​ລົມ​ກັບ​ພີ່​ນ້ອງ​ທັງ​ກ່ອນ​ແລະ​ຫຼັງ​ການ​ປະຊຸມ.—ຮຣ 10:25

  • ເຮັດ​ໃຫ້​ແນ່​ໃຈ​ວ່າ​ທຸກ​ຄົນ​ໃນ​ຄອບຄົວ​ມີ​ປຶ້ມ​ທີ່​ໃຊ້​ໃນ​ການ​ປະຊຸມ ບໍ່​ວ່າ​ຈະ​ເປັນ​ແບບ​ຫົວ​ຫຼື​ດິຈິຕອນ

  • ຊ່ວຍ​ລູກ​ກຽມ​ຄຳ​ຕອບ​ເປັນ​ຄຳ​ເວົ້າ​ຂອງ​ລາວ​ເອງ—ມທ 21:15, 16

  • ເວົ້າ​ໃນ​ແງ່​ບວກ​ກ່ຽວ​ກັບ​ການ​ປະຊຸມ​ແລະ​ການ​ສອນ​ຢູ່​ຫໍປະຊຸມ

  • ຊ່ວຍ​ລູກ​ໃຫ້​ເຮັດ​ກິດຈະກຳ​ອື່ນ​ໆ​ຢູ່​ບ່ອນ​ປະຊຸມ ເຊັ່ນ ອະນາໄມ​ບ່ອນ​ປະຊຸມ ແລະ​ລົມ​ກັບ​ພີ່​ນ້ອງ​ສູງ​ອາຍຸ

ການ​ຊ່ວຍ​ລູກ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ບໍ່​ແມ່ນ​ເລື່ອງ​ງ່າຍ ແລະ​ບາງ​ເທື່ອ​ກໍ​ອາດ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ທໍ້ໃຈ. ແຕ່​ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ແນ່ນອນ.—ອຊຢ 40:29

ເບິ່ງ​ວິດີໂອ ພໍ່​ແມ່​ເພິ່ງ​ພະ​ເຢໂຫວາ​ແລະ​ກຳລັງ​ຈາກ​ເພິ່ນ ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຄວາມ​ອິດ​ເມື່ອຍ​ມີ​ຜົນ​ຕໍ່​ແຊັກ​ກັບ​ເລອາ​ແນວ​ໃດ?

  • ເປັນ​ຫຍັງ​ພໍ່​ແມ່​ຕ້ອງ​ຂໍ​ກຳລັງ​ຈາກ​ພະ​ເຢໂຫວາ?

  • ແຊັກ​ກັບ​ເລອາ​ເພິ່ງ​ພະ​ເຢໂຫວາ​ແນວ​ໃດ​ແດ່?