ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ຄວາມ​ສຶກສາ​ທີ 5

“ພວກ​ເຮົາ​ຈະ​ໄປ​ນຳ​ພວກ​ທ່ານ”

“ພວກ​ເຮົາ​ຈະ​ໄປ​ນຳ​ພວກ​ທ່ານ”

“ພວກ​ເຮົາ​ຈະ​ໄປ​ນຳ​ພວກ​ທ່ານ ເຫດ​ວ່າ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ​ພະເຈົ້າ​ສະຖິດ​ຢູ່​ຝ່າຍ​ພວກ​ທ່ານ.”—ຊກາ. 8:23

ເພງ 26 ເຈົ້າ​ໄດ້​ເຮັດ​ດີ​ກັບ​ເຮົາ​ເຊັ່ນ​ກັນ

ໃຈ​ຄວາມ​ສຳຄັນ *

ແກະ​ອື່ນ (“ຊາວ​ປະເທດ​ທັງ​ປວງ 10 ຄົນ”) ຮູ້ສຶກ​ເປັນ​ກຽດ​ທີ່​ໄດ້​ນະມັດສະການ​ຮ່ວມ​ກັບ​ຜູ້​ຖືກ​ເຈີມ (“ຄົນ​ຢິວ”) (ເບິ່ງ​ຂໍ້ 1-2)

1. ພະ​ເຢໂຫວາ​ບອກ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ສະໄໝ​ຂອງ​ເຮົາ?

ພະ​ເຢໂຫວາ​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ສະໄໝ​ຂອງ​ເຮົາ​ວ່າ: “ຊາວ​ປະເທດ​ທັງ​ປວງ 10 ຄົນ​ຈະ​ຈັບ​ຊາຍ​ເສື້ອ ແມ່ນ​ແລ້ວ​ຈະ​ກຳ​ເອົາ​ຊາຍ​ເສື້ອ​ຂອງ​ຊາວ​ຢູເດ [ຄົນ​ຢິວ] ຜູ້​ໜຶ່ງ​ຈຶ່ງ​ກ່າວ​ວ່າ ‘ພວກ​ເຮົາ​ຈະ​ໄປ​ນຳ​ພວກ​ທ່ານ ເຫດ​ວ່າ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ​ພະເຈົ້າ​ສະຖິດ​ຢູ່​ຝ່າຍ​ພວກ​ທ່ານ.’” (ຊກາ. 8:23) “ຄົນ​ຢິວ” ໃນ​ຂໍ້​ຄຳພີ​ນີ້​ໝາຍ​ເຖິງ​ຄົນ​ທີ່​ພະເຈົ້າ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ. ພວກ​ເຂົາ​ຍັງ​ຖືກ​ເອີ້ນ​ວ່າ “ອິດສະຣາເອນ​ຂອງ​ພະເຈົ້າ.” (ຄລຕ. 6:16) ສ່ວນ “ຊາວ​ປະເທດ​ທັງ​ປວງ 10 ຄົນ” ໝາຍ​ເຖິງ​ຄົນ​ທີ່​ມີ​ຄວາມ​ຫວັງ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ. ພວກ​ເຂົາ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ອວຍ​ພອນ​ກຸ່ມ​ຜູ້​ຖືກ​ເຈີມ​ນີ້ ແລະ​ພວກ​ເຂົາ​ຮູ້ສຶກ​ວ່າ​ເປັນ​ກຽດ​ທີ່​ໄດ້​ນະມັດສະການ​ຮ່ວມ​ກັບ​ກຸ່ມ​ຜູ້​ຖືກ​ເຈີມ.

2. ການ​ທີ່ “ຊາວ​ປະເທດ​ທັງ​ປວງ 10 ຄົນ” ຈະ “ໄປ​ນຳ” ຜູ້​ຖືກ​ເຈີມ​ມີ​ຄວາມ​ໝາຍ​ແນວ​ໃດ?

2 ເຖິງ​ວ່າ​ໃນ​ປັດຈຸບັນ​ເຮົາ​ຈະ​ບໍ່​ຮູ້ຈັກ​ຊື່​ຂອງ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ * ແຕ່​ຜູ້​ທີ່​ມີ​ຄວາມ​ຫວັງ​ຈະ​ມີ​ຊີວິດ​ຢູ່​ເທິງ​ໂລກ​ກໍ​ສາມາດ “ໄປ​ນຳ” ຜູ້​ຖືກ​ເຈີມ​ໄດ້. ໃນ​ຄວາມ​ໝາຍ​ແບບ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ “ຊາວ​ປະເທດ​ທັງ​ປວງ 10 ຄົນ” ນັ້ນ​ຈະ “ກຳ​ເອົາ​ຊາຍ​ເສື້ອ​ຂອງ​ຊາວ​ຢູເດ [ຄົນ​ຢິວ] ຜູ້​ໜຶ່ງ​ຈຶ່ງ​ກ່າວ​ວ່າ ‘ພວກ​ເຮົາ​ຈະ​ໄປ​ນຳ . . . ທ່ານ ເຫດ​ວ່າ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ​ພະເຈົ້າ​ສະຖິດ​ຢູ່​ຝ່າຍ​ພວກ​ທ່ານ.’” ພະ​ຄຳພີ​ຂໍ້​ນີ້​ເວົ້າ​ເຖິງ​ຄົນ​ຢິວ​ຄົນ​ດຽວ ແຕ່​ຄຳ​ວ່າ “ທ່ານ” ແລະ “ພວກ​ທ່ານ” ໝາຍ​ເຖິງ​ຫຼາຍ​ກວ່າ​ໜຶ່ງ​ຄົນ. ສະນັ້ນ ຄຳ​ວ່າ​ຄົນ​ຢິວ​ບໍ່​ໄດ້​ໝາຍ​ເຖິງ​ຜູ້​ຖືກ​ເຈີມ​ຄົນ​ດຽວ ແຕ່​ໝາຍ​ເຖິງ​ຜູ້​ຖືກ​ເຈີມ​ທຸກ​ຄົນ. ສ່ວນ​ຄົນ​ທີ່​ບໍ່​ໄດ້​ຖືກ​ເຈີມ​ກໍ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັບ​ຜູ້​ຖືກ​ເຈີມ. ແຕ່​ພວກ​ເຂົາ​ກໍ​ບໍ່​ໄດ້​ເບິ່ງ​ວ່າ​ຜູ້​ຖືກ​ເຈີມ​ເປັນ​ຜູ້​ນຳ ເພາະ​ພວກ​ເຂົາ​ຮູ້​ວ່າ​ຜູ້​ນຳ​ຂອງ​ພວກ​ເຂົາ​ແມ່ນ​ພະ​ເຢຊູ.—ມທ. 23:10

3. ເຮົາ​ຈະ​ຕອບ​ຄຳຖາມ​ຫຍັງ​ແດ່​ໃນ​ບົດ​ຄວາມ​ນີ້?

3 ເນື່ອງ​ຈາກ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຍັງ​ຢູ່​ທ່າມກາງ​ປະຊາຊົນ​ຂອງ​ພະເຈົ້າ​ທຸກ​ມື້​ນີ້ ບາງ​ຄົນ​ອາດ​ສົງໄສ​ວ່າ: (1) ຜູ້​ຖືກ​ເຈີມ​ຄວນ​ເບິ່ງ​ຕົວ​ເອງ​ແນວ​ໃດ? (2) ເຮົາ​ຄວນ​ປະຕິບັດ​ກັບ​ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃນ​ການ​ປະຊຸມ​ອະນຸສອນ​ແນວ​ໃດ? (3) ເຮົາ​ຄວນ​ກັງວົນ​ບໍ​ຖ້າ​ຈຳນວນ​ຜູ້​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ເພີ່ມ​ຂຶ້ນ​ເລື້ອຍໆ? ເຮົາ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ໃນ​ບົດ​ຄວາມ​ນີ້.

ຜູ້​ຖືກ​ເຈີມ​ຄວນ​ເບິ່ງ​ຕົວ​ເອງ​ແນວ​ໃດ?

4. ໃນ 1 ໂກຣິນໂທ 11:27-29 ມີ​ຄຳ​ເຕືອນ​ຫຍັງ​ທີ່​ຜູ້​ຖືກ​ເຈີມ​ຄວນ​ຄິດ​ຢ່າງ​ຈິງ​ຈັງ ແລະ​ຍ້ອນ​ຫຍັງ?

4 ຜູ້​ຖືກ​ເຈີມ​ຄວນ​ຄິດ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ຄຳ​ເຕືອນ​ໃນ 1 ໂກຣິນໂທ 11:27-29 (ອ່ານ) ໃນ​ວັນ​ອະນຸສອນ ຜູ້​ຖືກ​ເຈີມ​ອາດ​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃນ​ທາງ​ທີ່ “ບໍ່​ເໝາະ​ສົມ” ໄດ້​ແນວ​ໃດ? ລາວ​ອາດ​ເຮັດ​ແບບ​ນັ້ນ ຖ້າ​ລາວ​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ແຕ່​ບໍ່​ໄດ້​ໃຊ້​ຊີວິດ​ຕາມ​ມາດຕະຖານ​ອັນ​ຊອບທຳ​ຂອງ​ພະ​ເຢໂຫວາ. (ຮຣ. 6:4-6; 10:26-29) ຜູ້​ຖືກ​ເຈີມ​ຕ້ອງ​ຈື່​ໄວ້​ວ່າ​ພວກ​ເຂົາ​ຕ້ອງ​ຮັກສາ​ຄວາມ​ສັດ​ຊື່​ຖ້າ​ພວກ​ເຂົາ​ຢາກ​ໄດ້​ຮັບ ‘ລາງວັນ ນັ້ນ​ແມ່ນ​ຊີວິດ​ໃນ​ສະຫວັນ​ຕາມ​ທີ່​ພະເຈົ້າ​ເອີ້ນ​ພວກ​ເຂົາ​ໂດຍ​ທາງ​ພະຄລິດ​ເຢຊູ.’—ຟລປ. 3:13-16

5. ຜູ້​ຖືກ​ເຈີມ​ຄວນ​ເບິ່ງ​ຕົວ​ເອງ​ແນວ​ໃດ?

5 ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ພະອົງ​ໃຫ້​ເປັນ​ຄົນ​ຖ່ອມ​ຕົວ ບໍ່​ແມ່ນ​ຄົນ​ຍິ່ງ. (ອຟຊ. 4:1-3; ກລຊ. 3:10, 12) ດັ່ງ​ນັ້ນ ຜູ້​ຖືກ​ເຈີມ​ບໍ່​ຄວນ​ຄິດ​ວ່າ​ພວກ​ເຂົາ​ດີ​ກວ່າ​ຄົນ​ອື່ນ. ພວກ​ເຂົາ​ຍັງ​ຮູ້​ອີກ​ວ່າ​ພະ​ເຢໂຫວາ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ພະລັງ​ບໍລິສຸດ​ກັບ​ພວກ​ເຂົາ​ຫຼາຍ​ກວ່າ​ຜູ້​ຮັບໃຊ້​ຄົນ​ອື່ນໆ. ພວກ​ເຂົາ​ບໍ່​ໄດ້​ຄິດ​ວ່າ​ພວກ​ເຂົາ​ເຂົ້າ​ໃຈ​ຄຳພີ​ໄບເບິນ​ເລິກ​ເຊິ່ງ​ຫຼາຍ​ກວ່າ​ຄົນ​ອື່ນ. ພວກ​ເຂົາ​ຈະ​ບໍ່​ບອກ​ຄົນ​ອື່ນ​ວ່າ: “ເຈົ້າ​ກໍ​ເປັນ​ຜູ້​ຖືກ​ເຈີມ​ຄື​ກັນ​ແລະ​ຄວນ​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃນ​ການ​ປະຊຸມ​ອະນຸສອນ​ໄດ້​ແລ້ວ.” ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ພວກ​ເຂົາ​ຍອມ​ຮັບ​ຢ່າງ​ຖ່ອມ​ຕົວ​ວ່າ​ມີ​ພຽງ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ເລືອກ​ຄົນ​ໃຫ້​ໄປ​ສະຫວັນ.

6. ຕາມ 1 ໂກຣິນໂທ 4:7, 8 ຜູ້​ຖືກ​ເຈີມ​ຄວນ​ປະພຶດ​ຕົວ​ແນວ​ໃດ?

6 ເຖິງ​ຜູ້​ຖືກ​ເຈີມ​ຈະ​ຮູ້ສຶກ​ວ່າ​ເປັນ​ກຽດ​ທີ່​ຖືກ​ເລືອກ​ໃຫ້​ໄປ​ສະຫວັນ ແຕ່​ລາວ​ກໍ​ບໍ່​ໄດ້​ຄາດ​ໝາຍ​ໃຫ້​ຄົນ​ອື່ນ​ປະຕິບັດ​ກັບ​ລາວ​ແບບ​ພິເສດ. (ຟລປ. 2:2, 3) ຜູ້​ຖືກ​ເຈີມ​ຍັງ​ຮູ້​ວ່າ​ຕອນ​ທີ່​ພະ​ເຢໂຫວາ​ເຈີມ ພະອົງ​ບໍ່​ໄດ້​ບອກ​ໃຫ້​ໃຜ​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້ ດັ່ງ​ນັ້ນ ລາວ​ຈຶ່ງ​ບໍ່​ແປກ​ໃຈ​ເມື່ອ​ມີ​ບາງ​ຄົນ​ບໍ່​ເຊື່ອ​ວ່າ​ລາວ​ຖືກ​ເຈີມ. ລາວ​ສຳນຶກ​ເຖິງ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ເຮົາ​ບໍ່​ໃຫ້​ເຊື່ອ​ຄຳເວົ້າ​ຂອງ​ບາງ​ຄົນ​ທັນທີ​ທີ່​ບອກ​ວ່າ​ພະເຈົ້າ​ໄດ້​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ພິເສດ​ໃຫ້​ລາວ. (ພນມ. 2:2) ເນື່ອງ​ຈາກ​ຜູ້​ຖືກ​ເຈີມ​ບໍ່​ຢາກ​ໃຫ້​ຄົນ​ອື່ນ​ສົນ​ໃຈ​ລາວ​ຫຼາຍ​ເກີນ​ໄປ ດັ່ງ​ນັ້ນ ລາວ​ຈະ​ບໍ່​ບອກ​ຄົນ​ທີ່​ລາວ​ພົບ​ທັນທີ​ວ່າ​ລາວ​ເປັນ​ຜູ້​ຖືກ​ເຈີມ ແລະ​ລາວ​ຈະ​ບໍ່​ໂອ້​ອວດ​ເລື່ອງ​ນີ້​ກັບ​ຄົນ​ອື່ນ.—ອ່ານ 1 ໂກຣິນໂທ 4:7, 8

7. ຜູ້​ຖືກ​ເຈີມ​ບໍ່​ຄວນ​ເຮັດ​ຫຍັງ ແລະ​ຍ້ອນ​ຫຍັງ?

7 ຜູ້​ຖືກ​ເຈີມ​ບໍ່​ໄດ້​ຮູ້ສຶກ​ວ່າ​ພວກ​ເຂົາ​ຄວນ​ໃຊ້​ເວລາ​ແຕ່​ກັບ​ຜູ້​ຖືກ​ເຈີມ​ຄື​ກັນ​ເທົ່າ​ນັ້ນ ເຊິ່ງ​ເຮັດ​ຄື​ກັບ​ວ່າ​ພວກ​ເຂົາ​ເປັນ​ສະມາຊິກ​ຂອງ​ກຸ່ມ​ທີ່​ພິເສດ​ໃດ​ໜຶ່ງ. ພວກ​ເຂົາ​ຈະ​ບໍ່​ຊອກ​ຫາ​ຜູ້​ຖືກ​ເຈີມ​ຄົນ​ອື່ນໆເພື່ອ​ທີ່​ຈະ​ລົມ​ກັນ​ກ່ຽວ​ການ​ເຈີມ ຫຼື​ຕັ້ງ​ກຸ່ມ​ເພື່ອ​ສຶກສາ​ຄຳພີ​ໄບເບິນ​ນຳ​ກັນ. (ຄລຕ. 1:15-17) ຖ້າ​ຜູ້​ຖືກ​ເຈີມ​ເຮັດ​ແບບ​ນັ້ນ ປະຊາຄົມ​ກໍ​ຈະ​ແຕກ​ແຍກ​ກັນ ແລະ​ພວກ​ເຂົາ​ກໍ​ຍັງ​ຕໍ່​ຕ້ານ​ພະລັງ​ບໍລິສຸດ​ເຊິ່ງ​ເປັນ​ສິ່ງ​ທີ່​ຊ່ວຍ​ປະຊາຊົນ​ຂອງ​ພະເຈົ້າ​ໃຫ້​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ.—ຣມ. 16:17, 18

ເຮົາ​ຄວນ​ປະຕິບັດ​ກັບ​ຜູ້​ຖືກ​ເຈີມ​ແນວ​ໃດ?

ເຮົາ​ບໍ່​ຄວນ​ປະຕິບັດ​ກັບ​ຜູ້​ຖືກ​ເຈີມ​ຫຼື​ຄົນ​ອື່ນໆທີ່​ນຳ​ໜ້າ​ຄື​ກັບ​ວ່າ​ພວກ​ເຂົາ​ເປັນ​ດາລາ (ເບິ່ງ​ຂໍ້ 8) *

8. ເປັນ​ຫຍັງ​ເຈົ້າ​ຕ້ອງ​ລະວັງ​ວິທີ​ທີ່​ເຈົ້າ​ປະຕິບັດ​ກັບ​ຜູ້​ຖືກ​ເຈີມ? (ເບິ່ງ​ໄຂ​ເງື່ອນ)

8 ເຮົາ​ຄວນ​ປະຕິບັດ​ກັບ​ພີ່ນ້ອງ​ທີ່​ຖືກ​ເຈີມ​ແນວ​ໃດ? ເປັນ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ທີ່​ຈະ​ຍົກຍ້ອງ​ບຸກຄົນ​ໃດ​ໜຶ່ງ​ຫຼາຍ​ເກີນ​ໄປ ເຖິງ​ວ່າ​ລາວ​ຈະ​ເປັນ​ຜູ້​ຖືກ​ເຈີມ​ຂອງ​ພະຄລິດ​ກໍ​ຕາມ. (ມທ. 23:8-12) ເມື່ອ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ພວກ​ຜູ້​ດູ​ແລ ຄຳພີ​ໄບເບິນ​ກໍ​ຍັງ​ກະຕຸ້ນ​ເຮົາ​ໃຫ້ “ຮຽນ​ແບບ​ຄວາມ​ເຊື່ອ ຂອງ​ພວກ​ເຂົາ” ແຕ່​ບໍ່​ເຄີຍ​ບອກ​ໃຫ້​ເຮົາ​ຍົກຍ້ອງ​ມະນຸດ ຄົນ​ໃດ​ຄົນ​ໜຶ່ງ​ມາ​ເປັນ​ຜູ້​ນຳ​ຂອງ​ເຮົາ. (ຮຣ. 13:7) ກໍ​ແມ່ນ​ຢູ່​ທີ່​ຄຳພີ​ໄບເບິນ​ບອກ​ວ່າ ບາງ​ຄົນ “ຄວນ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ເປັນ​ພິເສດ” ທີ່​ເປັນ​ແບບ​ນີ້​ກໍ​ຍ້ອນ​ພວກ​ເຂົາ “ນຳ​ໜ້າ​ຢ່າງ​ດີ” ແລະ “ເຮັດ​ວຽກ​ໜັກ​ໃນ​ການ​ເວົ້າ​ແລະ​ການ​ສອນ” ແຕ່​ບໍ່​ແມ່ນ​ຍ້ອນ​ວ່າ​ພວກ​ເຂົາ​ເປັນ​ຜູ້​ຖືກ​ເຈີມ. (1 ຕມ. 5:17) ຖ້າ​ເຮົາ​ຍົກຍ້ອງ​ແລະ​ໃຫ້​ຄວາມ​ສົນ​ໃຈ​ຜູ້​ຖືກ​ເຈີມ​ຫຼາຍ​ເກີນ​ໄປ ເຮົາ​ອາດ​ເຮັດ​ໃຫ້​ພວກ​ເຂົາ​ຮູ້ສຶກ​ບໍ່​ສະບາຍ​ໃຈ * ຫຼື​ຮ້າຍແຮງ​ກວ່າ​ນັ້ນ ເຮົາ​ອາດ​ເຮັດ​ໃຫ້​ພວກ​ເຂົາ​ກາຍ​ເປັນ​ຄົນ​ຍິ່ງ. (ຣມ. 12:3) ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຢາກ​ເຮັດ​ສິ່ງ​ທີ່​ອາດ​ເປັນ​ເຫດ​ໃຫ້​ພີ່ນ້ອງ​ຄົນ​ໃດ​ຄົນ​ໜຶ່ງ​ຂອງ​ພະຄລິດ​ເຮັດ​ຜິດ​ຮ້າຍແຮງ​ແບບ​ນັ້ນ​ແມ່ນ​ບໍ.—ລກ. 17:2

9. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ນັບຖື​ຜູ້​ຖືກ​ເຈີມ?

9 ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ນັບຖື​ຜູ້​ທີ່​ພະ​ເຢໂຫວາ​ເຈີມ? ເຮົາ​ຈະ​ບໍ່​ຖາມ​ວ່າ​ພວກ​ເຂົາ​ເປັນ​ຜູ້​ຖືກ​ເຈີມ​ໄດ້​ແນວ​ໃດ ເພາະ​ນີ້​ເປັນ​ເລື່ອງ​ສ່ວນ​ຕົວ ແລະ​ເຮົາ​ກໍ​ບໍ່​ມີ​ສິດ​ທີ່​ຈະ​ຮູ້. (1 ທຊ. 4:11; 2 ທຊ. 3:11) ເຮົາ​ບໍ່​ຄວນ​ຄິດ​ເອງ​ວ່າ ຜົວ​ຫຼື​ເມຍ ພໍ່​ແມ່​ຂອງ​ພວກ​ເຂົາ ຫຼື​ສະມາຊິກ​ໃນ​ຄອບຄົວ​ກໍ​ເປັນ​ຜູ້​ຖືກ​ເຈີມ​ຄື​ກັນ ເພາະ​ຄວາມ​ຫວັງ​ເລື່ອງ​ການ​ໄປ​ສະຫວັນ​ບໍ່​ໄດ້​ເປັນ​ມໍລະດົກ​ຕົກ​ທອດ​ມາ​ຈາກ​ຄອບຄົວ ແຕ່​ຈະ​ໄດ້​ກໍ​ຕໍ່​ເມື່ອ​ພະເຈົ້າ​ເອົາ​ໃຫ້​ເທົ່າ​ນັ້ນ. (1 ທຊ. 2:12) ນອກ​ຈາກ​ນັ້ນ ເຮົາ​ບໍ່​ຄວນ​ຖາມ​ຄຳຖາມ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ເສຍໃຈ ເຊັ່ນ: ເຮົາ​ຈະ​ບໍ່​ຖາມ​ເມຍ​ຂອງ​ຜູ້​ຖືກ​ເຈີມ​ວ່າ​ລາວ​ຮູ້ສຶກ​ແນວ​ໃດ​ທີ່​ຕ້ອງ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ​ໂດຍ​ທີ່​ຜົວ​ບໍ່​ໄດ້​ຢູ່​ນຳ. ບໍ່​ວ່າ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ ເຮົາ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ໃນ​ໂລກ​ໃໝ່ ພະ​ເຢໂຫວາ​ຈະ “ໃຫ້​ສິ່ງ​ທັງ​ປວງ​ທີ່​ມີ​ຊີວິດ​ຢູ່​ກິນ​ອີ່ມ​ບໍລິບູນ.”—ເພງ. 145:16

10. ການ​ເປັນ​ຄົນ​ບໍ່​ມັກ “ຍ້ອງ​ຍໍ” ຄົນ​ອື່ນ​ຫຼາຍ​ເກີນ​ໄປ​ຈະ​ປົກ​ປ້ອງ​ຕົວ​ເຮົາ​ເອງ​ແນວ​ໃດ?

10 ຖ້າ​ເຮົາ​ບໍ່​ໄດ້​ປະຕິບັດ​ກັບ​ຜູ້​ຖືກ​ເຈີມ​ແບບ​ວ່າ​ສຳຄັນ​ກວ່າ​ຄົນ​ອື່ນໆ ເຮົາ​ກໍ​ປົກ​ປ້ອງ​ຕົວ​ເອງ​ນຳ. ປົກ​ປ້ອງ​ແນວ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ ຜູ້​ຖືກ​ເຈີມ​ບາງ​ຄົນ​ອາດ​ບໍ່​ຮັກສາ​ຄວາມ​ສັດ​ຊື່. (ມທ. 25:10-12; 2 ປຕ. 2:20, 21) ແຕ່​ຖ້າ​ເຮົາ​ເປັນ​ຄົນ​ທີ່​ບໍ່​ມັກ “ຍ້ອງ​ຍໍ” ຄົນ​ອື່ນ​ຫຼາຍ​ເກີນ​ໄປ ເຮົາ​ກໍ​ຈະ​ບໍ່​ຕິດ​ຕາມ​ຄົນ​ນັ້ນ​ເຖິງ​ວ່າ​ລາວ​ຈະ​ເປັນ​ຜູ້​ຖືກ​ເຈີມ ຫຼື​ເປັນ​ພີ່ນ້ອງ​ທີ່​ຮູ້ຈັກ​ດີ ຫຼື​ເປັນ​ພີ່ນ້ອງ​ທີ່​ຮັບໃຊ້​ພະ​ເຢໂຫວາ​ມາ​ດົນ​ແລ້ວ​ກໍ​ຕາມ. (ຢດ. 16) ນອກ​ຈາກ​ນັ້ນ ຖ້າ​ພວກ​ເຂົາ​ກາຍ​ເປັນ​ຄົນ​ບໍ່​ສັດ​ຊື່​ຫຼື​ອອກ​ໄປ​ຈາກ​ປະຊາຄົມ ເຮົາ​ກໍ​ຈະ​ບໍ່​ຖິ້ມ​ຄວາມ​ເຊື່ອ​ຫຼື​ເຊົາ​ຮັບໃຊ້​ພະ​ເຢໂຫວາ.

ເຮົາ​ຄວນ​ກັງວົນ​ກ່ຽວ​ກັບ​ຈຳນວນ​ຜູ້​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃນ​ການ​ປະຊຸມ​ອະນຸສອນ​ບໍ?

11. ເກີດ​ຫຍັງ​ຂຶ້ນ​ກັບ​ຈຳນວນ​ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃນ​ການ​ປະຊຸມ​ອະນຸສອນ?

11 ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ທີ່​ຄົນ​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ຢູ່​ການ​ປະຊຸມ​ອະນຸສອນ​ມີ​ຈຳນວນ​ຫຼຸດ​ລົງ​ເລື້ອຍໆ. ແຕ່​ເມື່ອ​ບໍ່​ດົນ​ມາ​ນີ້​ພັດ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ທຸກ​ປີ. ເຮົາ​ຕ້ອງ​ກັງວົນ​ກ່ຽວ​ກັບ​ເລື່ອງ​ນີ້​ບໍ? ບໍ່. ຂໍ​ໃຫ້​ມາ​ເບິ່ງ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຕ້ອງ​ກັງວົນ.

12. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ກັງວົນ​ກ່ຽວ​ກັບ​ຈຳນວນ​ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃນ​ການ​ປະຊຸມ​ອະນຸສອນ?

12 “ພະ​ເຢໂຫວາ​ຮູ້​ວ່າ​ຜູ້​ໃດ​ເປັນ​ຄົນ​ຂອງ​ພະອົງ.” (2 ຕມ. 2:19) ມີ​ພຽງ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຮູ້​ວ່າ​ໃຜ​ແທ້ໆທີ່​ຖືກ​ເຈີມ ແຕ່​ພີ່ນ້ອງ​ທີ່​ນັບ​ຈຳນວນ​ຄົນ​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ຢູ່​ການ​ປະຊຸມ​ອະນຸສອນ​ບໍ່​ຮູ້​ແທ້ໆວ່າ​ໃຜ​ທີ່​ຖືກ​ເຈີມ. ດັ່ງ​ນັ້ນ ຈຳນວນ​ທີ່​ນັບ​ນັ້ນ​ຈຶ່ງ​ລວມ​ເຖິງ​ຄົນ​ທີ່​ຄິດ​ວ່າ​ພວກ​ເຂົາ​ຖືກ​ເຈີມ ແຕ່​ຄວາມ​ຈິງ​ແລ້ວ​ພວກ​ເຂົາ​ບໍ່​ໄດ້​ຖືກ​ເຈີມ. ຕົວຢ່າງ​ເຊັ່ນ: ມີ​ບາງ​ຄົນ​ທີ່​ເຄີຍ​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ ແຕ່​ຕໍ່​ມາ​ກໍ​ເຊົາ​ກິນ. ແລະ​ກໍ​ຍັງ​ມີ​ບາງ​ຄົນ​ທີ່​ອາດ​ມີ​ບັນຫາ​ທາງ​ຈິດ​ຈົນ​ຄິດ​ວ່າ​ຕົວ​ເອງ​ຈະ​ໄດ້​ຮ່ວມ​ປົກຄອງ​ກັບ​ພະຄລິດ​ໃນ​ສະຫວັນ. ເຫັນ​ໄດ້​ແຈ້ງ​ວ່າ ເຮົາ​ບໍ່​ຮູ້​ແທ້ໆວ່າ​ຜູ້​ຖືກ​ເຈີມ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ໂລກ​ນີ້​ມີ​ຈັກ​ຄົນ.

13. ຄຳພີ​ໄບເບິນ​ບອກ​ແນວ​ໃດ​ກ່ຽວ​ກັບ​ຈຳນວນ​ຜູ້​ຖືກ​ເຈີມ​ທີ່ເຫຼືອ​ຢູ່​ເທິງ​ໂລກ​ຕອນ​ທີ່​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ​ຂຶ້ນ?

13 ຈະ​ມີ​ຜູ້​ຖືກ​ເຈີມ​ຢູ່​ໃນ​ບ່ອນ​ຕ່າງໆຂອງ​ໂລກ​ຕອນ​ທີ່​ພະ​ເຢຊູ​ມາ​ຮັບ​ພວກ​ເຂົາ​ໄປ​ສະຫວັນ. (ມທ. 24:31) ຄຳພີ​ໄບເບິນ​ບອກ​ວ່າ​ໃນ​ໄລຍະ​ສະໄໝ​ສຸດ​ທ້າຍ​ຈະ​ມີ​ຜູ້​ຖືກ​ເຈີມ​ເຫຼືອ​ຢູ່​ເທິງ​ໂລກ​ໜ້ອຍ​ດຽວ. (ພນມ. 12:17) ແຕ່​ຄຳພີ​ໄບເບິນ​ບໍ່​ໄດ້​ບອກ​ວ່າ​ຈະ​ມີ​ຜູ້​ຖືກ​ເຈີມ​ເຫຼືອ​ຢູ່​ໃນ​ໂລກ​ນີ້​ຈັກ​ຄົນ​ເມື່ອ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ​ຂຶ້ນ.

ເຮົາ​ຄວນ​ປະຕິບັດ​ກັບ​ຜູ້​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃນ​ການ​ປະຊຸມ​ອະນຸສອນ​ແນວ​ໃດ? (ເບິ່ງ​ຂໍ້ 14)

14. ຕາມ​ໂຣມ 9:11, 16 ເຮົາ​ຕ້ອງ​ເຂົ້າ​ໃຈ​ຫຍັງ​ກ່ຽວ​ກັບ​ການ​ເລືອກ​ຜູ້​ຖືກ​ເຈີມ?

14 ພະ​ເຢໂຫວາ​ເປັນ​ຜູ້ຕັດສິນ​ໃຈ​ວ່າ​ຈະ​ເລືອກ​ຜູ້​ຖືກ​ເຈີມ​ຕອນ​ໃດ. (ຣມ. 8:28-30) ພະ​ເຢໂຫວາ​ເລີ່ມ​ຕົ້ນ​ເລືອກ​ຜູ້​ຖືກ​ເຈີມ​ຫຼັງ​ຈາກ​ທີ່​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ. ເບິ່ງ​ຄື​ວ່າ​ໃນ​ສະຕະວັດ​ທຳອິດ ຄລິດສະຕຽນ​ແທ້​ທຸກ​ຄົນ​ໄດ້​ຖືກ​ເຈີມ. ຫຼາຍ​ຮ້ອຍ​ປີ​ຫຼັງ​ຈາກ​ນັ້ນ ຄົນ​ສ່ວນ​ຫຼາຍ​ທີ່​ອ້າງ​ວ່າ​ເປັນ​ຄລິດສະຕຽນ​ບໍ່​ໄດ້​ຕິດ​ຕາມ​ພະ​ເຢຊູ​ຄລິດ​ແທ້ໆ. ແນວ​ໃດ​ກໍ​ຕາມ ໃນ​ໄລຍະ​ນັ້ນ​ພະ​ເຢໂຫວາ​ກໍ​ຍັງ​ເລືອກ​ຄລິດສະຕຽນ​ແທ້​ບໍ່​ເທົ່າ​ໃດ​ຄົນ​ໃຫ້​ເປັນ​ຜູ້​ຖືກ​ເຈີມ. ພວກ​ເຂົາ​ເປັນ​ຄື​ກັບ​ຕົ້ນ​ເຂົ້າ​ທີ່​ພະ​ເຢຊູ​ບອກ​ວ່າ​ຈະ​ເຕີບ​ໃຫຍ່​ມາ​ພ້ອມ​ກັບ​ຫຍ້າ. (ມທ. 13:24-30) ໃນ​ໄລຍະ​ສະໄໝ​ສຸດ​ທ້າຍ ພະ​ເຢໂຫວາ​ກໍ​ຍັງ​ສືບ​ຕໍ່​ເລືອກ​ເອົາ​ຄົນ​ທີ່​ຈະ​ມາ​ຢູ່​ໃນ​ກຸ່ມ 144.000 ຄົນ. * ດັ່ງ​ນັ້ນ ຖ້າ​ພະ​ເຢໂຫວາ​ຕັດສິນ​ໃຈ​ທີ່​ຈະ​ເລືອກ​ບາງ​ຄົນ​ຕອນ​ທີ່​ໃກ້​ຈະ​ຮອດ​ຈຸດ​ຈົບ​ຂອງ​ໂລກ​ນີ້ ເຮົາ​ກໍ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ກຳລັງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. (ອ່ານ​ໂຣມ 9:11, 16) * ເຮົາ​ຕ້ອງ​ລະວັງ​ທີ່​ຈະ​ບໍ່​ເປັນ​ຄື​ກັບ​ຄົນ​ງານ​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຢຊູ ເຊິ່ງ​ພວກ​ເຂົາ​ໄດ້​ຈົ່ມ​ກ່ຽວ​ກັບ​ວິທີ​ທີ່​ເຈົ້ານາຍ​ປະຕິບັດ​ຕໍ່​ກັບ​ຄົນ​ທີ່​ມາ​ເລີ່ມ​ເຮັດ​ວຽກ​ໃນ​ຊົ່ວ​ໂມງ​ສຸດ​ທ້າຍ.—ມທ. 20:8-15

15. ຜູ້​ຖືກ​ເຈີມ​ເປັນ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ” ທຸກ​ຄົນ​ບໍ​ຕາມ​ທີ່​ບອກ​ໄວ້​ໃນ​ມັດທາຍ 24:45-47? ຂໍ​ໃຫ້​ອະທິບາຍ.

15 ບໍ່​ແມ່ນ​ທຸກ​ຄົນ​ທີ່​ມີ​ຄວາມ​ຫວັງ​ໄປ​ສະຫວັນ​ຈະ​ເປັນ “ທາດ​ທີ່​ສັດ​ຊື່​ແລະ​ສຸຂຸມ.” (ອ່ານ​ມັດທາຍ 24:45-47) ຄື​ກັບ​ສະຕະວັດ​ທຳອິດ ໃນ​ທຸກ​ມື້​ນີ້​ພະ​ເຢໂຫວາ​ແລະ​ພະ​ເຢຊູ​ກຳລັງ​ໃຊ້​ພີ່ນ້ອງ​ຊາຍ​ບໍ່​ເທົ່າ​ໃດ​ຄົນ​ໃຫ້​ລ້ຽງ​ດູ​ຫຼື​ສອນ​ຄົນ​ຈຳນວນ​ຫຼາຍ. ໃນ​ສະຕະວັດ​ທຳອິດ ມີ​ຜູ້​ຖືກ​ເຈີມ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ທີ່​ຖືກ​ໃຊ້​ໃຫ້​ຂຽນ​ພະ​ຄຳພີ​ຄລິດສະຕຽນ​ພາກພາສາກຣີກ. ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ມີ​ຜູ້​ຖືກ​ເຈີມ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ແຈກ​ຢາຍ ‘ອາຫານ​ຕາມ​ເວລາ​ທີ່​ເໝາະ​ສົມ’ ໃຫ້​ແກ່​ປະຊາຊົນ​ຂອງ​ພະເຈົ້າ.

16. ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ບົດ​ຄວາມ​ນີ້?

16 ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ບົດ​ຄວາມ​ນີ້? ພະ​ເຢໂຫວາ​ໄດ້​ຕັດສິນ​ໃຈ​ວ່າ​ຄົນ​ຂອງ​ພະອົງ​ສ່ວນ​ຫຼາຍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ໂລກ ແລະ​ສ່ວນ​ໜ້ອຍ​ຈະ​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ເທິງ​ສະຫວັນ. ພະ​ເຢໂຫວາ​ໃຫ້​ລາງວັນ​ກັບ​ຜູ້​ຮັບໃຊ້​ຂອງ​ພະອົງ​ທຸກ​ຄົນ​ບໍ່​ວ່າ​ຈະ​ເປັນ “ຄົນ​ຢິວ” ຫຼື “ຊາວ​ປະເທດ​ທັງ​ປວງ 10 ຄົນ” ແລະ​ພະອົງ​ຕ້ອງການ​ໃຫ້​ຄົນ​ທັງ​ສອງ​ກຸ່ມ​ນີ້​ເຊື່ອ​ຟັງ​ກົດໝາຍ​ອັນ​ດຽວ​ກັນ​ແລະ​ໃຫ້​ຮັກສາ​ຄວາມ​ສັດ​ຊື່​ໄວ້​ສະເໝີ. ທຸກ​ຄົນ​ຕ້ອງ​ຖ່ອມ​ຕົວ ແລະ​ຕ້ອງ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັນ​ແລະ​ມີ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ນອກ​ຈາກ​ນັ້ນ ຜູ້​ຮັບໃຊ້​ທຸກ​ຄົນ​ຕ້ອງ​ພະຍາຍາມ​ຮັກສາ​ສັນຕິສຸກ​ໃນ​ປະຊາຄົມ. ໃນ​ຂະນະ​ທີ່​ຈຸດ​ຈົບ​ຫຍັບ​ເຂົ້າ​ມາ​ໃກ້​ເລື້ອຍໆ ຂໍ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ຮັບໃຊ້​ພະ​ເຢໂຫວາ​ແລະ​ຕິດ​ຕາມ​ພະຄລິດ​ເປັນ “ຝູງ​ດຽວ” ກັນ​ຕໍ່ໆໄປ.—ຢຮ. 10:16

^ ຂໍ້ 5 ການ​ປະຊຸມ​ອະນຸສອນ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຢຊູ​ປີ​ນີ້​ກົງ​ກັບ​ວັນ​ອັງຄານ ທີ 7 ເມສາ. ເຮົາ​ຄວນ​ປະຕິບັດ​ກັບ​ຜູ້​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ໃນ​ການ​ປະຊຸມ​ອະນຸສອນ​ແນວ​ໃດ? ເຮົາ​ຄວນ​ກັງວົນ​ບໍ​ຖ້າ​ຈຳນວນ​ຜູ້​ທີ່​ກິນ​ເຂົ້າຈີ່​ແລະ​ເຫຼົ້າ​ແວງ​ເພີ່ມ​ຂຶ້ນ​ເລື້ອຍໆ? ບົດ​ຄວາມ​ນີ້​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້​ເຊິ່ງ​ມີ​ຂໍ້​ມູນ​ມາ​ຈາກ​ຫໍສັງເກດການ ເດືອນ​ມັງກອນ 2016.

^ ຂໍ້ 2 ຕາມ​ຄຳເພງ 87:5, 6 ໃນ​ອະນາຄົດ​ພະເຈົ້າ​ອາດ​ເປີດ​ເຜີຍ​ຊື່​ຂອງ​ຜູ້​ຖືກ​ເຈີມ​ທຸກ​ຄົນ​ທີ່​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ໃນ​ສະຫວັນ.—ຣມ. 8:19.

^ ຂໍ້ 8 ເບິ່ງ​ຂອບ “ຄວາມ​ຮັກ ‘ບໍ່​ກະທຳ​ເປັນ​ທີ່​ໜ້າ​ລັກອາຍ’” ໃນ​ຫໍສັງເກດການ ເດືອນ​ມັງກອນ 2016.

^ ຂໍ້ 14 ເຖິງ​ວ່າ​ກິດຈະການ 2:33 ບອກ​ວ່າ​ພະ​ເຢຊູ​ເປັນ​ຜູ້​ໃຫ້​ພະລັງ​ບໍລິສຸດ ແຕ່​ຄວາມ​ຈິງ​ແລ້ວ​ແມ່ນ​ພະ​ເຢໂຫວາ​ທີ່​ເປັນ​ຜູ້​ເລືອກ​ພວກ​ເຂົາ​ແຕ່​ລະ​ຄົນ.

^ ຂໍ້ 14 ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ ເບິ່ງ “ຄຳຖາມ​ຈາກ​ຜູ້​ອ່ານ” ໃນ​ຫໍສັງເກດການ (ພາສາ​ໄທ) ພຶດສະພາ 2007.

ເພງ 34 ສັດ​ຊື່​ຕໍ່​ພະເຈົ້າ​ສະເໝີ

^ ຂໍ້ 56 ຄຳ​ອະທິບາຍ​ຮູບ​ພາບ: ລອງ​ນຶກ​ພາບ​ວ່າ​ຖ້າ​ຕົວ​ແທນ​ຈາກ​ສຳນັກງານ​ໃຫຍ່​ແລະ​ເມຍ​ຂອງ​ລາວ​ຖືກ​ຫຸ້ມ​ຖ່າຍ​ຮູບ​ແບບ​ນີ້​ໃນ​ການ​ປະຊຸມ​ພາກ ຈະ​ເປັນ​ການ​ບໍ່​ນັບຖື​ພວກ​ເຂົາ​ຫຼາຍ​ສ່ຳ​ໃດ!