ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 4

“ພະລັງ​ຂອງ​ພະເຈົ້າ​ຢືນຢັນ​ໃຫ້​ພວກ​ເຮົາ​ໝັ້ນ​ໃຈ”

“ພະລັງ​ຂອງ​ພະເຈົ້າ​ຢືນຢັນ​ໃຫ້​ພວກ​ເຮົາ​ໝັ້ນ​ໃຈ”

“ພະລັງ​ຂອງ​ພະເຈົ້າ​ຢືນຢັນ​ໃຫ້​ພວກ​ເຮົາ​ໝັ້ນ​ໃຈ​ວ່າ​ພວກ​ເຮົາ​ເປັນ​ລູກ​ຂອງ​ພະເຈົ້າ.”—ຣມ. 8:16

ເພງ 25 ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ພະເຈົ້າ

ໃຈ​ຄວາມ​ສຳຄັນ *

ໃນ​ວັນ​ເພັນເຕກອດ ພະ​ເຢໂຫວາ​ໄດ້​ໃຫ້​ພະລັງ​ບໍລິສຸດ​ຂອງ​ພະອົງ​ກັບ​ພວກ​ລູກສິດ 120 ຄົນ ໃນ​ແບບ​ທີ່​ໜ້າ​ງຶດງໍ້. (ເບິ່ງ​ຂໍ້ 1-2)

1-2. ມີ​ເຫດການ​ທີ່​ໜ້າ​ງຶດງໍ້​ຫຍັງ​ເກີດ​ຂຶ້ນ​ໃນ​ວັນ​ເພັນເຕກອດ​ປີ ຄ.ສ 33?

ໃນ​ຕອນ​ເຊົ້າ​ຂອງ​ວັນ​ອາທິດ​ໃນ​ເມືອງ​ເຢຣູຊາເລັມ​ເຊິ່ງ​ເປັນ​ວັນ​ເພັນເຕກອດ​ປີ ຄ.ສ 33 ກຸ່ມ​ພວກ​ລູກສິດ 120 ຄົນ​ໄດ້​ມາ​ປະຊຸມ​ກັນ​ຢູ່​ຫ້ອງ​ຊັ້ນ​ເທິງ. (ກຈກ. 1:13-15; 2:1) ບໍ່​ເທົ່າ​ໃດ​ມື້​ກ່ອນ​ໜ້າ​ນັ້ນ ພະ​ເຢຊູ​ໄດ້​ສັ່ງ​ພວກ​ເຂົາ​ໃຫ້​ຢູ່​ເມືອງ​ເຢຣູຊາເລັມ​ເພາະ​ພວກ​ເຂົາ​ຈະ​ໄດ້​ຮັບ​ຂອງ​ຂວັນ​ທີ່​ພິເສດ​ຫຼາຍ. (ກຈກ. 1:4, 5) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ?

2 “ທັນໃດ​ນັ້ນ ມີ​ສຽງ​ຈາກ​ຟ້າ​ຄື​ກັບ​ສຽງ​ພາຍຸ” ສຽງ​ນັ້ນ​ໄດ້​ດັງ​ສະໜັ່ນ​ໄປ​ທົ່ວ​ເຮືອນ. ຈາກ​ນັ້ນ “ແປວ​ໄຟ​ເຊິ່ງ​ມີ​ຮູບ​ຮ່າງ​ຄື​ກັບ​ລີ້ນ” ລອຍ​ຢູ່​ເທິງ​ຫົວ​ພວກ​ລູກສິດ​ແຕ່​ລະ​ຄົນ ແລະ​ພວກ​ເຂົາ​ກໍ “ເຕັມ​ໄປ​ດ້ວຍ​ພະລັງ​ບໍລິສຸດ.” (ກຈກ. 2:2-4) ໂດຍ​ວິທີ​ທີ່​ໜ້າ​ງຶດງໍ້​ນີ້ ພະ​ເຢໂຫວາ​ໄດ້​ເທ​ພະລັງ​ບໍລິສຸດ​ຂອງ​ພະອົງ​ໃສ່​ພວກ​ເຂົາ. (ກຈກ. 1:8) ພວກ​ເຂົາ​ເປັນ​ກຸ່ມ​ທຳອິດ​ທີ່​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ * ແລະ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ໃນ​ສະຫວັນ.

ເກີດ​ຫຍັງ​ຂຶ້ນ​ເມື່ອ​ບາງ​ຄົນ​ຖືກ​ເຈີມ?

3. ເປັນ​ຫຍັງ​ພວກ​ລູກສິດ​ທີ່​ປະຊຸມ​ກັນ​ໃນ​ວັນ​ເພັນເຕກອດ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພວກ​ເຂົາ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ?

3 ຖ້າ​ເຈົ້າ​ເປັນ​ຄົນ​ໜຶ່ງ​ໃນ​ກຸ່ມ​ພວກ​ລູກສິດ​ທີ່​ໄດ້​ປະຊຸມ​ກັນ​ຢູ່​ຫ້ອງ​ຊັ້ນ​ເທິງ​ໃນ​ມື້​ນັ້ນ ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ເລີຍ. ເຈົ້າ​ໄດ້​ເຫັນ​ແປວ​ໄຟ​ເຊິ່ງ​ມີ​ຮູບ​ຮ່າງ​ຄື​ກັບ​ລີ້ນ​ລອຍ​ຢູ່​ເທິງ​ຫົວ​ຂອງ​ເຈົ້າ ແລະ​ເຈົ້າ​ກໍ​ເລີ່ມ​ເວົ້າ​ພາສາ​ຕ່າງໆໄດ້! (ກຈກ. 2:5-12) ເຈົ້າ​ຄື​ຊິ​ໝັ້ນ​ໃຈ​ແທ້ໆວ່າ​ເຈົ້າ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ. ແຕ່​ທຸກ​ຄົນ​ທີ່​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ​ໄດ້​ຖືກ​ເຈີມ​ໃນ​ແບບ​ທີ່​ໜ້າ​ງຶດງໍ້​ນີ້​ແລະ​ໃນ​ໄລຍະ​ເວລາ​ດຽວ​ກັນ​ຂອງ​ຊີວິດ​ບໍ? ບໍ່. ເຮົາ​ຮູ້​ໄດ້​ແນວ​ໃດ.

4. ຜູ້​ຖືກ​ເຈີມ​ທຸກ​ຄົນ​ໃນ​ສະຕະວັດ​ທຳອິດ​ໄດ້​ຖືກ​ເຈີມ​ໃນ​ໄລຍະ​ເວລາ​ດຽວ​ກັນ​ຂອງ​ຊີວິດ​ພວກ​ເຂົາ​ບໍ? ຂໍ​ໃຫ້​ອະທິບາຍ.

4 ໃຫ້​ເຮົາ​ມາ​ເບິ່ງ​ເວລາ ທີ່​ພວກ​ເຂົາ​ຖືກ​ເຈີມ. ກຸ່ມ​ຄລິດສະຕຽນ 120 ຄົນ​ນັ້ນ​ບໍ່​ແມ່ນ​ກຸ່ມ​ດຽວ​ທີ່​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ​ໃນ​ວັນ​ເພັນເຕກອດ​ປີ ຄ.ສ 33. ຕໍ່​ມາ​ໃນ​ມື້​ດຽວ​ກັນ ກໍ​ມີ​ອີກ 3.000 ຄົນ​ໄດ້​ຮັບ​ພະລັງ​ບໍລິສຸດ​ຕາມ​ທີ່​ພະ​ເຢຊູ​ສັນຍາ ພວກ​ເຂົາ​ຖືກ​ເຈີມ​ຕອນ​ທີ່​ໄດ້​ຮັບ​ບັບເຕມາ. (ກຈກ. 2:37, 38, 41) ແຕ່​ຫຼາຍ​ປີ​ຕໍ່​ມາ ກໍ​ບໍ່​ແມ່ນ​ຄລິດສະຕຽນ​ທຸກ​ຄົນ​ໄດ້​ຖືກ​ເຈີມ​ຕອນ​ຮັບ​ບັບເຕມາ. ຄົນ​ຊາມາເຣຍ​ຫຼາຍ​ຄົນ​ໄດ້​ຖືກ​ເຈີມ​ຫຼັງ​ຈາກ​ທີ່​ພວກ​ເຂົາ​ຮັບ​ບັບເຕມາ​ໄລຍະ​ໜຶ່ງ​ແລ້ວ. (ກຈກ. 8:14-17) ແລະ​ໃນ​ກໍລະນີ​ພິເສດ ໂກເນລີໂອ​ກັບ​ຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ລາວ​ກໍ​ໄດ້​ຖືກ​ເຈີມ​ກ່ອນ​ທີ່​ພວກ​ເຂົາ​ຮັບ​ບັບເຕມາ.—ກຈກ. 10:44-48

5. ຕາມ 2 ໂກຣິນໂທ 1:21, 22 ເກີດ​ຫຍັງ​ຂຶ້ນ​ກັບ​ຜູ້​ທີ່​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ?

5 ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ ກັບ​ຜູ້​ທີ່​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ. ຜູ້​ຖືກ​ເຈີມ​ບາງ​ຄົນ​ອາດ​ຮູ້ສຶກ​ຍາກ​ທີ່​ຈະ​ຍອມ​ຮັບ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ເລືອກ​ພວກ​ເຂົາ. ພວກ​ເຂົາ​ອາດ​ສົງໄສ​ວ່າ ‘ເປັນ​ຫຍັງ​ພະເຈົ້າ​ຄື​ເລືອກ​ຂ້ອຍ?’ ແຕ່​ບາງ​ຄົນ​ອາດ​ບໍ່​ໄດ້​ຮູ້ສຶກ​ແບບ​ນັ້ນ. ບໍ່​ວ່າ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ ອັກຄະສາວົກ​ໂປໂລ​ອະທິບາຍ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ທຸກ​ຄົນ​ທີ່​ຖືກ​ເຈີມ​ວ່າ: “ເມື່ອ​ພວກ​ເຈົ້າ​ເຊື່ອ​ແລ້ວ ພະເຈົ້າ​ໄດ້​ໃຊ້​ພະຄລິດ​ໃຫ້​ປະທັບ​ກາ *ພວກ​ເຈົ້າ​ດ້ວຍ​ພະລັງ​ບໍລິສຸດ​ຂອງ​ພະອົງ​ຕາມ​ທີ່​ສັນຍາ​ໄວ້. ການ​ປະທັບ​ກາ​ນັ້ນ​ເປັນ​ການ​ຮັບຮອງ​ລ່ວງ​ໜ້າ​ວ່າ​ພວກ​ເຮົາ​ຈະ​ໄດ້​ຮັບ​ມໍລະດົກ​ແນ່ນອນ.” (ອຟຊ. 1:13, 14; ໄຂ​ເງື່ອນ) ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ເຮັດ​ໃຫ້​ຄລິດສະຕຽນ​ເຫຼົ່າ​ນີ້​ຮູ້ສຶກ​ໝັ້ນ​ໃຈ​ວ່າ​ພະອົງ​ໄດ້​ເລືອກ​ພວກ​ເຂົາ. ໂດຍ​ວິທີ​ນີ້ ພະລັງ​ບໍລິສຸດ​ໄດ້ “ຮັບຮອງ [ຄ້ຳ​ປະກັນ​ຫຼື​ສັນຍາ]” ໃຫ້​ພວກ​ເຂົາ​ໝັ້ນ​ໃຈ​ວ່າ​ໃນ​ອະນາຄົດ​ພວກ​ເຂົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ສະຫວັນ ບໍ່​ແມ່ນ​ແຜ່ນດິນ​ໂລກ.—ອ່ານ 2 ໂກຣິນໂທ 1:21, 22

6. ຄລິດສະຕຽນ​ທີ່​ຖືກ​ເຈີມ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ໄປ​ສະຫວັນ?

6 ເມື່ອ​ຄລິດສະຕຽນ​ຄົນ​ໜຶ່ງ​ຖືກ​ເຈີມ​ແລ້ວ ນັ້ນ​ໝາຍ​ຄວາມ​ວ່າ​ລາວ​ຈະ​ໄດ້​ໄປ​ສະຫວັນ​ແທ້ໆບໍ? ບໍ່. ລາວ​ໝັ້ນ​ໃຈ​ວ່າ​ລາວ​ຖືກ​ເລືອກ​ໃຫ້​ໄປ​ສະຫວັນ ແຕ່​ລາວ​ຕ້ອງ​ຈື່​ຄຳ​ເຕືອນ​ນີ້​ທີ່​ວ່າ: “ພີ່ນ້ອງ​ເອີຍ ໃຫ້​ພວກ​ເຈົ້າ​ພະຍາຍາມ​ຫຼາຍ​ຂຶ້ນ​ເພື່ອ​ຍຶດ​ໝັ້ນ​ກັບ​ສິດທິ​ພິເສດ​ທີ່​ພະເຈົ້າ​ເອີ້ນ​ແລະ​ເລືອກ​ພວກ​ເຈົ້າ​ມາ ຖ້າ​ເຮັດ​ແບບ​ນັ້ນ​ຕໍ່​ໄປ ພວກ​ເຈົ້າ​ຈະ​ບໍ່​ມີ​ວັນ​ປະ​ຖິ້ມ​ຄວາມ​ເຊື່ອ​ເລີຍ.” (2 ປຕ. 1:10) ດັ່ງ​ນັ້ນ ເຖິງ​ວ່າ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ໄດ້​ຖືກ​ເລືອກ​ຫຼື​ຖືກ​ເອີ້ນ​ໃຫ້​ໄປ​ສະຫວັນ ແຕ່​ລາວ​ຈະ​ໄດ້​ຮັບ​ລາງວັນ​ນີ້​ກໍ​ຕໍ່​ເມື່ອ​ລາວ​ຮັກສາ​ຄວາມ​ສັດ​ຊື່​ເທົ່າ​ນັ້ນ.—ຟລປ. 3:12-14; ຮຣ. 3:1; ພນມ. 2:10

ບາງ​ຄົນ​ຮູ້​ໄດ້​ແນວ​ໃດ​ວ່າ​ຕົວ​ເອງ​ຖືກ​ເຈີມ?

7. ຜູ້​ຖືກ​ເຈີມ​ຮູ້​ໄດ້​ແນວ​ໃດ​ວ່າ​ພວກ​ເຂົາ​ຖືກ​ເລືອກ​ໃຫ້​ໄປ​ສະຫວັນ?

7 ຜູ້​ຖືກ​ເຈີມ​ຮູ້​ໄດ້​ແນວ​ໃດ​ວ່າ​ພວກ​ເຂົາ​ຖືກ​ເລືອກ​ໃຫ້​ໄປ​ສະຫວັນ? ຄຳຕອບ​ທີ່​ຈະ​ແຈ້ງ​ນີ້​ເຫັນ​ໄດ້​ຈາກ​ຄຳເວົ້າ​ຂອງ​ໂປໂລ​ທີ່​ຂຽນ​ເຖິງ​ຄລິດສະຕຽນ​ໃນ​ເມືອງ​ໂຣມ​ເຊິ່ງ​ຖືກ “ເອີ້ນ​ໃຫ້​ມາ​ເປັນ​ຄົນ​ບໍລິສຸດ.” ລາວ​ບອກ​ພວກ​ເຂົາ​ວ່າ: “ພະລັງ​ຂອງ​ພະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ຕົກ​ເປັນ​ທາດ​ຫຼື​ຕ້ອງ​ຢ້ານ​ອີກ ແຕ່​ເຮັດ​ໃຫ້​ພວກ​ເຮົາ​ຖືກ​ຮັບ​ເປັນ​ລູກ​ແລະ​ດ້ວຍ​ພະລັງ​ນີ້​ພວກ​ເຮົາ​ຈຶ່ງ​ເອີ້ນ​ພະເຈົ້າ​ວ່າ: ‘ອັບບາ! ເຊິ່ງ​ໝາຍ​ເຖິງ​ພໍ່.’ ພະລັງ​ຂອງ​ພະເຈົ້າ​ຢືນຢັນ​ໃຫ້​ພວກ​ເຮົາ​ໝັ້ນ​ໃຈ​ວ່າ​ພວກ​ເຮົາ​ເປັນ​ລູກ​ຂອງ​ພະເຈົ້າ.” (ຣມ. 1:7; 8:15, 16) ດັ່ງ​ນັ້ນ​ໂດຍ​ທາງ​ພະລັງ​ບໍລິສຸດ ພະເຈົ້າ​ເຮັດ​ໃຫ້​ຜູ້​ຖືກ​ເຈີມ​ຮູ້​ຢ່າງ​ຈະ​ແຈ້ງ​ວ່າ​ພວກ​ເຂົາ​ຖືກ​ເລືອກ​ໃຫ້​ໄປ​ສະຫວັນ.—1 ທຊ. 2:12

8. 1 ໂຢຮັນ 2:20, 27 ບອກ​ໃຫ້​ຮູ້​ແນວ​ໃດ​ວ່າ​ຜູ້​ຖືກ​ເຈີມ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ໃຜ​ມາ​ຢືນຢັນ​ວ່າ​ພວກ​ເຂົາ​ຖືກ​ເຈີມ​ແທ້?

8 ພະ​ເຢໂຫວາ​ເຮັດ​ໃຫ້​ຜູ້​ຖືກ​ເຈີມ​ໝັ້ນ​ໃຈ​ແລະ​ບໍ່​ສົງໄສ​ວ່າ​ພວກ​ເຂົາ​ຖືກ​ເລືອກ​ໃຫ້​ໄປ​ສະຫວັນ. (ອ່ານ 1 ໂຢຮັນ 2:20, 27) ແນ່ນອນ​ວ່າ ຜູ້​ຖືກ​ເຈີມ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ສອນ​ຈາກ​ພະ​ເຢໂຫວາ​ຜ່ານ​ທາງ​ປະຊາຄົມ​ຄື​ກັບ​ຄົນ​ອື່ນໆ ແຕ່​ພວກ​ເຂົາ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ຄົນ​ອື່ນ​ມາ​ຢືນຢັນ​ວ່າ​ພວກ​ເຂົາ​ຖືກ​ເຈີມ. ເພາະ​ພະ​ເຢໂຫວາ​ໄດ້​ໃຊ້​ພະລັງ​ທີ່​ມີ​ລິດເດດ​ຫຼາຍ​ທີ່​ສຸດ​ໃນ​ເອກະພົບ​ເຊິ່ງ​ກໍ​ຄື​ພະລັງ​ບໍລິສຸດ​ເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ໝັ້ນ​ໃຈ​ແທ້ໆວ່າ​ພວກ​ເຂົາ​ໄດ້​ຖືກ​ເຈີມ​ແລ້ວ!

ພວກ​ເຂົາ “ເກີດ​ໃໝ່”

9. ຕາມ​ທີ່​ອະທິບາຍ​ໃນ​ເອເຟໂຊ 1:18 ມີ​ການ​ປ່ຽນ​ແປງ​ຫຍັງ​ກັບ​ຄົນ​ທີ່​ຖືກ​ເຈີມ?

9 ໃນ​ທຸກ​ມື້​ນີ້ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ສ່ວນ​ຫຼາຍ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ພະເຈົ້າ​ເຈີມ. ນີ້​ບໍ່​ແມ່ນ​ເລື່ອງ​ແປກ ເພາະ​ພວກ​ເຂົາ​ບໍ່​ໄດ້​ຖືກ​ເຈີມ. ພະເຈົ້າ​ສ້າງ​ມະນຸດ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ ບໍ່​ແມ່ນ​ສະຫວັນ. (ຕົ້ນ. 1:28; ເພງ. 37:29) ແຕ່​ພະ​ເຢໂຫວາ​ເລືອກ​ບາງ​ຄົນ​ໃຫ້​ມີ​ຊີວິດ​ຢູ່​ໃນ​ສະຫວັນ. ດັ່ງ​ນັ້ນ ຕອນ​ທີ່​ພະອົງ​ເຈີມ​ພວກ​ເຂົາ ພະອົງ​ກໍ​ຈະ​ປ່ຽນ​ຄວາມ​ຫວັງ​ແລະ​ວິທີ​ຄິດ​ຂອງ​ພວກ​ເຂົາ​ຢ່າງ​ສິ້ນ​ເຊີງ​ເພື່ອ​ທີ່​ພວກ​ເຂົາ​ຈະ​ເບິ່ງ​ໄປ​ທີ່​ຊີວິດ​ໃນ​ສະຫວັນ.—ອ່ານ​ເອເຟໂຊ 1:18

10. ການ “ເກີດ​ໃໝ່” ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ​ໄຂ​ເງື່ອນ)

10 ເມື່ອ​ຄລິດສະຕຽນ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ ພວກ​ເຂົາ​ກໍ “ເກີດ​ໃໝ່” ຫຼື “ເກີດ​ຈາກ​ທາງ​ເທິງ.” * ພະ​ເຢຊູ​ຍັງ​ບອກ​ວ່າ ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ອະທິບາຍ​ຄວາມ​ຮູ້ສຶກ​ໃຫ້​ຄົນ​ທີ່​ບໍ່​ໄດ້​ຖືກ​ເຈີມ​ເຂົ້າ​ໃຈ​ວ່າ​ການ “ເກີດ​ໃໝ່” ຫຼື “ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ” ນັ້ນ​ເປັນ​ແນວ​ໃດ.—ຢຮ. 3:3-8; ໄຂ​ເງື່ອນ.

11. ຄວາມ​ຄິດ​ຂອງ​ຄລິດສະຕຽນ​ໄດ້​ປ່ຽນ​ໄປ​ແນວ​ໃດ​ເມື່ອ​ຖືກ​ເຈີມ?

11 ຄວາມ​ຄິດ​ຂອງ​ຄລິດສະຕຽນ​ໄດ້​ປ່ຽນ​ໄປ​ແນວ​ໃດ​ເມື່ອ​ຖືກ​ເຈີມ? ກ່ອນ​ພະ​ເຢໂຫວາ​ຈະ​ເຈີມ​ຄລິດສະຕຽນ​ເຫຼົ່າ​ນີ້ ພວກ​ເຂົາ​ກໍ​ມີ​ຄວາມ​ສຸກ​ກັບ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ. ພວກ​ເຂົາ​ຄອຍ​ຖ້າ​ເວລາ​ທີ່​ພະ​ເຢໂຫວາ​ຈະ​ກຳຈັດ​ຄວາມ​ຊົ່ວ​ທັງ​ໝົດ​ແລະ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ອຸທິຍານ. ບາງ​ເທື່ອ​ພວກ​ເຂົາ​ກໍ​ນຶກ​ພາບ​ວ່າ​ຕົວ​ເອງ​ໄດ້​ຕ້ອນຮັບ​ຄົນ​ໃນ​ຄອບຄົວ​ຫຼື​ໝູ່​ທີ່​ຄືນ​ມາ​ຈາກ​ຕາຍ. ແຕ່​ເມື່ອ​ຖືກ​ເຈີມ​ແລ້ວ ຄວາມ​ຄິດ​ຂອງ​ພວກ​ເຂົາ​ກໍ​ປ່ຽນ​ໄປ. ຍ້ອນ​ຫຍັງ? ບໍ່​ແມ່ນ​ຍ້ອນ​ພວກ​ເຂົາ​ບໍ່​ມັກ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຢູ່​ແຜ່ນດິນ​ໂລກ ພວກ​ເຂົາ​ບໍ່​ໄດ້​ປ່ຽນ​ຄວາມ​ຄິດ​ຍ້ອນ​ທໍ້​ໃຈ​ຫຼື​ເຈິ​ຄວາມ​ທຸກ ບໍ່​ແມ່ນ​ຍ້ອນ​ວ່າ​ຢູ່​ບໍ່​ຢູ່​ພວກ​ເຂົາ​ກໍ​ຮູ້ສຶກ​ວ່າ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ​ເປັນ​ຕາ​ເບື່ອ. ແຕ່​ເປັນ​ຍ້ອນ​ພະ​ເຢໂຫວາ​ໄດ້​ໃຊ້​ພະລັງ​ບໍລິສຸດ​ເພື່ອ​ປ່ຽນ​ແປງ​ຄວາມ​ຄິດ​ແລະ​ຄວາມ​ຫວັງ​ຂອງ​ພວກ​ເຂົາ.

12. ຕາມ 1 ເປໂຕ 1:3, 4 ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຮູ້ສຶກ​ແນວ​ໃດ​ກັບ​ຄວາມ​ຫວັງ​ຂອງ​ພວກ​ເຂົາ?

12 ຜູ້​ຖືກ​ເຈີມ​ອາດ​ຮູ້ສຶກ​ວ່າ​ບໍ່​ຄູ່​ຄວນ​ກັບ​ສິດທິ​ພິເສດ​ນີ້. ແຕ່​ລາວ​ກໍ​ບໍ່​ເຄີຍ​ສົງໄສ​ເລີຍ​ວ່າ​ພະ​ເຢໂຫວາ​ເລືອກ​ລາວ​ແທ້​ຫຼື​ບໍ່. ລາວ​ພັດ​ມີ​ຄວາມ​ສຸກ​ແລະ​ຮູ້​ຄຸນຄ່າ​ຫຼາຍ​ແທ້ໆເມື່ອ​ຄິດ​ເຖິງ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຢູ່​ໃນ​ສະຫວັນ.—ອ່ານ 1 ເປໂຕ 1:3, 4

13. ຜູ້​ຖືກ​ເຈີມ​ຮູ້ສຶກ​ແນວ​ໃດ​ກັບ​ຊີວິດ​ໃນ​ໂລກ​ນີ້?

13 ນີ້​ໝາຍ​ຄວາມ​ວ່າ​ຜູ້​ຖືກ​ເຈີມ​ຢາກ​ຕາຍ​ຫວາ? ອັກຄະສາວົກ​ໂປໂລ​ໄດ້​ຕອບ​ຄຳຖາມ​ນີ້. ລາວ​ສົມ​ທຽບ​ຮ່າງກາຍ​ຂອງ​ພວກ​ເຂົາ​ກັບ​ເຕັ້ນ ລາວ​ບອກ​ວ່າ: “ທີ່​ຈິງ ໃນ​ຮ່າງກາຍ​ທີ່​ປຽບ​ຄື​ເຕັ້ນ​ຫຼັງ​ນີ້ ພວກ​ເຮົາ​ເປັນ​ທຸກ​ຄ່ຳຄວນ ບໍ່​ແມ່ນ​ຍ້ອນ​ຢາກ​ຈະ​ຖິ້ມ​ເຕັ້ນ​ຫຼັງ​ນີ້​ໄປ ແຕ່​ຍ້ອນ​ພວກ​ເຮົາ​ຢາກ​ອາໄສ​ຢູ່​ໃນ​ເຕັ້ນ​ອີກ​ຫຼັງ​ໜຶ່ງ ເພື່ອ​ຊີວິດ​ຕະຫຼອດ​ໄປ​ຈະ​ມາ​ແທນ​ທີ່​ຮ່າງກາຍ​ທີ່​ຕາຍ​ໄດ້.” (2 ກຣ. 5:4) ຄລິດສະຕຽນ​ເຫຼົ່າ​ນີ້​ບໍ່​ໄດ້​ເບື່ອ​ຊີວິດ​ໃນ​ແຜ່ນດິນ​ໂລກ​ແລ້ວ​ຢາກ​ຕາຍ​ໄວໆ. ກົງ​ກັນ​ຂ້າມ ພວກ​ເຂົາ​ມີ​ຄວາມ​ສຸກ​ກັບ​ຊີວິດ​ແລະ​ຢາກ​ຮັບໃຊ້​ພະ​ເຢໂຫວາ​ພ້ອມ​ກັບ​ຍາດ​ພີ່ນ້ອງ​ແລະ​ໝູ່​ຄູ່. ບໍ່​ວ່າ​ພວກ​ເຂົາ​ກຳລັງ​ເຮັດ​ຫຍັງ ພວກ​ເຂົາ​ກໍ​ບໍ່​ລືມ​ຄວາມ​ຫວັງ​ອັນ​ດີ​ເລີດ​ໃນ​ອະນາຄົດ.—1 ກຣ. 15:53; 2 ປຕ. 1:4; 1 ຢຮ. 3:2, 3; ພນມ. 20:6

ພະ​ເຢໂຫວາ​ເຈີມ​ເຈົ້າ​ບໍ?

14. ສິ່ງ​ໃດ​ພິສູດ​ວ່າ​ຄົນ​ໜຶ່ງ​ບໍ່​ໄດ້​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ?

14 ບາງ​ທີ​ເຈົ້າ​ກຳລັງ​ສົງໄສ​ວ່າ​ພະ​ເຢໂຫວາ​ໄດ້​ເຈີມ​ເຈົ້າ​ບໍ? ຖ້າ​ເປັນ​ແນວ​ນັ້ນ ຂໍ​ໃຫ້​ຄິດ​ເຖິງ​ຄຳຖາມ​ສຳຄັນ​ຕໍ່​ໄປ​ນີ້: ເຈົ້າ​ຮູ້ສຶກ​ຢາກ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ສຸດ​ຊີວິດ​ບໍ? ເຈົ້າ​ຮູ້ສຶກ​ວ່າ​ຕົວ​ເອງ​ກະຕືລືລົ້ນ​ເປັນ​ພິເສດ​ໃນ​ວຽກ​ປະກາດ​ບໍ? ເຈົ້າ​ເປັນ​ນັກ​ສຶກສາ​ພະ​ຄຳພີ​ທີ່​ມັກ​ຮຽນ​ຮູ້ “ສິ່ງ​ທີ່​ເລິກ​ເຊິ່ງ​ຂອງ​ພະເຈົ້າ” ບໍ? (1 ກຣ. 2:10) ເຈົ້າ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ໄດ້​ໃຫ້​ເຈົ້າ​ເກີດ​ຜົນ​ດີ​ໃນ​ວຽກ​ປະກາດ​ບໍ? ເຈົ້າ​ມີ​ຄວາມ​ຮູ້ສຶກ​ເລິກໆວ່າ​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ຍິ່ງໃຫຍ່​ທີ່​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ບໍ? ເຈົ້າ​ເຫັນ​ຫຼັກ​ຖານ​ທີ່​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ເຈົ້າ​ໃນ​ຫຼາຍໆວິທີ​ທີ່​ສະເພາະ​ເຈາະ​ຈົງ​ໃນ​ຊີວິດ​ຂອງ​ເຈົ້າ​ບໍ? ຖ້າ​ເຈົ້າ​ຕອບ​ຄຳຖາມ​ທັງ​ໝົດ​ນີ້​ວ່າ​ແມ່ນ ນີ້​ພິສູດ​ວ່າ​ເຈົ້າ​ໄດ້​ຖືກ​ເລືອກ​ໃຫ້​ໄປ​ສະຫວັນ​ບໍ? ບໍ່​ແມ່ນ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທຸກ​ຄົນ ສາມາດ​ຮູ້ສຶກ​ແບບ​ນີ້​ໄດ້ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຖືກ​ເຈີມ​ຫຼື​ບໍ່​ກໍ​ຕາມ. ໂດຍ​ທາງ​ພະລັງ​ບໍລິສຸດ​ຂອງ​ພະອົງ ພະ​ເຢໂຫວາ​ສາມາດ​ໃຫ້​ຄວາມ​ສາມາດ​ແບບ​ດຽວ​ກັນ​ນີ້​ແກ່​ຜູ້​ຮັບໃຊ້​ຂອງ​ພະອົງ​ຄົນ​ໃດ​ກໍ​ໄດ້ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ລາງວັນ​ຢູ່​ໃນ​ສະຫວັນ​ຫຼື​ຢູ່​ໃນ​ໂລກ​ນີ້. ທີ່​ຈິງ ຖ້າ​ເຈົ້າ​ກຳລັງ​ສົງໄສ​ວ່າ​ຕົນ​ເອງ​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ​ຫຼື​ບໍ່ ນີ້​ກໍ​ໝາຍ​ຄວາມ​ວ່າ​ເຈົ້າ​ບໍ່​ໄດ້ ຖືກ​ເຈີມ. ຜູ້​ທີ່​ພະ​ເຢໂຫວາ​ເລືອກ​ຈະ​ບໍ່​ສົງໄສ​ກ່ຽວ​ກັບ​ເລື່ອງ​ນີ້​ຢ່າງ​ເດັດ​ຂາດ! ເພາະ​ພວກ​ເຂົາ​ຮູ້​ດີ​ວ່າ​ຕົວ​ເອງ​ຖືກ​ເຈີມ​ແທ້!

ພະ​ເຢໂຫວາ​ໃຫ້​ພະລັງ​ບໍລິສຸດ​ກັບ​ອັບຣາຮາມ ຊາຣາ ດາວິດ ແລະ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ເພື່ອ​ຈະ​ເຮັດ​ສິ່ງ​ຕ່າງໆທີ່​ພິເສດ​ໄດ້ ແຕ່​ພະອົງ​ບໍ່​ໄດ້​ໃຊ້​ພະລັງ​ນີ້​ເພື່ອ​ເລືອກ​ພວກ​ເຂົາ​ໃຫ້​ໄປ​ສະຫວັນ (ເບິ່ງ​ຂໍ້ 15-16) *

15. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ບໍ່​ແມ່ນ​ທຸກ​ຄົນ​ທີ່​ໄດ້​ຮັບ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ຖືກ​ເລືອກ​ໃຫ້​ໄປ​ສະຫວັນ?

15 ໃນ​ຄຳພີ​ໄບເບິນ​ມີ​ຫຼາຍໆຕົວຢ່າງ​ຂອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ທີ່​ໄດ້​ຮັບ​ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ ແຕ່​ພວກ​ເຂົາ​ບໍ່​ໄດ້​ມີ​ຄວາມ​ຫວັງ​ໄປ​ສະຫວັນ. ດາວິດ​ຖືກ​ຊີ້​ນຳ​ໂດຍ​ພະລັງ​ບໍລິສຸດ. (1 ຊາມ. 16:13) ພະລັງ​ບໍລິສຸດ​ຊ່ວຍ​ລາວ​ໃຫ້​ເຂົ້າ​ໃຈ​ສິ່ງ​ທີ່​ເລິກ​ເຊິ່ງ​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ຍັງ​ຊີ້​ນຳ​ລາວ​ໃຫ້​ຂຽນ​ບາງ​ສ່ວນ​ຂອງ​ຄຳພີ​ໄບເບິນ. (ມຣກ. 12:36) ແຕ່​ອັກຄະສາວົກ​ເປໂຕ​ບອກ​ວ່າ​ດາວິດ “ບໍ່​ໄດ້​ຂຶ້ນ​ໄປ​ສະຫວັນ.” (ກຈກ. 2:34) ໂຢຮັນ​ຜູ້​ໃຫ້​ບັບເຕມາ​ກໍ​ໄດ້​ຮັບ “ພະລັງ​ບໍລິສຸດ.” (ລກ. 1:13-16) ແລະ​ພະ​ເຢຊູ​ບອກ​ວ່າ ບໍ່​ມີ​ໃຜ​ຍິ່ງໃຫຍ່​ກວ່າ​ໂຢຮັນ ແຕ່​ຈາກ​ນັ້ນ​ເພິ່ນ​ກໍ​ບອກ​ວ່າ​ໂຢຮັນ​ຈະ​ບໍ່​ໄດ້​ຮ່ວມ​ປົກຄອງ​ໃນ​ສະຫວັນ. (ມທ. 11:10, 11) ເຮົາ​ເຫັນ​ວ່າ​ພະ​ເຢໂຫວາ​ໃຫ້​ພະລັງ​ບໍລິສຸດ​ກັບ​ພວກ​ເຂົາ​ເພື່ອ​ຈະ​ເຮັດ​ສິ່ງ​ຕ່າງໆທີ່​ພິເສດ​ໄດ້ ແຕ່​ພະອົງ​ບໍ່​ໄດ້​ໃຊ້​ພະລັງ​ນີ້​ເພື່ອ​ເລືອກ​ພວກ​ເຂົາ​ໃຫ້​ໄປ​ສະຫວັນ. ນີ້​ໝາຍ​ຄວາມ​ວ່າ​ພວກ​ເຂົາ​ບໍ່​ສັດ​ຊື່​ສ່ຳ​ກັບ​ຄົນ​ທີ່​ຈະ​ປົກຄອງ​ໃນ​ສະຫວັນ​ບໍ? ບໍ່. ແຕ່​ພະ​ເຢໂຫວາ​ຈະ​ປຸກ​ພວກ​ເຂົາ​ໃຫ້​ຄືນ​ມາ​ມີ​ຊີວິດ​ໃນ​ອຸທິຍານ​ເທິງ​ແຜ່ນດິນ​ໂລກ.—ຢຮ. 5:28, 29; ກຈກ. 24:15

16. ໃນ​ທຸກ​ມື້​ນີ້ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ສ່ວນ​ຫຼາຍ​ມີ​ຄວາມ​ຫວັງ​ແບບ​ໃດ?

16 ໃນ​ທຸກ​ມື້​ນີ້ ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ສ່ວນ​ຫຼາຍ​ບໍ່​ໄດ້​ມີ​ຄວາມ​ຫວັງ​ທີ່​ຈະ​ໄປ​ສະຫວັນ. ຄື​ກັບ​ອັບຣາຮາມ ຊາຣາ ດາວິດ ໂຢຮັນ​ຜູ້​ໃຫ້​ບັບເຕມາ ແລະ​ຊາຍ​ຍິງ​ທີ່​ສັດ​ຊື່​ຫຼາຍ​ຄົນ​ໃນ​ສະໄໝ​ຄຳພີ​ໄບເບິນ ພວກ​ເຂົາ​ລໍ​ຖ້າ​ທີ່​ຈະ​ມີ​ຊີວິດ​ເທິງ​ແຜ່ນດິນ​ໂລກ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ.—ຮຣ. 11:10

17. ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່?

17 ເນື່ອງ​ຈາກ​ທຸກ​ມື້​ນີ້​ຍັງ​ມີ​ຜູ້​ຖືກ​ເຈີມ​ຢູ່​ກັບ​ພວກ​ເຮົາ ເຮົາ​ອາດ​ມີ​ຄຳຖາມ​ບາງ​ຢ່າງ. (ພນມ. 12:17) ເຊັ່ນ: ຜູ້​ຖືກ​ເຈີມ​ຄວນ​ເບິ່ງ​ຕົວ​ເອງ​ແນວ​ໃດ? ຖ້າ​ບາງ​ຄົນ​ໃນ​ປະຊາຄົມ​ຂອງ​ເຈົ້າ​ເລີ່ມ​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃນ​ການ​ປະຊຸມ​ອະນຸສອນ ເຈົ້າ​ຄວນ​ປະຕິບັດ​ກັບ​ຄົນ​ນັ້ນ​ແນວ​ໃດ? ແລະ​ຖ້າ​ຈຳນວນ​ຜູ້​ທີ່​ຖືກ​ເຈີມ​ເພີ່ມ​ຂຶ້ນ​ເລື້ອຍໆເດ ເຈົ້າ​ຄວນ​ກັງວົນ​ເລື່ອງ​ນີ້​ບໍ? ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້.

^ ຂໍ້ 5 ຕັ້ງ​ແຕ່​ວັນ​ເພັນເຕກອດ ປີ ຄ.ສ 33 ຈົນ​ຮອດ​ຕອນ​ນີ້ ພະ​ເຢໂຫວາ​ໄດ້​ໃຫ້​ຄລິດສະຕຽນ​ບາງ​ຄົນ​ມີ​ຄວາມ​ຫວັງ​ທີ່​ດີ​ເລີດ​ເຊິ່ງ​ກໍ​ຄື ຄວາມ​ຫວັງ​ທີ່​ຈະ​ໄດ້​ຮ່ວມ​ປົກຄອງ​ກັບ​ລູກ​ຊາຍ​ຂອງ​ພະອົງ​ໃນ​ສະຫວັນ. ແລ້ວ​ຄລິດສະຕຽນ​ເຫຼົ່າ​ນີ້​ຮູ້​ໄດ້​ແນວ​ໃດ​ວ່າ​ພວກ​ເຂົາ​ຖືກ​ເລືອກ​ໃຫ້​ໄດ້​ຮັບ​ສິດທິ​ພິເສດ​ນີ້? ເກີດ​ຫຍັງ​ຂຶ້ນ​ກັບ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ​ໃຫ້​ໄປ​ສະຫວັນ? ເຮົາ​ຈະ​ມາ​ເບິ່ງ​ຄຳຕອບ​ຂອງ​ຄຳຖາມ​ເຫຼົ່າ​ນີ້​ນຳ​ກັນ. ບົດ​ຄວາມ​ນີ້​ມີ​ຂໍ້​ມູນ​ມາ​ຈາກ​ຫໍສັງເກດການ ມັງກອນ 2016.

^ ຂໍ້ 2 ການ​ອະທິບາຍ​ສຳນວນ: ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ: ພະ​ເຢໂຫວາ​ໃຊ້​ພະລັງ​ບໍລິສຸດ​ຂອງ​ພະອົງ​ເພື່ອ​ເລືອກ​ຄົນ​ທີ່​ຈະ​ໄປ​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ໃນ​ສະຫວັນ. ແລະ​ໂດຍ​ທາງ​ພະລັງ​ບໍລິສຸດ ພະອົງ​ໃຫ້ “ການ​ຮັບຮອງ​ລ່ວງ​ໜ້າ” ຫຼື​ສັນຍາ​ເລື່ອງ​ອະນາຄົດ​ກັບ​ພວກ​ເຂົາ. (ອຟຊ. 1:13, 14) ຄລິດສະຕຽນ​ເຫຼົ່າ​ນີ້​ສາມາດ​ເວົ້າ​ໄດ້​ວ່າ​ພະລັງ​ບໍລິສຸດ “ຢືນຢັນ​ໃຫ້ [ພວກ​ເຂົາ] ໝັ້ນ​ໃຈ” ຫຼື​ເຮັດ​ໃຫ້​ພວກ​ເຂົາ​ເຂົ້າ​ໃຈ​ແຈ້ງ​ວ່າ​ລາງວັນ​ຂອງ​ພວກ​ເຂົາ​ຄື​ການ​ໄປ​ສະຫວັນ.—ຣມ. 8:16

^ ຂໍ້ 5 ການ​ອະທິບາຍ​ສຳນວນ: ປະທັບ​ກາ. ການ​ປະທັບ​ກາ​ນີ້​ບໍ່​ໄດ້​ເປັນ​ແບບ​ຖາວອນ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ບໍ່​ດົນ​ກ່ອນ​ທີ່​ຄົນ​ນັ້ນ​ຈະ​ຕາຍ​ຢ່າງ​ສັດ​ຊື່ ຫຼື​ບໍ່​ດົນ​ກ່ອນ​ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ​ຂຶ້ນ.—ອຟຊ. 4:30; ພນມ. 7:2-4; ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ ເດືອນ​ເມສາ 2016 (ພາສາ​ໄທ).

^ ຂໍ້ 10 ສຳລັບ​ຄຳ​ອະທິບາຍ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ “ເກີດ​ໃໝ່” ໃຫ້​ເບິ່ງ​ຫໍສັງເກດການ 1 ເມສາ 2009 ໜ້າ 3-11 (ພາສາ​ໄທ).

ເພງ 27 ລູກ​ຂອງ​ພະເຈົ້າ​ໄດ້​ຮັບ​ກຽດ

^ ຂໍ້ 57 ຄຳ​ອະທິບາຍ​ຮູບ​ພາບ: ບໍ່​ວ່າ​ເຮົາ​ຈະ​ຕິດ​ຄຸກ​ຍ້ອນ​ຄວາມ​ເຊື່ອ ຫຼື​ປະກາດ​ແລະ​ສອນ​ຄວາມ​ຈິງ​ໄດ້​ຢ່າງ​ເສລີ ເຮົາ​ກໍ​ລ້ວນ​ແຕ່​ລໍ​ຖ້າ​ຊີວິດ​ເທິງ​ແຜ່ນດິນ​ໂລກ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ.